gsfdko{dkora fmtok xtgmf]k; ( 11/09/2025 leg]a fdkoc0j '0a oc]j o,y oy ,kikmvo -u '0a og9Q kc0;';P'9a o 2025 ຂປລ. ໃນການແຂ່ງຂັນແລ່ນ ມິນິມາຣາທອນ ຊີງຂັນທ່ານເຈົ້າ ແຂວງວຽງຈັນ ປີ 2025 ນີ້, ທ່ານ ລຳພອນ ໄຊຍະທີ ແລະ ທ່ານ ນາງ ລົດແກ້ວ ອິນທະກຸມມານ ຍັງຄອງ ຄວາມເປັນໜຶ່ງໄດ້ສົມສັກສີທີມ ຊາດລາວ ພາຍຫລັງສາມາດຄວ້າ ລາງວັນຊະນະເລີດ ປະເພດທົ່ວໄປ ຊາຍ-ຍິງ. ຂະນະທີ່, ທ່ານ ຮັກດີ ແພງພັນແສນຈິດ ນັກກິລາດາວເດັ່ນ ຂອງແຂວງວຽງຈັນ ຄວ້າອັນດັບທີ 1 ໃນຮຸ່ນກຸ່ມອາຍຸ 40-49 ປີ ເຊິ່ງ ການແຂ່ງຂັນແລ່ນ ໄດ້ຈັດຂຶ້ນໃນ ວັນທີ 7 ກັນຍາ 2025 ຜ່ານມາ ຢູ່ ບໍລິເວນວິທະຍາໄລ ເຕັກນິກວິຊາຊີບ ແຂວງ, ເມືອງວຽງຄຳ, ເເຂວງ ວຽງຈັນ ໂດຍໃຫ້ກຽດເປັນປະທານ ໃນພິທີເປີດຂອງ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ມີ ທ່ານ ຄຳຂັນທະວີວອນ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ ແລະ ນັກກິລາຫລາຍຮ້ອຍຄົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ການຈັດແຂ່ງຂັນຄັ້ງນີ້, ເພື່ອເປັນ ການຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VII, ວັນສຳຄັນຕ່າງໆຂອງຊາດ-ຂອງ ພັກ, ສົ່ງເສີມການອອກກໍາລັງກາຍ ເພື່ອສຸຂະພາບທີ່ດີຂອງມວນຊົນ ໃນສັງຄົມ, ເປັນເວທີໃຫ້ບັນດາ ນັກກິລາຂອງແຂວງໄດ້ມີເວທີໃນ ການ¼ຶກຊ້ອມ ເພື່ອເຂົ້າຮ່ວມການ ແຂ່ງຂັນໃນລະດັບປະເທດ, ພາກ ພື້ນ ແລະ ໃນລະດັບໂລກ, ພ້ອມ ທັງຖືເປັນໂອກາດອັນດີທີ່ພີ່ນ້ອງ ແຂວງວຽງຈັນ ຈະໄດ້ຕ້ອນຮັບ ນັກກິລາແລ່ນຂອງບັນດາແຂວງ, ນະຄອນຫລວງວຽງຈັນ ແລະ ປະເທດໃກ້ຄຽງ. ນອກນັ້ນ, ຍັງ ເປັນການສົ່ງເສີມການທ່ອງທ່ຽວ ໃຫ້ກັບແຂວງວຽງຈັນ ມີຄວາມ ຄຶກຄື້ນ ເນື່ອງຈາກແຂວງວຽງຈັນ ມີຈຸດເດັ່ນທາງດ້ານທໍາມະຊາດ ທີ່ອຸດົມສົມບູນ ແລະ ສວຍງາມ ພ້ອມທັງມີຄວາມສະດວກໃນການ ເດີນທາງຈາກທຸກສາລະທິດ . ການແຂ່ງຂັນດັ່ງກ່າວ, ໄດ້ແບ່ງ ອອກເປັນ 2 ໄລຍະທາງ ຄື: ໄລຍະ ທາງ 5 ກິໂລແມັດ ແລະ 10 ກິໂລແມັດ. ສະເພາະໄລຍະທາງ 10 ກິໂລແມັດ (ຍິງ-ຊາຍ) ແມ່ນ ແບ່ງອອກເປັນ 2 ປະເພດ ຄື: ປະເພດທົ່ວໄປ (ຍິງ-ຊາຍ) ແລະ ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອ ບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນແຂວງໄດ້ ເດີນທາງໄປຮ່ວມ ພິທີໄຂສົກຮຽນ ໃໝ່ 2025-2026 ພ້ອມທັງມອບ ຊຸດນັກຮຽນ ແລະ ອຸປະກອນການ ຮຽນ -ອຸປະກອນກິລາໃຫ້ໂຮງຮຽນ ແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມ ລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມ ບ້ານຈຽງຕູບ ເມືອງເຊໂປນ ໂດຍ ການນຳພາທາງຂອງ ທ່ານ ພົງ ຄຳຮັກ ບຸດທະວົງ ເລຂາພັກເມືອງ ເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດ ສຸມ, ຄະນະພັດທະນາການສຶກສາ ຂັ້ນບ້ານ, ອຳນາດການປົກຄອງ ບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຕ້ອນຮັບ. ໂອກາດນີ້, ທ່ານເຈົ້າແຂວງ ສະຫວັນນະ ເຂດ ກໍໄດ້ຮັບຟັງ ການລາຍງານສະພາບການຕົວຈິງ ລວມທັງຄຳສະເໜີຂອງໂຮງຮຽນ ປະເພດກຸ່ມອາຍຸ (ຍິງ-ຊາຍ). ໃນ ນັ້ນ, ມີຮຸ່ນກຸ່ມອາຍຸ 12-19 ປີ, 20-29 ປີ, 30-39 ປີ, 40-49 ປີ, 50-59 ປີ ແລະ 60 ປີຂຶ້ນ ໄປ, ລວມມີ 46 ລາຍການ, ລວມ ເງິນລາງວັນ 41.600.000 ກີບ. ສໍາລັບຈຸດປ່ອຍໂຕນັກກິລາ ແລະ ເສັ້ນໄຊ ແມ່ນທີ່ວິທະຍາໄລເຕັກນິກ ວິຊາຊີບ ແຂວງວຽງຈັນ ຊຶ່ງໃນ ໄລຍະທາງ 10 ກິໂລແມັດ ເລີ່ມປ່ອຍ ໂຕນັກກິລາໃນເວລາ ເວລາ 05:45 ໂມງ ແລະ ໄລຍະທາງ 5 ກິໂລແມັດ ແມ່ນເລີ່ມປ່ອຍໂຕນັກກິລາໃນເວລາ 06:00 ໂມງ ໂດຍໄດ້ແລ່ນຜ່ານ ເສັ້ນທາງທໍາມະຊາດອັນສວຍ ສົດງົດງາມຂ້າມຂົວນ້ຳງື່ມ ແລະ ເສັ້ນທາງໃໝ່ຂອງເມືອງວຽງຄຳ. ຜ່ານການແຂ່ງຂັນຜົນປະກົດ ວ່າ ໃນໄລຍະທາງ 10 ກິໂລແມັດ ປະເພດທົ່ວໄປຊາຍ ຊະນະເລີດ ແມ່ນ ທ່ານ ລຳພອນໄຊຍະທີ ດ້ວຍ ເວລາ 00:34:40, ອັນດັບທີ 2 ທ່ານ ບຸນຈັນ ແສງອາລຸນ ດ້ວຍ ເວລາ 00:35:37, ອັນດັບທີ 3 ທ່ານ ໄມແກ້ວ ສິງຫາລາດ ດ້ວຍ ເວລາ 00:36:52, ອັນດັບທີ 4 ທ່ານ ສະເຕເຟັນ ມິກກຽວ ດ້ວຍ ເວລາ 00:37:40 ແລະ ອັນດັບ ທີ 5 ທ່ານ ສຸລິວັນ ມະນີວົງ ດ້ວຍ ເວລາ 00:37:41 ປະເພດທົ່ວໄປ ຍິງ ຊະນະເລີດແມ່ນ ທ່ານ ນາງ ລົດແກ້ວ ອິນທະກຸມມານ ດ້ວຍ ເວລາ 00:40:48, ອັນດັບທີ 2 ທ່ານ ນາງ ພຸດທາລັດ ອິນນຸດ ດ້ວຍເວລາ 00:42:56, ອັນດັບ ທີ 3 ທ່ານ ນາງ ຂັນຄຳ ນ້ອຍ ມະນີ ດ້ວຍເວລາ 00:45:37, ອັນດັບທີ 4 ທ່ານ ນາງ ມະນີສາ ມີໄຊ ດ້ວຍເວລາ 00:46:01 ແລະ ອັນດັບທີ 5 ທ່ານ ນາງ ຕິ່ງ ອຸ ລາເມກ ດ້ວຍເວລາ 00:47:17. ສ່ວນຮຸ່ນກຸ່ມອາຍຸ 12-19 ປີ ຊ ະ ນ ະ ເ ລີດ ຊ າ ຍ ແ ມ່ນ ທ່າ ນ ພັດທະນາ ດວງອໍາໄພ ດ້ວຍເວລາ 00:41:40 ຮຸ່ນອາຍຸ 20-29 ປີ ຊະນະເລີດຊາຍແມ່ນ ທ່ານ ສຸກ ສາຄອນ ແກ້ວຈັນດິທໍາລາ ດ້ວຍ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ໄດ້ມອບແນວ ພັນງົວ 18 ໂຕ ໃຫ້ປະຊາຊົນທີ່ຖືກ ຜົນກະທົບຈາກໂຄງການເຂື່ອນ ໄຟຟ້ານໍ້າທາ 1 ເຂດຈັດສັນນາແລ ເມືອງນາແລ ແຂວງຫລວງນ້ຳທາ ໃນວັນທີ 5 ກັນຍາ 2025 ໂດຍມີ ທ່ານ ທໍາມະວົງ ບຸນຖາວອນ ຮັກສາ ການເຈົ້າເມືອງໆນາແລ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ, ອົງການ ຈັດຕັ້ງບ້ານ ແລະ ປະຊາຊົນ ບ້ານ ວາດເຂົ້າຮ່ວມ. ທ່ານ ບຸນມີ ແສງວິໄຊ ຫົວໜ້າ ໂຄງການຟື້ນຟູຊີວິດການເປັນຢູ່ ພາກສະໜາມໂຄງການເຂື່ອນ ໄຟຟ້ານໍ້າທາ 1 ໄດ້ລາຍງານວ່າ: ໂດຍປະຕິບັດຕາມແຜນການ 4 ປີ (2025-2028) ທີມງານໄດ້ ວາງແຜນປະຕິບັດວຽກອອກເປັນ 4 ປີຄື: ປີ 2025 ໄດ້ກໍານົດເອົາ 3 ແຕ່ລະແຫ່ງພາຍໃນຈຸດສຸມລາດ ຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານ ຈຽງຕູບ. ຈາກນັ້ນ, ທ່ານເຈົ້າ ແຂວງ ພ້ອມຄະນະ ກໍໄດ້ແຈກຢາຍ ຊຸດນັກຮຽນ(ຍິງ-ຊາຍ) ແລະ ອຸປະກອນການຮຽນໃຫ້ແກ່ລູກ ຫລານນັກຮຽນຂອງໂຮງຮຽນ ປະຖົມ ແລະ ມັດທະຍົມລາດຫໍ້ ຈຳນວນ 223 ຊຸດ, ຍິງ 101 ຊຸດ, ມອບໃຫ້ໂຮງຮຽນປະຖົມກະດໍ ແລະ ມັດທະຍົມຕົ້ນຜາບັງ ຈຳນວນ 184 ຊຸດ, ຍິງ 101 ຊຸດ ແລະ ມອບໃຫ້ ໂຮງຮຽນປະຖົມສົບສະລູ ຕະລົວະ ແລະ ມັດທະຍົມຕົ້ນຈຽງຕູບຈຳນວນ 129 ຊຸດ, ຍິງ 56 ຊຸດ, ພ້ອມທັງໄດ້ ມອບງົບປະມານ ຈຳນວນ 10 ລ້ານ ກີບ ເພື່ອຊຸກຍູ້ວຽກງານການສຶກສາ ກໍຄື ການໄຂສົກຮຽນໃໝ່ 20252026 ໃຫ້ແກ່ໂຮງຮຽນຂອງ ທັງສາມຈຸດສຸມດັ່ງກ່າວນຳອີກ. ພ້ອມກັນນີ້, ທ່ານ ບຸນໂຈມ ອຸບົນ ປະເສີດ ພ້ອມຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວ ຂ້ອງກໍຍັງໄດ້ລົງຕິດຕາມເບິ່ງ ສະພາບອາຄານຮຽນ, ຫໍພັກຄູ ແລະ ນັກຮຽນລວມເຖິງສິ່ງອຳນວຍ ຄວາມສະດວກຕ່າງໆພາຍໃນ ໂຮງຮຽນແຕ່ລະແຫ່ງ ເຊິ່ງເຫັນ ວ່າໂດຍລວມແລ້ວ, ການກະກຽມ ຮອບດ້ານແກ່ການໄຂສົກຮຽນໃໝ່ ປີນີ້ ແມ່ນປະຕິບັດໄດ້ດີ, ແຕ່ກໍຍັງມີ ຄວາມຫຍຸ້ງຍາກຫລາຍດ້ານທີ່ຕ້ອງ ໄດ້ມີການປັບປຸງຄືນໃໝ່ ໂດຍທ່ານ ເຈົ້າແຂວງ ກໍໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ການຊ່ວຍເຫລືອໃນການແກ້ໄຂ ບັນຫາຄວາມຫຍຸ້ງຍາກຕ່າງໆຂອງ ໂຮງຮຽນແຕ່ລະແຫ່ງ ໂດຍໃຫ້ທາງ ໂຮງຮຽນສະເໜີຂຶ້ນມາຫາແຂວງ ເພື່ອຂຸ້ນຂ້ຽວປັບປຸງແກ້ໄຂໂດຍໄວ. ການລົງເຄື່ອນໄຫວແແຕ່ລະຈຸດ, ທ່ານເຈົ້າແຂວງສະຫວັນນະເຂດ ຍັງໄດ້ໃຫ້ກຽດໂອ້ລົມນ້ອງນັກຮຽນ ໂດຍທ່ານໄດ້ເນັ້ນບັນຫາສຳຄັນ ກໍຄື ບໍ່ໃຫ້ມີການປະລະການຮຽນ ເດັດຂາດ, ໃຫ້ພ້ອມກັນຕັ້ງໜ້າສຶກ ສາຮ່ຳຮຽນໃຫ້ຈົບຊັ້ນ ມ4 ຫລື ມ7 ເພື່ອຈະໄດ້ໄປຮຽນຕໍ່ວິຊາຊີບ ຕ່າງໆ ໂດຍແຂວງພ້ອມໃຫ້ການ ສະໜັບສະໜູນຢ່າງເຕັມທີ່. ພ້ອມກັນ ນີ້, ທ່ານເຈົ້າແຂວງຍັງໄດ້ເນັ້ນຕໍ່ ພໍ່ແມ່ຜູ້ປົກຄອງໃຫ້ເຂົ້າໃຈຄວາມ ໝາຍສຳຄັນຂອງວຽກງານການ ສຶກສາ, ພ້ອມທັງເອົາໃຈໃສ່ຊຸກຍູ້ລູກ ຫລານເຂົ້າໂຮງຮຽນຕາມເກນອາຍຸ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ ຄວາມ ສາມາດ, ມີອະນາຄົດທີ່ດີ ເພື່ອມາ ພັດທະນາຕົນເອງ ແລະ ຄອບຄົວ ໃຫ້ດີຂຶ້ນກວ່າເກົ່າ. xt-k-q og0f9a fla ookc] wfh Ia [co;ra o'; ເວລາ 00:37:41, ຊະນະເລີດຍິງ ທ່ານ ນາງ ດວງພະຈັນ ສີສົງຄາມ ດ້ວຍເວລາ 00:56:26 ຮຸ່ນອາຍຸ 30-39 ປີ ຊະນະເລີດຊາຍແມ່ນ ທ່ານ ຖາວອນ ພອນອາສາ ດ້ວຍ ເວລາ 00:38:03, ຊະນະເລີດຍິງ ທ່ານ ນາງ ມາກກີ ເທບໄກສອນ ດ້ວຍເວລາ 00:48:53 ຮຸ່ນອາຍຸ 40-49 ປີ ຊະນະເລີດຊາຍແມ່ນ ທ່ານ ຮັກດີ ແພງພັນແສນຈິດ ດ້ວຍ ເວລາ 00:40:36, ຊະນະເລີດ ຍິງ ທ່ານ ນາງ ວຽງໄຊ ພິມມາ ດ້ວຍເວລາ 00:55:01 ຮຸ່ນອາຍຸ 50-59 ປີ ຊະນະເລີດຊາຍແມ່ນ ທ່ານ ຄໍາເພັດ ຈັນທາສົມບັດ ດ້ວຍ ເວລາ 00:43:20, ຊະນະເລີດ ຍິງ ທ່ານ ນາງ ຈັນສຸກ ອິນດາວົງ ດ້ວຍເວລາ 01:05:37 ແລະ ກຸ່ມ ອາຍຸ 60 ປີຂຶ້ນໄປຊະນະເລີດຊາຍ ແມ່ນ ທ່ານ ບຸນມີ ສິນແສງ ດ້ວຍ ເວລາ 00:47:03, ຊະນະເລີດຍິງ ແມ່ນ ທ່ານ ນາງ ພິມພອນ ມະນີ ບັນແສງ ດ້ວຍເວລາ 01:05:42. ສະເພາະນັກກິລາທີ່ຊະນະເລີດ ໃນໄລຍະທາງ 10 ກິໂລແມັດ (ຍິງ ແລະ ຊາຍ) ໄດ້ຮັບຂັນ, ຫລຽນ ແລະ ເງິນສົດ ລາຍການ ລະ 3.000.000 ກີບ, ອັນດັບທີ 2 ໄດ້ຮັບຂັນ, ຫລຽນ ແລະ ເງິນ ສົດ 2.500.000 ກີບ, ອັນດັບທີ 3 ໄດ້ຮັບຂັນ, ຫລຽນ ແລະ ເງິນ ສົດ 2.000.000 ກີບ, ອັນດັບທີ 4 ໄດ້ຮັບຂັນ, ຫລຽນ ແລະ ເງິນສົດ 1.500.000 ກີບ ແລະ ອັນດັບທີ 5 ໄດ້ຮັບຂັນ, ຫລຽນ ແລະ ເງິນສົດ 1.000.000 ກີບ ຮຸ່ນກຸ່ມອາຍຸ 1219 ປີ, 20-29 ປີ, 30-39 ປີ, 4049 ປີ, 50-59 ປີ ແລະ 60 ປີຂຶ້ນ ໄປ ຊະນະເລີດ ໄດ້ຮັບຂັນ, ຫລຽນ ແລະ ເງິນສົດ 8 ແສນກີບ, ອັນດັບທີ 2 ໄດ້ຮັບຂັນ, ຫລຽນ ແລະ ເງິນສົດ 6 ແສນກີບ ແລະ ອັນດັບທີ 3 ໄດ້ຮັບ ຂັນ, ຫລຽນ ແລະ ເງິນສົດ 4 ແສນ ກີບ. ສ່ວນໄລຍະທາງ 5 ກິໂລແມັດ ແມ່ນເປັນການແລ່ນ ເພື່ອສຸຂະພາບ ໂດຍໄດ້ລາງວັນ ເ ປັນຫລຽນ . ຂ່າວ: ສີສົມໄຊ g9Q kc0;'lts;a ootg0f ]q '-5 dp6 h dkoIPo{dkolvo16 j g,n v'g-3xo ບ້ານ ເຊັ່ນ: ບ້ານວາດ, ວຽງໃໝ່, ພູ ຄາໃໝ່ ປີ 2026 ໄດ້ກໍານົດເອົາ 4 ບ້ານ ເຊັ່ນ: ບ້ານໜອງຄໍາ, ນາແລ, ບ້ານເປືອນ, ຫາດຮັບ ປີ 2027 ໄດ້ ກໍານົດເອົາ 2 ບ້ານ ເຊັ່ນ: ບ້ານຄອນ ຄໍາ, ສາຍນໍ້າທີບ ແລະ ປີ 2028 ໄດ້ ກໍານົດເອົາ 3 ບ້ານ ເຊັ່ນ: ບ້ານລອງ ແຄນ, ສາງແຫນ ແລະ ບ້ານຕາວັນ. ກິດຈະກໍາສ່ວນໃຫຍ່ໄດ້ເນັ້ນໃສ່ກິດ ຈະກໍາ ເພື່ອຜະລິດເປັນອາຊີບ, ເປັນ ການສ້າງລາຍຮັບ ແລະ ກິດຈະ ກໍາທີ່ເໝາະກັບສະພາບຂອງແຕ່ລະ ບ້ານ ໃນນີ້, ສະເພາະການຈັດຕັ້ງ ປະຕິບັດໃນປີ 2025 ປະກອບມີ 3 ບ້ານສົ່ງເສີມການລ້ຽງງົວ 66 ຄອບຄົວ, ສໍາເລັດການສະໜອງ ແນວພັນ 66 ຄອບຄົວ (2 ໂຕຕໍ່ ຄອບຄົວ), ສົ່ງເສີມການລ້ຽງແບ້ 53 ຄອບຄົວ ໂດຍຈະສືບຕໍ່ຈັດຕັ້ງ ປະຕິບັດໃຫ້ສໍາເລັດພາຍໃນເດືອນ ຕຸລາ-ພະຈິກ 2025 ແລະ ສົ່ງເສີມ ການລ້ຽງໄກ່ 14 ຄອບຄົວສໍາເລັດ 100%, ¼ຶກອົບຮົມດ້ານເຕັກນິກ ການລ້ຽງສັດປີກ, ການລ້ຽງງົວ, ການລ້ຽງແບ້ 2 ຄັ້ງ ສໍາເລັດ 100% ຈັດຕັ້ງກອງທຶນສັດຕະວະແພດປະ ຈໍາບ້ານ 3 ບ້ານ, 3 ກອງທຶນສໍາ ເລັດ 100%. ນອກນັ້ນ, ຍັງຈະສືບ ຕໍ່ຈັດຕັ້ງປະຕິບັດກິດຈະກໍາ ທີ່ເປັນ ຂອງບ້ານ ເຊັ່ນ: ການຈັດສັນດິນ ຄັງລ້ຽງສັດຂອງບ້ານ, ການຈັດສັນ ດິນຊັບພະຍາກອນຂອງບ້ານ ຈັດ ທັດສະນະສຶກສາແລກປ່ຽນບົດຮຽນ ດ້ານການຜະລິດເປັນສິນຄ້າໃຫ້ແກ່ ປະຊາຊົນໃນບ້ານດັ່ງກ່າວ. ທ່ານ ທໍາມະວົງ ບຸນຖາວອນ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະຮັບຜິດຊອບ, ບໍລິສັດໃນການ ຟື້ນຟູຍົກຍ້າຍຈັດສັນ ພໍ່ເເມ່ປະຊາຊົນ ທີ່ຖືກຜົນກະທົບໃນໄລຍະຜ່ານມາ ໃນເຂດໜ້າເຂື່ອນໄຟຟ້ານໍ້າທາ 1 ຈົນແກ້ໄຂຊີວິດການເປັນຢູ່ດີຂຶ້ນ ໃນລະດັບໜຶ່ງ ພ້ອມທັງຮຽກຮ້ອງ ໃຫ້ ຄອບຄົວຜູ້ທີ່ໄດ້ຮັບແນວພັນ ສັດໃນຄັ້ງນີ້ ໃຫ້ເອົາໃຈໃສ່ຈັດຕັ້ງ ປະຕິບັດກິດຈະກໍາຂອງຕົນເອງໃຫ້ ໄດ້ຮັບຜົນດີ, ມອບໃຫ້ຫ້ອງການ ກະສິກໍາ-ສິ່ງແວດລ້ອມເມືອງ ຊ່ວຍ ຈັດສັນເຂດລ້ຽງສັດ ໃຫ້ປະຊາຊົນ ປູກຫຍ້າ ແລະ ລ້ຽງສັດເປັນກຸ່ມ ຊ່ວຍການຕິດຕາມ ແລະ ລາຍງານ ສະພາບບັນຫາຕ່າງໆ ພ້ອມທັງ ແກ້ໄຂບັນຫາໃຫ້ທັນເວລາລວມທັງ ລ້ຽງ ຫລື ຂະຫຍາຍພັນງົວດັ່ງກ່າວ ໃຫ້ຂະຫຍາຍເປັນເສດຖະກິດໜຶ່ງ ທີ່ ສ້າງລາຍຮັບສູ່ຄອບຄົວ ເພື່ອຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອ ລະກ້າວ. ຂ່າວ: ອຸດົມສຸກ ວັນສະໝອນ q
RkJQdWJsaXNoZXIy MTc3MTYxMQ==