7112

11/09/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ¢£ບ¢£ງ©ດຍ ແສງສະຫວັນ Iu f7v'xtgrou gvdt]a dltgrkt0v'-q ogzqj k0tc, ltstdvoIj ;,.9ra fmtokdtly de zt]y fg0Q k75 ootrk[9e|j kpl6j la '7q , ຂປລ. ຊົນເຜົ່າຂະແມ ແມ່ນ ຊົນເຜົ່າໜຶ່ງທີ່ໄດ້ເຄື່ອນຍ້າຍມາຕັ້ງ ຖິ່ນຖານພູມລຳເນົາຢູ່ລາວ ເປັນ ເວລາດົນນານແລ້ວ. ສຳລັບປະ ຫວັດຄວາມເປັນມາ ແລະ ກົກເຄົ້າ ເຫງົ້າກໍແມ່ນຄືກັນກັບຊົນເຜ່ົາທີ່ປາກ ພາສາມອນ-ຂະແມ ຫລື ຕະກຸນ ດຽວກັນກັບພວກໂອສໂຕຣນີເຊ ຍ. ປັດຈຸບັນຕັ້ງຖິ່ນຖານຢູ່ເມືອງ ມູນລະປະໂມກ, ເມືອງສຸຂຸມາ ແຂວງຈຳປາສັກ. ນອກນັ້ນ ຍັງມີຢູ່ ຂປລ. ສະຫະກອນຮ່ວມໃຈພັດ ທະນາກະສິກໍາແມ່ນກຸ່ມທີ່ຜະລິດ ແລະ ຈໍາໜ່າຍແນວພັນເຂົ້າຫອມທ່າ ດອກຄຳ 1, ຫອມທ່າດອກຄຳ 8, ຫອມທ່າດອກຄຳ 15, ທ່າດອກຄຳ 8 ແລະ ຫອມເຊບັ້ງໄຟ 4 ຢູ່ບ້ານ ຕຶງ ເມືອງເຊບັ້ງໄຟ ເຊິ່ງເປັນທີ່ນິຍົມ ຂອງຊາວນາ ແລະ ທ້ອງຕະຫລາດ ເນື່ອງຈາກວ່າເຂົ້າມີຄຸນນະພາບ ດີ, ກິນແຊບ ແລະ ປະຊາຊົນສ່ວນ ຫລາຍກໍໄດ້ມາຊື່ເພື່ອໄປເປັນແນວ ພັນໃນການຜະລິດເຂົ້າແຕ່ລະ ດູການ. ທ່ານ ຂັນຄໍາ ເຂັມພາວັນ ປະ ທານສະຫະກອນຮ່ວມໃຈພັດທະນາ ກະສິກໍາໃຫ້ຮູ້ວ່າ: ກຸ່ມຜະລິດ ແລະ ຈໍາໜ່າຍແນວພັນເຂົ້າຢູ່ບ້ານຕຶງ ເມືອງເຊບັ້ງໄຟ ໄດ້ສ້າງຕັ້ງຂຶ້ນໃນ 26 ກໍລະກົດ 2012 ມີສະມາຊິກ ເຂົ້າຮ່ວມເບື້ອງຕົ້ນທັງໝົດ 22 ຄອບຄົວ, ມີເນື້ອທີ່ນາ 0,96 ເຮັກຕາ, ກຸ່ມພວກເຮົາໄດ້ຮັບທຶນ ຫວຽດນາມ ແລະ ກຳປູເຈຍ. ຕາມຮີດຄອງປະເພນີ ແລະ ພື້ນຖານວັດທະນະທຳຕ່າງໆຂອງ ເຂົາເຈົ້າມີຢ່າງຫລວງຫລາຍ, ຍ້ອນຄວາມເຫລື້ອມໄສທາງພຸດທະ ສາສະໜາ, ນັບຖືພຸດທະສາສະໜາ ແລະ ຜີ, ພ້ອມນັ້ນບັນດາໝູ່ບ້ານ ຊົນເຜົ່າຂະແມ ບາງບ້ານມີວັດວາ ອາຮາມທີ່ເປັນບ່ອນສັກກະລະບູຊາ, ເຂົາເຈົ້າຈຶ່ງມີຫລາຍປາງບຸນຄື: ບຸນ ປີໃໝ່, ບຸນວັນເກີດຂອງພະພຸດທະ ເຈົ້າ, ບຸນບູຊາດວງເດືອນ ແລະ ການຈັດງານບຸນປະຈຳແຕ່ລະ ເດືອນຕາມປະຕິທິນຄືກັບຊົນເຜົ່າ ລາວ. ການຈັດງານບຸນແມ່ນໄດ້ອີງ ໃສ່ປະຕິທິນປະຈຳເດືອນລາວ ຄື: ເດືອນຈຽງ (ລ້ຽງຜີຟ້າຜີແຖນ), ເດືອນຍີ່ (ເຮັດບຸນເຂົ້າຄູນລານ), ເດືອນສາມເພັງ (ເຮັດບຸນເຂົ້າຈີ່-ບຸນ ມາຄະບູຊາ, ບຸນວັດພູ, ບຸນທາດອີງ ຮັງ, ບຸນພະທາດສີໂຄດ), ເດືອນ ສີ່ (ບຸນພະເວດ, ບຸນມະຫາຊາດ), ເດືອນຫ້າ (ບຸນປີໃໝ່ລາວ, ຫົດນ້ຳ ຜູ້ຫລັກຜູ້ໃຫຍ່), ເດືອນຫົກ (ບຸນ ວິສາຂະບູຊາ ແລະ ບຸນບັ້ງໄຟ), ເດືອນເຈັດ (ບຸນເບີກຊຳລະບ້ານ ມາລ້ຽງ ເພ່ືອກະກຽມເຂົ້າສູ່ການ ຜະລິດ), ເດືອນແປດ (ບຸນເຂົ້າ ພັນສາ), ເດືອນເກົ້າ (ບຸນຫໍ້ເຂົ້າ ປະດັບດິນ ຊຶ່ງແມ່ນຄວາມເຊື່ອຖື ມາແຕ່ບູຮານນະການເປັນການ ຖວາຍໃຫ້ບັນດາຜູ້ລ່ວງລັບໄປນັ້ນ ໃຫ້ມາຮັບເອົາ), ເດືອນສິບ (ບຸນ ຫໍ້ເຂົ້າສະຫລາກແມ່ນການກຽມ ເກັບຜົນຜະລິດ ຫລື ຄວາມໝາຍ ໜຶ່ງແມ່ນການເສັ້ນເຂົ້າກ່ອນການ ເກັບກ່ຽວ), ເດືອນສິບເອັດ (ບຸນ ອອກພັນສາ) ແລະ ເດືອນສິບສອງ ແມ່ນບຸນກະຖິນ. ຊົນເຜົ່າຂະແມປະກອບອາຊີບ ໃນການເຮັດກະສິກຳ ປູກ°ັງ-ລ້ຽງ ສັດເຊັ່ນ: ປູກເຂົ້າປູກພືດຜັກຕ່າງໆ, ລ້ຽງງົວ, ຄວາຍ, ໝູ, ເປັດ, ໄກ່, ຜູ້ຊາຍມີຄວາມຊຳນານໃນດ້ານ ຫັດຖະກຳຈັກສານ ແລະ ຄວັດລວດ ລາຍ, ແມ່ຍິ່ງມີຄວາມຄ່ອງແຄ້ວໃນ ການຕ່ຳຫູກ ແລະ ຄ້າຂາຍ. ສຳລັບ ເອກະລັກການນຸ່ງຫົ່ມ ໃນສະໄໝ ກ່ອນຈະມີຄວາມແຕກຕ່າງຈາກ ຍຸກປັດຈຸບັນເຊັ່ນ: ຜູ້ຊາຍນຸ່ງໂສ້ງ ຫົວຫູດ, ຂາໃຫຍ່ ຫົວໃຫຍ່ ວິທີ ນຸ່ງແມ່ນປ້າຍເອົາຄືກັນກັບນຸ່ງສິ້ນ, ເອົາສາຍເຊືອກມັດ (ເຮັດດ້ວຍແພ °້າຍ) ຍ້ອມດ້ວຍຄາມ, ສີດຳ, ສີ ຂາວ, ນຸ່ງເສື້ອຄໍມົນ ແຂນຍາວ, ໃສ່ໝວກສີຂາວເຮັດດ້ວຍຜ້າ°້າຍມີ ສະໃບທາງຫລັງ ແລະ ມີສາຍມັດ ທາງຫລັງໝວກ, ສ່ວນທາງໜ້າ ແມ່ນບໍ່ມີຫຍັງ,ໃສ່ກີບທີ່ເຮັດດ້ວຍ ໄມ້ຍໍ ແລະ ສາຍເກີບເຮັດດ້ວຍໜັງ ຄວາຍ ສ່ວນແມ່ຍິງແມ່ນນຸ່ງສິ້ນ ກະຕຸກບໍ່ມີຕີນ, ນຸ່ງເສື້ອຄໍມົນແຂນ ຍາວສີຂາວ, ບ່ອງຫູໃສ່ຕ້າງ, ຈົ່ງ ຜົມຍາວພຽງຫລັງແລ້ວມັດ, ໃສ່ ປອກແຂນ, ປອກຂາ ແລະ ໃສ່ໝາກ ປັດ ເຄື່ອງເອ້ຍ້ອງແຕ່ລະຊະນິດແມ່ນ ເຮັດດ້ວຍເງິນສົດ ແລະ ໃສ່ເກີບຄື ກັບຜູ້ຊາຍ. ປັດຈຸບັນຄົນຮຸ່ນໜຸ່ມຫັນ ມານິຍົມເຄື່ອງນຸ່ງຫົ່ມແບບຊົນເຜົ່າ ລາວຫາຊື້ຕາມທ້ອງຕະຫລາດເປັນ ສ່ວນໃຫຍ່. ເມື່ອກ່ອນຊົນເຜົ່າຂະແມ ນິຍົມ ປຸກສ້າງເຮືອນແບບເຮືອນຮ້ານ ທັງກະທັດຮັດ ແລະ ງ່າຍດາຍ, ຫລັງຄາເບື້ອງຫລັງຈະສູງກວ່າ ເບື້ອງໜ້າ ເພື່ອໃຫ້ນ້ຳໄຫລສະດວກ ເຊິ່ງປັດຈຸບັນບັນດາເອກະລັກເຮືອນ ຂອງເຂົາເຈົ້າກໍ່ມີການປ່ຽນແປງ ແລະ ປະຍຸກໄປຕາມສະໄໝ ໂດຍຫັນ ມາປຸກເຮືອນແບບຊົນເຜົ່າລາວເປັນ ສ່ວນໃຫຍ່. ນອກຈາກນັ້ນ, ດ້ານ ສິລະປະວັນນະຄະດີຂອງຊົນເຜົ່າ ຂະແມ ແມ່ນມີຄວາມອຸດົມສົມບູນ ໂດຍສະເພາະການຄວັດລວດລາຍ, ການແຕ້ມລະບາຍສີຕາມວັດວາ ອາຮາມ, ພ້ອມນີ້ເຂົາເຈົ້າຍັງມີກອນ ຂັບລຳ, ບົດຟ້ອນ, ນິທານພື້ນເມືອງ, ເຄື່ອງເສບດົນຕີ ແລະ ອື່ນໆ. ເຖິງ ແນວໃດກໍດີ, ຊົນເຜົ່າຂະແມ ກໍມີ ພາສາປາກເວົ້າທີ່ເປັນເອກະລັກ ຂອງຕົນເອງຈັດເຂົ້າໃນໝວດພາສາ ມອນ-ຂະແມ ແລະ ຍັງມີຕົວໜັງສື ຂຽນ ຊຶ່ງເປັນຕົວໜັງສືທຳທີ່ໃຊ້ ຄຽງຄູ່ກັບຕົວໜັງສືລາວ ແລະ ພາ ສາລາວ. ©ດຍ ມາລີດາ ສະໜັບສະໜູນດ້ານປັດໄຈການ ຜະລິດ ແລະ ອຸປະກອນກົນຈັກ ກະສິກຳ ຈຳນວນ 10 ກວ່າລາຍ ການເຊັ່ນ: ເຄື່ອງຂັດເມັດ, ເຄື່ອງ ອົບແຫ້ງ, ຈັກປັ່ນເຂົ້າ, ລົດດຳນາ ຍ່າງຕາມ ແລະ ອື່ນ, ພ້ອມທັງໄດ້ ຮັບການ°ຶກອົບຮົມດ້ານເຕັກນິກ ການປູກເຂົ້າເປັນສິນຄ້າ, ການ ຜະລິດເຂົ້າແນວພັນ, ເຕັກນິກ ການບໍລິຫານກຸ່ມ,ຈາກໂຄງການ ຜະລິດກະສິກຳເປັນສິນຄ້າຂອງ ລັດຖະບານ, ໂດຍແມ່ນຂະແໜງ ການກະສິກຳ ແລະ ປ່າໄມ້ໄດ້ຊຸກ ຍູ້-ສົ່ງເສີມນໍາພາຈັດຕັ້ງປະຕິບັດ ເຊິ່ງເຮັດໃຫ້ກຸ່ມການຜະລິດເຂົ້າຂອງ ພວກເຮົາໄດ້ມີການຫັນປ່ຽນ, ຈາກ ທີ່ເຄີຍຜະລິດແບບທຳມະຊາດ, ນຳ ໃຊ້ແນວພັນເຂົ້າພື້ນບ້ານທີ່ຊາວນາ ເກັບຮັກສາເອງເອົາມາປູກ ເຊິ່ງຜົນ ຜະລິດ, ຄຸນນະພາບເຂົ້າບໍ່ດີເປັນ ເຂົ້າແຂງ, ແຕ່ຜ່ານການ°ຶກອົບ ຮົມດ້ານເຕັກນິກຕ່າງໆ, ຊາວນາ ກຸ່ມບ້ານຕຶງ ສາມາດຜະລິດເຂົ້າ ແນວພັນທີ່ມີຄຸນນະພາບດີຕອບສະ ໜອງໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ, ເຮັດໃຫ້ກຸ່ມພວກເຮົາໄດ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຕັ້ງໜ້າ, ເນື້ອທີ່ ການຜະລິດເພີ່ມຂ້ຶນ, ນາປີ, ນາແຊງ ຈາກ 42,19 ເຮັກຕາ, ໃນປີ 2012 ມາເປັນ 56,2 ເຮັກຕາ ໃນປີ 2021, ສະມັດຕະພາບ -4 ໂຕນຕໍ່ເຮັກຕາ, ຂາຍເປັນແນວພັນ 10-15 ໂຕນ ຕໍ່ປີ, ເຫລືອນັ້ນແມ່ນຂາຍເປັນເຂົ້າ ສິນຄ້າທີ່ຄຸນນະພາບດີ, ການຜະລິດ ແນວພັນເຂົ້າຂອງກຸ່ມປະກອບ ມີ 5 ແນວພັນຄື: ແນວພັນເຂົ້າ ຫອມທ່າດອກຄຳ 1, ເຂົ້າຫອມ ທ່າດອກຄຳ 8, ເຂົ້າຫອມທ່າດອກ ຄຳ 15, ເຂົ້າທ່າດອກຄຳ 8 ແລະ ເຂົ້າຫອມເຊບັ້ງໄຟ 4 ເຊິ່ງເປັນທີ່ ນິຍົມຂອງຊາວນາ ແລະ ຕະຫລາດ ຕ້ອງການ, ຜ່ານການຜະລິດແນວ ພັນເຂົ້າ ແລະ ການຈຳໜ່າຍແນວ ພັນເຂົ້າ, ກຸ່ມບ້ານຕຶງ ພວກເຮົາ ໄດ້ມີເງິນທ້ອນສະສົມ 800 ກວ່າ ລ້ານກີບ, ສະມາຊິກພາຍໃນກຸ່ມມີ ລາຍຮັບເພີ່ມຂຶ້ນເລື້ອຍໆ. ຕົກມາ ໃນກາງປີ 2021 ຂະແໜງການ ກະສິກຳ ແລະ ປ່າໄມ້ ໄດ້ນຳເອົາ ໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ ເປັນມິດຕໍ່ສິ່ງແວດລ້ອມ ແລະ ໄດ້ ສືບຕໍ່ຊຸກຍູ້ສົ່ງເສີມກຸ່ມຜະລິດແນວ ພັນເຂົ້າຂອງພວກເຮົາ, ດ້ວຍການ °ຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ແກ່ກຸ່ມ, ປັບປຸງກຳລັງການຜະລິດ, ປັບປຸງເຕັກນິກການຜະລິດ, ປັງປຸງ ກົງຈັກການຈັດຕັ້ງຂອງກຸ່ມ, ເຮັດ ໃຫ້ກຸ່ມພວກເຮົາມີຄວາມເຂັ້ມແຂງ, ມີຜົນຜະລິດເພີ່ມຂຶ້ນໃນແຕ່ລະປີ ເຊິ່ງສາມາດຜະລິດເຂົ້າແນວພັນໄດ້ ປະມານ 10-15 ໂຕນຕໍ່ປີ ແລະ ເຂົ້າເປັນສິນຄ້າປະມານ 50-60 ໂຕນຕໍ່ປີ, ໄດ້ຈໍາໜ່າຍພາຍໃນແຂວງ ແລະ ຂາຍໄປຕ່າງແຂວງຈໍານວນ ໜຶ່ງ, ສ້າງກຳໄລສຸດທິໃຫ້ແກ່ບັນດາ ສະມາຊິກພາຍໃນກຸ່ມໄດ້ 10 ລ້ານ ຫາ 20 ລ້ານກີບຕໍ່ຄອບຄົວຕໍ່ປີ. ທ່ານ ຂັນຄໍາ ເວົ້າຕື່ມວ່າ: ໃນ ປີ 2024 ເນື້ອທີ່ການປູກເຂົ້າ ຂອງກຸ່ມຫລຸດລົງຍ້ອນໂຄງການ ຊົນລະປະທານບ້ານນາພອກປິດ ນຳ້ເພື່ອກໍ່ສ້າງ ແລະ ປັບປຸງຄອງ, ສະມາຊິກຈຳນວນໜຶ່ງບໍ່ເຮັດນາ ແຊງ ເນື້ອທີ່ຜະລິດແນວພັນເຂົ້າ ປະຕິບັດໄດ້ 11,5 ເຮັກຕາ, ຜົນ ຜະລິດໄດ້ 58 ໂຕນ, ມູນຄ່າລວມ 464 ລ້ານກວ່າກີບ, ໃນນັ້ນ ຄັດຂາຍເປັນແນວພັນເຂົ້າລຸ້ນ ຈຳນວນ 10, 5 ໂຕນ, ລາຄາ 15.000 ກີບຕໍ່ກິໂລ, ເປັນເງິນ 155 ລ້ານກວ່າກີບ, ຂາຍເປັນ ເຂົ້າສິນຄ້າຈໍານວນ 47,65 ໂຕນ, ລາຄາ 6.500 ກີບຕໍ່ກິໂລ, ເປັນ ເງິນ 09 ລ້ານກວ່າກີບ ແລະ ມີ ເງິນແຮຄັງໃນບັນຊີ ຈຳນວນ 95 ລ້ານກວ່າກີບ. ສັງລວມແລ້ວການ ພັດທະນາກຳລັງການຜະລິດຂອງ ກຸ່ມຜະລິດແນວພັນເຂົ້າກ້າວສູ່ການ ເປັນສະຫະກອນຮ່ວມໃຈພັດທະນາ ກະສິກຳຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແມ່ນນັບມື້ເຕີບໃຫຍ່ຂະຫາຍຕົວດີ ຂຶ້ນຢ່າງຕໍ່ເນື່ອງເມື່ອທຽບໃສ່ກ່ອນ ການ ສ້າງຕັ້ງກຸ່ມ, ໂດຍສະເພາະ ເຕັກນິກການຜະລິດ, ຄຸນນະພາບ ຂອງເຂົ້າ ແລະ ສະມັດຕະພາບຂອງ ຜົນຜະລິດມີການປ່ຽນແປງສູງຂຶ້ນ, ເສດຖະກິດຄອບຄົວ ແລະ ຊີວິດການ ເປັນຢູ່ຂອງບັນດາສະມາຊິກພາຍໃນ ກຸ່ມມີການປ່ຽນແປງທີ່ດີຂຶ້ນ, ມີເງິນ °າກປະຈຳເດືອນຢູ່ໃນກອງທຶນເງິນ °າກຂອງກຸ່ມຢ່າງຕໍ່ເນື່ອງ. ເອົາເປັນວ່າຖ້າທ່ານໃດຢາກໄດ້ ແນວພັນເຂົ້າຄຸນນະພາບດີ ກໍສາ ມາດເຂົ້າມາຊື່ໄດ້ຢູ່ສູນຕັ້ງຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຫລື ຕິດຕໍ່ໄດ້ທີເບີ 020 95280645.

RkJQdWJsaXNoZXIy MTc3MTYxMQ==