7112

11/09/2025 xtgmf]k; 4 gsfdko c]t dkora fmtok -q ,g-u p 8 0 xu ;a ow--tot0v'lq '7k,xt-k-q o9u o 8+ 8h kodkoI5 dIko0v'2kf-y fpu j x5 j o ©ດຍ ດວງຈິດສະຫວັດບຸນມີ mqj ;3]d9q f9e;y ]tdexts;a flkf w--tot0v'xt-k-q o9u og|n v2kf-y fpuj x5j o ເຖິງແມ່ນວ່າງານໂຮມຊຸມນຸມ ໃຫຍ່ສະເຫລີມສະຫລອງໄຊຊະນະ ຂອງສົງຄາມປະຊາຊົນຈີນ ຕໍ່ຕ້ານ ການຮຸກຮານຂອງຟາດຊິດຍີ່ປຸ່ນ ແລະ ສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ທີ່ຈັດຂຶ້ນເມື່ອວັນ ທີ ກັນຍາ 2025 ທີ່ປັກກິ່ງ ພາຍ ໃຕ້ຫົວຂໍ້ “ຈົດຈໍາປະຫວັດສາດ, ຈາ ລຶກຄຸນງາມຄວາມດີຂອງວິລະຊົນ ຜູ້ເສຍສະລະຊີວິດ, ຖະໜອມຮັກສັນ ຕິພາບແລະ ສ້າງອະນາຄົດ” ໄດ້ສໍາ ເລັດລົງແລ້ວຢ່າງຍິ່ງໃຫຍ່ອະລັງ ການ, ແຕ່ຄວາມຊົງຈຳຕໍ່ຄຸນງາມ ຄວາມດີວິລະຊົນອັນອົງອາດກ້າ ຫານຂອງກອງທັບ ແລະ ປະຊາຊົນ ຈີນຍັງຄົງເປັນທີ່ຈົດຈຳຢ່າງບໍ່ມີ ວັນລືມຂອງປະຊາຊາດທີ່ຮັກຫອມ ສັນຕິພາບ, ເພາະວ່າມີໄຊຊະນະ ໃນວັນນັ້ນ,ຈຶ່ງມີສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນວັນນີ້ ແລະ ໄຊຊະນະຂອງປະຊາຊົນຈີນ ເໜືອຟາດຊິດຍີ່ປຸ່ນ ໃນເວລານັ້ນ ກໍແມ່ນວິລະກຳປະຫວັດສາດທີ່ ທົ່ວໂລກໃຫ້ການຍ້ອງຍໍສັນລະເສີນ ແລະ ຈົດຈຳຄຸນງາມຄວາມດີວິລະ ກຳອັນລໍ້າເລີດຂອງກອງທັບ ແລະ ປະຊາຊົນຈີນຕະຫລອດມາ. ຈາກບົດຮຽນປະຫວັດສາດໃນ ສົງຄາມໂລກ 80 ປີຜ່ານມາ,ຊີ້ ໃຫ້ເຫັນວ່າສິນທຳຍ່ອມຊະນະອະ ທຳ ແລະ ປະຊາຊົນຜູ້ຮັກຫອມສັນ ຕິພາບທົ່ວໂລກຍ່ອມຮູ້ດີວ່າການ ຈັດພິທີລະນຶກຄົບຮອບ 80 ປີຄັ້ງ ນີ້ ເປັນການຫວນຄືນປະຫວັດສາດ ແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ເຖິງ 14 ປີ ຂອງປະຊາຊາດຈີນ ທີ່ ໄດ້ເສຍສະລະຢ່າງຫລວງຫລາຍ ເພື່ອຍາດເອົາໄຊຊະນະໃນສົງຄາມ ຕໍ່ຕ້ານການຮຸກຮານຂອງຟາດຊິດ ເຊິ່ງເປັນການປະກອບສ່ວນອັນສຳ ຄັນໃຫຍ່ຫລວງເຂົ້າໃນໄຊຊະນະ ຂອງສົງຄາມໂລກຕ້ານຟາດຊິດ. ຍ້ອນເຫັນໄດ້ຄຸນງາມຄວາມດີ ຂອງຊາດ ແລະ ປະຊາຊົນຈີນໃນ ໄຊຊະນະຕ້ານຟາດຊິດ, ໃນງານ ໂຮມຊຸມນຸມໃຫຍ່ທີ່ ສປ ຈີນ ຈັດຂຶ້ນ ຈຶ່ງມີບັນດາການນຳບຸກຄົນສຳຄັນ ທາງການເມືອງເກືອບ 50 ທ່ານ ຈາກ 0 ປະເທດໄດ້ເດີນທາງເຂົ້າ ຮ່ວມຕາມຄຳເຊີນ ແລະ ພິເສດຄຳ ປາໄສຂອງທ່ານປະທານ ສີຈິ້ນຜິງ ໄດ້ເພີ່ມກຳລັງແຮງຢ່າງເຂັ້ມແຂງ ເຂົ້າໃນການຮັກສາສັນຕິພາບຖາ ວອນ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມຂອງມວນມະນຸດ. ດັ່ງການ ນຳຫລາຍປະເທດໄດ້ກ່າວວ່າ: ໃນ ສູນທອນພົດຂອງທ່ານປະທານ ສີ ຈິ້ນຜິງ ມີຄວາມໝາຍປະຫວັດສາດ ທີ່ສຳຄັນຂອງໄຊຊະນະສົງຄາມ ປະຊາຊົນຈີນ ຕໍ່ຕ້ານການຮຸກຮານ ຂອງຍີ່ປຸ່ນ ດ້ວຍວິໄສທັດກວມລວມ ທົ່ວໂລກ, ສະແດງໃຫ້ເຫັນວ່າຈີນ ແມ່ນກຳລັງສັນຕິພາບ, ກຳລັງສະ ຖຽນລະພາບ, ກຳລັງຄວາມກ້າວ ມາຮອດປັດຈຸບັນ, ໃນສະພາບ ການສາກົນ, ຂົງເຂດ ແລະ ພາກພື້ນ ມີການຜັນແປຢ່າງສັບສົນ, ມີທັງ ການຂັດແຍ່ງ ແລະ ສົງຄາມເກີດ ຂຶ້ນນັ້ນ, ຄຳປາໄສຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດ ຈີນ, ປະທານປະເທດ ແລະ ປະທານ ຄະນະກຳມະການການທະຫານສູນ ກາງຈີນ ຍິ່ງພາໃຫ້ການນຳ ແລະ ປະຊາຊົນທົ່ວໂລກທີ່ໄດ້ຮັບຟັງແລ້ວ ຍິ່ງປະທັບໃຈ ແລະ ຢາກໃຫ້ຄຳ ເວົ້ານັ້ນເປັນຈິງໄວເທົ່າໃດຍິ່ງດີ, ເພາະໂລກຕ້ອງການສັນຕິພາບ, ຕ້ອງການຢູ່ຮ່ວມກັນຢ່າງສັນຕິ, ແຕ່ລະປະເທດຄວນຖອດຖອນບົດ ຮ່ວມກັນສ້າງສາພັດທະນາປະເທດ ຊາດໃຫ້ພົ້ນຈາກຄວາມທຸກຍາກ ແລະ ນຳເອົາຄວາມຈະເລີນຮຸ່ງ ເຮືອງມາສູ່ປະເທດຂອງຕົນ. ຍ້ອນ ແນວນັ້ນ, ບັນຍາກາດໃນງານທີ່ ຍິ່ງໃຫຍ່ນີ້ຈຶ່ງເຕັມໄປດ້ວຍຄວາມ ຕື່ນເຕັ້ນບໍ່ສະເພາະແຕ່ປະຊາຊົນ ຈີນ, ນັບທັງປະຊາຊາດທົ່ວໂລກກໍ ຕິດຕາມການຖ່າຍທອດສົດຢ່າງ ບໍ່ຂາດສາຍຕາ ເພື່ອຊົມທຸກການ ສວນສະໜາມຂອງແຕ່ລະກ້ອນ ກຳລັງຂອງບັນດາທະຫານເຫລົ່າ ຮົບຕ່າງໆ, ຈາກອາວຸດລ້າສະໄໝ ປະຖົມປະຖານກ້າວສູ່ອາວຸດທີ່ທັນ ສະໄໝ, ທັນສະໄໝທີ່ສຸດ, ນັບທັງ ການສະແດງເຄື່ອງບິນຮົບທາງ ອາກາດ, ການປ່ອຍນົກສັນຕິພາບ ກວ່າ 80 ພັນໂຕ, ປ່ອຍປຸ່ມເປົ້າ 80 ພັນໜ່ວຍເພື່ອສັນຕິພາບ ແລະ ເອ ກະລາດຢ່າງປະທັບໃຈຕໍ່ຜູ້ຊົມ. ນີ້ ສະແດງເຖິງຄວາມຍິ່ງໃຫຍ່, ທີ່ ປະກາດໃຫ້ທົ່ວທຸກມູມໂລກໄດ້ຮັບ ຮູ້ ແລະ ເຂົ້າໃຈເຖິງຄວາມເປັນມາ ຂອງປະຫວັດສາດຈີນທີ່ຍິ່ງໃຫຍ່ ຕໍ່ສູ້ກັບສັດຕູບໍ່ສະເພາະແຕ່ເພື່ອປະ ເທດຊາດ ແລະ ປະຊາຊົນຈີນເທົ່າ ນັ້ນ, ຫາກຍັງເພື່ອສັນຕິພາບຂອງ ມວນມະນຸດທົ່ວໂລກນຳຕື່ມອີກ. ໜ້າຂອງໂລກ, ທັງໄດ້ປະກາດຈຸດ ຢືນຂອງຈີນ ທີ່ຕ້ອງການເດີນຕາມ ເສັ້ນທາງການພັດທະນາໂດຍສັນຕິ, ເພີ່ມກຳລັງແຮງຢ່າງເຂັ້ມແຂງ ກວ່າເກົ່າເຂົ້າໃນການປົກປ້ອງຍຸຕິ ທຳ ແລະ ຄວາມເປັນທຳສາກົນ, ການປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບຂອງໂລກ. ແຕ່ລະ ປະເທດຄວນຖອດຖອນບົດຮຽນ ຈາກປະຫວັດສາດ, ຖືຄວາມປອງ ດອງເປັນສິ່ງທີ່ລ້ຳຄ່າທີ່ສຸດ, ຮ່ວມ ກັນຊຸກຍູ້ຄວາມທັນສະໄໝຂອງ ໂລກ, ພະຍາຍາມຢ່າງບໍ່ຫລົດລະ ເພື່ອບັນລຸສັນຕິພາບຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມຂອງ ມວນມະນຸດ. ພ້ອມນັ້ນຜ່ານການ ຖ່າຍທອດສົດຈາກໂທລະພາບສາ ກົນຈີນ ຫລື $(5/ ຂອງ $.( ມີຜູ້ຊົມຫລາຍກວ່າ 700 ລ້ານຄົນ ແລະ ເພື່ອນມິດລາຍການໃນສື່ໃໝ່ ຫລາຍກວ່າ 600 ລ້ານຄົນ ໃນ ຂອບເຂດທົ່ວໂລກໄດ້ຮັບຊົມຜ່ານ ການແປເປັນ 85 ພາສາ. ຮຽນຈາກປະຫວັດສາດ, ຖືຄວາມ ປອງດອງເປັນສິ່ງທີ່ລ້ຳຄ່າທີ່ສຸດ, ຮ່ວມກັນຊຸກຍູ້ຄວາມທັນສະໄໝ ຂອງໂລກ, ຈີນ ຍາມໃດກໍຍັງສືບຕໍ່ ກຳລັງສັນຕິພາບ, ກຳລັງສະຖຽນ ລະພາບ, ກຳລັງຄວາມກ້າວໜ້າ ຂອງໂລກຢ່າງບໍ່ມີການປ່ຽນແປງ, ຈີນເດີນຕາມເສັ້ນທາງການພັດທະ ນາໂດຍສັນຕິ, ເພີ່ມກຳລັງແຮງ ຢ່າງເຂັ້ມແຂງກວ່າເກົ່າເຂົ້າໃນ ການປົກປ້ອງຍຸຕິທຳ ແລະ ຄວາມ ເປັນທຳສາກົນ, ການປົກປັກຮັກສາ ສັນຕິພາບ ແລະ ຄວາມສະຫງົບ ຂອງໂລກ. ຈີນໄດ້ເລັ່ງລັດການສ້າງ ກອງທັບໃຫ້ເປັນອັນດັບໜຶ່ງໃນ ໂລກ, ເດັດດ່ຽວປົກປ້ອງອະທິປະ ໄຕ, ເອກະພາບ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງປະເທດຊາດ, ສະ ໜອງການຄ້ຳຊູດ້ານຍຸດທະສາດ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ຂອງຊົນຊາດຈີນຄືນ ໃໝ່, ພ້ອມທັງຕັ້ງໜ້າປະກອບ ສ່ວນເຂົ້າໃນສັນຕິພາບ ແລະ ການ ພັດທະນາຂອງໂລກໃຫ້ຫລາຍກວ່າ ເກົ່າ. ຍາມໃດຈີນ ກໍໄດ້ເພີ່ມກຳລັງ ແຮງຢ່າງເຂັ້ມແຂງເຂົ້າໃນການຮັກ ສາສັນຕິພາບຖາວອນ ແລະ ຄວາມ ຈະເລີນຮຸ່ງເຮືອງຮ່ວມຂອງມວນ ມະນຸດ. ການສະເຫລີມສະຫລອງ 80 ປີ ໄດ້ຮັບໄຊຊະນະຂອງປະຊາຊົນ ຈີນໃນການຕໍ່ຕ້ານຟາດຊິດຍີ່ປຸ່ນ ບໍ່ພຽງແຕ່ສະແດງເຖິງການຕໍ່ສູ້ ອັນພິລະອາດຫານຂອງວິລະບຸລຸດ ຈີນໃນປາງສົງຄາມເທົ່ານັ້ນ, ແຕ່ ຍັງເປັນການສະທ້ອນໃຫ້ເຫັນເຖິງ ຄວາມຮ່ວມມືທີ່ເປັນຈິດໜຶ່ງໃຈ ດຽວ ຂອງພະລັງປະຊາຊົນຈີນ ທີ່

RkJQdWJsaXNoZXIy MTc3MTYxMQ==