7112

11/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 8u -tot7;k,m5 dpkd ©ດຍ ເຂົ້າຈານນ້¦ ຂປລ. ຄົນເຮົາເກີດມາຢູ່ໃນ ໂລກນີ້ມີຄວາມແຕກຕ່າງກັນບາງ ຄົນເກີດມາພໍ່ແມ່ ກໍມີພ້ອມທຸກຢ່າງ. ກົງກັນຂ້າມບາງຄົນເກີດມາພໍ່ແມ່ ກໍທຸກຍາກຂາດໆເຂີນໆ. ຄວາມ ທຸກຍາກດັ່ງກ່າວ ມັນກໍມີຫລາຍໆ ທິດທາງທີ່ສາມາດຕີເອົາຊະນະ ໄດ້, ແຕ່ຕ້ອງໄປຕາມແນວທາງ ຂອງພັກ-ລັດວາງອອກ ແລະ ບໍ່ ນອກເໜືອຈາກຄວາມອົດທົນ, ພະຍາຍາມ, ຄວາມດຸໝັ່ນຂະຫຍັນ ພຽນຂອງຕົວເຮົາເອງ. ແນວໃດ ກໍຕາມມື້ ຄໍລຳ “ລຶບລ້າງຄວາມທຸກ ຍາກ” ໜັງສືພິມປະເທດລາວ ຂໍພາ ທ່ານຜູ້ອ່ານໄປຮູ້ຈັກກັບຄອບຄົວໜຶ່ງ ຢູ່ທາງພາກໃຕ້ ທີ່ຕໍ່ສູ້ຕ້ານຄວາມ ທຸກຍາກຂາດເຂີນຈົນໃນທີ່ສຸດກໍ ສາມາດເອົາຊະນະສັດຕູທຸກຍາກ ດັ່ງກ່າວໄດ້ສີ້ນເຊີງ ແລະ ກາຍເປັນ ຄອບຄົວຕົວແບບໃນທີ່ສຸດ. ບຸກຄົນທີ່ສາມາດຕີເອົາຊະນະ ຄວາມທຸກຍາກນີ້, ກໍແມ່ນທ່ານ ຄໍາຈັກ ກອນບຸດເຕີ ຢູ່ບ້ານກໍາກອກ ເມືອງທ່າແຕງ ແຂວງເຊກອງ ໄດ້ ໃຫ້ຮູ້ວ່າ: ກ່ອນປີ 2015 ຄອບຄົວ ຕົນແມ່ນຖືການເຮັດນາປູກເຂົ້າ ເປັນອາຊີບຕົ້ນຕໍ ແລະ ລ້ຽງສັດເປັນ ສຳຮອງ ເຊິ່ງການປະກອບອາຊີບ ດັ່ງກ່າວ ຍັງບໍ່ທັນຕອບສະໜອງ ໄດ້ຕາມຄວາມຕ້ອງການອັນຍັງພາ ໃຫ້ຄອບຄົວຂາດໆເຂີນໆ. ຄວາມ ທຸກຍາກຂາດເຂີນນັ້ນ ຕົນບໍ່ຢາກ ຈະພົບພໍ້ ແລະ ຢາກໜີອອກໃຫ້ ຫ່າງເທົ່າທີ່ຫ່າງໄດ້ ຈຶ່ງໄດ້ຊົມໃຊ້ ທ່າແຮງທີ່ມີ ໂດຍສະເພາະແມ່ນເນື້ອ ທີ່ທຳການຜະລິດເປັນສິນຄ້າ, ທຶນ ຮອນສະສົມຈໍານວນໜຶ່ງທັງໄດ້ກູ້ ຢືມເງິນຈາກທະນາຄານນະໂຍບາຍ ຈຳນວນ 0 ລ້ານກີບ ຫັນມາເອົາ ຈິງເອົາຈິງຈັງຈາກການເຮັດນາ ປູກເຂົ້າມາປູກກາເຟກາງໃນເນື້ອ ທີ່ 0,8 ເຮັກຕາ. ໃນນີ້, ລົງທຶນໃນ ເບື້ອງຕົ້ນປະມານ 16 ລ້ານກີບ, ຊື້ ແນວພັນ, ບຸກເບີກ, °ຸ່ນ, ອຸປະກອນ ແລະ ອື່ນໆ. ການປູກກາເຟໃນໄລຍະ ທຳອິດແມ່ນພົບຄວາມຫຍຸ້ງຍາກ ຫລາຍຢ່າງຍ້ອນທຶນຈຳກັດບວກ ກັບປະສົບການ ແລະ ເຕັກນິກການ ປູກບໍ່ທັນຫລາຍ, ຜົນຜະລິດກາເຟໄດ້ ໜ້ອຍບໍ່ສົມຄູ່ກັບການລົງທຶນ. ອຸປະສັກດ້ານປະສົບການບໍ່ ເປັນບັນຫາອີກຕໍ່ໄປເນື່ອງຈາກ ຄະນະພັກ-ອົງການປົກຄອງເມືອງ ໂດຍສະເພາະຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ລົງຕິດຕາມ ໃຫ້ຄຳແນະນໍາດ້ານເຕັກນິກການ ປູກ, ການບົວລະບັດຮັກສາ ແລະ ການເກັບກ່ຽວ. ພ້ອມກັບການຊອກ ຮູ້ຮໍ່າຮຽນ, ແລກປ່ຽນບົດຮຽນນໍາ ຜູ້ມີປະສົບການກໍຄືຜູ້ປະກອບການ ແລະ ບໍລິສັດຕ່າງໆຂອງຕົນ ເຂົ້າມາ ປະຕິບັດຕົວຈິງກໍເຮັດໃຫ້ຜົນຜະລິດ ກາເຟເພີ່ມຂຶ້ນໃນແຕ່ລະປີ ເຊິ່ງມັນ ໄດ້ສະແດງໃຫ້ເຫັນເຖິງດ້ານລາຍ ຮັບຄືໃນປີ 2018 ຄອບຄົວຕົນມີ ລາຍຮັບຈາກການຂາຍກາເຟປະ ມານ 180 ລ້ານກີບ. ທ່ານ ຄໍາຈັກ ກອນບຸດເຕີ. ເມື່ອມີລາຍຮັບບວກໃສ່ປະສົບ ການທີ່ມີ ຕົນກໍບໍ່ລໍຊ້າ ຈຶ່ງໄດ້ຊື້ດິນ ເພີ່ມອີກ 1,4 ເຮັກຕາ ໃນປີ 2019 ລວມເປັນ 2,2 ເຮັກຕາ ແລະ ລົງທຶນ ຕື່ມອີກ 65 ລ້ານກີບ. ອີກບໍ່ພໍເທົ່າໃດ ປີຄື: ປີ 2022 ກໍໄດ້ເກັບກູ້ຜົນ ຜະລິດກາເຟກາງ (ໝາກແດງ) ໄດ້ 57,2 ໂຕນ (ສະມັດຕະພາບ ສະເລ່ຍ 26 ໂຕນ ເຮັກຕາ). ໃນ ນີ້ສ້າງລາຍຮັບຈາກການຂາຍຜົນ ຜະລິດກາເຟ 1,02 ຕື້ກວ່າກີບ. ລາຍຮັບດັ່ງກ່າວ ຍັງບໍ່ພໍໃຈເທົ່າໃດ. ດັ່ງນັ້ນ, ປີ 202 ໄດ້ກູ້ຢືມເງິນຈາກ ທະນາຄານນະໂຍບາຍຕື່ມອີກ 00 ລ້ານກີບ ສົມທົບທຶນທີ່ມີຊື້ດິນເພີ່ມ ອີກ 6 ເຮັກຕາ ມາຮອດປັດຈຸບັນມີ ເນື້ອທີ່ປູກກາເຟລວມທັງໝົດ 8,2 ເຮັກຕາ, ຄາດຄະເນຜົນຜະລິດກາເຟ (ໝາກແດງ) ໃນທ້າຍປີ 2025 ປະມານ 21 ,2 ໂຕນ. ພ້ອມນີ້, ກໍຕັ້ງຄວາມຫວັງວ່າຈະສ້າງລາຍ ຮັບປະມານ ,8 ຕື້ກີບໃຫ້ແກ່ຄອບ ຄົວຕົນ. ທ່ານ ຄໍາຈັກ ກອນບຸດເຕີ ກ່າວ ດ້ວຍຄວາມພາກພູມໃຈວ່າ: ນີ້ລະ ຄືທິດທາງ ກໍຄື ເສັ້ນທາງທີ່ຕົນ ສາມາດຕີເອົາຊະນະຄວາມທຸກຍາກ ຄືເມື່ອກ່ອນໄດ້ ເຊິ່ງສະແດງໃຫ້ ເຫັນຢ່າງປະຈັກຕາຈາກຢູ່ເຮືອນ ທຳມະດາກ້າວໄປສູ່ການກໍ່ສ້າງ ເຮືອນຢູ່ຖາວອນ 1 ຫລັງ, ມີຮ້ານ ຂາຍເຄື່ອງ 1 ຮ້ານ, ລົດໃຫຍ່ 2 ຄັນ, ມີເງິນເກັບຈໍານວນໜຶ່ງ ແລະ ມີ ທຶນຮອນສົ່ງເສີມລູກເຂົ້າໂຮງຮຽນ. ແນວໃດກໍຕາມ, ບົດຮຽນ ແລະ ເຕັກນິກການປູກກາເຟທີ່ໄດ້ຮຽນຮູ້ ມາກໍໄດ້ເອົາໄປເຜີຍແຜ່, ແນະນໍາ ໃຫ້ປະຊາຊົນພາຍໃນບ້ານຜູ້ທີ່ມີ ເງື່ອນໄຂຫັນມາປູກກາເຟ ເພື່ອສ້າງ ລາຍຮັບໃຫ້ຄອບຄົວຄືດັ່ງຄອບຄົວ ຕົນຕື່ມອີກ. ຄອບຄົວໃດມີຄວາມອົດທົນດຸ ໝັ່ນຂະຫຍັນພຽນ, ຄອບຄົວນັ້ນກໍ ມີຢູ່ມີກິນ, ແຕ່ມີຄວາມດຸໝັ່ນພຽງ ຢ່າງດຽວກໍຍັງບໍ່ພຽງພໍຕ້ອງມີ ແນວທາງນະໂຍບາຍອັນຖືກຕ້ອງ ຂອງພັກ-ລັດຕື່ມອີກ ຈຶ່ງສາມາດ ປະສົບຜົນສຳເລັດ ແລະ ຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້. ດັ່ງ ຄອບຄົວທ່ານ ຄໍາຈັກ ກອນບຸດເຕີ ທີ່ມີພຽງສະມາຊິກຄອບຄົວ 6 ຄົນ, ແຮງງານຕົ້ນຕໍ 4 ຄົນ ແລະ ແຮງ ງານສໍາຮອງ 2 ຄົນ ໄດ້ພິສູດໃຫ້ ພວກເຮົາຮູ້ມາຂັ້ນເທິງນັ້ນແລ້ວ. ລົງນາມຮ່ວມມື... ຕໍ່ຈາກໜ້າ ບໍລິສັດ ອັນຟາເຊັກ ຈຳກັດ ຈັດຂຶ້ນ ໃນວັນທີ 9 ກັນຍາ 2025 ໂດຍການ ລົງນາມລະຫວ່າງທ່ານ ອາລຸນ ນະເດດ ບານຈິດ ຮອງຜູ້ອໍານວຍ ການໃຫຍ່ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນ ແລະ ທ່ານ ນິຊາພັດ ບຸນນັດດາ ປະທານເຈົ້າ ໜ້າທີ່°່າຍເຕັກໂນໂລຊີ ບໍລິສັດ ອັນ ຟາເຊັກ ຈຳກັດ ປະເທດໄທ ໂດຍມີ ທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍ ການໃຫຍ່ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນ ແລະ ທ່ານ ຊະນະພັນ ພິຣິຍະພັນ ກໍາມະການ ບໍລິສັດອັນຟາເຊັກຈຳກັດພ້ອມດ້ວຍ ຄະນະຜູ້ບໍລິຫານ ແລະ ພະນັກງານ ຂອງທັງສອງ°່າຍເຂົ້າຮ່ວມເປັນ ສັກຂີພິຍານ. ການເຊັນສັນຍາຮ່ວມມືໃນຄັ້ງ ນີ້, ແມ່ນສືບເນື່ອງມາຈາກໄພຄຸກ ຄາມທາງໄຊເບີ ທີ່ມີທ່າແຮງເພີ່ມ ຂຶ້ນໃນປັດຈຸບັນ ເຊິ່ງສ້າງຜົນກະ ທົບ ແລະ ຄວາມເສຍຫາຍຕໍ່ກັບຊັບ ສິນ, ຂໍ້ມູນສ່ວນບຸກຄົນ, ຄວາມ ເຊື່ອໝັ້ນ ແລະ ການດຳເນີນງານ ຂອງທຸກຫົວໜ່ວຍທຸລະກິດຢ່າງ ຫລວງຫລາຍ. ດັ່ງນັ້ນ, ບໍລິສັດ ລາວໂທລະຄົມ ມີຈຸດປະສົງທີ່ຈະ ເປັນຜູ້ນໍາດ້ານການຄຸ້ມຄອງຄວາມ ປອດໄພທາງໄຊເບີ ($yCer TecVrity) ໃນປະເທດລາວ ແນ ໃສ່ການນໍາສະເໜີບໍລິການ ແລະ ຜະລິດຕະພັນດ້ານໄຊເບີແບບຄົບ ວົງຈອນເຊັ່ນ: ບໍລິການປະເມີນຊ່ອງ ໂຫວ່ຂອງລະບົບ (VVlneraCility ATTeTTNent), ບໍລິການທົດ ສອບເຈາະລະບົບ (Penetration 5eTt inH), ບໍລິການສູນປະຕິ ບັດການ ແລະ ເ°ົ້າລະວັງດ້ານ ຄວາມປອດໄພທາງໄຊເບີ($yCer 4e c V r i t y 0Q e r a t i o n T $enter: $40$), ບໍລິການ ໃຫ້ຄຳປຶກສາ ແລະ ວາງລະບົບ ການຄຸ້ມຄອງຂໍ້ມູນ (%a t a (overnance) ທີ່ເໝາະສົມ, ປອດໄພ, ເຊື່ອຖືໄດ້ ແລະ ບໍລິການ ອື່ນໆໃຫ້ແກ່ລູກຄ້າທັງພາກລັດ ແລະ ພາກເອກະຊົນ. ເພາະຄວາມ ປອດໄພທາງໄຊເບີ ແລະ ການ ຄຸ້ມຄອງຂໍ້ມູນສ່ວນບຸກຄົນແມ່ນ ພື້ນຖານສໍາຄັນທີ່ຈະຊ່ວຍສ້າງ ຄວາມໝັ້ນໃຈໃນການດຳເນີນທຸລະ ກິດ ແລະ ການລົງທຶນ, ພ້ອມທັງ ສົ່ງເສີມໃຫ້ທຸລະກິດຂອງລູກຄ້າ ຂະຫຍາຍໂຕໄດ້ຢ່າງໝັ້ນຄົງໃນ ໂລກດີຈິຕອນ. ນອກຈາກການຄຸ້ມຄອງຄວາມ ປອດໄພທາງໄຊເບີ, ບໍລິສັດ ລາວ ໂທລະຄົມ ຍັງໃຫ້ຄວາມສຳຄັນ ໃນການພັດທະນາຄວາມຮູ້ ແລະ ທັກສະຂອງບຸກຄະລາກອນດ້ານ $yCer TecVrity ໃນປະເທດ ເພື່ອ ສ້າງຊັບພະຍາກອນມະນຸດທີ່ເຂັ້ມ ແຂງ ແລະ ຮອງຮັບການປ່ຽນແປງ ຢ່າງວ່ອງໄວຂອງໂລກດີຈິຕອນ. ລາວໂທລະຄົມມີຄວາມຕັ້ງໃຈທີ່ ຈະຍົກລະດັບມາດຕະຖານ $yCer TecVrity ໃນລາວ ໃຫ້ສອດຄ່ອງ ກັບສາກົນ ເພື່ອເປັນສ່ວນຮ່ວມ ໃນການຫັນປະເທດ ເຂົ້າສູ່ສັງຄົມ ດີຈິຕອນຢ່າງປອດໄພ ແລະ ຍືນ ຍົງ. ພາຍໃຕ້ການຮ່ວມມືດັ່ງກ່າວ, ທັງສອງ°່າຍຈະຮ່ວມກັນດຳເນີນ ທຸລະກິດໃນການຂະຫຍາຍການໃຫ້ ບໍລິການສິນຄ້າ ແລະ ຜະລິດຕະພັນ ໃນດ້ານຄວາມໝັ້ນຄົງປອດໄພ ທາງໄຊເບີ ແລະ ການຄຸ້ມຄອງ ຂໍ້ມູນສ່ວນບຸກຄົນໃຫ້ກວ້າງຂວາງ ແລະ ແຜ່ຫລາຍຕໍ່ໄປທັງພາຍໃນ ແລະ ຕ່າງປະເທດ. ຂ່າວ-ພາບ: ລາວໂທລະຄົມ ອາຈານ... ຕໍ່ຈາກໜ້າ ຕີມໍແລັດສະເຕ, ຫວຽດນາມ ແລະ ໄທ ເຊິ່ງຈະມອບລາງວັນດັ່ງກ່າວ ໃຫ້ປະເທດລະ 1 ຄົນ. ການຄັດ ເລືອກຄູ ໄດ້ຈັດຂຶ້ນໃນທຸກໆ 2 ປີ ໂດຍຄະນະກໍາມະການມູນນິທິລາງ ວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈະສະເໜີກອບແນວຄິດ ແລະ ຄຸນ ລັກສະນະສະເພາະຂອງຄູ ໄປຍັງ ກະຊວງສຶກສາທິການ ຂອງແຕ່ລະ ປະເທດ ຄັດເລືອກຄູຕາມມາດຖານ ແລະ ເງື່ອນໄຂທີ່ກຳນົດ. ໃນໂອກາດນີ້, ອາຈານ ບຸນມາ ໂພທິລາດ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນໃນວັນທີ 8 ກັນຍາ 2025 ນີ້ ວ່າ: ຕົນເອງຮູ້ສຶກເປັນກຽດ ແລະ ດີໃຈຫລາຍທີ່ຈະໄດ້ຮັບລາງວັນ ສົມເດັດເຈົ້າຟ້າມະຫາຈັກກຣີ ເຊິ່ງ ຕະຫລອດໄລຍະຂອງການເປັນຄູ ຕົນເອງໄດ້ອຸທິດທຸກເຫື່ອແຮງໃຫ້ແກ່ ວຽກງານການສຶກສາ ໂດຍສະເພາະ ເຮັດໃຫ້ຊີວິດຂອງນັກຮຽນມີການ ປ່ຽນແປງ ແລະ ເຮັດໃຫ້ວຽກງານ ການສຶກສາມີການພັດທະນາ, ນັກ ຮຽນຂອງອາຈານຈຳນວນຫລາຍ ໄດ້ຮັບຜົນສຳເລັດໃນຊີວິດກາຍ ເປັນການນຳທີ່ດີເດັ່ນ, ເປັນພະນັກ ງານທີ່ດີ ແລະ ເປັນນັກທຸລະກິດທີ່ດີ. ໃນໄລຍະຜ່ານມາ ອາຈານຈາກ ສປປ ລາວ ໄດ້ຮັບພະຣາຊະທານ ລາງວັນສົມເດັດເຈົ້າຟ້າມະຫາຈັກ ກຣີ ມາແລ້ວ 5 ທ່ານຄື: ອາຈານ ຄໍາສອຍ ວົງສຳພັນ ຄູຈາກນະຄອນ ຫລວງວຽງຈັນ ໄດ້ຮັບລາງວັນສົມ ເດັດເຈົ້າຟ້າມະຫາຈັກກຣີ ໃນປີ 2015, ອາຈານ ຄູນວິໄລ ເຄນກິຕິ ສັກ ຈາກນະຄອນຫລວງວຽງຈັນ ໄດ້ຮັບລາງວັນໃນປີ 2017, ອາ ຈານ ໄພສະນິດ ປັນຍາສະຫວັດ ຈາກນະຄອນຫລວງພະບາງ ໄດ້ ຮັບລາງວັນໃນປີ 2019, ອາຈານ ແສງເພັດ ຄູນປະເສີດ ຈາກແຂວງອຸ ດົມໄຊ ໄດ້ຮັບລາງວັນໃນປີ 2021, ອາຈານ ກິມເຟືອງ ເຮືອງມະນີ ຈາກແຂວງເຊກອງ ໄດ້ຮັບລາງວັນ ໃນປີ 202 ແລະ ອາຈານ ບຸນມາ ໂພທິລາດ ຈາກນະຄອນຫລວງ ວຽງຈັນ ແມ່ນໄດ້ຮັບລາງວັນໃນ ປີ 2025 ນີ້. ຂ່າວ-ພາບ: ກິດຕາ ສົ່ງເສີມ... ຕໍ່ຈາກໜ້າ ຜູ້ອຳນວຍການອົງການເພື່ອສຸຂະ ພາບ ແລະ ຫລຸດຜ່ອນຄວາມທຸກ ຍາກ Health Poverty Action (HPA). ທັງນີ້, ກໍເພື່ອແນໃສ່ ການເສີມຂະຫຍາຍບົດບາດຊີ້ນໍາ ແລະ ນຳພາຂອງສະພາແຫ່ງຊາດ ໃນການຄຸ້ມຄອງຜົນປະໂຫຍດໃນ ຂະແໜງສາທາລະນາສຸກ ຂອງ ປະເທດຊາດ ແລະ ຮັບປະກັນທາງ ດ້ານການເງິນຕໍ່ກັບສຸຂະພາບຂັ້ນ ພື້ນຖານທີ່ຈໍາເປັນ ແລະ ວຽກງານ ວັກຊິນປ້ອງກັນພະຍາດ. ໃນກອງປະຊຸມຄະນະກໍາມາ ທິການດ້ານງົບປະມານແລະ ຄະນະ ກໍາມາທິການພັດທະນາສັງຄົມ ແລະ ວັດທະນະທຳ ໄດ້ສະແດງ ໃຫ້ເຫັນຜົນສຳເລັດຂອງ ສປປ ລາວ ໃນການຫລຸດຜ່ອນອັດຕາ ການເສຍຊີວິດຂອງເດັກນ້ອຍ ຜ່ານໂຄງການສັກຢາກັນພະຍາດ ແຫ່ງຊາດ, ພ້ອມທັງໄດ້ຍົກເອົາ ບັນຫາຮີບດ່ວນຕໍ່ກັບສິ່ງທ້າທາຍທີ່ ກຳລັງຈະເກີດຂຶ້ນເພື່ອສົນທະນາ: ການປ່ຽນແປງການຊ່ວຍເຫລືອ ຈາກຜູ້ໃຫ້ທຶນໃນຂະແໜງສາທາ ລະນະສຸກໃນທົ່ວໂລກ, ພັນທະໃນ ການລະດົມທຶນພາຍໃນທີ່ເພີ່ມຂຶ້ນ, ຄວາມບໍ່ສະຖຽນລະພາບທາງດ້ານ ເສດຖະກິດ ແລະ ການລົງທຶນທາງ ດ້ານສຸຂະພາບທີ່ຍັງຕໍ່າ. ທ່ານ ໄມຟອງ ມີໄຊ ສະມາຊິກ ສະພາແຫ່ງຊາດລາວ ແລະ ຄະນະ ບໍດີມະຫາວິທະຍາໄລວິທະຍາສາດ ສຸຂະພາບແຫ່ງຊາດລາວ ໄດ້ກ່າວ ວ່າ: ກອງປະຊຸມຄັ້ງນີ້, ຈະຊ່ວຍ ໃຫ້ສະມາຊິກສະພາແຫ່ງຊາດມີ ຍຸດທະສາດໃນດ້ານງົບປະມານ, ເຄື່ອງມືໃນການຕິດຕາມກວດກາ ແລະ ກົນໄກພາກປະຕິບັດເພື່ອເສີມ ສ້າງຄວາມຮັບຜິດຊອບໃນການ ໃຊ້ຈ່າຍງົບປະມານໃນຂະແໜງ ສາທາລະນະສຸກ ໂດຍການເພີ່ມ ບົດບາດການກວດສອບຈະເຮັດໃຫ້ ມີເປົ້າໝາຍທີ່ດີກວ່າເກົ່າໃນການ ຄຸ້ມຄອງຊັບພະຍາກອນຂະແໜງ ສາທາລະນະສຸກ, ປັບປຸງການ ບໍລິການດ້ານສຸຂະພາບທີ່ຈໍາເປັນ ຂັ້ນພື້ນຖານ ແລະ ຮັບປະກັນໃຫ້ ພົນລະເມືອງລາວທຸກຄົນໄດ້ຮັບ ຜົນປະໂຫຍດຈາກການບໍລິການສັກ ຢາກັນພະຍາດທີ່ຈຳເປັນ. ສຸດທ້າຍ ແລ້ວ, ສະມາຊິກສະພາແຫ່ງຊາດມີ ຂໍ້ມູນ ແລະ ກຸນແຈສຳຄັນໃນການ ຂັບເຄື່ອນ ສປປ ລາວ ໃຫ້ທຸກຄົນ ມີສຸຂະພາບທີ່ດີ ແລະ ຈະເລີນຮຸ່ງ ເຮືອງຂຶ້ນ. ໃນເດືອນຕຸລາ ແລະ ເດືອນ ພະຈິກ ປີ 2025, ຈະມີກອງປະຊຸມ ທີ່ກ່ຽວຂ້ອງອີກ 2 ຄັ້ງ ເພື່ອຊອກ ຫາທາງເລືອກດ້ານນະໂຍບາຍ ດ້ານການເງິນໃນການສະໜອງງົບ ປະມານໃນຂະແໜງສາທາລະນະ ສຸກ ແລະ ປິດທ້າຍດ້ວຍການສ້າງ ເຄືອຂ່າຍໃນວຽກງານສາທາລະ ນະສຸກຂອງສະພາແຫ່ງຊາດ ເຊິ່ງ ເປັນກົນໄກການປຶກສາຫາລື ແລະ ການຕິດຕາມຄວາມປອດໄພຂອງ ວຽກງານສາທາລະນະສຸກ. ກອງ ປະຊຸມຄັ້ງນີ້, ຄາດວ່າຈະເປັນເວທີ ທີ່ຢັ້ງຢືນໄດ້ໃນການຄຸ້ມຄອງການ ລົງທຶນດ້ານສຸຂະພາບ ແລະ ສະໜັບ ສະໜູນ ສປປ ລາວ ໃຫ້ຫລຸດພົ້ນ ຈາກສະຖານະພາບປະເທດດ້ອຍ ພັດທະນາ. ທ່ານ ດຣ ເທັດ ລີນ ຜູ້ອຳນວຍ ການອົງການເພື່ອສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກໄດ້ກ່າວ ວ່າ: ການມີສ່ວນຮ່ວມໃນການ ປັບປຸງກົນໄກຄວາມຮັບຜິດຊອບ, ສະພາແຫ່ງຊາດລາວ ສາມາດມີ ບົດບາດກວດສອບຢ່າງເຂັ້ມງວດ ຂຶ້ນບໍ່ພຽງແຕ່ຮັບປະກັນໃຫ້ກອງ ທຶນໃນຂະແໜງສາທາລະນະສຸກ ໄດ້ຮັບການຈັດສັນເທົ່ານັ້ນ, ແຕ່ ຍັງຖືກນຳໃຊ້ຢ່າງມີປະສິດທິຜົນ ແລະ ເທົ່າທຽມ. ສິ່ງນີ້ຈະນຳໄປສູ່ ການປັບປຸງການໃຫ້ບໍລິການດ້ານ ສາທາລະນະສຸກຂັ້ນພື້ນຖານທີ່ ຈໍາເປັນ ແລະ ວັກຊິນກັນພະຍາດ ແລະ ຈະກ້າວໄປສູ່ການປັບປຸງຜົນ ໄດ້ຮັບດ້ານສຸຂະພາບແຫ່ງຊາດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ ປະຊາຊົນໃນພາກລັດຖະບານ. ການສະໜອງທຶນທີ່ຄາດຄະເນໄດ້, ພຽງພໍ, ແລະ ຍືນຍົງໃນການສັກ ຢາວັກຊິນ ແລະ ການເບິ່ງແຍງ ສຸຂະພາບທີ່ຈໍາເປັນຂັ້ນພື້ນຍັງເປັນ ບຸລິມະສິດແຫ່ງຊາດ, ສອດຄ່ອງ ກັບວິໄສທັດຂອງ ສປປ ລາວ ກ່ຽວ ກັບຄວາມຈະເລີນຮຸ່ງເຮືອງ ແລະ ອຳນາດອະທິປະໄຕ. ກອງປະຊຸມດັ່ງກ່າວ , ຍັງ ເປັນການສົ່ງເສີມບັນດາຄໍາໝັ້ນ ສັນຍາສາກົນລ່າສຸດຂອງ ສປປ ລາວ, ລວມທັງຄໍາໝັ້ນສັນຍາ ຂອງລັດຖະມົນຕີສາທາລະນະສຸກ ອາຊຽນກ່ຽວກັບການສະໜອງ ທຶນໃຫ້ແກ່ວຽກງານວັກຊິນກັນ ພະຍາດ ເຊິ່ງຮຽກຮ້ອງໃຫ້ບັນດາ ປະເທດສະມາຊິກຮັບປະກັນແຫລ່ງ ຊັບພະຍາກອນພາຍໃນປະເທດ ແບບຍືນຍົງສຳລັບວັກຊິນ ທີ່ເປັນ ສ່ວນໜຶ່ງຂອງຄວາມໝັ້ນຄົງດ້ານ ສຸຂະພາບຢູ່ພາກພື້ນ ແລະ ຄຳຮຽກ ຮ້ອງຂອງສະມາຊິກສະພາແຫ່ງ ຊາດ ອິສຕັນບູ ໄດ້ໃຫ້ດຳເນີນການ ຊ່ວຍເຫລືອດ້ານງົບປະມານ ເຊິ່ງ ຮຽກຮ້ອງໃຫ້ສະພາເພີ່ມທະວີດ້ານ ນິຕິກຳ ແລະ ການຄວບຄຸມພະຍາດ ຕ່າງໆ ເພື່ອຮັບປະກັນວ່າເດັກນ້ອຍ ທຸກຄົນໄດ້ຮັບການປົກປ້ອງຈາກ ພະຍາດທີ່ສາມາດປ້ອງກັນໄດ້.

RkJQdWJsaXNoZXIy MTc3MTYxMQ==