7112

@ 0j k; c]t gsfdko 11/09/2025 xtgmf]k; lkmk]tot]a f xt-kmy xtw8 xt-k-q o]k; \A opn oK ກອງປະຊຸມໃຫຍ່... ບັນຫາ ເປັນຕົ້ນ ການສະຫລຸບຕີລາ ຄາ, ຖອດຖອນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະ ເທດ ຄັ້ງທີ VIII, ການຈັດຕັ້ງປະ ຕິບັດແຜນພັດທະນາແມ່ຍິງແຫ່ງ ຊາດ 10 ແຜນງານ 65 ໂຄງການ ໃນໄລຍະ 2021-2025 ຜ່ານມາ ຮັບຮອງເອົາບົດລາຍງານການ ເມືອງທັງສອງພາກ, ພ້ອມທັງກໍາ ນົດທິດທາງ, ຄາດຄະເນສູ້ຊົນ 5 ປີ (2026-20 0) ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຮັບຮອງເອົາວິໄສທັດຮອດປີ20 5 ແລະ ແຜນພັດທະນາແມ່ຍິງລາວ ຊຶ່ງກວມເອົາ 9 ເປົ້າໝາຍ, 1 ແຜນ ວຽກຈຸດສຸມ ແລະ 144 ວຽກຈຸດ ສຸມ, ຮັບຮອງເອົາກົດລະບຽບສະ ບັບປັບປຸງໃໝ່ ແນໃສ່ປັບປຸງອົງ ການຈັດຕັ້ງສະຫະພັນແມ່ຍິງ ໃຫ້ ໜັກແໜ້ນ ເຂັ້ມແຂງ ສົມເປັນການ ຈັດຕັ້ງມະຫາຊົນໃນການພັດທະນາ ແມ່ຍິງລາວ ແລະ ຕົວແທນແຫ່ງ ການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຢ່າງແທ້ຈິງ. ພ້ອມນີ້, ຜູ້ ແທນກອງປະຊຸມໃຫຍ່ ຍັງໄດ້ເປັນ ເອກະສັນຮັບຮອງເອົາ ຄໍາຂວັນ ຂອງສະຫະພັນແມ່ຍິງລາວ ຄື: “ພັດ ທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດ ຊາດ”, ຂໍ້ແຂ່ງຂັນ ດີ ຄື: “ພົນລະ ເມືອງດີ, ພັດທະນາດີ, ສ້າງຄອບ ຄົວດີ”. ພ້ອມນັ້ນ, ຍັງໄດ້ເປັນເອກະ ພາບຮັບຮອງເອົາກົດລະບຽບສະ ບັບປັບປຸງ, ບົດສໍາຫລວດການ ນໍາພາ ຂອງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະ ໄໝທີ VIII ໃນການນຳພາ-ຊີ້ນຳ ຂະບວນການແມ່ຍິງຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດ ຄັ້ງທີ VIII ແລະ ແຜນພັດທະນາແມ່ຍິງແຫ່ງຊາດ ໃນໄລຍະ 2021-2025 ຜ່ານມາ ຊຶ່ງມີດ້ານດີຫລາຍດ້ານ ທີ່ພາໃຫ້ມີ ຜົນສໍາເລັດຕາມແຜນການ ກໍຄື ເປົ້າ ໝາຍທີ່ວາງໄວ້. ພ້ອມນີ້, ຍັງຊອກ ເຫັນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ລວມ ທັງບົດຮຽນທີ່ຖອດຖອນໄດ້ ເພື່ອ ເປັນບ່ອນອີງໃຫ້ຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ນຳໃຊ້ເຂົ້າໃນການ ນຳພາຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ແລະ ແຜນພັດທະນາແມ່ ຍິງລາວ ໃນ 5 ປີ ຕໍ່ໜ້າ ໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້. ໃນກອງປະຊຸມ ບັນດາຜູ້ແທນ ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ ສິດຂອງຕົນ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສະຫະພັນແມ່ ຍິງລາວ ສະໄໝທີ IX ບົນພື້ນຖານ ຫລັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດ ຖານເງື່ອນໄຂທີ່ກໍານົດໄວ້ ໂດຍມີ ຜູ້ລົງສະໝັກເລືອກຕັ້ງທັງໝົດ 65 ສະຫາຍ, ເລືອກເອົາ 61 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ ເຫັນດີເປັນເອກະສັນເລືອກຕັ້ງເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ເລືອກເອົາ ສະຫາຍ ນາງ ທໍາມາ ເພັດວິໄຊ, ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນຮອງປະທານ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ. ພ້ອມນີ້, ຍັງໄດ້ ເລືອກເອົາ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາ, ສະຫາຍ ນາງ ພູຄໍາ ຄັດສະຫວ່າງ ແລະ ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນຮອງປະທານກວດ ກາ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ ສະໄໝທີ IX. ໃນໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ ໃນ ຄັ້ງນີ້, ພ້ອມທັງເນັ້ນໃຫ້ຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງ ລາວ ຊຸດໃໝ່ ຕ້ອງເປັນເຈົ້າການນໍາ ພາ-ຊີ້ນໍາ ຜັນຂະຫຍາຍເນື້ອໃນ ຈິດໃຈ ຂອງກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ເປັນໂຄງການ ແລະ ຫັນເປັນນິຕິກໍາລະອຽດ ຂອງ ສະຫະພັນແມ່ຍິງລາວແຕ່ລະຂັ້ນ, ເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນຕົນ ເພື່ອຈັດຕັ້ງປະ ຕິບັດໃຫ້ເກີດຜົນເປັນຈິງ ພ້ອມກັນ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະ ບໍລິຫານງານສູນກາງສະຫະພັນແມ່ ຍິງລາວ, ສະຫະພັນແມ່ຍິງກະຊວງອົງການ ແລະ ທ້ອງຖິ່ນ-ຮາກຖານ ຕະຫລອດເຖິງສະມາຊິກພັກ, ພະ ນັກງານ, ສະມາຊິກສະຫະພັນແມ່ ຍິງລາວ ແລະ ແມ່ຍິງລາວບັນດາ ເຜົ່າໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ເປັນ ເອກະພາບກັນ, ມີຄວາມຕື່ນຕົວເປັນ ເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ ຊີວິດຕົວຈິງ ໃຫ້ເປັນຂະບວນການ ທີ່ແຂງແຮງ ແລະ ເປັນຮູບປະທໍາ ຢ່າງແທ້ຈິງ ສະຫະພັນແມ່ຍິງແຕ່ ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການ ຈັດຕັ້ງຂອງຕົນ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງໃນທຸກດ້ານ, ເອົາ ໃຈໃສ່ປັບປຸງແບບແຜນນໍາພາ, ວິທີ ເຮັດວຽກໃຫ້ແທດຕົວຈິງ, ຕິດແທດ ກັບຮາກຖານ, ເຮັດວຽກມີແຜນການ, ແຜນງານ, ມີໂຄງການລະອຽດຈະ ແຈ້ງ, ມີການຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ສະຫລຸບ ຖອນຖອນບົດຮຽນ ໃນແຕ່ລະໄລ ຍະໃຫ້ຖືກຕ້ອງສ່ອງແສງຄວາມ ເປັນຈິງຢ່າງພາວະວິໄສ. ໃຫ້ຕັ້ງ ໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວເອື້ອຍນ້ອງແມ່ຍິງ ເປັນ ຕົ້ນການເຊື່ອຖືງົມງວາຍ, ການຖືກ ກົດໜ່ວງຈາກຮີດຄອງປະເພນີທີ່ ຫລ້າຫລັງ ແລະ ປະກົດການຫຍໍ້ທໍ້ ຕ່າງໆໃນສັງຄົມ, ການພົວພັນກັບ ການຄ້າຂາຍ, ການເສບສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະ ນຸດ,ການຄ້າປະເວນີ,ການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ການໄປອອກແຮງງານ ທີ່ບໍ່ຖືກ ຕ້ອງຕາມກົດໝາຍ ຢູ່ຕ່າງປະເທດ. ພ້ອມນີ້, ບັນດາສະຫາຍ ຄະນະນໍາ ຂອງສູນກາງສະຫະພັນແມ່ຍິງລາວ ຊຸດໃໝ່ ຕ້ອງເປັນເຈົ້າການເພີ່ມທະ ວີການພົວພັນຮ່ວມມືກັບອົງການ ຈັດຕັ້ງແມ່ຍິງ ປະເທດເພື່ອນມິດ ຍຸດທະສາດ, ບັນດາປະເທດເພື່ອນ ມິດໃນໂລກ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຢ່າງມີຈຸດ ສຸມ ແລະ ມີການເລືອກເຟັ້ນ ເພື່ອ ຍາດແຍ່ງເອົາທຶນຮອນ, ຄວາມ ຮູ້, ບົດຮຽນ, ປະສົບການໃຫ້ເປັນ ກໍາລັງແຮງສັງຮວມ ເຂົ້າໃນການ ປັບປຸງ, ຍົກລະດັບ ແລະ ພັດທະນາ ແມ່ຍິງລາວ ໃຫ້ກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ພາບ: ພະແນກຮູບພາບ ສູນກາງແນວລາວສ້າງຊາດ, ມີບັນ ດາສະຫາຍຄະນະປະຈໍາພັກ, ຄະນະ ພັກ, ສະມາຊິກພັກ, ຜູ້ແທນສົມບູນ ແລະ ບັນດາສະຫາຍຜູ້ຕາງໜ້າຄະ ນະພັກ ທີ່ມາຈາກຄະນະຈັດຕັ້ງສູນ ກາງພັກ, ອົງການໄອຍະການປະ ຊາຊົນສູງສຸດ, ກະຊວງຍຸຕິທຳ, ກະ ຊວງປ້ອງກັນຄາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ນາງ ວຽງທອງ ສີພັນ ດອນ ໄດ້ກ່າວເປີດກອງປະຊຸມວ່າ: ໃນກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນ ຄວ້າ, ພິຈາລະນາບົດສະຫລຸບການ ນໍາພາ-ຊີ້ນຳຂອງອົງຄະນະພັກ ສານປະຊາຊົນສູງສຸດ ໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ສານ ປະຊາຊົນສູງສຸດ ໃນ 5 ປີທີ່ຜ່ານ ມາ, ປຶກສາຫາລື ແລະ ປະກອບຄໍາ ເຫັນໃສ່ການກໍານົດທິດທາງ, ໜ້າທີ່ ແຕ່ລະດ້ານໃນ 5 ປີຕໍ່ໜ້າ ເພື່ອສືບຕໍ່ ເຮັດໃຫ້ການນຳພາ-ຊີ້ນຳ ກໍຄື ການ ຈັດຕັ້ງປະຕິບັດ ໃຫ້ມີບາດກ້າວຫັນ ປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດລ້ອນພາລະ ບົດບາດ ໜ້າທີ່ການພັດທະນາສານ ປະຊາຊົນ ໃຫ້ກ້າວສູ່ຂີດໝາຍໃໝ່ ຢ່າງບໍ່ຢຸດຢັ້ງ ເພື່ອຮອງຮັບໜ້າທີ່ ການເມືອງຂອງພັກ-ລັດທີ່ນັບມື້ນັບ ສູງຂຶ້ນ ແລະ ການເຊື່ອມໂຍງພາກ ພື້ນ ແລະ ສາກົນເທື່ອລະກ້າວ. ພ້ອມ ນີ້, ກອງປະຊຸມ ຍັງຈະໄດ້ພ້ອມກັນ ດໍາເນີນການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກສານປະຊາ ຊົນສູງສຸດ ຄັ້ງທີ V ຕື່ມອີກ. ພ້ອມນີ້,ສະຫາຍນາງວຽງທອງ ສີພັນດອນ ຍັງໄດ້ຜ່ານຮ່າງລາຍ ງານການເມືອງ ຂອງຄະນະບໍລິ ຫານງານພັກ ສະໄໝທີ IV ໂດຍ ສະຫາຍ ໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ຂອງອົງຄະນະພັກສານປະຊາຊົນ ສູງສຸດໃນໄລຍະ 5 ປີຜ່ານມາ (2021-2025) ເປັນຕົ້ນ ແມ່ນ ການນໍາພາການບໍລິຫານຄະດີ ເຊິ່ງ ຄະນະພັກສານປະຊາຊົນສູງສຸດ ຍາມໃດກໍໄດ້ເອົາໃຈໃສ່ຢ່າງຈິງ ຈັງ, ໃກ້ຊິດ ແລະ ຖືເປັນວຽກໃຈ ກາງຈຸດສຸມໃນການນຳພາ-ຊີ້ນຳ ວຽກງານບໍລິຫານຄະດີ ໂດຍຕິດ ພັນກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ 0 7 ຂອງຄະນະ ບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດທິພາບ ໃນການ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍ ລະບຽບກົດໝາຍ, ມະຕິ 112 ຂອງ ກົມການເມືອງສູນກາງພັກ ວ່າ ດ້ວຍການຍົກສູງປະສິດທິພາບ ການດໍາເນີນຄະດີຕາມຂະບວນ ຍຸຕິທຳ, ໄປຄວບຄູ່ກັບການຈັດຕັ້ງ ຜັນຂະຫຍາຍ 2 ວາລະແຫ່ງຊາດ ຊຶ່ງໄດ້ກໍານົດເປັນແຜນງານ, ໂຄງ ການລະອຽດໃນການຈັດຕັ້ງປະຕິ ບັດ ແລະ ຖືເອົາຂະບວນການ ສ້າງຕິດພັນກັບການພິຈາລະນາຕັດ ສິນຄະດີ ຂັ້ນພາຍໃຕ້ຂໍ້ແຂ່ງຂັນ ປ ຄື: “ໂປ່ງໃສ, ເປັນເອກກະລາດ, ເປັນທໍາ”. ຜ່ານການຈັດຕັ້ງປະຕິບັດ ວຽກງານຕົວຈິງຂອງສານປະຊາ ຊົນສູງສຸດ ໃນໄລຍະ 5 ປີຜ່ານມາ, ມີຄະດີເຂົ້າມາສານທຸກຂັ້ນ ທັງໝົດ 5.068 ເລື່ອງ, ແກ້ໄຂ 1.9 7 ເລື່ອງ ເທົ່າກັບ 91,07 , ທຽບໃສ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ປະ ຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 85 , ຄະດີຍັງຄ້າງ .1 1 ເລື່ອງ. ພ້ອມນີ້, ສະຫາຍ ນາງ ວຽງທອງ ສີພັນດອນ ຍັງໄດ້ຍົກໃຫ້ເຫັນຈຸດ ອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລ ຍະຜ່ານມາ, ຍົກໃຫ້ເຫັນທິດທາງ ລວມ, ຄາດໝາຍສູ້ຊົນ ແລະ ວຽກ ງານຈຸດສຸມໃນ 5 ປີຕໍ່ໜ້າ (202620 0) ຕື່ມອີກ. ສັງລວມແລ້ວໃນ5ປີແຫ່ງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ສານປະຊາຊົນສູງສຸດ ເຖິງວ່າຈະມີ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍປະການກໍຕາມ, ແຕ່ດ້ວຍ ການນໍາພາຂອງອົງຄະນະພັກ ແລະ ຄວາມບຸກເບີນເປັນເຈົ້າການນໍາ ໜ້າຂອງສະມາຊິກພັກ ໄດ້ເຮັດໃຫ້ ສານປະຊາຊົນສູງສຸດ ຮັກສາໄດ້ ຄວາມສາມັກຄີເປັນປຶກແຜ່ນແໜ້ນ ໜາ, ສາມາດຍາດໄດ້ຜົນງານອັນ ໃຫຍ່ຫລວງໃນແຕ່ລະດ້ານແລະ ເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໃນກອງປະຊຸມ ຜູ້ແທນສົມບູນ ຍັງຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດຄັດເລືອກເອົາຄະ ນະບໍລິຫານງານພັກ ສານປະຊາ ຊົນສູງສຸດ ຊຸດໃໝ່ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຢ້ຽມຂ່ຳນັບຂອງ ທ່ານ ນາງ ການ ນີ ວິຍາຣາຈາ (.T. ,anni 8iHnaraKa) ຜູ້ຊ່ວຍເລຂາທິການ ໃຫຍ່ ອົງການສະຫະປະຊາຊາດ, ຜູ້ ອໍານວຍການພາກພື້ນອາຊີ-ປາຊີ ຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (6/%P) ໃນ ໂອກາດທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍິນ ດີຕ້ອນຮັບອັນອົບອຸ່ນ ຕໍ່ການເດີນ ທາງມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ການ ນີ ວິຍາຣາຈາ ໃນຄັ້ງນີ້, ພາຍຫລັງ ທີ່ເຄີຍມາຢ້ຽມຢາມ ສປປ ລາວ ໃນປີ 2022, ອັນເປັນການຢັ້ງຢືນ ເຖິງຄວາມເອົາໃຈໃສ່ ແລະ ການ ໃຫ້ຄວາມສຳຄັນຕໍ່ກັບການພົວພັນ ຮ່ວມມື ລະຫວ່າງ ອົງການ ສປຊ ເພື່ອການພັດທະນາ ແລະ ສປປ ລາວ ຕະຫລອດມາ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ລັດ ຖະບານ ແຫ່ງ ສປປ ລາວ ສະແດງ ຄວາມຊົມເຊີຍການສະເຫລີມສະ ຫລອງ 60 ປີ ການສ້າງຕັ້ງອົງການ 6/%P ນັບແຕ່ປີ 1965 ເປັນຕົ້ນ ມາ, ພ້ອມທັງໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ແລະ ຕີລາຄາ ສູງຕໍ່ກັບການເປັນຄູ່ຮ່ວມພັດທະນາ ທີ່ສໍາຄັນຂອງ ສປປ ລາວ ນັບແຕ່ປີ 1988 ເປັນຕົ້ນມາ ໂດຍໃຫ້ການ ສະໜັບສະໜູນດ້ານການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຫລາຍຂະແໜງການ ເຊັ່ນ: ຂະແໜງການບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ, ການ ຫລຸດຜ່ອນຄວາມທຸກຍາກ ດ້ານ ສິ່ງແວດລ້ອມ, ການປ່ຽນແປງດິນ ຟ້າອາກາດ ແລະ ການສ້າງຄວາມ ທົນທານ ການສົ່ງເສີມບົດບາດ ຍິງ-ຊາຍ ແລະ ການສ້າງຄວາມ ເຂັ້ມແຂງໃຫ້ແກ່ເພດຍິງ ແລະ ການ ເກັບກູ້ລະເບີດບໍ່ທັນແຕກ. ປັດຈຸບັນ, ສປປ ລາວ ແລະ ອົງການ 6/%P ພວມຮ່ວມກັນຈັດຕັ້ງປະຕິບັດ ເອກະ ສານແຜນງານການຮ່ວມມືຂອງ ອົງການ6/%Pສຳລັບສປປລາວ ສົກປີ 2022-2026 ($oVntry ProHraNNe %ocVNent Gor -ao P%3 2022-2026) ແລະ ມີ 19 ໂຄງການທີ່ກຳລັງຈັດຕັ້ງປະ ຕິບັດຜ່ານບັນດາແຜນງານແລະຂະ ແໜງການຕ່າງໆ ລວມມູນຄ່າທັງ ໝົດປະມານ 60 ລ້ານໂດລາສະ ຫະລັດ. ການຮ່ວມມືດັ່ງກ່າວ, ຖືວ່າ ເປັນການປະກອບສ່ວນສໍາຄັນໃນ ການຈັດຕັ້ງປະຕິບັດບັນດາແຜນ ງານຕ່າງໆ ຕາມບຸລິມະສິດການ ພັດທະນາປະເທດ ລວມທັງຄວາມ ພະຍາຍາມຂອງ ສປປ ລາວ ໃນ ການກະກຽມອອກຈາກສະຖານະ ພາບດ້ອຍພັດທະນາພາຍໃນປີ 2026 ກໍຄືການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ ເພື່ອໃຫ້ທຸກຄົນພ້ອມກັນກ້າວໄປ. ໃນໂອກາດດຽວກັນນີ້, ທ່ານ ນາງ ການນີ ວິຍາຣາຈາ ກໍໄດ້ສະ ແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມ ຄືບໜ້າໃນຫລາຍວຽກງານ ຂອງ ລັດຖະບານ ສປປ ລາວ ໃນການ ພັດທະນາປະເທດ ກໍຄື ການຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ ໂດຍສະເພາະການກະ ກຽມຄວາມພ້ອມ ໃນການອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ. ພ້ອມກັນນີ້, ກໍໄດ້ຊົມ ເຊີຍຕໍ່ຄວາມພະຍາຍາມ ຂອງລັດ ຖະບານລາວ ໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ປາງສົງຄາມ. ຂ່າວ: ສົມຫວັງ ພາບ: ກົມປະຊາສໍາພັນ ຫສນຍ ຊາດ ແລະ ກອງເລຂາຄະນະກໍາມະ ການອະໄພຍະໂທດລະດັບຊາດ ເຂົ້າຮ່ວມ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍ ໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແກ່ ນັກໂທດ ປະຈຳປີ 2025 ເຊິ່ງມີ ນັກໂທດທີ່ສະເໜີຂໍໃຫ້ອະໄພຍະ ໂທດ 2.867 ຄົນ, ຍິງ 64 ຄົນ, ຕ່າງປະເທດ 59 ຄົນ, ຍິງ 7 ຄົນ. ໃນນີ້, ມີນັກໂທດສະເໜີຂໍອະໄພຍະ ໂທດຫລຸດຜ່ອນໂທດ 2.640 ຄົນ, ຍິງ 4 ຄົນ, ຕ່າງປະເທດ 58 ຄົນ, ຍິງ 7 ຄົນ ນັກໂທດຂໍອະໄພ ຍະໂທດປ່ອຍຕົວ 227 ຄົນ, ຍິງ 0 ຄົນ, ຕ່າງປະເທດ 1 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດ ແຕ່ລະຂັ້ນ ຍັງໄດ້ຊຸກຍູ້ພະແນກ ຍຸຕິທຳ ແລະ ອົງການປະຕິບັດຄໍາ ຕັດສີນຂອງສານໃນຂອບເຂດທົ່ວ ປະເທດ ເກັບຄ່າປັບໃໝ ແລະ ຄ່າ ເສຍຫາຍທາງແພ່ງ ທີ່ນັກໂທດໄດ້ ຊຳລະ ໃນບັ້ນການຄົ້ນຄວ້າສະເໜີ ຂໍອະໄພຍະໂທດ ປະຈຳປີ 2025 ມີຈໍານວນ 1 , ຕື້ກວ່າກີບ. ໃນ ນີ້, ມີຄ່າເສຍຫາຍທາງແພ່ງ ,1 ຕື້ກວ່າກີບ, ຄ່າປັບໃໝທາງອາຍາ 10,22 ຕື້ກວ່າກີບ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມ ກັນ, ກວດກາ, ຄົ້ນຄວ້າ ແລະ ປະ ກອບຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອ ເຮັດໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານ ໃຫ້ອະໄພຍະ ໂທດມີປະສິດທິພາບ, ຮັບປະກັນ ນະໂຍບາຍມະນຸດສະທຳ, ເພື່ອສຶກ ສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວ ທາງນະໂຍບາຍອັນຖືກຕ້ອງເປັນ ທໍາຂອງລັດ ແຫ່ງ ສປປ ລາວ, ໃນ ການກໍ່ສ້າງຕົນເອງໃຫ້ກາຍເປັນ ພົນລະເມືອງດີຂອງຊາດ, ແນໃສ່ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍ ເພື່ອສ້າງເງື່ອນໄຂໃຫ້ເຂົາ ເຈົ້າມີການປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ໂອກາດດັ່ງກ່າວ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ເນັ້ນໃຫ້ ຄະນະກຳມະການອະໄພຍະໂທດ ລະດັບຊາດ, ກອງເລຂາຄະນະກໍາ ມະການອະໄພຍະໂທດ ລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບ ໃນ ການກວດກາ, ຄົ້ນຄວ້າ ໂດຍອີງໃສ່ ກົດໝາຍ, ລັດຖະບັນຍັດວ່າດ້ວຍ ການໃຫ້ອະໄພຍະໂທດ ແລະ ນິຕິກໍາ ທີ່ກ່ຽວຂ້ອງເປັນພື້ນຖານໃນການ ຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ ການສະເໜີຂໍອະໄພຍະໂທດ ໃຫ້ແກ່ ນັກໂທດ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນ ສັງຄົມ. ຂ່າວ: ອອປສ ພັກກະຊວງການຕ່າງປະເທດ ຄັ້ງ ທີ V ນີ້, ເປັນກອງປະຊຸມສຸດທີ່ມີ ຄວາມໝາຍສໍາຄັນ ໃນຊີວິດການ ເມືອງຂອງກະຊວງການຕ່າງປະ ເທດ, ເປັນການປະຕິບັດຕາມຫລັກ ການນໍາພາ ແລະ ຈັດຕັ້ງປະຕິບັດ ແນວທາງຂອງພັກ ແນໃສ່ປັບປຸງ ກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງດ້ານການຈັດຕັ້ງ ແລະ ແບບ ແຜນການນໍາພາ-ວິທີເຮັດວຽກທີ່ ມີວິທະຍາສາດ, ເປັນບັ້ນດໍາເນີນ ຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກະຊວງການ ຕ່າງປະເທດ, ຜ່ານກອງປະຊຸມໃຫຍ່ ຄັ້ງນີ້, ຈະເຮັດໃຫ້ຄຸນນະພາບ, ບົດ ບາດ, ຄວາມສາມາດການນໍາພາ ຂອງຄະນະພັກ ໃນອົງຄະນະພັກ ກະຊວງການຕ່າງປະເທດ ໄດ້ຮັບ ການເຊີດຊູສູງຂຶ້ນກວ່າເກົ່າ. ໃນວາລະການດໍາເນີນກອງປະ ຊຸມໃນຄັ້ງນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ຜ່ານຮ່າງບົດ ລາຍງານການເມືອງ ໂດຍໄດ້ສະ ຫລຸບຕີລາຄາການນໍາພາຂອງອົງ ຄະນະພັກກະຊວງການຕ່າງປະເທດ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ການຕ່າງປະເທດ ໃນໄລຍະ 5 ປີ ຜ່ານມາ (2021-2025) ພ້ອມ ທັງວາງທິດທາງລວມ ແລະ ໜ້າທີ່ ຕົ້ນຕໍໃນການນໍາພາຂອງອົງຄະນະ ພັກກະຊວງການຕ່າງປະເທດ ໃນ ໄລຍະ 5 ປີຕໍ່ໜ້າ (2026-20 0) ໂດຍຍຶດໝັ້ນໃນແນວທາງການຕ່າງ ປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງ ສະເໝີຕົ້ນສະເໝີປາຍ”, ຕາມທິດ ນໍາ “ເພີ່ມມິດຫລຸດຜ່ອນສັດຕູ” ແລະ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ແລະ ປະຕິບັດນະໂຍບາຍ ເປີດກວ້າງການພົວພັນຮ່ວມມືແບບ ຫລາຍທິດ, ຫລາຍ°່າຍແລະຫລາຍ ຮູບແບບກັບບັນດາປະເທດໃນໂລກ ໂດຍບໍ່ໄດ້ຈຳແນກລະບອບການ ເມືອງ. ພ້ອມກັນນີ້, ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງ ຄວາມເປັນເອກະພາບຕໍ່ບົດລາຍ ງານການເມືອງບົນພື້ນຖານໄຈ້ ແຍກໃຫ້ເຫັນໝາກຜົນທີ່ພົ້ນເດັ່ນທີ່ ຍາດມາໄດ້, ບັນດາຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໃນກອງ ປະຊຸມ, ຍັງໄດ້ຮັບຟັງການປະກອບ ຄໍາເຫັນຈາກບັນດາໜ່ວຍພັກ ສໍາ ນັກງານຜູ້ຕາງໜ້າ ແຫ່ງ ສປປລາວ ປະຈໍາຢູ່ຕ່າງປະເທດ, ຕາງໜ້າ ອົງການຈັດຕັ້ງມະຫາຊົນ, ຕາງໜ້າ ສະມາຊິກພັກ, ເອກອັກຄະລັດຖະ ທູດ ແລະ ຕາງໜ້າໃຫ້ນັກການທູດ ອາວຸໂສ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະ ນະພັກກະຊວງການຕ່າງປະເທດ ຄັ້ງທີ V ນີ້, ຍັງໄດ້ພ້ອມກັນປ່ອນ ບັດຄັດເລືອກເອົາຄະນະບໍລິຫານ ງານພັກ ກະຊວງການຕ່າງປະເທດ ຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນ ສົມບູນ ແລະ ສໍາຮອງໄປຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ. ພ້ອມນີ້, ກອງປະ ຊຸມ ຍັງໄດ້ຮັບກຽດຈາກ ສະຫາຍ ສະເຫລີມໄຊ ກົມມະສິດ ເພື່ອໂອ້ລົມ ແລະ ໃຫ້ການຊີ້ທິດເຍືອງທາງ ໃນ ການຈັດຕັ້ງປະຕິບັດມະຕິຂອງກອງ ປະຊຸມໃຫຍ່ ກໍຄື ການປະຕິບັດການ ເຄື່ອນໄຫວວຽກງານການຕ່າງປະ ເທດ ໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ ຕາມຄໍາຂວັນທີ່ວ່າ “ບຸກທະລຸດ້ານ ການທູດເສດຖະກິດ, ຫັນທິດເປັນ ທັນສະໄໝ, ວ່ອງໄວໃນດ້ານການ ເປັນເສນາທິການ”. ຂ່າວ: ກະຊວງຕ່າງປະທດ ອົງຄະນະພັກ... ຮອງນາຍົກ... ພິຈາລະນາ... ໄຂກອງປະຊຸມໃຫຍ່...

RkJQdWJsaXNoZXIy MTc3MTYxMQ==