ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 11.09.2025 ປີທີ 24 ສະບັບທີ 6.267 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j vvdcI'lh k'zq o'ko8h voIa [dv'xt-5 ,.spj z6 h cmovq '7totra dot7vos];';P'9a o 7A 'mu VIII 1j k'l5 f.9 dv'xt-5 ,.spj z6 h cmoc,j py ']k; mqj ;xtgmf 7A 'mu IX xy f]q 'fh ;pzq oleg]a f lqj 'glu ,[q f[kf0v' ll- lh k'7;k,xvfwr fh kolkmk]totl5 d{7;k,9tg]u odh k;|h k.o]k; vk9ko [5 o,k 3rmy ]kf dP,Ia []k';a o lq ,gfa fg9Q k2h k,tsk9a ddiu 7A 'mu 6 ພາກພື້ນອາຊຽນ ຄື: ບຣູໄນ, ອິນໂດ ເນເຊຍ, ກໍາປູເຈຍ, ລາວ, ມາເລ ເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ry 9k]tokdko.sh vtwrpt3mf s]5 fzj vo3mf c]t xj vp8q ;oa d3mf ]q 'ok,Ij ;,,n 7;k,\A o7q 'xvfwr mk'w-g[u c]t dko75h ,7v'0= h,6 olj ;o[5 d7q o w0dv'xt-5 ,.spj z6h cmovq '7totra d dt-;'dko8j k'xtgmf 7A 'mu V ຂປລ. ພິທີເຊັນສັນຍາການຮ່ວມ ມືດ້ານຄວາມໝັ້ນຄົງປອດໄພທາງ ໄຊເບີແລະການຄຸ້ມຄອງຂໍ້ມູນສ່ວນ F ອ່ານຕໍ່ໜ້າ 3 F ອ່ານຕໍ່ໜ້າ 3 ຂປລ. ເມື່ອບໍ່ດົນມານີ້, ກອງ ເລຂາ ກົມຄຸ້ມຄອງໂຄງການ ແລະ ການຮ່ວມມືສາກົນສະພາແຫ່ງ ຊາດລາວ ໂດຍໄດ້ຮັບການສະໜັບ ສະໜູນຈາກອົງການເພື່ອສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກ Heal th Poverty Act ion (HPA), ມະຫາວິທະຍາໄລວິທະ ຍາສາດສຸຂະພາບ ແລະ ຄູ່ຮ່ວມ ພັດທະນາ ຈັດສຳມະນາໃນຫົວຂໍ້ “ການສົ່ງເສີມພາລະບົດບາດຂອງ ສະມາຊິກສະພາແຫ່ງຊາດ ໃນ ການສ້າງຄວາມປອດໄພທາງດ້ານ ສາທາລະນະສຸກ ແລະ ຄວາມຈະ ບຸກຄົນ ລະຫວ່າງ ບໍລິສັດລາວໂທ ລະຄົມມະນາຄົມ ມະຫາຊົນ ແລະ ຂປລ. ອາຈານ ບຸນມາ ໂພທິ ລາດ ຜູ້ອຳນວຍການໂຮງຮຽນ ມສ ຈັນສະຫວ່າງ ເປັນຄູຄົນທີ 6 ຈາກ ສປປ ລາວ ກຽມຮັບພະຣາຊະທານ ລາງວັນສົມເດັດເຈົ້າຟ້າມະຫາຈັກ ກຣີຄັ້ງທີ6 ເຊິ່ງພິທີດັ່ງກ່າວ, ຈະຈັດ ຂຶ້ນໃນວັນທີ 15 ຕຸລາ 2025 ທີ່ກຸງ ເທບມະຫານະຄອນ ປະເທດໄທ. ລາງວັນສົມເດັດເຈົ້າຟ້າມະຫາ ຈັກກຣີ ເປັນລາງວັນ ເພື່ອຍ້ອງຍໍ ເຊີດຊູກຽດສັກສີຄູ ຜູ້ມີຜົນງານດີ ເດັ່ນ, ຜູ້ສ້າງການປ່ຽນແປງຊີວິດ ລູກສິດ ແລະ ສ້າງຄຸນປະໂຫຍດຕໍ່ ການສຶກສາໃນປະເທດຕ່າງໆ ໃນ ເລີນກ້າວໜ້າ ໃນ ສປປ ລາວ” ໂດຍການເປັນປະທານຮ່ວມໂດຍ ທ່ານ ບຸນຕາ ເທບພະວົງ ປະທານ ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ແລະ ທ່ານ ດຣ ເທັດ ລີນ F ອ່ານຕໍ່ໜ້າ 3 ຂປລ. ກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບ ງາມ ໃນວັນທີ 10 ກັນຍາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານ ຄະນະບໍລິຫານງານສູນກາງສະຫະ ພ້ອມດ້ວຍບັນດາສະຫາຍຕາງໜ້າ ອົງການຈັດຕັ້ງມະຫາຊົນ ແລະ ຜູ້ ແທນສົມບູນເຂົ້າຮ່ວມທັງໝົດ 218 vq '7totra d lkoxt-k-q ol6 'l5 f fegou odv'xt-5 ,.spj lt,k-y dra d 7A 'mu V ພັນແມ່ຍິງລາວ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ Iv'okpq d]a f4t,q o8u 8h voIa [z6h -j ;p g]0kmy dko.spj vq 'dkoltstxt-k-kf ຂປລ. ໃນວັນທີ 10 ກັນຍາ 2025, ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ສະຫາຍ, ຍິງ 71 ສະຫາຍ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການຕ່າງປະ ເທດ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງ ການ ໃນວັນທີ 10 ກັນຍາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກກະຊວງ, ລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ມີ ບັນດາສະຫາຍຄະນະບໍລິຫານງານ ພັກກະຊວງ, ຜູ້ຕາງໜ້າບັນດາສະ ຫາຍສະມາຊິກພັກອາວຸໂສບຳນານ, ຂປລ. ກອງປະຊຸມໃຫຍ່ ສະມາ ຊິກພັກ ອົງຄະນະພັກ ສານປະຊາ ຊົນສູງສຸດ ຄັ້ງທີ V ຈັດຂຶ້ນໃນ ວັນທີ 10-11 ກັນຍາ 2025 ໂດຍ ການເປັນປະທານຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາ ຄະນະພັກ, ປະທານສານປະຊາຊົນ ພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມ ການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ, ຫົວໜ້າຄະ ນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ບັນດາການນໍາ ພັກ-ລັດ, ພະນັກ ງານອາວຸໂສ-ບໍານານ, ບັນດາສະ ຫາຍຜູ້ແທນສົມບູນ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນວາລະດຳເນີນກອງປະຊຸມ ບັນດາຜູ້ແທນ ໄດ້ເປັນເຈົ້າການ ສຸມທຸກກໍາລັງສະຕິປັນຍາ, ເສີມ ຂະຫຍາຍສິດປະຊາທິປະໄຕ ເຂົ້າ ໃນການຄົ້ນຄວ້າປຶກສາຫາລື ກ້າວ ໄປເຖິງຄວາມເປັນເອກະພາບ ໃນ ລະດັບສູງຕໍ່ການຮັບຮອງເອົາທຸກ ສູງສຸດ ໂດຍມີ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການ ເມືອງສູນກາງພັກ , ປະທານ ຂປລ. ຄະນະກໍາມະການອະໄພ ຍະໂທດລະດັບຊາດ ຈັດກອງປະຊຸມ ຄົ້ນຄວ້າພິຈາລະນາການສະເໜີ ຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະການໃຫ້ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2025 ໃນວັນ ທີ 10 ກັນຍາ 2025 ພາຍໃຕ້ການ ເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ປະທານ ຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີທ່ານ ໄຊຊະນະ ໂຄດ ພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ຮອງປະທານຄະນະ ກໍາມະການອະໄພຍະໂທດ ລະດັບ ຊາດ(ຜູ້ປະຈໍາການ), ພ້ອມຄະນະ ກໍາມະການອະໄພຍະໂທດ ລະດັບ ສະຫາຍ ບຸນທອງ ຈິດມະນີ (ຜູ້ທີ 4 ນັບຈາກຊ້າຍຫາຂວາ ແຖວໜ້າ) ສະຫາຍ ສິນລະວົງ ຄຸດໄພທູນ (ຜູ້ທີ 4 ນັບຈາກຊ້າຍຫາຂວາ ແຖວໜ້າ) ທ່ານ ກິແກ້ວ ໄຂຄໍາພິທູນ (ຜູ້ທີ 3 ນັບຈາກຊ້າຍຫາຂວາ) ທ່ານ ພົອ ວິໄລ ຫລ້າຄໍາຟອງ ສະຫາຍ ສະເຫລີມໄຊ ກົມມະສິດ (ຜູ້ທີ 3 ນັບຈາກຊ້າຍຫາຂວາ) F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2
@ 0j k; c]t gsfdko 11/09/2025 xtgmf]k; lkmk]tot]a f xt-kmy xtw8 xt-k-q o]k; \A opn oK ກອງປະຊຸມໃຫຍ່... ບັນຫາ ເປັນຕົ້ນ ການສະຫລຸບຕີລາ ຄາ, ຖອດຖອນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະ ເທດ ຄັ້ງທີ VIII, ການຈັດຕັ້ງປະ ຕິບັດແຜນພັດທະນາແມ່ຍິງແຫ່ງ ຊາດ 10 ແຜນງານ 65 ໂຄງການ ໃນໄລຍະ 2021-2025 ຜ່ານມາ ຮັບຮອງເອົາບົດລາຍງານການ ເມືອງທັງສອງພາກ, ພ້ອມທັງກໍາ ນົດທິດທາງ, ຄາດຄະເນສູ້ຊົນ 5 ປີ (2026-20 0) ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຮັບຮອງເອົາວິໄສທັດຮອດປີ20 5 ແລະ ແຜນພັດທະນາແມ່ຍິງລາວ ຊຶ່ງກວມເອົາ 9 ເປົ້າໝາຍ, 1 ແຜນ ວຽກຈຸດສຸມ ແລະ 144 ວຽກຈຸດ ສຸມ, ຮັບຮອງເອົາກົດລະບຽບສະ ບັບປັບປຸງໃໝ່ ແນໃສ່ປັບປຸງອົງ ການຈັດຕັ້ງສະຫະພັນແມ່ຍິງ ໃຫ້ ໜັກແໜ້ນ ເຂັ້ມແຂງ ສົມເປັນການ ຈັດຕັ້ງມະຫາຊົນໃນການພັດທະນາ ແມ່ຍິງລາວ ແລະ ຕົວແທນແຫ່ງ ການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຢ່າງແທ້ຈິງ. ພ້ອມນີ້, ຜູ້ ແທນກອງປະຊຸມໃຫຍ່ ຍັງໄດ້ເປັນ ເອກະສັນຮັບຮອງເອົາ ຄໍາຂວັນ ຂອງສະຫະພັນແມ່ຍິງລາວ ຄື: “ພັດ ທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດ ຊາດ”, ຂໍ້ແຂ່ງຂັນ ດີ ຄື: “ພົນລະ ເມືອງດີ, ພັດທະນາດີ, ສ້າງຄອບ ຄົວດີ”. ພ້ອມນັ້ນ, ຍັງໄດ້ເປັນເອກະ ພາບຮັບຮອງເອົາກົດລະບຽບສະ ບັບປັບປຸງ, ບົດສໍາຫລວດການ ນໍາພາ ຂອງຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະ ໄໝທີ VIII ໃນການນຳພາ-ຊີ້ນຳ ຂະບວນການແມ່ຍິງຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດ ຄັ້ງທີ VIII ແລະ ແຜນພັດທະນາແມ່ຍິງແຫ່ງຊາດ ໃນໄລຍະ 2021-2025 ຜ່ານມາ ຊຶ່ງມີດ້ານດີຫລາຍດ້ານ ທີ່ພາໃຫ້ມີ ຜົນສໍາເລັດຕາມແຜນການ ກໍຄື ເປົ້າ ໝາຍທີ່ວາງໄວ້. ພ້ອມນີ້, ຍັງຊອກ ເຫັນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ລວມ ທັງບົດຮຽນທີ່ຖອດຖອນໄດ້ ເພື່ອ ເປັນບ່ອນອີງໃຫ້ຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ນຳໃຊ້ເຂົ້າໃນການ ນຳພາຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ແລະ ແຜນພັດທະນາແມ່ ຍິງລາວ ໃນ 5 ປີ ຕໍ່ໜ້າ ໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້. ໃນກອງປະຊຸມ ບັນດາຜູ້ແທນ ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ ສິດຂອງຕົນ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສະຫະພັນແມ່ ຍິງລາວ ສະໄໝທີ IX ບົນພື້ນຖານ ຫລັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດ ຖານເງື່ອນໄຂທີ່ກໍານົດໄວ້ ໂດຍມີ ຜູ້ລົງສະໝັກເລືອກຕັ້ງທັງໝົດ 65 ສະຫາຍ, ເລືອກເອົາ 61 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ ເຫັນດີເປັນເອກະສັນເລືອກຕັ້ງເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ເລືອກເອົາ ສະຫາຍ ນາງ ທໍາມາ ເພັດວິໄຊ, ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນຮອງປະທານ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ. ພ້ອມນີ້, ຍັງໄດ້ ເລືອກເອົາ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາ, ສະຫາຍ ນາງ ພູຄໍາ ຄັດສະຫວ່າງ ແລະ ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນຮອງປະທານກວດ ກາ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ ສະໄໝທີ IX. ໃນໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ ໃນ ຄັ້ງນີ້, ພ້ອມທັງເນັ້ນໃຫ້ຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງ ລາວ ຊຸດໃໝ່ ຕ້ອງເປັນເຈົ້າການນໍາ ພາ-ຊີ້ນໍາ ຜັນຂະຫຍາຍເນື້ອໃນ ຈິດໃຈ ຂອງກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ເປັນໂຄງການ ແລະ ຫັນເປັນນິຕິກໍາລະອຽດ ຂອງ ສະຫະພັນແມ່ຍິງລາວແຕ່ລະຂັ້ນ, ເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນຕົນ ເພື່ອຈັດຕັ້ງປະ ຕິບັດໃຫ້ເກີດຜົນເປັນຈິງ ພ້ອມກັນ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະ ບໍລິຫານງານສູນກາງສະຫະພັນແມ່ ຍິງລາວ, ສະຫະພັນແມ່ຍິງກະຊວງອົງການ ແລະ ທ້ອງຖິ່ນ-ຮາກຖານ ຕະຫລອດເຖິງສະມາຊິກພັກ, ພະ ນັກງານ, ສະມາຊິກສະຫະພັນແມ່ ຍິງລາວ ແລະ ແມ່ຍິງລາວບັນດາ ເຜົ່າໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ເປັນ ເອກະພາບກັນ, ມີຄວາມຕື່ນຕົວເປັນ ເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ ຊີວິດຕົວຈິງ ໃຫ້ເປັນຂະບວນການ ທີ່ແຂງແຮງ ແລະ ເປັນຮູບປະທໍາ ຢ່າງແທ້ຈິງ ສະຫະພັນແມ່ຍິງແຕ່ ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການ ຈັດຕັ້ງຂອງຕົນ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງໃນທຸກດ້ານ, ເອົາ ໃຈໃສ່ປັບປຸງແບບແຜນນໍາພາ, ວິທີ ເຮັດວຽກໃຫ້ແທດຕົວຈິງ, ຕິດແທດ ກັບຮາກຖານ, ເຮັດວຽກມີແຜນການ, ແຜນງານ, ມີໂຄງການລະອຽດຈະ ແຈ້ງ, ມີການຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ສະຫລຸບ ຖອນຖອນບົດຮຽນ ໃນແຕ່ລະໄລ ຍະໃຫ້ຖືກຕ້ອງສ່ອງແສງຄວາມ ເປັນຈິງຢ່າງພາວະວິໄສ. ໃຫ້ຕັ້ງ ໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວເອື້ອຍນ້ອງແມ່ຍິງ ເປັນ ຕົ້ນການເຊື່ອຖືງົມງວາຍ, ການຖືກ ກົດໜ່ວງຈາກຮີດຄອງປະເພນີທີ່ ຫລ້າຫລັງ ແລະ ປະກົດການຫຍໍ້ທໍ້ ຕ່າງໆໃນສັງຄົມ, ການພົວພັນກັບ ການຄ້າຂາຍ, ການເສບສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະ ນຸດ,ການຄ້າປະເວນີ,ການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ການໄປອອກແຮງງານ ທີ່ບໍ່ຖືກ ຕ້ອງຕາມກົດໝາຍ ຢູ່ຕ່າງປະເທດ. ພ້ອມນີ້, ບັນດາສະຫາຍ ຄະນະນໍາ ຂອງສູນກາງສະຫະພັນແມ່ຍິງລາວ ຊຸດໃໝ່ ຕ້ອງເປັນເຈົ້າການເພີ່ມທະ ວີການພົວພັນຮ່ວມມືກັບອົງການ ຈັດຕັ້ງແມ່ຍິງ ປະເທດເພື່ອນມິດ ຍຸດທະສາດ, ບັນດາປະເທດເພື່ອນ ມິດໃນໂລກ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຢ່າງມີຈຸດ ສຸມ ແລະ ມີການເລືອກເຟັ້ນ ເພື່ອ ຍາດແຍ່ງເອົາທຶນຮອນ, ຄວາມ ຮູ້, ບົດຮຽນ, ປະສົບການໃຫ້ເປັນ ກໍາລັງແຮງສັງຮວມ ເຂົ້າໃນການ ປັບປຸງ, ຍົກລະດັບ ແລະ ພັດທະນາ ແມ່ຍິງລາວ ໃຫ້ກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ພາບ: ພະແນກຮູບພາບ ສູນກາງແນວລາວສ້າງຊາດ, ມີບັນ ດາສະຫາຍຄະນະປະຈໍາພັກ, ຄະນະ ພັກ, ສະມາຊິກພັກ, ຜູ້ແທນສົມບູນ ແລະ ບັນດາສະຫາຍຜູ້ຕາງໜ້າຄະ ນະພັກ ທີ່ມາຈາກຄະນະຈັດຕັ້ງສູນ ກາງພັກ, ອົງການໄອຍະການປະ ຊາຊົນສູງສຸດ, ກະຊວງຍຸຕິທຳ, ກະ ຊວງປ້ອງກັນຄາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ນາງ ວຽງທອງ ສີພັນ ດອນ ໄດ້ກ່າວເປີດກອງປະຊຸມວ່າ: ໃນກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນ ຄວ້າ, ພິຈາລະນາບົດສະຫລຸບການ ນໍາພາ-ຊີ້ນຳຂອງອົງຄະນະພັກ ສານປະຊາຊົນສູງສຸດ ໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ສານ ປະຊາຊົນສູງສຸດ ໃນ 5 ປີທີ່ຜ່ານ ມາ, ປຶກສາຫາລື ແລະ ປະກອບຄໍາ ເຫັນໃສ່ການກໍານົດທິດທາງ, ໜ້າທີ່ ແຕ່ລະດ້ານໃນ 5 ປີຕໍ່ໜ້າ ເພື່ອສືບຕໍ່ ເຮັດໃຫ້ການນຳພາ-ຊີ້ນຳ ກໍຄື ການ ຈັດຕັ້ງປະຕິບັດ ໃຫ້ມີບາດກ້າວຫັນ ປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດລ້ອນພາລະ ບົດບາດ ໜ້າທີ່ການພັດທະນາສານ ປະຊາຊົນ ໃຫ້ກ້າວສູ່ຂີດໝາຍໃໝ່ ຢ່າງບໍ່ຢຸດຢັ້ງ ເພື່ອຮອງຮັບໜ້າທີ່ ການເມືອງຂອງພັກ-ລັດທີ່ນັບມື້ນັບ ສູງຂຶ້ນ ແລະ ການເຊື່ອມໂຍງພາກ ພື້ນ ແລະ ສາກົນເທື່ອລະກ້າວ. ພ້ອມ ນີ້, ກອງປະຊຸມ ຍັງຈະໄດ້ພ້ອມກັນ ດໍາເນີນການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກສານປະຊາ ຊົນສູງສຸດ ຄັ້ງທີ V ຕື່ມອີກ. ພ້ອມນີ້,ສະຫາຍນາງວຽງທອງ ສີພັນດອນ ຍັງໄດ້ຜ່ານຮ່າງລາຍ ງານການເມືອງ ຂອງຄະນະບໍລິ ຫານງານພັກ ສະໄໝທີ IV ໂດຍ ສະຫາຍ ໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ຂອງອົງຄະນະພັກສານປະຊາຊົນ ສູງສຸດໃນໄລຍະ 5 ປີຜ່ານມາ (2021-2025) ເປັນຕົ້ນ ແມ່ນ ການນໍາພາການບໍລິຫານຄະດີ ເຊິ່ງ ຄະນະພັກສານປະຊາຊົນສູງສຸດ ຍາມໃດກໍໄດ້ເອົາໃຈໃສ່ຢ່າງຈິງ ຈັງ, ໃກ້ຊິດ ແລະ ຖືເປັນວຽກໃຈ ກາງຈຸດສຸມໃນການນຳພາ-ຊີ້ນຳ ວຽກງານບໍລິຫານຄະດີ ໂດຍຕິດ ພັນກັບການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ 0 7 ຂອງຄະນະ ບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດທິພາບ ໃນການ ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍ ລະບຽບກົດໝາຍ, ມະຕິ 112 ຂອງ ກົມການເມືອງສູນກາງພັກ ວ່າ ດ້ວຍການຍົກສູງປະສິດທິພາບ ການດໍາເນີນຄະດີຕາມຂະບວນ ຍຸຕິທຳ, ໄປຄວບຄູ່ກັບການຈັດຕັ້ງ ຜັນຂະຫຍາຍ 2 ວາລະແຫ່ງຊາດ ຊຶ່ງໄດ້ກໍານົດເປັນແຜນງານ, ໂຄງ ການລະອຽດໃນການຈັດຕັ້ງປະຕິ ບັດ ແລະ ຖືເອົາຂະບວນການ ສ້າງຕິດພັນກັບການພິຈາລະນາຕັດ ສິນຄະດີ ຂັ້ນພາຍໃຕ້ຂໍ້ແຂ່ງຂັນ ປ ຄື: “ໂປ່ງໃສ, ເປັນເອກກະລາດ, ເປັນທໍາ”. ຜ່ານການຈັດຕັ້ງປະຕິບັດ ວຽກງານຕົວຈິງຂອງສານປະຊາ ຊົນສູງສຸດ ໃນໄລຍະ 5 ປີຜ່ານມາ, ມີຄະດີເຂົ້າມາສານທຸກຂັ້ນ ທັງໝົດ 5.068 ເລື່ອງ, ແກ້ໄຂ 1.9 7 ເລື່ອງ ເທົ່າກັບ 91,07 , ທຽບໃສ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ປະ ຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ 85 , ຄະດີຍັງຄ້າງ .1 1 ເລື່ອງ. ພ້ອມນີ້, ສະຫາຍ ນາງ ວຽງທອງ ສີພັນດອນ ຍັງໄດ້ຍົກໃຫ້ເຫັນຈຸດ ອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລ ຍະຜ່ານມາ, ຍົກໃຫ້ເຫັນທິດທາງ ລວມ, ຄາດໝາຍສູ້ຊົນ ແລະ ວຽກ ງານຈຸດສຸມໃນ 5 ປີຕໍ່ໜ້າ (202620 0) ຕື່ມອີກ. ສັງລວມແລ້ວໃນ5ປີແຫ່ງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ສານປະຊາຊົນສູງສຸດ ເຖິງວ່າຈະມີ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫລາຍປະການກໍຕາມ, ແຕ່ດ້ວຍ ການນໍາພາຂອງອົງຄະນະພັກ ແລະ ຄວາມບຸກເບີນເປັນເຈົ້າການນໍາ ໜ້າຂອງສະມາຊິກພັກ ໄດ້ເຮັດໃຫ້ ສານປະຊາຊົນສູງສຸດ ຮັກສາໄດ້ ຄວາມສາມັກຄີເປັນປຶກແຜ່ນແໜ້ນ ໜາ, ສາມາດຍາດໄດ້ຜົນງານອັນ ໃຫຍ່ຫລວງໃນແຕ່ລະດ້ານແລະ ເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໃນກອງປະຊຸມ ຜູ້ແທນສົມບູນ ຍັງຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດຄັດເລືອກເອົາຄະ ນະບໍລິຫານງານພັກ ສານປະຊາ ຊົນສູງສຸດ ຊຸດໃໝ່ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຢ້ຽມຂ່ຳນັບຂອງ ທ່ານ ນາງ ການ ນີ ວິຍາຣາຈາ (.T. ,anni 8iHnaraKa) ຜູ້ຊ່ວຍເລຂາທິການ ໃຫຍ່ ອົງການສະຫະປະຊາຊາດ, ຜູ້ ອໍານວຍການພາກພື້ນອາຊີ-ປາຊີ ຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (6/%P) ໃນ ໂອກາດທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍິນ ດີຕ້ອນຮັບອັນອົບອຸ່ນ ຕໍ່ການເດີນ ທາງມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ການ ນີ ວິຍາຣາຈາ ໃນຄັ້ງນີ້, ພາຍຫລັງ ທີ່ເຄີຍມາຢ້ຽມຢາມ ສປປ ລາວ ໃນປີ 2022, ອັນເປັນການຢັ້ງຢືນ ເຖິງຄວາມເອົາໃຈໃສ່ ແລະ ການ ໃຫ້ຄວາມສຳຄັນຕໍ່ກັບການພົວພັນ ຮ່ວມມື ລະຫວ່າງ ອົງການ ສປຊ ເພື່ອການພັດທະນາ ແລະ ສປປ ລາວ ຕະຫລອດມາ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ລັດ ຖະບານ ແຫ່ງ ສປປ ລາວ ສະແດງ ຄວາມຊົມເຊີຍການສະເຫລີມສະ ຫລອງ 60 ປີ ການສ້າງຕັ້ງອົງການ 6/%P ນັບແຕ່ປີ 1965 ເປັນຕົ້ນ ມາ, ພ້ອມທັງໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ແລະ ຕີລາຄາ ສູງຕໍ່ກັບການເປັນຄູ່ຮ່ວມພັດທະນາ ທີ່ສໍາຄັນຂອງ ສປປ ລາວ ນັບແຕ່ປີ 1988 ເປັນຕົ້ນມາ ໂດຍໃຫ້ການ ສະໜັບສະໜູນດ້ານການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຫລາຍຂະແໜງການ ເຊັ່ນ: ຂະແໜງການບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ, ການ ຫລຸດຜ່ອນຄວາມທຸກຍາກ ດ້ານ ສິ່ງແວດລ້ອມ, ການປ່ຽນແປງດິນ ຟ້າອາກາດ ແລະ ການສ້າງຄວາມ ທົນທານ ການສົ່ງເສີມບົດບາດ ຍິງ-ຊາຍ ແລະ ການສ້າງຄວາມ ເຂັ້ມແຂງໃຫ້ແກ່ເພດຍິງ ແລະ ການ ເກັບກູ້ລະເບີດບໍ່ທັນແຕກ. ປັດຈຸບັນ, ສປປ ລາວ ແລະ ອົງການ 6/%P ພວມຮ່ວມກັນຈັດຕັ້ງປະຕິບັດ ເອກະ ສານແຜນງານການຮ່ວມມືຂອງ ອົງການ6/%Pສຳລັບສປປລາວ ສົກປີ 2022-2026 ($oVntry ProHraNNe %ocVNent Gor -ao P%3 2022-2026) ແລະ ມີ 19 ໂຄງການທີ່ກຳລັງຈັດຕັ້ງປະ ຕິບັດຜ່ານບັນດາແຜນງານແລະຂະ ແໜງການຕ່າງໆ ລວມມູນຄ່າທັງ ໝົດປະມານ 60 ລ້ານໂດລາສະ ຫະລັດ. ການຮ່ວມມືດັ່ງກ່າວ, ຖືວ່າ ເປັນການປະກອບສ່ວນສໍາຄັນໃນ ການຈັດຕັ້ງປະຕິບັດບັນດາແຜນ ງານຕ່າງໆ ຕາມບຸລິມະສິດການ ພັດທະນາປະເທດ ລວມທັງຄວາມ ພະຍາຍາມຂອງ ສປປ ລາວ ໃນ ການກະກຽມອອກຈາກສະຖານະ ພາບດ້ອຍພັດທະນາພາຍໃນປີ 2026 ກໍຄືການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ ເພື່ອໃຫ້ທຸກຄົນພ້ອມກັນກ້າວໄປ. ໃນໂອກາດດຽວກັນນີ້, ທ່ານ ນາງ ການນີ ວິຍາຣາຈາ ກໍໄດ້ສະ ແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມ ຄືບໜ້າໃນຫລາຍວຽກງານ ຂອງ ລັດຖະບານ ສປປ ລາວ ໃນການ ພັດທະນາປະເທດ ກໍຄື ການຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງ ໂດຍສະເພາະການກະ ກຽມຄວາມພ້ອມ ໃນການອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ. ພ້ອມກັນນີ້, ກໍໄດ້ຊົມ ເຊີຍຕໍ່ຄວາມພະຍາຍາມ ຂອງລັດ ຖະບານລາວ ໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ປາງສົງຄາມ. ຂ່າວ: ສົມຫວັງ ພາບ: ກົມປະຊາສໍາພັນ ຫສນຍ ຊາດ ແລະ ກອງເລຂາຄະນະກໍາມະ ການອະໄພຍະໂທດລະດັບຊາດ ເຂົ້າຮ່ວມ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍ ໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແກ່ ນັກໂທດ ປະຈຳປີ 2025 ເຊິ່ງມີ ນັກໂທດທີ່ສະເໜີຂໍໃຫ້ອະໄພຍະ ໂທດ 2.867 ຄົນ, ຍິງ 64 ຄົນ, ຕ່າງປະເທດ 59 ຄົນ, ຍິງ 7 ຄົນ. ໃນນີ້, ມີນັກໂທດສະເໜີຂໍອະໄພຍະ ໂທດຫລຸດຜ່ອນໂທດ 2.640 ຄົນ, ຍິງ 4 ຄົນ, ຕ່າງປະເທດ 58 ຄົນ, ຍິງ 7 ຄົນ ນັກໂທດຂໍອະໄພ ຍະໂທດປ່ອຍຕົວ 227 ຄົນ, ຍິງ 0 ຄົນ, ຕ່າງປະເທດ 1 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດ ແຕ່ລະຂັ້ນ ຍັງໄດ້ຊຸກຍູ້ພະແນກ ຍຸຕິທຳ ແລະ ອົງການປະຕິບັດຄໍາ ຕັດສີນຂອງສານໃນຂອບເຂດທົ່ວ ປະເທດ ເກັບຄ່າປັບໃໝ ແລະ ຄ່າ ເສຍຫາຍທາງແພ່ງ ທີ່ນັກໂທດໄດ້ ຊຳລະ ໃນບັ້ນການຄົ້ນຄວ້າສະເໜີ ຂໍອະໄພຍະໂທດ ປະຈຳປີ 2025 ມີຈໍານວນ 1 , ຕື້ກວ່າກີບ. ໃນ ນີ້, ມີຄ່າເສຍຫາຍທາງແພ່ງ ,1 ຕື້ກວ່າກີບ, ຄ່າປັບໃໝທາງອາຍາ 10,22 ຕື້ກວ່າກີບ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມ ກັນ, ກວດກາ, ຄົ້ນຄວ້າ ແລະ ປະ ກອບຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອ ເຮັດໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານ ໃຫ້ອະໄພຍະ ໂທດມີປະສິດທິພາບ, ຮັບປະກັນ ນະໂຍບາຍມະນຸດສະທຳ, ເພື່ອສຶກ ສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວ ທາງນະໂຍບາຍອັນຖືກຕ້ອງເປັນ ທໍາຂອງລັດ ແຫ່ງ ສປປ ລາວ, ໃນ ການກໍ່ສ້າງຕົນເອງໃຫ້ກາຍເປັນ ພົນລະເມືອງດີຂອງຊາດ, ແນໃສ່ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍ ເພື່ອສ້າງເງື່ອນໄຂໃຫ້ເຂົາ ເຈົ້າມີການປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ໂອກາດດັ່ງກ່າວ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ເນັ້ນໃຫ້ ຄະນະກຳມະການອະໄພຍະໂທດ ລະດັບຊາດ, ກອງເລຂາຄະນະກໍາ ມະການອະໄພຍະໂທດ ລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບ ໃນ ການກວດກາ, ຄົ້ນຄວ້າ ໂດຍອີງໃສ່ ກົດໝາຍ, ລັດຖະບັນຍັດວ່າດ້ວຍ ການໃຫ້ອະໄພຍະໂທດ ແລະ ນິຕິກໍາ ທີ່ກ່ຽວຂ້ອງເປັນພື້ນຖານໃນການ ຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ ການສະເໜີຂໍອະໄພຍະໂທດ ໃຫ້ແກ່ ນັກໂທດ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນ ສັງຄົມ. ຂ່າວ: ອອປສ ພັກກະຊວງການຕ່າງປະເທດ ຄັ້ງ ທີ V ນີ້, ເປັນກອງປະຊຸມສຸດທີ່ມີ ຄວາມໝາຍສໍາຄັນ ໃນຊີວິດການ ເມືອງຂອງກະຊວງການຕ່າງປະ ເທດ, ເປັນການປະຕິບັດຕາມຫລັກ ການນໍາພາ ແລະ ຈັດຕັ້ງປະຕິບັດ ແນວທາງຂອງພັກ ແນໃສ່ປັບປຸງ ກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນ ດ້ານການເມືອງ-ແນວຄິດ, ເຂັ້ມ ແຂງດ້ານການຈັດຕັ້ງ ແລະ ແບບ ແຜນການນໍາພາ-ວິທີເຮັດວຽກທີ່ ມີວິທະຍາສາດ, ເປັນບັ້ນດໍາເນີນ ຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກະຊວງການ ຕ່າງປະເທດ, ຜ່ານກອງປະຊຸມໃຫຍ່ ຄັ້ງນີ້, ຈະເຮັດໃຫ້ຄຸນນະພາບ, ບົດ ບາດ, ຄວາມສາມາດການນໍາພາ ຂອງຄະນະພັກ ໃນອົງຄະນະພັກ ກະຊວງການຕ່າງປະເທດ ໄດ້ຮັບ ການເຊີດຊູສູງຂຶ້ນກວ່າເກົ່າ. ໃນວາລະການດໍາເນີນກອງປະ ຊຸມໃນຄັ້ງນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ຜ່ານຮ່າງບົດ ລາຍງານການເມືອງ ໂດຍໄດ້ສະ ຫລຸບຕີລາຄາການນໍາພາຂອງອົງ ຄະນະພັກກະຊວງການຕ່າງປະເທດ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງ ການຕ່າງປະເທດ ໃນໄລຍະ 5 ປີ ຜ່ານມາ (2021-2025) ພ້ອມ ທັງວາງທິດທາງລວມ ແລະ ໜ້າທີ່ ຕົ້ນຕໍໃນການນໍາພາຂອງອົງຄະນະ ພັກກະຊວງການຕ່າງປະເທດ ໃນ ໄລຍະ 5 ປີຕໍ່ໜ້າ (2026-20 0) ໂດຍຍຶດໝັ້ນໃນແນວທາງການຕ່າງ ປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງ ສະເໝີຕົ້ນສະເໝີປາຍ”, ຕາມທິດ ນໍາ “ເພີ່ມມິດຫລຸດຜ່ອນສັດຕູ” ແລະ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ແລະ ປະຕິບັດນະໂຍບາຍ ເປີດກວ້າງການພົວພັນຮ່ວມມືແບບ ຫລາຍທິດ, ຫລາຍ°່າຍແລະຫລາຍ ຮູບແບບກັບບັນດາປະເທດໃນໂລກ ໂດຍບໍ່ໄດ້ຈຳແນກລະບອບການ ເມືອງ. ພ້ອມກັນນີ້, ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງ ຄວາມເປັນເອກະພາບຕໍ່ບົດລາຍ ງານການເມືອງບົນພື້ນຖານໄຈ້ ແຍກໃຫ້ເຫັນໝາກຜົນທີ່ພົ້ນເດັ່ນທີ່ ຍາດມາໄດ້, ບັນດາຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໃນກອງ ປະຊຸມ, ຍັງໄດ້ຮັບຟັງການປະກອບ ຄໍາເຫັນຈາກບັນດາໜ່ວຍພັກ ສໍາ ນັກງານຜູ້ຕາງໜ້າ ແຫ່ງ ສປປລາວ ປະຈໍາຢູ່ຕ່າງປະເທດ, ຕາງໜ້າ ອົງການຈັດຕັ້ງມະຫາຊົນ, ຕາງໜ້າ ສະມາຊິກພັກ, ເອກອັກຄະລັດຖະ ທູດ ແລະ ຕາງໜ້າໃຫ້ນັກການທູດ ອາວຸໂສ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະ ນະພັກກະຊວງການຕ່າງປະເທດ ຄັ້ງທີ V ນີ້, ຍັງໄດ້ພ້ອມກັນປ່ອນ ບັດຄັດເລືອກເອົາຄະນະບໍລິຫານ ງານພັກ ກະຊວງການຕ່າງປະເທດ ຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນ ສົມບູນ ແລະ ສໍາຮອງໄປຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ. ພ້ອມນີ້, ກອງປະ ຊຸມ ຍັງໄດ້ຮັບກຽດຈາກ ສະຫາຍ ສະເຫລີມໄຊ ກົມມະສິດ ເພື່ອໂອ້ລົມ ແລະ ໃຫ້ການຊີ້ທິດເຍືອງທາງ ໃນ ການຈັດຕັ້ງປະຕິບັດມະຕິຂອງກອງ ປະຊຸມໃຫຍ່ ກໍຄື ການປະຕິບັດການ ເຄື່ອນໄຫວວຽກງານການຕ່າງປະ ເທດ ໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ ຕາມຄໍາຂວັນທີ່ວ່າ “ບຸກທະລຸດ້ານ ການທູດເສດຖະກິດ, ຫັນທິດເປັນ ທັນສະໄໝ, ວ່ອງໄວໃນດ້ານການ ເປັນເສນາທິການ”. ຂ່າວ: ກະຊວງຕ່າງປະທດ ອົງຄະນະພັກ... ຮອງນາຍົກ... ພິຈາລະນາ... ໄຂກອງປະຊຸມໃຫຍ່...
11/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K 8u -tot7;k,m5 dpkd ©ດຍ ເຂົ້າຈານນ້¦ ຂປລ. ຄົນເຮົາເກີດມາຢູ່ໃນ ໂລກນີ້ມີຄວາມແຕກຕ່າງກັນບາງ ຄົນເກີດມາພໍ່ແມ່ ກໍມີພ້ອມທຸກຢ່າງ. ກົງກັນຂ້າມບາງຄົນເກີດມາພໍ່ແມ່ ກໍທຸກຍາກຂາດໆເຂີນໆ. ຄວາມ ທຸກຍາກດັ່ງກ່າວ ມັນກໍມີຫລາຍໆ ທິດທາງທີ່ສາມາດຕີເອົາຊະນະ ໄດ້, ແຕ່ຕ້ອງໄປຕາມແນວທາງ ຂອງພັກ-ລັດວາງອອກ ແລະ ບໍ່ ນອກເໜືອຈາກຄວາມອົດທົນ, ພະຍາຍາມ, ຄວາມດຸໝັ່ນຂະຫຍັນ ພຽນຂອງຕົວເຮົາເອງ. ແນວໃດ ກໍຕາມມື້ ຄໍລຳ “ລຶບລ້າງຄວາມທຸກ ຍາກ” ໜັງສືພິມປະເທດລາວ ຂໍພາ ທ່ານຜູ້ອ່ານໄປຮູ້ຈັກກັບຄອບຄົວໜຶ່ງ ຢູ່ທາງພາກໃຕ້ ທີ່ຕໍ່ສູ້ຕ້ານຄວາມ ທຸກຍາກຂາດເຂີນຈົນໃນທີ່ສຸດກໍ ສາມາດເອົາຊະນະສັດຕູທຸກຍາກ ດັ່ງກ່າວໄດ້ສີ້ນເຊີງ ແລະ ກາຍເປັນ ຄອບຄົວຕົວແບບໃນທີ່ສຸດ. ບຸກຄົນທີ່ສາມາດຕີເອົາຊະນະ ຄວາມທຸກຍາກນີ້, ກໍແມ່ນທ່ານ ຄໍາຈັກ ກອນບຸດເຕີ ຢູ່ບ້ານກໍາກອກ ເມືອງທ່າແຕງ ແຂວງເຊກອງ ໄດ້ ໃຫ້ຮູ້ວ່າ: ກ່ອນປີ 2015 ຄອບຄົວ ຕົນແມ່ນຖືການເຮັດນາປູກເຂົ້າ ເປັນອາຊີບຕົ້ນຕໍ ແລະ ລ້ຽງສັດເປັນ ສຳຮອງ ເຊິ່ງການປະກອບອາຊີບ ດັ່ງກ່າວ ຍັງບໍ່ທັນຕອບສະໜອງ ໄດ້ຕາມຄວາມຕ້ອງການອັນຍັງພາ ໃຫ້ຄອບຄົວຂາດໆເຂີນໆ. ຄວາມ ທຸກຍາກຂາດເຂີນນັ້ນ ຕົນບໍ່ຢາກ ຈະພົບພໍ້ ແລະ ຢາກໜີອອກໃຫ້ ຫ່າງເທົ່າທີ່ຫ່າງໄດ້ ຈຶ່ງໄດ້ຊົມໃຊ້ ທ່າແຮງທີ່ມີ ໂດຍສະເພາະແມ່ນເນື້ອ ທີ່ທຳການຜະລິດເປັນສິນຄ້າ, ທຶນ ຮອນສະສົມຈໍານວນໜຶ່ງທັງໄດ້ກູ້ ຢືມເງິນຈາກທະນາຄານນະໂຍບາຍ ຈຳນວນ 0 ລ້ານກີບ ຫັນມາເອົາ ຈິງເອົາຈິງຈັງຈາກການເຮັດນາ ປູກເຂົ້າມາປູກກາເຟກາງໃນເນື້ອ ທີ່ 0,8 ເຮັກຕາ. ໃນນີ້, ລົງທຶນໃນ ເບື້ອງຕົ້ນປະມານ 16 ລ້ານກີບ, ຊື້ ແນວພັນ, ບຸກເບີກ, °ຸ່ນ, ອຸປະກອນ ແລະ ອື່ນໆ. ການປູກກາເຟໃນໄລຍະ ທຳອິດແມ່ນພົບຄວາມຫຍຸ້ງຍາກ ຫລາຍຢ່າງຍ້ອນທຶນຈຳກັດບວກ ກັບປະສົບການ ແລະ ເຕັກນິກການ ປູກບໍ່ທັນຫລາຍ, ຜົນຜະລິດກາເຟໄດ້ ໜ້ອຍບໍ່ສົມຄູ່ກັບການລົງທຶນ. ອຸປະສັກດ້ານປະສົບການບໍ່ ເປັນບັນຫາອີກຕໍ່ໄປເນື່ອງຈາກ ຄະນະພັກ-ອົງການປົກຄອງເມືອງ ໂດຍສະເພາະຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄດ້ລົງຕິດຕາມ ໃຫ້ຄຳແນະນໍາດ້ານເຕັກນິກການ ປູກ, ການບົວລະບັດຮັກສາ ແລະ ການເກັບກ່ຽວ. ພ້ອມກັບການຊອກ ຮູ້ຮໍ່າຮຽນ, ແລກປ່ຽນບົດຮຽນນໍາ ຜູ້ມີປະສົບການກໍຄືຜູ້ປະກອບການ ແລະ ບໍລິສັດຕ່າງໆຂອງຕົນ ເຂົ້າມາ ປະຕິບັດຕົວຈິງກໍເຮັດໃຫ້ຜົນຜະລິດ ກາເຟເພີ່ມຂຶ້ນໃນແຕ່ລະປີ ເຊິ່ງມັນ ໄດ້ສະແດງໃຫ້ເຫັນເຖິງດ້ານລາຍ ຮັບຄືໃນປີ 2018 ຄອບຄົວຕົນມີ ລາຍຮັບຈາກການຂາຍກາເຟປະ ມານ 180 ລ້ານກີບ. ທ່ານ ຄໍາຈັກ ກອນບຸດເຕີ. ເມື່ອມີລາຍຮັບບວກໃສ່ປະສົບ ການທີ່ມີ ຕົນກໍບໍ່ລໍຊ້າ ຈຶ່ງໄດ້ຊື້ດິນ ເພີ່ມອີກ 1,4 ເຮັກຕາ ໃນປີ 2019 ລວມເປັນ 2,2 ເຮັກຕາ ແລະ ລົງທຶນ ຕື່ມອີກ 65 ລ້ານກີບ. ອີກບໍ່ພໍເທົ່າໃດ ປີຄື: ປີ 2022 ກໍໄດ້ເກັບກູ້ຜົນ ຜະລິດກາເຟກາງ (ໝາກແດງ) ໄດ້ 57,2 ໂຕນ (ສະມັດຕະພາບ ສະເລ່ຍ 26 ໂຕນ ເຮັກຕາ). ໃນ ນີ້ສ້າງລາຍຮັບຈາກການຂາຍຜົນ ຜະລິດກາເຟ 1,02 ຕື້ກວ່າກີບ. ລາຍຮັບດັ່ງກ່າວ ຍັງບໍ່ພໍໃຈເທົ່າໃດ. ດັ່ງນັ້ນ, ປີ 202 ໄດ້ກູ້ຢືມເງິນຈາກ ທະນາຄານນະໂຍບາຍຕື່ມອີກ 00 ລ້ານກີບ ສົມທົບທຶນທີ່ມີຊື້ດິນເພີ່ມ ອີກ 6 ເຮັກຕາ ມາຮອດປັດຈຸບັນມີ ເນື້ອທີ່ປູກກາເຟລວມທັງໝົດ 8,2 ເຮັກຕາ, ຄາດຄະເນຜົນຜະລິດກາເຟ (ໝາກແດງ) ໃນທ້າຍປີ 2025 ປະມານ 21 ,2 ໂຕນ. ພ້ອມນີ້, ກໍຕັ້ງຄວາມຫວັງວ່າຈະສ້າງລາຍ ຮັບປະມານ ,8 ຕື້ກີບໃຫ້ແກ່ຄອບ ຄົວຕົນ. ທ່ານ ຄໍາຈັກ ກອນບຸດເຕີ ກ່າວ ດ້ວຍຄວາມພາກພູມໃຈວ່າ: ນີ້ລະ ຄືທິດທາງ ກໍຄື ເສັ້ນທາງທີ່ຕົນ ສາມາດຕີເອົາຊະນະຄວາມທຸກຍາກ ຄືເມື່ອກ່ອນໄດ້ ເຊິ່ງສະແດງໃຫ້ ເຫັນຢ່າງປະຈັກຕາຈາກຢູ່ເຮືອນ ທຳມະດາກ້າວໄປສູ່ການກໍ່ສ້າງ ເຮືອນຢູ່ຖາວອນ 1 ຫລັງ, ມີຮ້ານ ຂາຍເຄື່ອງ 1 ຮ້ານ, ລົດໃຫຍ່ 2 ຄັນ, ມີເງິນເກັບຈໍານວນໜຶ່ງ ແລະ ມີ ທຶນຮອນສົ່ງເສີມລູກເຂົ້າໂຮງຮຽນ. ແນວໃດກໍຕາມ, ບົດຮຽນ ແລະ ເຕັກນິກການປູກກາເຟທີ່ໄດ້ຮຽນຮູ້ ມາກໍໄດ້ເອົາໄປເຜີຍແຜ່, ແນະນໍາ ໃຫ້ປະຊາຊົນພາຍໃນບ້ານຜູ້ທີ່ມີ ເງື່ອນໄຂຫັນມາປູກກາເຟ ເພື່ອສ້າງ ລາຍຮັບໃຫ້ຄອບຄົວຄືດັ່ງຄອບຄົວ ຕົນຕື່ມອີກ. ຄອບຄົວໃດມີຄວາມອົດທົນດຸ ໝັ່ນຂະຫຍັນພຽນ, ຄອບຄົວນັ້ນກໍ ມີຢູ່ມີກິນ, ແຕ່ມີຄວາມດຸໝັ່ນພຽງ ຢ່າງດຽວກໍຍັງບໍ່ພຽງພໍຕ້ອງມີ ແນວທາງນະໂຍບາຍອັນຖືກຕ້ອງ ຂອງພັກ-ລັດຕື່ມອີກ ຈຶ່ງສາມາດ ປະສົບຜົນສຳເລັດ ແລະ ຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້. ດັ່ງ ຄອບຄົວທ່ານ ຄໍາຈັກ ກອນບຸດເຕີ ທີ່ມີພຽງສະມາຊິກຄອບຄົວ 6 ຄົນ, ແຮງງານຕົ້ນຕໍ 4 ຄົນ ແລະ ແຮງ ງານສໍາຮອງ 2 ຄົນ ໄດ້ພິສູດໃຫ້ ພວກເຮົາຮູ້ມາຂັ້ນເທິງນັ້ນແລ້ວ. ລົງນາມຮ່ວມມື... ຕໍ່ຈາກໜ້າ ບໍລິສັດ ອັນຟາເຊັກ ຈຳກັດ ຈັດຂຶ້ນ ໃນວັນທີ 9 ກັນຍາ 2025 ໂດຍການ ລົງນາມລະຫວ່າງທ່ານ ອາລຸນ ນະເດດ ບານຈິດ ຮອງຜູ້ອໍານວຍ ການໃຫຍ່ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນ ແລະ ທ່ານ ນິຊາພັດ ບຸນນັດດາ ປະທານເຈົ້າ ໜ້າທີ່°່າຍເຕັກໂນໂລຊີ ບໍລິສັດ ອັນ ຟາເຊັກ ຈຳກັດ ປະເທດໄທ ໂດຍມີ ທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍ ການໃຫຍ່ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນ ແລະ ທ່ານ ຊະນະພັນ ພິຣິຍະພັນ ກໍາມະການ ບໍລິສັດອັນຟາເຊັກຈຳກັດພ້ອມດ້ວຍ ຄະນະຜູ້ບໍລິຫານ ແລະ ພະນັກງານ ຂອງທັງສອງ°່າຍເຂົ້າຮ່ວມເປັນ ສັກຂີພິຍານ. ການເຊັນສັນຍາຮ່ວມມືໃນຄັ້ງ ນີ້, ແມ່ນສືບເນື່ອງມາຈາກໄພຄຸກ ຄາມທາງໄຊເບີ ທີ່ມີທ່າແຮງເພີ່ມ ຂຶ້ນໃນປັດຈຸບັນ ເຊິ່ງສ້າງຜົນກະ ທົບ ແລະ ຄວາມເສຍຫາຍຕໍ່ກັບຊັບ ສິນ, ຂໍ້ມູນສ່ວນບຸກຄົນ, ຄວາມ ເຊື່ອໝັ້ນ ແລະ ການດຳເນີນງານ ຂອງທຸກຫົວໜ່ວຍທຸລະກິດຢ່າງ ຫລວງຫລາຍ. ດັ່ງນັ້ນ, ບໍລິສັດ ລາວໂທລະຄົມ ມີຈຸດປະສົງທີ່ຈະ ເປັນຜູ້ນໍາດ້ານການຄຸ້ມຄອງຄວາມ ປອດໄພທາງໄຊເບີ ($yCer TecVrity) ໃນປະເທດລາວ ແນ ໃສ່ການນໍາສະເໜີບໍລິການ ແລະ ຜະລິດຕະພັນດ້ານໄຊເບີແບບຄົບ ວົງຈອນເຊັ່ນ: ບໍລິການປະເມີນຊ່ອງ ໂຫວ່ຂອງລະບົບ (VVlneraCility ATTeTTNent), ບໍລິການທົດ ສອບເຈາະລະບົບ (Penetration 5eTt inH), ບໍລິການສູນປະຕິ ບັດການ ແລະ ເ°ົ້າລະວັງດ້ານ ຄວາມປອດໄພທາງໄຊເບີ($yCer 4e c V r i t y 0Q e r a t i o n T $enter: $40$), ບໍລິການ ໃຫ້ຄຳປຶກສາ ແລະ ວາງລະບົບ ການຄຸ້ມຄອງຂໍ້ມູນ (%a t a (overnance) ທີ່ເໝາະສົມ, ປອດໄພ, ເຊື່ອຖືໄດ້ ແລະ ບໍລິການ ອື່ນໆໃຫ້ແກ່ລູກຄ້າທັງພາກລັດ ແລະ ພາກເອກະຊົນ. ເພາະຄວາມ ປອດໄພທາງໄຊເບີ ແລະ ການ ຄຸ້ມຄອງຂໍ້ມູນສ່ວນບຸກຄົນແມ່ນ ພື້ນຖານສໍາຄັນທີ່ຈະຊ່ວຍສ້າງ ຄວາມໝັ້ນໃຈໃນການດຳເນີນທຸລະ ກິດ ແລະ ການລົງທຶນ, ພ້ອມທັງ ສົ່ງເສີມໃຫ້ທຸລະກິດຂອງລູກຄ້າ ຂະຫຍາຍໂຕໄດ້ຢ່າງໝັ້ນຄົງໃນ ໂລກດີຈິຕອນ. ນອກຈາກການຄຸ້ມຄອງຄວາມ ປອດໄພທາງໄຊເບີ, ບໍລິສັດ ລາວ ໂທລະຄົມ ຍັງໃຫ້ຄວາມສຳຄັນ ໃນການພັດທະນາຄວາມຮູ້ ແລະ ທັກສະຂອງບຸກຄະລາກອນດ້ານ $yCer TecVrity ໃນປະເທດ ເພື່ອ ສ້າງຊັບພະຍາກອນມະນຸດທີ່ເຂັ້ມ ແຂງ ແລະ ຮອງຮັບການປ່ຽນແປງ ຢ່າງວ່ອງໄວຂອງໂລກດີຈິຕອນ. ລາວໂທລະຄົມມີຄວາມຕັ້ງໃຈທີ່ ຈະຍົກລະດັບມາດຕະຖານ $yCer TecVrity ໃນລາວ ໃຫ້ສອດຄ່ອງ ກັບສາກົນ ເພື່ອເປັນສ່ວນຮ່ວມ ໃນການຫັນປະເທດ ເຂົ້າສູ່ສັງຄົມ ດີຈິຕອນຢ່າງປອດໄພ ແລະ ຍືນ ຍົງ. ພາຍໃຕ້ການຮ່ວມມືດັ່ງກ່າວ, ທັງສອງ°່າຍຈະຮ່ວມກັນດຳເນີນ ທຸລະກິດໃນການຂະຫຍາຍການໃຫ້ ບໍລິການສິນຄ້າ ແລະ ຜະລິດຕະພັນ ໃນດ້ານຄວາມໝັ້ນຄົງປອດໄພ ທາງໄຊເບີ ແລະ ການຄຸ້ມຄອງ ຂໍ້ມູນສ່ວນບຸກຄົນໃຫ້ກວ້າງຂວາງ ແລະ ແຜ່ຫລາຍຕໍ່ໄປທັງພາຍໃນ ແລະ ຕ່າງປະເທດ. ຂ່າວ-ພາບ: ລາວໂທລະຄົມ ອາຈານ... ຕໍ່ຈາກໜ້າ ຕີມໍແລັດສະເຕ, ຫວຽດນາມ ແລະ ໄທ ເຊິ່ງຈະມອບລາງວັນດັ່ງກ່າວ ໃຫ້ປະເທດລະ 1 ຄົນ. ການຄັດ ເລືອກຄູ ໄດ້ຈັດຂຶ້ນໃນທຸກໆ 2 ປີ ໂດຍຄະນະກໍາມະການມູນນິທິລາງ ວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈະສະເໜີກອບແນວຄິດ ແລະ ຄຸນ ລັກສະນະສະເພາະຂອງຄູ ໄປຍັງ ກະຊວງສຶກສາທິການ ຂອງແຕ່ລະ ປະເທດ ຄັດເລືອກຄູຕາມມາດຖານ ແລະ ເງື່ອນໄຂທີ່ກຳນົດ. ໃນໂອກາດນີ້, ອາຈານ ບຸນມາ ໂພທິລາດ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນໃນວັນທີ 8 ກັນຍາ 2025 ນີ້ ວ່າ: ຕົນເອງຮູ້ສຶກເປັນກຽດ ແລະ ດີໃຈຫລາຍທີ່ຈະໄດ້ຮັບລາງວັນ ສົມເດັດເຈົ້າຟ້າມະຫາຈັກກຣີ ເຊິ່ງ ຕະຫລອດໄລຍະຂອງການເປັນຄູ ຕົນເອງໄດ້ອຸທິດທຸກເຫື່ອແຮງໃຫ້ແກ່ ວຽກງານການສຶກສາ ໂດຍສະເພາະ ເຮັດໃຫ້ຊີວິດຂອງນັກຮຽນມີການ ປ່ຽນແປງ ແລະ ເຮັດໃຫ້ວຽກງານ ການສຶກສາມີການພັດທະນາ, ນັກ ຮຽນຂອງອາຈານຈຳນວນຫລາຍ ໄດ້ຮັບຜົນສຳເລັດໃນຊີວິດກາຍ ເປັນການນຳທີ່ດີເດັ່ນ, ເປັນພະນັກ ງານທີ່ດີ ແລະ ເປັນນັກທຸລະກິດທີ່ດີ. ໃນໄລຍະຜ່ານມາ ອາຈານຈາກ ສປປ ລາວ ໄດ້ຮັບພະຣາຊະທານ ລາງວັນສົມເດັດເຈົ້າຟ້າມະຫາຈັກ ກຣີ ມາແລ້ວ 5 ທ່ານຄື: ອາຈານ ຄໍາສອຍ ວົງສຳພັນ ຄູຈາກນະຄອນ ຫລວງວຽງຈັນ ໄດ້ຮັບລາງວັນສົມ ເດັດເຈົ້າຟ້າມະຫາຈັກກຣີ ໃນປີ 2015, ອາຈານ ຄູນວິໄລ ເຄນກິຕິ ສັກ ຈາກນະຄອນຫລວງວຽງຈັນ ໄດ້ຮັບລາງວັນໃນປີ 2017, ອາ ຈານ ໄພສະນິດ ປັນຍາສະຫວັດ ຈາກນະຄອນຫລວງພະບາງ ໄດ້ ຮັບລາງວັນໃນປີ 2019, ອາຈານ ແສງເພັດ ຄູນປະເສີດ ຈາກແຂວງອຸ ດົມໄຊ ໄດ້ຮັບລາງວັນໃນປີ 2021, ອາຈານ ກິມເຟືອງ ເຮືອງມະນີ ຈາກແຂວງເຊກອງ ໄດ້ຮັບລາງວັນ ໃນປີ 202 ແລະ ອາຈານ ບຸນມາ ໂພທິລາດ ຈາກນະຄອນຫລວງ ວຽງຈັນ ແມ່ນໄດ້ຮັບລາງວັນໃນ ປີ 2025 ນີ້. ຂ່າວ-ພາບ: ກິດຕາ ສົ່ງເສີມ... ຕໍ່ຈາກໜ້າ ຜູ້ອຳນວຍການອົງການເພື່ອສຸຂະ ພາບ ແລະ ຫລຸດຜ່ອນຄວາມທຸກ ຍາກ Health Poverty Action (HPA). ທັງນີ້, ກໍເພື່ອແນໃສ່ ການເສີມຂະຫຍາຍບົດບາດຊີ້ນໍາ ແລະ ນຳພາຂອງສະພາແຫ່ງຊາດ ໃນການຄຸ້ມຄອງຜົນປະໂຫຍດໃນ ຂະແໜງສາທາລະນາສຸກ ຂອງ ປະເທດຊາດ ແລະ ຮັບປະກັນທາງ ດ້ານການເງິນຕໍ່ກັບສຸຂະພາບຂັ້ນ ພື້ນຖານທີ່ຈໍາເປັນ ແລະ ວຽກງານ ວັກຊິນປ້ອງກັນພະຍາດ. ໃນກອງປະຊຸມຄະນະກໍາມາ ທິການດ້ານງົບປະມານແລະ ຄະນະ ກໍາມາທິການພັດທະນາສັງຄົມ ແລະ ວັດທະນະທຳ ໄດ້ສະແດງ ໃຫ້ເຫັນຜົນສຳເລັດຂອງ ສປປ ລາວ ໃນການຫລຸດຜ່ອນອັດຕາ ການເສຍຊີວິດຂອງເດັກນ້ອຍ ຜ່ານໂຄງການສັກຢາກັນພະຍາດ ແຫ່ງຊາດ, ພ້ອມທັງໄດ້ຍົກເອົາ ບັນຫາຮີບດ່ວນຕໍ່ກັບສິ່ງທ້າທາຍທີ່ ກຳລັງຈະເກີດຂຶ້ນເພື່ອສົນທະນາ: ການປ່ຽນແປງການຊ່ວຍເຫລືອ ຈາກຜູ້ໃຫ້ທຶນໃນຂະແໜງສາທາ ລະນະສຸກໃນທົ່ວໂລກ, ພັນທະໃນ ການລະດົມທຶນພາຍໃນທີ່ເພີ່ມຂຶ້ນ, ຄວາມບໍ່ສະຖຽນລະພາບທາງດ້ານ ເສດຖະກິດ ແລະ ການລົງທຶນທາງ ດ້ານສຸຂະພາບທີ່ຍັງຕໍ່າ. ທ່ານ ໄມຟອງ ມີໄຊ ສະມາຊິກ ສະພາແຫ່ງຊາດລາວ ແລະ ຄະນະ ບໍດີມະຫາວິທະຍາໄລວິທະຍາສາດ ສຸຂະພາບແຫ່ງຊາດລາວ ໄດ້ກ່າວ ວ່າ: ກອງປະຊຸມຄັ້ງນີ້, ຈະຊ່ວຍ ໃຫ້ສະມາຊິກສະພາແຫ່ງຊາດມີ ຍຸດທະສາດໃນດ້ານງົບປະມານ, ເຄື່ອງມືໃນການຕິດຕາມກວດກາ ແລະ ກົນໄກພາກປະຕິບັດເພື່ອເສີມ ສ້າງຄວາມຮັບຜິດຊອບໃນການ ໃຊ້ຈ່າຍງົບປະມານໃນຂະແໜງ ສາທາລະນະສຸກ ໂດຍການເພີ່ມ ບົດບາດການກວດສອບຈະເຮັດໃຫ້ ມີເປົ້າໝາຍທີ່ດີກວ່າເກົ່າໃນການ ຄຸ້ມຄອງຊັບພະຍາກອນຂະແໜງ ສາທາລະນະສຸກ, ປັບປຸງການ ບໍລິການດ້ານສຸຂະພາບທີ່ຈໍາເປັນ ຂັ້ນພື້ນຖານ ແລະ ຮັບປະກັນໃຫ້ ພົນລະເມືອງລາວທຸກຄົນໄດ້ຮັບ ຜົນປະໂຫຍດຈາກການບໍລິການສັກ ຢາກັນພະຍາດທີ່ຈຳເປັນ. ສຸດທ້າຍ ແລ້ວ, ສະມາຊິກສະພາແຫ່ງຊາດມີ ຂໍ້ມູນ ແລະ ກຸນແຈສຳຄັນໃນການ ຂັບເຄື່ອນ ສປປ ລາວ ໃຫ້ທຸກຄົນ ມີສຸຂະພາບທີ່ດີ ແລະ ຈະເລີນຮຸ່ງ ເຮືອງຂຶ້ນ. ໃນເດືອນຕຸລາ ແລະ ເດືອນ ພະຈິກ ປີ 2025, ຈະມີກອງປະຊຸມ ທີ່ກ່ຽວຂ້ອງອີກ 2 ຄັ້ງ ເພື່ອຊອກ ຫາທາງເລືອກດ້ານນະໂຍບາຍ ດ້ານການເງິນໃນການສະໜອງງົບ ປະມານໃນຂະແໜງສາທາລະນະ ສຸກ ແລະ ປິດທ້າຍດ້ວຍການສ້າງ ເຄືອຂ່າຍໃນວຽກງານສາທາລະ ນະສຸກຂອງສະພາແຫ່ງຊາດ ເຊິ່ງ ເປັນກົນໄກການປຶກສາຫາລື ແລະ ການຕິດຕາມຄວາມປອດໄພຂອງ ວຽກງານສາທາລະນະສຸກ. ກອງ ປະຊຸມຄັ້ງນີ້, ຄາດວ່າຈະເປັນເວທີ ທີ່ຢັ້ງຢືນໄດ້ໃນການຄຸ້ມຄອງການ ລົງທຶນດ້ານສຸຂະພາບ ແລະ ສະໜັບ ສະໜູນ ສປປ ລາວ ໃຫ້ຫລຸດພົ້ນ ຈາກສະຖານະພາບປະເທດດ້ອຍ ພັດທະນາ. ທ່ານ ດຣ ເທັດ ລີນ ຜູ້ອຳນວຍ ການອົງການເພື່ອສຸຂະພາບ ແລະ ຫລຸດຜ່ອນຄວາມທຸກຍາກໄດ້ກ່າວ ວ່າ: ການມີສ່ວນຮ່ວມໃນການ ປັບປຸງກົນໄກຄວາມຮັບຜິດຊອບ, ສະພາແຫ່ງຊາດລາວ ສາມາດມີ ບົດບາດກວດສອບຢ່າງເຂັ້ມງວດ ຂຶ້ນບໍ່ພຽງແຕ່ຮັບປະກັນໃຫ້ກອງ ທຶນໃນຂະແໜງສາທາລະນະສຸກ ໄດ້ຮັບການຈັດສັນເທົ່ານັ້ນ, ແຕ່ ຍັງຖືກນຳໃຊ້ຢ່າງມີປະສິດທິຜົນ ແລະ ເທົ່າທຽມ. ສິ່ງນີ້ຈະນຳໄປສູ່ ການປັບປຸງການໃຫ້ບໍລິການດ້ານ ສາທາລະນະສຸກຂັ້ນພື້ນຖານທີ່ ຈໍາເປັນ ແລະ ວັກຊິນກັນພະຍາດ ແລະ ຈະກ້າວໄປສູ່ການປັບປຸງຜົນ ໄດ້ຮັບດ້ານສຸຂະພາບແຫ່ງຊາດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ ປະຊາຊົນໃນພາກລັດຖະບານ. ການສະໜອງທຶນທີ່ຄາດຄະເນໄດ້, ພຽງພໍ, ແລະ ຍືນຍົງໃນການສັກ ຢາວັກຊິນ ແລະ ການເບິ່ງແຍງ ສຸຂະພາບທີ່ຈໍາເປັນຂັ້ນພື້ນຍັງເປັນ ບຸລິມະສິດແຫ່ງຊາດ, ສອດຄ່ອງ ກັບວິໄສທັດຂອງ ສປປ ລາວ ກ່ຽວ ກັບຄວາມຈະເລີນຮຸ່ງເຮືອງ ແລະ ອຳນາດອະທິປະໄຕ. ກອງປະຊຸມດັ່ງກ່າວ , ຍັງ ເປັນການສົ່ງເສີມບັນດາຄໍາໝັ້ນ ສັນຍາສາກົນລ່າສຸດຂອງ ສປປ ລາວ, ລວມທັງຄໍາໝັ້ນສັນຍາ ຂອງລັດຖະມົນຕີສາທາລະນະສຸກ ອາຊຽນກ່ຽວກັບການສະໜອງ ທຶນໃຫ້ແກ່ວຽກງານວັກຊິນກັນ ພະຍາດ ເຊິ່ງຮຽກຮ້ອງໃຫ້ບັນດາ ປະເທດສະມາຊິກຮັບປະກັນແຫລ່ງ ຊັບພະຍາກອນພາຍໃນປະເທດ ແບບຍືນຍົງສຳລັບວັກຊິນ ທີ່ເປັນ ສ່ວນໜຶ່ງຂອງຄວາມໝັ້ນຄົງດ້ານ ສຸຂະພາບຢູ່ພາກພື້ນ ແລະ ຄຳຮຽກ ຮ້ອງຂອງສະມາຊິກສະພາແຫ່ງ ຊາດ ອິສຕັນບູ ໄດ້ໃຫ້ດຳເນີນການ ຊ່ວຍເຫລືອດ້ານງົບປະມານ ເຊິ່ງ ຮຽກຮ້ອງໃຫ້ສະພາເພີ່ມທະວີດ້ານ ນິຕິກຳ ແລະ ການຄວບຄຸມພະຍາດ ຕ່າງໆ ເພື່ອຮັບປະກັນວ່າເດັກນ້ອຍ ທຸກຄົນໄດ້ຮັບການປົກປ້ອງຈາກ ພະຍາດທີ່ສາມາດປ້ອງກັນໄດ້.
RkJQdWJsaXNoZXIy MTc3MTYxMQ==