7108

05/09/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ຂ່າວ ›າບ©ດຍ ັດທະນາມ ສາວະ›າ c0;'ws|ko rh v,gxu fd;h k'.sh oa d]q 'mb o8j k'xtgmfg0Q k,k]q 'mb o oa dmj v'mj P;.sh 7;k,lq o.9sa f4tde8+ ks6 dgzq j k]N ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ: ປະເທດລາວຂອງພວກ ເຮົາປະກອບດ້ວຍ 50 ຊົນເຜົ່າ ອັນ ເຮັດໃຫ້ທາງດ້ານວັດທະນະທຳ, ສີ ໄມ້ລາຍອັນປານີດຂອງປະຊາຊົນ ບັນດາເຜົ່າມີຫລາກຫລາຍສີສັນ. ສິ່ງເຫລົ່ານີ້ ໄດ້ດຶງດູດຄວາມສົນໃຈ ຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທັງໄດ້ປະກອບສ່ວນ ເຮັດໃຫ້ວຽກງານການທ່ອງທ່ຽວ ໃນຊຸມປີມໍ່ມານີ້ ເກາະໄຫຫລຳ ຕັ້ງໜ້າເປີດກວ້າງວົງການເພື່ອນ ມິດ, ໄດ້ເພີ່ມທະວີຕິດຕໍ່ພົວພັນ ແລະ ການຮ່ວມມືດ້ານເສດຖະກິດ ກັບຄູ່ຮ່ວມການຄ້າທົ່ວໂລກ, ໄດ້ ຊຸກຍູ້ໃຫ້ການຄ້າມີຄວາມເສລີ ແລະ ຄວາມສະດວກພາຍໃນເຂດແຄວ້ນ ກາຍເປັນກຳລັງແຮງທີ່ສຳຄັນໃນ ການຊຸກຍູ້ຂະບວນການໂລກາພິວັດ ພາຍໃຕ້ສະພາບການແບບນີ້ ການ ຮ່ວມມືດ້ານການຄ້າລະຫວ່າງໄຫ ຫລຳກັບອາຊຽນໄດ້ຮັບການລົງ ເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມື ດ້ານເສດຖະກິດການຄ້າ, ການ ປະດິດສ້າງດ້ານປະຫວັດສາດເຕັກ ໂນໂລຊີ, ການແລກປ່ຽນດ້ານວັດ ທະນະທຳ ແລະ ການທ່ອງທ່ຽວ ໄດ້ ຮັບປະສິດທິຜົນ, ດ້ານການຄ້າສອງ °່າຍໄດ້ເພີ່ມຈາກລະດັບບໍ່ຮອດ 30 ຕື້ຢວນໃນປີ 2021 ຂຶ້ນເປັນ 57 ຕື້ 910 ລ້ານຢວນໃນປີ 2024, ອາ ຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ ອັນດັບ 1 ຂອງໄຫຫລຳໃນຫລາຍ ປີຕິດຕໍ່ກັນ. ໄຫຫລໍາກັບປະເທດ ສະມາຊິກອາຊຽນໄດ້ເພີ່ມທະວີ ການຮ່ວມມືດ້ານອຸດສາຫະກຳຢ່າງ ແໜ້ນແຟ້ນຍິ່ງຂຶ້ນ, ໃນຕົ້ນເດືອນ ສິງຫາຜ່ານມານີ້, ສູນພົວພັນອາ ຊຽນສູນໂຄສະນາສາກົນໄຫຫລໍາ ໄດ້ເປີດປ້າຍຢູ່ນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ ນີ້ແມ່ນບາດກ້າວທີ່ສຳຄັນທີ່ທ່າ ກໍ່າປັ່ນການຄ້າເສລີໄຫຫລຳເຊື່ອມ ໂຍງກັບອາຊຽນຢ່າງເປັນເຈົ້າການ ແລະ ສ້າງຂົວຕໍ່ວັດທະນະທຳໃນ ແລວທາງການຄ້າໃໝ່ທາງບົກທາງທະເລສາກົນ ເຊິ່ງສະແດງໃຫ້ ເຫັນວ່າໄຫຫລໍາ ກັບສື່ມວນຊົນ, ມະຫາວິທະຍາໄລ ແລະ ຄັງປັນຍາ ຂອງປະເທດສະມາຊິກອາຊຽນ ຈະດຳເນີນການຮ່ວມມືທີ່ີຫລາກ ຫລາຍຮູບແບບເລິກເຊິ່ງກວ່າເກົ່າ, ຈະສະໜອງນະໂຍບາຍທ່າກໍ່າປັ່ນ ການຄ້າເສລີໄຫຫລຳທີ່ຖືກຕ້ອງໃຫ້ ແກ່ວິສາຫະກິດ, ສະຖາບັນ ແລະ ສ່ວນບຸກຄົນຂອງອາຊຽນຢ່າງທັນ ການ ແລະ ຊຸກຍູ້ການຈັດກິດຈະກຳ ແລກປ່ຽນດ້ານເສດຖະກິດການ ຄ້າ ຂັ້ນຕ່າງtລະຫວ່າງໄຫຫລຳອາຊຽນ ຢູ່ປະເທດສະມາຊິກອາ ຊຽນ, ພ້ອມກັນນັ້ນ ຍັງຈະເປັນ ຂົວຕໍ່ອັນສຳຄັນລະຫວ່າງຊາວ ຈີນ ແລະ ເຊື້ອສາຍຈີນຢູ່ຕ່າງ ປະເທດ ເພື່ອຊຸກຍູ້ການແລກປ່ຽນ ວັດທະນະທຳ ກໍຄື ການໄປມາຫາ ສູ່ກັນລະຫວ່າງພົນລະເມືອງຢ່າງ ແໜ້ນແຟ້ນ. ພາຍ ຫລັງເປີດດ່ານ ພາສີການຄ້າເສລີແລ້ວໄຫຫລໍາ ຈະສ້າງຈຸດເຕີບໂຕໃໝ່ການຮ່ວມ ມືດ້ານເສດຖະກິດການຄ້າກັບ ປະເທດສະມາຊິກອາຊຽນ, ເພື່ອ ສ້າງອະນາຄົດດ້ານເສດຖະກິດ ການຄ້າທີ່ດີງາມລະຫວ່າງໄຫ ຫລໍາ-ປະເທດສະມາຊິກອາຊຽນ. ການທີ່ໄຫຫລໍາດຳເນີນການລົງ ເລິກປະຕິຮູບເປີດປະຕູຢ່າງຮອບ ດ້ານ ແລະ ສ້າງທ່າກໍ່າປັ່ນການຄ້າ ເສລີນັ້ນ ແມ່ນບໍ່ສາມາດຕັດແຍກ ອອກຈາກການສະໜັບສະໜູນ ຂອງບັນດາປະເທດສະມາຊິກອາ ຊຽນ ແລະ ການໂຄສະນາຜີຍແຜ່ ຂອງເພື່ອນມິດສື່ມວນຊົນປະເທດ ສະມາຊິກອາຊຽນ, ໃນກິດຈະກຳ ຄັ້ງນີ້, C.( ໄດ້ເຊື້ອເຊີນນັກ ຂ່າວສະມາຊິກອາຊຽນ 29 ທ່ານ ມາເຂົ້າຮ່ວມເດີນທາງໄປຫລາຍ ນະຄອນ ແລະ ເມືອງແຂວງໄຫ ໜານ ໂດຍສະເພາະແມ່ນເດີນທາງ ໄປເຂດອຸດສາຫະກຳສຳຄັນທ່າ ກໍ່າປັ່ນການຄ້າເສລີ, ສຳຜັດກັບ ພະລັງແຮງຂັບເຄື່ອນໃໝ່, ທ່າແຮງ ໃໝ່ ແລະ ພະລັງຊີວິດໃໝ່ຂອງທ່າ ກໍ່າປັ່ນການຄ້າເສລີ. ຕໍ່ຈາກສະບັບວັນທີ 3 ຢູ່ປະເທດເຮົາມີບັນຍາກາດຟົດຟື້ນ ນັບແຕ່ເໜືອຮອດໃຕ້. ດັ່ງຫັດຖະກຳ ຕໍ່າຫູກຂອງປະຊາຊົນເຜົ່າລື້ ບ້ານ ນາຍາງເໜືອ ເມືອງນໍ້າບາກ ແຂວງ ຫລວງພະບາງ ໄດ້ກາຍເປັນທີ່ ນິຍົມຂອງນັກທ່ອງທ່ຽວ ໂດຍແຕ່ ລະປີໄດ້ມີນັກທ່ອງທ່ຽວຕ່າງປະ ເທດເຂົ້າໄປທ່ອງທ່ຽວຊົມ ແລະ ຮຽນຮູ້ດ້ານວິຖີການດຳລົງຊີວິດ ຂອງປະຊາຊົນເຜົ່າລື້ ທັງຮຽນຮູ້ ກ່ຽວກັບຫັດຖະກຳຕໍ່າແຜ່ນດ້ວຍ ວິທີດັ່ງເດີມ. ຂະນະດຽວກັນການ ຕໍ່າຫູກຍັງໄດ້ເປັນສ່ວນໜຶ່ງສ້າງ ລາຍຮັບທີ່ໝັ້ນຄົງ, ສ້າງວຽກເຮັດ ງານທຳໃຫ້ປະຊາຊົນບ້ານນີ້, ເຊິ່ງ ມາຮອດປັດຈຸບັນກຸ່ມການຜະລິດ ໄດ້ຕັ້ງສູນສາທິດການຜະລິດຕິດ ພັນກັບການບໍລິການທີ່ພັກແຮມໃຫ້ ກັບນັກທ່ອງທ່ຽວ. ຕາມການໃຫ້ຮູ້ຂອງທ່ານ ນາງ ຄຳໄພ ໄດ້ຕາງໜ້າກຸ່ມຜະລິດເຄື່ອງ ຫັດຖະກຳຕໍ່າຫູກບ້ານນາຍາງ ເໜືອວ່າ: ການປະກອບອາຊີບຫັດ ຖະກຳຕໍ່າຫູກເປັນທຸລະກິດໜຶ່ງທີ່ ປະຊາຊົນເຜົ່າລື້ພາຍໃນບ້ານນາ ຍາງເໜືອ ໄດ້ສືບທອດກັນມາ ຫລາຍເຊັ່ນຄົນຈົນກາຍເປັນກິດ ຈະກຳໜຶ່ງທີ່ຕິດພັນກັບການດຶງດູດ ນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ພາຍໃນບ້ານ ແລະ ສ້າງລາຍຮັບທີ່ ໝັ້ນຄົງໃຫ້ກັບປະຊາຊົນ. ປັດຈຸບັນ ການຜະລິດສິນຄ້າຫັດຖະກຳຕໍ່າ ຫູກຂອງປະຊາຊົນເຜົ່າລື້ ບ້ານນາ ຍາງເໜືອ ໄດ້ກາຍເປັນທີ່ນິຍົມຂອງ ນັກທ່ອງທ່ຽວເປັນຢ່າງດີ, ເຊິ່ງໃນ ແຕ່ລະປີໄດ້ມີນັກທ່ອງທ່ຽວຕ່າງ ປະເທດ ໃຫ້ຄວາມສົນໃຈເຂົ້າໄປ ທ່ອງທ່ຽວຮຽນຮູ້ດ້ານວິຖີການ ດຳລົງຊີວິດຂອງປະຊາຊົນເຜົ່າລື້, ທັງຮຽນຮູ້ກ່ຽວກັບຫັດຖະກຳຕໍ່າ ແຜ່ນດ້ວຍວິທີດັ່ງເດີມ, ປັດຈຸບັນ ກຸ່ມການຜະລິດກໍໄດ້ຕັ້ງສູນສາທິດ ການຜະລິດຕິດພັນກັບການບໍລິ ການທີ່ພັກແຮມໃຫ້ກັບບັນດານັກ ທ່ອງທ່ຽວ. ສຳລັບການຜະລິດ ສິນຄ້າພາຍໃນກຸ່ມການຜະລິດໄດ້ ເລີ່ມກູ້ຢືມເງິນຈາກທະນາຄານ ນະໂຍບາຍໃນປີ 2012 ເພື່ອມາ ໝູນໃຊ້ເຂົ້າໃນການຈັດຊື້ວັດຖຸ ແລະ ບໍລິຫານວຽກງານພາຍໃນກຸ່ມທັງ ປະຕິບັດລະບຽບການຊຳລະຕົ້ນ ທຶນ ແລະ ດອກເບ້ຍໃຫ້ທະນາຄານ ຕາມກຳນົດເວລາ, ມາຮອດປີ 2023 ໄດ້ຮັບການອະນຸມັດເງິນກູ້ ຈຳນວນ 600 ລ້ານກີບ ເພື່ອມານຳ ໃຊ້ເຂົ້າໃນການສ້າງຕັ້ງກຸ່ມການ ຜະລິດຈຳນວນ 2 ກຸ່ມ ລວມມີສະ ມາຊິກ 12 ຄົນ ເພື່ອໃຫ້ການຜະລິດ ສິນຄ້າມີຄວາມຫລາກຫລາຍ ແລະ ພ້ອມຈຳໜ່າຍທັງພາຍໃນແລະຕ່າງ ປະເທດ. ທ່ານ ນາງ ຄຳໄພ ກ່າວຕື່ມວ່າ: ໃນໄລຍະຜ່ານມາໄດ້ຮັບການຊຸກຍູ້ ຈາກຫລາຍພາກສ່ວນເພື່ອນຳເອົາ ສິນຄ້າໄປວາງຂາຍໃນງານສຳ ຄັນຕ່າງtເຮັດໃຫ້ການຜະລິດ ສິນຄ້າ ຫັດຖະກຳຕໍ່າຫູກຂອງ ບ້ານນາຍາງເໜືອ ໄດ້ຮັບຄວາມ ສົນໃຈຈາກແຂກທັງພາຍໃນ ແລະ ຕ່າງປະເທດ, ສາມາດສ້າງລາຍ ຮັບໄດ້ປະມານ 300 ລ້ານກີບຕໍ່ ປີ ເມື່ອຫັກຄ່າໃຊ້ຈ່າຍແລ້ວຍັງມີ ກຳໄລເຫລືອປະມານ 20-30 ຂອງລາຍຮັບທັງໝົດ ເຊິ່ງໄດ້ມີ ການແບ່ງປັນໃຫ້ກັບສະມາຊິກກຸ່ມ ຕາມຜົນງານຂອງແຕ່ລະຄົນ. ປັດ ຈຸບັນຜະລິດຕະພັນຫັດຖະກຳເຜົ່າ ລື້ບໍ່ວ່າຈະເປັນຜ້າບ່ຽງ, ຜ້າປູໂຕະ, ແຜ່ນແພໄວຕັດເສື້ອ, ເຄື່ອງປະ ດັບ ແລະ ອື່ນt ແມ່ນມີພ້ອມຂາຍ ເປັນຈຳນວນຫລາຍທັງນີ້ກໍເພື່ອ ຕອບສະໜອງໃຫ້ທັນຕາມຄວາມ ຕ້ອງການຂອງລູກຄ້າທີ່ມີຄວາມ ສົນໃຈ.

RkJQdWJsaXNoZXIy MTc3MTYxMQ==