7108

05/09/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສຳເລັດກອງປະຊຸມ... ຕໍ່ຈາກໜ້າ 5 xu zj ko,k dkoxt8y [a fczora fmtok -k;|5j ,{gpq k;t-q o ,u zq oleg]a fs]kpfh ko ຂປລ. ຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາຊາວໜຸ່ມ, ເຍົາວະ ຊົນ 5 ປີ ຄັ້ງທີ II (2021-2025) ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນ ໄດ້ມີຜົນ ສໍາເລັດຫລາຍດ້ານ, ເຖິງວ່າສະ ພາບການພາຍໃນ ແລະ ພາກພື້ນສາກົນ ຈະພົບຄວາມຫຍຸ້ງຍາກສັບ ສົນກໍຕາມ ແຕ່ພາຍໃຕ້ການນໍາພາ ຂອງພັກ, ຄະນະຊາວໜຸ່ມແຕ່ລະ ຂັ້ນ ກໍໄດ້ສຸມໃສ່ໃນການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ເເຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ມະຕິ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII, ມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກເເຕ່ ລະຂັ້ນ, ຈັດຕັ້ງຜັນຂະຫຍາຍ 2 ວາ ລະແຫ່ງຊາດ ຕິດພັນກັບຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ, ເນື້ອໃນ ຂໍ້ເເຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນ ຢ່າງເປັນຂະບວນການຟົດຟື້ນ. ທ່ານ ນາງ ແກ້ວອຸດອນ ແສງ ມະນີ ຄະນະເລຂາທິການ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ລາຍງານໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງ ທີ IX ເມື່ອບໍ່ດົນມາ ໂດຍທ່ານ ໄດ້ ຍົກໃຫ້ເຫັນຜົນສໍາເລັດຫລາຍດ້ານ ການຈັດຕັ້ງປະຕິບັດແຜນພັດທະນາ ຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ II (2021-2025) ເປັນຕົ້ນ ໄດ້ຍົກ ສູງຄຸນນະພາບ ວຽກງານສຶກສາ ອົບຮົມການເມືອງແນວຄິດໃຫ້ ຊາວໜຸ່ມລາວ, ປັບປຸງການຈັດຕັ້ງ ແລະ ກໍ່ສ້າງຖັນແຖວພະນັກງານ ຄະນະຊາວໜຸ່ມແຕ່ລະຂັ້ນໃຫ້ມີປະ ສິດທິພາບ, ປະສິດທິຜົນ; ພັດທະນາ ຄວາມຮູ້, ວິທະຍາສາດເຕັກໂນໂລ ຊີ, ວິຊາຊີບ ແລະ ສີມືແຮງງານ; ເພີ່ມທະວີການປູກຈິດສໍານຶກ, ການ ຈັດຕັ້ງແບບແຜນ ແລະ ສົ່ງເສີມ ພອນສະຫວັນຂອງເຍົາວະຊົນອະນຸຊົນ; ເອົາໃຈໃສ່ການສົ່ງເສີມ ສຸຂະພາບ ແລະ ການດໍາລົງຊີວິດ ທີ່ປອດໃສ ຂອງຊາວໜຸ່ມ, ເຍົາວະ ຊົນ; ຍົກສູງປະສິດທິພາບຂະບວນ ການຕະລຸມບອນ ຂອງຊາວໜຸ່ມ ເຂົ້າໃນການປົກປັກຮັກສາ ແລະ ການພັດທະນາປະເທດຊາດ (ປ້ອງ ກັນປະເທດ, ປ້ອງກັນຄວາມສະ ຫງົບ, ເສດຖະກິດ, ວັດທະນະທໍາ, ສັງຄົມ ແລະ ຫລຸດຜ່ອນປາກົດ ການຫຍໍ້ທໍ້); ຈັດຕັ້ງປະຕິບັດວຽກ ງານປົກປ້ອງສິດຜົນປະໂຫຍດ ຂອງຊາວໜຸ່ມ, ເຍົາວະຊົນໃຫ້ມີກິດ ຈະກໍາຕົວຈິງ ແລະ ມີຫລາຍມາດ ຕະການຈັດຕັ້ງປະຕິບັດ; ຈັດຕັ້ງປະ ຕິບັດວຽກງານປົກປ້ອງສິດຜົນປະ ໂຫຍດຂອງຊາວໜຸ່ມ, ເຍົາວະຊົນ ໃຫ້ມີກິດຈະກໍາຕົວຈິງແລະມີຫລາຍ ມາດຕະການຈັດຕັ້ງປະຕິບັດ; ສືບ ຕໍ່ປັບປຸງຂະຫຍາຍສູນ°ຶກອົບຮົມ ວິຊາຊີບ ແລະ ສູນກິດຈະກໍາຊາວ ໜຸ່ມ, ເຍົາວະຊົນ; ປັບປຸງຮູບການ ແລະ ວິທີການເຄື່ອນໄຫວວຽກງານ ພົວພັນ-ຮ່ວມມືກັບຕ່າງປະເທດ ຂອງ ຄຊປປລ. ໄລຍະຜ່ານມາ, ຄະນະຊາວໜຸ່ມ ເເຕ່ລະຂັ້ນ ໄດ້ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ເສີມຂະ ຫຍາຍບົດບາດປະຈັນບານຂອງ ຕົນ ເຂົ້າໃນການບູລະນະ ລະບອບ ການເມືອງ, ຄວາມໝັ້ນຄົງຂອງ ຊາດ ເປັນຕົ້ນ ໄດ້ນໍາພາຊາວໜຸ່ມ ອາສາສະໝັກ ເຂົ້າຕ້ານໄພພິບັດ ໄດ້ 1.789 ຄັ້ງ, ສະກັດກັ້ນປະກົດການ ຫຍໍ້ທໍ້, ການປ້ອງກັນເວນຍາມຕາມ ຊາຍແດນ, ປ້ອງກັນທີ່ຕັ້ງສໍານັກ ງານ-ອົງການ,ປ້ອງກັນການນໍາ,ຮ່ວມ ຂະບວນການບໍລິຈາກເລືອດ ເພື່ອ ຊ່ວຍເຫລືອສັງຄົມ ໄດ້ 189.395 ຖົງ ແລະ ມີອາສາສະໝັກຊາວໜຸ່ມ ຕະລຸມບອນ 26.997 ຄົນ. ພ້ອມນີ້, ຄະນະຊາວໜຸ່ມປະຊາຊົນ ປະຕິວັດ ລາວ ໄດ້ເສີມຂະຫຍາຍສາຍພົວພັນ ຮ່ວມມືຮອບດ້ານ ກັບບັນດາປະ ເທດເພື່ອນມິດຍຸດທະສາດ, ປະເທດ ເພື່ອນມິດ, ພາກພື້ນ, ສາກົນ, ບັນ ດາອົງການຈັດຕັ້ງສາກົນ ທັງພາຍ ໃນ ແລະ ຕ່າງປະເທດ, ຍາດແຍ່ງ ການຊ່ວຍເຫລືອທາງດ້ານງົບປະ ມານ, ອຸປະກອນ, ວິຊາການ, ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຈັດ ຕັ້ງ, ພະນັກງານ, ສະມາຊິກຊາວ ໜຸ່ມ ແລະ ອື່ນt. ຂ່າວ: ທະນູທອງ: ພາບ: ເກດສະໜາ ຂອງກອງປະຊຸມ ອາຊຽນກ່ຽວກັບ ແຮງງານເຄື່ອນຍ້າຍ ຄັ້ງທີ 17 ຜ່ານມາ ແລະ ເພື່ອກະກຽມເນື້ອໃນ ໃຫ້ແກ່ກອງປະຊຸມແຮງງານເຄື່ອນ ຍ້າຍອາຊຽນ ຄັ້ງທີ 18 ທີ່ປະເທດ ມາເລເຊຍ ຈະເປັນເຈົ້າພາບຈັດຂຶ້ນ ໃນວັນທີ 9-10 ກັນຍາ 2025 ນີ້. ກອງປະຊຸມແຮງງານເຄື່ອນ ຍ້າຍອາຊຽນ ("'.-) ເປັນກິດ ຈະກໍາໜຶ່ງ ພາຍໃຕ້ແຜນງານຂອງ ຄະນະກໍາມະການອາຊຽນ ສໍາລັບ ແຮງງານເຄື່ອນຍ້າຍ ("C.8) ເຊິ່ງເປັນກອງປະຊຸມປະຈໍາປີ ແລະ ອີງຕາມການໝູນວຽນການເປັນ ເຈົ້າພາບ ຈັດກອງປະຊຸມອາຊຽນ ປະເທດນັ້ນ ຈະເປັນເຈົ້າພາບຈັດ ກອງປະຊຸມ "'.- ແລະ ປີນີ້ກໍ ແມ່ນປະເທດມາເລເຊຍ ເປັນເຈົ້າ ພາບ. "'.- ແມ່ນເວທີເປີດ ກ້ວາງ ເພື່ອທວນຄືນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຕໍ່ກັບບັນ ຫາການປົກປ້ອງ ແລະ ສົ່ງເສີມ ສິດຂອງແຮງງານເຄື່ອນຍ້າຍ ລະ ຫວ່າງບັນດາປະເທດສະມາຊິກອາ ຊຽນ ໂດຍສະເພາະ ອົງການຈັດຕັ້ງ ຈາກລັດຖະບານ, ຄູ່ຮ່ວມງານທາງ ດ້ານສັງຄົມ (ຜູ້ຕາງໜ້ານາຍຈ້າງ ແລະ ຜູ້ອອກແຮງງານ) ແລະ ອົງ ການຊ່ວຍເຫລືອດ້ານສັງຄົມ. ໄລ ຍະຜ່ານມາ ໄດ້ມີການຈັດກອງປະ ສປປ ລາວ... ຕໍ່ຈາກໜ້າ ສູນກາງພັກ ເລຂາຄະນະບໍລິຫານ ງານພັກແຂວງ ເຈົ້າແຂວງສະຫວັນ ນະເຂດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະ ການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະ ການສູນກາງພັກ, ຮອງຫົວໜ້າຄະ ນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ບັນດາສະຫາຍໃນຄະນະບໍລິຫານ ງານພັກແຂວງ, ຜູ້ແທນກອງປະ ຊຸມ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ ໄດ້ ລາຍງານຜົນກອງປະຊຸມຄັ້ງປະຖົມ ມະລືກ ຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X ປະກອບມີ 41 ສະຫາຍ. ໃນນັ້ນ, ເພດຍິງ 4 ສະຫາຍ, ເຜົ່າລາວ 29 ສະຫາຍ, ເຜົ່າຜູ້ໄທ 6 ສະຫາຍ, ເຜົ່າ ກະຕາງ 3 ສະຫາຍ, ເຜົ່າກະເລີງ, ມະກອງແລະເຜົ່າບÓູ1ສະຫາຍ.ໃນ ນີ້, ໄດ້ເລືອກເອົາຄະນະກຳມະ ການ ປະຈຳພັກແຂວງຈຳນວນ 13 ສະ ຫາຍ ປະກອບມີ: ສະຫາຍ ບຸນໂຈມ ອຸບົນປະເສີດ, ສະຫາຍ ໂພໄຊ ໄຂ ຄຳພິທູນ, ສະຫາຍ ນາງ ດາວວອນ ໄຊສຸລຽນ, ສະຫາຍ ຄຳວິໃສ ຜຸຍ ຍະວົງ, ສະຫາຍ ແສນສັກ ສຸລິສັກ, ສະຫາຍ ທອງໃສ ໄຊຍະວົງຄຳດີ, ສະຫາຍ ຄຳຜຸຍ ສີບຸນເຮືອງ, ສະ ຫາຍ ແສນສັກ ພິມວົງສາ, ສະຫາຍ ວາລິຍະ ສີຈັນທອງທິບ, ສະຫາຍ ສາລີ ວິນລາວັນ, ສະຫາຍ ພູລຳ ພອນ ສີຫາວົງ, ສະຫາຍ ພົຈວ ພັນ ວິໄລ ລາດສະຍົນ ແລະ ສະຫາຍ ພັອ ລຳພົງ ໄຊທອງ. ກອງປະຊຸມໄດ້ເຫັນດີເປັນເອກະ ພາບ ເລືອກເອົາ ສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະບໍ ລິຫານງານພັກແຂວງ, ສະຫາຍ ໂພໄຊ ໄຂຄຳພິທູນ ແລະ ສະຫາຍ ນາງ ດາວວອນ ໄຊສຸລຽນ ເປັນ ຮອງເລຂາຄະນະບໍລິຫານງານພັກ ແຂວງ, ເລືອກເອົາ ສະຫາຍ ແສນ ສັກ ພິມວົງສາ ເປັນປະທານກວດ ກາພັກ. ພ້ອມນີ້, ກອງປະຊຸມຍັງ ໄດ້ເລືອກເອົາ ສະຫາຍ ສີວິໄລ ຈັນ ທຳມະຈັກ, ສະຫາຍ ນາງ ກິ່ນນາ ລອນ ວົງຄຳໂພສາ ແລະ ສະຫາຍ ສຸກສາຄອນ ມະນີສອນ ເປັນຮອງ ປະທານກວດກາພັກ. ກໍາມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ພັກ, ມີອະດີດການນໍາຂອງກະ ຊວງ, ຜູ້ແທນສົມບູນ ຈໍານວນ 131 ສະຫາຍ, ຍິງ 59 ສະຫາຍ. ສະຫາຍ ໂພໄຊ ໄຊຍະສອນ ໄດ້ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງແຮງງານ ແລະ ສະຫວັັດດີການສັງຄົມ ຄັ້ງ ທີVII ຄັ້ງນີ້, ແມ່ນເຫດການການ ເມືອງ ທີ່ມີຄວາມໝາຍສໍາຄັນຍິ່ງ ສໍາລັບອົງຄະນະພັກ, ເປັນການທົບ ທວນຕີລາຄາການຊີ້ນຳ-ນຳພາ ຂອງອົງຄະນະພັກກະຊວງໃນໄລ ຍະຜ່ານມາ ແລະ ພ້ອມກັນກໍານົດ ທິດທາງ, ແຜນການຕໍ່ໜ້າຢ່າງມີ ຈຸດສຸມ, ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕໍ່ວຽກງານແຮງງານ ແລະ ສະຫວັັດດີການສັງຄົມ ເພື່ອ ການຫັນປ່ຽນຢ່າງຕັ້ງໜ້າ ຕາມຈຸດ ໝາຍສັງຄົມນິຍົມ. ກອງປະຊຸມ ໃຫຍ່ຄັ້ງນີ້, ໄດ້ພ້ອມກັນສັງເກດຕີ ລາຄາ ຢ່າງຮອບດ້ານຕໍ່ການນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຜູ້ແທນອົງຄະນະພັກກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ຄັ້ງທີ VI ຜ່ານມາຢ່າງເລິກ ເຊິ່ງ, ຊອກໃຫ້ເຫັນບັນດາສາເຫດ ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ກົດໜ່ວງ ຕໍ່ການພັດທະນາຂະແໜງການມາ ຖອດຖອນເປັນບົດຮຽນ ແລະ ວິທີ ແກ້ໄຂບົນພື້ນຖານ ເພື່ອຕົກລົງເອ ກະພາບທາງດ້ານທັດສະນະ, ແນວ ຄິດ ແລະ ການກະທໍາຕົວຈິງໃນ ການກໍານົດແລະ ຮັບຮອງທິດທາງ, ແຜນວຽກຈຸດສຸມ ແລະ ຄາດໝາຍ ສູ້ຊົນ ໃນການພັດທະນາວຽກງານ ແຮງງານ ແລະ ສະຫວັດດີການ ສັງຄົມ ໃນ 5 ປີ ຕໍ່ໜ້າຢ່າງພາວະ ວິໄສ ໃນການເປັນເສນາທິການໃຫ້ ແກ່ສູນກາງພັກ ແລະ ລັດຖະບານ ໃນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງ ຂອງຕົນໃຫ້ມີຜົນສໍາເລັດ. ໂອກາດນີ້, ສະຫາຍ ນາງ ແກ້ວ ຈັນທະວີໄຊ ກຳມະການຄະນະພັກ ກະຊວງ ຮສສ ໄດ້ຕີລາຄາການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະ ຊວງ ຮສສ ໄລຍະ 5 ປີ (20212025) ໂດຍຖືສໍາຄັນ ແລະ ເອົາໃຈ ໃສ່ຕໍ່ວຽກງານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ແກ່ພະນັກງານສະມາຊິກພັກ ຢ່າງແຂງແຮງຖືເປັນ ຄວາມຮັບຜິດຊອບໂດຍກົງ ຂອງ ຄະນະພັກແຕ່ລະຂັ້ນແລະສອດຄ່ອງ ກັບແຕ່ລະຂົງເຂດວຽກງານ ດ້ວຍ ການຍຶດໝັ້ນ ແລະ ກໍາແໜ້ນທິດ ທາງຂອງພັກ ເພື່ອກໍ່ສ້າງອົງຄະນະ ພັກກະຊວງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງສະແດງ ອອກພະນັກງານ-ສະມາຊິກພັກ ສ່ວນຫລາຍຍັງຮັກສາໄດ້ຄຸນທາດ ການເມືອງ, ທັດສະນະຄຸນສົມບັດ ສິນທໍາປະຕິວັດ, ມີຄວາມຈົ່ງຮັກ ພັກດີ ແລະ ເຊື່ອໝັ້ນຕໍ່ບົດບາດການ ນໍາພາຂອງພັກ ຢ່າງໜັກແໜ້ນ, ຕັ້ງ ໜ້າປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະລະບຽບການຂອງລັດ ໄດ້ຢ່າງ ເຂັ້ມງວດ, ມີຄວາມສາມັກຄີເປັນ ເອກະພາບ, ຕັ້ງໜ້າຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຕົນ ມີຜົນສໍາ ເລັດຢ່າງຕໍ່ເນື່ອງ. ນອກຈາກນີ້, ໄດ້ ເອົາໃຈໃສ່ນໍາພາປັບປຸງການຈັດ ຕັ້ງຂອງບັນດາຮາກຖານພັກໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນ ຕາມ 5 ຫລັກການ ແລະ 3 ທິດນໍາຂອງພັກ ເຮັດໃຫ້ການຈັດຕັ້ງພັກແຕ່ລະຂັ້ນ ສ່ວນໃຫຍ່ມີຄວາມໜັກແໜ້ນ, ເຂັ້ມ ແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ປັດຈຸບັນ ທົ່ວອົງ ຄະນະພັກກະຊວງ ມີຮາກຖານພັກ ທັງໝົດ 15 ຮາກຖານພັກ ໃນນີ້, ມີ 10 ໜ່ວຍພັກຮາກຖານ, 1 ຄະນະ ພັກຮາກຖານ ແລະ 4 ໜ່ວຍພັກ ຂຶ້ນ ກັບຄະນະພັກຮາກຖານ. ກອງປະຊຸມໃຫຍ່ໃນຄັ້ງນີ້, ຜູ້ ແທນກອງປະຊຸມໄດ້ມີຄວາມເປັນ ເອກະພາບ ແລະ ພ້ອມກັນຮັບຮອງ ເອົາບັນດາເນື້ອໃນເອກະສານ ຮ່າງ ລາຍງານການເມືອງ, ຮ່າງແຜນ ພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແລະ ບົດສຳ ຫລວດການນໍາພາລວມຂອງຄະນະ ບໍລິຫານງານພັກກະຊວງສະໄໝທີ VI ຜ່ານມາ ໄດ້ມີການວິເຄາະວິໄຈ ຢ່າງພາວະວິໄສ, ຊອກໃຫ້ເຫັນບັນ ດາສາເຫດ ທີ່ເປັນດ້ານອ່ອນ-ຂໍ້ຄົງ ຄ້າງ ເພື່ອນຳມາຖອດຖອນເປັນ ບົດຮຽນ ແລະ ວິທີແກ້ໄຂໃນຊຸມປີຕໍ່ ໜ້າ. ພ້ອມກັນນີ້, ຜູ້ແທນສົມບູນ ໄດ້ ໃຊ້ສິດປະຊາທິປະໄຕ ໃນການປ່ອນ ບັດຄັດເລືອກເອົາຄະນະບໍລິຫານ ງານພັກກະຊວງຊຸດໃໝ່ ຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ. ກອງ ປະຊຸມຄັ້ງປະຖົມມະລືກຂອງຄະນະ ບໍລິຫານງານພັກກະຊວງສະໄໝທີ VII ໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ໂພໄຊ ໄຊຍະສອນ ເປັນ ເລຂາຄະນະບໍລິຫານງານພັກກະ ຊວງ ຮສສ, ສະຫາຍ ນາງ ແກ້ວ ຈັນທະວີໄຊ ເປັນຮອງເລຂາຄະນະ ບໍລິຫານງານພັກກະຊວງ ຮສສ, ສະຫາຍ ພົງໄຊສັກ ອິນຖາລາດ ເປັນປະທານກວດກາພັກ, ສະຫາຍ ວິໄລພົງ ສີສົມຫວັງ ເປັນຮອງປະ ທານກວດກາພັກ, ສະຫາຍ ຄຳພັດ ສຸລະສິນ ເປັນກຳມະການກວດກາ ພັກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຜູ້ແທນສົມ ບູນ ແລະ ສໍາຮອງ ຈໍານວນ 9 ສະ ຫາຍ ເພື່ອເປັນຕົວແທນໃຫ້ແກ່ສະ ມາຊິກພັກທົ່ວອົງຄະນະພັກກະຊວງ ເຂົ້າຮ່ວມກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ໃນໂອກາດນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຕີລາຄາ ສູງຕໍ່ຜົນສໍາເລັດ ໃນການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງຮສສ ສະແດງເຖິງຄວາມຮັບຜິດຊອບ ຂອງບັນດາຜູ້ແທນກອງປະຊຸມທີ່ ໄດ້ຮັບຮອງເອົາ. ຜົນສໍາເລັດທີ່ຍາດ ມາໄດ້ ເຊິ່ງເປັນພື້ນຖານທີ່ສໍາຄັນ ໃນການສືບຕໍ່ກໍ່ສ້າງ ແລະ ປັບປຸງ ອົງຄະນະພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອສ້າງ ບາດກ້າວໃໝ່ ໃຫ້ແກ່ການນໍາພາ ພັດທະນາຂະແໜງແຮງງານ ແລະ ສະຫວັດດີການສັງຄົມໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ຄະນະ ບໍລິຫານງານພັກກະຊວງຊຸດໃໝ່ ກໍຄື ຄະນະພັກຂັ້ນຕ່າງt ທົ່ວອົງຄະ ນະພັກກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຕ້ອງໄດ້ເພີ່ມ ທະວີເອົາໃຈໃສ່ປັບປຸງລະບົບການ ເມືອງ ຂອງຕົນໃຫ້ມີຄວາມເຂັ້ມ ແຂງແຮງ; ເອົາໃຈໃສ່ປັບປຸງບູລະ ນະກົງຈັກການຈັດຕັ້ງຂອງພັກ ແລະ ບັນດາອົງການຈັດຕັ້ງມະຫາ ຊົນຂັ້ນຕ່າງt ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ ຂອງ ໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານຮັບປະກັນໃຫ້ທຸກ ການຈັດຕັ້ງຂອງພັກ, ຂອງລັດແລະ ອົງການຈັດຕັ້ງມະຫາຊົນ ມີຄວາມ ສະຫງົບ, ໜັກແໜ້ນຮັບປະກັນຕາມ ທິດພັກນໍາພາ, ລັດຄຸ້ມຄອງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງ ມະຫາຊົນຢ່າງເຕັມສ່ວນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໄຂກອງປະຊຸມໃຫຍ່... ຕໍ່ຈາກໜ້າ ຊຸມ "'.- ເປັນຈໍານວນ 17 ຄັ້ງ ເຊິ່ງໃນແຕ່ລະຄັ້ງ ຈະໄດ້ກໍານົດຫົວ ຂໍ້ທີ່ຕິດພັນກັບການສົ່ງເສີມ ແລະ ປົກປ້ອງແຮງງານເຄື່ອນຍ້າຍ ເພື່ອ ປຶກສາຫາລື ແລະ ກໍານົດຂໍ້ແນະນໍາ ຂອງແຕ່ລະຫົວຂໍ້ ເພື່ອໃຫ້ບັນດາ ປະເທດສະມາຊິກອາຊຽນ ແລະ ຄູ່ ຮ່ວມງານດ້ານສັງຄົມ ນໍາໄປຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດ. ທ່ານ ສຸລິຍາ ຄຳວົງສາ ຮອງ ຫົວໜ້າກົມການຈັດຫາງານ ກະ ຊວງ ຮສສ, ໃນນາມປະທານຮ່ວມ ກອງປະຊຸມໄດ້ມີຄຳເຫັນວ່າ: ປັດ ຈຸບັນ, ແຮງງານເຄື່ອນຍ້າຍນັບມື້ ນັບເພີ່ມຂຶ້ນ, ສະພາບແຮງງານ ເຄື່ອນຍ້າຍ ບໍ່ແມ່ນບັນຫາສະເພາະ ຂອງປະເທດໃດໜຶ່ງເທົ່ານັ້ນ, ແຕ່ ມັນເປັນບັນຫາລວມຂອງຂົງເຂດ, ພາກພື້ນ ແລະ ຂອງໂລກ ຕໍ່ກັບບັນ ຫາການເຄື່ອນຍ້າຍແຮງງານ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍມີຄວາມເປັນຫ່ວງເປັນ ໃຍຕໍ່ຊາວຜູ້ອອກແຮງງານ ໂດຍ ສະເພາະແມ່ນແຮງງານເຄື່ອນຍ້າຍ ໄປຕ່າງປະເທດ ເຊິ່ງສະແດງອອກ ໃນການປະກອບສ່ວນເຂົ້າເປັນ ຄະນະກຳມະການອາຊຽນ ກ່ຽວ ກັບແຮງງານເຄື່ອນຍ້າຍ ເພື່ອຈັດ ຕັ້ງປະຕິບັດຖະແຫລງການອາ ຊຽນ ວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງແຮງງານເຄື່ອນ ຍ້າຍຢ່າງຕັ້ງໜ້າ. ກອງປະຊຸມແຮງງານເຄື່ອນ ຍ້າຍອາຊຽນ ຄັ້ງທີ 18 (18UI "'.-) ຈະຖືກຈັດຂຶ້ນໂດຍການ ເປັນເຈົ້າພາບກອງປະຊຸມຂອງ ປະ ເທດມາເລເຊຍ ໃນວັນທີ 9-10 ກັນຍາ 2025 ເຊິ່ງມີຫົວຂໍ້“ເພີ່ມ ທະວີມາດຕະການຈັດຕັ້ງປະຕິບັດ ເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ດ້ານການເຄື່ອນຍ້າຍ ທີ່ປອດໄພ ແລະ ວຽກງານທີ່ມີ ຄຸນຄ່າ-ເປັນທຳ ສຳລັບແຮງງານ ເຄື່ອນຍ້າຍ ໃນອາຊຽນ). ສໍາລັບ ຫົວຂໍ້ຍ່ອຍ ປະກອບມີ: ສະພາບ ແວດລ້ອມທີ່ປອດໄພ ແລະ ໝັ້ນຄົງ ປາສະຈາກການໃຊ້ແຮງງານແບບ ບັງຄັບ; ຫລຸດຜ່ອນຄ່າໃຊ້ຈ່າຍ ໃນ ການໄປເຮັດວຽກຢູ່ຕ່າງປະເທດ ແລະ ການໂອນເງິນກັບຄືນປະເທດ. ຂໍ້ມູນ-ພາບ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==