ly j 'mh kmkp.odko75 h ,7v'0U gspN v16 j ot7vos];';P'9a o 05/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບÊ ດສະເໜີ dkorq ;ra oIj ;,,n ]k;{s;Pfok, \A o7q '0t|q 'cdj o-qj ;dk]toko (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 63 ປີ) ©ດຍ ່າຕÊ່ ງ ເມື່ອຫວນຄືນເສັ້ນທາງປະຫວັດ ສາດທີ່ຜ່ານມາ, ປະຊາຊົນສອງ ປະເທດສາມາດພາກພູມໃຈໃນຂະ ບວນການກໍ່ສ້າງ ແລະ ພັດທະນາ ການພົວພັນແບບພິເສດ ແລະ ຫາ ຍາກທີ່ມີລະຫວ່າງສອງຊາດ. ໃນໄລຍະຕໍ່ສູ້ຕ້ານການປົກຄອງ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ສອງປະເທດໄດ້ສ້າງຕັ້ງສຳພັນ ສູ້ຮົບລາວ-ຫວຽດເພື່ອຮ່ວມກັນ ຕ້ານສັດຕູຕົວດຽວກັນ. ບັນດາທະ ຫານອາສາສະໝັກຫວຽດນາມ ກຸ່ມທຳອິດໄດ້ເດີນທາງເຂົ້າສູ່ລາວ ເພື່ອຄຽງບ່າຄຽງໄຫລ່ກັບກອງກຳ ລັງປະກອບອາວຸດປະເທດລາວ ໃນຂະບວນການຕໍ່ສູ້. ການເສຍສະ ລະເລືອດເນື້ອ ແລະ ການປະສົມ ປະສານຢ່າງໃກ້ຊິດຂອງບັນດາ ລູກຫລານທີ່ດີເດັ່ນຂອງສອງຊາດ ໄດ້ມີສ່ວນສຳຄັນໃນການນຳພາ ຂະບວນການຕໍ່ສູ້ຂອງສອງປະເທດ ໄປສູ່ໄຊຊະນະອັນຍິ່ງໃຫຍ່, ໂດຍ ມີການລົງນາມສັນຍາເຊີແນວ 1954 ກ່ຽວກັບການຟື້ນຟູສັນຕິ ພາບໃນອິນດູຈີນ. ວັນທີ 5 ກັນຍາ 1962, ການທີ່ ລັດຖະບານສະຫະພັນລາວ ໄດ້ສ້າງ ຕັ້ງສາຍພົວພັນທາງການທູດກັບ ຫວຽດນາມ ໄດ້ກາຍເປັນຈົດໝາຍ ສຳຄັນໃນປະຫວັດສາດການພົວພັນ ລາວ-ຫວຽດນາມ ໃນຍຸກສະໄໝ ໃໝ່. ປະທານ ໂຮ່ຈີ່ມິງ ໄດ້ເນັ້ນຢ້ຳ ວ່າພື້ນຖານໃນການສ້າງຕັ້ງການ ພົວພັນເພື່ອນບ້ານໃກ້ເຮືອນຄຽງກັບ ລາວ ແມ່ນ 5 ຫລັກການຢູ່ຮ່ວມກັນ ຢ່າງສັນຕິພາບ, ທີ່ບັນດາປະເທດ ໃນຂະບວນການ “ບໍ່ເຂົ້າ°່າຍໃດ” ໄດ້ຮັບຮອງຢ່າງເປັນທາງການ ແລະ ຢືນຢັນໃນການປະຊຸມ “ບັນ ດຸງ” ປີ 1955. ທັນທີຫລັງຈາກ ສ້າງຕັ້ງສາຍພົວພັນທາງການທູດ ກັບຫວຽດນາມ, ໃນກອງປະຊຸມ ກັບກອງທັບລາວ. ສະເດັດເຈົ້າ ສຸພານຸວົງ ໄດ້ກ່າວວ່າ: “ຫລັງຈາກ ສ້າງຕັ້ງສາຍພົວພັນທາງການທູດ ກັບບັນດາປະເທດ, ພວກເຮົາມີ ເພື່ອນມິດເພີ່ມຂຶ້ນຫລາຍ, ແຕ່ ຄົນທີ່ເປັນເພື່ອນຮ່ວມເປັນຮ່ວມ ຕາຍ, ຢູ່ຮ່ວມຂຸມຕະຄອງດຽວກັນ ມີພຽງແຕ່ຫວຽດນາມ.” ນັບແຕ່ ນັ້ນມາ, ພາຍໃຕ້ການນຳພາຂອງ ສອງພັກ, ປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ພະຍາຍາມ ຊ່ວຍເຫລືອກັນຢ່າງເຕັມທີ່, ຢືນ ຄຽງຂ້າງກັນໃນຂະບວນການຕໍ່ສູ້ ຕ້ານສັດຕູຕົວດຽວ, ນຳພາເຮືອ ປະຕິວັດຂອງສອງຊາດໄປສູ່ໄຊຊະ ນະຢ່າງສົມບູນໃນປີ 1975. ເມື່ອເບິ່ງຄືນເສັ້ນທາງແຫ່ງການ ພັດທະນາການພົວພັນຂອງສອງ ປະເທດໃນໄລຍະຜ່ານມາ, ພວກເຮົາ ລ້ວນແຕ່ມີຄວາມພາກພູມໃຈ ເມື່ອ ເຫັນວ່ານ້ຳໃຈມິດຕະພາບພິເສດ ອັນຊື່ສັດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ໄດ້ຮັບ ການປັບປຸງ, ປ່ຽນແປ່ງໃໝ່ ແລະ າບະກອບ າບະກອບ ຂປລ. ເຖິງແມ່ນວ່າຈະໄດ້ຮັບ ການຊ່ວຍເຫລືອຈາກອົງການ ພັດທະນາສາກົນ ເພື່ອປັບປຸງພາ ຫະນະຂົນສົ່ງ, ແຕ່ອັດຕາການໃຊ້ ບໍລິການເກັບ, ຂົນສົ່ງຂີ້ເຫຍື້ອຈາກ ຄົວເຮືອນມີພຽງແຕ່ 31 , ໃນ ພັດທະນາໃຫ້ເລິກເຊິ່ງ, ປະກອບ ສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ, ເພື່ອ ການພັດທະນາຂອງແຕ່ລະປະເທດ. ແຕ່ລະບາດກ້າວຂອງສອງປະເທດ ແລະ ສອງຊາດໃນມື້ນີ້ ລ້ວນແຕ່ ສະທ້ອນໃຫ້ເຫັນການປະກອບ ສ່ວນຢ່າງຕັ້ງໜ້າຂອງທັງສອງ °່າຍ, ເຮັດໃຫ້ການພົວພັນພິເສດ ລາວ-ຫວຽດນາມ ນັບມື້ນັບສະໜິດ ຕິດແໜ້ນ, ໝັ້ນຄົງ ແລະ ເກິດດອກ ອອກຜົນຢ່າງບໍ່ຢຸດຢັ້ງ. ຕະຫລອດໄລຍະແຫ່ງການພັດ ທະນາຂອງຫວຽດນາມ ລ້ວນແຕ່ ມີການຮ່ວມມືຂອງປະເທດຊາດ ກໍ່ຄື ປະຊາຊົນລາວອ້າຍນ້ອງ. ສາຍພົວພັນສາມັກຄີພິເສດ ລາວຫວຽດນາມໂດຍປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳທີ່ແສນ ເຄົາລົບຮັກເປັນຜູ້ລິເລີ່ມໄດ້ຮັບການ ເພີ່ມພູນຄູນສ້າງ, ປັບປຸງ ແລະ ພັດ ທະນາຢ່າງບໍ່ຢຸດຢັ້ງ. ປັດຈຸບັນ ສາຍ ພົວພັນການເມືອງລະຫວ່າງສອງ ຊາດສືບຕໍ່ໄດ້ຮັບການສົ່ງເສີມຢ່າງ ເຂັ້ມແຂງ, ນັບມື້ຍິ່ງສະໜິດແໜ້ນ ແລະ ມີປະສິດທິຜົນໃນທຸກຂົງເຂດ ໂດຍສະເພາະການພົວພັນທາງດ້ານ ການເມືອງໄດ້ຮັບການເພີ່ມທະວີ ໂດຍຜ່ານການຢ້ຽມຢາມ ແລະ ການ ແລກປ່ຽນພົບປະລະຫວ່າງການ ນຳຂັ້ນສູງ ແລະ ທຸກຂັ້ນ; ການ ຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ສືບຕໍ່ປະກອບສ່ວນ ຮັກສາສະຖຽນລະພາບດ້ານການ ເມືອງ, ຄວາມໝັ້ນຄົງ, ຄວາມ ເປັນລະບຽບຮຽບຮ້ອຍທາງສັງ ຄົມຢູ່ແຕ່ລະປະເທດ ແລະ ເຂດ ຊາຍແດນລະຫວ່າງ 2 ປະເທດ; ການຮ່ວມມືດ້ານເສດຖະກິດ, ການ ຄ້າ ແລະ ການລົງທຶນໄດ້ຮັບການ ຊຸກຍູ້ຢ່າງແຂງແຮງ. ພິເສດແມ່ນ ການເດີນທາງເຂົ້າຮ່ວມພິທີເປີດ ການນຳໃຊ້ທ່າເຮືອເລກ 3 ຂອງ ທ່າເຮືອຫວຸງອ່າງຂອງສອງສະ ຫາຍປະທານປະເທດ ລາວ ແລະ ຫວຽດນາມ ໃນທ້າຍເດືອນເມສາ 2025 ທີ່ຜ່ານມມາ; ພິທີຮັບຮອງ ເອົາອຸທິຍານຫີນໜາມໜໍ່ຂອງລາວ ເປັນມໍລະດົກໂລກແບບຮ່ວມຊາຍ ແດນກັບອຸທິຍານແຫ່ງຊາດຟອງ ຫຍາ-ແກບາງຂອງຫວຽດນາມ ແລະ ການປະກາດຮັບຮອງເອົາ ສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫລວງ-ເສັ້ນທາງ ໂຮ່ຈີ່ມິງ ເບື້ອງດິນລາວເປັນມໍລະ ດົກແຫ່ງຊາດລະດັບຊາດ ທາງ ດ້ານປະຫວັດສາດຂອງ ສປປ ລາວ ແລະ ການພົວພັນຮ່ວມມືດ້ານອື່ນt ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງ ນໍ້າໃຈ ແລະ ໄມຕີຈິດແຫ່ງສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານອັນສະເໝີຕົ້ນ ສະເໝີປາຍລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເສື່ອມ ຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ. ຕໍ່ຈາກສະບັບກ່ອນ ຂະນະທີ່ຍັງເຫລືອ 69 ແມ່ນບໍ່ ໄດ້ໃຊ້ບໍລິການເກັບຂີ້ເຫຍື້ອຂອງ ເທສະບານ. ຍ້ອນສາເຫດດັ່ງກ່າວ ປະຊາຊົນສ່ວນໃຫຍ່ ຈຶ່ງຖິ້ມຂີ້ເຫຍື້ອ ແບບຊະຊາຍ ແລະ ຈູດຂີ້ເຫຍື້ອ ເພື່ອ ກໍາຈັດດ້ວຍຕົນເອງ ເຊິ່ງກໍ່ໃຫ້ເກີດ ເປັນຜົນກະທົບຕໍ່ສຸຂະພາບຂອງ ປະຊາຊົນ ແລະ ເປັນມົນລະພິດຕໍ່ ສິ່ງແວດລ້ອມ. ຕາມການສໍາຫລວດ ຂອງ (((I ສະແດງໃຫ້ເຫັນວ່າ: ຄ່າບໍລິການເກັບ, ຂົນສົ່ງຂີ້ເຫຍື້ອ ໃນປັດຈຸບັນມີລາຄາສູງແມ່ນໜຶ່ງ ໃນອຸປະສັກຂອງການໃຊ້ບໍລິການ. ສິ່ງທີ່ເປັນອຸປະສັກຂອງລົດເກັບ ຂີ້ເຫຍື້ອທັງໃນຕົວເມືອງ ແລະ ຊານ ເມືອງແມ່ນມີເສັ້ນທາງທີ່ນ້ອຍແຄບ ແລະ ສະພາບຖະໜົນທີ່ຫຍຸ້ງຍາກ ເຮັດໃຫ້ລົດບໍ່ສາມາດເຂົ້າໄປເກັບ ຂີ້ເຫຍື້ອຂອງເຮືອນທີ່ຢູ່ເຂດຫ່າງ ໄກ. ການອອກແບບຈຸດທ້ອນໂຮມ ຂີ້ເຫຍື້ອ ໂດຍມີການນໍາໃຊ້ລົດ ຂົນຂີ້ເຫຍື້ອຂະໜາດນ້ອຍລົງຈະ ສາມາດເປັນທາງເລືອກໜຶ່ງ ເພື່ອ ເພີ່ມອັດຕາການໃຊ້ບໍລິການເກັບ, ຂົນສົ່ງຂີ້ເຫຍື້ອ ແລະ ພ້ອມດຽວກັນ ຍັງເປັນການເສີມສ້າງອາຊີບສີຂຽວ ນໍາອີກ. ປັດຈຸບັນ, ເທສະບານຍັງບໍ່ທັນ ມີກົນໄກໃດທີ່ເປັນການຊຸກຍູ້ນໍາ ພາການແຍກຂີ້ເຫຍື້ອແຕ່ຕົ້ນທາງ, ເພາະສະນັ້ນ ຂີ້ເຫຍື້ອທຸກປະເພດ ຈຶ່ງຖືກຖິ້ມປະປົນກັນ ແລະ ເອົາ ໄປທໍາລາຍຮ່ວມກັນ. ສິ່ງດັ່ງກ່າວ ເຮັດໃຫ້ເກີດການສູນເສຍທາງ ດ້ານເສດຖະກິດແບບຕ່ອງໂສ້ມູນ ຄ່າຂອງຂີ້ເຫຍື້ອ ຊຶ່ງເທົ່າກັບວ່າ ຊັບພະຍາກອນບໍ່ໄດ້ຖືກເກັບຮວບ ຮວມຄືນ ແລະ ເຮັດໃຫ້ສະໜາມກໍາ ຈັດຂີ້ເຫຍື້ອມີໂອກາດເຕັມໄວ ຫລື ມີ ໄລຍະເວລານໍາໃຊ້ສັ້ນລົງ. ສະໜາມຂີ້ເຫຍື້ອຫລັກ 32 ຍັງ ບໍ່ທັນແມ່ນສະໜາມຂີ້ເຫຍື້ອທີ່ຖືກສຸ ຂະລັກສະນະ. ດັ່ງນັ້ນ, ຂີ້ເຫຍື້ອທີ່ ເອົາໄປທໍາລາຍຍັງຖອກເທ ແລະ ບໍາບັດແບບບໍ່ທັນເໝາະສົມເທື່ອ. ການຟື້ນຟູສະໜາມຂີ້ເຫຍື້ອຄືນໃໝ່ ຈຶ່ງມີຄວາມຈໍາເປັນ ແລະ ສໍາຄັນ ຫລາຍ. ນອກຈາກນີ້, ກໍຍັງສັງເກດ ເຫັນວ່າ ມີບາງເມືອງມີການສິ້ນ ເປືອງຫລາຍໃນການຂົນສົ່ງຂີ້ເຫຍື້ອ ເພື່ອເອົາໄປທໍາລາຍຢູ່ສະໜາມຫລັກ 32. ສະນັ້ນ, ແຕ່ລະເມືອງກໍມີຄວາມ ຈໍາເປັນໃນການສ້າງແຜນການ ເພື່ອ ກະກຽມໃນການສ້າງສະຖານທີ່ກໍາ ຈັດຂີ້ເຫຍື້ອໃນຂອບເຂດເມືອງຂອງ ຕົນຢ່າງເໝາະສົມໃນອະນາຄົດອັນ ໃກ້ນີ້. ຍັງບໍ່ທັນມີນະໂຍບາຍ ຫລື ສິ່ງອໍານວຍຄວາມສະດວກໃດtທີ່ ຈະຊຸກຍູ້ການລິເລີ່ມການຫັນປ່ຽນ ສິ່ງເສດເຫລືອເປັນຊັບພະຍາກອນ. ສະນັ້ນ, ຈຶ່ງມີຄວາມຫຍຸ້ງຍາກໃນ ການສົ່ງເສີມກິດຈະກໍາ 33 (ຫລຸດ ຜ່ອນ, ນໍາໃຊ້ຄືນໃໝ່, ການນໍາໄປ ຜະລິດຄືນ) ໃນລະດັບຕົວເມືອງ. ເທສະບານນະຄອນຫລວງວຽງຈັນ ຍັງບໍ່ມີໂຮງງານແປຮູບຂີ້ເຫຍື້ອ ເປັນຂອງຕົນເອງທີ່ສາມາດແຍກ ຂີ້ເຫຍື້ອຈໍານວນຫລາຍທີ່ເກີດ ຂຶ້ນໃນນະຄອນຫລວງວຽງຈັນ ເຊັ່ນ: ຂີ້ເຫຍື້ອອົງຄະທາດ ແລະ ປລາສຕິກ. ງົບປະມານປະຈໍາປີຂອງ ຄບຕ ໃນການປະຕິບັດວຽກງານບໍລິການ ເກັບຂີ້ເຫຍື້ອແມ່ນປະມານ 18 ຕື້ ກີບ, ຄ່າໃຊ້ຈ່າຍໃນການຈັດຕັ້ງປະ ຕິບັດວຽກງານສ່ວນໃຫຍ່ແມ່ນໄດ້ ມາຈາກການເກັບຄ່າບໍລິການຂີ້ ເຫຍື້ອ ແລະ ຄ່າບໍລິການຢູ່ສະໜາມ ຂີ້ເຫຍື້ອ. ເຖິງຢ່າງໃດກໍຕາມ, ມັນ ຍັງບໍ່ພຽງພໍກັບການໃຊ້ຈ່າຍທັງໝົດ ເນື່ອງຈາກອັດຕາການໃຊ້ບໍລິການ ເກັບ, ຂົນສົ່ງຂີ້ເຫຍື້ອໃນລະດັບຄົວ ເຮືອນຍັງຕໍ່າ. (ແຫລ່ງຂໍ້ມູນ: ຍຸດທະສາດ ແລະ ແຜນດໍາເນີນງານການຄຸ້້ມ ຄອງຂີ້ເຫຍື້ອແບບຍືນຍົງຂອງນະ ຄອນຫລວງວຽງຈັນ ປີ 20212030). າບະກອບ າບະກອບ
RkJQdWJsaXNoZXIy MTc3MTYxMQ==