7108

@ 0j k; c]t gsfdko 05/09/2025 xtgmf]k; lkmk]tot]a f xt-kmy xtw8 xt-k-q o]k; \A opn oK ລາວກາຍເປັນ... ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະ ກໍາມະການສູນກາງພັກກອມມູນິດ ຈີນ, ປະທານປະເທດ ແຫ່ງ ສປ ຈີນ ທີ່ຫໍສະພາປະຊາຊົນຈີນ ໃນຕອນ ເຊົ້າວັນທີ 4 ກັນຍາ 2025 ໂດຍມີ ການນໍາຂັ້ນສູງພັກ, ລັດ ຂອງສອງ °່າຍເຂົ້າຮ່ວມ. ໃນການພົບປະ, ສະຫາຍ ທອງ ລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ສະໜິດສະໜົມ ຂອງ ສະຫາຍ ສີ ຈິ້ນຜິງ ແລະ ຊົມເຊີຍຕໍ່ຜົນສໍາເລັດ ອັນຈົບງາມຂອງກອງປະຊຸມສຸດ ຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ທີ່ ສປ ຈີນ ເປັນເຈົ້າພາບຈັດທີ່ ນະຄອນທຽນຈິນ ໃນວັນທີ 31 ສິງ ຫາ-1 ກັນຍາ 2025, ຜົນສໍາເລັດ ການຈັດພິທີລະນຶກວັນໄຊຊະນະສົງ ຄາມຕ້ານຟາດຊິດ ຄົບຮອບ 80 ປີ ຢູ່ນະຄອນຫລວງປັກກິ່ງ ໃນວັນທີ 3 ກັນຍາ 2025 ຜ່ານມາ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ ຫລວງ ແລະ ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນຈີນ ຍາດມາໄດ້ ພາຍໃຕ້ການນໍາພາຂອງພັກກອມ ມູນິດຈີນ ທີ່ມີ ສະຫາຍ ເລຂາທິການ ໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເປັນແກນກາງ ໂດຍສະເພາະການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XX ຂອງພັກກອມ ມູນິດຈີນ. ພ້ອມນັ້ນ, ຍັງໄດ້ແຈ້ງ ສະພາບການພົ້ນເດັ່ນພາຍໃນພັກ, ສປປ ລາວ ໃຫ້°່າຍຈີນຊາບ, ສະ ແດງຄວາມຂອບໃຈຕໍ່ການສະໜັບ ສະໜູນຊ່ວຍເຫລືອຂອງພັກ, ລັດ ຖະບານ ແລະ ປະຊາຊົນຈີນ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ໃນຕະ ຫລອດໄລຍະຜ່ານມາ; ຢຶນຢັນທັດ ສະນະຂອງພັກ, ລັດລາວ ໃນການ ສະໜັບສະໜູນບັນດາຂໍ້ລິເລີ່ມທີ່ ສະຫາຍ ສີ ຈິ້ນຜິງ ສະເໜີອອກໃນ ຜ່ານມາ ໂດຍສະເພາະແມ່ນ “ຂໍ້ລິ ເລີ່ມ ວ່າດ້ວຍການປົກຄອງລັດ ໃນ ທົ່ວໂລກ”ທີ່ສະເໜີອອກໃນກອງປະ ຊຸມສຸດຍອດອົງການຮ່ວມມືຊຽງ ໄຮ້ ຄັ້ງທີ 25 ຜ່ານມາ. ສະຫາຍ ສີຈິ້ນຜິງ ໄດ້ສະແດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມພິທີລະນຶກວັນໄຊ ຊະນະສົງຄາມຕ້ານຟາດຊິດ ຄົບ ຮອບ 80 ປີ ແລະ ກອງປະຊຸມສຸດ ຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ຂອງ°່າຍລາວ, ໂດຍສະເພາະ ແມ່ນ ການຮັບຮອງເອົາ ສປປ ລາວ ເຂົ້າເປັນປະເທດຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືດັ່ງກ່າວ; ໄດ້ບິ ແບ່ງບົດຮຽນ ແລະ ຜົນສໍາເລັດອັນ ພົ້ນເດັ່ນ ຂອງ ພັກ, ລັດຈີນ ໃນການ ສ້າງສາພັດທະນາປະເທດຊາດ ໃນ ໄລຍະໃໝ່ ຕາມທິດຫັນເປັນທັນສະ ໄໝ ໃນການສ້າງສັງຄົມນິຍົມທີ່ມີ ສີສັນພິເສດຂອງຈີນ; ເນັ້ນເຖິງ ຄວາມສໍາຄັນຂອງການນໍາພາຂອງ ພັກໃນພາລະກິດກໍ່ສ້າງສັງຄົມນິຍົມ ເຊິ່ງສອງປະເທດ ລາວ-ຈີນ ຕ້ອງ ໄດ້ຮ່ວມມືກັນ ໃຫ້ແໜ້ນແຟ້ນກວ່າ ເກົ່າ ໃນຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກໍາ ຈີນ-ລາວ, ລາວ-ຈີນ ໂດຍສະ ເພາະແມ່ນການລົງເລິກແລກປ່ຽນ ບົດຮຽນທາງດ້ານທິດສະດີ-ພຶດຕິ ກໍາ, ວຽກງານກໍ່ສ້າງພັກ-ພະ ນັກ ງານ, ການປົກຄອງ ລັດ-ບໍລິ ຫານ ປະເທດ, ຊຸກຍູ້ການຮ່ວມມືດ້ານ ຄວາມໝັ້ນຄົງ, ເສດຖະກິດ, ວັດທະ ນະທໍາ ແລະ ອື່ນt ເພື່ອປະ ກອບ ສ່ວນແກ່ການພັດທະນາຂອງສອງ ປະເທດ ໃນໄລຍະໃໝ່. ສອງ°່າຍຕີລາຄາສູງຕໍ່ໝາກ ຜົນຂອງການພົວພັນຮ່ວມມື ລາວຈີນ ກໍຄື ການຈັດຕັ້ງປະຕິບັດແຜນ ແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ສະບັບທີ 2 ທີ່ນັບມື້ນັບໄດ້ຮັບການຈັດຕັ້ງປະຕິ ບັດຢ່າງຕັ້ງໜ້າ ແລະ ມີໝາກຜົນທີ່ ເປັນຮູບປະທຳ; ສອງ°່າຍ ຍິນດີ ຮ່ວມກັນສືບຕໍ່ຮ່ວມມືດ້ານການ ເມືອງ-ຄວາມໝັ້ນຄົງ ຢ່າງແໜ້ນ ແຟ້ນ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ກັນທາງດ້ານການເມືອງ ໃນລະດັບ ສູງ ເຊິ່ງເປັນພື້ນຖານອັນສໍາຄັນໃນ ການຊຸກຍູ້ການພົວພັນຮ່ວມມືດ້ານ ເສດຖະກິດ-ການຄ້າ ແລະ ດ້ານ ອື່ນt ໃຫ້ຂະຫຍາຍຕົວເຂົ້າສູ່ລວງ ເລິກ ແລະ ມີໝາກຜົນຕົວຈິງມາສູ່ ປະຊາຊົນສອງຊາດ; ສອງ°່າຍ ໄດ້ ເຫັນດີເປັນເອກະພາບນຳກັນ ກໍາ ນົດເອົາປີ 2026 ເປັນປີມິດຕະພາບ ລາວ-ຈີນ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ກະກຽມ ສ້າງແຜນການຮ່ວມມືໄລຍະ 5 ປີ ສະບັບໃໝ່ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ ແລະ ສືບ ຕໍ່ຈັດຕັ້ງປະຕິບັດແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ ດ້ວຍ ຄຸນນະພາບສູງ, ປະສິດທິຜົນສູງ ແລະ ລະດັບທີ່ສູງກວ່າເກົ່າ; ສືບຕໍ່ ປະຕິບັດບັນດາໂຄງການຮ່ວມມືສຳ ຄັນຂອງສອງ°່າຍ ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້; ສືບຕໍ່ຍົກສູງ ປະສິດທິພາບຂອງການຮ່ວມມືດ້ານ ພະລັງງານໄຟຟ້າ, ກະສິກໍາ, ປັນຍາ ປະດິດ, ການທ່ອງທ່ຽວ ແລະ ອື່ນt; ປະສານສົມທົບກັນເພື່ອບຸກທະລຸ ໃນການຈັດຕັ້ງປະຕິບັດໂຄງການ ຮ່ວມມືຂະໜາດໃຫຍ່ ແລະ ຮ່ວມກັນ ປາບປາມບັນຫາອາຊະຍາກໍາຕ່າງt ທີ່ເກີດຂຶ້ນຢ່າງທັນການ. ໃນການ ພົບປະ, ສອງ°່າຍຍັງໄດ້ແລກປ່ຽນ ທັດສະນະກ່ຽວກັບສະພາບການ ພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງ°່າຍມີຄວາມສົນໃຈ. ພາຍຫລັງສໍາເລັດການພົບປະ ກັບ ສະຫາຍ ສີ ຈິ້ນຜິງ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ພົບປະກັບ ສະຫາຍ ຕິງ ເຊຍສຽງ ກໍາມະການ ປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ເຊິ່ງສອງ°່າຍໄດ້ແລກປ່ຽນຄໍາ ຄິດຄໍາເຫັນນໍາກັນ ກ່ຽວກັບການ ຊຸກຍູ້ ແລະ ເສີມຂະຫຍາຍການພົວ ພັນຮ່ວມມືລະຫວ່າງສອງພັກ, ສອງ ລັດຖະບານ ແລະ ປະຊາຊົນສອງ ຊາດ ລາວ-ຈີນ, ຍິນດີສືບຕໍ່ລົງເລິກ ການຮ່ວມມືສອງ°່າຍ ເພື່ອນໍາເອົາ ຜົນປະໂຫຍດມາສູ່ປະຊາຊົນສອງ ຊາດ ໃຫ້ນັບມື້ຫລາຍຂຶ້ນ, ປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບ, ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ໃນໄລຍະຢ້ຽມຢາມເຮັດວຽກ ຢູ່ ສປຈີນ, ສອງລັດຖະບານລາວ-ຈີນ ໄດ້ລົງນາມ “ສັນຍາວ່າດ້ວຍການ ຈັດຕັ້ງປະຕິບັດວຽກງານກວດກາ ປະຕູດຽວ, ຄັ້ງດຽວ ຢູ່ດ່ານສະຖາ ນີລົດໄຟສາກົນ ລາວ-ຈີນ” ແລະ ເລຂາທິການໃຫຍ່... ເອກະສານຮ່ວມມືສອງ°່າຍ ອີກ ຈໍານວນໜຶ່ງ. ຂ່າວ-ພາບ: ກົມການ ຂ່າວ, ກະຊວງການຕ່າງປະເທດ ມາຮອດປັດຈຸບັນ, ອົງການຮ່ວມມື ຊຽງໄຮ້ ມີສະມາຊິກທັງໝົດ 10 ປະເທດ, ມີ 2 ປະເທດສັງເກດ ການ ແລະ 15 ປະເທດຄູ່ເຈລະຈາ (ລວມທັງ ສປປ ລາວ). ນອກນີ້, ຍັງມີຫລາຍກວ່າ 10 ປະເທດພວມ ຮ້ອງຂໍເຂົ້າເປັນປະເທດສະມາຊິກ. ການເຂົ້າເປັນຄູ່ເຈລະຈາ SCO ຂອງລາວໃນຄັ້ງນີ້, ເປັນການເສີມ ຂະຫຍາຍການຮ່ວມມືທາງການ ທູດ ໃຫ້ເຂົ້າເຖິງຂົງເຂດຢູÓາເຊຍ, ສ້າງຄວາມຮັບຮູ້ອັນເລິກເຊິ່ງ ລະ ຫວ່າງ ສປປ ລາວ ກັບປະເທດສະ ມາຊິກ ແລະ ຄູ່ຮ່ວມເຈລະຈາຂອງ SCO ໃຫ້ຫລາຍຂຶ້ນຕື່ມ, ທັງຈະປະ ກອບສ່ວນສໍາຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ, ລວມເຖິງເຮັດໃຫ້ SCO ມີສະມາ ຊິກເພີ່ມຂຶ້ນ. ພ້ອມນີ້, ຍັງໄດ້ສະແດງ ໃຫ້ເຫັນເຖິງມົນສະເໜ່ທີ່ມີເອກະລັກ ພິເສດຂອງກົນໄກຮ່ວມມືດັ່ງກ່າວ, ທີ່ໄດ້ຮັບການພັດທະນາມາເປັນເວ ລາ 24 ປີ, ນັ້ນກໍຄື “ເປີດກວ້າງແຕ່ ບໍ່ປັດເຂ່ຍປະເທດອື່ນ, ກວມລວມ ແຕ່ບໍ່ປິດປະຕູ” ເພື່ອສ້າງຄວາມ ໝັ້ນທ່ຽງ ແລະ ພະລັງທາງບວກ ຢ່າງບໍ່ຢຸດຢັ້ງໃຫ້ແກ່ໂລກປັດຈຸບັນ ທີ່ມີການຜັນແປຢ່າງສັບສົນ. ອົງການຮ່ວມມືຊຽງໄຮ້ ແມ່ນ ອົງການຈັດຕັ້ງ ລະຫວ່າງ ລັດຖະ ບານ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນ ປີ 2001 ທີ່ນະຄອນຊຽງໄຮ້, ສປ ຈີນ ໂດຍມີຈຸດປະສົງເພື່ອສົ່ງເສີມ ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນພາກພື້ນ, ພ້ອມທັງສົ່ງເສີມການຮ່ວມມືທາງ ດ້ານເສດຖະກິດ, ການແລກປ່ຽນວັດ ທະນະທໍາ ແລະ ການສ້າງຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໂດຍມີແນວຄວາມຄິດ “ນໍ້າໃຈຊຽງ ໄຮ້” ເປັນພື້ນຖານໃນການເຕົ້າໂຮມ ຄວາມສາມັກຄີ. “ໄວ້ເນື້ອເຊື່ອໃຈ ກັນ, ຕ່າງ°່າຍຕ່າງໄດ້ຮັບຜົນປະ ໂຫຍດ, ສະເໝີພາບກັນ, ປຶກສາຫາ ລືກັນ, ເຄົາລົບອະລິຍະທຳທີ່ມີຄວາມ ຫລາກຫລາຍ ແລະ ສະແຫວງຫາ ການພັດທະນາຮ່ວມກັນ” ເຊິ່ງ ກາຍເປັນແບບຢ່າງດ້ານການຮ່ວມ ມືສາກົນທີ່ຢູ່ເໜືອການພົວພັນສາ ກົນ ແບບດັ່ງເດີມ. ການເຂົ້າຮ່ວມກອງປະຊຸມ ຄັ້ງ ທີ 25 ຂອງສະພາມົນຕີປະມຸກລັດ ປະເທດສະມາຊິກ SCO ທີ່ປະເທດ ຈີນໃນຄັ້ງນີ້, ເປັນຄັ້ງປະຖົມມະລືກ ສໍາລັບປະເທດລາວ ແລະ ການໄດ້ ເຂົ້າເປັນຄູ່ເຈລາຈາຂອງ SCO ຖື ເປັນໜຶ່ງໃນຫລາຍເຫດການສໍາຄັນ ໃນການພົວພັນຮ່ວມມືກັບຕ່າງປະ ເທດຂອງລາວ ເຊິ່ງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວປາໄສສະ ແດງຄວາມຂອບໃຈຕໍ່ບັນດາປະ ເທດສະມາຊິກ SCOທີ່ໃຫ້ການສະ ໜັບສະໜູນ ແລະ ໄວ້ເນື້ອເຊື່ອໃຈຕໍ່ ປະເທດລາວ, ພ້ອມທັງຢືນຢັນວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ ຫລັກການ ແລະ ເປົ້າໝາຍຂອງ SCO ທີ່ມີຄວາມສອດຄ່ອງກັບ ແນວທາງ ແລະ ນະໂຍບາຍການ ຕ່າງປະເທດ ຂອງລາວ ທີ່ຍາມໃດ ກໍຍຶດໝັ້ນຫລັກການສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ຮ່ວມມືທີ່ຕ່າງ°່າຍຕ່າງໄດ້ຮັບຜົນ ປະໂຫຍດ, ທັງໄດ້ເນັ້ນຢໍ້າຢ່າງໜັກ ແໜ້ນວ່າ: ສປປ ລາວ ພ້ອມທີ່ຈະມີ ສ່ວນຮ່ວມໃນການສົ່ງເສີມສັນຕິ ພາບ ແລະ ຄວາມໝັ້ນຄົງພາຍໃນ ພາກພື້ນ ແລະ ການພັດທະນາແບບ ຍືນຍົງ”. ການທີ່ ສປປ ລາວ ໄດ້ກາຍເປັນ ປະເທດຄູ່ເຈລະຈາໃໝ່ ຂອງອົງ ການຮ່ວມມືຊຽງໄຮ້ ຫລື SCO ຖື ເປັນການສະແຫວງຫາການພົວພັນ ກັບຕ່າງປະເທດທີ່ດີທີ່ສຸດ ເຊິ່ງ ນອກຈາກຈະເປັນການປະກອບ ສ່ວນສໍາຄັນໃນການເສີມຂະຫຍາຍ “ນໍ້າໃຈຊຽງໄຮ້” ຍັງຈະປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ຕາມກົນໄກການຮ່ວມມືຂອງ ອົງການດັ່ງກ່າວ, ທັງຈະເປັນການ ເພີ່ມຊື່ສຽງ ແລະ ຖານະບົດບາດ ຂອງ ສປປ ລາວ ໃນເວທີສາກົນ ນັບມື້ດີຂຶ້ນເລື້ອຍt. ແລະ ຮຽບຮຽງປະຫວັດສະພາແຫ່ງ ຊາດ 50 ປີ ແລະ ປຶ້ມ 50 ປີ ສາຍ ພົວພັນມິດຕະພາບລະຫວ່າງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດ ນາມ; ຄົ້ນຄວ້າສັງຮວມປະມວນເອ ກະສານທີ່ສໍາຄັນຕ່າງtຂອງສະພາ ແຫ່ງຊາດ ແນໃສ່ສ້າງຜົນງານເພື່ອ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິ ວັດລາວ ແລະ ການສະເຫລີມສະ ຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ (2 ທັນວາ 19752 ທັນວາ 2025), ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-ທັນວາ 2025) ແລະ ວັນ ເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາ ຊົນລາວບັນດາເຜົ່າ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ເອົາໃຈໃສ່ຄົ້ນຄວ້າ, ວິເຄາະ, ວິໄຈ, ປະກອບຄຳເຫັນຢ່າງລະອຽດ, ເລິກ ເຊິ່ງຕໍ່ຮ່າງປຶ້ມປະຫວັດຂອງສະພາ ແຫ່ງຊາດ 50 ປີ ເພື່ອໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້ ແນໃສ່ໃຫ້ ສຳເລັດຮ່າງປຶ້ມໂດຍພື້ນຖານ ເພື່ອ ລາຍງານຕໍ່ຄະນະປະຈຳສະພາ ແຫ່ງຊາດ ພິຈາລະນາ ແລະ ຈັດ ພິມແຈກຢາຍໃຫ້ທັນຕາມກຳນົດ ເວລາ. ຂ່າວ-ພາບ: ສພຊ ແຕ່ງຕັ້ງແຕ່ລະອະນຸກຳມະການກໍ ໄດ້ແບ່ງງານແບ່ງຄວາມຮັບຜິດ ຊອບໃນການຫ້າງຫາກະກຽມຢ່າງ ຕັ້ງໜ້າ ແລະ ມີຜົນສຳເລັດເປັນ ຢ່າງດີ; ແຈ້ງການເຖິງຄະນະບໍລິ ຫານງານ ສສຍລ, ຄະນະປະທານ ສະຫະພັນແມ່ຍິງບັນດາແຂວງ, ນະຄອນຫລວງ ແລະ ສະຫະພັນ ແມ່ຍິງບັນດາກະຊວງ-ອົງການຂັ້ນ ສູນກາງ ດຳເນີນກອງປະຊຸມໃຫຍ່ ຂັ້ນຂອງຕົນ ຕິດພັນກັບການສ້າງ ຂະບວນການໃຫ້ຟົດຟື້ນກວ້າງ ຂວາງໃນທົ່ວປະເທດ ໃຫ້ສໍາເລັດ ຕາມກໍານົດເວລາທີ່ວາງໄວ້; ໄດ້ນໍາ ເອົາຮ່າງລາຍງານການເມືອງກອງ ປະຊຸມໃຫຍ່ ຄັ້ງທີ IX, ຮ່າງສະຫລຸບ ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ VIII (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງ ທີ IX ຜ່ານການທາບທາມຄໍາຄິດ ຄໍາເຫັນຈາກພາກສ່ວນກ່ຽວຂ້ອງ; ປັບປຸງກົດລະບຽບສະຫະພັນແມ່ ຍິງສະໄໝທີ VIII; ທາບທາມບຸກ ຄະລາກອນທີ່ຮັບສະໝັກເຂົ້າເລືອກ ຕັ້ງໃນຄະນະບໍລິຫານງານ ຄັ້ງທີ IX. ພ້ອມນີ້, ຍັງໄດ້ໂຄສະນາເຜີຍ ແຜ່ຜົນສໍາເລັດການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຕິດພັນກັບມະຕິກອງປະຊຸມໃຫຍ່ ສະຫະພັນແມ່ຍິງບັນດາແຂວງ, ນະ ຄອນຫລວງ ແລະ ສະຫະພັນແມ່ຍິງ ບັນດາກະຊວງ-ອົງການ ຕິດພັນກັບ ຂະບວນການລວມຂອງຊາດ-ຂອງ ພັກ, ພ້ອມທັງສໍາພາດຄະນະພັກ ບັນດາກະຊວງ-ອົງການ, ນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ກ່ຽວກັບການຊຸກຍູ້ສົ່ງເສີມ, ສ້າງ ເງື່ອນໄຂອໍານວຍຄວາມສະດວກ ໃຫ້ແມ່ຍິງໄດ້ພັດທະນາຕົນເອງທຸກ ດ້ານ ໃຫ້ມີຄວາມຮູ້-ຄວາມສາມາດ ປະກອບສ່ວນເຂົ້າໃນຂົງເຂດນໍາພາ ຕັດສິນບັນຫາ ຫລື ການນໍາທຸກຂັ້ນ ຕາມເງື່ອນໄຂ, ມາດຖານໃຫ້ມີຈໍາ ນວນເພີ່ມຂຶ້ນໂດຍຜ່ານພາຫະນະ ສື່ມວນຊົນຢ່າງກວ້າງຂວາງ ແລະ ເຂົ້າເຖິງທຸກກຸ່ມເປົ້າໝາຍ. ໂດຍເຫັນໄດ້ຄວາມໝາຍຄວາມ ສຳຄັນຂອງການດໍາເນີນກອງປະ ຊຸມໃຫຍ່ໃນຄັ້ງນີ້, ສສຍລ ໄດ້ກະ ກຽມຄວາມພ້ອມໃນແຕ່ລະດ້ານ ໂດຍສະເພາະທາງດ້ານເນື້ອໃນ, ດ້ານບຸກຄະລາກອນທີ່ຈະລົງສະ ໝັກເລືອກຕັ້ງຄະນະບໍລິຫານງານ ສສຍລ ສະໄໝທີ IX. ມາຮອດ ປັດຈຸບັນ, ສະຫະພັນແມ່ຍິງບັນດາ ແຂວງ, ນະຄອນຫລວງວຽງຈັນ ແລະ ບັນດາກະຊວງ-ອົງການແມ່ນ ໄດ້ສໍາເລັດກອງປະຊຸມໃຫຍ່ຂັ້ນ ຂອງຕົນ. ສໍາລັບ ສສຍລ ກໍໄດ້ ດໍາເນີນຊີວິດການເມືອງຄະນະບໍລິ ຫານງານສູນກາງສະຫະພັນແມ່ ຍິງລາວ ທ້າຍສະໄໝທີ VIII ແລະ ກອງປະຊຸມຄົບຄະນະບໍລິຫານງານ ສສຍລ ຊຶ່ງເປັນຄັ້ງສຸດທ້າຍຂອງ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວ ປະເທດ ຄັ້ງທີ VIII ເພື່ອກຽມຄວາມ ພ້ອມໃນທຸກດ້ານ ໃຫ້ການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດ ຄັ້ງທີ IX, ໄປຄຽງ ຄູ່ກັບການກະກຽມເປີດກອງປະຊຸມ ໃຫຍ່ ຂອງບັນດາໜ່ວຍພັກຮາກ ຖານທີ່ຂຶ້ນກັບອົງຄະນະພັກ ສສຍລ. ຜ່ານການຈັດກອງປະຊຸມ ທົບ ທວນຕິດຕາມກວດກາຄວາມພ້ອມ ຢ່າງຮອບດ້ານ ຖືວ່າມີຄວາມພ້ອມ 100 ໃນການຈັດກອງປະຊຸມ ໃຫຍ່ ໂດຍໄດ້ມີແຈ້ງການແນະນໍາ ເຖິງຜູ້ແທນແຕ່ລະພາກສ່ວນ ເພື່ອ ກະກຽມຄວາມພ້ອມໃນການເຂົ້າ ຮ່ວມກອງປະຊຸມໃຫຍ່ໃນຄັ້ງນີ້. ຂ່າວ: ສົມຫວັງ; ພາບ: ເກດສະໜາ ຮຽບຮຽງ... ສສຍລ... ເປັນການທົບທວນຜົນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຂອງຕົນໃນສະໄໝທີ່ຜ່ານມາ ແລະ ວາງແຜນກຳນົດທິດທາງ, ເປົ້າໝາຍໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ລັດ ໃນຊຸມປີຕໍ່ໜ້າ. ກອງປະຊຸມໃຫຍ່ໄດ້ດຳເນີນໄປ ພາຍໃຕ້ບັນຍາກາດແຫ່ງຄວາມ ສາມັກຄີ, ຄວາມເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງໃນ ການຄົ້ນຄວ້າບັນຫາສໍາຄັນ ແລະ ຕົກລົງຮັບຮອງຢ່າງເອກະສັນທີ່ ກອງປະຊຸມໄດ້ຍົກຂຶ້ນໃນຮ່າງບົດ ລາຍງານການເມືອງ, ແຜນພັດທະ ນາວຽກງານຄົ້ນຄວ້າວິທະຍາສາດ ຂອງ ສວສສຊ ແລະ ບົດສຳຫລວດ ການນໍາພາລວມຂອງຄະນະພັກຊຸດ ເກົ່າຢ່າງເລິກເຊິ່ງ, ກົງໄປກົງມາ ຊຶ່ງໄດ້ຕີລາຄາຜົນສໍາເລັດ, ຜົນ ງານອັນພົ້ນເດັ່ນຮອບດ້ານທີ່ຍາດ ມາໄດ້ໃນໄລຍະຜ່ານມາ ເປັນຕົ້ນ ການຄົ້ນຄວ້າປັບປຸງເນື້ອໃນລັດຖະ ທຳມະນູນ ສປປ ລາວ, ການແກ້ໄຂ ສະພາບເງິນເຟີ້ ແລະ ການເໜັງ ຕີງຂອງອັດຕາແລກປ່ຽນ, ການ ຕິດຕາມສະພາບເສດຖະກິດມະຫາ ພາກ ຂອງ ສປປ ລາວ, ໂຄງການ ຄົ້ນຄວ້າຂອງສະພາທິດສະດີສູນ ກາງພັກ, ສະພາວິທະຍາສາດແຫ່ງ ຊາດ ແລະ ອື່ນt ທີ່ນອນໃນພາລະ ບົດບາດ ຂອງສະຖາບັນ ຈໍານວນ 81 ຫົວຂໍ້ (ໂຄງການ) ຊຶ່ງໄດ້ສ້າງ ໜໍ່ແໜງສໍາຄັນໃນການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງແລະຮອບ ດ້ານຕໍ່ວຽກງານຄົ້ນຄວ້າວິທະຍາ ສາດເທື່ອລະກ້າວໃນຊຸມປີຕໍ່ໜ້າ; ກອງປະຊຸມຍັງໄດ້ເປັນເອກະພາບ ຢ່າງພາວະວິໄສຕໍ່ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງໃນການນໍາພາຊີ້ນໍາຂອງຄະນະພັກ ຊຶ່ງເຮັດໃຫ້ ວຽກງານຈຸດສຸມບາງດ້ານ ບໍ່ສາ ມາດບັນລຸຜົນສຳເລັດຕາມຄາດ ໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳ ນົດທິດທາງມາດຕະການແກ້ໄຂທີ່ ສອດຄ່ອງ ແລະ ແທດເໝາະ ຮັບປະ ກັນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ ໜ້າມີປະສິດທິພາບ ແລະ ປະສິດທິ ຜົນສູງຂຶ້ນ; ກອງປະຊຸມໄດ້ຮັບຮອງ ຄັ້ງທີ XI ຂອງພັກ, ມະຕິກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະ ພັກແຂວງ ກໍຄື ມະຕິ, ຄໍາສັ່ງ ຂອງ ສູນກາງພັກ, ຂອງອົງຄະນະພັກ ແຂວງ ເພື່ອຊີ້ໃຫ້ເຫັນຈຸດອ່ອນ, ຂໍ້ ຄົງຄ້າງ ແລະ ທິດທາງປັບປຸງແກ້ ໄຂໃນຕໍ່ໜ້າບົນຈິດໃຈສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດວຽກ ງານ; ໃຫ້ມີການເຕີບໃຫຍ່ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ກອງປະຊຸມໃນຄັ້ງນີ້ຈະໄດ້ຜ່ານ ຮ່າງບົດສຳຫລວດການນຳພາ ລວມ ຂອງຄະນະບໍລິຫານງານພັກ ແຂວງສະໄໝທີ VIII. ຈາກນັ້ນ, ບັນ ດາສະຫາຍໃນຄະນະພັກ ຈະໄດ້ ພ້ອມກັນ ລົງເລິກຄົ້ນຄວ້າ ປະກອບ ຄຳເຫັນເຂົ້າໃສ່ຮ່າງບົດສຳຫລວດ ດັ່ງກ່າວ; ຈະໄດ້ດໍາເນີນຊີວິດການ ເມືອງສໍາຫລວດກວດກາຄວາມຮັບ ຜິດຊອບການເມືອງ ຂອງສະຫາຍ ຄະນະປະຈຳພັກແຂວງ; ດໍາເນີນ ຊີວິດການເມືອງ ສໍາຫລວດກວດ ເອົາບົດຮຽນທີ່ສໍາຄັນຈາກພຶດຕິກຳ ຕົວຈິງ ເພື່ອເປັນບ່ອນອີງໃນການ ປັບປຸງການນໍາພາ-ຊີ້ນໍາ ແລະ ຈັດ ຕັ້ງປະຕິບັດນະໂຍບາຍຂອງຄະນະ ພັກ ເປັນຕົ້ນ ການຍົກສູງຄວາມສາ ມາດນໍາພາຂອງຄະນະພັກແຕ່ລະ ຂັ້ນ, ການປັບປຸງແບບແຜນວິທີນຳ ພາ-ວິທີເຮັດວຽກ, ການຈັດວາງ ແລະ ຄຸ້ມຄອງບຸກຄະລາກອນ ຕ້ອງ ໄດ້ຮັບການຈັດຕັ້ງໃຫ້ຄົບຖ້ວນແລະ ເປັນລະບົບ, ມີການບຳລຸງກໍ່ສ້າງ ສືບທອດປ່ຽນແທນຢ່າງເໝາະສົມ; ການປັບປຸງຄຸນນະພາບວຽກງານ ຄົ້ນຄວ້າວິທະຍາສາດ ຕ້ອງສົມທົບ ແໜ້ນລະຫວ່າງການຈັດຕັ້ງປະຕິ ບັດໂຄງການຢ່າງເຂັ້ມງວດ ກັບ ການຍົກລະດັບຄວາມຮູ້ຄວາມສາ ມາດທາງດ້ານວິຊາການຂອງນັກ ຄົ້ນຄວ້າໃຫ້ສູງຂຶ້ນ, ມີຈຸດສຸມ, ມີກົນ ໄກທີ່ເໝາະສົມ ແລະ ສາມາດສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງ ຕົນເອງ, ເປັນເຈົ້າຕົນເອງ, ມີການ ຮ່ວມມື ແລະ ມີລະບົບເຄືອຂ່າຍຄົ້ນ ຄວ້າທີ່ມີຄວາມເຂັ້ມແຂງ ສາມາດ ສະໜອງຂໍ້ມູນຂ່າວສານ, ຜົນງານ ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ທາງດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດກວ້າງ ຂວາງຍິ່ງຂຶ້ນ, ຮັບປະກັນໃຫ້ສະຖາບັນກາຍເປັນ ຄັງປັນຍາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຢ່າງແທ້ຈິງ. ກອງປະຊຸມໄດ້ຮັບຟັງລາຍງານ ແລະ ບົດປະກອບຄໍາເຫັນຈາກຜູ້ ຕາງໜ້າຂອງ 3 ອົງການຈັດຕັ້ງ ມະຫາຊົນ ແລະ ຜູ້ຕາງໜ້າຈາກ ຂົງເຂດການຄົ້ນຄວ້າ ລ້ວນແຕ່ສະ ແດງໃຫ້ເຫັນເຖິງຄວາມເປັນເອກະ ພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານ ຮອບດ້ານຕໍ່ກອງປະຊຸມ. ການລາຍ ງານ ແລະ ປະກອບຄໍາຄິດເຫັນ ສ່ວນຫລາຍໄດ້ລົງເລິກ ລາຍງານ ຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ແລະ ເປັນເອກະພາບຕໍ່ມະຕິກອງປະຊຸມ ໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ສວສສຊ ເຂົ້າໃນຂົງເຂດການ ຄົ້ນ ຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ອັນໄດ້ເຮັດໃຫ້ກອງປະຊຸມມີ ເນື້ອໃນອຸດົມສົມບູນຂຶ້ນ. ຂ່າວ-ພາບ: ແສງຈັນ ກາຄວາມຮັບຜິດຊອບການເມືອງ ຂອງສະຫາຍ ຄະນະບໍລິຫານງານ ພັກແຂວງ ແລະ ຜ່ານບົດລາຍງານ ຜົນການດຳເນີນຊີວິດການເມືອງ ທ້າຍສະໄໝທີ VIII ຂອງຄະນະ ບໍລິຫານງານພັກແຂວງຈຳປາສັກ. ຈາກນັ້ນ, ຈະໄດ້ຮັບຟັງຄຳເຫັນ ໂອ້ລົມ ຂອງສະຫາຍປະທານກອງ ປະຊຸມ ເພື່ອເປັນເຂັມຊີ້ທິດເຍືອງ ທາງ ຕື່ມອີກ. ຂ່າວ: ທັດຊະນະ ເປີດກອງປະຊຸມ... ຄະນະບໍລິຫານງານພັກ...

RkJQdWJsaXNoZXIy MTc3MTYxMQ==