7107

gsfdko{dkora fmtok xtgmf]k; ( 04/09/2025 ]k;3m]t7q , lk0kva f8txn g-a ola opkcI''ko ];,\6 j grn j vIa [xtda oly f{zq oxt3spfmu j 4n d8h v' ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ກຳມະບານ ຮາກຖານ ບໍລິສັດລາວໂທລະ ຄົມມະນາຄົມ ສາຂາແຂວງອັດຕະ ປື ໄດ້ຈັດພິທີເຊັນສັນຍາແຮງງານ ລວມໝູ່ ລະຫວ່າງ ຕົວແທນຜູ້ໃຊ້ ແຮງງານ ກັບຕົວແທນຜູ້ອອກ ແຮງງານ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມ ກົດໝາຍ ແລະ ເປັນການສ້າງ ຄວາມເຊື່ອໝັ້ນ ຄວາມເຂົ້າໃຈ ລະຫວ່າງ ທັງສອງ°່າຍ ໃນອາທິດ ຜ່ານມາ ໂດຍມີ ທ່ານ ພູສຽງ ເຫລື່ອມມະໄລສີ ຮອງປະທານ ສະຫະພັນກຳມະບານແຂວງ ອັດຕະປື, ທ່ານ ພົມມາ ໂພສາ ລາດ ຮອງຫົວໜ້າບໍລິສັດລາວໂທ ລະຄົມມະນາຄົມ ສາຂາແຂວງ ອັດຕະປື, ພ້ອມດ້ວຍຄະນະນຳ ແລະ ສະມາຊິກກຳມະບານເຂົ້າຮ່ວມ. ການເຊັນສັນຍາໃນຄັ້ງນີ້ກໍເພື່ອ ເປັນການສ້າງຂໍ້ຕົກລົງຮ່ວມກັນ ໃນການຮັບປະກັນສິດ ແລະ ຜົນ ປະໂຫຍດທາງດ້ານແຮງງານ, ສົ່ງເສີມຄວາມສຳພັນອັນດີ ແລະ c0;'g-dv' xtdkfdko9a f8A ' rtcoddkog'oc0;' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພິທີປະກາດການ ຈັດຕັ້ງພະແນກການເງິນແຂວງ ເຊກອງ ພາຍຫລັງໂຮມເຂົ້າກັບ ພະແນກແຜນການ ແລະ ການລົງ ທຶນແຂວງ ຈັດຂຶ້ນໃນວັນທີ2 ກັນຍາ 2025 ທີ່ສະໂມສອນສະ ພາປະຊາຊົນແຂວງ ໂດຍການເຂົ້າ ຮ່ວມ ຂອງທ່ານ ສຸລິວັດ ສຸວັນນະ ຈູມຄໍາ ຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສີສຸພັນ ມະຫາວົງ ຮອງເລຂາ ຄະນະບໍລິຫານງານພັກແຂວງພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ເພັດດາວອນ ວາດສະຫງ່າ ກໍາມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະ ຈໍາພັກແຂວງ, ຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ແລະ ນິຕິກໍາວ່າດ້ວຍ ການແຕ່ງຕັ້ງຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຫົວໜ້າ-ຮອງຫົວໜ້າຂະແໜງທີ່ຂຶ້ນ ກັບພະແນກການເງິນແຂວງ ໃນນີ້, ແຕ່ງຕັ້ງທ່ານ ຄໍາຮູ້ ອ່ອນມະນີ ເປັນ ຮັກສາການຫົວໜ້າພະແນກການ ເງິນແຂວງ, ແຕ່ງຕັ້ງທ່ານ ສຸກັນ ວໍລະປັນໄຊ, ທ່ານ ສີໄຄ້ ລຽງສະ ຫວັດ, ທ່ານ ໂກລະນາ ມະຫາວົງ, ທ່ານ ສີສຸພັນ ອິນທານຸວົງ ເປັນຮອງ ຫົວໜ້າພະແນກການເງິນແຂວງ ແຕ່ງຕັ້ງທ່ານ ບຸນທ່ຽງ ເຜືອກຜາສຸກ ເປັນຫົວໜ້າຂະແໜງຈັດຕັ້ງ ແລະ ບໍລິຫານ, ທ່ານ ພອນມະນີ ອິນ ທິລາດ, ທ່ານ ຕຸ້ຍວິໄລ ພິລາຄໍາ, ທ່ານ ນາງ ແວວຕາ ສຸດທິພອນ, ທ່ານ ນາງ ຫັດສະດີ ບຸບຜາພັນ ເປັນ ຮອງຫົວໜ້າຂະແໜງຈັດຕັ້ງ ແລະ ບໍລິຫານ ແຕ່ງຕັ້ງທ່ານ ບຸນໄຊ ດວງມາລາ ເປັນຫົວໜ້າຂະແໜງ ກວດກາລັດ, ທ່ານ ນາງ ແຕÐ ວ ໃບ ພະຈັນ, ທ່ານ ຄໍາແສ່ວ ວອນທິວົງ ສີ ເປັນຮອງຫົວໜ້າຂະແໜງກວດ ກາລັດ ແຕ່ງຕັ້ງ ທ່ານ ສຸກສາຄອນ ຈັນທະພານິດ ເປັນຫົວໜ້າຂະແໜງ ງົບປະມານແຫ່ງລັດ, ທ່ານ ສິລິພອນ ພົມມະຈັນ, ທ່ານ ກໍລະກັນ ຈັນທະ ລັງສີ ເປັນຮອງຫົວໜ້າຂະແໜງ ງົບປະມານແຫ່ງລັດ ແຕ່ງຕັ້ງທ່ານ ກອງດາວັນ ວົງສາ ເປັນຫົວໜ້າ ຂະແໜງແຜນການ ແລະ ສະຖິຕິ, ທ່ານ ນາງ ໜູຈັນ ອິນທິສານ, ທ່ານ ວິລະເດດ ນາລີ, ທ່ານ ນົງໄຊ ສີສຸ ລາດ, ທ່ານ ໄພວັນ ເຂັມທອງ ເປັນ ຮອງຫົວໜ້າຂະແໜງແຜນການ ແລະ ສະຖິຕິ ແຕ່ງຕັ້ງທ່ານ ແສງ ອາລອນ ພອນສະຫວັດ ເປັນຫົວໜ້າ ຂະແໜງການຈັດຊື້-ຈັດຈ້າງ, ທ່ານ ສີສະອາດ ສີຫາວົງ, ທ່ານ ທິບ ພະຈັນ ບຸນສຸຂະບົວສອນ, ທ່ານ ນາງ ເມກຂະຫລາ ສີລາຊາ ເປັນ ຮອງຫົວໜ້າຂະແໜງການຈັດຊື້-ຈັດ ຈ້າງ ແຕ່ງຕັ້ງທ່ານ ສຸກສາຄອນ ແກ້ວແກ່ນຈັນ ເປັນຫົວໜ້າຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ, ທ່ານ ສີລິ ມະໂນທໍາ, ທ່ານ ດວງຕາເວັນ ພິມ ມະສິນ ເປັນຮອງຫົວໜ້າຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ ແຕ່ງຕັ້ງ ທ່ານ ນັນທະໄຊ ແກ້ວສັກດາວັນ ເປັນຫົວໜ້າຂະແໜງຄຸ້ມຄອງການ ບັນຊີ, ທ່ານ ນາງ ດາວວິໄລ ບຸດ ນາໂຄ, ທ່ານ ນາງ ປອນ ແກ້ວ ດວງດີ ເປັນຮອງຫົວໜ້າຂະແໜງ ຄຸ້ມຄອງການບັນຊີ. ໂອກາດນີ້, ທ່ານ ສຸລິວັດ ສຸວັນ ນະຈູມຄໍາ ແລະ ທ່ານ ສີສຸພັນ ມະຫາ ວົງ ໄດ້ມີຄຳເຫັນວ່າ: ການປະກາດ ການຈັດຕັ້ງໃນຄັ້ງນີ້, ແມ່ນຖືກຕ້ອງ ສອດຄ່ອງຕາມທິດຊີ້ນໍາຂອງພັກ ແລະ ຄວາມຮຽກຮ້ອງຕ້ອງການ ຢ່າງຈໍາເປັນພາວະວິໄສ ໃນການ ນໍາພາ-ຊີ້ນໍາຂອງພັກເຮົາ ແນໃສ່ ຫລຸດຜ່ອນຂອດຂັ້ນ, ແກ້ໄຂສິ່ງທີ່ກົດ ໜ່ວງຖ່ວງດຶງ ເຮັດໃຫ້ການນໍາພາ- ຊີ້ນໍາ, ການບໍລິຫານຄຸ້ມຄອງລັດ ໂດຍສະເພາະ ວຽກງານການເງິນ- ແຜນການໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນ. ສະນັ້ນ, ພາຍຫລັງທີ່ມີການ ປັບປຸງ, ປະກາດແຕ່ງຕັ້ງນີ້ແລ້ວ ສະເໜີໃຫ້ຄະນະພັກ-ຄະນະນຳສືບ ຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ ແກ່ສະມາຊິກພັກພະນັກງານ ໃຫ້ ມີຄວາມຮັບຮູ້ຢ່າງເລິກເຊິ່ງ, ສ້າງ ຄວາມເປັນເອກະພາບ, ເຕົ້າໂຮມ ຄວາມສາມັກຄີ ໃນລະບຽບຫລັກ ການລວມສູນປະຊາທິປະໄຕ , ເຮັດວຽກເປັນໝູ່ຄະນະ. ພ້ອມນີ້, ຄະນະພັກຄະນະນຳພະແນກການ ເງິນ ໃຫ້ເອົາໃຈໃສ່ປຶກສາຫາລື, ມີການແບ່ງຄວາມຮັບຜິດຊອບ ຢ່າງຈະແຈ້ງ ເພື່ອເຮັດໃຫ້ຖັນແຖວ ສະມາຊິກພັກ, ພະນັກງານມີຄວາມ ອຸ່ນອຽນທຸນທ່ຽງ, ເຊື່ອໝັ້ນຕໍ່ການ ນໍາພາ-ຊີ້ນໍາພັກ ແລະ ລັດ ພ້ອມ ກັນປະຕິບັດໜ້າທີ່ວຽກງານວິຊາ ສະເພາະໃຫ້ມີຜົນສໍາເລັດໃໝ່ຍິ່ງ ໃຫຍ່ກວ່າເກົ່າ. ຂ່າວ: ສັນຍາ ຄວາມຮ່ວມມືລະຫວ່າງຜູ້ໃ ຊ້ ແຮງງານກັບຜູ້ອອກແຮງງານ ໃຫ້ມີ ຄວາມໝັ້ນຄົງ ແລະ ເປັນປະໂຫຍດ ຮ່ວມກັນທັງສອງ°່າຍ. ທ່ານພູສຽງ ເຫລື່ອມມະໄລສີໄດ້ ກ່າວວ່າ: ການເຊັນສັນຍາແຮງງານ ລວມໝູ່ຄັ້ງນີ້ ແມ່ນມີຄວາມໝາຍ ສຳຄັນຢ່າງຍິ່ງ ເນື່ອງຈາກເປັນ ການຢືນຢັນເຖິງການເອົາໃຈໃສ່ ຕໍ່ສິດທິ ແລະ ຜົນປະໂຫຍດຂອງ ພະນັກງານ, ສະມາຊິກກຳມະບານ, ເຊິ່ງຈະເປັນພື້ນຖານສຳຄັນໃນການ ສ້າງຂວັນກຳລັງໃຈ ແລະ ຍົກສູງ ປະສິດທິພາບໃນການເຮັດວຽກ, ພ້ອມກັນນີ້ ຍັງສະແດງເຖິງຄວາມ ເປັນເອກະພາບ ແລະ ຄວາມເຂົ້າໃຈ ອັນດີ ລະຫວ່າງຜູ້ບໍລິຫານ ແລະ ພະນັກງານຂອງບໍລິສັດລາວໂທລະ ຄົມມະນາຄົມ ສາຂາແຂວງອັດຕະ ປື. ພ້ອມກັນນີ້, ການເຊັນສັນຍາ ແຮງງານລວມໝູ່ຍັງຖືກມອບໝາຍ ເປັນມາດຕະການສຳຄັນ ໃນການ ສ້າງຄວາມເຂັ້ມແຂງໃຫ້ກຳມະບານ ຮາກຖານ ແລະ ເປັນພື້ນຖານໃນ ການພັດທະນາກິດຈະການຂອງບໍ ລິສັດນໍາອີກດ້ວຍ. ຂ່າວ: ເພັດທະນົງສອນ ໄຊຍະ ແສງ 4k;vo rq ovklk 7;h k]k';a o-totg]u f c0j '0a o]q fd;a dI5 j omq j ;wx -u '0a og9Q kc0;';P'9a o ຂປລ. ທ່ານ ຖາວອນ ພົນອາສາ ຈາກສະໂມສອນທÐ ອບຊາຍເຄິນ ໂຊ ຜົນງານໂດດເດັ່ນ ສາມາດຄວ້າ ລາງວັນຊະນະເລີດ ປະເພດລົດກວັກ ຮຸ່ນທົ່ວໄປຊາຍ ໃນການແຂ່ງຂັນ ຖີບລົດຊີງຂັນເຈົ້າແຂວງວຽງຈັນ ຄັ້ງທີ 2. ໃນຂະນະທີ່ ທ່ານ ຕູ່ ທອງ ມະນີ ຈາກສະໂມສອນ ລາວໂປÓ ຊາຍເຄິນ ຄວ້າລາງວັນຊະນະເລີດ ປະເພດລົດກວັກ ຮຸ່ນອາຍຸ 40 ຂຶ້ນ ໄປ. ສ່ວນປະເພດລົດວີບາກຮຸ່ນອາຍຸ 50 ປີຂຶ້ນໄປ ຊະນະເລີດແມ່ນ ທ່ານ ສີທອງ ສີສົງຄາມ ຈາກທີມເມືອງ ໂພນໂຮງ. ການແຂ່ງຂັນຖີບລົດດັ່ງກ່າວ, ຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ອ່າງນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງຜ່ານການ ແຂ່ງຂັນຜົນປາກົດວ່າ: ປະເພດລົດ ກວັກຮຸ່ນທົ່ວໄປຊາຍ ຊະນະເລີດ ແມ່ນ ທ່ານ ຖາວອນ ພົນອາສາ ຈາກສະໂມສອນທÐ ອບຊາຍເຄິນ, ອັນດັບທີ 2 ທ່ານ ບຸນປະເສີດ ຈັນທະ ຜາລີ ຈາກສະໂມສອນທÐ ອບຊາຍ ເຄິນ, ອັນດັບທີ 3 ທ່ານ ອານັນໄຊ ມິລະຄົງ ຈາກສະໂມສອນທÐ ອບຊາຍ ເຄິນ, ອັນດັບທີ 4 ທ່ານ ທະນາກອນ ວົງເດືອນ ຈາກສະໂມສອນທÐ ອບ ຊາຍເຄິນ, ອັນດັບທີ 5 ທ່ານ ຟອງ ສະໜຸດ ສຸທຳມະວົງ ຈາກສະຫະພັນ ກິລາລົດຖີບແຂວງວຽງຈັນ ສັງກັດ ທີມ -5$5, ອັນດັບທີ 6 ທ່ານ ຕຸ່ນ ຄຳ ສີບຸນແກ່ນ ຈາກສະຫະພັນກິລາ ລົດຖີບແຂວງວຽງຈັນ ສັງກັດທີມ -5$5, ອັນດັບທີ ທ່ານ ອານັນ ນັນທະລາດ ຈາກສະໂມສອນທÐ ອບ ຊາຍເຄິນ ແລະ ອັນດັບທີ 8 ທ່ານ ສະກຸນທອງ ລາດສະວົງ ຈາກສະໂມ ສອນທÐ ອບຊາຍເຄິນ. ສ່ວນປະເພດລົດກວັກຮຸ່ນອາຍຸ 40 ຂຶ້ນໄປ ຊະນະເລີດແມ່ນ ທ່ານ ຕູ່ ທອງມະນີ ຈາກສະໂມສອນ ລາວ ໂປÓຊາຍເຄິນ, ອັນດັບທີ 2 ທ່ານ ປີ້ ວາທາຊິ ຈາກສະໂມສອນທÐ ອບ ຊາຍເຄິນ, ອັນດັບທີ 3 ທ່ານ ພຸດທະ ສອນ ອິນທະມິດ ຈາກສະໂມສອນ ທÐ ອບຊາຍເຄິນ, ອັນດັບທີ 4 ທ່ານ ອຸດ ຊີ ຕົວແທນຈາກເມືອງທຸລະຄົມ ແຂວງວຽງຈັນ ສັງກັດສະໂມສອນ ທÐ ອບຊາຍເຄິນ, ອັນດັບທີ 5 ທ່ານ ເພັດ ເພັງສະຫວັນ ຈາກທີມ ເມືອງທຸລະຄົມ ແຂວງວຽງຈັນ, ອັນດັບທີ 6 .r . (Fr rar - dA M a T VA-%&; ຈ າ ກ ສະໂມສອນລາວໂປÓຊາຍເຄິນ, ອັນດັບທີ ທ່ານ ສົມໃຈ ເພັງ ດວງຈັນ ຈາກສະໂມສອນລາວໂປÓ ຊາຍເຄິນ, ອັນດັບທີ 8 ທ່ານ ວົງໄຊ ພຸດທະວົງສາ ຈາກສະໂມສອນລາວ ໂປÓຊາຍເຄິນ. ປະເພດລົດວີບາກຮຸ່ນອາຍຸ50 ປີ ຂຶ້ນໄປ ຊະນະເລີດແມ່ນທ່ານ ສີທອງ ສີສົງຄາມ ຈາກທີມເມືອງໂພນໂຮງ, ອັນດັບທີ 2 ທ່ານ ອາທິດ ຈາກ ສະໂມສອນ ສະປີດເວີກ, ອັນດັບທີ 3 ທ່ານ ສຸລິວັນ ສໍລະເສີນ ຈາກທີມ ແຂວງສະຫວັນນະເຂດ, ອັນດັບ ທີ 4 ທ່ານ ຈິດຕະວົງ ສີສົງຄາມ ຈາກສະຫະພັນກິລາລົດຖີບແຂວງ ວຽງຈັນ, ອັນດັບທີ 5 ທ່ານ ບຸນ ຮຽງ ໄຊຍະແສງ ຈາກທີມພິສິດໄຊ ເມືອງວຽງຄຳ, ອັນທີ 6 ທ່ານ ຫຸມ ພັນ ພິລາທອງ ຈາກນະຄອນຫລວງ ວຽງຈັນ, ອັນດັບທີ ທ່ານ ເພັດວິ ໄລສັກ ພຸດທະສີ ຈາກທີມໂຮງຮຽນ ອະນຸບານ-ປະຖົມ ເພັດວິໄລສັກ ເມືອງວຽງຄຳ ແລະ ອັນດັບທີ 8 ທ່ານ ຄຳແສນ ສີວົງໄຊ ຈາກທີມ ມິດຕະພາບນະຄອນຫລວງ-ສັງ ທອງ. ໂດຍ: ສີສົມໄຊ dkooec0;'v5 fq ,w- g0Q kv;prvodv'xt8y [a f'ko mtskog0f 2 xt9ec0;'v5 fq ,wຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ການນຳແຂວງ ອຸດົມໄຊ ເຊິ່ງນໍາໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງໆອຸດົມ ໄຊ ພ້ອມດ້ວຍຄະນະ ເຂົ້າອວຍພອນ ຄະນະພັກ, ຄະນະນໍາ ກອງປະຕິບັດ ງານທະຫານເຂດ 2 ແລະ ບໍລິສັດ ຮ່ວມມືສົນກົນ 05 ພາກເໝືອ ປະຈຳ ແຂວງອຸດົມໄຊ ເນື່ອງໃນ ໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (02 9 194502 9 2025) ໃນວັນທີ 1 ກັນຍາ 2025 ຜ່ານມານີ້. ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ກ່າວວ່າ: ລາວ-ຫວຽດນາມ ແມ່ນສອງຊາດທີ່ມີຮີດຄອງປະເພນີ ວັດທະນະທຳທີ່ຄ້າຍຄືກັນ, ມີສາຍ ພູຫລວງທີ່ເປັນຊາຍແດນຮ່ວມກັນ ຍາວແຕ່ເໜືອຫາໃຕ້ ແລະ ຮ່ວມສາຍ ນ້ຳຂອງອັນດຽວກັນ, ປະຫວັດສາດ ໄດ້ຈາລຶກຈົດຈໍານ້ຳໃຈແຫ່ງຄວາມ ສາມັກຄີ ມິດຕະພາບ ແບບພິເສດ ຂອງພວກເຮົາ, ເຊິ່ງຄວາມຈິງໃຈ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງ ລາວ-ຫວຽດນາມ ໄດ້ເຮັດໃຫ້ ບັນດາປະເທດໃນໂລກ ຮັບຮູ້ເຖິງນ້ຳ ໃຈສາມັກຄີ ແບບພິເສດ ຂອງພວກ ເຮົາ ແລະ ບໍ່ມີສິ່ງໃດທີ່ຈະສາມາດ ມ້າງເພທໍາລາຍ, ຄວາມສາມັກຄີ ທີ່ແໜ້ນແຟ້ນໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ເຊິ່ງ ເປັນວັນທີ່ມີຄວາມໝາຍຄວາມ ສຳຄັນ ຕໍ່ປະຊາຊົນຫວຽດນາມ ທີ່ພວມຈັດຕັ້ງປະຕິບັດ ມະຕິກອງ ປະຊຸມໃຫຍ່ ຂອງບັນດາອົງຄະນະ ພັກແຂວງ ກໍຄື ແຜນການພັດທະນາ ເສດຖະກິດ-ສັງຄົມ ໃຫ້ບັນລຸຕາມ ຈຸດປະສົງ ແລະ ລະດັບຄາດໝາຍ ທີ່ວາງໄວ້. ໃນໄລຍະຜ່ານມາ ຄະນະພັກ, ຄະນະນໍາ ກອງປະຕິບັດ ງານທະຫານເຂດ 2 ແລະ ບໍລິສັດ ຮ່ວມມືສາກົນ 05 ພາກເໝືອ ປະຈຳ ແຂວງອຸດົມໄຊ ສາມາດ ຍາດໄດ້ຜົນສຳເລັດໃນຫລາຍໆ ດ້ານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບ ການປັບປຸງດີຂຶ້ນເລື້ອຍໆ, ບົດບາດ ອິດທິພົນຂອງຫວຽດນາມ ໄດ້ສູງ ເດັ່ນຂຶ້ນໃນເວທີສາກົນ ເຊິ່ງສະແດງ ໃຫ້ເຫັນເຖິງຄວາມປີຊາສາມາດ ແລະ ສະຫລາດສ່ອງໃສຂອງ ສູນກາງພັກ, ອົງການປົກຄອງທຸກ ຂັ້ນ ແລະ ການມີສ່ວນຮ່ວມຂອງ ປະຊາຊົນບັນດາເຜົ່າ ໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສາມາດເຮັດໃຫ້ ປະເທດຈະເລີນກ້າວຂຶ້ນເລື້ອຍໆ. ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານພັກ, ອົງການ ປົກຄອງ, ສະພາປະຊາຊົນແຂວງ ແລະ ປະຊາຊົນບັນດາເຜົ່າແຂວງ ອຸດົມໄຊ ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ບັນດາຜົນງານ ຂອງ ກອງປະຕິບັດງານທະຫານເຂດ 2 ແລະ ບໍລິສັດ ຮ່ວມມືສາກົນ 05 ຍາດມາໄດ້ຢ່າງສຸດໃຈ ແລະ ຂໍສົ່ງ ຄວາມອວຍພອນໄຊອັນປະເສີດ ເ ຖິງບັນດາສະຫາຍການນໍາ , ຄະນະພັກ, ອໍານາດການປົກຄອງ ທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າ ສສ ຫວຽດນາມ ອ້າຍ-ນ້ອງ ຈົ່ງມີ ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ຍາດໄດ້ຜົນສໍາເລັດອັນ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດ ປົກປົກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ອວຍພອນ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີ ແບບພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ລາວ- ຫວຽດນາມ, ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງ ຂະໜົງແກ່ນ ຕະຫລອດກາລະນານ. ຂ່າວ-ພາບ: ຄຳພັນ ແກ້ວມະນີ y

RkJQdWJsaXNoZXIy MTc3MTYxMQ==