sa ovk-u [9kd0kpza d,k]h P' c]t -N {0kp'; gIa f.sh ,u ]kpIa [s]kpIh vp]h kodu [8xu + q 04/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະບັບໜ້າ ບົດສະເໜີ dkorq ;ra oIj ;,,n ]k;{s;Pfok, \A o7q '0t|q 'cdj o-qj ;dk]toko (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 63 ປີ) ©ດຍ ອາພຸດເດດ ບຸບຜາ, ພາບ ທະນູສີນ ອິດທິພົນ ຂປລ. ຕະຫລອດໄລຍະຜ່ານມາ ພັກ-ລັດຖະບານ ໄດ້ມີແນວທາງປ່ຽນ ແປງໃໝ່ ເພື່ອຊຸກຍູ້ປະຊາຊົນບັນດາ ເຜົ່າ ໃຫ້ຫັນມາເຮັດອາຊີບຄົງທີ່ສ້າງ ລາຍຮັບເຂົ້າສູ່ຄອບຄົວໃຫ້ຫລາຍຂຶ້ນ ດ້ວຍການນຳໃຊ້ທ່າແຮງທີ່ມີຂອງ ທ້ອງຖິ່ນແລະ ການເຂົ້າເຖິງແຫລ່ງທຶນ ເຮັດໃຫ້ການດຳເນີນທຸລະກິດໄດ້ຮັບ ຜົນດີ. ເໝືອນດັ່ງຄອບຄົວທ່ານນາງ ແຂກ ອາຍຸ 33 ປີ ຢູ່ບ້ານໂພນສະ ຫວ່າງ ເມືອງປາກອູ ແຂວງຫລວງພະ ບາງ ເປັນຄອບຄົວໜຶ່ງທີ່ຫັນຈາກການ ຄ້າຂາຍພືດຜັກ ມາສຸມໃສ່ການລ້ຽງ ແລະ ຊື້-ຂາຍສັດໃຫຍ່ ໂດຍສະເພາະ ແມ່ນ ງົວ ເປັນຕົ້ນຕໍ ຈຶ່ງເຮັດໃຫ້ມີລາຍ ຮັບຫລາຍກວ່າ 300 ລ້ານກີບຕໍ່ປີ. ທ່ານນາງ ແຂກ ໄດ້ໃຫ້ຮູ້ວ່າ: ການດຳລົງຊີວິດໃນເມື່ອກ່ອນແມ່ນ ພົບຄວາມຫຍຸ້ງຍາກຫລາຍ, ພາຍ ຫລັງສ້າງຄອບຄົວຕົນ ເ ອງ ເ ຮັດ ວຽກຢູ່ໂຮງແຮມ, ຈາກນັ້ນ ໄດ້ຫັນ ມາປູກ ແລະ ຊື້-ຂາຍພືດຜັກເຫັນ ວ່າຍັງບໍ່ກຸ້ມກິນ ຈຶ່ງໄດ້ຫັນມາລ້ຽງ ແລະ ຊື້-ຂາຍງົວ ເປັນຫລັກໂດຍໝູນ ໃຊ້ທ່າແຮງທີ່ມີຂອງຄອບຄົວເປັນຕົ້ນ ນຳໃຊ້ເນື້ອທີ່ດິນຂອງຕົນເອງ ແລະ ພໍ່-ແມ່ ເຂົ້າໃນການປູກຕົ້ນໄມ້ໃຫ້ໝາກ ແລະ ລ້ຽງສັດໃຫຍ່ ຕິດພັນກັບການປູກ ຫຍ້າອາຫານສັດ, ທັງນຳໃຊ້ເຕັກນິກ ວິຊາການທີ່ເປັນປະສົບການຂອງຕົນ ເຂົ້າຊ່ວຍ, ທັງຮຽນຮູ້ກັບຜູ້ມີຄວາມຮູ້ ດ້ານວິຊາການ ແລະ ໄດ້ກູ້ຢືມເງິນນຳ ທະນາຄານນະໂຍບາຍ ສາຂາແຂວງ ຫລວງພະບາງ 250 ລ້ານ ເພື່ອມາ ຊື້ສັດ ປະເພດງົວ-ຄວາຍ ເຂົ້າລ້ຽງຢູ່ ສວນບ້ານໂພນສະຫວ່າງ ແລະ ບ້ານ ເຄຍລວງ ເມືອງປາກອູ ເຊິ່ງປັດຈຸບັນ ມີສັດລ້ຽງ ທັງໝົດ 39 ໂຕ ໃນນັ້ນ, ງົວ 33 ໂຕ ແລະ ຄວາຍ 6 ໂຕ, ທັງໄດ້ ນໍາໃຊ້ທຶນເພື່ອມາໝູນຊື້ສັດ ປະເພດ ງົວມາທອມ ເພື່ອຂາຍເປັນໄລຍະ, ໃນ ປີ 2024 ຜ່ານມາສາມາດສ້າງລາຍ ຮັບຈາກການຂາຍງົວ-ຄວາຍ ທີ່ລ້ຽງ ຄົງທີ່ປະມານ 150 ລ້ານກີບ, ທັງມີ ລາຍຮັບຈາກການຊື້-ຂາຍງົວ ປະມານ 100 ລ້ານກີບ, ພ້ອມນັ້ນ ຍັງໄດ້ເກັບ ແກ່ນຫຍ້າອາຫານສັດ ທີ່ປູກພາຍໃນ ສວນ ຂາຍຕື່ມອີກ ໄດ້ປະມານ 40 ລ້ານກີບ. ນອກນີ້, ຍັງມີຕົ້ນໄມ້ໃຫ້ໝາກ ຂປລ. ດັ່ງທີ່ພວກເຮົາຮູ້ແລ້ວ ວ່າ, ລາວ ແລະ ຫວຽດນາມ ແມ່ນ ສອງປະເທດເພື່ອນບ້ານທີ່ມີທີ່ຕັ້ງ ພູມສັນຖານ, ຍຸດທະສາດສຳຄັນ ຫລາຍຮ່ວມນອນຢູ່ໃນແຫລມ ອິນດູຈີນ, ອີງຫລັງໃສ່ພູຫລວງອັນ ຍິ່ງໃຫຍ່, ແລະ ດື່ມນ້ຳຮ່ວມກັນ ຈາກແມ່ນ້ຳຂອງ, ມີຄວາມຄ້າຍຄື ກັນຫລາຍດ້ານວັດທະນະທຳ ແລະ ປະຫວັດສາດ, ມີຄວາມສຳພັນ ມິດຕະພາບ ແລະ ການຮ່ວມມື ອັນດີຕໍ່ເນື່ອງ, ສະໜິດສະໜົມ ກັນມາຕະຫລອດປະຫວັດສາດ ການສ້າງສາປະເທດຊາດ ແລະ ປົກປ້ອງປະເທດຂອງສອງຊາດ. ພັກກອມມູນິດຫວຽດນາມ ແລະ ພັກ ປະຊາຊົນປະຕິວັດລາວ ແມ່ນສອງ ພັກທີ່ມີຮາກຖານຮ່ວມກັນຈາກພັກ ກອມມູນິດອິນດູຈີນ. ໃນຕົ້ນຊຸມປີແຫ່ງການຕໍ່ສູ້ຕ້ານ ການຮຸກຮານ ແລະ ການກົດຂີ່ 3I'ry ,lb dlk rh v,lt|v'xB ,c[[IPo{ xB ,0Po{xB ,76j ,n 76 .sh 3I'IPo.omqj ;xtgmf ຂປລ. ໃນສົກຮຽນ 20252026 ນີ້, ບໍລິສັດລັດວິສາຫະກິດ ໂຮງພິມສຶກສາ ກະຊວງສຶກສາທິ ການ ແລະ ກິລາ ໄດ້ຈັດພິມປື້ມ ແບບຮຽນຫລາຍວິຊາ ນັບແຕ່ຊັ້ນ ອະນຸບານ, ກຽມປະຖົມ, ຈົນຮອດ ຊັ້ນມັດທະຍົມຕອນປາຍ, ພ້ອມທັງ ຈັດພິມປຶ້ມ ແລະ ເອກະສານອື່ນໆ ທີ່ກ່ຽວພັນກັບການສຶກສາ ເພື່ອສະ ໜອງໃຫ້ກັບກຸ່ມຜູ້ຊົມໃຊ້ ກໍຄື ໂຮງ ຮຽນແຫ່ງຕ່າງໆໃນຂອບເຂດທົ່ວ ປະເທດ ໄດ້ຢ່າງພຽງພໍກັບຄວາມ ຮຽກຮ້ອງຕ້ອງການ. ທ່ານຄຳບອນບຸນນະລາດຜູ້ອຳ ນວຍການບໍລິສັດລັດວິສາຫະກິດ ໂຮງພິມສຶກສາໃຫ້ສຳພາດເມື່ອບໍ່ດົນ ນີ້ວ່າ: ໃນສົກຮຽນ 2025-2026 ນີ້, ໂຮງພິມສຶກສາ ໄດ້ສຳເລັດການ ຈັດພິມປື້ມແບບຮຽນ ເພື່ອສະໜອງ ໃຫ້ກັບກຸ່ມຜູ້ບໍລິໂພກ ໄດ້ຢ່າງພຽງພໍ ກັບຄວາມຕ້ອງການ ເຊິ່ງການຈັດພິມ ປຶ້ມແບບຮຽນໃນແຕ່ລະຊັ້ນແມ່ນ ໄດ້ຈັດພິມໃນຈຳນວນທີ່ແຕກຕ່າງ ຂອງລ່າເມືອງຂຶ້ນ°Óັ່ງ, ເຖິງວ່າ ບັນດາຂະບວນການຕໍ່ສູ້ທັງໝົດຈະ ຖືກລ່າເມືອງຂຶ້ນກົດຂີ່ ແລະ ລົບ ລ້າງ, ແຕ່ປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມລາວ ກໍຍັງຄົງຄຽງບ່າຄຽງໄຫລ່. ນີ້ເປັນຫລັກຖານຊັດເຈນວ່າການ ສ້າງຕັ້ງກອງກຳລັງສາມັກຄີໃນ ການຕໍ່ສູ້ແມ່ນຄວາມຕ້ອງການທີ່ ເປັນຫລັກວິຊາການ ແລະ ຄວາມ ຈຳ ເ ປັນຂອງສອງຊາດ . ໃນ ສະພາບການດັ່ງກ່າວ, ປະທານ ໂຮ່ຈີ່ມິງ ໄດ້ໝູນໃຊ້ຫລັກການຂອງ ມາກ-ເລນິນ ຢ່າງມີຫົວຄິດປະດິດ ສ້າງກັບເງື່ອນໄຂສະເພາະຂອງ ຫວຽດນາມ ເພື່ອກຳນົດເສັ້ນທາງ ປົດປ່ອຍຊາດຫວຽດນາມ ໃນ ທິດທາງຂອງປະຕິວັດກຳມະຊີບ. ການສ້າງຕັ້ງຂອງພັກກອມມູນິດ ອິນດູຈີນ ຊຶ່ງເປັນຕົ້ນກຳເນີດ ຂອງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວໃນປັດ ຈຸບັນໄດ້ເປີດໜ້າປະຫວັດສາດອັນ ສະຫງ່າງາມຂອງຄວາມສຳພັນ ພິເສດລາວ-ຫວຽດນາມ. ການກໍາເນີດຂຶ້ນຂອງພັກກອມ ມູນິດຫວຽດນາມ ໃນປີ 1930 ກັບ ການກຳນົດເສັ້ນທາງປະຕິວັດຂອງ ກຳມະຊີບໄດ້ເປີດໜ້າປະຫວັດສາດ ຄວາມສຳພັນພິເສດລະຫວ່າງສອງ ຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ຢູ່ໃນນໍ້າໃຈສາກົນກຳ ມະຊີບອັນບໍລິສຸດ. ນີ້ແມ່ນພື້ນ ຖານທີ່ໝັ້ນຄົງຂອງຄວາມສາມັກ ຄີພິເສດລາວ-ຫວຽດນາມ ທີ່ປະ ທານ ໂຮ່ຈີ່ມິງ ແມ່ນ hສະຖາປະນິກ ຜູ້ຍິ່ງໃຫຍ່i ຂອງມິດຕະພາບພິເສດ ນັ້ນ. ປະທານ ໄກສອນ ພົມວິຫານ ເຄີຍຂຽນຢ່າງເຄົາລົບກ່ຽວກັບ ປະທານ ໂຮ່ຈີ່ມິງ ວ່າ: hແນວຄິດ ແລະ ໄມຕີຈິດຂອງປະທານໂຮ່ແມ່ນ ແສງສ່ອງທາງ, ແມ່ນແຫລ່ງກະຕຸ້ນ ແຮງສາມັກຄີຕໍ່ສູ້ຂອງປະຊາຊົນ ຊາວລາວຂອງພວກເຮົາ. ຕັ້ງແຕ່ ມື້ທີ່ການປະຕິວັດລາວຍັງຢູ່ໃນໄຂ່ ຈົນເຖິງເວລາທີ່ເຕີບໃຫຍ່, ປະທານ ໂຮ່ຈີ່ມິງ ກໍ່ໄດ້ໃສ່ໃຈ ແລະ ຊີ້ນຳໃຫ້ ທິດເຍືອງທາງi. ໃນຂະບວນການ ຕໍ່ສູ້ຂອງປະຊາຊົນລາວ, ມີລູກຫລານ ອັນດີເດັ່ນຂອງຊາວລາວຫລາຍຄົນ ທີ່ໄດ້ເຂົ້າເປັນສະມາຊິກຂອງພັກ ກອມມູນິດອິນດູຈີນ. ນີ້ແມ່ນ hເມັດ ພັນແດງi ທີ່ວາງພື້ນຖານໃນການ ຂັບເຄື່ອນຈັດຕັ້ງສູນງານອ້າຍລາວ ຂອງພັກກອມມູນິດອິນໂດຈີນ, ເພື່ອ ເປັນຜູ້ນຳໂດຍກົງຂອງຂະບວນການ ປະຕິວັດລາວໃນການຕໍ່ສູ້ຕ້ານສັດຕູ ຜູ້ຮຸກຮານແຕ່ປີ 1945 ຫາ 19 5, ຫລັງຈາກໄດ້ຍາດເອົາອຳນາດການ ປົກຄອງ, ລັດຖະບານສອງປະເທດ ໄດ້ລົງນາມຂໍ້ຕົກລົງຊ່ວຍເຫລືອ ລະຫວ່າງ ລາວ-ຫວຽດນາມ ແລະ ຂໍ້ຕົກລົງກ່ຽວກັບການຈັດຕັ້ງກອງ ທັບພັນທະມິດລາວ-ຫວຽດນາມ, ເພື່ອວາງພື້ນຖານດ້ານນິຕິກຳ ເບື້ອງຕົ້ນໃຫ້ແກ່ການຮ່ວມມື, ການ ຊ່ວຍເຫລືອ ແລະ ການເປັນພັນ ທະມິດໃນການຕໍ່ສູ້ກັບສັດຕູຮ່ວມ ຂອງສອງຊາດ. ດ້ວຍທັດສະນະ hອິນດູຈີນແມ່ນໜຶ່ງສະໜາມຮົບi, ໃນໄລຍະສົງຄາມຕ້ານສັດຕູຮ່ວມ ຂອງປະຊາຊົນສອງປະເທດ ລາວຫວຽດນາມ, ຫວຽດນາມ-ລາວ ສອງປະເທດໄດ້ປະສານຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ທັງເປັນການ ປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະ ເພື່ອຜົນປະໂຫຍດຂອງແຕ່ລະ ປະເທດ. ທັດສະນະຂອງປະທານ ໂຮ່ຈີ່ມິງ ທີ່ວ່າ hພວກເຮົາຖືຄວາມ ສຸກ ແລະ ຄວາມຮັ່ງມີຂອງອ້າຍນ້ອງ ລາວ ກໍ່ຄື ຂອງຕົນເອງi ພ້ອມດ້ວຍ ຫລັກການ hຊ່ວຍເພື່ອນ ກໍ່ຄືຊ່ວຍ ຕົນເອງi ໄດ້ຖືກບັນດາຮຸ່ນການ ນຳ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ຊຶມຊັບ ແລະ ສືບ ຕໍ່ສ່ອງສະຫວ່າງໃນຂະບວນການ ປະຫວັດສາດຂອງສອງຊາດ. ພາບປະກອບ ປະເພດໝາກເງາະ ປະມານ 100 ຕົ້ນ ໄດ້ໃຫ້ຜົນຜະລິດໃນແຕ່ລະປີ ລວມ ແລ້ວແຕ່ລະປີສາມາດສ້າງລາຍຮັບໄດ້ ຫລາຍກວ່າ 300 ລ້ານກີບ. ທ່ານ ນາງ ແຂກ ກ່າວຕື່ມວ່າ: ມາຮອດປັດຈຸບັນເຫັນວ່າຊີວິດການ ເປັນຢູ່ຂອງຄອບຄົວດີຂຶ້ນຫລາຍ ເທົ່າຖ້າທຽບໃສ່ໃນເມື່ອກ່ອນ ຍ້ອນ ມີສິ່ງອຳນວຍຄວາມສະດວກບາງ ດ້ານເປັນຕົ້ນມີເນື້ອທີ່ດິນໄວ້ສຳລັບ ລ້ຽງສັດປະເພດງົວ-ຄວາຍ, ມີທຶນທີ່ ໄດ້ຮັບການກູ້ຢືມຈາກທະນາຄານນະ ໂຍບາຍ ເພື່ອໝູນໃຊ້ເຂົ້າໃນການດຳ ເນີນທຸລະກິດ ແລະ ສິ່ງສຳຄັນແມ່ນທຸກ ຄົນໃນຄອບຄົວມີຄວາມສາມັກຄີ, ມີ ຄວາມດຸໝັ່ນໃນການປູກ°ັງ-ລ້ຽງສັດ. ສຳລັບແຜນການໃນຕໍ່ໜ້າຕົນເອງຈະ ສືບຕໍ່ໃນການບົວລະບັດສວນຫຍ້າ ແລະ ຕົ້ນໄມ້ໃຫ້ໝາກ ເພື່ອມີຫຍ້າ ໃຫ້ສັດກິນຕະຫລອດປີ ແລະ ໃຫ້ຜົນ ຜະລິດທີ່ສູງຂຶ້ນສາມາດສ້າງລາຍຮັບ ໃຫ້ກັບຄອບຄົວທັງຈະປະຕິບັດພັນ ທະຕໍ່ທະນາຄານນະໂຍບາຍຕາມລະ ບຽບການ. ກັນ ເຊັ່ນ: ຊັ້ນ ປ1-ປ5 ພິມເລີ່ມຕົ້ນ 100.000-300.000 ຫົວ, ຊັ້ນ ມ1-ມ4 ພິມ 5.000-20.000 ຫົວ, ຊັ້ນ ມ5-ມ ພິມ 3.00010.000 ຫົວ. ໃນນັ້ນ, ຊັ້ນ ປ1-ປ3 ມີຊັ້ນລະ 5 ວິຊາ, ປ4-ປ5 ມີຊັ້ນລະ 6 ວິຊາ, ມ1-ມ4 ມີ 11 ວິຊາ ແລະ ມ5-ມ ມີຊັ້ນລະ 12 ວິຊາ. ສຳລັບ ລາຄາແຕ່ໃນລະຊັ້ນຮຽນແມ່ນມີ ຄວາມແຕກຕ່າງກັນ ເຊິ່ງລາຄາ ເລີ່ມຕົ້ນແມ່ນ 149.000 ພັນກີບ. ທ່ານ ຄຳບອນ ບຸນນະລາດ ຍັງ ໃຫ້ຮູ້ອີກວ່າ: ໂຮງພິມສຶກສາ ຈັດພິມ ປຶ້ມແບບຮຽນຕາມໂຄງການທີ່ກະ ຊວງສຶກສາທິການ ແລະ ກິລາ ມອບ ໝາຍໃຫ້, ພ້ອມທັງພິມປຶ້ມ ແລະ ເອກະສານອື່ນໆທີ່ກ່ຽວພັນກັບການ ສຶກສາເພື່ອຈໍາໜ່າຍ ແລະ ຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງນັກຮຽນ ກໍຄື ໂຮງຮຽນ ແຫ່ງຕ່າງໆໃນຂອບເຂດທົ່ວປະ ເທດ. ໃນນັ້ນ, ໂຮງພິມສຶກສາ ໄດ້ ຂຶ້ນແຜນຈັດພິມປຶ້ມແບບຮຽນ, ປຶ້ມ ຄູ່ມື ແລະ ປຶ້ມຂຽນ ປະຈຳປີ 2025 ເພື່ອຈຳໜ່າຍທັງໝົດ 865. 00 ຫົວ. ນອກນັ້ນ, ຍັງໄດ້ຈັດພິມຊອງ ປະຫວັດ ແລະ ເຈ້ຍສອບເສັງ ທັງ ໝົດ 203.000 ໃບ. ນອກຈາກຈັດພິມປຶ້ມແບບຮຽນ, ປຶ້ມຄູ່ມື, ປຶ້ມຂຽນ ແລະ ເອກະສານ ອື່ນໆທີ່ກ່ຽວພັນກັບການສຶກສາ ແລ້ວໂຮງພິມສຶກສາຍັງໄດ້ຮັບພິມ ປຶ້ມ, ວາລະສານ, ໜັງສືພິມ ແລະ ເອ ກະສານຕ່າງໆປິ່ນອ້ອມຕາມຄວາມ ຕ້ອງການຂອງສັງຄົມ ກໍຄື ກຸ່ມ ລູກຄ້າທີ່ມີຄວາມຕ້ອງການ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==