ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 04.09.2025 ປີທີ 24 ສະບັບທີ 6.262 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ltskpg]0kmy dko.spj lxx ]k; rq [xtda [dkooe0A ol6 ' ll s;Pfok, ຂປລ. ໃນໂອກາດທີ່ຄະນະຜູ້ ແທນຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຮ່ວມພິທີສະເຫລີມສະຫລອງ 80 ປີ ແຫ່ງວັນໄຊຊະນະການປະຕິ ວັດເດືອນສິງຫາ ແລະ ວັນສະຖາປະ ນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ ໃນ ວັນທີ 2 ກັນຍາ 2025, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ສະຫາຍ ເຈິ່ນ ແທັງ ເໝີ້ນ ປະທານ ສະພາແຫ່ງຊາດຫວຽດນາມ. ໃນການພົບປະ, ສະຫາຍ ທອງ ລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈຕໍ່ການເຊື້ອເຊີນ ແລະ ການ ຕ້ອນຮັບອັນອົບອຸ່ນ ແລະ ສະໜິດ ສະໜົມ ຊຶ່ງເຕັມໄປດ້ວຍໄມຕີຈິດ ສະຫາຍ ທອງລຸນ ສີສຸລິດ (ຊ້າຍ) F ອ່ານຕໍ່ໜ້າ 2 ;k'lu ]k]n d 37'dkod+ lh k' 3I'\= ma oltw\0v'dt-;' xdl Iv'okpq d goA o.sh 0tc|' pm0 7Q o7;h k lh k'czop5 fmtlkf;Pdlk,lh k' .sh gxa oI6 [xtme ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມວຽກງານສາມສ້າງ ຂອງ ຂະແໜງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃນວັນທີິ 1 ກັນຍາ 2025 ຂປລ. ພິທີວາງສີລາລືກໂຄງ ການກໍ່ສ້າງໂຮງໝໍທັນສະໄໝ ຂອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດຂຶ້ນໃນວັນທີ 2 ກັນຍາ 2025 ໂດຍມີ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະ ຜ່ານມາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ ຂະແໜງ ຍທຂ ສືບຕໍ່ຄົ້ນຄວ້າສ້າງ ແຜນຍຸດທະສາດວຽກງານສາມ ສ້າງ ເພື່ອເປັນພື້ນຖານໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ, ໃຫ້ປະ ກົດຜົນເປັນຈິງ ໂດຍສະເພາະແມ່ນ ວຽກພັດທະນາບຸກຄະລາກອນຢູ່ຂັ້ນ ເມືອງ ໃຫ້ມີຄວາມເຂັ້ມແຂງແທ້ໆ. ພ້ອມນີ້, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຍັງເນັ້ນໃຫ້ຂະ ແໜງ ຍທຂ ເອົາໃຈໃສ່ຊຸກຍູ້ຕິດ ຕາມ, ກວດກາ ແລະ ຕີລາຄາປະ ເມີນຜົນວຽກງານສາມສ້າງ ເປັນ ມົນຕີ, ລັດຖະມົນຕີກະຊວງ ປກສ, ທ່ານ ຈອງ ຢອງຊູ ເອກອັກຄະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ (ຜູ້ທີ 9 ນັບຈາກຊ້າຍ) F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ]kp'ko7;k,7n [|h k dkodtdP,les];f rq o]tg,n v' c]t muj 16j vkwlmqj ;xtgmf 7A 'mu V ຂປລ. ກອງປະຊຸມຄູ່ຮ່ວມພັດທະ ນາ ເພື່ອສະໜັບສະໜູນການຈັດຕັ້ງ ປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນໃນວັນທີ 2 ກັນ ຍາ 2025 ຢູ່ນະຄອນຫລວງວຽງ ຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສ ແລະ ທ່ານ ບັກຕີຢໍ ຄາດີລອບ (Bakhtiyor Kadyrov) ຜູ້ຕາງ ໜ້າອົງການສະຫະປະຊາຊາດກອງ ທຶນສໍາລັບປະຊາກອນ(UNFPA) ປະຈໍາ ສປປ ລາວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂປລ. ກອງປະຊຸມວຽກງານ ສາມສ້າງ ຂອງຂະແໜງໂຍທາທິ ການ ແລະ ຂົນສົ່ງ (ຍທຂ) ໄດ້ປິດ ລົງດ້ວຍຜົນສໍາເລັດ ໃນວັນທີ 2 ກັນຍາ 2025 ໂດຍການເປັນປະ ທານຂອງ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນ ດາຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສູນກາງພັກ, ຮອງກໍາ ມະທິການ ສະພາແຫ່ງຊາດ, ຮອງ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າພະ ແນກ ຍທຂ ໃນຂອບເຂດທົ່ວປະ ເທດ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. pm0 8u ]k7k7n odko9a f8A ' xt8y [a f;Pdlk,lh k' xt9exu 2025 ທ່ານ ສັນຕິພາບ ພົມວິຫານ (ຂວາ) ທ່ານ ເຫລັກໄຫລ ສີວິໄລ F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 ຂປລ. ວັນທີ 2 ກັນຍາ 2025 ນີ້, ສະພາແຫ່ງຊາດ ຈັດກອງປະຊຸມ ປຶກສາຫາລືກ່ຽວກັບຄວາມກຽມ ພ້ອມຂອງຮ່າງກົດໝາຍທີ່ຈະກຳ ນົດໃນແຜນການສ້າງ ແລະ ປັບປຸງ ກົດໝາຍ 5 ປີ ຂອງສະພາແຫ່ງ ຊາດ(ສພຊ)ຊຸດທີXແຕ່ປີ20262030 ກ່ອນຈະນໍາເຂົ້າພິຈາລະນາ ຮັບຮອງໃນກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ຊຸດ ທີ X ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ, ມີປະ ທານ-ຮອງປະທານກໍາມາທິການ, ຮອງລັດຖະມົນຕີ, ຮອງຫົວໜ້າ ອົງການ, ຄະນະກົມ ແລະ ພາກ sk]n 7;k,rh v,Ij k'dq f\kp muj 9tdeoq f.oczodkolh k' c]t xa [x5 ' ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຈະເລີນ ເຍຍປາວເຮີ ໄດ້ ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອ ທ່ານ ຈະເລີນ ເຍຍປາວເຮີ F ອ່ານຕໍ່ໜ້າ 2 xtmkoxtgmf csj ' lxx ]k; g0Q kIj ;,ry mu ]tob d;a ow--totlq '7k,8h ko2kf-y f 7q [Iv[ 80 xu ]k;{wm Ia fc|h odkoIj ;,,n lv'/j kp ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນ ຕີ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໃນນາມປະທານຄະນະກຳ ມະການແມ່ນ້ຳຂອງແຫ່ງຊາດ F ອ່ານຕໍ່ໜ້າ 4 ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ໃນວັນທີ 3 ກັນຍາ 2025, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊ ຊະນະສົງຄາມຕ້ານຟາດຊິດ ຄົບ ຮອບ 80 ປີທີ່ສະໜາມຫລວງທຽນ ອັນເໝິນ, ນະຄອນຫລວງປັກກິ່ງ, ສປ ຈີນ. ສປ ຈີນ ໄດ້ຈັດພິທີລະນຶກວັນ ໄຊຊະນະສົງຄາມຕ້ານຟາດຊິດ ຄົບ ຮອບ 80 ປີ ຂຶ້ນຢ່າງຍິ່ງໃຫຍ່ ໂດຍ ມີຈຸດປະສົງເພື່ອຫວນຄືນມູນເຊື້ອ ອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນຈີນ ຮ່ວມກັບບັນດາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ (ຜູ້ທີ 4 ນັບຈາກຊ້າຍ ແຖວໜ້າ) F ອ່ານຕໍ່ໜ້າ 2
@ 0j k; c]t gsfdko 04/09/2025 xtgmf]k; ສະຫາຍເລຂາທິການໃຫຍ່... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ວາງສີລາລືກ... ມິດຕະພາບ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງທີ່ ສະຫາຍ ໂຕເລິມ, ສະຫາຍ ເຈິ່ນ ແທັງ ເໝີ້ນ ແລະ ບັນດາສະຫາຍການນໍາຫວຽດ ນາມ ກໍຄື ຄະນະພັກ, ອໍານາດການ ປົກຄອງ ແລະ ປະຊາຊົນນະຄອນ ຫລວງຮ່າໂນ້ຍທີ່ມີຕໍ່ຄະນະ ສະ ແດງຄວາມຊົມເຊີຍ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອ ກາດສະເຫລີມສະຫລອງ ວັນສະ ຖາປານາ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ຄົບຮອບ 80 ປີ ແລະ ໄດ້ເນັ້ນວ່າ ໄຊຊະນະການປະຕິ ວັດເດືອນສິງຫາ ແລະ ກ້າວໄປເຖິງ ການສະຖາປະນາລັດ ສາທາລະ ນະລັດ ປະຊາທິປະໄຕ ຫວຽດນາມ ກໍຄື ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນປັດຈຸບັນ ໃນວັນທີ2 ກັນຍາ 1945, ເປັນໄຊຊະນະທີ່ຍິ່ງ ໃຫຍ່ສະຫວ່າງສະໄຫວ, ມີຄວາມ ໝາຍປະຫວັດສາດ ໂດຍພາຍໃຕ້ ການນໍາພາອັນປີຊາສາມາດ ແລະ ສະຫລາດສ່ອງໃສຂອງພັກກອມມູ ນິດຫວຽດນາມ ທີ່ມີກຽດສະຫງ່າ, ປະຊາຊົນຫວຽດນາມອ້າຍນ້ອງຜູ້ ພິລະອາດຫານ ໄດ້ດໍາເນີນພາລະ ກິດປະຕິວັດ ຕໍ່ສູ້ຕ້ານພວກລ່າເມືອງ ຂຶ້ນຕ່າງຊາດຢ່າງດຸເດືອດ, ຂ້ຽວ ຂາດ ເປັນເວລາຍາວນານຫລາຍ ທົດສະວັດ, ປະຊາຊົນຫວຽດນາມ ອ້າຍນ້ອງ ໄດ້ຕໍ່ສູ້ຢ່າງພິລະອາດ ຫານ, ກ້າແກ່ນ ແລະ ເຕັມໄປດ້ວຍ ຄວາມເສຍສະລະອັນໃຫຍ່ຫລວງ ເພື່ອຍາດເອົາເອກະລາດມາສູ່ປະ ຊາຊົນຄັ້ງທໍາອິດ ໃນປີ 1945 ແລະ ສືບຕໍ່ ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ໂດຍສົມທົບລະຫວ່າງ ກໍາລັງແຮງ ແຫ່ງຄວາມສາມັກຄີອັນເປັນປຶກ ແຜ່ນຂອງປະຊາຊົນຫວຽດນາມ, ກໍາລັງແຮງຂອງຍຸກສະໄໝ, ການ ສະໜັບສະໜູນຊ່ວຍເຫລືອຂອງ ເພື່ອນມິດສາກົນ ແລະ ດ້ວຍຄວາມ ປາຖະໜາອັນສູງສົ່ງ ດັ່ງປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ໄດ້ກ່າວໄວ້ວ່າ hບໍ່ມີສິ່ງໃດປະເສີດ ຍິ່ງກວ່າເອກະ ລາດ, ເສລີພາບi. ໄຊຊະນະລະດູ ບານໃໝ່ປີ 19 5 ຂອງປະຊາຊົນ ຫວຽດນາມອ້າຍນ້ອງ ຍັງແມ່ນ ໝາກຜົນຂອງຄວາມສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄດ້ກາຍເປັນ ກໍາລັງແຮງອັນມະຫາສານຊຸກຍູ້ຂະ ບວນການຕໍ່ສູ້ປົດປ່ອຍຊາດຂອງ ປະຊາຊົນລາວບັນດາເຜົ່າ ສະຖາ ປະນາເປັນ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 19 5 ກໍຄື ເປັນກໍາລັງແຮງ ສະໜັບສະໜູນຢ່າງແຮງກ້າ ໃຫ້ແກ່ ບັນດາຂະບວນການຕໍ່ສູ້ທີ່ຮັກຫອມ ສັນຕິພາບໃນໂລກ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ບັນດາຜົນສໍາເລັດສໍາ ຄັນຮອບດ້ານຂອງ ສສຫວຽດນາມ ໃນໄລຍະຜ່ານມາ ເປັນຕົ້ນ ຜົນສຳ ເລັດໃນການປາບປາມການສໍ້ລາດ ບັງຫລວງ ຢ່າງເດັດດ່ຽວ ເພື່ອກໍ່ ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ກໍຄື ການຕັດສິນ ໃຈອັນເດັດດ່ຽວໃນການປັບປຸງກົງ ຈັກການຈັດຕັ້ງພັກ, ລັດ, ການປົກ ຄອງທ້ອງຖິ່ນໃຫ້ກະທັດຮັດ ແລະ ມີປະສິດທິຜົນ, ເສດຖະກິດມີການ ຂະຫຍາຍຕົວໄວຢູ່ໃນອັນດັບຕົ້ນໆ ຢູ່ໃນຂົງເຂດອາຊີ, ການເມືອງມີສະ ຖຽນລະພາບ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ, ຊີວິດການເປັນ ຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ບົດບາດອິດທິພົນຂອງພັັກ, ລັດ ສສ ຫວຽດນາມ ພົ້ນເດັ່ນຂຶ້ນຢູ່ເວທີ ພາກພື້ນ ແລະ ສາກົນ. ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີ ລາຄາສູງຕໍ່ຜົນສຳເລັດຂອງການ ຢ້ຽມຢາມລັດຖະກິດ ສ ເກົາຫລີ ຂອງ ສະຫາຍ ໂຕເລິມ ໃນບໍ່ດົນ ຜ່ານມາ, ຊົມເຊີຍ ແລະ ຕີລາຄາ ສູງການຢ້ຽມຢາມທາງການ ສປປ ລາວ ຂອງ ສະຫາຍ ນາງ ຫວໍ ຖິ ແອງ ຊວັນ ຮອງປະທານປະເທດ ໃນບໍ່ດົນມານີ້ ຊຶ່ງໄດ້ນຳເອົາໄມຕີ ຈິດມິດຕະພາບອັນດູດດື່ມ, ຄວາມ ສາມັກຄີຮັກແພງອັນສະໜິດສະ ໜົມຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ມາສູ່ ພັກ, ລັດ ແລະ ປະຊາຊົນລາວ, ປະກອບ ສ່ວນສໍາຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ ທີ່ດີຢູ່ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ ລວງເລິກ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ.ພ້ອມນັ້ນ,ສະຫາຍໄດ້ຕາງ ໜ້າໃຫ້ ພັກ, ລັດ ແລະ ປະຊາຊົນ ລາວບັນດາເຜົ່າ ສະແດງຄວາມ ຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ກັບການຊ່ວຍເຫລືອ ອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດ ໝົດໃຈຂອງ ພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ຕະ ຫລອດໄລຍະຜ່ານມາ. ພິເສດແມ່ນ ພັກ, ລັດຖະບານຫວຽດນາມ ໄດ້ອະ ນຸຍາດ ແລະ ສ້າງເງື່ອນໄຂສະດວກ ໃຫ້ ສປປ ລາວ ນໍາໃຊ້ທ່າເຮືອ ຢູ່ ສສ ຫວຽດນາມ. ພ້ອມນັ້ນ, ລັດຖະບານ ຫວຽດນາມ ຍັງໄດ້ໃຫ້ການສະໜັບ ສະໜູນ ໃນການຮັບຮອງເອົາອຸທິ ຍານຫີນໜາມໜໍ່ຂອງລາວ ເປັນ ມໍລະດົກໂລກ ແບບຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ຂອງຫວຽດນາມ ແລະ ໃນ ບໍ່ດົນມານີ້ ກໍໄດ້ປະກາດຮັບຮອງ ເອົາສະຖານທີ່ຮ່ອງຮອຍປະຫວັດ ສາດ ເສັ້ນທາງສາຍພູຫລວງ-ເສັ້ນ ທາງໂຮ່ຈີ່ມິງ ເບື້ອງດິນລາວ ເປັນ ມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດຂອງ ສປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນ ເຖິງຄວາມມີສີສັນຫລາກຫລາຍ ຂອງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ໃນການພົບປະ, ສອງ°່າຍ ຍັງ ໄດ້ແລກປ່ຽນບັນຫາພາກພື້ນ ແລະ ສາກົນ, ແຈ້ງໃຫ້ກັນຊາບສະພາບ ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະ ປະເທດ ໃນໄລຍະຜ່ານມາ, ແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບການ ພົວພັນຮ່ວມມືສອງ°່າຍໃນຕໍ່ໜ້າ, ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ສອງພັກ, ສອງປະເທດທີ່ສືບຕໍ່ມີ ການຂະຫຍາຍຕົວຂຶ້ນສູ່ລະດັບສູງ ກວ່າເກົ່າ, ການຮ່ວມມືດ້ານການ ເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດສະໜິດ ສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອ ໃຈ ເຊິ່ງກັນ ແລະ ກັນໃນລະດັບສູງ ສຸດ ການຮ່ວມມືດ້ານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບ ໄດ້ຮັບການເສີມຂະຫຍາຍຢ່າງມີ ປະສິດທິຜົນ ການຮ່ວມມືດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ເຕັກ ໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການ ເພີ່ມທະວີ ແລະ ນໍາຜົນປະໂຫຍດ ຢ່າງເປັນຮູບປະທໍາມາສູ່ປະຊາຊົນ ສອງຊາດ ໄດ້ເປັນຢ່າງດີ. ຂ່າວ-ພາບ: ຄຕພ ສະຫາຍ ທອງລຸນ ສີສຸລິດ (ຊ້າຍ) ແຕ່ລະໄລຍະ ແລະ ມີລະບອບສ່ອງ ແສງລາຍງານຢ່າງເປັນປົກກະຕິ, ເຂັ້ມງວດກວ່າເກົ່າ ໂດຍໃຫ້ມີຄະ ນະຮັບຜິດຊອບສະເພາະທັງຢູ່ຂັ້ນ ກະຊວງ ແລະ ທ້ອງຖິ່ນ ເພື່ອເປັນ ເຈົ້າການ ຈັດຕັ້ງປະຕິບັດຢ່າງມີປະ ສິດທິຜົນ, ພ້ອມທັງໃຫ້ເຂົ້າໃຈແຈ້ງ ແລະ ສ້າງຄວາມເປັນເອກະພາບ ທາງດ້ານທັດສະນະ ແລະ ຄວາມ ຮັບຮູ້ກ່ຽວກັບວຽກງານ 3 ສ້າງ ຮອງນາຍົກ... ໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນ ຢ່າງເລິກເຊິ່ງທົ່ວເຖິງ ແລະ ແທດເໝາະກັບທຸກເປົ້າໝາຍ ຕໍ່ຄວາມຮັບຜິດຊອບຂອງຂະແໜງ ການໂຍທາທິການແລະຂົນສົ່ງແລະ ວຽກງານ 3 ສ້າງ. ໃນນັ້ນ, ວຽກໂຍ ທາທິການ ແລະ ຂົນສົ່ງ ປຽບເໝືອ ສາຍເລືອດຂອງຊາດ, ຂອງການພັດ ທະນາ ສືບຕໍ່ປັບປຸງນິຕິກຳຕ່າງໆ ກ່ຽວກັບການແບ່ງຂັ້ນຄຸ້ມຄອງທີ່ບໍ່ ທັນຈະແຈ້ງ ເພື່ອເຮັດໃຫ້ກົນໄກປະ ສານງານ ລະຫວ່າງ ຂະແໜງການ, ສູນກາງ ແລະ ທ້ອງຖິ່ນ ມີຄວາມ ໂລ່ງລ່ຽນ ມີປະສິດທິຜົນ, ມອບ ຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ຫລາຍຂຶ້ນ ຕິດພັນກັບການສ້າງພະ ນັກງານວິຊາການ ໃຫ້ສາມາດເປັນ ຊ່ຽວຊານ ແລະ ເປັນມືອາຊີບໄດ້. ຜ່ານການຈັດຕັ້ງປະຕິບັດວຽກ ງານ 3 ສ້າງ ຂອງຂະແໜງ ຍທຂ ຂັ້ນຕ່າງໆ ໃນໄລຍະຜ່ານມາ ທັງ ສູນກາງ, ແຂວງ ແລະ ເມືອງ ເຫັນ ໄດ້ວ່າ ມີຜົນສໍາເລັດໂດຍພື້ນຖານ. ຂ່າວ: ທະນູທອງ ພາບ: ບຸນອຸ້ມ ລັດຖະທູດ ສ ເກົາຫລີ ປະຈໍາລາວ, ມີການນໍາກະຊວງ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົນຈັດຕະວາ ໜູຈອນ ກ້ອນທອງດໍາ ຫົວໜ້າກົມ ໃຫຍ່ພະລາທິການ ກະຊວງ ປກສ ໄດ້ກ່າວວ່າ: ໂຄງການກໍ່ສ້າງໂຮງ ໝໍທັນສະໄໝ ຂອງກະຊວງ ປກສ ເປັນໂຄງການໜຶ່ງທີ່ມີຄວາມສໍາ ຄັນໃນການພັດທະນາວຽກງານ ສາທາລະນະສຸກຂອງ ສປປ ລາວ ໂດຍສະເພາະດ້ານສາທາລະນະສຸກ ຂອງກໍາລັງ ປກສ ແນໃສ່ເພື່ອຮັບ ປະກັນທາງດ້ານສຸຂະພາບຂອງກໍາ ລັງ ປກສ ແລະ ປະຊາຊົນລາວ, ດ້ານພື້ນຖານໂຄງລ່າງໃຫ້ມີຄວາມ ທັນສະໄໝ, ມີຄວາມພ້ອມ ແລະ ອໍາ ນວຍຄວາມສະດວກ ໃນການບໍລິ ການປິ່ນປົວພະຍາດ, ມີອຸປະກອນ ການແພດທີ່ທັນສະໄໝ ຊ່ວຍໃນ ການບົ່ງມະຕິພະຍາດຊັດເຈນ, ຮັບ ປະກັນໄດ້ທາງດ້ານຄຸນນະພາບ ຂອງການປິ່ນປົວ. ໂຮງໝໍດັ່ງກ່າວ, ເປັນອາຄານ ໂຮງໝໍ 6 ຊັ້ນ, ມີອາຄານປິ່ນປົວ ພະຍາດຊຶມເຊື້ອ ແລະ ໂÓກຈິດ, ອາ ຄານຫ້ອງອາຫານ, ອາຄານສ້ອມ ແປງອຸປະກອນການແພດ, ອາຄານ ສາງເຄື່ອງ, ອາຄານຕິດຕັ້ງເຄື່ອງ ໄຟຟ້າ ແລະ ໄຟຟ້າສໍາຮອງ, ສາ ມາດບັນຈຸຕຽງຄົນເຈັບໄດ້ 300 ຕຽງ, ປະກອບຄົບທຸກຂະແໜງປິ່ນ ປົວທາງດ້ານການແພດ, ປະກອບ ອຸປະກອນການແພດ ທີ່ທັນສະໄໝ ຄົບຊຸດ ແລະ ລະບົບຂໍ້ມູນຂ່າວສານ ການແພດທີ່ທັນສະໄໝ ເມື່ອໂຄງ ການກໍ່ສ້າງສໍາເລັດ ຈະເປັນໂສມ ໜ້າໃໝ່ໃຫ້ກະຊວງ ປກສ ໂດຍສະ ເພາະວຽກງານສາທາລະນະສຸກ ໃນການຮັບປະກັນທາງດ້ານສຸຂະ ພາບຂອງກໍາລັງ ປກສ ແລະ ປະຊາ ທົບທວນ ແລະ ຖອດຖອນບົດ ຮຽນຄືນກ່ຽວກັບການຈັດຕັ້ງປະຕິ ບັດແຜນການສ້າງ ແລະ ປັບປຸງກົດ ໝາຍຕະຫລອດໄລຍະເວລາ 5 ປີ ຜ່ານມາ, ທັງຊອກວິທີການແກ້ໄຂ ການຈັດຕັ້ງປະຕິບັດແຜນການດັ່ງ ກ່າວ ໃຫ້ມີປະສິດທິຜົນ ໂດຍສະ ເພາະການສ້າງ ແລະ ປັບປຸງກົດ ໝາຍ ໃຫ້ມີຄວາມສອດຄ່ອງກັບພາ ລະບົດບາດ, ສິດ ແລະ ໜ້າທີ່ ຂອງ ແຕ່ລະກະຊວງ, ອົງການແນໃສ່ ເຮັດໃຫ້ການຈັດຕັ້ງປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ ລະພາກສ່ວນມີຄວາມສອດຄ່ອງ ກັບແນວທາງນະໂຍບາຍຂອງພັກລັດ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ແຕ່ງຕັ້ງຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ, ກະກຽມ ແຜນການເຄື່ອນໄຫວ ແລະ ແຜນ ງົບປະມານຮັບໃຊ້ໃຫ້ແກ່ການຄົ້ນ ຄວ້າສ້າງ ແລະ ປັບປຸງກົດໝາຍ ແຕ່ລະສະບັບ ແນໃສ່ເຮັດໃຫ້ການ ສ້າງ ແລະ ປັບປຸງກົດໝາຍແຕ່ລະ ປີ ມີຜົນສຳເລັດຕາມແຜນການທີ່ ວາງໄວ້. ກອງປະຊຸມ ໄດ້ຮັບຟັງຮ່າງ ແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ແຕ່ປີ 2026-2030. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ປະກອບຄຳເຫັນ ແລະ ໃຫ້ຂໍ້ມູນ ຢ່າງລະອຽດຈະແຈ້ງ ໂດຍສະ ເພາະບັນດາກົດໝາຍທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ. ຂ່າວ: ອາລິນ ສຸພິມມະປະດິດ ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ຈຸດປະສົງຫລັກຂອງ ກອງປະຊຸມຄັ້ງນີ້, ແມ່ນລາຍງານ ຄວາມຄືບໜ້າໃນການກະກຽມ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແລະ ປຶກສາຫາລືແລກ ປ່ຽນກັບບັນດາຄູ່ຮ່ວມພັດທະນາ ກ່ຽວກັບທິດທາງໃນການຈັດຕັ້ງ ປະຕິບັດໃນຕໍ່ໜ້າ. ປັດຈຸບັນ, ລັດຖະ ບານ ແຫ່ງ ສປປ ລາວ ກໍາລັງຂຸ້ນ ຂ້ຽວ ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ *X (20212025) ຊຶ່ງປີ 2025 ນີ້ ເປັນປີ ມ້ວນທ້າຍ ຂອງການຈັດຕັ້ງປະຕິ ບັດແຜນພັດທະນາດັ່ງກ່າວ ໃຫ້ບັນ ລຸຕາມຄາດໝາຍທີ່ວາງໄວ້. ພ້ອມ ກັນນັ້ນ, ກໍາລັງສຸມໃສ່ການສຳເລັດ ສ້າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ແລະ ແຜນງົບປະ ມານແຫ່ງລັດ ເຊິ່ງໄດ້ວາງຄາດ ໝາຍສູ້ຊົນຕ່າງໆ ເປັນຕົ້ນຄາດ ໝາຍທາງເສດຖະກິດມີສະຖຽນລະ ພາບ, ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໜັ່ນທ່ຽງ ແລະ ຍືນຍົງ ດ້ວຍອັດຕາ ການເຕີບໂຕ5,5 ຂຶ້ນໄປແລະອັດ ຕາສ່ວນການເກັບລາຍຮັບສູ້ຊົນໃຫ້ ໄດ້ 20 ຂອງລວມຍອດຜະລິດ ຕະພັນພາຍໃນ ((%P), ພ້ອມທັງ ສຸມໃສ່ການປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີ ຂຶ້ນ ແລະ ເນັ້ນໃສ່ການສ້າງຄວາມ ເປັນເອກະລາດທາງດ້ານການ ຜະລິດ ກໍຄື ເສດຖະກິດ, ການເຂົ້າ ເຖິງແລະການເຊື່ອມໂຍງລະຫວ່າງ ແຂວງ, ຂົງເຂດ ແລະ ພາກພື້ນ. ຄວາມຕ້ອງການໃນການສະໜອງ ຂໍ້ມູນສະຖິຕິ ເປັນສິ່ງທີ່ສໍາຄັນຫລາຍ ຖ້າພວກເຮົາບໍ່ມີຂໍ້ມູນຂ່າວສານທີ່ ຄົບຖ້ວນ, ຊັດເຈນ ແລະ ມີຄຸນນະ ພາບ ໂດຍສະເພາະແມ່ນຂໍ້ມູນພົນລະ ເມືອງ ແລະ ທີ່ຢູ່ອາໄສ ເນື່ອງຈາກ ວ່າການພັດທະນາແມ່ນຖືເອົາຄົນ ເປັນໃຈກາງ ຊຶ່ງພວກເຮົາທັງໝົດ ກໍຢາກຮູ້ດ້ານຈໍານວນ ແລະ ການ ປ່ຽນແປງທາງດ້ານໂຄງປະກອບ, ຄຸນລັກສະນະ ແລະ ການດໍາລົງ ຊີວິດຂອງພົນລະເມືອງລາວ ໃນປີ 2025 ເມື່ອປຽບທຽບໃສ່ 2015. ທ່ານ ສັນຕິພາບ ພົມວິຫານ ຍັງໃຫ້ຮູ້ອີກວ່າ: ໂດຍເຫັນໄດ້ຄວາມ ໝາຍຄວາມສຳຄັນດັ່ງກ່າວ, ລັດ ຖະບານແຫ່ງ ສປປ ລາວ ມີຄວາມ ມຸ່ງໝັ້ນ ແລະ ຕັດສິນໃຈຢ່າງສູງ ເພື່ອສືບຕໍ່ຈັດຕັ້ງປະຕິບັດການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສທົ່ວປະເທດ ຄັ້ງທີ V ປີ 2025 ໃຫ້ສຳເລັດ, ຫ້ອງການສຳຫລວດ, ສູນສະຖິຕິແຫ່ງຊາດ ໄດ້ເປັນເຈົ້າ ການໃນການປະສານສົມທົບກັບ ທຸກພາກສ່ວນ ໃນການກະກຽມ ເພື່ອຮັບປະກັນໃຫ້ການຈັດຕັ້ງປະ ຕິບັດການສຳຫລວດດັ່ງກ່າວ ໃຫ້ ສຳເລັດຕາມວັດຖຸປະສົງ ແລະ ຄາດ ໝາຍທີ່ວາງໄວ້. ການສຳຫລວດ ຄັ້ງນີ້້, ໄດ້ຍົກລະດັບທາງດ້ານເຕັກ ນິກວິທະຍາ ການສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ເມື່ອທຽບໃສ່ ການສໍາຫລວດຄັ້ງທີ່ຜ່ານມາ ຈາກ ວິທີການເກັບກຳຂໍ້ມູນດ້ວຍການ ນໍາໃຊ້ແບບສອບຖາມ, ຫັນມານໍາ ໃຊ້ການເກັບກຳແບບເອເລັກໂຕÓ ນິກ ດ້ວຍລະບົບກາປີ້ ($AP*) ແບບອອນລາຍ ແລະ ຈາກການຂຶ້ນ ບັນຊີ ຫລັງຄາເຮືອນ ກໍຄື ຄົວເຮືອນ ແມ່ນໄດ້ນໍາໃຊ້ພາບຖ່າຍດາວທຽມ (4atFMMitF *NaHF) ທີ່ມີຄວາມ ຊັດເຈນສູງ ໃນການກໍານົດຈຸດທີ່ຕັ້ງ ຂອງບັນດາຕຶກອາຄານ ຫລັງຄາ ບ່ອນພັກອາໄສ ແລະ ຈຸດທີ່ຕັ້ງພື້ນ ຖານໂຄງລ່າງຕ່າງໆທີ່ສຳຄັນ. ຂ່າວ: ສົມຫວັງ ຫາລືຄວາມພ້ອມ... ລາຍງານຄວາມຄືບໜ້າ... ປະເທດຕ່າງໆໃນໂລກ ໃນການຕໍ່ສູ້ ເພື່ອຕ້ານການຮຸກຮານຂອງຕ່າງ ປະເທດ ໃນສະໄໝສົງຄາມໂລກ ຄັ້ງທີ 2 ຈົນສາມາດຍາດໄດ້ໄຊຊະ ນະ, ເສລີພາບ, ເອກະລາດ ແລະ ນຳ ເອົາຄວາມຜາສຸກມາສູ່ປະເທດຊາດ ກໍຄື ປະຊາຊົນຈີນ ແລະ ບັນດາປະ ເທດຕ່າງໆໃນໂລກ. ໃນພິທີຄັ້ງນີ້ ໄດ້ມີປະມຸກລັດ ແລະ ຜູ້ແທນຂັ້ນສູງ ຈາກປະເທດຕ່າງໆຫລາຍກວ່າ 26 ປະເທດ ເຂົ້າຮ່ວມ ເຊັ່ນ: Óັດເຊຍ, ກູບາ, ສປປ ເກົາຫລີ, ມົງໂກລີ, ເນປານ, ບັນດາປະເທດໃນຂົງເຂດ ຕາເວັນອອກກາງ ແລະ ອາຟÓິກາ, ບັນດາປະເທດສະມາຊິກອາຊຽນ ເຊັ່ນ: ສປປ ລາວ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນ ມາ, ກໍາປູເຈຍ, ສິງກະໂປ, ບÓູໄນ ຊົນລາວໃຫ້ມີສຸຂະພາບແຂງແຮງ ແລະ ໄດ້ຮັບການປິ່ນປົວທີ່ມີຄຸນນະ ພາບ. ຂ່າວ: ໜັງສືພິມຄວາມສະຫງົບ ດາລູຊາລາມ ແລະ ຕີມໍແລັດສະ ເຕ, ລວມທັງຜູ້ຕາງໜ້າຈາກບັນດາ ພັກການເມືອງຂອງຕ່າງປະເທດ, ເລຂາທິການໃຫຍ່ອົງການສະຫະ ປະຊາຊາດ ແລະ ມວນຊົນຈີນ ເຂົ້າ ຮ່ວມຫລາຍກວ່າ 50.000 ຄົນ, ພ້ອມທັງໄດ້ຈັດການເດີນສວນສະ ໜາມຢ່າງຍິ່ງໃຫຍ່ຂອງກອງກໍາ ລັງເຫລົ່າຮົບຕ່າງໆ ລວມທັງໝົດ 45 ກ້ອນກໍາລັງ. ພ້ອມນັ້ນ, ທ່ານ ປະທານປະເທດ... ປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ນຳເອົາຄວາມຜາສຸກມາສູ່ປະ ຊາຊົນ. ໄຊຊະນະດັ່ງກ່າວ ເປັນສັນ ຍະລັກແຫ່ງສັນຕິພາບ, ອິດສະລະ ພາບ ແລະ ເປັນການເຕືອນໃຫ້ມວນ ມະນຸດ ຮັບຮູ້ເຖິງຜົນຮ້າຍ ແລະ ໄພ ອັນຕະລາຍ ຈາກສົງຄາມ. ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ຮັບຜົນ ກະທົບຢ່າງໃຫຍ່ຫລວງ ຈາກສົງ ຄາມໃນໄລຍະຜ່ານມາ ແລະ ການ ເຂົ້າຮ່ວມພິທີດັ່ງກ່າວ ກໍເປັນການ ສືບຕໍ່ປະຕິບັດນະໂຍບາຍອັນສະເໝີ ຕົ້ນສະເໝີປາຍ ໃນການຮ່ວມມືກັບ ປະເທດຕ່າງໆໃນໂລກ ເພື່ອສົ່ງເສີມ ສັນຕິພາບ ແລະ ການຮ່ວມມື ເພື່ອ ການພັດທະນາແນໃສ່ປະກອບສ່ວນ ສ້າງໃຫ້ພາກພື້ນ ແລະ ສາກົນ ໃຫ້ມີ ສັນຕິພາບ ແລະ ຄວາມສະຫງົບສຸກ ແລະ ເຫັນໄດ້ເຖິງຄວາມໂຫດຮ້າຍ ຂອງສົງຄາມ. ນອກຈາກນີ້, ຍັງ ເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືແບບ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນ ຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫລາຍຂຶ້ນ. ຂ່າວ-ພາບ: ກົມການຂ່າວ, ກະ ຊວງການຕ່າງປະເທດ ສີ ຈິ້ນຜິງ ພ້ອມດ້ວຍພັນລະຍາ ຍັງ ໄດ້ເປັນເຈົ້າພາບຈັດງານລ້ຽງຮັບ ຮອງໃຫ້ແກ່ຄະນະຜູ້ແທນແລະການ ນໍາຂັ້ນສູງຂອງຕ່າງປະເທດທີ່ເຂົ້າ ຮ່ວມໃນງານຄັ້ງນີ້ຢ່າງສົມກຽດ. ໄຊຊະນະສົງຄາມຕ້ານຟາດຊິດ ມີຄວາມໝາຍຄວາມສຳຄັນທາງ ປະຫວັດສາດ ຕໍ່ປະຊາຊົນໃນທົ່ວ ໂລກ ທີ່ຮັກຫອມສັນຕິພາບ ແລະ ມີ ຄວາມປາຖະໜາໃນການພັດທະນາ
sa ovk-u [9kd0kpza d,k]h P' c]t -N {0kp'; gIa f.sh ,u ]kpIa [s]kpIh vp]h kodu [8xu + q 04/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະບັບໜ້າ ບົດສະເໜີ dkorq ;ra oIj ;,,n ]k;{s;Pfok, \A o7q '0t|q 'cdj o-qj ;dk]toko (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ) ©ດຍ ອາພຸດເດດ ບຸບຜາ, ພາບ ທະນູສີນ ອິດທິພົນ ຂປລ. ຕະຫລອດໄລຍະຜ່ານມາ ພັກ-ລັດຖະບານ ໄດ້ມີແນວທາງປ່ຽນ ແປງໃໝ່ ເພື່ອຊຸກຍູ້ປະຊາຊົນບັນດາ ເຜົ່າ ໃຫ້ຫັນມາເຮັດອາຊີບຄົງທີ່ສ້າງ ລາຍຮັບເຂົ້າສູ່ຄອບຄົວໃຫ້ຫລາຍຂຶ້ນ ດ້ວຍການນຳໃຊ້ທ່າແຮງທີ່ມີຂອງ ທ້ອງຖິ່ນແລະ ການເຂົ້າເຖິງແຫລ່ງທຶນ ເຮັດໃຫ້ການດຳເນີນທຸລະກິດໄດ້ຮັບ ຜົນດີ. ເໝືອນດັ່ງຄອບຄົວທ່ານນາງ ແຂກ ອາຍຸ 33 ປີ ຢູ່ບ້ານໂພນສະ ຫວ່າງ ເມືອງປາກອູ ແຂວງຫລວງພະ ບາງ ເປັນຄອບຄົວໜຶ່ງທີ່ຫັນຈາກການ ຄ້າຂາຍພືດຜັກ ມາສຸມໃສ່ການລ້ຽງ ແລະ ຊື້-ຂາຍສັດໃຫຍ່ ໂດຍສະເພາະ ແມ່ນ ງົວ ເປັນຕົ້ນຕໍ ຈຶ່ງເຮັດໃຫ້ມີລາຍ ຮັບຫລາຍກວ່າ 300 ລ້ານກີບຕໍ່ປີ. ທ່ານນາງ ແຂກ ໄດ້ໃຫ້ຮູ້ວ່າ: ການດຳລົງຊີວິດໃນເມື່ອກ່ອນແມ່ນ ພົບຄວາມຫຍຸ້ງຍາກຫລາຍ, ພາຍ ຫລັງສ້າງຄອບຄົວຕົນ ເ ອງ ເ ຮັດ ວຽກຢູ່ໂຮງແຮມ, ຈາກນັ້ນ ໄດ້ຫັນ ມາປູກ ແລະ ຊື້-ຂາຍພືດຜັກເຫັນ ວ່າຍັງບໍ່ກຸ້ມກິນ ຈຶ່ງໄດ້ຫັນມາລ້ຽງ ແລະ ຊື້-ຂາຍງົວ ເປັນຫລັກໂດຍໝູນ ໃຊ້ທ່າແຮງທີ່ມີຂອງຄອບຄົວເປັນຕົ້ນ ນຳໃຊ້ເນື້ອທີ່ດິນຂອງຕົນເອງ ແລະ ພໍ່-ແມ່ ເຂົ້າໃນການປູກຕົ້ນໄມ້ໃຫ້ໝາກ ແລະ ລ້ຽງສັດໃຫຍ່ ຕິດພັນກັບການປູກ ຫຍ້າອາຫານສັດ, ທັງນຳໃຊ້ເຕັກນິກ ວິຊາການທີ່ເປັນປະສົບການຂອງຕົນ ເຂົ້າຊ່ວຍ, ທັງຮຽນຮູ້ກັບຜູ້ມີຄວາມຮູ້ ດ້ານວິຊາການ ແລະ ໄດ້ກູ້ຢືມເງິນນຳ ທະນາຄານນະໂຍບາຍ ສາຂາແຂວງ ຫລວງພະບາງ 250 ລ້ານ ເພື່ອມາ ຊື້ສັດ ປະເພດງົວ-ຄວາຍ ເຂົ້າລ້ຽງຢູ່ ສວນບ້ານໂພນສະຫວ່າງ ແລະ ບ້ານ ເຄຍລວງ ເມືອງປາກອູ ເຊິ່ງປັດຈຸບັນ ມີສັດລ້ຽງ ທັງໝົດ 39 ໂຕ ໃນນັ້ນ, ງົວ 33 ໂຕ ແລະ ຄວາຍ 6 ໂຕ, ທັງໄດ້ ນໍາໃຊ້ທຶນເພື່ອມາໝູນຊື້ສັດ ປະເພດ ງົວມາທອມ ເພື່ອຂາຍເປັນໄລຍະ, ໃນ ປີ 2024 ຜ່ານມາສາມາດສ້າງລາຍ ຮັບຈາກການຂາຍງົວ-ຄວາຍ ທີ່ລ້ຽງ ຄົງທີ່ປະມານ 150 ລ້ານກີບ, ທັງມີ ລາຍຮັບຈາກການຊື້-ຂາຍງົວ ປະມານ 100 ລ້ານກີບ, ພ້ອມນັ້ນ ຍັງໄດ້ເກັບ ແກ່ນຫຍ້າອາຫານສັດ ທີ່ປູກພາຍໃນ ສວນ ຂາຍຕື່ມອີກ ໄດ້ປະມານ 40 ລ້ານກີບ. ນອກນີ້, ຍັງມີຕົ້ນໄມ້ໃຫ້ໝາກ ຂປລ. ດັ່ງທີ່ພວກເຮົາຮູ້ແລ້ວ ວ່າ, ລາວ ແລະ ຫວຽດນາມ ແມ່ນ ສອງປະເທດເພື່ອນບ້ານທີ່ມີທີ່ຕັ້ງ ພູມສັນຖານ, ຍຸດທະສາດສຳຄັນ ຫລາຍຮ່ວມນອນຢູ່ໃນແຫລມ ອິນດູຈີນ, ອີງຫລັງໃສ່ພູຫລວງອັນ ຍິ່ງໃຫຍ່, ແລະ ດື່ມນ້ຳຮ່ວມກັນ ຈາກແມ່ນ້ຳຂອງ, ມີຄວາມຄ້າຍຄື ກັນຫລາຍດ້ານວັດທະນະທຳ ແລະ ປະຫວັດສາດ, ມີຄວາມສຳພັນ ມິດຕະພາບ ແລະ ການຮ່ວມມື ອັນດີຕໍ່ເນື່ອງ, ສະໜິດສະໜົມ ກັນມາຕະຫລອດປະຫວັດສາດ ການສ້າງສາປະເທດຊາດ ແລະ ປົກປ້ອງປະເທດຂອງສອງຊາດ. ພັກກອມມູນິດຫວຽດນາມ ແລະ ພັກ ປະຊາຊົນປະຕິວັດລາວ ແມ່ນສອງ ພັກທີ່ມີຮາກຖານຮ່ວມກັນຈາກພັກ ກອມມູນິດອິນດູຈີນ. ໃນຕົ້ນຊຸມປີແຫ່ງການຕໍ່ສູ້ຕ້ານ ການຮຸກຮານ ແລະ ການກົດຂີ່ 3I'ry ,lb dlk rh v,lt|v'xB ,c[[IPo{ xB ,0Po{xB ,76j ,n 76 .sh 3I'IPo.omqj ;xtgmf ຂປລ. ໃນສົກຮຽນ 20252026 ນີ້, ບໍລິສັດລັດວິສາຫະກິດ ໂຮງພິມສຶກສາ ກະຊວງສຶກສາທິ ການ ແລະ ກິລາ ໄດ້ຈັດພິມປື້ມ ແບບຮຽນຫລາຍວິຊາ ນັບແຕ່ຊັ້ນ ອະນຸບານ, ກຽມປະຖົມ, ຈົນຮອດ ຊັ້ນມັດທະຍົມຕອນປາຍ, ພ້ອມທັງ ຈັດພິມປຶ້ມ ແລະ ເອກະສານອື່ນໆ ທີ່ກ່ຽວພັນກັບການສຶກສາ ເພື່ອສະ ໜອງໃຫ້ກັບກຸ່ມຜູ້ຊົມໃຊ້ ກໍຄື ໂຮງ ຮຽນແຫ່ງຕ່າງໆໃນຂອບເຂດທົ່ວ ປະເທດ ໄດ້ຢ່າງພຽງພໍກັບຄວາມ ຮຽກຮ້ອງຕ້ອງການ. ທ່ານຄຳບອນບຸນນະລາດຜູ້ອຳ ນວຍການບໍລິສັດລັດວິສາຫະກິດ ໂຮງພິມສຶກສາໃຫ້ສຳພາດເມື່ອບໍ່ດົນ ນີ້ວ່າ: ໃນສົກຮຽນ 2025-2026 ນີ້, ໂຮງພິມສຶກສາ ໄດ້ສຳເລັດການ ຈັດພິມປື້ມແບບຮຽນ ເພື່ອສະໜອງ ໃຫ້ກັບກຸ່ມຜູ້ບໍລິໂພກ ໄດ້ຢ່າງພຽງພໍ ກັບຄວາມຕ້ອງການ ເຊິ່ງການຈັດພິມ ປຶ້ມແບບຮຽນໃນແຕ່ລະຊັ້ນແມ່ນ ໄດ້ຈັດພິມໃນຈຳນວນທີ່ແຕກຕ່າງ ຂອງລ່າເມືອງຂຶ້ນ°Óັ່ງ, ເຖິງວ່າ ບັນດາຂະບວນການຕໍ່ສູ້ທັງໝົດຈະ ຖືກລ່າເມືອງຂຶ້ນກົດຂີ່ ແລະ ລົບ ລ້າງ, ແຕ່ປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມລາວ ກໍຍັງຄົງຄຽງບ່າຄຽງໄຫລ່. ນີ້ເປັນຫລັກຖານຊັດເຈນວ່າການ ສ້າງຕັ້ງກອງກຳລັງສາມັກຄີໃນ ການຕໍ່ສູ້ແມ່ນຄວາມຕ້ອງການທີ່ ເປັນຫລັກວິຊາການ ແລະ ຄວາມ ຈຳ ເ ປັນຂອງສອງຊາດ . ໃນ ສະພາບການດັ່ງກ່າວ, ປະທານ ໂຮ່ຈີ່ມິງ ໄດ້ໝູນໃຊ້ຫລັກການຂອງ ມາກ-ເລນິນ ຢ່າງມີຫົວຄິດປະດິດ ສ້າງກັບເງື່ອນໄຂສະເພາະຂອງ ຫວຽດນາມ ເພື່ອກຳນົດເສັ້ນທາງ ປົດປ່ອຍຊາດຫວຽດນາມ ໃນ ທິດທາງຂອງປະຕິວັດກຳມະຊີບ. ການສ້າງຕັ້ງຂອງພັກກອມມູນິດ ອິນດູຈີນ ຊຶ່ງເປັນຕົ້ນກຳເນີດ ຂອງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວໃນປັດ ຈຸບັນໄດ້ເປີດໜ້າປະຫວັດສາດອັນ ສະຫງ່າງາມຂອງຄວາມສຳພັນ ພິເສດລາວ-ຫວຽດນາມ. ການກໍາເນີດຂຶ້ນຂອງພັກກອມ ມູນິດຫວຽດນາມ ໃນປີ 1930 ກັບ ການກຳນົດເສັ້ນທາງປະຕິວັດຂອງ ກຳມະຊີບໄດ້ເປີດໜ້າປະຫວັດສາດ ຄວາມສຳພັນພິເສດລະຫວ່າງສອງ ຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ຢູ່ໃນນໍ້າໃຈສາກົນກຳ ມະຊີບອັນບໍລິສຸດ. ນີ້ແມ່ນພື້ນ ຖານທີ່ໝັ້ນຄົງຂອງຄວາມສາມັກ ຄີພິເສດລາວ-ຫວຽດນາມ ທີ່ປະ ທານ ໂຮ່ຈີ່ມິງ ແມ່ນ hສະຖາປະນິກ ຜູ້ຍິ່ງໃຫຍ່i ຂອງມິດຕະພາບພິເສດ ນັ້ນ. ປະທານ ໄກສອນ ພົມວິຫານ ເຄີຍຂຽນຢ່າງເຄົາລົບກ່ຽວກັບ ປະທານ ໂຮ່ຈີ່ມິງ ວ່າ: hແນວຄິດ ແລະ ໄມຕີຈິດຂອງປະທານໂຮ່ແມ່ນ ແສງສ່ອງທາງ, ແມ່ນແຫລ່ງກະຕຸ້ນ ແຮງສາມັກຄີຕໍ່ສູ້ຂອງປະຊາຊົນ ຊາວລາວຂອງພວກເຮົາ. ຕັ້ງແຕ່ ມື້ທີ່ການປະຕິວັດລາວຍັງຢູ່ໃນໄຂ່ ຈົນເຖິງເວລາທີ່ເຕີບໃຫຍ່, ປະທານ ໂຮ່ຈີ່ມິງ ກໍ່ໄດ້ໃສ່ໃຈ ແລະ ຊີ້ນຳໃຫ້ ທິດເຍືອງທາງi. ໃນຂະບວນການ ຕໍ່ສູ້ຂອງປະຊາຊົນລາວ, ມີລູກຫລານ ອັນດີເດັ່ນຂອງຊາວລາວຫລາຍຄົນ ທີ່ໄດ້ເຂົ້າເປັນສະມາຊິກຂອງພັກ ກອມມູນິດອິນດູຈີນ. ນີ້ແມ່ນ hເມັດ ພັນແດງi ທີ່ວາງພື້ນຖານໃນການ ຂັບເຄື່ອນຈັດຕັ້ງສູນງານອ້າຍລາວ ຂອງພັກກອມມູນິດອິນໂດຈີນ, ເພື່ອ ເປັນຜູ້ນຳໂດຍກົງຂອງຂະບວນການ ປະຕິວັດລາວໃນການຕໍ່ສູ້ຕ້ານສັດຕູ ຜູ້ຮຸກຮານແຕ່ປີ 1945 ຫາ 19 5, ຫລັງຈາກໄດ້ຍາດເອົາອຳນາດການ ປົກຄອງ, ລັດຖະບານສອງປະເທດ ໄດ້ລົງນາມຂໍ້ຕົກລົງຊ່ວຍເຫລືອ ລະຫວ່າງ ລາວ-ຫວຽດນາມ ແລະ ຂໍ້ຕົກລົງກ່ຽວກັບການຈັດຕັ້ງກອງ ທັບພັນທະມິດລາວ-ຫວຽດນາມ, ເພື່ອວາງພື້ນຖານດ້ານນິຕິກຳ ເບື້ອງຕົ້ນໃຫ້ແກ່ການຮ່ວມມື, ການ ຊ່ວຍເຫລືອ ແລະ ການເປັນພັນ ທະມິດໃນການຕໍ່ສູ້ກັບສັດຕູຮ່ວມ ຂອງສອງຊາດ. ດ້ວຍທັດສະນະ hອິນດູຈີນແມ່ນໜຶ່ງສະໜາມຮົບi, ໃນໄລຍະສົງຄາມຕ້ານສັດຕູຮ່ວມ ຂອງປະຊາຊົນສອງປະເທດ ລາວຫວຽດນາມ, ຫວຽດນາມ-ລາວ ສອງປະເທດໄດ້ປະສານຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ທັງເປັນການ ປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະ ເພື່ອຜົນປະໂຫຍດຂອງແຕ່ລະ ປະເທດ. ທັດສະນະຂອງປະທານ ໂຮ່ຈີ່ມິງ ທີ່ວ່າ hພວກເຮົາຖືຄວາມ ສຸກ ແລະ ຄວາມຮັ່ງມີຂອງອ້າຍນ້ອງ ລາວ ກໍ່ຄື ຂອງຕົນເອງi ພ້ອມດ້ວຍ ຫລັກການ hຊ່ວຍເພື່ອນ ກໍ່ຄືຊ່ວຍ ຕົນເອງi ໄດ້ຖືກບັນດາຮຸ່ນການ ນຳ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ຊຶມຊັບ ແລະ ສືບ ຕໍ່ສ່ອງສະຫວ່າງໃນຂະບວນການ ປະຫວັດສາດຂອງສອງຊາດ. ພາບປະກອບ ປະເພດໝາກເງາະ ປະມານ 100 ຕົ້ນ ໄດ້ໃຫ້ຜົນຜະລິດໃນແຕ່ລະປີ ລວມ ແລ້ວແຕ່ລະປີສາມາດສ້າງລາຍຮັບໄດ້ ຫລາຍກວ່າ 300 ລ້ານກີບ. ທ່ານ ນາງ ແຂກ ກ່າວຕື່ມວ່າ: ມາຮອດປັດຈຸບັນເຫັນວ່າຊີວິດການ ເປັນຢູ່ຂອງຄອບຄົວດີຂຶ້ນຫລາຍ ເທົ່າຖ້າທຽບໃສ່ໃນເມື່ອກ່ອນ ຍ້ອນ ມີສິ່ງອຳນວຍຄວາມສະດວກບາງ ດ້ານເປັນຕົ້ນມີເນື້ອທີ່ດິນໄວ້ສຳລັບ ລ້ຽງສັດປະເພດງົວ-ຄວາຍ, ມີທຶນທີ່ ໄດ້ຮັບການກູ້ຢືມຈາກທະນາຄານນະ ໂຍບາຍ ເພື່ອໝູນໃຊ້ເຂົ້າໃນການດຳ ເນີນທຸລະກິດ ແລະ ສິ່ງສຳຄັນແມ່ນທຸກ ຄົນໃນຄອບຄົວມີຄວາມສາມັກຄີ, ມີ ຄວາມດຸໝັ່ນໃນການປູກ°ັງ-ລ້ຽງສັດ. ສຳລັບແຜນການໃນຕໍ່ໜ້າຕົນເອງຈະ ສືບຕໍ່ໃນການບົວລະບັດສວນຫຍ້າ ແລະ ຕົ້ນໄມ້ໃຫ້ໝາກ ເພື່ອມີຫຍ້າ ໃຫ້ສັດກິນຕະຫລອດປີ ແລະ ໃຫ້ຜົນ ຜະລິດທີ່ສູງຂຶ້ນສາມາດສ້າງລາຍຮັບ ໃຫ້ກັບຄອບຄົວທັງຈະປະຕິບັດພັນ ທະຕໍ່ທະນາຄານນະໂຍບາຍຕາມລະ ບຽບການ. ກັນ ເຊັ່ນ: ຊັ້ນ ປ1-ປ5 ພິມເລີ່ມຕົ້ນ 100.000-300.000 ຫົວ, ຊັ້ນ ມ1-ມ4 ພິມ 5.000-20.000 ຫົວ, ຊັ້ນ ມ5-ມ ພິມ 3.00010.000 ຫົວ. ໃນນັ້ນ, ຊັ້ນ ປ1-ປ3 ມີຊັ້ນລະ 5 ວິຊາ, ປ4-ປ5 ມີຊັ້ນລະ 6 ວິຊາ, ມ1-ມ4 ມີ 11 ວິຊາ ແລະ ມ5-ມ ມີຊັ້ນລະ 12 ວິຊາ. ສຳລັບ ລາຄາແຕ່ໃນລະຊັ້ນຮຽນແມ່ນມີ ຄວາມແຕກຕ່າງກັນ ເຊິ່ງລາຄາ ເລີ່ມຕົ້ນແມ່ນ 149.000 ພັນກີບ. ທ່ານ ຄຳບອນ ບຸນນະລາດ ຍັງ ໃຫ້ຮູ້ອີກວ່າ: ໂຮງພິມສຶກສາ ຈັດພິມ ປຶ້ມແບບຮຽນຕາມໂຄງການທີ່ກະ ຊວງສຶກສາທິການ ແລະ ກິລາ ມອບ ໝາຍໃຫ້, ພ້ອມທັງພິມປຶ້ມ ແລະ ເອກະສານອື່ນໆທີ່ກ່ຽວພັນກັບການ ສຶກສາເພື່ອຈໍາໜ່າຍ ແລະ ຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງນັກຮຽນ ກໍຄື ໂຮງຮຽນ ແຫ່ງຕ່າງໆໃນຂອບເຂດທົ່ວປະ ເທດ. ໃນນັ້ນ, ໂຮງພິມສຶກສາ ໄດ້ ຂຶ້ນແຜນຈັດພິມປຶ້ມແບບຮຽນ, ປຶ້ມ ຄູ່ມື ແລະ ປຶ້ມຂຽນ ປະຈຳປີ 2025 ເພື່ອຈຳໜ່າຍທັງໝົດ 865. 00 ຫົວ. ນອກນັ້ນ, ຍັງໄດ້ຈັດພິມຊອງ ປະຫວັດ ແລະ ເຈ້ຍສອບເສັງ ທັງ ໝົດ 203.000 ໃບ. ນອກຈາກຈັດພິມປຶ້ມແບບຮຽນ, ປຶ້ມຄູ່ມື, ປຶ້ມຂຽນ ແລະ ເອກະສານ ອື່ນໆທີ່ກ່ຽວພັນກັບການສຶກສາ ແລ້ວໂຮງພິມສຶກສາຍັງໄດ້ຮັບພິມ ປຶ້ມ, ວາລະສານ, ໜັງສືພິມ ແລະ ເອ ກະສານຕ່າງໆປິ່ນອ້ອມຕາມຄວາມ ຕ້ອງການຂອງສັງຄົມ ກໍຄື ກຸ່ມ ລູກຄ້າທີ່ມີຄວາມຕ້ອງການ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==