7105

gsfdko{dkora fmtok xtgmf]k; ( 02/09/2025 c0;'7e,j ;o sk]n 7;k,rh v,g0Q kIj ;, ,tstdedy ]kcsj '-kf 7A 'mu XII rtoa d'kos]a dcs]j ' g,n v';P'r6 7k leg]a f pq d]tfa [my fltfu dkog,n v'{dkoxq d7v'0A o8Q o ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລື ການກະກຽມຄວາມ ພ້ອມດ້ານຕ່າງໆຂອງແຂວງຄໍາ ມ່ວນ ເພື່ອເຂົ້າຮ່ວມມະຫະກໍາກິລາ ແຫ່ງຊາດ ຄັ້ງທີ XII ລະຫວ່າງ ວັນທີ 15-25 ພະຈິກ 2025 ທີ່ ນະຄອນຫລວງວຽງຈັນ ເປັນເຈົ້າ ພາບ ໃນວັນທີ 27 ສິງຫາ 2025 ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າ ແຂວງໆຄໍາມ່ວນປະທານສະມາຄົມ- ສະຫະພັນກິລາ-ກາຍະກໍາແຂວງ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຮອງປະທານ ສະມາຄົມ-ສະຫະພັນກິລາ-ກາຍະ ກໍາແຂວງ ພ້ອມດ້ວຍພະແນກການ, ພະນັກງານ, ສະຫະພັນກິລາພາຍໃນ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ເຂັມມາ ຄໍາວົງສາ ຫົວໜ້າ ຂະແໜງກິລາລະດັບສູງ ໄດ້ຜ່ານ ແຜນການກະກຽມຄວາມພ້ອມ ດ້ານຕ່າງໆ ຂອງແຂວງຄໍາມ່ວນ ເ ພື່ອ ເ ຂົ້າຮ່ວມມະຫະກໍາກິລາ ແຫ່ງຊາດ ຄັ້ງທີ XII ເຊິ່ງແຂວງ ຄໍາມ່ວນໄດ້ຄາດຄະເນເອົາປະເພດ ກິລາເຂົ້າຮ່ວມແຂ່ງຂັນທັງໝົດ 27 ປະເພດຄື: ແລ່ນ-ລານ, ບານເຕະ, ບານສົ່ງ, ກະຕໍ້, ປິ່ງປ່ອງ, ເປຕັງ, ດອກປີກໄກ່, ຍິງປືນ, ເທ ຄວັນໂດ, ຄາຣາເຕໂດ, ມວຍສາກົນ, ມວຍລາວ, ລົດຖີບ, ກÏ ອບ, ມວຍປໍ້າ, ຢູໂດ, ວູຊູ, ປັນຈະສີລັດ, ຍິງທະນູ, ເຮືອຊ່ວງ, ສະນຸກເກີ້, ຍົກນໍ້າໜັກ, ດຶງເຊືອກ, ລອຍນໍ້າ, ອີສະປອດ, ກິລາເຕັ້ນ ແລະ ຊÏ ອບເທັນນິດ. ສໍາ ລັບຄາດໝາຍວ່າຈະສູ້ຊົນໃຫ້ໄດ້ ຫລຽນອັນດັບທີ 3-4 ຂອງທົ່ວ ປະເທດ ຫລື 47 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ ແລະ ຄາດວ່າຈະມີພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຂອງແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 473 ຄົນ. ການເຂົ້າຮ່ວມງານມະຫາກໍາ ກິລາແຫ່ງຊາດຄັ້ງທີ່ XI ທີ່ແຂວງ ຊຽງຂວາງເປັນເຈົ້າພາບ ໃນຄັ້ງທີ ຜ່ານມາແຂວງຄໍາມ່ວນ ໄດ້ສົ່ງນັກ ກິລາເຂົ້າຮ່ວມທັງໝົດ 19 ປະເພດ ກິລາ, ມີຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 326 ຄົນ, ສາມາດຍາດໄດ້ 109 ຫລຽນ ໃນນີ, ຫລຽນຄໍາ 36 ຫລຽນ, ຫລຽນ ເງິນ 26 ຫລຽນ ແລະ ຫລຽນທອງ 47 ຫລຽນ ໄດ້ເປັນອັນດັບທີ 4 ຂອງທົ່ວປະເທດ, ເດັ່ນກວ່າໝູ່ແມ່ນ ສະຫະພັນກິລາເທຄວັນໂດ ສາມາດ ຍາດມາໄດ້ ຫລຽນຄໍາ 6 ຫລຽນ, ຫລຽນເງິນ 4 ຫລຽນ ແລະ ຫລຽນ ທອງ 5 ຫລຽນ ໄດ້ເປັນອັນດັບທີ 1 ຂອງແຂວງ, ສະຫະພັນກິລາແລ່ນລານ ສາມາດຍາດໄດ້ຫລຽນຄໍາ 6 ຫລຽນ, ຫລຽນທອງ 2 ຫລຽນ ເປັນ ອັນດັບທີ 2 ຂອງແຂວງ ຮອງລົງມາ ແມ່ນສະຫະພັນກິລາ ວູຊູ, ກິລາຢູໂດ ແລະ ກິລາລົດຖີບ ໄດ້ສະຫະພັນລະ 3 ຫລຽນຄໍາ. ທ່ານ ເຂັມມາ ຄໍາວົງສາ ກ່າວ ຕື່ມວ່າ: ຄຽງຄູ່ກັບຂໍ້ສະດວກກໍຍັງ ມີບັນຫາ ແລະ ສິ່ງທາທາຍ ເປັນ ຕົ້ນການຄັດເລືອກ ແລະ ຊອກນັກ ກິລາທີ່ຈະມາຍາດເອົາຫລຽນຄໍາ, ຫລຽນເງິນ ແລະ ຫລຽນທອງ ແມ່ນພົບຄວາມຫຍຸ້ງຍາກ ເຊິ່ງນັກ ກິລາຂອງແຂວງທີ່ເຄີຍຍາດໄດ້ ຫລຽນໃນຄັ້ງທີ່ຜ່ານມາ ຈໍານວນ ໜຶ່ງມີອາຍຸຫລາຍ, ຈໍານວນໜຶ່ງໄດ້ ເຂົ້າເຮັດວຽກຢູ່ກະຊວງ ບໍ່ສາມາດ ເອົາຮ່ວມນໍາແຂວງໄດ້, ສະພາບ ພື້ນຖານໂຄງລ່າງ, ສະຖານທີ່ຝຶກ ຊ້ອມ, ບ່ອນພັກນັກກິລາໃນໄລຍະ ເຂົ້າສູນ ຍັງບໍ່ທັນໄດ້ມາດຕະຖານ ແລະ ບໍ່ທັນພຽງພໍ,ທາງດ້ານງົບ ປະມານໃນການຄັດເລືອກນັກກິລາ, ການຝຶກຊ້ອມເອົານັກກິລາເຂົ້ານອນ ສູນຫລາຍ ສະຫະພັນແມ່ນອາດ ພົບບັນຫາຄວາມຫຍຸ້ງຍາກ ໂດຍ ສະເພາະ ໃນປີນີ້ເກີດສະພາບໄພນໍ້າ ຖ້ວມນອກນັ້ນໄລຍະເວລາຈໍ້ຫລາຍ, ການປັບປຸງສະຫະພັນຄືນໃໝ່ກໍພົບ ຄວາມຫຍຸ່ງຍາກ ເນື່ອງຈາກການ ໂຮມພະແນກການ, ການປັບປຸງ ການຈັດຕັ້ງຍັງບໍ່ທັນສໍາ ເລັດ , ການຊອກຫາບໍລິສັດທີ່ມີທ່າແຮງ ແບ່ງເຂົ້າໃສ່ແຕ່ລະສະຫະພັນ ແລະ ງົບປະມານທີ່ຈະນໍາໃຊ້ຍັງມີຈຳກັດ. ຂ່າວ-ພາບ: ແດງສະຫວັດ ແສນພານິດ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ພະນັກງານ ຫລັກແຫລ່ງ ເມືອງວຽງພູຄາ ແຂວງຫລວງນ້ຳທາ 35 ທ່ານ ຍິງ 8 ທ່ານ ສຳເລັດການຍົກລະດັບ ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຮຸ່ນທີ I ເມື່ອມໍ່ໆມານີ້ ໂດຍ ມີ ທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງ,ທ່ານ ແສງ ເຊີຍສົມບັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າໂຮງຮຽນການເມືອງ- ການປົກຄອງແຂວງ, ພ້ອມດ້ວຍ ຄູອາຈານ, ຫ້ອງການກ່ຽວຂ້ອງ ເຂົ້າຮ່ວມ. ການຈັດຕັ້ງປະຕິບັດການຮຽນ- ການສອນ ທິດສະດີການເມືອງ ຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ I ໃຫ້ພະນັກງານຫລັກແຫລ່ງ ແລະ ສະມາຊິກພັກສົມບູນ ຈາກອົງການ, s];'rt[k' w0lq dIPo.\j 2025-2026 ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີໄຂ ສົກຮຽນໃໝ່ 2025-2026 ແຂວງ ຫລວງພະບາງ ຈັດຂຶ້ນໃນວັນທີ 1 ກັນຍາ 2025 ທີ່ພະແນກ ສຶກສາທິການ ແລະ ກິລາ ແຂວງ ໂດຍມີທ່ານ ສໍາລານ ພັນທະ ວົງ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ພ້ອມດ້ວຍ ຄູ-ອາຈານ ແລະ ນ້ອງນັກຮຽນ ມສ ສັນຕິພາບເຂົ້າຮ່ວມ. ທ່ານ ສຸລິເດດ ແກ້ວບົວລະເພັດ ໄດ້ກ່າວວ່າ: ສົກຮຽນ 2025ກົມກອງ, ກຳລັງ ປກຊ-ປກສ ຂອງ ເມືອງວຽງພູຄາ ໄດ້ເປີດການຮຽນ- ການສອນມາແຕ່ວັນທີ 9 ມິຖຸນາ 2025 ຮອດວັນທີ 28 ສິງຫາ 2025 ຕາມຫລັກສູດທີ່ວາງໄວ້ ເຊິ່ງປະກອບມີ: 6 ກຸ່ມວິຊາຮຽນ ມີ 50 ບົດ ແລະ 5 ຫົວຂໍ້, ມີອາຈານ ສອນມາຈາກໂຮງຮຽນການເມືອງ- ການປົກຄອງແຂວງ 16 ທ່ານ ຍິງ 3 ທ່ານ, ອາຈານຮັບເຊີນ 1 ທ່ານ. ການຍົກລະດັບທິດສະດີຄັ້ງນີ້ ກໍ ເພື່ອເປັນການບໍາລຸງທິດສະດີການ ເມືອງ ໃຫ້ແກ່ພະນັກງານຫລັກ ແຫລ່ງ ຂັ້ນເມືອງ ຍົກລະດັບຄວາມ ຮູ້, ຄວາມສາມາດດ້ານທິດສະດີ ການເມືອງ, ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ, ເຮັດໃຫ້ມີແນວຄິດຫລັກໝັ້ນຊົນຊັ້ນ ກໍາມະກອນ, ມີແນວຄິດເຊື່ອໝັ້ນຕໍ່ ການນໍາພາຂອງພັກ ກໍຄືພາລະກິດ ການປ່ຽນແປງໃໝ່ຮອບດ້ານ ມີ ຫລັກການຂອງພັກ, ມີຄຸນທາດການ ເມືອງຢ່າງໜັກແໜ້ນ, ເພື່ອນໍາໃຊ້ ຄວາມຮູ້ດັ່ງກ່າວ ເຂົ້າໃນໜ້າທີ່ ວຽກງານຂອງຕົນຮັບຜິດຊອບ ຕ້ອງຖືເອົາເປັນບົດຮຽນທີ່ສຳຄັນ ແລະ ຮູ້ໝູນໃຊ້ເຂົ້າໃນການນໍາພາຊີ້ນໍາວຽກງານຕົວຈິງພາຍໃນກົມ ກອງຂອງຕົນ ໃຫ້ໄດ້ຮັບໝາກຜົນ ສູງຂຶ້ນ. ໂອກາດນີ້, ທ່ານ ນາງ ເຮືອຍ ສົມຫວັງ ໄດ້ເນັ້ນໃຫ້ບັນດານັກຮຽນ ນັກສຶກສາ ທີ່ຮຽນຈົບໃນຊຸດຮຽນ ນີ້ ຈົ່ງນໍາ ເອົາຄວາມຮູ້ຄວາມ ສາມາດ ທີ່ໄດ້ຮຽນໄປນຳໃຊ້ເຂົ້າ ໃນວຽກງານຕົວຈິງ ໃນກົມກອງ ຂອງຕົນ ເພື່ອພັດທະນາຕົນເອງ, ກົມກອງຂອງຕົນ ໃຫ້ມີການຫັນ ປ່ຽນໃນພຶດຕິກຳຢ່າງແທ້ຈິງ ແລະ ໃຫ້ເກີດຜົນປະໂຫຍດໃຫ້ແກ່ການ ສ້າງສາພັດທະນາປະເທດຊາດຢ່າງ ບໍ່ຢຸດຢັ້ງ, ທິດສະດີ, ແນວທາງທີ່ ຮຽນມາຕ້ອງໄດ້ຮັບການທົດສອບ ແລະ ຢືນຢັນຈາກພຶດຕິກຳຕົວຈິງ ໃຫ້ບັນດາສະຫາຍຄົ້ນຄວ້າວິໄຈ ແລະ ສະຫລຸບສັງລວມຢ່າງມີ ວິທະຍາສາດ, ມີປະສິດທິພາບສູງ ເພື່ອປັບປຸງວຽກງານໃນກົມກອງ, ກໍ່ສ້າງ, ພັດທະນາຕົນເອງ ໃນ ຂະບວນການວຽກງານຕົວຈິງໃຫ້ ຫລາຍຂຶ້ນ ຕາມຄວາມຮຽກຮ້ອງ ຕ້ອງການ ຂອງການພັດທະນາໃນ ປັດຈຸບັນ ພ້ອມທັງເອົາໃຈໃສ່ສຶກສາ ຄົ້ນຄວ້າຮໍ່າຮຽນ ຝຶກຝົນຫລໍ່ຫລອມ ຕົນເອງ ປັບປຸງປ່ຽນແປງຕົນເອງ ຈາກອັນເກົ່າໄປສູ່ອັນໃໝ່ ທີ່ມີ ຄຸນນະພາບສູງ. ຂ່າວ-ພາບ: ຄໍາປິງ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ , ສູນບໍລິຈາກເລືອດ ອົງການກາແດງແຂວງບໍ່ແກ້ວ ຈັດກິດຈະກຳບໍລິຈາກເລືອດ ເພື່ອ ຊ່ວຍເຫລືອສັງຄົມ ຢູ່ເມືອງປາກ ທາ ໂດຍມີ ທ່ານ ບຸນທັນ ສີມູນ ທາ ຮອງຫົວໜ້າອົງການກາແດງ ແຂວງບໍ່ແກ້ວ ພ້ອມດ້ວຍທີມງານ ສູນບໍລິຈາກເລືອດແຂວງ ແລະ ພະນັກງານ-ລັດຖະກອນອ້ອມຂ້າງ ເມືອງປາກທາ ເຂົ້າຮ່ວມ. ການຈັດກິດຈະກໍາຄັ້ງນີ້, ເພື່ອ ໃຫ້ທຸກຄົນຮ່ວມແຮງ ຮ່ວມໃຈກັນ ບໍລິຈາກເລືອດດ້ວຍຄວາມສະໝັກ ໃຈ ໃຫ້ເລືອດເພື່ອຕໍ່ລົມຫາຍໃຈ ເພື່ອນມະນຸດດ້ວຍກັນ, ເຊິ່ງການຮັບ ບໍລິຈາກເລືອດຄັ້ງນີ້ ມີຜູ້ສະໝັກໃຈ ທັງໝົດ 23 ຄົນ ຍິງ 17 ຄົນ ຜ່ານ ການກວດສຸຂະພາບເອົາເລືອດອອກ ໄດ້ 13 ຄົນ ຍິງ 8 ຄົນ. ເລືອດແມ່ນທາດແຫລວຊະນິດ ໜຶ່ງທີ່ຫລໍ່ລ້ຽງ ຮ່າງກາຍຂອງຄົນ ເຮົາ ຖ້າຂາດເລືອດມະນຸດເຮົາຈະ ເສຍຊີວິດທັນທີ ສະແດງໃຫ້ເຫັນ ວ່າຖ້າຂາດເລືອດຈະບໍ່ມີສິ່ງໃດທົດ ແທນໄດ້ ນອກຈາກເລືອດມະນຸດ ດ້ວຍກັນເທົ່ານັ້ນ ຈຶ່ງສາມາດທົດ vq 'dkodkcf' c0;'[= j cdh ; 9a fdy f9tde[= ]y 9kdg]n vf-j ;pgs]n vla '7q , ແທນໄດ້ ໃນແຕ່ລະມື້ ຢູ່ໂຮງໝໍແຫ່ງ ຕ່າງໆມີຄົນຂາດເລືອດເປັນຈໍານວນ ຫລວງຫລາຍ. ດ້ວຍເຫດນັ້ນການ ບໍລິຈາກເລືອດ ຈຶ່ງມີຄວາມສໍາຄັນ ຈໍາເປັນທີ່ສຸດ ເພື່ອຈະສາມາດກອບ ກູ້ເອົາຊີວິດເພື່ອນມະນຸດດ້ວຍກັນ ທີ່ ກໍາລັງຂາດເລືອດໃຫ້ກັບມາມີຊີວິດ ອີກຄັ້ງ. ການບໍລິຈາກເລືອດຖືເປັນການ ໃຫ້ອັນສູງສຸດ ຄືການໃຫ້ເລືອດ ໃຫ້ຊີວິດແກ່ຄົນເຈັບນອນໂຮງໝໍທີ່ ຕ້ອງການເລືອດ ເປັນຕົ້ນ ຜູ້ປະສົບ ອຸບັດເຫດ ແລະ ຜູ້ຜ່າຕັດທີ່ເສຍ ເລືອດຫລາຍ, ຜູ້ເປັນພະຍາດຂາດ ເລືອດ ເຊັ່ນ: ການຝອກໄຂ່ຫລັງ, ຜູ້ເກີດລູກທີ່ເສຍເລືອດ ແລະ ອື່ນໆ ເປັນການຊ່ວຍເຫລືອເພື່ອນມະນຸດ ດ້ວຍກັນ ໂດຍບໍ່ຫວັງຜົນຕອບແທນ, ທັງເປັນການສ້າງບຸນກຸສົນໃຫ້ແກ່ ຕົນ ແລະ ສັງຄົມ ທີ່ໄດ້ປະກອບສ່ວນ ເຂົ້າໃນການກອບກູ້ເອົາຊີວິດອິນຊີ ຂອງເພື່ອນຮ່ວມຊາດ ເປັນຕົ້ນ ຄົນ ເຈັບທີ່ຍັງລໍຖ້າເລືອດຢູ່ໃນໂຮງໝໍ, ໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະ ກໍຄືຢູ່ພາຍໃນແຂວງ ບໍ່ແກ້ວ ໃຫ້ພຽງພໍ, ເຊິ່ງຜູ້ທີ່ບໍລິຈາກ ເລືອດ ສາມາດເອົາເລືອດອອກໄດ້ ຕ້ອງຮັບການກວດສຸຂະພາບ ຕາມ ມາດຖານທີ່ໄດ້ກຳນົດໄວ້ເປັນຕົ້ນ ມີ ສຸຂະພາບແຂງແຮງດີ, ບໍ່ມີພະຍາດ ຕິດຕໍ່ ແລະ ອື່ນໆ, ຂ່າວ-ພາບ: ວັນນະເດດ 2026 ທົ່ວແຂວງຫລວງພະ ບາງມີໂຮງຮຽນ 1.035 ແຫ່ງ ໃນນັ້ນ, ອະນຸບານ 199 ແຫ່ງ, ໂຮງຮຽນປະຖົມສຶກສາ 718 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 64 ແຫ່ງ, ມັດທະຍົມສົມບູນ 53 ແຫ່ງ ແລະ ມັດທະຍົມຕອນປາຍ 1 ແຫ່ງ, ມີຫ້ອງຮຽນທັງໝົດ 4.158 ຫ້ອງ ໃນນີ້, ຫ້ອງລ້ຽງເດັກ 89 ຫ້ອງ, ຫ້ອງຮຽນອະນຸບານ 514 ຫ້ອງ, ຫ້ອງກຽມປະຖົມ 246 ຫ້ອງ, ຫ້ອງຮຽນປະຖົມສຶກສາ 2.189 ຫ້ອງ(ຫ້ອງຄວບ 1.087 ຫ້ອງ, ກວມ ເ ອົາ 49 , 65% ຂອງ ຈຳນວນຫ້ອງຮຽນປະຖົມທັງ ໝົດ ) , ມັ ດ ທ ະ ຍົ ມ ຕ ອ ນ ຕົ້ນ 830 ຫ້ອງ ແລະ ມັດທະຍົມຕອນ ປາຍ 290 ຫ້ອງ, ມີນັກຮຽນແຕ່ ຊັ້ນລ້ຽງເດັກຮອດມັດທະຍົມຕອນ ປາຍ 110.373 ຄົນ ຍິງ 53.298 ຄົນ, ຄູສອນທັງໝົດ 5.886 ຄົນ ຍິງ 3.485 ຄົນ. ໂອກາດນີ້, ທ່ານ ສຳລານ ພັນທະວົງ ໄດ້ເນັ້ນໃຫ້ຄະນະພັກ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ນຳເອົາແຜນພັດທະນາການສຶກສາ ໄປເຊື່ອມຊຶມ ແລະ ສຶກສາອົບຮົມ ການເມືອງແນວຄິດ ໃຫ້ຖັນແຖວ ພະນັກງານຄູ-ອາຈານຢ່າງຕໍ່ເນື່ອງ, ຈັດຕັ້ງການຮຽນ-ການສອນຕາມ ໂຄງການຫລັກສູດ ແລະ ໄປຕາມ 5 ຫລັກມູນການສຶກສາ, ນັກຮຽນ ທຸກ ຄົນ ຕ້ອ ງໝັ່ນ ຄົ້ນ ຄ ວ້ າ ຮໍ່າ ຮຽນ, ສະແຫວງຫາຄວາມຮູ້ດ້ວຍ ຕົນເອງ ແລະ ພັດທະນາຕົນ ເອງໃຫ້ກາຍເປັນລູກທີ່ດີຂອງ ພໍ່ແມ່, ເປັນລູກສິດທີ່ດີຂອງຄູ- ອາຈານ, ເປັນຄົນດີຂອງສັງຄົມ, ເປັນ ພົນລະເມືອງດີຂອງຊາດ, ມີ ຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່, ຄູ- ອາຈານ ແລະຫ່າງໄກຈາກສິ່ງ ເສບຕິດ. ຂ່າວ-ພາບ: ດາວອນ ມະນີວັນ

RkJQdWJsaXNoZXIy MTc3MTYxMQ==