7105

02/09/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ ມາລີດາ Ih koxY 'gxa f3roxj kgxQ k 7v'.9]6 d7h k,kpk;oko ຂປລ. ຮ້ານປີ້ງເປັດ ໂພນປ່າ ເປົ້າ ເປັນອີກຮ້ານອາຫານໜຶ່ງທີ່ ມີຊື່ສຽງຂອງເມືອງສີສັດຕະນາກ ທີ່ໄດ້ຮັບການສະໜັບສະໜູນຈາກ ລູກຄ້າ ຕະຫລອດ 24 ປີຜ່ານມາ ຈຶ່ງເຮັດໃຫ້ຮ້ານມີການພັດທະນາ ຂຶ້ນຢ່າງຕໍ່ເນ່ືອງໝັ້ນຄົງ ແລະ ບໍ່ ຢຸດຢັ້ງ ເຊິ່ງປັດຈຸບັນກໍມີຫລາກ ຫລາຍບໍລິການບໍ່ວ່າຈະເປັນການ ບໍລິການດ້ານອາຫານ, ເຄື່ອງດື່ມ, ການຈັດງານລ້ຽງ, ງານສັງສັນ ຕ່າງໆ ກໍລ້ວນແຕ່ບໍລິການດ້ວຍໃຈ ແລະ ການຮັກສາຄຸນນະພາບໃນ ສ້າງຄວາມປະທັບໃຈໃຫ້ລູກຄ້າທີ່ ມາໃຊ້ບໍລິການ; ຫລັງຈາກັບມາເປີດ ທາງຮ້ານກໍຍັງຮັກສາມາດຕະຖານ ຄວາມແຊບໄວ້ຄືເກົ່າ, ມີສູດໝັກເປັດ ທີ່ເປັນເອກະລັກສະເພາະຂອງທາງ ຮ້ານເຊິ່ງທາງຮ້ານຈະເນັ້ນລົດຊາດ ແບບລາວໆອາຫານພື້ນບ້ານຂອງ ຄົນລາວແທ້ໆ, ເວລາຮັບປະທານ ເຂົ້າໄປຈະຮູ້ສຶກເຖິງລົດຊາດທີ່ແຊບ ຊ້ອຍລົງໂຕ, ຊິ້ນເປັດນຸ້ມບໍ່ຫຍາບ, ຫອມ ບວກກັບນ້ຳແຈ່ວແຊບໆທີ່ ຄົ້ນຄິດປັບປຸງຂຶ້ນມາໂດຍສະເພາະ ເຊິ່ງຈະແຕກຕ່າງຈາກຮ້ານອື່ນ ແລະ ກໍຕອບໂຈດລູກຄ້າທີ່ເຂົ້າມາ ຮ້ານທຸກທ່ານ, ບໍ່ວ່າຈະເປັນລູກຄ້າ ເກົ່າຂາປະຈຳ ຫລື ລູກຄ້າຮ້ານ ອີກຄັ້ງ ໃໝ່ໆ. ນອກຈາກນັ້ນ ເພື່ອສ້າງ ທາງເລືອກໃຫ້ກັບລູກຄ້າທີ່ມາໃຊ້ ບໍລິການໝາຍຄວາມວ່າມາຮ້ານນີ້ ສາມາດເລືອກອາຫານໄດ້ຕາມໃຈ, ຈຶ່ງເພີ່ມລາຍການອາຫານໃຫ້ຫລາກ ຫລາຍຂຶ້ນຕື່ມບໍ່ວ່າຈະເປັນປະເພດ ເຄືື່ອງດື່ມ, ປະເພດປີ້ງ, ລາບ, ແກງ, ປະເພດຕຳ, ປະເພດຍຳທະເລ, ຍຳ ສະຫລັດ, ແລັມໂບ້, ສະເຕັກ, ປາ ກະເພົາ, ຕົ້ມແຊບ ແລະ ອາຫານ ອື່ນໆອີກຫລາຍລາຍການລວມທັງ ໝົດ 100 ກວ່າລາຍການ, ແຕ່ອາ ຫານຫລັກໆຂອງຮ້ານຍັງແມ່ນປີ້ງ ເປັດຄືເກົ່າ ເຊິ່ງມີລາຄາດັ່ງນີ້: ປີ້ງ ເປັດຈານນ້ອຍ ລາຄາ 70.000 ກີບ ແຖມນ້ຳແກງຕົ້ມເລືອດ 1 ຖ້ວຍ, ຜັກກັບ, ປີ້ງເປັດເຄິ່ງໂຕ 249.000 ກີບ, ເປັນໂຕ 489.000 ກີບ, ລາບເປັດ/ກ້ອຍເຄື່ອງໃນ ລາຄາ 70.000 ກີບ ແລະ ເລືອດແປງ ເປັດຈານນ້ອຍ ລາຄາ 30.000 ກີບ, ກາງ 60.000 ກີບ ແລະ ຈານ ໃຫຍ່ລາຄາ 90.000 ກີບ, ອົບເປັດ/ ອົບເຄື່ອງໃນລາຄາ 70.000 ກີບ. ສຳລັບລາຍການອາຫານພິເສດທີ່ ຢາກແນະນໍາກໍຕ້ອງແມ່ນປີ້ງເປັດ ໃນຕໍານານ ລາຄາ 989.000 ກີບ ລວມມີ ປີ້ງເປັດ 1 ໂຕ, ເຄື່ອງໃນ, ເລືອດແປງ ຈານໜຶ່ງ, ຂົ້ວໝາກ ໄຂ່ຫລັງຈານໜຶ່ງລາຄານີ້ຖືວ່າຄຸ້ມ ສຸດໆ. ພ້ອມດຽວກັນນີ້, ກໍ່ມີລາຍ ການອາຫານໃໝ່ທີ່ກໍາລັງໄດ້ຮັບ ຄວາມນິຍົມຫລາຍຈາກລູກຄ້າ ນອກຈາກປີ້ງເປັດນັ້ນ ກໍ່ຄື ຊຸດ ປີ້ງເອັນ ພ້ອມນໍ້າແກງແຊບໆ ປີ້ງ ຮ້ອນໆກິນໃໝ່ໆ ຈັງແມ່ນແຊບອັນ ນີ້ຜູ້ຂຽນຮັບປະກັນໄດ້ເພາະວ່າໄດ້ ໄປລອງຊີມມາແລ້ວບອກໄດ້ເລີຍ ວ່າແຊບຖືກໃຈແນ່ນອນ, ແຕ່ຢ່າ ຟ້າວເຊື້ອເດີຕ້ອງໄດ້ໄປລອງດ້ວຍ ໂຕເອງ. ທ່ານ ນາງ ສະບາໄພ ຍັງໄດ້ ກ່າວຕື່ມອີກວ່າ: ການເຮັດອາຊີບ ນີ້ ເຫັນວ່າເປັນອີກອາຊີບໜຶ່ງທີ່ສາ ມາດສ້າງລາຍຮັບເຂົ້າຄອບຄົວ ໃຈລູກຄ້າມາຍາວນານ ແລະ ຕະ ຫລອດໄປ. ທ່ານນາງ ສະບາໄພຈັນທະມາລີ ເຈົ້າຂອງຮ້ານໃຫ້ຮູ້ວ່າ: ກ່ອນຈະ ມາເປີດຮ້ານແມ່ນເຄີຍຢູ່ປໍ້ານໍ້າມັນ ເປັນເວລາຫລາຍເດືອນມາກ່ອນ, ຫລັງຈາກອອກວຽກຢູ່ປ້ຳນ້ຳມັນ ແລ້ວ, ຈຶ່ງຢາກເຮັດຕາມຄວາມ ຝັນທີ່ຢາກມີຮ້ານອາຫານເປັນ ຕົນເອງ ແລະ ອີກຢ່າງ ໜຶ່ງຕົນເອງ ກໍເປັນຄົນມັກມ່ວນ, ມັນ ດ້ານການ ບໍລິການຢູ່ແລ້ວບວກກັບມີເນື້ອທີ່ ທີ່ເໝາະສົມຄືມີດິນໜ້າທາງ ເລີຍ ຕັດສິນໃຈເປີດຮ້ານປີ້ງເປັດໃນປີ 2001 ເຊິ່ງຮ້ານຕົນເອງກໍເປັນ ຮ້ານທຳອິດທີ່ເປີດໃນໄລຍະນັ້ນ, ພາຍຫລັງທີ່ເປີດມາເຫັນວ່າຜົນ ຕອບຮັບດີຂຶ້ນເລື້ອຍໆ ແລະ ເປັນທີ່ ຮູ້ຈັກຂອງລູກຄ້າຫລາຍຂຶ້ນຈົນໄດ້ ມີການຂະຫຍາຍຮ້ານອອກຕື່ມເພື່ອ ຮອງຮັບລູກຄ້າທີ່ນັບມື້ນັບເພີ່ມຂຶ້ນ, ຕົກມາໄລຍະປີ 2019 -2021 ທີ່ມີການລະບາດຂອງພະຍາດ ໂຄວິດ-19 ມັນໄດ້ສົ່ງຜົນກະທົບ ຢ່າງໜັກຈົນໄດ້ປິດຮ້ານ 1 ປີ ກັບ 8 ເດືອນ. ສະນັ້ນ, ຈຶ່ງໃຊ້ເວລານີ້ ປັບປຸງຮ້ານໃຫ້ມີຄວາມສວຍງາມ ແລະ ສະດວກສະບາຍຂຶ້ນຕື່ມ ເພື່ອ ໄດ້ຫລາຍລ້ານກີບຕໍ່ເດືອນ, ແຕ່ ຄຽງຄູ່ກັບລາຍຮັບທີ່ສູງລາຍຈ່າຍ ກໍ່ສູງເຊັ່ນດຽວກັນ ເນື່ອງຈາກວ່າ ປັດຈຸບັນແມ່ນຫຍັງກໍ່ແພງ ແລະ ຕ້ອງຮັບຜິດຊອບພະນັກງານເກືອບ 10 ຄົນ ເຊິ່ງເດືອນໜຶ່ງກໍ່ຖືວ່າ ຫລາຍລ້ານກີບ. ສະນັ້ນ, ຈຶ່ງມີການ ພັດທະນາປັບປຸງລາຍການອາຫານ ພ້ອມກັບຮັກສາມາດຕະຖານໃຫ້ດີ ຄືເກົ່າ ເພື່ອດຶງດູດລູກຄ້າໃໝ່ ແລະ ຮັກສາລູກຄ້າເກົ່າເອົາໄວ. ສໍາລັບທ່ານໃດທີ່ສົນໃຈຢາກ ຜ່ອນຄາຍຈາກວຽກງານມານັ່ງ ກິນປີ້ງເປັດແຊບໆຟັງເພງມ່ວນໆ ກໍສາມາດແວ່ຢ້ຽມຢາມໄດ້ທີ່ຮ້ານ ປີ້ງເປັດນາງ ສະໃບຄຳ ຕັ້ງຢູ່ບ້ານ ໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຫລື ມາ ແລ້ວບໍ່ຮູ້ຮ້ານ ຫລື ຢາກສັ່ງຈອງ ໄວ້ລ່ວງໜ້າກໍ່ສາມາດຕິດຕໍ່ໄດ້ທີ່ ເບີ 020 58564633. 020 92123436. ດ້ານລົດຊາດອາຫານໃຫ້ຄົງຄວາມ ແຊບ ເພາະທັງໝົດນີ້ລ້ວນແຕ່ເປັນ ອົງປະກອບທີ່ເຮັດໃຫ້ປະສົບຜົນ ສໍາເລັດໃນທຸລະກິດ ພ້ອມທັງຄອງ

RkJQdWJsaXNoZXIy MTc3MTYxMQ==