02/09/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ບົດຄຳເຫັນ... ຕໍ່າກໜ້າ ໂດຍຕອບສະໜອງຄຳຮຽກ ຮ້ອງຂອງປະທານ ໂຮ່ຈີ່ມິງ “ຊົ່ວ ໂມງຊີ້ຂາດຊາຕາກຳຂອງຊົນຊາດ ພວກເຮົາໄດ້ມາເຖິງແລ້ວ, ໃຫ້ປວງ ຊົນທົ່ວປະເທດຈົ່ງລຸກຂຶ້ນ ແລະ ນຳ ໃຊ້ກຳລັງແຮງຂອງຕົນເພື່ອປົດ ປ່ອຍຕົວເອງ”, ວັນທີ 19 ສິງຫາ 1945, ປະຊາຊົນຫວຽດນາມ ທັງ ໝົດໄດ້ພ້ອມ ກັນລຸກຮືຂຶ້ນໃນທົ່ວ ປະເທດ, ປະຕິບັດການປະຕິວັດ ເດືອນສິງຫາ, ໄດ້ທຳ ລາຍແອກລ່າ ເມືອງຂຶ້ນ, ສັກດີນາ ແລະ ຍາດອຳ ນາດຄືນສູ່ປະຊາຊົນຢ່າງຄົບຖ້ວນ. ວັນທີ 2 ກັນຍາ 1945, ຢູ່ສະ ໜາມຫລວງປະຫວັດສາດບາດິ່ງ, ປະທານ ໂຮ່ຈີ່ມິງ ໃນນາມລັດຖະ ບານຊົ່ວຄາວໄດ້ອ່ານບົດປະກາດ ເອກະລາດ, ເປັນກຽດຖະແຫລງສິດ ທິເອກະລາດ, ອິດສະລະພາບ, ຄວາມສະເໝີພາບຂອງປະຊາຊົນ ຫວຽດນາມຕໍ່ທົ່ວໂລກ; ສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາ ລະນະລັດສັງຄົມນິຍົມຫວຽດນາມ; ເປີດສັກກະຫລາດໃໝ່ໃຫ້ແກ່ຊົນ ຊາດຫວຽດນາມ: ສັກກະຫລາດທີ່ ເປັນເຈົ້າຂອງປະເທດຊາດ, ອິດສະລະ ພາບ, ເປັນເຈົ້າຂອງຊາຕາກຳຂອງ ຕົນ; ສັກກະຫລາດຂອງເອກະລາດ ແຫ່ງຊາດທີ່ຕິດພັນກັບສັງຄົມນິຍົມ. ນັບແຕ່ບາດລ້ຽວປະຫວັດສາດ ອັນຍິ່ງໃຫຍ່ນັ້ນ, ໂດຍຖືເອົາສັດຈະ ທຳທີ່ວ່າ “ບໍ່ມີຫຍັງປະເສີດໄປກວ່າ ເອກະລາດ ແລະ ອິດສະລະພາບ”, ພາຍໃຕ້ການນຳພາຂອງພັກກອມ ມູນິດຫວຽດນາມ, ພາຍຫລັງ 3 ທົດສະວັດສືບຕໍ່ສູ້ຮົບເປັນເວລາດົນ ນານ, ປະຊາຊົນຫວຽດນາມ ໄດ້ສາ ມັກຄີຮ່ວມກັນປະຕິບັດພາລະກິດ ປົດປ່ອຍຊາດ, ທ້ອນໂຮມປະເທດ ຊາດເປັນເອກະພາບ, ຜ່ານຜ່າທຸກ ຄວາມຫຍຸ້ງຍາກຢ່າງອົງອາດກ້າ ແກ່ນເພື່ອປົກປັກຮັກສາຄວາມເປັນ ເອກະລາດ ແລະ ອິດສະລະພາບ ຂອງປະເທດຊາດ,ສ້າງສາແລະພັດ ທະນາປະເທດ. ພ້ອມກັນນັ້ນ, ກໍ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການຮັກສາສັນຕິພາບ, ສະຖຽນລະ ພາບ, ການຮ່ວມມື ແລະ ການພັດ ທະນາໃນພາກພື້ນ ແລະໃນໂລກ. ພາຍຫລັງເກືອບ 40 ປີແຫ່ງ ການປະຕິບັດການປ່ຽນແປງໃໝ່ ອັນຍິ່ງໃຫຍ່ ເຊິ່ງລິເລີ່ມ ແລະ ນຳພາ ໂດຍພັກ, ພື້ນຖານເສດຖະກິດຫວຽດ ນາມ ເລີ່ມພັດທະນາ ແລະຂະຫຍາຍ ຕົວຢ່າງຕໍ່ເນື່ອງໃນອັດຕາທີ່ສູງສົມ ຄວນ, ດ້ວຍອັດຕາການເຕີບໂຕສະ ເລ່ຍເກືອບ 7% ຕໍ່ປີ. ປີ 2024, ຂອບຂະໜາດເສດຖະກິດຂອງ ຫວຽດນາມ ໄດ້ຢູ່ອັນດັບທີ 32 ໃນ ໂລກ (476 ຕື້ ໂດລາສະຫະລັດ); ການເຕີບໂຕ (DP ບັນລຸເກືອບ 7,09%; (DP ຕໍ່ຫົວຄົນບັນລຸ 4.700 ໂດລາສະຫະລັດ/ຄົນ; ຕ້ອນ ຮັບນັກທ່ອງທ່ຽວສາກົນເກືອບ 17,6 ລ້ານເທື່ອຄົນ; ຍອດມູນຄ່າ ການນໍາເຂົ້າ-ສົ່ງອອກສິນຄ້າບັນລຸ ປະມານ 786,3 ຕື້ໂດລາສະຫະ ລັດ (ເພີ່ມຂຶ້ນ 15,4% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີຜ່ານ ມາ), ເກີນດຸນຫລາຍກວ່າ 24,7 ຕື້ໂດລາສະຫະລັດ, ຢູ່ໃນກຸ່ມຂອງ 20 ປະເທດທີ່ມີພື້ນຖານເສດຖະກິດ ໃຫຍ່ທີ່ສຸດທາງດ້ານການຄ້າ ແລະ ການດຶງດູດການລົງທຶນຂອງຕ່າງ ປະເທດ; ເປັນອັນດັບທີ 23 ຂອງ ທົ່ວໂລກໃນດ້ານການສົ່ງອອກສິນ ຄ້າ; ໃນຈຳນວນ 15 ປະເທດກຳ ລັງພັດທະນາທີ່ດຶງດູດທຶນຈາກຕ່າງ ປະເທດຫລາຍທີ່ສຸດໃນໂລກ, ບັນລຸ ປະມານ 40 ຕື້ໂດລາສະຫະລັດ/ປີ. ໃນ 6 ເດືອນຕົ້ນປີ 2025, ເຖິງ ວ່າຜະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງຂອງ ສະພາບການພາກພື້ນ ແລະ ສາກົນ, ແຕ່ເສດຖະກິດຫວຽດນາມສືບຕໍ່ບັນ ລຸໄດ້ລະດັບການເຕີບໂຕທີ່ມະຫັດ ສະຈັນ, ສູງສຸດໃນເກືອບ 2 ທົດສະ ວັດທີ່ຜ່ານມາ (ປະມານ 7,52%); ຮັກສາສະຖຽນລະພາບ ຂອງເສດ ຖະກິດມະຫາພາກ, ຄວບຄຸມໄດ້ອັດ ຕາເງິນເຟີ້, ຮັບປະກັນບັນດາຄວາມ ດຸ່ນດ່ຽງທີ່ສຳຄັນຂອງພື້ນຖານ ເສດຖະກິດ. ຍອດມູນຄ່ານຳເຂົ້າສົ່ງອອກເພີ່ມຂຶ້ນ 14,4%, ບັນລຸ 219 ຕື້ໂດລາສະຫະລັດ, ເກີນດຸນ 7,63 ຕື້ໂດລາສະຫະລັດ ແມ່ນ ຄວາມສຳເລັດທີ່ມະຫັດສະຈັນໃນ ສະພາບການປັດຈຸບັນ. ການທ່ອງ ທ່ຽວໄດ້ຕ້ອນຮັບນັກທ່ອງທ່ຽວສາ ກົນເກືອບ 10,7 ລ້ານຄົນ (ເພີ່ມ ຂຶ້ນ 20,7%). ທຶນ 'DI ທີ່ໄດ້ຈົດ ທະບຽນແມ່ນຈຳນວນສູງສຸດນັບ ແຕ່ປີ 2009, ບັນລຸ 21,5 ຕື້ໂດລາ ສະຫະລັດ (ເພີ່ມຂຶ້ນ 32,6%). ໃນນັ້ນ, ຍອດທຶນປະຕິບັດໄດ້ບັນລຸ 11,7 ຕື້ໂດລາສະຫະລັດ. ຄາດຄະເນໝົດປີ 2025, (DP ຂອງຫວຽດນາມ ຈະບັນລຸຫລາຍ ກວ່າ 510ຕື້ ໂດລາສະຫະລັດ, ລາຍ ຮັບສະເລ່ຍຕໍ່ຫົວຄົນຈະບັນລຸ4.750 ໂດລາສະຫະລັດ/ຄົນ. ອັດຕາການ ຂະຫຍາຍໂຕດັ່ງກ່າວບໍ່ພຽງແຕ່ສະ ແດງໃຫ້ເຫັນຄວາມສາມາດຟື້ນຟູ ຢ່າງແຂງແຮງເທົ່ານັ້ນ, ຫາກຍັງ ຢືນຢັນທ່າທີໃໝ່, ພື້ນຖານກຳລັງ ແຮງພາຍໃນທີ່ໜັກແໜ້ນ, ກຽມ ພ້ອມໃຫ້ບັນດາບາດກ້າວບຸກທະລຸ ທີ່ໜ້າປະທັບໃຈ ໃນຍຸກສະໄໝບືນ ຕົວຂອງຊົນຊາດຫວຽດນາມ. ປີ 2025, ບັນດາກົນໄກ ແລະ ນະໂຍບາຍຂອງຫວຽດນາມ ຈະສືບ ຕໍ່ມີບາດກ້າວຢ່າງມີຫົວຄິດປະດິດ ສ້າງ, ເຂັ້ມແຂງແຮງກ້າ. ການສັບ ຊ້ອນກົງຈັກ, ຫົວໜ່ວຍປົກຄອງຂັ້ນ ຮາກຖານ, ນຳໃຊ້ກົງຈັກ ຂອງອົງ ການປົກຄອງທ້ອງຖິ່ນ 2 ຂັ້ນຢ່າງ ເປັນທາງການ ແຕ່ວັນທີ 1 ກໍລະກົດ 2025 ເປັນອີກບາດກ້າວບຸກທະລຸ ໜຶ່ງໃນການປະຕິຮູບດ້ານກົດບັນ ຢັດເພື່ອສ້າງກົງຈັກລັດ“ຍອດຢ້ຽມ ກະທັດຮັດ, ອຳນາດສັກສິດ, ປະສິດ ທິພາບ ແລະ ມີປະສິດທິຜົນ”; ເປັນ ຂີດໝາຍບາດກ້າວພັດທະນາໃໝ່ ຂອງກົງຈັກບໍລິຫານລັດຂອງຫວຽດ ນາມ; ຊ່ວຍແກ້ໄຂບັນດາສິ່ງກີດ ຂວາງ, ຊຸກຍູ້ຄວາມໄວຂອງການ ປະຕິບັດລະບຽບການບໍລິຫານແລະ ສ້າງສະພາບແວດລ້ອມລົງທຶນດຳ ເນີນທຸລະກິດຢ່າງຈະແຈ້ງໂປ່ງໃສ, ແກ້ງແຍ້ງ, ນຳພາຫວຽດນາມ ເຂົ້າ ສູ່ໄລຍະພັດທະນາໃໝ່, ຍຸກສະໄໝ ແຫ່ງການບືນຕົວຂອງຊາດ. ໃນຖານະທີ່ເປັນຊາວຫວຽດ ນາມ, ພວກເຮົາຮູ້ສຶກພາກພູມໃຈ ເມື່ອເບິ່ງຄືນໃນໄລຍະ 80 ປີທີ່ຜ່ານ ມາ, ຈາກຊົນຊາດທີ່ຖືກປົກຄອງ, ເປັນປະເທດທຸກຍາກ, ຫລ້າຫລັງ, ເສດຖະກິດຖືກຊຸດໂຊມ, ພື້ນຖານ ໂຄງລ່າງຖືກຜົນກະທົບຢ່າງໜັກ ໜ່ວງຈາກສົງຄາມ ແລະ ຜະເຊີນ ໜ້າກັບການປິດລ້ອມ, ຂວ້ຳບາດທີ່ ຍືດເຍື້ອຍາວນານຈາກພາຍນອກ, ພາຍໃຕ້ການນຳພາຂອງພັກ, ຫວຽດ ນາມໄດ້ຜ່ານຜ່າບັນດາອຸປະສັກ ເທື່ອລະກ້າວ, ສ້າງປະເທດດ້ວຍ ການປ່ຽນແປງໃໝ່ທີ່ຍິ່ງໃຫຍ່; ສືບ ຕໍ່ປັບປຸງ ແລະ ເພີ່ມທະວີການຫັນ ເປັນທັນສະໄໝຂອງກຳລັງປ້ອງ ກັນຊາດ ແລະ ປ້ອງກັນຄວາມສະ ຫງົບ; ຮັກສາເອກະລາດ, ອະທິປະ ໄຕ, ຜົນປະໂຫຍດແຫ່ງຊາດຢ່າງ ແໜ້ນແຟ້ນ; ບືນຂຶ້ນເປັນປະເທດ ກຳລັງພັດທະນາທີ່ມີລາຍໄດ້ປານ ກາງ. ອັດຕາການເຕີບໂຕດ້ານເສດ ຖະກິດຂອງຫວຽດນາມ ໄດ້ຮັບ ການຕີລາຄາຈາກທະນາຄານໂລກ, ທະນາຄານພັດທະນາອາຊີ ແລະ ກອງທຶນເງິນຕາສາກົນ ວ່າແມ່ນ ໜຶ່ງໃນບັນດາປະເທດທີ່ມີການເຕີບ ໂຕສູງໃນພາກພື້ນ, ໃນໂລກ ແລະ ໄດ້ຮັບການຕີລາຄາສູງຈາກຫລາຍ ອົງການຈັດຕັ້ງສາກົນອື່ນໆ. ຮຽນບັນດາສະຫາຍ ແລະ ໝູ່ ເພື່ອນທີ່ຮັກແພງ, ບັນດາຜົນງານທີ່ໜ້າປະທັບໃຈ ເຫລົ່ານີ້ບໍ່ສາມາດແຍກອອກຈາກ ພື້ນຖານການເມືອງ ແລະ ສັງຄົມ ທີ່ໝັ້ນຄົງ ແລະ ຄວາມພະຍາຍາມ ຢ່າງບໍ່ຢຸດຢັ້ງໃນການປະດິດສ້າງ, ການປະຕິຮູບ ແລະ ປັບປຸງກົດບັນ ຢັດ. ບັນດາ “ພາລະກິດອັນໃຫຍ່ ຫລວງ, ກຳລັງບົ່ມຊ້ອນ, ຖານະບົດ ບາດ ແລະ ອິດທິພົນ” ເຫລົ່ານັ້ນ ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມສະ ຫງ່າງາມ, ສະຕິປັນຍາ ແລະ ຄວາມ ປີຊາສາມາດຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການເດີນ ທາງບຸກບືນຜ່ານຜ່າຄວາມຫຍຸ້ງ ຍາກ, ຄົ້ນຄືນແຫລ່ງກຳລັງພາຍ ໃນ,ຍາດແຍ່ງກາລະໂອກາດ, ເຊື່ອມ ໂຍງສາກົນຢ່າງເລິກເຊິ່ງກວ້າງ ຂວາງ ແລະ ພັດທະນາແບບຍືນຍົງ. ຄຽງຄູ່ກັບການບຸກບືນຂອງທົ່ວ ພັກ, ທົ່ວກອງທັບ ແລະ ທົ່ວປວງ ຊົນຫວຽດນາມ, ພັກ, ລັດ ແລະ ປະ ຊາຊົນຫວຽດນາມ ຍາມໃດກໍ່ຈົດ ຈຳ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການ ສະໜັບສະໜູນ, ການຊ່ວຍເຫລືອ ອັນລ້ຳຄ່າຂອງເພື່ອນມິດສາກົນໃນ ພາລະກິດຕໍ່ສູ້ຍາດເອົາເອກະລາດ ໃນເມື່ອກ່ອນ ກໍ່ຄື ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດໃນປັດຈຸບັນ, ພິເສດແມ່ນການ ຮ່ວມເດີນທາງ, ການຊ່ວຍເຫລືອ ສຸດອົກສຸດໃຈ ແລະ ມີປະສິດທິຜົນ ຂອງພັກ, ລັດ ແລະ ປະຊາຊົນລາວ. ເນື່ອງໃນໂອກາດອັນສຳຄັນນີ້, ຕາງໜ້າພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບອົກຂອບ ໃຈຢ່າງສຸດໃຈມາຍັງພັກ, ລັດ ແລະ ປະຊາຊົນລາວ ທີ່ຍາມໃດກໍໄດ້ໃຫ້ ຄວາມສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫລືອຫວຽດນາມ. ຂ້າ ພະເຈົ້າຂໍສະແດງຄວາມຂອບໃຈ ຢ່າງຈິງໃຈມາຍັງບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ທີ່ໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂອັນສະດວກໃຫ້ ແກ່ວົງຄະນະຍາດຊາວຫວຽດນາມ ທີ່ທໍາມາຫາກິນ ແລະ ດຳລົງຊີວິດ ຢ່າງໝັ້ນຄົງຢູ່ລາວ ກໍຄື ບັນດາວິສາ ຫະກິດຫວຽດນາມ ທີ່ກຳລັງຮ່ວມ ມື, ລົງທຶນ ແລະ ດຳເນີນທຸລະກິດ ຢູ່ລາວ, ເພື່ອໃຫ້ເຂົາເຈົ້າສາມາດ ປະກອບສ່ວນເຂົ້າໃນການສ້າງ ປະເທດ ສປປ ລາວ ພັດທະນາໃຫ້ ວັດທະນາຖາວອນ ແລະ ເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່ ລະຫວ່າງ ສອງຊາດ ຫວຽດນາມ-ລາວ. ຮຽນບັນດາສະຫາຍ ແລະ ໝູ່ ເພື່ອນທີ່ຮັກແພງ, ນັບແຕ່ສະໄໝບູຮານ, ສອງຊາດ ຫວຽດ-ລາວ ຍາມໃດກໍຕິດພັນສະ ໜິດສະໜົມກັນ. ການພົວພັນລະ ຫວ່າງສອງປະເທດແມ່ນການພົວ ພັນ “ບ້ານໃກ້ເຮືອນຄຽງ” ພ້ອມທີ່ ຈະຊ່ວຍເຫລືອ, ແບ່ງປັນເຊິ່ງກັນ ແລະ ກັນ, ເຕັມໄປດ້ວຍຄວາມຮັກ ແພງ. ພິເສດແມ່ນນັບຕັ້ງແຕ່ພັກ ກອມມູນິດອິນດູຈີນຕົ້ນກຳເນີດຂອງ ພັກກອມມູນິດຫວຽດນາມ ແລະ ພັກ ປະຊາຊົນປະຕິວັດລາວ ໄດ້ກຳເນີດ ຂຶ້ນມາ, ເຊິ່ງໄດ້ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງ, ໄດ້ຮັບການເພີ່ມພູນຄູນສ້າງຈາກ ການນຳສືບທອດ ແລະ ປະຊາຊົນ ຂອງສອງປະເທດ, ໄດ້ກາຍເປັນ ສາຍພົວພັນແບບເປັນຕາຍ, ເປັນ ແບບຢ່າງ, ຊື່ສັດ, ບໍລິສຸດ ທີ່ຫາຍາກ ໃນການພົວພັນສາກົນ, ເປັນການ ພົວພັນມີຄຸນລັກສະນະລະກົດເກນ, ເປັນປັດໄຈທີ່ຮັບປະກັນໄຊຊະນະ ໃຫ້ແກ່ການປະຕິວັດ ແລະ ເປັນຊັບ ສົມບັດລວມອັນລ້ຳຄ່າຂອງສອງ ຊາດ ແລະ ເປັນແຫລ່ງຊັບພະຍາ ກອນອັນໃຫຍ່ຫລວງໃນພາລະກິດ ສ້າງສາ ແລະ ປົກປັກຮັກສາປະ ເທດຊາດຂອງແຕ່ລະປະເທດ. ບົນພື້ນຖານນັ້ນ, ພວກເຮົາຮູ້ສຶກ ດີໃຈ ແລະ ພາກພູມໃຈທີ່ສຸດທີ່ໄດ້ ເຫັນວ່າ, ໃນຊຸມປີທີ່ຜ່ານມາ, ການ ພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ສືບຕໍ່ພັດທະນາ ຢ່າງແຂງແຮງ, ກວ້າງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະ ກອບສ່ວນສຳຄັນເຂົ້າໃນພາລະ ກິດສ້າງສາປະເທດຊາດ, ປົກປັກ ຮັກສາ ແລະ ພັດທະນາຂອງແຕ່ລະ ປະເທດ. ການພົວພັນດ້ານການ ເມືອງສືບຕໍ່ໄດ້ປັບປຸງຮັດແໜ້ນ ຢ່າງໜັກແໜ້ນ, ເປັນຫລັກແຫລ່ງ ກຳນົດທິດສັງລວມ ສາຍພົວພັນ ສອງປະເທດ. ການນຳຂັ້ນສູງຂອງ ສອງປະເທດໄດ້ພົບປະ ແລະ ແລກ ປ່ຽນກັນເປັນປະຈຳ, ສະແດງໃຫ້ ເຫັນຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງ ສຸດ. ເສົາຄ້ຳແຫ່ງການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບນັບມື້ນັບສະໜິດສະໜົມ, ເລິກ ເຊິ່ງ ແລະ ກວ້າງຂວາງຮອບດ້ານ; ປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີ ພາກພື້ນ ແລະ ສາກົນ, ປະກອບ ສ່ວນຮັກສາສະຖຽນລະພາບດ້ານ ການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ, ຍົກສູງ ພາລະບົດບາດ ແລະ ອິດທິພົນຂອງ ທັງສອງປະເທດ ຫວຽດນາມ-ລາວ ໃນພາກພື້ນ ແລະ ສາກົນ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໄດ້ຮັບ ຄວາມເອົາໃຈໃສ່, ປ່ຽນແປງໃໝ່, ຊຸກຍູ້ ແລະ ບັນລຸໄດ້ຫລາຍບາດ ກ້າວທີ່ຕັ້ງໜ້າ, ພື້ນຖານເສດຖະກິດ ສອງປະເທດນັບມື້ນັບໄດ້ຮັບການ ຊຸກຍູ້ ແລະ ເຊື່ອມໂຍງຢ່າງແໜ້ນ ແຟ້ນ. ຫວຽດນາມ ສືບຕໍ່ແມ່ນໜຶ່ງ ໃນບັນດາປະເທດນຳໜ້າໃນການ ລົງທຶນ ດ້ວຍຍອດທຶນ 7 ຕື້ກວ່າໂດ ລາສະຫະລັດ. ໃນ 7 ເດືອນຕົ້ນປີ 2025, ລວມມູນຄ່າການນຳເຂົ້າສົ່ງອອກລະຫວ່າງ ຫວຽດນາມລາວ ໄດ້ບັນລຸ 2 ຕື້ກວ່າໂດລາສະ ຫະລັດ, ເພີ່ມຂຶ້ນ 79% ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2024, ເທົ່າກັບປະມານ 20% ຂອງມູນ ຄ່າການນຳເຂົ້າ-ສົ່ງອອກຂອງ ລາວໃນ 7 ເດືອນຜ່ານມາ. ໃນນັ້ນ, ຫວຽດນາມຂາດດຸນການຄ້າກັບ ລາວແມ່ນຫລາຍກວ່າ 500 ລ້ານ ໂດລາສະຫະລັດ. ນີ້ກໍແມ່ນຍອດ ມູນຄ່າການຄ້າ ລະຫວ່າງ ສອງປະ ເທດທີ່ສູງສຸດໃນຮອບ 10 ປີຜ່ານ ມາ (2016-2025). ພິເສດ, ດ້ວຍ ການເປີດນຳໃຊ້ທ່າເຮືອແຫ່ງທີ 3 ຂອງທ່າເຮືອສາກົນ ຫວຸ່ງອາງ, ສອງປະເທດໄດ້ຮ່ວມກັນປະຕິບັດ ທິດທາງຍຸດທະສາດຂອງ ພັກປະ ຊາຊົນ ປະຕິວັດລາວ, ຫັນປ່ຽນປະ ເທດລາວຈາກປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລກາຍເປັນປະເທດ ໃຈກາງເຊື່ອມຕໍ່ກັບບັນດາຕະຫລາດ ໃຫຍ່ຢູ່ພາກພື້ນຜ່ານທາງທະເລ. ການຮ່ວມມືໃນຂົງເຂດການສຶກ ສາ-ກໍ່ສ້າງ, ວັດທະນະທຳ, ການພົບ ປະແລກປ່ຽນລະຫວ່າງປະຊາຊົນ, ການພັດທະນາຊັບພະຍາກອນມະ ນຸດ ສືບຕໍ່ໄດ້ຮັບການເອົາໃຈໃສ່, ເພີ່ມຂຶ້ນທັງດ້ານປະລິມານແລະຄຸນ ນະພາບ. ການທີ່ຫວຽດນາມ ແລະ ລາວ ໄດ້ສົມທົບກັນຍື່ນສະເໜີ ແລະ ອົງການ 6/&SCO ໄດ້ຮັບຮອງ ໃຫ້ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງລາວ ເປັນມໍລະດົກໂລກທາງ ທໍາມະຊາດ ຂ້າມຊາຍແດນຮ່ວມ ກັບອຸທິຍານແຫ່ງຊາດ ຟອງຍາແກບາງ ຂອງຫວຽດນາມ ສືບຕໍ່ ສະແດງໃຫ້ເຫັນສາຍພົວພັນພິເສດ ລະຫວ່າງສອງປະເທດໃນຍຸກແຫ່ງ ສັນຕິພາບພິເສດ, ນີ້ຈະເປັນການປະ ກອບສ່ວນຊຸກຍູ້ການຮ່ວມມືຢ່າງ ເລິກເຊິ່ງ ກວ້າງຂວາງກວ່າອີກໃນ ຂົງເຂດການທ່ອງທ່ຽວ, ຄຸ້ມຄອງ ສິ່ງແວດລ້ອມທຳມະຊາດແບບຍືນ ຍົງ ແລະ ຍົກສູງບົດບາດພາບພົດ ຂອງທັງສອງປະເທດ. ການສົມທົບຈັດຕັ້ງພິທີຮັບຮອງ ສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫລວງ-ເສັ້ນທາງ ໂຮ່ຈີ່ມິງ ເບື້ອງດິນລາວ ເປັນມໍລະ ດົກແຫ່ງຊາດລະດັບຊາດທາງດ້ານ ປະຫວັດສາດຂອງ ສປປ ລາວ ເປັນ ສັນຍະລັກອັນສະຫງ່າງາມຂອງ ຄວາມສາມັກຄີແບບພິເສດ ຫວຽດ ນາມ-ລາວໃນໄລຍະຕໍ່ສູ້ປົດປ່ອຍຊາດ ເມື່ອກ່ອນ. ເຫດການນີ້ ຈະປະກອບ ສ່ວນເຂົ້າໃນການໂຄສະນາເຜີຍແຜ່ ແລະສຶກສາອົບຮົມປະຊາຊົນ,ພິເສດ ແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ ກ່ຽວກັບຮີດຄອງປະເພນີແລະຄວາມ ໝາຍສຳຄັນພິເສດຂອງສາຍພົວພັນ ຫວຽດນາມ-ລາວ ກໍຄືເຮັດໃຫ້ອຸດົມ ສົມບູນກວ່າຊັບສົມບັດອັນລ້ຳຄ່າ ເຊິ່ງໄດ້ກໍ່ສ້າງດ້ວຍເລືອດເນື້ອເຫື່ອ ແຮງຂອງພະນັກງານ, ນັກຮົບ ແລະ ປະຊາຊົນຫວຽດນາມ ແລະ ລາວ ນັບເປັນໝື່ນເປັນແສນຄົນ. ຮຽນບັນດາສະຫາຍ ແລະ ໝູ່ ເພື່ອນທີ່ຮັກແພງ, ພັກ ແລະ ລັດ ຫວຽດນາມ ໄດ້ ຢືນຢັນວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ ສາຍພົວພັນພິເສດຫວຽດນາມລາວ. ຫວຽດນາມ ກຳລັງ ແລະ ຈະ ສືບຕໍ່ເປີດກວ້າງຕະຫລາດຂອງຕົນ ໃຫ້ແກ່ສິນຄ້າ ແລະ ຜະລິດຕະພັນ ຂອງລາວຕື່ມອີກ; ເພີ່ມທະວີການ ເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ພື້ນຖານໂຄງລ່າງຄົມມະນາຄົມ ແລະ ເຊື່ອມຕໍ່ສອງພື້ນຖານເສດຖະ ກິດ. ສິນຄ້າຂອງລາວສາມາດຜ່ານ ບໍ່ວ່າຈະເປັນດ່ານຊາຍແດນຫລືທ່າ ເຮືອ ທາງທະເລໃດໜຶ່ງຂອງຫວຽດ ນາມ ໄປສູ່ບັນດາຕະຫລາດໃນພາກ ພື້ນ ແລະ ສາກົນ, ປະກອບສ່ວນ ຮ່ວມກັບປະຊາຊົນລາວ ເພື່ອສ້າງ ສາປະເທດລາວໃຫ້ວັດທະນາຖາ ວອນ ແລະ ພັດທະນາແບບຍືນຍົງ. ໃນສະພາບການຂອງພາກພື້ນ ແລະ ໂລກທີ່ນັບມື້ນັບສັບສົນ, ປ່ຽນ ແປງຢ່າງວ່ອງໄວ, ບໍ່ສາມາດຄາດ ຄະເນໄດ້, ສິ່ງທ້າທາຍ ແລະ ກາລະ ໂອກາດທີ່ສະຫລັບກັນ, ຫວຽດ ນາມ ແລະ ລາວ ຕ້ອງສາມັກຄີ, ຄຽງບ່າຄຽງໄຫລ່, ໄວ້ເນື້ອເຊື່ອໃຈ, ສະໜັບສະໜູນ ແລະ ສ້າງເງື່ອນໄຂ ຫລາຍກວ່າເກົ່າ, ເພື່ອຮ່ວມກັນພັດ ທະນາບົນພື້ນຖານບັນດາຫລັກການ ແລະ ຖະແຫລງການຮ່ວມທີ່ສອງ ຝ່າຍໄດ້ເປັນເອກະພາບ. ໃນສະພາບ ການໃດກໍຕາມ, ສອງປະເທດຫວຽດ ນາມ ແລະ ລາວ ຕ້ອງມີຄວາມໝັ້ນ ຄົງ ແລະ ບຸກບືນສຸດຄວາມສາມາດ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂັ້ນສູງຂອງສອງປະເທດໃຫ້ສຳ ເລັດຜົນ; ຮ່ວມກັນຢ່າງໜັກແໜ້ນ ເດີນທາງໃນເສັ້ນທາງກໍ່ສ້າງສັງ ຄົມນິຍົມ; ເສີມຂະຫຍາຍກຳລັງ ແຮງພາຍໃນ, ເປັນເຈົ້າຕົນເອງ, ອີງ ໃສ່ກຳລັງແຮງຂອງຕົນ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ສົມທົບ ຢ່າງເໝາະສົມກັບການພົວພັນລະ ຫວ່າງຫວຽດນາມ-ລາວແລະມາດ ຕະຖານຂອງສາກົນ ເພື່ອການພັດ ທະນາທີ່ຈະເລີນຮຸ່ງເຮືອງຂອງແຕ່ ລະປະເທດ, ເພື່ອສັນຕິພາບ,ສະຖຽນ ລະພາບ, ການຮ່ວມມືແລະການພັດ ທະນາໃນພາກພື້ນ ແລະ ໃນໂລກ. ຄຸນຄ່າທີ່ຍືນຍົງຄົງຕົວຂອງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມລາວ ບໍ່ພຽງແຕ່ໄດ້ເຊື່ອມຈອດດ້ວຍ ການເສຍສະລະເພື່ອກັນ ແລະ ກັນ ທີ່ໄດ້ທົດສອບຜ່ານຂະບວນການ ຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອ ກ່ອນເທົ່ານັ້ນ, ຫາກຍັງໄດ້ເພີ່ມທະ ວີຄູນຂຶ້ນດ້ວຍນ້ຳໃຈຮັກແພງທີ່ຈິງ ໃຈ, ຄວາມໄວ້ເນື້ອເຊື່ອໃຈຢ່າງເດັດ ຖານລະຫວ່າງການນຳຂັ້ນສູງ ສອງ ປະເທດ ແລະ ການຄຽງບ່າຄຽງ ໄຫລ່, ການແບ່ງປັນລະຫວ່າງປະ ຊາຊົນ ສອງຊາດໃນຕະຫລອດເສັ້ນ ທາງແຫ່ງການສ້າງສາແລະປົກປັກ ຮັກສາປະເທດຊາດ ກໍຄື ພື້ນຖານ ຍຸດທະສາດອັນໜັກແໜ້ນໃຫ້ແກ່ ການພັດທະນາທັງສອງປະເທດໃນ ປັດຈຸບັນ ກໍຄື ອະນາຄົດ. ການປົກ ປັກຮັກສາ, ປັບປຸງ, ພັດທະນາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ບໍ່ພຽງແຕ່ແມ່ນ ຄວາມຮັບຜິດຊອບເທົ່ານັ້ນ, ຫາກ ຍັງແມ່ນຄວາມພາກພູມໃຈຂອງ ພວກເຮົາແຕ່ລະຄົນໃນທຸກວັນນີ້, ພ້ອມກັນປະກອບສ່ວນກໍ່ສ້າງອະ ນາຄົດຮ່ວມກັນຂອງສອງຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຄວາມ ສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ຈະ “ຝັງ ຄວາມຮັກຢູ່ໃນໃຈ, ຮົງຮ່າທັງແມ່ ຂອງ,ບໍ່ເລິກປູນປານໄດ້”,“ໝັ້ນຄົງ ຂະໜົງແກ່ນຊົ່ວກາລະນານ” ແລະ “ຫອມຫວນກວ່າດອກໄມ້ທີ່ຫອມ ທີ່ສຸດ” ຕາມການນຳສອງປະເທດ ພວກເຮົາເຄີຍປາຖະໜາມຸ່ງຫວັງ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊ ໃຫ້ປະຊາຊົນລາວອ້າຍນ້ອງ, ພາຍ ໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ສືບຕໍ່ໄດ້ຮັບຜົນສຳ ເລັດໃຫຍ່ຫລວງກວ່າເກົ່າ, ຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ IX ສຳເລັດຢ່າງ ຈົບງາມ, ກະກຽມ ແລະ ຈັດຕັ້ງສຳ ເລັດກອງປະຊຸມໃຫຍ່ຂອງອົງຄະ ນະພັກທຸກຂັ້ນ, ກ້າວໄປສູ່ຈັດຕັ້ງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນປະຕິວັດລາວ ສຳເລັດມີໄຊ ໃນຕົ້ນປີ 2026. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບ ດ້ານ ຫວຽດນາມ-ລາວ ຈົ່ງໝັ້ນ ຄົງຂະນົງແກ່ນໄປຊົ່ວກາລະນານ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງປະເທດ, ເພື່ອສັນຕິພາບ, ສະ ຖຽນລະພາບ, ມິດຕະພາບ, ການ ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ທົ່ວໂລກ. ຂໍຂອບໃຈບັນດາສາຫາຍ ແລະ ເພື່ອນມິດທີ່ຮັກແພງĴ
RkJQdWJsaXNoZXIy MTc3MTYxMQ==