ດຽວ, ເພີ່ມທະວີນໍ້າໃຈການເປັນ ເຈົ້າຕົນເອງ, ເຂັ້ມແຂງ, ມີສະຕິ ປັນຍາປະດິດສ້າງ, ຜ່ານຜ່າທຸກ ຄວາມຫຍຸ້ງຍາກໃນປະຫວັດສາດ ໄດ້ໝັ້ນຄົງ. ໃນໄລຍະປີ 1945-1946, ພັກ ແລະ ລຸງໂຮ່ ໄດ້ນຳພາທົ່ວ ປວງຊົນພ້ອມກັນປະຕິບັດ 2 ໜ້າທີ່ ຄື: ກໍ່ສ້າງອໍານາດການປົກຄອງ ປະຕິວັດ ແລະ ປົກປັກຮັກສາບັນດາ ໝາກຜົນຂອງການປະຕິວັດເດືອນ ສິງຫາ. ການເລືອກຕັ້ງໃຫຍ່ໃນ ວັນທີ 6 ມັງກອນ 1946 ໄດ້ຈັດ ຂຶ້ນດ້ວຍຜົນສຳເລັດຢ່າງຈົບງາມ, ສະພາແຫ່ງຊາດສະໄໝທຳອິດ ໄດ້ກຳເນີດຂຶ້ນ; ລັດຖະທຳມະນູນ ປະຊາທິປະໄຕສະບັບທຳອິດໄດ້ ຮັບການປະກາດໃຊ້; ລັດຖະບານ ປະຕິວັດໄດ້ຮັບການປັບປຸງຢ່າງບໍ່ ຢຸດຢັ້ງ; ບັນດາຂະບວນການລົບ ລ້ າ ງ ໄ ພກືກໜັງສື , “ ໄ ພອຶດ ຢາກ”, “ສັດຕູຜູ້ຮຸກຮານ” ໄດ້ ຮັບການປຸກລະດົມຢ່າງຟົດຟື້ນ; ກຳລັງຕ້ານການປະຕິວັດຖືກສະ ກັດກັ້ນ. ຕໍ່ໜ້າແຜນການຮຸກຮານ ຄັ້ງທີ 2 ຂອງພວກລ່າເມືອງຂຶ້ນ ຝຣັ່ງ, ໃນຄືນວັນທີ 19 ທັນວາ 1 9 4 6 , ປ ະ ທ າ ນ ໂ ຮ່ຈີ່ມິ ງ ຕາງໜ້າຄະນະບໍລິຫານງານສູນ ກາງພັກ ແລະ ລັດຖະບານໄດ້ອອກ ຖະແຫລງການ “ຮຽກຮ້ອງໃຫ້ ປະເທດຊາດຕໍ່ຕ້ານ” ດ້ວຍຄວາມ ເດັດດ່ຽວວ່າ: “ພວກເຮົາຍອມ ເສຍສະລະທຸກສິ່ງທຸກຢ່າງດີກວ່າ ຈະຍອມເສຍປະເທດຊາດ ຫລື ຕົກ ເປັນຂ້າທາດ. ດ້ວຍເເນວທາງນະໂຍບາຍຕໍ່ສູ້ ທົ່ວປວງຊົນ, ຮອບດ້ານ, ສົມທົບ ການຕໍ່ສູ້ທາງການທະຫານ, ການ ເມືອງ, ການທູດ, ທັງຕໍ່ສູ້ ແລະ ກໍ່ສ້າງປະເທດຊາດ, ພັກໄດ້ນຳພາ ປະຊາຊົນຫວຽດນາມ ຍາດເອົາໄຊ ຊະນະທາງຍຸດທະສາດຂອງພວກ ລ່າເມືອງຂຶ້ນຝຣັ່ງເທື່ອລະກ້າວ. ພົ້ນເດັ່ນທີ່ສຸດແມ່ນບັ້ນຮົບໄຊຊະ ນະດຽນບຽນຟູ ປີ 1954 ເປັນ ວິລະກຳວິລະຊົນອັນຍິ່ງໃຫຍ່, “ມີ ຊື່ສຽງໂດ່ງດັງໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ”, ເຊິ່ງ ບັງຄັບໃຫ້ລັດຖະບານຝຣັ່ງ ຕ້ອງ ລົງນາມໃນສົນທິສັນຍາເຊີແນວ, ຮັບຮູ້ສິດພື້ນຖານແຫ່ງຊາດຂອງ ປະຊາຊົນຊາດຫວຽດນາມ, ເເລະ ໄດ້ສີ້ນສຸດສົງຄາມຕໍ່ຕ້ານລະບອບ ລ່າເມືອງຂື້ນຝຣັ່ງເປັນເວລາ 9 ປີ ແລະ ການແຊກແຊງຂອງ ອາເມລິກາ. ເຖິງຢ່າງໃດກໍຕາມ, ຫລັງຈາກ ນັ້ນພວກຈັກກະພັດອາເມລິກາ ໄດ້ເຂົ້າແຊກແຊງພາກໃຕ້ຂອງ ຫວຽດນາມຢ່າງຮຸນເເຮງ, ປະຕິບັດ ແຜນການແບ່ງແຍກຫວຽດນາມ ຢ່າງຖາວອນ ແລະ ຫັນຫວຽດນາມ ໃຕ້ເປັນຫົວເມືອງຂຶ້ນແບບໃໝ່. ຕໍ່ ສະພາບການດັ່ງກ່າວ, ພາຍໃຕ້ ການນຳພາຂອງພັກ ເເລະ ປະທານ ໂຮ່ຈີ່ມິງ, ທົ່ວພັກ, ທົ່ວປວງຊົນ ແລະ ກອງທັບຫວຽດນາມ ໄດ້ ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປະຕິວັດສັງຄົມນິຍົມຢູ່ພາກ ເໜືອ-ສ້າງກຳລັງເເນວຫລັງທີ່ເຂັ້ມ ເເຂງໃຫ້ທົ່ວປະເທດ, ເເລະ ການ ປະຕິວັດປະຊາທິປະໄຕຢູ່ພາກໃຕ້- ຕໍ່ສູ້ປົດປ່ອຍພາກໃຕ້ ແລະ ທ້ອນ ໂຮມປະເທດຊາດເປັນເອກະພາບ. ສົງຄາມຕໍ່ສູ້ກູ້ຊາດຕ້ານຈັກກະພັດ ອາເມລິກາ, ແມ່ນວິລະກຳວິລະຊົນ ຂອງຊາວຫວຽດນາມ ໃນສະຕະວັດ ທີ 20. ຜ່ານເວລາ 21 ປີທີ່ຍາວ ນານ, ລຳບາກ ແລະ ອົງອາດກ້າ ຫານ (ເເຕ່ປີ 1954 ļ 1975), ພັກກອມມູນິດຫວຽດນາມ ໄດ້ ນຳພາປະຊາຊົນສອງພາກຂອງ ປະເທດຍາດແຍ່ງເອົາໄຊຊະນະ ທາງຍຸດທະສາດ ເເລະ ສົງຄາມ ຈາກພວກຈັກກະພັດອາເມລິກາ ເທື່ອລະກ້າວ. ຫວຽດນາມເໜືອທັງ ໄດ້ຕໍ່ສູ້ກັບສົງຄາມທໍາລາຍມ້າງ, ພ້ອມທັງພະຍາຍາມເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ປະຕິບັດ ໜ້າທີ່ການເປັນແນວຫລັງທີ່ຍິ່ງໃຫຍ່ ເເລະ ເຂັ້ມເເຂງ, ເພື່ອສະໜັບສະໜູນ ແນວໜ້າໃນຫວຽດນາມໃຕ້. ໄຊ ຊະນະອັນຍິ່ງໃຫຍ່ຂອງລະດູບານ ໃໝ່ ປີ 1975, ໂດຍສະເພາະເເມ່ນ ບັ້ນຮົບປະຫວັດສາດ ໂຮ່ຈີ່ມິງ, ໄດ້ ຢຸດຕິສົງຄາມ ເເລະ ຍາດເອົາໄຊ ຊະນະຈາກຈັກກະພັດອາເມລິກາ, ສາມາດປົດປ່ອຍພາກໃຕ້ຢ່າງ ສົມບູນ ເເລະ ທ້ອນໂຮມປະເທດຊາດ ເປັນເອກະພາບ. 02/09/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະບັບໜ້າ ບົດສະເໜີ 80 xu csj 'dkolh k'lk c]t ra fmtokxtgmf ll s;Pfok, ຂປລ. ພາຍຫລັງໄຊຊະນະອັນ ສະຫງ່າລາສີຂອງການປະຕິວັດ ເດືອນສິງຫາປີ1945,ສາທາລະນະ ລັດ ປະຊາທິປະໄຕ ຫວຽດນາມ ໄດ້ ກໍາເນີດຂຶ້ນໃນສະພາບການທີ່ເຕັມ ໄປດ້ວຍຄວາມຫຍຸ້ງຍາກ ແລະ ທ້າທາຍຫລາຍດ້ານ. ລັດຖະບານ ຍັງບໍ່ມີປະສົບການຕ້ອງພົບກັບ ຄວາມຫຍຸ້ງຍາກ ແລະ ໄພອັນຕະ ລາຍນັບບໍ່ຖ້ວນ, ຜະເຊີນໜ້າກັບ ສະພາບ “ຄືດັ່ງນໍ້າໜັກພັນກິໂລຖ່ວງ ເສັ້ນຜົມ”, ຈາກສັດຕູທັງພາຍໃນ ແລະ ພາຍນອກ. ໃນສະພາບການ ດັ່ງກ່າວ, ພາຍໃຕ້ການຊີ້ນຳ ນຳພາ ໂດຍກົງ, ຢ່າງສະຫລາດສ່ອງໃສ, ກ້າຫານຂອງພັກ ແລະ ປະທານ ໂຮ່ຈີ່ມິງ, ທົ່ວປວງຊົນຫວຽດນາມ ມີຄວາມສາມັກຄີເປັນນ້ຳໜຶ່ງໃຈ (ເນ່ືອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ 2/9/1945-2/9/2025) 2025 ທີ່ສູນການຄ້າວຽງຈັນເຊັນ ເຕີ ນະຄອນຫລວງວຽງຈັນ ເຊິ່ງ ເປີດໃຫ້ມວນຊົນທົ່ວໄປເຂົ້າຮັບຊົມ ໂດຍບໍ່ໄດ້ເສຍຄ່າ. ບັນດາຮູບພາບທີ່ ນຳມາວາງສະແດງຄັ້ງນີ້, ປະກອບ ມີ 3 ພາກສ່ວນຄື: ຮູບແຕ້ມມາຈາກ ພະນັກງານ C.(, ສະຖາບັນວິຈິດ ສິນແຫ່ງຊາດລາວ ແລະ ຮູບຖ່າຍ ປະຫວັດສາດສົງຄາມຕໍ່ຕ້ານຟາ ຊິດ. ນອກຈາກນີ້, ຍັງມີຮູບແຕ້ມ ລວມໝູ່ຈາກຊາວໜຸ່ມ, ເຍົາວະຊົນ ລາວ-ຈີນ ທີ່ຫາກໍ່ແຕ້ມສໍາເລັດໃນ ວັນທີ 30 ສິງຫາ ກໍໄດ້ນໍາຜົນງານ ຮ່ວມວາງສະແດງ. ໂອກາດນີ້, ທ່ານນາງແສງແກ້ວ ຫົວໜ້າ ວິທະຍຸໂທລະພາບສູນກາງ ຈີນ ປະຈຳລາວ ກ່າວວ່າ: ວິທະຍຸ ໂທລະພາບສູນກາງຈີນ ໃນຖານະ ເປັນອົງການສື່ມວນຊົນສາກົນທີ່ມີ ຄວາມຮັບຜິດຊອບສູງ, ບໍ່ພຽງແຕ່ ໄດ້ເປັນຜູ້ບັນທຶກເຫດການ ຂອງ ງານວາງສະແດງຮູບພາບ... ຕໍ່າກໜ້າ ຕໍ່າກໜ້າ ຫລາຍໂຮງຮຽນ... ທ່ານ ບຸນໄຫວ ຫລວງລາດ ຜູ້ ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມສົມບູນກ້າວໜ້າ ທັງເປັນຄູສອນພາສາອັງກິດ ໄດ້ ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວ ໂອກາດເປີດສົກ ຮຽນໃໝ່ 2025-2026 ໃນວັນທີ 1 ສິງຫາ 2025 ນີ້ວ່າ: ໃນສົກ ຮຽນ 2025-2026 ນີ້, ໂຮງຮຽນ ປະຖົມ ແລະ ມັດທະຍົມສົມບູນກ້າວ ໜ້າ ໄດ້ຖືສຳຄັນການຮຽນ-ການ ສອນທີ່ມີຄຸນນະພາບ ໂດຍເນັ້້ນເອົາ ນັກຮຽນເປັນໃຈກາງ, ໃຫ້ນັກຮຽນ ມີສ່ວນຮ່ວມ, ມີຄວາມຄິດ, ຄວາມ ເຫັນ, ກ້າຖາມ-ກ້າຕອບ, ກ້າສະ ແດງອອກ, ບໍ່ໃຫ້ຄູເປັນຜູ້ອະທິບາຍ ຝ່າຍດຽວ ເພື່ອໃຫ້ສອດຄ່ອງກັບ ຄຳຂວັນທີ່ວ່າ: “ຮຽນໃຫ້ເກັ່ງ ເສັງ ໃຫ້ໄດ້ ນຳໃຊ້ໃຫ້ເປັນ”. ພ້ອມນັ້ນ, ໂຮງຮຽນໄດ້ເອົາໃຈໃສ່ດ້ານການ ຮຽນ-ການສອນ ໂດຍການສົ່ງຄູ- ຍຸກສະໄໝ ເທົ່ານັ້ນ, ຫາກຍັງເປັນ ຜູ້ຊຸກຍູ້ການແລກປ່ຽນອາລິຍະ ທຳ ແລະ ເປັນຜູ້ເຜີຍແຜ່ສົ່ງເສີມ ມິດຕະພາບສັນຕິພາບນໍາອີກ. ໃນ ໄລຍະ 80 ປີຜ່ານມາ, ປະຊາ ຊົນຈີນ ແລະ ປະຊາຊົນລາວ ໄດ້ ຕໍ່ສູ້ຢ່າງຄຽງບ່າຄຽງໄຫລ່ກັນ ທ່າມກາງແປວໄຟລູກປືນຂອງສົງ ຄາມຕໍ່ຕ້ານຟາຊິດໂລກ, ຜູກມັດ ສຳພັນແຫ່ງມິດຕະພາບທີ່ເລິກ ເຊິ່ງໃນການຕໍ່ສູ້ດ້ວຍເລືອດເນື້ອ. ການວາງສະແດງຮູບພາບຄັ້ງນີ້, ແມ່ນເພື່ອຖອດຖອນບົດຮຽນຈາກ ປະຫວັດສາດ, ໃຫ້ຄວາມເຊື່ອໝັ້ນ ຕໍ່ສັນຕິພາບສາມາດຝັງເລິກໃນ ຫົວໃຈຂອງພວກເຮົາ, ໂດຍສະເພາະ ແມ່ນຈິດໃຈຂອງຄົນຮຸ່ນໃໝ່. ໂອກາດດຽວກັນ,ທ່ານຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ຮອງ ປະທານທິດສະດີສູນກາງພັກ ໄດ້ ກ່າວວ່າ: ສິລະປະແມ່ນພາສາ ຮ່ວມກັນຂອງມະນຸດ, ສາມາດຂ້າມ ຜ່ານຊາຍແດນ, ເຂົ້າເຖິງຈິດໃຈ ໂດຍກົງ. ການວາງສະແດງຄັ້ງນີ້, ເປັນການໃຊ້ພາສາທີ່ບໍລິສຸດ ແລະ ເຂັ້ມແຂງທີ່ສຸດເລົ່າເລື່ອງຄວາມ ກ້າຫານ, ການເສຍສະລະ ແລະ ຄວາມຫວັງຂອງມວນມະນຸດໃນ ທົ່ວໂລກ ເພື່ອສະແດງໃຫ້ເຫັນ ເຖິງສາຍພົວພັນມິດຕະພາບອັນ ເລິກເຊິ່ງລະຫວ່າງລາວ-ຈີນ ໃນ ສົງຄາມຕໍ່ຕ້ານຟາຊິດ ແລະ ເປັນ ພະຍານໃຫ້ແກ່ການແລກປ່ຽນວັດ ທະນະທຳ ແລະ ເຊື່ອມສານຈິດ ໃຈ ຂອງປະຊາຊົນສອງຊາດ. ຂ່າວ: ກິດຕາ ອາຈານ ໄປຝຶກອົບຮົມການໃຊ້ປື້ມ ຄູ່ມືຄູ ໃນການໃຊ້ຫລັກສູດການ ຮຽນ-ການສອນໃໝ່ ເພື່ອເຮັດໃຫ້ ການສອນຂອງຄູ ມີຄຸນນະພາບ, ພ້ອມທັງ ເນັ້ນໃຫ້ຄູ-ອາຈານ ຂຶ້ນ ຫ້ອງໄວລົງຊ້າ ເພື່ອເຮັດໃຫ້ການ ຮຽນ-ການສອນ ຢູ່ພາຍໃນໂຮງ ຮຽນ ເຕັມເມັດເຕັມໜ່ວຍ ແລະ ມີ ຄຸນນະພາບ ແນໃສ່ເຮັດໃຫ້ນັກຮຽນ ໄດ້ຮັບຄວາມຮູ້ຫລາຍທີ່ສຸດ, ສ້າງ ນັກຮຽນໃຫ້ເຂົາເຈົ້າຝຶກຝົນຫລໍ່ ຫລອມຕົນເອງ ໃຫ້ໄດ້ຮັບການສຶກ ສາໃຫ້ຄົບ 5 ຫລັກມູນຂອງການ ສຶກສາ. ນອກຈາກສອນຕາມຫລັກ ສູດ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງ ຮຽນ ຍັງເນັ້ນສອນພາສາອັງກິດ ເປັນຫລັກ ແລະ ຍັງມີສະໂມສອນ ພາສາຈີນ ຕື່ມອີກ. ພ້ອມນີ້, ຍັງໄດ້ ເນັ້ນໃຫ້ນັກຮຽນຫລິ້ນກິລາ ເປັນ ຕົ້ນ ກິລາບານແຕະ, ບານບ່ວງ ແລະ ອື່ນໆ ເພື່ອສ້າງໃຫ້ນັກຮຽນ ໃຊ້ເວລາວ່າງໃຫ້ເປັນປະໂຫຍດ, ຫ່າງໄກຈາກສິ່ງເສບຕິດ ແລະ ເພື່ອ ສຸຂະພາບ ທີ່ແຂງແຮງ. ທ່ານ ບຸນໄຫວ ຫລວງລາດ ຍັງໃຫ້ຮູ້ຕື່ມວ່າ: ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນ ກ້າວໜ້າ ມີຄູ-ອາຈານ ທັງໝົດ 30 ກວ່າ ຄົນ, ມີ 25 ຫ້ອງຮຽນ, ໃນສົກຮຽນ 2025-2026 ມີນັກຮຽນເກືອບ 900 ຄົນ. ພ້ອມນີ້, ທ່ານຍັງໄດ້ເນັ້ນ ໃຫ້ຄູ-ອາຈານ ໃນຂອບເຂດທົ່ວປະ ເທດ ໂດຍສະເພາະ ຄູ-ອາຈານ ພາຍ ໃນໂຮງຮຽນປະຖົມ ແລະ ມັດທະ ຍົມສົມບູນ ກ້າວໜ້າ ນຳພາ-ຊີ້ນຳ ແລະ ເອົາໃຈໃສ່ໃນການສິດສອນ, ຖ່າຍທອດບົດຮຽນ, ສຶກສາອົບຮົມ, ສິດ-ສອນລູກຫລານ, ນ້ອງນັກ ຮຽນ ໃຫ້ກາຍເປັນນັກຮຽນດີ, ນັກ ຮຽນເກັ່ງ, ເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາ ແລະ ສ້າງຊື່ສຽງໃຫ້ແກ່ ປະເທດຊາດ, ພ້ອມທັງໃຫ້ເຂັ້ມງວດ ໃນການປະຕິບັດກົດລະບຽບ ຂອງ ໂຮງຮຽນວາງອອກຕໍ່ນັກຮຽນ ຢ່າງເຄັ່ງຄັດ. ຂ່າວ: ທະນູທອງ; ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==