7105

@ 0j k; c]t gsfdko 02/09/2025 xtgmf]k; ໂທລະເລກອວຍພອນ... ນາຍົກລັດຖະມົນຕີ ເນັ້ນໃຫ້... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ໂທລະເລກ... ໃນຂົງເຂດວຽກງານຕ່າງປະເທດ ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະການ ຍົກສູງບົດບາດ“ການທູດຕົ້ນໄຜ່”ກໍຄືການປະກອບສ່ວນເຂົ້າໃນການຍົກສູງຖານະ ແລະ ບົດບາດ ຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ: ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ, ສະຫາຍຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງ ກວ່າເກົ່າ ໃນໜ້າທີ່ອັນສຳຄັນ ທີ່ພັກກອມມູນິດຫວຽດນາມ ໄດ້ມອບໝາຍໃຫ້, ຂ້າ ພະເຈົ້າ ຂໍຢຶນຢັນວ່າຈະສືບຕໍ່ຮ່ວມກັບສະຫາຍ ໃນການປະກອບສ່ວນອັນສຳຄັນ ເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງ ປະເທດຂອງພວກເຮົາ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ເນື່ອງໃນໂອກາດວັນຊາດແຫ່ງສສຫວຽດນາມຄົບຮອບ80ປີວັນທີ2ກັນຍາ ທີ່ຈະມາເຖິງນີ້, ໃນນາມຕາງໜ້າຄະນະນຳ, ພະນັກງານ-ລັດຖະກອນກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມ ສາມັກຄີ ຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ຄະນະນຳ, ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທຸກ ຖ້ວນໜ້າ. ພ້ອມກັນນີ້, ກໍຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງຕຳແໜ່ງອັນສົມກຽດ ມານະໂອກາດນີ້ດ້ວຍ ແລະ ຫວັງ ຢ່າງຍິ່ງວ່າ ຈະໄດ້ມີໂອກາດພົບກັບສະຫາຍໃນເວລາອັນໃກ້ນີ້. ຄວາມສາມາດນໍາພາ ແລະ ຄວາມ ເປັນແບບຢ່າງນໍາໜ້າ ຂອງຄະນະ ພັກທຸກຂັ້ນ, ເສີມຂະຫຍາຍມູນເຊື້ອ ວິລະຊົນ, ຍູ້ແຮງຂະບວນການສ້າງ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ (ສອຈ); ສຶກສາອົບຮົມປະ ຊາຊົນບັນດາເຜົ່າໃຫ້ເຂົ້າໃຈກ່ຽວ ກັບມູນເຊື້ອຮັກຊາດ, ມູນເຊື້ອແຫ່ງ ຄວາມສາມັກຄີ, ມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວ ຂອງກຸ່ມຄົນບໍ່ ຫວັງດີ ທີ່ຫວັງມ້າງເພທຳລາຍ ຄວາມສາມັກຄີ ກໍຄື ລະບອບປະຊາ ທິປະໄຕ ຂອງພັກເຮົາ; ສ້າງແນວ ຄິດຕື່ນຕົວໃນການປະຕິບັດແນວ ທາງຂອງພັກ, ແຜນນະໂຍບາຍ ຂອງລັດ; ຕ້ານ ແລະ ສະກັດກັ້ນ ໃຫ້ໄດ້ການສວຍໃຊ້ບັນຫາເຜົ່າ, ສາສະໜາ, ຢາເສບຕິດ, ສິດທິມະ ນຸດ ເພື່ອແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມຫຍຸ້ງຍາກໃນການ ທຳມາຫາກິນຂອງປະຊາຊົນ. ພ້ອມນີ້, ກໍຕ້ອງສູ້ຊົນສ້າງພື້ນ ຖານເສດຖະກິດໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ເລັ່ງແກ້ໄຂບັນຫາ ເຄັ່ງຮ້ອນກໍຄືຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ; ເອົາ ໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນ ພາຍໃນແຂວງ, ວາງແຜນພັດທະ ນາເຂດແຄວ້ນ ແລະ ກໍານົດເຂດ ການພັດທະນາຢ່າງມີຈຸດສຸມ ເພື່ອ ສ້າງສໍາພັນເສດຖະກິດໃຫ້ເກີດ ຂຶ້ນ ແລະ ແນໃສ່ທິດໃນການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃຫ້ປະກົດເປັນຈິງ; ອໍານວຍ ຄວາມສະດວກໃຫ້ຜູ້ປະກອບການ, ຄອບຄົວປະຊາຊົນ ຫລື ພໍ່ຄ້າຊາວ ຂາຍໃນການຜະລິດ ແລະ ຈໍລະ ຈອນສິນຄ້າ, ຫລີກເວັ້ນການສ້າງ ຄວາມຫຍຸ້ງຍາກ, ຫລາຍຂອດ ຫລາຍຂັ້ນທີ່ບໍ່ຈໍາເປັນ, ປັບປຸງບັນ ດາຂອດການເກັບພາສີ, ອາກອນ, ຄ່າທຳນຽມ, ຄ່າຂົນສົ່ງ...ໃຫ້ເໝາະ ສົມ ແລະ ໂປ່ງໃສ; ພັດທະນາຂົງ ເຂດວັດທະນະທໍາ-ສັງຄົມ, ປະຕິ ບັດບັນດາຄາດໝາຍຕົວຊີ້ວັດການ ພັດທະນາແບບຍືນຍົງ (ດ້ານການ ສຶກສາ ແລະ ສາທາລະນະສຸກ), ແກ້ ໄຂບັນຫາອັດຕາເຂົ້າຮຽນ, ການປະ ລະການຮຽນ ແລະ ປັບປຸງຍົກລະ ດັບຄຸນນະພາບຂອງການປິ່ນປົວ, ປະຕິບັດນະໂຍບາຍຕໍ່ພະນັກງານ, ຜູ້ ທີ່ມີຜົນງານ ແລະ ມີຄຸນງາມຄວາມ ດີ ຕໍ່ປະເທດຊາດຕໍ່ການປະຕິວັດ ແລະ ຊ່ວຍເຫລືອບັນເທົາທຸກຜູ້ທີ່ ໄດ້ຮັບເຄາະຮ້າຍຈາກໄພພິບັດ, ປຸກ ລະດົມສັງຄົມເຂົ້າຮ່ວມການສົງ ເຄາະຊ່ວຍເຫລືອ ຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດໃຫ້ດີກວ່າເກົ່າ; ພັດທະ ນາສີມືແຮງງານໃຫ້ມີຄຸນນະພາບ, ຫລາກຫລາຍອາຊີບ ເພື່ອສະໜອງ ກັບຄວາມຕ້ອງການຂອງຕະຫລາດ ແຮງງານ ກໍຄື ໂຄງການລົງທຶນ ຕ່າງໆຢູ່ພາຍໃນແຂວງ, ສ້າງທຸກ ເງື່ອນໄຂໃຫ້ພົນລະເມືອງມີວຽກ ເຮັດງານທຳ, ກໍານົດຄ່າແຮງງານ ຂອງພາກລັດ ແລະ ພາກເອກະ ຊົນໃຫ້ມີຄວາມກົມກຽວ ສາມາດ ຕອບສະໜອງ ແລະ ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາເສດຖະກິດ-ສັງຄົມ; ສືບຕໍ່ປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ສຶກ ສາອົບຮົມຖັນແຖວສະມາຊິກພັກພະນັກງານ ກໍຄື ປະຊາຊົນໃຫ້ຮັບຮູ້ ແລະ ມີສະຕິຕື່ນຕົວປະຕິບັດລະບຽບ ກົດໝາຍຢ່າງເຂັ້ມງວດ; ສືບຕໍ່ນຳພາ ແລະ ຍູ້ແຮງວຽກງານກໍ່ສ້າງຮາກ ຖານການເມືອງ ຕິດພັນກັບວຽກ ງານພັດທະນາຊົນນະບົດຮອບ ດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ; ປັບປຸງລະບົບການ ເມືອງໃຫ້ໜັກແໜ້ນເຂັ້ມແຂງ, ການ ຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດ ທິພາບແລະສັກສິດ, ແກ້ໄຂຄອບຄົວ ທຸກຍາກ, ບ້ານທຸກຍາກ ແລະ ເມືອງ ທຸກຍາກໃຫ້ຫລຸດລົງຢ່າງຈະແຈ້ງ. ສະຫາຍ ສອນໄຊ ສີພັນດອນ ຍັງ ເນັ້ນຕື່ມວ່າ: ອົງຄະນະພັກແຂວງ ເຊກອງ ພາຍໃຕ້ການນໍາພາ ຂອງ ຄະນະບໍລິຫານງານພັກແຂວງສະ ໄໝທີ XI ຕ້ອງເພີ່ມທະວີຄວາມ ສາມັກຄີເອກະພາບ, ສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຍູ້ແຮງວຽກງານສ້າງ ຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ລະບົບການເມືອງ ຂອງ ລະບອບປະຊາທິປະໄຕປະຊາຊົນ, ປັບປຸງລະບົບການເມືອງໃຫ້ເຂັ້ມ ແຂງ, ການຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ; ແກ້ໄຂບັນດາ ໄພອັນຕະລາຍ ທີ່ຂົ່ມຂູ່ຕໍ່ພັກ-ຕໍ່ລັດ ໂດຍສະເພາະໄພແຫ່ງຄວາມທຸກ ຍາກ ແລະ ຄວາມແຕກໂຕນໃນສັງ ຄົມ,ໄພເສດຖະກິດ(ໜີ້ສິນ),ໄພຫຍໍ້ ທໍ້ໃນສັງຄົມ, ໄພສໍ້ລາດບັງຫລວງ ແລະ ໄພອື່ນໆ... ເພື່ອສືບຕໍ່ສ້າງ ຄວາມເຊື່ອໝັ້ນແລະສັດທາຂອງປະ ຊາຊົນທີ່ມີຕໍ່ການນໍາພາຂອງພັກ. ຂ່າວ: ສັນຍາ; ພາບ: ອັດສະວິນ ຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມເສຍສະລະອັນໃຫຍ່ຫລວງ ເປັນເວລາ ຍາວນານຫລາຍທົດສະວັດ ເພື່ອຍາດເອົາເອກະລາດມາສູ່ປະຊາຊົນຄັ້ງທໍາອິດໃນ ປີ 1945 ແລະ ສືບຕໍ່ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ໂດຍສົມທົບລະຫວ່າງ ກໍາລັງ ແຮງແຫ່ງຄວາມສາມັກຄີອັນເປັນປຶກແຜ່ນ ຂອງປະຊາຊົນຫວຽດນາມ, ກໍາລັງ ແຮງຂອງຍຸກສະໄໝ ແລະ ການສະໜັບສະໜູນຊ່ວຍເຫລືອຂອງເພື່ອນມິດສາກົນ ແລະ ດ້ວຍຄວາມປາຖະໜາອັນສູງສົ່ງ ດັ່ງປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ໄດ້ກ່າວ ໄວ້ວ່າ “ບໍ່ມີສິ່ງໃດປະເສີດ ຍິ່ງກວ່າເອກະລາດ ແລະ ເສລີພາບ”, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ຍາດໄດ້ໄຊຊະນະເປັນ ແຕ່ລະບາດກ້າວຢ່າງຕໍ່ເນື່ອງ ກ້າວໄປເຖິງການປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດເປັນເອກະພາບອັນໜຶ່ງອັນດຽວ ໃນປີ 1975 ແລະ ສືບຕໍ່ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ ໂດຍຍາດໄດ້ ບັນດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ, ໂດຍ ສະເພາະແມ່ນບັນດາຜົນສຳເລັດຮອບດ້ານໃນພາລະກິດປ່ຽນແປງໃໝ່ ອັນໄດ້ເຮັດ ໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນ ຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນລຳດັບ ເລື້ອຍໆມາ, ການປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ການພົວພັນຮ່ວມມືກັບຕ່າງ ປະເທດໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງ ສສ ຫວຽດນາມ ນັບມື້ ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຖືບັນດາ ໄຊຊະນະດັ່ງກ່າວ ເປັນບົດຮຽນອັນໃຫຍ່ຫລວງ, ທັງເປັນກຳລັງໃຈອັນແຮງກ້າ ໃຫ້ແກ່ ພວກຂ້າພະເຈົ້າ ໃນການນຳພາພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດຂອງຕົນ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງພັກກອມມູນິດຫວຽດນາມ ໂດຍແມ່ນ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມ ຈະ ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃນໄລຍະທ້າຍສະໄໝໄດ້ຢ່າງມີໄຊ ແລະ ກ້າວ ໄປສູ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ສໍາເລັດຜົນຢ່າງຈົບ ງາມ ເພື່ອສືບຕໍ່ສ້າງປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳ ທີ່ທັນສະໄໝ, ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນ ເຄົາລົບຮັກ ເປັນຜູ້ລິເລີ່ມ ແລະ ໄດ້ຜ່ານການທົດສອບໃນແປວໄຟປະຕິວັດ ມາເປັນ ເວລາຫລາຍທົດສະວັດນັ້ນ ໄດ້ກາຍເປັນມູນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໄຈຕັດສິນໄຊ ຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນ ຍິ່ງໄດ້ຮັບການ ເອົາໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກ ໃນທຸກຂົງເຂດແລະແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ໃນໂອກາດນີ້, ພວກຂ້າພະເຈົ້າ ຂໍສະ ແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳ ຄ່າ, ມີປະສິດທິຜົນ ແລະ ທັນການ ບົນຈິດໃຈ ສະຫາຍອ້າຍນ້ອງ, ແບບເຂົ້າເມັດຫັກ ຜັກເສັ້ນແບ່ງ, ບໍລິສຸດຜຸດຜ່ອງແກ່ພາລະກິດຕໍ່ສູ້ປົດປ່ອຍ ປະເທດຊາດ ໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ພວກຂ້າ ພະເຈົ້າ ໃນປັດຈຸບັນ. ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ຈົ່ງນັບມື້ນັບແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງ ແກ່ນຊົ່ວກາລະນານ. ໃນໂອກາດດຽວກັນ, ການນໍາບັນດາຄະນະຂອງສູນກາງ ພັກ, ກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ກໍໄດ້ສົ່ງໂທລະເລກອວຍ ພອນ ເຖິງຄູ່ຮ່ວມຕໍາແໜ່ງ ຝ່າຍຫວຽດນາມ ເຊັ່ນດຽວກັນ. ປະທານປະເທດ... ວັນທີ 1 ກັນຍາ 2025 ໂດຍການ ເປັນປະທານຂອງ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ, ມີຮອງລັດຖະ ມົນຕີ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ເຫລັກໄຫລ ສີວິໄລ ໄດ້ ກ່າວວ່າ: ວຽກງານ 3 ສ້າງແມ່ນ ວຽກງານໜຶ່ງທີ່ມີຄວາມສຳຄັນ ເປັນປັດໄຈກະຕຸກຊຸກຍູ້ ໃຫ້ແກ່ວຽກ ງານການກໍ່ສ້າງຮາກຖານການ ເມືອງກໍຄືການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດ ເຊິ່ງກົມການເມືອງສູນກາງ ພັກ ຍາມໃດກໍໄດ້ເອົາໃຈໃສ່ຕິດ ຕາມ, ຊີ້ນຳລັດຖະບານຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ ຕິດພັນ ກັບວຽກງານພັດທະນາຊົນນະບົດ ຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ເຊິ່ງກອງ ປະຊຸມຄັ້ງນີ້, ໄດ້ສະຫລຸບຕີລາ ຄາຄືນວຽກງານ 3 ສ້າງຂອງຂະ ແໜງ ຍທຂ ພາຍຫລັງໄດ້ມີການ ແບ່ງຄວາມຮັບຜິດຊອບໃຫ້ແກ່ບັນ ດາພະແນກ ຍທຂ, ນະຄອນຫລວງ/ ແຂວງໃນທົ່ວປະເທດ.ພ້ອມນັ້ນ, ໃນ ວາລະດຳເນີນກອງປະຊຸມ ຍັງຈະ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບ ຄໍາເຫັນໃສ່ຮ່າງຄຳແນະນຳ ສະ ເພາະລົງເລິກກ່ຽວກັບຄວາມຮັບ ຜິດຊອບວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງ ລວມ ທັງການຄຸ້ມຄອງນໍ້າໜັກລົດບັນທຸກ ອີກດ້ວຍ. ໃນໂອກາດດັ່ງກ່າວ,ທ່ານລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຍົກ ໃຫ້ເຫັນຜົນສໍາເລັດ ໃນການຈັດຕັ້ງ ປະຕິບັດວຽກງານ 3 ສ້າງ ຂັ້ນສູນ ກາງ ໄລຍະປີ 2019-2024 ເປັນ ຕົ້ນ ວຽກຂົວທາງ ໄດ້ສໍາເລັດໂດຍ ພື້ນຖານ ຮ່າງເນື້ອໃນແຜນຍຸດທະ ສາດຮອດປີ 2030, ວິໄສທັດຮອດ ປີ 2035 ແລະ ສ້າງແຜນການພັດ ທະນາ 5 ປີ (2021-2025) ຂອງ ຂະແໜງຂົວທາງ; ສໍາເລັດເນື້ອໃນ ແລະ ຮັບຮອງ ການແບ່ງຄວາມຮັບ ຜິດຊອບ ແຕ່ລະໜ້າວຽກໃນການ ຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງ ຊາດ ແລະ ທາງຫລວງທ້ອງຖິ່ນກັບ ພະແນກ ຍທຂ ແຂວງໄຊສົມບູນ; ໄດ້ປະສານສົມທົບກັບພະແນກ ຍທຂ ແຂວງ ແລະ ນະຄອນຫລວງ ວຽງຈັນ ສໍາຫລວດ, ເກັບກໍາຂໍ້ມູນ ສະພາບທາງຫລວງ ເພື່ອຈັດລຽງ ບຸລິມະສິດ, ສ້າງແຜນວຽກ ແລະ ແຜນງົບປະມານສໍາລັບວຽກບູລະ ນະຮັກສາ ແລະ ສ້ອມແປງທາງ ຫລວງ. ນອກຈາກນີ້, ຍັງໄດ້ສໍາເລັດ ການສ້າງຕັ້ງໂຄງການສ້ອມແປງ ທາງຫລວງແຫ່ງຊາດ18ໂຄງການ, ປະຈໍາແຕ່ລະແຂວງ ເພື່ອຄຸ້ມຄອງ ຕິດຕາມ, ກວດກາແລະຢັ້ງຢືນການ ຈັດຕັ້ງປະຕິບັດວຽກບູລະນະຮັກ ສາ ແລະ ສ້ອມແປງ ປີ 20222024 ຈໍານວນ 109 ສັນຍາ, ກວມ ເອົາຄວາມຍາວເສັ້ນທາງປະມານ 6.200 ກິໂລແມັດ, ມູນຄ່າສັນຍາ ທັງໝົດ 941.69 ຕື້ກີບ ຕໍ່ສາມປີ ມີ ຄວາມຄືບໜ້າສະເລ່ຍ 85%. ສຳລັບວຽກການບິນພົນລະ ເຮືອນ ໄດ້ສໍາເລັດສ້າງວິໄສທັດ ຮອດປີ2030, ຍຸດທະສາດການພັດ ທະນາການບິນພົນລະເຮືອນ ຮອດ ປີ 2030 ແລະ ແຜນພັດທະນາ 5 ປີ (2021-2025) ຂອງກົມການ ບິນພົນລະເຮືອນ, ໄດ້ຄົ້ນຄວ້າຮ່າງ ຂໍ້ຕົກລົງວ່າດ້ວຍການຄວບຄຸມ ແລະ ຈໍາກັດສິ່ງກີດຂວາງການບິນ ຂອງສະໜາມບິນ(ສໍາເລັດ95%); ໄດ້ເຜີຍແຜ່ນິຕິກໍາວຽກງານປ້ອງ ກັນຄວາມປອດໄພການບິນ, ອໍາ ນາດການປົກຄອງທ້ອງຖິ່ນ ແລະ ບັນດາບ້ານອ້ອມຮອບສະໜາມບິນ ໃນຂອບເຂດທົ່ວປະເທດ; ສ່ວນ ວຽກຂົນສົ່ງ ໄດ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ທ່າບົກຕາມແຜນ ຍຸດທະສາດເພີ່ມ 2 ແຫ່ງທ່າບົກ ທ່ານາແລ້ງ ນະຄອນຫລວງວຽງ ຈັນ ແລະ ທ່າບົກວັງເຕົ່າ ຈຳປາສັກ; ຈັດຕັ້ງປະຕິບັດໂຄງການຂົນສົ່ງ ແບບຍືນຍົງ ໃນຕົວເມືອງນະຄອນ ຫລວງວຽງຈັນ ເພື່ອຄຸ້ມຄອງບໍລິ ການໃນຕົວເມືອງ, ມີລົດເມດ່ວນ BRT, ປັບປຸງທາງຍ່າງ ແລະ ການ ສັນຈອນທີ່ບໍ່ມີເຄື່ອງຈັກ, ມີສູນບັນ ຊາການຈະລາຈອນ ແລະ ລະບົບ ເກັບເງິນຄ່າໂດຍສານ. ຂ່າວ: ກິດຕາ; ພາບ: ຂັນໄຊ ຍທຂ... ໃນກອງປະຊຸມພາກຄົບຄະນະ ຮ່ວມກັບທ່ານປະທານາທິບໍດີ ວະລາດີ ເມຍ ປູຕິນ ແຫ່ງ ສ ຣັດເຊຍ ແລະ ຮ່ວມກັນສົນທະນາກ່ຽວກັບບັນຫາ ຕ່າງໆ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລະຫວ່າງ ສປປ ລາວ-ສ ຣັດເຊຍ, ເຊິ່ງຈະຈັດຂຶ້ນໃນໄລຍະດຽວກັນ ກັບກອງປະຊຸມດັ່ງກ່າວ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ພາກທຸລະກິດຂອງສອງປະເທດ ໃຫ້ນັບມື້ຂະຫຍາຍຕົວຫລາຍຂຶ້ນ ແລະ ຄາດວ່າຈະມີຜູ້ເຂົ້າຮ່ວມຈາກພາກທຸລະກິດ ຂອງທັງສອງປະເທດ ຈຳນວນຫລາຍ. ນາຍົກລັດຖະມົນຕີ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຈີນ ໄດ້ ໃຫ້ກຽດກ່າວສູນທອນພົດ ພາຍໃຕ້ ຄໍາຂວັນ “ການສົ່ງເສີມການຮ່ວມ ມືຫລາຍຝ່າຍ, ຮັບປະກັນຄວາມ ໝັ້ນຄົງໃນພາກພື້ນ ແລະ ສົ່ງເສີມ ການພັດທະນາແບບຍືນຍົງ (Implementing multilateralism, ensuring regional security and promoting sustainable ເສີມສັນຕິພາບ ແລະ ຄວາມໝັ້ນ ຄົງພາຍໃນພາກພື້ນ ແລະ ການພັດ ທະນາແບບຍືນຍົງ”. ໃນໂອກາດ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟ້າມ ມິງ ຈິງ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ ຄະນະ; ພົບປະສອງຝ່າຍກັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ, ປະທານ ຄະນະກຳມາທິການຮັກ ສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບ, ຮັກສາການປະທານາ ທິບໍດີ ແຫ່ງ ສສ ມຽນມາ; ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຄ ພີ ຊາມາ ໂອລີ ນາຍົກລັດຖະ ມົນຕີ ແຫ່ງ ເນປານ ແລະ ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມ ເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ, ເພື່ອປຶກສາ ຫາລື ແລະ ແລກປ່ຽນຄຳຄິດເຫັນ ໃນການເສີມຂະຫຍາຍການພົວພັນ ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນ ມິດດັ່ງກ່າວ. ອົງການຮ່ວມມືຊຽງໄຮ້(SCO) ແມ່ນອົງການຈັດຕັ້ງລະຫວ່າງ ລັດຖະບານ ສ້າງຕັ້ງຂຶ້ນໃນປີ 2001 ທີ່ ນະຄອນຊຽງໄຮ້ ໂດຍ 6 ປະເທດກໍ່ຕັ້ງຄື: ສປ ຈີນ, ຣັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບ ກິດສະຖານ. ປັດຈຸບັນ, ອົງການ SCO ມີປະເທດສະມາຊິກທັງໝົດ 10 ປະເທດ, ປະເທດສັງເກດການ 2 ປະເທດ ແລະ ປະເທດທີ່ເປັນຄູ່ ຮ່ວມເຈລະຈາ 15 ປະເທດ (ລວມ ທັງ ສປປ ລາວ) ໂດຍມີຈຸດປະສົງ ເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນ ຄົງ ແລະ ສະຖຽນລະພາບພາຍໃນ ພາກພື້ນ, ພ້ອມທັງສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດ, ການ ແລກປ່ຽນວັດທະນະທໍາ ແລະ ການ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ການເຂົ້າຮ່ວມກອງປະຊຸມສຸດ ຍອດຂອງອົງການຮ່ວມມືຊຽງໄຮ້ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ເປັນຄັ້ງປະຖົມມະລືກ ສໍາລັບ ສປປ ລາວ ໃນເວທີດັ່ງກ່າວ ເຊິ່ງສາມາດສະຫລຸບຕີລາຄາໄດ້ວ່າ ການເຂົ້າຮ່ວມກອງປະຊຸມໃນຄັ້ງ ນີ້ແມ່ນມີຜົນສໍາເລັດອັນຈົບງາມ ແລະ ເປັນການເສີມຂະຫຍາຍການ ຮ່ວມມືທາງການທູດ ໃຫ້ເຂົ້າເຖິງ ຂົງເຂດ ຢູຣາເຊຍ ພ້ອມທັງ, ສ້າງ ຄວາມຮັບຮູ້ອັນເລິກເຊິ່ງ ລະຫວ່າງ ສປປ ລາວ ແລະ ປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາຂອງອົງການ ໃຫ້ຫລາຍຂຶ້ນຕື່ມ. development)” ໂດຍໄດ້ສະ ແດງຄວາມຍິນດີຕ້ອນຮັບການນໍາ ສູງສຸດ ຈາກບັນດາປະເທດສະມາ ຊິກຂອງອົງການ, ປະເທດຄູ່ຮ່ວມ ເຈລະຈາ, ປະເທດສັງເກດການ, ແຂກຂອງປະທານ ແລະ ອົງການ ການຈັດຕັ້ງສາກົນ ໂດຍໄດ້ຢໍ້າຄືນ ຄວາມໝາຍຄວາມສໍາຄັນ ຂອງ ອົງການຮ່ວມມືຊຽງໄຮ້ ທີ່ມີບົດ ບາດເປັນເວທີສໍາລັບການຮ່ວມ ມືດ້ານຄວາມໝັ້ນຄົງ, ການພັດ ທະນາເສດຖະກິດ ແລະ ການແລກ ປ່ຽນທາງດ້ານວັດທະນະທໍາພາຍ ໃນພາກພື້ນ. ທ່ານຍັງໄດ້ກ່າວ ວ່າ “ໃນທ່າມກາງສະພາບທີ່ໂລກ ກຳລັງຜະເຊີນໜ້າກັບສິ່ງທ້າທາຍ ຕ່າງໆ ເປັນຕົ້ນແມ່ນຄວາມບໍ່ມີສະ ຖຽນລະພາບ, ຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້, ອົງ ການຮ່ວມມືຊຽງໄຮ້ ຈະຕ້ອງແບກ ຮັບຄວາມຮັບຜິດຊອບທີ່ຫລາຍຂຶ້ນ ກວ່າເກົ່າ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການພັດທະນາ ແລະ ຄວາມ ຈະເລີນຮຸ່ງເຮືອງສໍາລັບທຸກໆປະ ເທດໃນໂລກ”. ທ່ານຍັງໄດ້ຮຽກ ຮ້ອງໃຫ້ປະເທດສະມາຊິກ ແລະ ຄູ່ ຮ່ວມພັດທະນາ ເພີ່ມທະວີຄວາມ ສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນ, ພ້ອມທັງ, ຍຶດໝັ້ນໃນຫລັກການຂອງການ ຮ່ວມມືຫລາຍຝ່າຍ ແລະ ການມີ ສ່ວນຮ່ວມເພື່ອຜົນປະໂຫຍດຮ່ວມ ກັນທ່າມກາງສະພາບການທີ່ຄາດ ຄະເນໄດ້ຍາກນີ້. ໃນໄລຍະກອງປະຊຸມພິເສດ ໃນພາກກອງປະຊຸມບັນດາປະເທດ ສະມາຊິກບວກຫລື “SCOPlus” ສປປ ລາວ ໄດ້ຖືກຮັບຮອງຢ່າງ ເອກະສັນໃຫ້ເປັນປະເທດຄູ່ຮ່ວມ ເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ. ໃນໂອກາດທີ່ມີຄວາມໝາຍນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ກ່າວບົດປາໄສໂດຍໄດ້ສະແດງ ຄວາມຂອບໃຈຕໍ່ບັນດາປະເທດສະ ມາຊິກຂອງອົງການ ທີ່ໃຫ້ການ ສະໜັບສະໜູນ ແລະ ໄວ້ເນື້ອເຊື່ອ ໃຈຕໍ່ ສປປ ລາວ. ທ່ານ ປະທານ ປະເທດ ຍັງໄດ້ຢໍ້າຕື່ມວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ຫລັກການ ແລະ ເປົ້າໝາຍຂອງອົງການການ ຮ່ວມມືຊຽງໄຮ້ ທີ່ມີຄວາມສອດ ຄ່ອງກັບແນວທາງ ແລະ ນະໂຍ ບາຍການຕ່າງປະເທດຂອງ ສປປ ລາວ ທີ່ຍາມໃດກໍຍຶດໝັ້ນຫລັກ ການສັນຕິພາບ ເອກະລາດ ມິດຕະ ພາບ ແລະ ການຮ່ວມມືທີ່ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພ້ອມທັງຢໍ້າຕື່ມວ່າ ສປປ ລາວ ພ້ອມທີ່ຈະມີສ່ວນຮ່ວມໃນການສົ່ງ

RkJQdWJsaXNoZXIy MTc3MTYxMQ==