glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັນ xtgmf]k; 6 01/09/2025 glf4tdy f{la '7q , 8kfoErkd g,n v'xkd-j v' vu d|bj 'lt4komuj mj v'mj P;7;owxleza f 8ec]h ;|u 9t,u 3mf mk'vkpkco;.fL ຂປລ. ໃນປັດຈຸບັນນີ້ເມື່ອເວົ້າ ເຖິງເລື່ອງອຸບັດເຫດຕາມທ້ອງຖະ ໜົນແມ່ນເກີດຂຶ້ນເກືອບທຸກໆມື້ ແລະ ເປັນປາກົດການຫຍໍ້ທໍ້ໃນສັງ ຄົມ ດັ່ງທີ່ພວກເຮົາໄດ້ຮັບຮູ້ທາງສື່ ຕ່າງໆ. ອຸບັດເຫດແມ່ນເຫດທີ່ເກີດ ຂຶ້ນໂດຍບໍ່ຄາດຄິດ, ແມ່ນເຫດການ ທີ່ເກີດຂຶ້ນດ້ວຍຄວາມບັງເອີນ ແລະ ດ້ວຍຄວາມບໍ່ລະມັດລະວັງ, ຖ້າ ຫາກວ່າມັນເກີດຂຶ້ນແລ້ວແນ່ນອນ ວ່າມັນຈະສ້າງຄວາມເສຍຫາຍກັບ ບຸກຄົນ ແລະ ພາຫະນະ, ຜົນເສຍ ຫາຍທາງດ້ານວັດຖຸຊັບສິນ, ຜົນ ເສຍຫາຍທາງດ້ານສຸຂະພາບ, ເຮັດ ໃຫ້ເສຍເວລາໃນການທຳມາຫາກິນ ແລະ ຮ້າຍແຮງໄປກວ່ານັ້ນບາງ ກໍລະນີອາດຈະເຮັດໃຫ້ຜູ້ຖືກເຄາະ ຮ້າຍເສຍຊີວິດກໍມີ. ໄລຍະນີ້ປະເທດຂອງພວກເຮົາ ກຳລັງພັດທະນາ, ພື້ນຖານໂຄງ ລ່າງເຊັ່ນ : ໄດ້ສ້ອມແປງເສັ້ນທາງ ທີ່ເປ່ເພ, ທໍ່ລະບາຍນ້ຳ ເພື່ອອຳ ນວຍຄວາມສະດວກສະບາຍໃນ ການສັນຈອນໄປມາ ໃນແຕ່ລະມື້ ແລະ ພາຫະນະກໍມີລັກສະນະເພີ່ມ ຂຶ້ນທຸກໆມື້. ສະນັ້ນ, ຈຶ່ງເຮັດໃຫ້ ການສັນຈອນມີລັກສະນະແອອັດ ໂດຍສະເພາະເວລາເລັ່ງດ່ວນ ແລະ ຕາມຈຸດສີແຍກ, ສວນເຈົ້າໜ້າທີ່ ຕຳຫລວດຈະລາຈອນຍາມໃດກໍ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິ ບັດໜ້າທີ່ຢ່າງເຂັ້ມງວດ, ນອກ ນັ້ນ, ກໍໄດ້ມີການໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍການຈະລາຈອນ ທາງບົກ ແລະ ກົດໝາຍອື່ນໆທີ່ ກ່ຽວຂ້ອງຢູ່ຕາມສະຖາບັນ, ໂຮງ ຮຽນ ແລະ ຕາມຈຸດທີ່ສຳຄັນ ເພື່ອ ໃຫ້ຜູ້ຂັບຂີ່ຮັບຮູ້, ເຂົ້າໃຈ, ເຄົາລົບ ແລະ ປະຕິບັດລະບຽບກົດຈະລາ ຈອນຢ່າງເຂັ້ມງວດ. ເພື່ອຫລີກເວັ້ນ ອຸບັດເຫດ, ອຸບັດເຫດເກີດຂຶ້ນສ່ວນ ຫລາຍແມ່ນຍ້ອນຜູ້ຂັບຂີ່ລະເມີດກົດ ຈະລາຈອນເຊັ່ນ: ເມົາແລ້ວຂັບ, ຂັບ ຂີ່ໄວ້ເກີນຂອບເຂດ, ລວງໄຟແດງ ແລະ ອື່ນໆທີ່ພາໃຫ້ເກີດອຸບັດເຫດ. ໃນເມື່ອເກີດອຸບັດເຫດບາງກໍລະນີ ກໍໄດ້ເອົາຕົວລົບໜີຈາກເຫດການ ອັນນີ້ມັນສ່ອງແສງໃຫ້ພວກເຮົາ ເຫັນເຖິງການຂາດນໍ້າໃຈມະນຸດ ສະທຳຕໍ່ກັນ. ການເອົາຕົວລົບໜີ ຈາກອຸບັດເຫດ, ນັ້ນແມ່ນສະແດງ ໃຫ້ພວກເຮົາເຫັນເຖິງການຂາດ ຄວາມຮັບຜິດຊອບ ແລະ ເຫັນແກ່ ຕົວ, ບໍ່ຄິດເຫັນໃຈຜູ້ໄດ້ຮັບເຄາະ ຮ້າຍແຕ່ການກະທຳນັ້ນເປັນການ ກະທຳທີ່ຜິດຕໍ່ຈັນຍາບັນຂອງນັກ ຂັບຂີ່ ແລະ ຜິດຕໍ່ກົດໝາຍອາຍາທີ່ ກຳນົດໄວ້ໃນມາດຕາ 87 ໄດ້ລະ ບຸໄວ້ວ່າ. ບຸກຄົນຜູ້ໃດຫາກໄດ້ເຮັດ ໃຫ້ອຸບັດເຫດເກີດຂຶ້ນແລ້ວລົບໜີ ຈະຖືກລົງໂທດຕັດອິດສະພາບແຕ່ ຫົກເດືອນຫາສອງປີ ແລະ ຈະຖືກ ປັບໃໝ່ແຕ່ 200.000 ກີບ. ຫາ 1.000.000 ກີບ. ຄວາມພະຍາ ຍາມກໍ່ການກະທຳຜິດກໍຈະຖືກລົງ ໂທດ. ນອກນັ້ນ ຕ້ອງມີຄວາມຮັບ ຜິດຊອບທາງແພ່ງຕື່ມອີກ. ສະນັ້ນ ເພື່ອເຮັດໃຫ້ບັນຫາອຸ ບັດເຫດບົນທ້ອງຖະໜົນຫລຸດໜ້ອຍ ລົງຜູ້ຂຽນຈຶ່ງຮຽກຮ້ອງມາຍັງຜູ້ ຂັບຂີ່ຈ່ົງຂັບຂີ່ຢ່າງມີສະຕິ, ມີຄວາມ ລະມັດລະວັງສູງ, ໃຫ້ກຽດເຊິ່ງກັນ ແລະ ກັນ ສິ່ງສຳຄັນຕ້ອງພ້ອມກັນ ປະຕິບັດກົດຈະລາຈອນຢ່າງເຂັ້ມ ງວດ, ເພື່ອຫລີກເວັ້ນອຸບັດເຫດທີ່ ຈະເກີດຂຶ້ນ. ໂດຍ: ມາລີດາີດ lb dlkmy dko c]t dy ]k s];'rt[k' 4n le7a o8+ ;Pd'kol5 0trk[9tg]u ora o ຂປລ. ວຽກງານສຸຂະພາບຈະ ເລີນພັນແມ່ນວຽກງານໜຶ່ງໃນການ ພັດທະນາແມ່ຍິງ ແລະ ເດັກນ້ອຍ ທີ່ຢູ່ໃນໄລຍະ ຂອງການປ່ຽນແປງ ໃນເວລາເດັກຈະເລີນເຕີບໂຕ ແລະ ພັດທະນາ ໂດຍພົວພັນກັບເດັກ ທີ່ມີຮ່າງກາຍແຂງແຮງ, ມີສະຕິ ປັນຍາ, ມີຄວາມສາມາດໃນດ້ານ ສັງຄົມ, ອາລົມຈິດ ແລະ ມີຄວາມ ພ້ອມເພື່ອຮຽນຮູ້. ໄລຍະເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ເປັນໄລຍະທີ່ ສໍາຄັນທີ່ສຸດເພາະແມ່ນໄລຍະການ ສ້າງພື້ນຖານພັດທະນາການໃຫ້ແກ່ ເດັກໃນອະນາຄົດ ທາງດ້ານສຸຂະ ພາບໄວຈະເລີນພັນ, ຄວາມຜາສຸກ, ການຈະເລີນເຕີບໂຕ, ພັດທະນາ ແລະ ປະສົບຜົນສໍາເລັດໃນການ ຮຽນຮູ້ຢູ່ໃນຄອບຄົວ, ຊຸມຊົນ, ໂຮງ ຮຽນແລະ ໃນການດໍາລົງຊີວິດຢູ່ໃນ ສັງຄົມ ເຊິ່ງການວິໄຈໃນປັດຈຸບັນ ໄດ້ຢັ້ງຢືນໃຫ້ເຫັນວ່າ: ການພັດທະ ນາທາງດ້ານມັນສະໝອງຂອງເດັກ ອາຍຸຕໍ່າກວ່າ 5 ປີ ມີຄວາມສໍາຄັນ ທີ່ສຸດໃນໄລຍະໄວຈະເລີນພັນ ແລະ ມີການພົວພັນໂດຍກົງຈາກແມ່ສູ່ ລູກ ໂດຍສະເພາະນັບແຕ່ໃນໄລຍະ ຖືພາຈົນເຖິງອາຍຸ 3 ປີ ເຊິ່ງເປັນໄລ ຍະທີ່ສໍາຄັນຕໍ່ການປະກອບສ້າງ ຂອງໂຄງສ້າງທາງສະໝອງຂອງ ເດັກນ້ອຍ. ສະນັ້ນ, ວຽກງານດັ່ງ ກ່າວ ຈຶ່ງຖືໄດ້ວ່າເປັນອີກວຽກງານ ໜຶ່ງທີ່ມີຄວາມສໍາຄັນທີ່ທຸກພາກ ສ່ວນ ແລະ ທຸກອົງການຈັດຕັ້ງຕ້ອງ ໃຫ້ຄວາມສໍາຄັນເປັນພິເສດ. ທ່ານ ບຸນເລັ່ງ ພິລາວັນ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໄດ້ໃຫ້ ສໍາພາດໃນໂອກາດ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງ ສາທາລະນະສຸກ ໄດ້ນໍາພາສື່ມວນ ຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວ ກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງຫລວງພະບາງ ໂດຍໄດ້ຮັບ ການສະໜັບສະໜູນຈາກອົງການ ສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ເມື່ອບໍ່ດົນ ມານີ້ວ່າ: ທົ່ວແຂວງຫລວງພະບາງ ມີໂຮງຮຽນທັງໝົດ1.034ແຫ່ງໃນ ນີ້, ອະນຸບານ 199 ແຫ່ງ, ປະຖົມ 718 ແຫ່ງ, ມັດທະຍົມຕອນຕົ້ນ 104 ແຫ່ງ, ມັດທະຍົມຕອນປາຍ 54 ແຫ່ງ. ສໍາລັບວຽກງານສຸຂະ ພາບຈະເລີນພັນທີ່ເຊື່ອມໂຍງເຂົ້າ ໃນການຮຽນ-ການສອນ ໃນໄລຍະ ຜ່ານມາ, ພະແນກສຶກສາທິການ ແລະກິລາແຂວງຫລວງພະບາງ ໄດ້ ນຳໃຊ້ຫລັກສູດສ່ວນກາງໃນຫົວຂໍ້ ທີ່ກ່ຽວພັນກັບການມີເພດສຳພັນ, ການປ້ອງກັນພະຍາດ, ການຮັກ ສາອະນາໄມ ແລະ ວຽກງານສຸຂະ ສຶກສາ ໂດຍຮ່ວມມືກັບພະແນກ ສາທາລະນະສຸກແຂວງ. ພ້ອມກັນ ນັ້ນ, ຍັງໄດ້້ເຂົ້າຮ່ວມກິດຈະກຳ ການສັກຢາປ້ອງກັນພະຍາດຍິງ ໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ, ການ ກິນຢາເຊຕາມິນ ຫລື ຢາທາດ ເຫລັກ, ກິນຢາຂ້າແມ່ທ້ອງ ແລະ ກິດຈະກຳລ້າງມື-ຖູແຂ້ວ ເປັນກຸ່ມ ຢູ່ໃນໂຮງຮຽນ ຕະຫລອດໄລຍະ ທີ່ຜ່ານມາ, ພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ເຄີຍໄດ້ຮັບທຶນຊ່ວຍເຫລືອຈາກ ອົງການສົ່ງເສີມເຕັກນິກ ໂດຍໄດ້ ຮັບການສະໜັບສະໜູນຂອງອົງ ການ ອູກຣີນ ເຊິ່ງສໍາເລັດແລ້ວ, ໃນຕໍ່ໜ້າຖ້າມີໂຄງການມາຊຸກຍູ້ ກ່ຽວກັບວຽກງານສຸຂະພາບຈະ ເລີນພັນນີ້ ກໍຍິ່ງຈະເປັນການດີ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ຂະແໜງ ການສຶກສາ ໄດ້ເຄື່ອນໄຫວຊຸກຍູ້ ຕິດ ຕາມ ແລະ ໂຄສະນາໃຫ້ຊາວໜຸ່ມ, ໄວໜຸ່ມ ແລະ ນ້ອງນັກຮຽນ ຮູ້ຈັກ ຮັກສາສຸຂະພາບ ແລະ ປ້ອງກັນ ພະຍາດຕ່າງໆ ທີ່ຈະເກີດຂຶ້ນຢ່າງ ຖືກວິທີ. ສໍາລັບ ທິດທາງແຜນການໃນ ຕໍ່ໜ້າຈະສືບຕໍ່ສຶກສາອົບຮົມແນວ ຄິດ ແລະ ໂຄສະນາ ໃຫ້ບັນດາຄູ- ອາຈານແລະນ້ອງນັກຮຽນເຂົ້າໃຈ ຕໍ່ວຽກງານສຸຂະພາບຈະເລີນພັນ ໃຫ້ເລິກເຊິ່ງ ເພື່ອເປັນການປ້ອງກັນ ພະຍາດແລະການດໍາລົງຊີວິດແບບ ຖືກຕ້ອງໃນຕໍ່ໜ້າ ຄື ຖ້າພວກເຮົາ ມີສຸຂະພາບດີ ຮ່າງກາຍແຂງແຮງ ການດຳລົງຊີວິດກໍຈະສົດຊື່ນ ແຈ່ມ ໃສ ແລະ ປາດສະຈາກການເປັນ ປ່ວຍຕ່າງໆ. * ຕາດນໍ້າພາກ ເປັນອີກໜຶ່ງສະ ຖານທີ່ທ່ອງທ່ຽວທີ່ກໍາລັງໄດ້ຮັບ ຄວາມນິຍົມຈາກນັກທ່ອງທ່ຽວ ໂດຍສະເພາະກຸ່ມນັກທ່ອງທ່ຽວ ທີ່ມັກຄວາມທ້າທາຍ, ມັກຜະຈົນ ໄພ ຍ່າງປ່າ ເຊິ່ງຕາດດັ່ງກ່າວຕັ້ງ ຢູ່ໃນເຂດປ່າສະຫງວນດົງຫົວສາວ ຫ່າງຈາກຕົວເມືອງປາກຊ່ອງ ປະ ມານ 12 ກິໂລແມັດ, ທາງເຂົ້າ ແມ່ນຫ່າງຈາກບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈຳປາສັກ ໄປປະມານ 15 ນາທີ ຮອດຈຸດ ຍ່າງ, ແຕ່ການທີ່ຈະເດີນທາງໄປ ຫາຕາດແຫ່ງນີ້ບໍ່ແມ່ນເລື່ອງງ່າຍ ຄືກ່ອນຈະມາຕ້ອງໄດ້ຕິດຕໍ່ຄົນນຳ ທາງ (ໄກ້) ທ້ອງຖິ່ນ ເສຍກ່ອນ ເພື່ອນຳທາງໄປຫາຕາດ ແລະ ທີ່ ສຳຄັນເພື່ອຄວາມປອດໄພຂອງ ທຸກຄົນທີ່ເຂົ້າມາທ່ອງຕາດແຫ່ງນີ້ ເນ່່ືອງຈາກເສັ້ນທາງໄປຕ້ອງຍ່າງ ຕາມປ່າ, ຖ້າເຮົາບໍ່ລຶ້ງເສັ້ນທາງ ອາດຫລົງທາງ ຫລື ເກີດອັນຕະ ລາຍໄດ້. ໄລຍະທາງຍ່າງລົງມາ ຫາຕາດແມ່ນ 2 ກິໂລແມັດ. ນ້ຳຕົກຕາດນ້ຳພາກ ເປັນອີກ ໜຶ່ງນ້ຳຕົກຕາດທີ່ມີຊື່ສຽງຂອງ ເມືອງປາກຊ່ອງ ທີ່ມີຄວາມງົດງາມ ອາລັງການ ຂອງທຳມະຊາດ, ເປັນ ນ້ຳຕົກຕາດທີ່ມີຄວາມສູງ ມີຫລາຍ ຊັ້ນ, ແຕ່ລະຊັ້ນມີນ້ຳໄຫລລົງມາ ຢ່າງງົດງາມອີ່ຫລີ! ເຊິ່ງສາຍນ້ຳ ທີ່ໄຫລຜ່ານພະລານຫີນແຕ່ລະຊັ້ນ ລົງມາຫາອ່າງນ້ຳຢູ່ລຸ່ມສຸດດ້ວຍ ຄວາມສູງຂອງຕາດເຮັດໃຫ້ສາຍ ນ້ຳກະທົບໃສ່ກັນເກີດມີສຽງດັ່ງ ສະໜັ່ນ, ມີລະອອງນ້ຳປິວກະຈາຍ ໄປທົ່ວຍິ່ງເພີ່ມຄວາມງົດງາມໄປ ຕື່ມ, ພ້ອມນັ້ນໃນບໍລິເວນນ້ຳຕົກ ຕາດຍັງມີຖ້ຳ ເຊິ່ງເປັນອີກຈຸດໜຶ່ງ ທີ່ນັກທ່ອງທ່ຽວມັກຂຶ້ນໄປຖ່າຍ ຮູບ, ຊົມທິວທັດທຳມະຊາດອັນຂຽວ ງາມອຸ່ມທຸ່ມອ້ອມຮອບສາຍນ້ຳ, ຊົມນ້ຳຕົກ ພ້ອມທັງໄດ້ສຳຜັດກັບ ລະອອງນ້ຳປິວເຂົ້າມາປາດຝົນ ຝອຍຕົກໃສ່ພຸ້ນລະ! ຢູ່ທີ່ນັ້ນ ຈະສຳ ຜັດໄດ້ເຖິງຄວາມງົດງາມມະຫັດ ສະຈັນທີ່ທຳມະຊາດເນລະນິດຂຶ້ນ ມາໃຫ້ຜູ້ພົບເຫັນເພີດເພີນຈົນລືມ ຄວາມອິດເມື່ອຍເລີຍກໍວ່າໄດ້. ສ່ວນ ບໍລິເວນອ້ອມຮອບນ້ຳຕົກ ມີຕົ້ນໄມ້ ນາໆຊະນິດທີ່ຂຽວງາມອຸ່ນທຸ່ມ ອັນ ເຮັດອາກາດບໍລິເວນແຫ່ງນັ້ນຊົດ ຊື່ນເຢັນສະບາຍ ເຮັດໃຫ້ນັກທ່ອງ ທ່ຽວສຳຜັດໄດ້ເຖິງທຳມະຊາດ ອັນບໍລິສຸດສົດຊື່ນ. ພ້ອມນີ້ໃນການ ເດີນທາງໄປຄວນຖືເຂົ້າຖືນ້ຳໄປ ພ້ອມ. ເອົາເປັນວ່າ, ຖ້ານັກທ່ອງທ່ຽວ ທ່ານໃດມີແຜນໄປທ່ຽວທາງເມືອງ ປາກຊ່ອງ ກໍຢ່າລືມຫາໂອກາດໄປ ສຳຜັດເບິ່ງຄວາມງົດງາມອັນອະ ລັງການຂອງນ້ຳຕົກຕາດນ້ຳພາກ ຮັບຮອງວ່າບໍ່ຜິດຫວັງແນ່ນອນ.
RkJQdWJsaXNoZXIy MTc3MTYxMQ==