gsfdko{dkora fmtok a xtgmf]k; ( 01/09/2025 c0;'[+ cdh ; fegou odv'xt-5 ,mk[mk, goN v.odv'xt-5 ,.spj vq '7totra dc0;' zj koI6 [c[[dkod+ lh k'rtr5 fmtI6 [ 16j r6 zk[q ; ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມທາບ ທາມເນື້ອໃນກອງປະຊຸມໃຫຍ່ ຄັ້ງ ທີ VII ຂອງອົງຄະນະພັກແຂວງ ບໍ່ແກ້ວ ຮອບ 1 ຈັດຂຶ້ນໃນອາ ທິດຜ່ານມາ, ທີ່ຫໍວັດທະນະທຳ ແຂວງ ໂດຍການເປັນປະທານຂອງ ສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັັກແຂວງ ປະທານ ສະພາປະຊາຊົນແຂວງບໍ່ແກ້ວ, ມີ ບັນດາຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ, ເລຂາ-ຮອງເລ ຂາຄະນະພັກຮາກຖານ, ເລຂາຮອງເລຂາໜ່ວຍພັກຄະນະພັກອ້ອມ ແຂວງເຂົ້າຮ່ວມ. ສະຫາຍ ສີວິໄລ ສີແສນດີ ຮອງ ຫົວໜ້າຫ້ອງວ່າການແຂວງ ຄະນະ ຮັບຜິດຊອບອະນຸກຳມະການເນື້ອ ໃນກອງປະຊຸມໃຫຍ່ ໄດ້ຜ່ານຮ່າງ ລາຍງານການເມືອງທັງສອງພາກ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2025-2030) ຜົນໄດ້ຮັບ ຂອງການຈັດຕັ້ງປະຕິບັດບັນດາ ເປົ້າໝາຍ ແລະ ວຽກງານຈຸດສຸມ ຂອງແຜນພັດທະນາເສດຖະກິດ- ສັງຄົມ 5 ປີຄັ້ງທີ IX(20212025) ຕາມ 6 ເປົ້າໝາຍ 20 ແຜນວຽກຈຸດສຸມຂອງມະຕິ VI ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກແຂວງບໍ່ແກ້ວ ໄດ້ວາງອອກ. ການ ເ ຕີບໂຕດ້ານ ເ ສດຖະກິດ ລວມຍອດຜະລິດຕະພັນພາຍໃນ ເສດຖະກິດຂະຫຍາຍຕົວສະເລ່ຍ ໃນລະດັບ 4,5%, ໂຄງປະກອບ ເສດຖະກິດຂອງແຂວງຕາມທ່າ ແຮງບົ່ມຊ້ອນປະກອບມີ: ຂະແໜງ ກະສິກຳຂະຫຍາຍຕົວໃນລະດັບ 3,1% ກວມເອົາ 45,12%, ຂະ ແໜງອຸດສາຫະກຳຂະຫຍາຍຕົວ ລະດັບ 7,1% ກວມເອົາ 24,45%, ຂະແໜງບໍລິການຂະຫຍາຍຕົວ ສະເລ່ຍ 4,3% ກວມ 25,54%, ພາສີ-ອາກອນສຸດທິຂະຫຍາຍ ສະເລ່ຍ 5,6% ກວມເອົາ 4,89%, ວຽກງານພະລັງງານ ແລະ ບໍ່ ແຮ່ ສະຖິຕິການຊົມໃຊ້ໄຟຟ້າທົ່ວ ແຂວງມີບ້ານທີ່ໄດ້ຊົມໃຊ້ໄຟຟ້າ 241 ບ້ານ, ຈຳນວນຄົວເຮືອນທີ່ໄດ້ ຊົມໃຊ້ໄຟຟ້າ 36.370 ຄົວເຮືອນ, ດ້ານວຽກງານວັດທະນະທຳສັງຄົມໄດ້ປັບປຸງຄຸນນະພາບການ ສຶກສາ ແລະ ແກ້ໄຂການເຂົ້າເຖິງ ການສຶກສາໃຫ້ມີຄຸນນະພາບ ທົ່ວ ແຂວງມີໂຮງຮຽນສາມັນ 435 ແຫ່ງ, ມີນັກຮຽນ 48.276 ຄົນ ຍິງ 23.615 ຄົນ, ດ້ານວຽກງານ ສາທາລະນະສຸກ ແລະ ໂພຊະນາ ການ ໃຫ້ມີຄຸນນະພາບ, ວຽກງານ ປິ່ນປົວ ແລະ ຟື້ນຟູໜ້າທີ່ການໄດ້ ເອົາໃຈໃສ່ປິ່ນປົວຄົນເຈັບທີ່ມາໃຊ້ ບໍລິການຢູ່ໂຮງໝໍແຂວງ, ເອົາໃຈ ໃສ່ປັບປຸງຄຸນນະພາບການບໍລິການ ໂດຍການຈັດຕັ້ງປະຕິບັດນະໂຍບາຍ 5 ດີ 1 ພໍໃຈ, ວຽກງານພັດທະນາ ສີມືແຮງງານໄດ້ເອົາໃຈໃສ່ຄຸ້ມຄອງ ແຮງງານ-ການຈັດຫາງານໃຫ້ມີ ອາຊີບທີ່ໝັ້ນຄົງ, ດ້ານວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ມີຄອບຄົວພົ້ນທຸກ 27.689 ຄອບຄົວ, ຄອບຄົວ ທຸກຍາກ 6.650 ຄອບຄົວ, ວຽກ ງານຖະແຫລງຂ່າວ ໄດ້ເອົາໃຈໃສ່ ພັດທະນາ ແລະ ປັບປຸງຕາໜ່າງ ຂ່າວສານໃຫ້ມີຄວາມວ່ອງໄວທັນ ເຫດການ, ວຽກງານວັດທະນະທຳ ໄດ້ສ້າງບ້ານ ແລະ ຄອບຄົວວັດ ທະນະທຳໄດ້ 3.801 ຄອບຄົວ, ປັດຈຸບັນມີບ້ານວັດທະນະທຳ 213 ບ້ານ ແລະ ວຽກງານອື່ນໆກໍໄດ້ຮັບ ຜົນສຳເລັດຢ່າງຕັ້ງໜ້າ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ ຜ່ານຮ່າງສະຫລຸບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ IX (20212025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2025-2030), ຜ່ານຮ່າງບົດສຳຫລວດການນຳພາ ລວມຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ທ້າຍສະໄໝ ຊຸດທີ VI ຕື່ມອີກ. ໂອກາດນີ້, ສະຫາຍ ຈອມສີ ລັດ ຕະນະປັນ ໄດ້ເນັ້ນໃຫ້ຄະນະພັກຄະນະນຳທຸກສະຫາຍຈົ່ງພ້ອມກັນ ເອົາໃຈໃສ່ເຮັດໜ້າທີ່ການເມືອງ ຂອງຕົນ, ຖືເອົາປະຊາທິປະໄຕຂອງ ຕົນ ເລືອກເຟັ້ນເອົາຜູ້ທີ່ມີມາດຖານ ເງື່ອນໄຂ ແລະ ມີປະສົບການໃນ ການນຳພາ-ຊີ້ນຳເປັນຄັນທຸງໃນ ແຖວໜ້າ, ເປັນແບບຢ່າງທີ່ດີໃຫ້ ແກ່ສະມາຊິກພັກ, ການທາບທາມ ບຸກຄະລາກອນໃນຮອບ I ນີ້ ແມ່ນ ມີຄວາມສຳຄັນຫລາຍ ເພື່ອເລືອກ ເຟັ້ນເອົາບຸກຄະລາກອນທີ່ຄົບ ມາດຖານບັນຈຸເຂົ້າໃນໂຄງປະ ກອບການຈັດຕັ້ງພັກ ໃຫ້ຖືກຕ້ອງ ຕາມເງື່ອນໄຂຕົວຈິງ ເລືອກໄດ້ຜູ້ທີ່ ມີຄວາມຮູ້ຄວາມສາມາດນຳພາຊີ້ນຳວຽກງານໃຫ້ສຳເລັດຕາມ ການມອບໝາຍໃຫ້ໄດ້ຢ່າງຕັ້ງໜ້າ. ຂ່າວ: ບຸນຈັນ ມະນີໄຊ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ກອງປະຊຸມຜ່ານ ຮູບແບບການກໍ່ສ້າງພະພຸດທະຮູບ ຢູ່ພູຜາບົວ ບ້ານນາຄູນ ເມືອງວັງ ວຽງ ແຂວງວຽງຈັນ ຈັດຂຶ້ນເມື່ອ ມໍ່ໆມານີ້, ທີ່ເມືອງວັງວຽງ ໂດຍ ມີທ່ານ ເຍ່ຍເກີຢ່າງ ໜໍຈໍຈົງຕົວ ອະດີດຮອງປະທານສູນກາງແນວ ລາວສ້າງຊາດ, ທ່ານ ເນເລີຍ ປະທານ ກຸ່ມບໍລິສັດທ່ອງທ່ຽວວັດ ທະນະທຳລາວ ມະຫາຊົນ, ທ່ານ ສຸວຽງທອງ ວົງຈຳປາ ຮອງ ເລຂາພັກເມືອງ ປະທານຄະນະ ກຳມະການປົກຄອງ ເມືອງວັງ ວຽງ ພ້ອມດ້ວຍພະແນກການທີ່ ກ່ຽວ ຂ້ອງຂອງແຂວງ, ຫ້ອງການ ແລະ ອົງການປົກຄອງບ້ານເຂົ້າ ຮ່ວມ. ທ່ານ ເຍ່ຍເກີຢ່າງ ໜໍຈໍຈົງ ຕົວ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການແຈ້ງຕໍ່ອົງການປົກ ຄອງແຕ່ລະຂັ້ນ ແລະ ປະຊາຊົນໄດ້ ຮັບຮູ້ກ່ຽວກັບຈຸດປະສົງຂອງບໍລິ ສັດທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ທີ່ຈະກໍ່ສ້າງພະພຸດທະຮູບ ອົງໃຫຍ່ຢູ່ພູຜາບົວ ບ້ານນາຄູນ ເມືອງວັງວຽງ, ພ້ອມນີ້ກໍເປັນການ ສ້າງເງື່ອນໄຂໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດເຫັນກ່ຽວກັບ ການອອກແບບພະພຸດທະຮູບ ໃຫ້ ເປັນເອກະລັກວັດທະນະທຳລາວ ແລະ ເພື່ອເປັນການສ້າງຄວາມເປັນ ເອກະພາບກັນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ກັບ ບໍລິສັດ ທີ່ຈະ ລົງມືກໍ່ສ້າງພະພຸດທະຮູບດັ່ງກ່າວ. ພາຍຫລັງກໍ່ສ້າງສຳເລັດຈະກາຍ ເປັນສະຖານທີ່ທ່ອງທ່ຽວທາງດ້ານ ,v[rtr5 fmtI6 [ 118 vq ' mu j 4n d]a dwx 7n o.sh ;a f.spj lu [5 ogIn v' ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ພະພຸດທະຮູບ ຈຳນວນ 118 ອົງ ທີ່ຄົນຮ້າຍລັກໄປ ຄືນໃຫ້ວັດໃຫຍ່ ສີບຸນເຮືອງ ບ້ານໜອງບົກ ເມືອງ ໜອງບົກ ແຂວງຄຳມ່ວນ ໃນທ້າຍ ອາທິດຜ່ານມາ, ຢູ່ທີ່ວັດໃຫຍ່ສີບຸນ ເຮືອງ ຕາງໜ້າມອບໂດຍທ່ານ ພັທ ອິນຕາ ບຸດຈະເລີນ ຫົວໜ້າພະ ແນກຕຳຫລວດ ສືບສວນ-ສອບ ສວນ ແລະ ຕາງໜ້າຮັບໂດຍທ່ານ ສົມມະນາ ສີລາເພັດ ເລຂາໜ່ວຍ ພັກບ້ານໜອງບົກ, ມີທ່ານ ຂວັນ ເພັດ ມະນີປະກອນ ປະທານແນວ ລາວສ້າງຊາດເມືອງ, ທ່ານ ດວງ ດີ ຊາຍນະຄອນ ຫົວໜ້າຫ້ອງການ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໜອງບົກ, ທ່ານ ບົວຜັນ ຮ່ວມພິທັກ ຮອງ ຫົວໜ້າຫ້ອງການພາຍໃນເມືອງ ແລະ ອຳນາດການປົກຄອງບ້ານ ເຂົ້າຮ່ວມ. ພະພຸດທະຮູບດັ່ງກ່າວ ໄດ້ ຖືກຄົນຮ້າຍລັກໄປໃນວັນທີ 25 ພຶດສະພາ 2025 ຈຳນວນ 118 ອົງ ໃນນີ້, ມີພະພຸດທະຮູບໄມ້ 5 ອົງ, ພະພຸດທະຮູບທອງ 99 ອົງ, ພະພຸດທະຮູບ ຫວ່ານ 1 ອົງ, ເຂົາ ແກະສະຫລັກຮູບພະ 2 ແຜ່ນ ແລະ ພະພຸດທະຮູບເງິນ 11 ອົງ. q 9exkla d xj vp'gs]n v, 7n ol6 j me,t-kf ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ຂະແໜງກວດ ກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມພະແນກກະສິກຳແລະ ສິ່ງແວດລ້ອມ ແຂວງຈໍາປາສັກໄດ້ ປ່ອຍງູເຫລືອມ ຄືນສູ່ທໍາມະຊາດ ໃນ ວັນທີ 26 ສິງຫາ 2025, ໂດຍມີ ທ່ານຄໍານີລາວົງຫົວໜ້າພະແນກ ກະສິກໍາແລະສິ່ງແ ວດລ້ອມແ ຂວງ, ທ່ານ ນາງ ວິໄລ ເຮືອງສີ ຫົວໜ້າ ຂະແໜງກວດກາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມຄະນະແລະພະນັກງານວິ ຊາ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ເຂັມເພັດ ປະເສີດກຸນ ຮອງຫົວໜ້າຂະແໜງ ກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ: ໃນເວລາ10:30ໂມງຂອ ງວັນທີ 26 ສິງຫາ 2025, ໄດ້ຮັບແຈ້ງ ຈາກທ່ານ ກອນ ປະຊາຊົນບ້ານຫົວ ແຊ ເມືອງບາຈຽງຈະເລີນສຸກ ຊຶ່ງ ເປັນພົນລະເມືອງດີ ໂດຍຜ່ານທາງ ໂທລະສັບ ວ່າ: ມີງູເຫລືອມ ມາລັກ ກິນໄກ່ໃນຄອກ,ງູກິນໄກ່ໝົດ 3 ໂຕ ແລະເລືອໄປບໍ່ໄດ້ຈຶ່ງໄດ້ຈັບຂັງໄວ້ ເພື່ອລໍຖ້າຂໍຄວາມຊ່ວຍເຫລືອຈາກ ພາກສ່ວນກ່ຽວຂ້ອງ. ຕໍ່ເຫດການດັ່ງກ່າວ, ເຈົ້າໜ້າທີ່ ຂະແໜງກວດກາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງກວກກາຕົວຈິງ ເມື່ອໄປເຖິງ ສະຖານທີ່ດັ່ງກ່າວ ກໍພົບເຫັນງູ ເຫລືອມຖືກຈັບຂັງໄວ້, ຜ່ານການ ສັງເກດຂອງເຈົ້າໜ້າທີ່ເຫັນວ່າ ເປັນ ປະເພດ ງູເຫລືອມງົວ ມີຄວາມຍາວ ປະມານ 2 ແມັດ, ນໍ້າໜັກປະມານ 5-6 ກິໂລກຣາມ. ທ່ານ ກອນ ຈຶ່ງ ໄດ້ມອບງູເຫລືອມທີ່ຈັບຂັງໄວ້ ໃຫ້ ເຈົ້າໜ້າທີ່ ເພື່ອນໍາໄປປ່ອຍຄືນສູ່ ທຳມະຊາດ. ໃນມື້ດຽວກັນ, ເຈົ້າທີ່ກ່ຽວຂ້ອງ ກໍໄດ້ນໍາເອົາງູເຫລືອມດັ່ງກ່າວໄປ ປ່ອຍຄືນສູ່ທຳມະຊາດຢູ່ເຊກະຕາມ ຕົກ ເມືອງປາກຊ່ອງ ເນື່ອງຈາກ ວ່າສະຖານທີ່ດັ່ງກ່າວເປັນເຫວຊັນ ແລະ ມີປ່າໄມ້ຕຶບໝາ ມີຄວາມປອດ ໄພຕໍ່ສັດທີ່ນໍາມາປ່ອຍ. ຂ່າວ-ພາບ: ທູນທອງໃຈ 6 ວັດທະນະທຳ, ເປັນສະຖານທີ່ສັກ ກະລະບູຊາ ແລະ ເປັນແຫລ່ງທ່ອງ ທ່ຽວທີ່ດຶງດູດນັກທ່ອງທ່ຽວ ໃຫ້ ເຂົ້າມາທ່ຽວເມືອງວັງວຽງ ໃຫ້ ຫລາຍຂຶ້ນ. ທ່ານ ທອງວັນ ປັນຍາວົງ ວິຊາ ການ ບໍລິສັດເອັສແຊັສ (ລາວ) ທີ່ ປຶກສາດ້ານວິສະວະກຳ ຈຳກັດ ໄດ້ກ່າວວ່າ: ພະພຸດທະຮູບໃຫຍ່ທີ່ ຈະສ້າງຢູ່ເທິງພູຜາບົວ ອອກແບບ ຕາມພະພຸດທະຮູບຢູ່ວັດສີສະເກດ ນະຄອນຫລວງວຽງຈັນ ມີຄວາມ ສູງໂດຍລວມ 49,9 ແມັດ, ຖານ ກວ້າງ 83,7 ແມັດ, ເປັນທ່ານັ່ງ ຂັດສະມາທິ ຂາຂວາຢູ່ເທິງ, ມືເປັນ ລັກສະນະປະທານພອນ, ການນຸ່ງ ຖືແບບນຸ່ງປົກບ່າຊ້າຍແອວມາບ່າ, ແທ່ນພະເປັນຮູບດອກບົວ, ມີພະສີ ວະລີ ແລະ ສັດປະຈຳທິດ ຢູ່ 4 ທິດ. ພ້ອມນີ້, ຍັງຈະໄດ້ແກະສະລັກພະ ພຸດທະຮູບໃຫຍ່ໃສ່ໜ້າຜາອີກໜຶ່ງອົງ ເຊິ່ງອອກແບບຕາມພະພຸດທະຮູບ ເ ກົ່າແກ່ຂອງຫລວງພະບາງ , ທ່າທາງຮ່າງກາຍເປັນທ່າຢືນ, ລາຍມືປາງຫ້າມຍາດ, ການນຸ່ງຖື ແມ່ນປົກທັງສອງບ່າ, ມີຄວາມສູງ 152 ແມັດ. ນອກນີ້, ຍັງປະກອບ ມີວັດ, ສະຖານທີ່ສັກກະລະບູຊາ, ສະໜາມດອກບົວ, ສະໜາມທຳມະ ຈັກ, ສະໜາມມະຫາກະສັດອາໂສກ, ສະໜາມຮອຍພະບາດ, ສະໜາມຜາ ບົວ, ຂັ້ນໄດສະຫວັນ, ຈຸດຊົມວິວ, ຮ້ານກາເຟ ແລະ ອື່ນໆ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມໄດ້ປະກອບຄຳຄິດເຫັນໃສ່ ໂຄງການດັ່ງກ່າວບາງດ້ານເປັນຕົ້ນ ໂຄງການດັ່ງກ່າວ ຄວນເນັ້ນສ້າງ ວັດກ່ອນ ຈຶ່ງສ້າງພະພຸດທະຮູບ, ເນັ້ນໃຫ້ມີລັກສະນະປະຈຳຊາດ, ໃຫ້ມີການປະສານວັດທະນະທຳ ທ້ອງຖິ່ນໃສ່ຕື່ມ ເພື່ອໃຫ້ມີຄວາມ ກົມກືນກັນ, ຈັດວາງແຕ່ລະເຂດໃຫ້ ມີຄວາມເໝາະສົມ ແລະ ເຮັດໃຫ້ ປະຊາຊົນມີສ່ວນຮ່ວມໃນການສ້າງ ລາຍຮັບເພື່ອພັດທະນາຊີວິດການ ເປັນຢູ່ໃຫ້ດີຂຶ້ນ, ໃສ່ຊື່ພະພຸດທະຮູບ ວ່າ: ພະສີປະທຸມມາລັດຕະນະມິ່ງ ເມືອງ ແລະ ໃສ່ຊື່ວັດວ່າ: ວັດສີປະ ທຸມມາບຸບຜາຣາມ.
RkJQdWJsaXNoZXIy MTc3MTYxMQ==