7104

01/09/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກະຊວງ ວທ... ສໍາເລັດການຍົກລະດັບ...ໍັົັ ຂປລ. ສໍາເລັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານວິຊາ ສະເພາະໂຄສະນາອົບຮົມ ໃຫ້ພະ ນັກງານ-ລັດຖະກອນພາຍໃນຄະນະ ໂຄສະນາອົບຮົມສູນກາງພັກ ຈັດຂຶ້ນ ໃນວັນທີ 29 ສິງຫາ 2025 ພາຍ ຫລັງດໍາເນີນມາເປັນໄລຍະເວລາ 10 ວັນ, ແຕ່ວັນທີ 18-29 ສິງຫາ 2025 ນີ້. ໃນໂອກາດນີ້, ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາ ອົບຮົມສູນກາງພັກ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້, ສຳມະນາ ກອນໄດ້ຮຽນຮູ້ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງເຕັກໂນໂລ ຊີດີຈິຕອນໃນການຫັນວຽກງານ ໂຄສະນາອົບຮົມໄປສູ່ທັນສະໄໝ, ວຽກງານແນວຄວາມຄິດຂອງ ພັກໃນໄລຍະໃໝ່, ບົດຮຽນການ ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຮັບໃຊ້ຂອງພັກ, ຫລັກການຂຽນ ບົດວິທະຍາສາດຮັບໃຊ້ເຂົ້າໃນ ວຽກງານຂອງພັກ, ຫລັກການສຳ ພາດຂ່າວ, ການຂຽນບົດວຽກດີຄົນ ເດັ່ນ, ບັນຫາພື້ນຖານຂອງວຽກ ງານໂຄສະນາ, ວິທະຍາສາດພື້ນ ຖານຈຳນວນໜຶ່ງຂອງສິລະປະ ການໂຄສະນາດ້ວຍປາກ, ຄວາມຮູ້ ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນບົດລົງວາລະສານປະ ເພດຕ່າງໆ, ວຽກງານຫາງສຽງ ສັງຄົມ, ການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານໃນສື່ແບບໃໝ່, ນຳ ພາ ແລະ ຄຸ້ມຄອງວຽກງານສື່ມວນ ຊົນ, ປັບປຸງກົງຈັກການຈັດຕັ້ງຂອງ ຄອສພ ນັບແຕ່ສູນກາງລົງຮອດ ທ້ອງຖິ່ນ, ວຽກງານກວດກາ. ຜ່ານ ການຝຶກອົບຮົມເຫັນວ່ານັກສຳມະ ນາກອນໄດ້ເອົາໃຈໃສ່ຕິດຕາມໃນ ການບັນຍາຍຂອງອາຈານ, ມີ ຄວາມກ້າຫານຄົ້ນຄວ້າສົນທະນາ ແລກປ່ຽນບົດຮຽນ, ປະກອບຄໍາ ຄິດ, ຄໍາເຫັນໃນການຖາມ-ຕອບ ດ້ວຍຄວາມເອົາໃຈໃສ່. ໂອກາດນີ້, ທ່ານນາງວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ສະ ແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນສໍາ ເລັດຊຸດຝຶກອົບຮົມດັ່ງກ່າວ, ພ້ອມ ທັງເນັ້ນໃຫ້ສຳມະນາກອນຈົ່ງສືບ ຕໍ່ນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ ໃນຄັ້ງນີ້ນໍາໄປໝູນໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃຫ້ ທັນກັບສະພາບການໃນໄລຍະໃໝ່. ຂ່າວ: ກິດຕາ; ພາບ: ແສງຈັນ ກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຜູ້ແທນກອງ ປະຊຸມເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ອົງຄະນະພັກກະຊວງ ວທ ຄັ້ງທີ V (2021-2025) ເຊິ່ງໃນ ໄລຍະ 5 ປີຜ່ານມາໄດ້ດໍາເນີນພາຍ ໃຕ້ຄໍາຂວັນ “ການນໍາພາເຂັ້ມແຂງ ການຄຸ້ມຄອງສັກສິດຂ່າວສານທັນ ສະໄໝວັດທະນະທຳສີວິໄລ ທ່ອງ ທ່ຽວຍືນຍົງ” ໃນເງື່ອນໄຂສະພາບ ແວດລ້ອມທັງພາຍໃນ ແລະ ພາຍ ນອກທີ່ສົ່ງຜົນກະທົບຫລາຍດ້ານ ທັງຄວາມຂັດແຍ່ງດ້ານຕ່າງໆ, ການລະບາດຂອງພະຍາດໂຄວິດ19, ວິກິດການດ້ານການເງິນ ແລະ ໄພພິບັດທາງທໍາມະຊາດຕ່າງໆ, ແຕ່ ເຖິງຢ່າງໃດກໍຕາມທ່າອ່ຽງຕົ້ນຕໍ ຂອງໂລກຍັງແມ່ນທ່າອ່ຽງແຫ່ງ ຂປລ. ສູນວັດທະນະທຳຈີນ ປະຈຳລາວຮ່ວມກັບສະຖານທູດຈີນ ປະຈຳລາວ ຈັດນິທັດສະການວາງ ສະແດງຮູບພາບ ແລະ ນິທັດສະການ ຮູບເງົາຈີນ ເພື່ອລະນຶກເຖິງການເອົາ ຊະນະຕໍ່ຕ້ານຟາຊິດຜູ້ຮຸກຮານຂອງ ປະຊາຊົນຈີນ ແລະ ການຕໍ່ຕ້ານຟາ ຊິດຂອງປະຊາຊົນທົ່ວໂລກ ຄົບຮອບ 80 ປີ ໃນວັນທີ 28 ສິງຫາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຫລົວເວີ້ຍຈ້ຽນ ຫົວໜ້າສູນ ວັດທະນະທຳຈີນ ປະຈຳລາວ, ທ່ານ ຫວາງ ຊາງ ອຸປະທູດ ແຫ່ງ ສປ ຈີນ ປະຈຳລາວ ພ້ອມດ້ວຍບັນດາ ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຫວາງ ຊາງ ໃຫ້ຮູ້ວ່າ: ງານວາງສະແດງ ຮູບພາບ ແລະ ການສາຍຮູບເງົາ “ຂ້ອຍ ແລະ ພໍ່ແມ່ຂອງຂ້ອຍ” ໃນຄັ້ງນີ້, ເພື່ອໃຫ້ຄວາມຊົງຈໍາ ທາງປະຫວັດສາດສ່ອງທາງໃຫ້ ພວກເຮົາກ້າວໄປຂ້າງໜ້າ, ການ ເສຍສະລະ ແລະ ການອຸທິດຕົນ ຂອງບັນພະບຸລຸດທີ່ຢູ່ໃນຮູບເງົາ, ແມ່ນສຽງສະທ້ອນຈິດໃຈຕໍ່ສູ້ໃນ ຍຸກສະໄໝ ແລະ ຄວາມຍຶດໝັ້ນໃນ ສັນຕິພາບ ແລະ ການສະແຫວງ ຫາການພັດທະນາຂອງປະຊາຊົນ ລາວ-ຈີນ, ຈະຕ້ອງໄດ້ກາຍເປັນ ກຳລັງອັນຍິ່ງໃຫຍ່ໃນການສ້າງ ຕັ້ງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດພ້ອມທັງຍົກໃຫ້ເຫັນ ມູນເຊື້ອແຫ່ງການຕໍ່ສູ້ຍາດເອົາໄຊ ຊະນະຂອງປະຊາຊົນຈີນ ໃນໄລຍະ 80 ຜ່ານມາ, ເຊິ່ງແມ່ນໄຊຊະນະ ອັນຍິ່ງໃຫຍ່ໄດ້ປົກປ້ອງສັກສີຂອງ ປະຊາຊົນຈີນ, ໄດ້ສ້າງຖານະຂອງ ຈີນ ຄືນໃໝ່ໃນເວທີສາກົນ. ປະຊາ ຊົນຈີນບັນດາເຜົ່າທົ່ວປະເທດໄດ້ ເປັນຈິດໜຶ່ງໃຈດຽວກັນ, ຕໍ່ສູ້ຢ່າງ ພິລະອາດຫານ, ລວມທັງບັນດາ ພີ່ນ້ອງຮ່ວມຊາດຊາວໄຕ້ຫວັນ ກໍ ໄດ້ຮ່ວມໃຈກັນຕໍ່ສູ້ຕ້ານສັດຕູ ເພື່ອ ປົກປ້ອງປະເທດຊາດ, ເຊິ່ງໄດ້ ສ້າງໃຫ້ເກີດມີກະດູກສັນຫລັງທີ່ບໍ່ ຍອມຈຳນົນຂອງປະຊາຊາດຈີນ. ຈິດໃຈການຕໍ່ສູ້ອັນຍິ່ງໃຫຍ່ໄດ້ສ່ອງ ແສງໃຫ້ພວກເຮົາເຫັນວ່າ: ມີແຕ່ ການຮ່ວມສາມັກຄີກັນຕໍ່ສູ້, ຈຶ່ງ ສາມາດປົກປັກຮັກສາສັນຕິພາບ, ມີແຕ່ການເສີມສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ, ຈຶ່ງສາ ມາດບັນລຸການຟື້ນຟູຄວາມຈະເລີນ ຮຸ່ງເຮືອງ. ທ່ານ ຫວາງ ຊາງ ໃຫ້ຮູ້ອີກ ວ່າ: ສອງປະເທດ ຈີນ-ລາວ ລ້ວນ ແຕ່ແມ່ນປະເທດທີ່ຖືກຮຸກຮານ, ປະຊາຊົນສອງປະເທດ ໄດ້ສະໜັບ ສະໜູນເຊິ່ງກັນ ແລະ ກັນ, ແບ່ງປັນ ຄວາມທຸກຍາກໃນການຕໍ່ສູ້ຕ້ານ ລ່າເມືອງຂຶ້ນ ແລະ ການຮຸກຮານ. ;k'ltcf'I6 [rk[]tob ddkogvq kw--tot 88h ko2k-y fz6h I5 dIko0v'xt-k-q o9u o + ກ້າວເຂົ້າສູ່ຍຸກໃໝ່, ສາຍພົວພັນລະ ຫວ່າງ ຈີນ-ລາວ ໄດ້ແໜ້ນແຟ້ນ ຂຶ້ນເລື້ອຍໆທ່າມກາງສະພາບການ ທີ່ປ່ຽນແປງ. ຈາກການເຊື່ອມ ຈອດທາງດ້ານພື້ນຖານໂຄງລ່າງ ຂອງໂຄງການຮ່ວມມືພົ້ນເດັ່ນ ຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ນັ້ນກໍຄືເສັ້ນທາງລົດໄຟ ລາວ-ຈີນ ຈົນເຖິງການເຊື່ອມສຳພັນທາງ ດ້ານຈິດໃຈຂອງການແລກປ່ຽນ ວັດທະນະທຳ-ສັງຄົມ, ສອງປະເທດ ໄດ້ສືບຕໍ່ປະຕິບັດແນວຄິດປະຊາຄົມ ຮ່ວມຊາຕາກຳມາໂດຍຕະຫລອດ. ເສັ້ນທາງລົດໄຟ ລາວ-ຈີນ ບໍ່ ພຽງແຕ່ເປັນເສັ້ນທາງແຫ່ງການ ພັດທະນາ ແລະ ມິດຕະພາບເທົ່າ ນັ້ນ, ຫາກຍັງໄດ້ກາຍເປັນຂົວຕໍ່ ເພື່ອສືບທອດຈິດໃຈແຫ່ງສັນຕິພາບ ເຮັດໃຫ້ປະຊາຊົນສອງປະເທດໄດ້ ແບ່ງປັນສັກສີ ແລະ ກຽດສັກສີໃນ ຂະບວນການສະແຫວງຫາຄວາມ ຈະເລີນຮຸ່ງເຮືອງຮ່ວມກັນ. ທ່ານ ຫວາງ ຊາງ ກ່າວອີກວ່າ: ປະເທດຈີນ ຍິນດີຮ່ວມກັບປະເທດ ລາວ, ສືບຕໍ່ຮັກສາມິດຕະພາບອັນ ເປັນມູນເຊື້ອ, ເພີ່ມຄວາມໄວ້ເນື້ອ ເຊື່ອໃຈທາງຍຸດທະສາດ, ຍຶດໝັ້ນ ເສັ້ນທາງແຫ່ງສັນຕິພາບ, ເສີມສ້າງ ຄຸນຄ່າຮ່ວມຂອງມວນມະນຸດ, ຕ້ານ ການຄອບງຳ ແລະ ການກະທຳ ຝ່າຍດຽວ; ສົ່ງເສີມການແລກປ່ຽນ ດ້ານພົນລະເຮືອນ, ຂະຫຍາຍການ ຮ່ວມມືໃນຂົງເຂດການສຶກສາ, ການທ່ອງທ່ຽວ-ວັດທະນະທຳ, ເຍົາວະຊົນ ແລະ ອື່ນໆ ເພື່ອໃຫ້ ມິດຕະພາບ ຈີນ-ລາວ ສືບທອດ ຕໍ່ໄປຈາກຮຸ່ນສູ່ຮຸ່ນ; ສົ່ງເສີມຄວາມ ຈະເລີນຮຸ່ງເຮືອງຂອງພາກພື້ນຮ່ວມ ກັນ, ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງ ເສັ້ນທາງ” ທີ່ມີຄຸນນະພາບສູງ ແລະ ຫັນແຜນວາດຂອງປະຊາຄົມຮ່ວມ ຊາຕາກຳ ຈີນ-ລາວ ໃຫ້ກາຍເປັນ ໝາກຜົນອັນເປັນປະໂຫຍດແກ່ປະ ຊາຊົນຫລາຍຂຶ້ນ. ພາບ: ເກດສະໜາ ທົ່ວປະເທດໄຂສົກຮຽນໃໝ່...ົ່ົ່ ສະເພາະລະບົບສາມັນສຶກສາທີ່ ປະກອບດ້ວຍປະຖົມສຶກສາ ແລະ ມັດທະຍົມສຶກສາ, ການຮຽນ-ການ ສອນແມ່ນປະຕິບັດຕາມ 5 ຫລັກມູນ ການສຶກສາທີ່ກະຊວງສຶກສາ ແລະ ກິລາ ວາງອອກຢ່າງເຂັ້ມງວດ. ເພື່ອ ກະກຽມຄວາມພ້ອມໃຫ້ແກ່ການ ເປີດສົກຮຽນໃໝ່ 2025-2026, ໂຮງຮຽນແຫ່ງຕ່າງໆໄດ້ຈັດຊຸດຝຶກ ອົບຮົມຄູໃນໄລຍະສັ້ນ ແລະ ຈັດກອງ ປະຊຸມພົບປະພໍ່ແມ່ຜູ້ປົກຄອງ ເພື່ອ ປຶກສາຫາລືແຜນພັດທະນາຂອງ ໂຮງຮຽນທັງເປັນການຖອດຖອນ ບົດຮຽນໃນໄລຍະສົກປີຮຽນຜ່ານ ມາ ໂດຍສົ່ງເສີມສິ່ງທີ່ໂຮງຮຽນ ສາມາດບັນລຸໄດ້ ເຊັ່ນ: ການສິດ ສອນດີ ມີຄຸນນະພາບ ສາມາດສ້າງ ນັກຮຽນເກັ່ງ ນັກຮຽນມີຄຸນນະພາບ ໄດ້ເປັນຈໍານວນຫລາຍຕາມແນວ ທາງນະໂຍບາຍຂອງພັກ ທີ່ເນັ້ນ ໃສ່ຄຸນນະພາບເປັນຫລັກ, ພ້ອມນີ້ ກໍມີການອະນາໄມ, ສ້ອມແປງໂຕະ ຕັ່ງ, ອາຄານສະຖານທີ່ເພື່ອສ້າງ ສິ່ງແວດລ້ອມທີ່ດີສໍາລັບການສຶກ ສາ, ກະກຽມຕາຕະລາງການຂຶ້ນ ຫ້ອງສອນຂອງຄູແຕ່ລະວິຊາໃຫ້ ເໝາະສົມແທດເໝາະກັບຫລັກສູດ ການຮຽນ-ການສອນ. ສໍາລັບໂຮງ ຮຽນທີ່ມີເງື່ອນໄຂໄດ້ນໍາໃຊ້ເຕັກ ໂນໂລຊີທັນສະໄໝປະກອບເຂົ້າ ໃນຫລັກສູດການຮຽນ-ການສອນ ໂດຍສະເພາະຈໍໂປຣເຈັກເຕີ ເພື່ອໃຫ້ ນັກຮຽນໄດ້ຮຽນຮູ້ກ່ຽວກັບ ICT, ມີຫລັກສູດການຮຽນພາສາຕ່າງ ປະເທດ ແລະ ອື່ນໆ. ດ້ານຜູ້ປົກຄອງ ຜູ້ທີ່ມີເງື່ອນໄຂກໍໄດ້ກະກຽມຊຸດນັກ ຮຽນໃໝ່, ອຸປະກອນການສຶກສາ ຕ່າງໆໃຫ້ກັບລູກຫລານຂອງຕົນ ເພື່ອສົ່ງເສີມໃຫ້ເຂົາເຈົ້າມີຄວາມ ກະຕືລືລົ້ນດຸໝັ່ນຮໍ່າຮຽນ ແລະ ໄດ້ ຮັບການສຶກສາທີ່ດີມີຄຸນນະພາບ ໂດຍສະເພາະສາຍສາມັນສຶກສາ. ການສຶກສາໃນ ສປປ ລາວ ແມ່ນຂະບວນວິວັດແຫ່ງການຮຽນ ຮູ້, ສຶກສາອົບຮົມຄົນທາງດ້ານ ການເມືອງ, ແນວຄິດ, ຄຸນສົມບັດ, ສະຕິປັນຍາ, ສິລະປະ, ການອອກ ແຮງງານ ເຊິ່ງມີໜ້າທີ່ຕົ້ນຕໍໃນ ການບໍລິການສາທາລະນະຄວາມ ຮູ້, ຄວາມສາມາດຢ່າງຮອບດ້ານ ແກ່ປະຊາຊົນລາວບັນດາເຜົ່າຢ່າງ ຕໍ່ເນື່ອງ ເພື່ອສ້າງເງື່ອນໄຂໃຫ້ພົນ ລະເມືອງລາວທຸກຄົນໄດ້ພັດທະນາ ຕົນເອງຢູ່ໃນສັງຄົົມຢ່າງມີປະສິດ ທິພາບຕາມສິດ ແລະ ພັນທະຂອງ ຕົນ. ພັກ-ລັດເຮົາ ຍາມໃດກໍຖືວຽກ ງານການສຶກສາເປັນວຽກບຸລິມະ ສິດທີ່ສຳຄັນຍິ່ງ ໂດຍເນັ້ນສືບຕໍ່ ພັດທະນາການສຶກສາ ກໍຄື ການ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີ ຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບ ແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາ ລັງແຮງງານທີ່ມີຄຸນນະພາບຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່. ໃນສົກຮຽນຜ່ານ ສັນຕິພາບການຮ່ວມມື ແລະ ການ ແກ້ໄຂບັນຫາຮ່ວມກັນ ເພື່ອການ ພັດທະນາສໍາລັບຢູ່ພາຍໃນປະເທດ. ນອກຈາກຜົນກະທົບພາຍນອກຄື ດັ່ງກ່າວ ກໍມີທັງກາລະໂອກາດທີ່ ຫຍຸ້ງຍາກ ແລະ ເອື້ອອໍານວຍໃນ ການພັດທະນາ ໂດຍສະເພາະໃນ ຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນໄດ້ຜົນສໍາເລັດເປັນຢ່າງດີ ໂດຍ ພື້ນຖານບັນດາເປົ້າໝາຍວຽກງານ ທີ່ວາງເອົາໄວ້ໃນໄລຍະທ້າຍສະໄໝ ໂດຍປະຕິບັດຕາມທິດຊີ້ນໍາຂອງ ສູນກາງພັກ ວ່າດ້ວຍການປັບປຸງ ກົງຈັກການຈັດຕັ້ງວຽກງານຖະ ແຫລງຂ່າວ (ສື່ມວນຊົນ) ກໍໄດ້ ຮັບການໂອນຍ້າຍໄປຂຶ້ນກັບຄະນະ ໂຄສະນາອົບຮົມສູນກາງພັກ, ການ ປັບປຸງກົງຈັກການຈັດຕັ້ງດັ່ງກ່າວ ເປັນບາດລ້ຽວທີ່ສໍາຄັນເປັນການ ຫັນປ່ຽນ ເພື່ອຄວາມເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງ ທັງສາມຂົງເຂດວຽກງານ (ຖວທ) ສະເພາະກະຊວງວັດທະນະທຳ ແລະ ການທ່ອງທ່ຽວພາຍຫລັງ ປັບປຸງກົງຈັກການຈັດຕັ້ງກໍໄດ້ສືບ ຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງໜັກແໜ້ນ ແລະ ສືບຕໍ່ປະສານ ສົມທົບຮ່ວມມືຢ່າງໃກ້ຊິດກັບຄະນະ ໂຄສະນາອົບຮົມສູນກາງພັກ ເພື່ອ ສືບຕໍ່ໂຄສະນາເຜີຍແຜ່ວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງ ຂຶ້ນ, ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກ່ຽວກັບວຽກງານວັດທະນະທຳ ແລະ ທ່ອງທ່ຽວເວົ້າລວມເວົ້າສະ ເພາະມະຕິ 25/ກມສພ ວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກ ໃນວຽກງານວັດທະນະທຳໃນໄລຍະ ໃໝ່ຢ່າງແຂງແຮງໄດ້ມີຜົນສໍາເລັດ ອັນທີ່ເປັນພື້ນຖານສໍາຄັນຫລາຍ ດ້ານພໍສົມຄວນ. ພ້ອມດຽວກັນນີ້, ໃນກອງປະຊຸມຍັງໄດ້ຮັບຟັງການ ສັງລວມຮ່າງບົດສໍາຫລວດການ ນໍາພາລວມຮ່າງແຜນພັດທະນາ ວຽກງານວັດທະນະທຳ ແລະ ການ ທ່ອງທ່ຽວພ້ອມທັງປະກອບຄຳເຫັນ ໃສ່ທັງ 3 ຮ່າງເອກະສານດັ່ງກ່າວ. ໃນກອງປະຊຸມ, ສະຫາຍຄໍາເຜີຍ ພິລາພາ ຫົວໜ້າກົມຈັດຕັ້ງກະຊວງ ວທ ໄດ້ຜ່ານມາດຕະຖານ-ເງື່ອນໄຂ ບຸກຄະລາກອນຜູ້ທີ່ຈະສະໝັກຮັບ ເລືອກຕັ້ງເປັນຄະນະບໍລິຫານງານ ພັກກະຊວງ ວທ ສະໄໝທີ VI ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງ ຄະແນນສຽງທາບທາມໄດ້ເຂົ້າໃຈ ມາດຖານເງື່ອນໄຂຂອງບຸກຄະລາ ກອນທີ່ສະໝັກຮັບເລືອກຕັ້ງໃນຄັ້ງນີ້. ຂ່າວ: ສົມຫວັງ, ພາບ: ເກດສະໜາ ມາ, ເຖິງວ່າຈະມີຂໍ້ຫຍຸ້ງຍາກຫລາຍ ດ້ານກະທົບໃສ່ແຕ່ຍ້ອນແນວທາງ ນະໂຍບາຍອັນຖືກຕ້ອງຂອງພັກ, ດ້ວຍຄວາມສາມັກຄີທີ່ເປັນປຶກແຜ່ນ ແໜ້ນໜາ, ດ້ວຍມູນເຊື້ອດຸໝັ່ນ, ພາກ ພຽນ ແລະ ມານະອົດທົນ ແລະ ດ້ວຍຄວາມຮັບຜິດຊອບທີ່ເປັນ ເຈົ້າການຕໍ່ໜ້າທີ່ການເມືອງຂອງ ຕົນ; ພະນັກງານ, ຄູ-ອາຈານ, ທະ ຫານ, ຕໍາຫລວດ, ປະຊາຊົນລາວ ບັນດາເຜົ່າ ແລະ ນັກຮຽນ-ນັກ ສຶກສາ ໄດ້ພ້ອມກັນປະກອບສ່ວນ ຢ່າງໃຫຍ່ຫລວງເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ. ອັນພົ້ນເດັ່ນແມ່ນການ ສຶກສາໄດ້ຮັບການພັດທະນາຄົບ ຕາມ 3 ລັກສະນະ ແລະ 5 ຫລັກ ມູນ ຂອງການສຶກສາ, ໄດ້ຂະຫຍາຍ ຕາໜ່າງໄປສູ່ທ້ອງຖິ່ນ, ເຂດຊົນ ນະບົດຫ່າງໄກສອກຫລີກ ແລະ ມີ ຫລາຍໂຄງການໄດ້ນຳໄປຈັດຕັ້ງ ປະຕິບັດຢູ່ບັນດາເມືອງ, ບ້ານ ແລະ ກຸ່ມບ້ານພັດທະນາເປັນຕົ້ນການ ຂະຫຍາຍໂຮງຮຽນອະນຸບານ ຫລື ຫ້ອງກຽມປະຖົມ ເຊິ່ງເຮັດໃຫ້ຈຳ ນວນໂຮງຮຽນສະຖານທີ່ຮຽນ, ຫ້ອງຮຽນໄດ້ເພີ່ມຂຶ້ນ. ຄຽງຄູ່ກັບ ການສ້າງຄວາມເຂັ້ມແຂງທາງ ດ້ານວິຊາສະເພາະໄດ້ເອົາໃຈໃສ່ ສຶກສາອົບຮົມລູກ-ຫລານນັກຮຽນ ໃຫ້ຫ່າງໄກຈາກຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆ, ຍາດແຍ່ງ ການຊ່ວຍເຫລືອຈາກອົງການຈັດ ຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທາງສັງຄົມເພື່ອມາພັດ ທະນາວຽກງານການສຶກສາ. ການນໍາພັກ-ລັດ ຂັ້ນສູງໄດ້ ຕີລາຄາກ່ຽວກັບການສຶກສາວ່າ ພວກເຮົາຍັງຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍທົດສອບຫລາຍ ປະການເປັນຕົ້ນການຂາດແຄນ ຄູ, ອັດຕາການເຂົ້າຮຽນຂອງນັກ ຮຽນອາດຈະຍັງຕໍ່າ, ອັດຕາການ ປະລະອາດຈະຍັງສູງ ແລະ ຄວາມ ຫຍຸ້ງຍາກທາງດ້ານຊີວິດການເປັນ ຢູ່ ກໍຄື ເງື່ອນໄຂໃນການປະຕິບັດ ໜ້າທີ່ຂອງຄູ-ອາຈານ ແລະ ຜູ້ບໍລິ ຫານອາດຈະຍັງມີຄວາມຫຍຸ້ງຍາກ; ຄ່ານິຍົມຂອງຜູ້ປົກຄອງ ແລະ ຜູ້ ຮຽນທີ່ຕ້ອງການສຶກສາຂັ້ນປະລິນ ຍາຕີຂຶ້ນໄປ ແລະ ຍັງບໍ່ທັນເຫັນ ຄວາມສໍາຄັນຂອງການສຶກສາຂັ້ນ ອາຊີວະສຶກສາເທົ່າທີ່ຄວນ; ການ ສ້າງສີມືແຮງງານກໍ່ຍັງບໍ່ທັນສອດ ຄ່ອງກັບຄວາມຕ້ອງການຂອງຕະ ຫລາດແຮງງານ ແລະ ອື່ນໆ ເຊິ່ງ ບັນຫາເຫລົ່ານີ້, ພັກ-ລັດ ມີເປົ້າໝາຍ ທີ່ຈະສືບຕໍ່ສຸມໃສ່ແກ້ໄຂໃຫ້ຕົກໄປ ໃຫ້ໄດ້. ເພື່ອຮັບປະກັນໃຫ້ການ ຮຽນ-ການສອນໃນສົກຮຽນໃໝ່ 2025-2026 ດຳເນີນໄປຢ່າງມີ ປະສິດທິຜົນ ແລະ ຮັບປະກັນຄຸນ ນະພາບຂັ້ນພື້ນຖານ, ສືບຕໍ່ແກ້ໄຂ ບັນຫາທີ່ພົບພໍ້ໃນສົກຮຽນຜ່ານມາ ເປັນຕົ້ນອັດຕາການປະລະການ ຮຽນ, ການຂາດຄູສອນ ແລະ ການ ເຂົ້າຮຽນສາຍອາຊີວະ ແລະ ການ ສຶກສາຊັ້ນສູງ; ເພື່ອສ້າງພື້ນຖານ ທີ່ໜັກແໜ້ນໃຫ້ແກ່ການພັດທະນາ ເສດຖະກິດ ແລະ ສັງຄົມຂອງປະ ເທດ. ສະນັ້ນ, ຜູ້ບໍລິຫານການສຶກ ສາ-ຄູອາຈານ ຈໍາເປັນຕ້ອງເອົາໃຈ ໃສ່ສືບຕໍ່ປັບປຸງສະພາບແວດລ້ອມ ຂອງສະຖານການສຶກສາໃຫ້ເອື້ອ ອຳນວຍ ແລະ ສ້າງແຮງຈູງໃຈໃຫ້ ນັກຮຽນກັບມາຮຽນຄືນ ແລະ ຮຽນ ຢ່າງມີຄວາມສຸກ; ພ້ອມທັງໃຫ້ຄູ ອາຈານເອົາໃຈໃສ່ສິດສອນຢ່າງ ໝົດຈິດໝົດໃຈ, ຈິງໃຈແລກປ່ຽນ ຄວາມຮູ້ປະສົບການກັບຜູ້ຮຽນ, ສ່ວນຜູ້ປົກຄອງຕ້ອງເພີ່ມທະວີບົດ ບາດຂອງຕົນຕໍ່ການຮຽນຂອງ ລູກຫລານຕົນໃຫ້ຫລາຍຂຶ້ນ, ຕິດ ຕາມການຮຽນຂອງລູກຫລານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນ ປົກກະຕິແນໃສ່ໃຫ້ຍົົກລະດັບການ ສຶກສາຂອງ ສປປ ລາວ ເພື່ອໃຫ້ ເຍົາວະຊົນ-ຊາວໜຸ່ມລາວ ໄດ້ສໍາ ເລັດການສຶກສາຂັ້ນປະຖົມ ແລະ ມັດທະຍົມ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==