xtgmf]k; 3 01/09/2025 0j k; c]t gsfdko ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ອັດດິສະວິນັນ ບົດສະເໜີົີ ໂດຍ: ສົມບູນ ແກ້ວໄຊຍະຈັກົ ມູ ນ້ ວັ ກ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ zq oleg]a f 80 xu csj 'dkolh k'lk dkoxq dxh v' c]t dkora fmtokxtgmfs;Pfok, ລັດຖະທຳມະນູນປີ 1946 ເຊິ່ງ ເປັນລັດຖະທຳມະນູນປະຊາທິປະໄຕ ສະບັບທຳອິດຂອງຫວຽດນາມ, ໄດ້ ສະທ້ອນຢ່າງຊັດເຈນເຖິງຄວາມຕ້ອງ ການສ້າງລັດທີ່ເປັນປະຊາທິປະໄຕ ແລະ ຢຶດຫລັກອໍານາດກົດໝາຍ. ແນວ ຄິດຂອງໂຮ່ຈີມິງກ່ຽວກັບລັດອໍານາດ ກົດໝາຍໄດ້ຮັບການຢືນຢັນຕັ້ງແຕ່ ເວລານັ້ນວ່າ ອຳນາດຮ່າງລັດຖະທຳ ມະນູນເປັນຂອງປະຊາຊົນ, ອົງກອນ ຂອງລັດຕ້ອງເປັນເຄື່ອງມືໃນການ ປະຕິບັດຄວາມປະສົງ ແລະ ຄວາມ ປາດຖະໜາຂອງປະຊາຊົນ. ຂ້າລາດ ຊະການ ແລະ ເຈົ້າໜ້າທີ່ບໍ່ສາມາດ ເປັນ “ເຈົ້າຂຸນອຳນາດປະຕິວັດ” ແຕ່ ຕ້ອງເປັນ “ຜູ້ຮັບໃຊ້ປະຊາຊົນ” ໂດຍຖື ຄວາມສຸກຂອງປະຊາຊົນເປັນເປົ້າ ໝາຍສູງສຸດ. ກົດໝາຍບໍ່ແມ່ນເຄື່ອງມື ໃນການລົງໂທດ ແຕ່ເປັນວິທີທາງໃນ ການຄຸ້ມຄອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ. ແນວຄິດຫລັກນີ້ໄດ້ຮັບການສືບ ທອດ ແລະ ຄ່ອຍພັດທະນາໂດຍພັກ ກອມມູນິດຕະຫລອດຂະບວນການ ນຳພາການປະຕິວັດ. ກອງປະຊຸມໃຫຍ່ ພັກ ຄັ້ງທີ 7 (ປີ 1991) ແລະ ເອກະ ສານແນວທາງໂຍບາຍການສ້າງປະ ເທດໃນໄລຍະ ຂ້າມຜ່ານສູ່ສັງຄົມນິຍົມ ໄດ້ກຳນົດເປັນຄັ້ງທຳອິດເຖິງລັກສະ ນະພື້ນຖານຂອງລັດນິຕິທໍາຕາມທິດ ສັງຄົມນິຍົມວ່າ ອຳນາດຂອງລັດເປັນ ເອກະພາບ ແຕ່ມີການແບ່ງວຽກຢ່າງ ຊັດເຈນລະຫວ່າງຝ່າຍນິຕິບັນຍັດ, ຝ່າຍບໍລິຫານ ແລະ ຝ່າຍຕຸລາການ. ການປະຊຸມຜູ້ແທນລະດັບຊາດ ລະ ຫວ່າງວາລະໃນປີ 1994 ໄດ້ນຳພາ ລະກິດການສ້າງລັດນິຕິທໍາຕາມທິດ ສັງຄົມນິຍົມບັນຈຸໄວ້ໃນເອກະສານ ຂອງພັກ ແລະ ຕໍ່ມາໃນກອງປະຊຸມ ໃຫຍ່ພັກຄັ້ງທີ 9 (ປີ 2001) ແລະ ຄັ້ງທີ 10 (ປີ 2006) ກໍໄດ້ຢືນຢັນ ແລະ ຂະຫຍາຍຄວາມເນື້ອໃນນີ້ຕໍ່ໄປ. ກອງປະຊຸມໃຫຍ່ພັກ ຄັ້ງທີ 11 (ປີ 2011) ໄດ້ລະບຸຊັດເຈນວ່າ ລັດນິຕິ ທໍາຕາມທິດສັງຄົມນິຍົມຫວຽດນາມ ເປັນລັດຂອງປະຊາຊົນ, ໂດຍປະຊາ ຊົນ ແລະ ເພື່ອປະຊາຊົນ, ຢູ່ພາຍໃຕ້ ການນຳພາຂອງພັກກອມມູນິດຫວຽດ ນາມ. ອຳນາດຂອງລັດເປັນເອກະພາບ ໂດຍມີການແບ່ງວຽກ, ປະສານງານ ກັນ ລະຫວ່າງສາມອຳນາດ ໄດ້ແກ່ ນິຕິບັນຍັດ, ບໍລິຫານ ແລະ ຕຸລາການ. ແນວທາງເຫລົ່ານີ້ໄດ້ປະຕິບັດເປັນຮູບ ປະທຳໃນລັດຖະທຳມະນູນປີ 2013 ແລະ ກົດໝາຍສຳຄັນຫລາຍສະບັບ ວ່າດ້ວຍການຈັດຕັ້ງອົງກອນຂອງ ລັດ. ກອງປະຊຸມໃຫຍ່ພັກຄັ້ງທີ 13 (ປີ 2021) ຢືນຢັນອີກຄັ້ງວ່າ ການ ສ້າງ ແລະ ພັດທະນາລັດນິຕິທໍາຕາມ ທິດສັງຄົມນິຍົມຫວຽດນາມຂອງປະ ຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະ ຊາຊົນ, ພາຍໃຕ້ການນຳພາຂອງພັກ ຄືພາລະກິດສຳຄັນຂອງການປະຕິຮູບ ລະບົບການເມືອງ. ຄຽງຄູ່ກັບປະສົບ ການການນຳພາໃນພາກປະຕິບັດ, ຄວາມເຂົ້າໃຈ ແລະ ແນວຄິດທາງທິດ ສະດີຂອງພັກກ່ຽວກັບການສ້າງລັດ ນິຕິທໍາຕາມທິດສັງຄົມນິຍົມຫວຽດ ນາມ ໄດ້ຮັບການປັບປຸງ ແລະ ພັດທະ ນາ ເລິກເຊິ່ງຍິ່ງຂຶ້ນ. ລັດຖະທຳມະນູນ ປີ 2013 ໄດ້ສະທ້ອນຫລັກການພື້ນ ຖານຂອງລັດນິຕິທໍາຕາມທິດສັງຄົມ ນິຍົມຫວຽດນາມໄວ້ຢ່າງຄົບຖ້ວນ, ຕັ້ງແຕ່ທຳມະຊາດ, ຫລັກການຈັດຕັ້ງ, ໂຄງສ້າງການດຳເນີນງານ, ການ ແບ່ງອຳນາດຂອງລັດ, ໄປຈົນເຖິງ ບົດບາດຂອງກົດໝາຍໃນສັງຄົມ ແລະ ບົດບາດການນຳພາຂອງພັກ. ຂະບວນການສ້າງລັດນິຕິທໍາຕາມ ທິດສັງຄົມນິຍົມຫວຽດນາມພາຍໃຕ້ ການນຳພາຂອງພັກ ໄດ້ບັນລຸຜົນທີ່ສຳ ຄັນຢ່າງຍິ່ງ. ຄວາມເຂົ້າໃຈທາງທິດ ສະດີກ່ຽວກັບຮູບແບບລັດນີ້ມີຄວາມ ສົມບູນ ແລະ ເປັນເອກະພາບຫລາຍ ຂຶ້ນ, ລະບົບກົດໝາຍໄດ້ຮັບການສ້າງ ແລະ ປັບປຸງຢ່າງຕໍ່ເນື່ອງ, ມີຄວາມ ສອດຄ່ອງ ແລະ ເປັນເອກະພາບ, ຮັບ ປະກັນຄວາມເປັນໄປໄດ້ໃນການບັງ ຄັບໃຊ້ຈິງ. ບົດບາດຂອງກົດໝາຍ ແລະ ການບັງຄັບໃຊ້ກົດໝາຍໄດ້ມີ ຄວາມສຳຄັນຢ່າງຍິ່ງໃນກິດຈະກຳ ຂອງທົ່ວລະບົບການເມືອງ ແລະ ໃນ ຊີວິດສັງຄົມ. ກົນໄກການແບ່ງວຽກ, ການປະ ສານງານ ແລະ ການກວດສອບ ລະ ຫວ່າງພາກສ່ວນຕ່າງໆຂອງລັດໃນ ການໃຊ້ອຳນາດນິຕິບັນຍັດ, ບໍລິຫານ ແລະຕຸລາການມີຄວາມຊັດເຈນແລະມີ ປະສິດທິຜົນຫລາຍຂຶ້ນ. ອົງກອນຂອງ ລັດ ໄດ້ຮັບການຈັດຕັ້ງໃຫ້ກະທັດຮັດ ລົງ, ການດຳເນີນງານມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ. ສະພາ ແຫ່ງຊາດ ຍັງຄົງປະຕິຮູບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ, ຍົກ ລະດັບຄຸນນະພາບໃນການອອກກົດ ໝາຍ, ການຕິດຕາມ ແລະ ການຕັດສິນ ໃຈໃນປະເດັນສຳຄັນຂອງປະເທດ. ລັດຖະບານ ດຳເນີນງານຢ່າງມີການ ເຄື່ອນໄຫວ ແລະ ມີຄວາມຫ້າວຫັນ ໃນການບໍລິຫານ, ສຸມໃສ່ການຈັດການ ມະຫາພາກ, ການປະຕິຮູບລະບົບບໍລິ ຫານ, ການແກ້ໄຂອຸປະສັກ ແລະ ການ ສະໜັບສະໜູນການພັດທະນາປະເທດ. ການປະຕິຮູບຂະບວນການຍຸຕິທຳ ໄດ້ ຮັບການຊຸກຍູ້ຢ່າງຕໍ່ເນື່ອງ, ອົງກອນ ດ້ານຕຸລາການໄດ້ຮັບການປັບປຸງໂຄງ ສ້າງເທື່ອລະຂັ້ນ, ຍົກລະດັບຄຸນນະ ພາບການດຳເນີນງານ ເພື່ອຮັບປະ ກັນຫລັກອໍານາດກົດໝາຍໃນການ ພິຈາລະນາຄະດີ ແລະ ການບັງຄັບໃຊ້ ຄວາມຍຸຕິທຳ. ສິດທິມະນຸດ ແລະ ສິດ ຂອງພົນລະເມືອງ ໄດ້ບັນຍັດໄວ້ໃນລັດ ຖະທຳມະນູນ ແລະ ເຮັດໃຫ້ເປັນຮູບ ປະທຳຜ່ານກົດໝາຍ, ພ້ອມທັງນຳໄປ ປະຕິບັດຢ່າງມີປະສິດທິຜົນໃນພາກ ປະຕິບັດຕົວຈິງ. ປະຊາທິປະໄຕແບບ ຕົວແທນ ແລະ ປະຊາທິປະໄຕໂດຍ ກົງຍັງຄົງໄດ້ຮັບການສົ່ງເສີມຢ່າງຕໍ່ ເນື່ອງ. ແນວໂຮມປະເທດຊາດ ແລະ ອົງກອນການເມືອງ-ສັງຄົມຕ່າງໆ ໄດ້ ປັບປຸງວິທີການດຳເນີນງານເທື່ອລະ ກ້າວ, ມີສ່ວນຮ່ວມຢ່າງເປັນຮູບປະທຳ ຕໍ່ການເຮັດໃຫ້ສິດການເປັນເຈົ້າຂອງ ປະຊາຊົນເກີດຂຶ້ນຈິງ. ຮູບແບບລັດນິຕິ ທໍາຕາມທິດສັງຄົມນິຍົມຫວຽດນາມ ພາຍໃຕ້ຫລັກການ “ພັກເປັນຜູ້ນຳ, ລັດເປັນຜູ້ບໍລິຫານຈັດການ, ປະຊາຊົນ ເປັນເຈົ້າຂອງ” ກຳລັງໄດ້ຮັບການພັດ ທະນາໃຫ້ສົມບູນຫລາຍຍິ່ງຂຶ້ນ ແລະ ໄດ້ກາຍເປັນຮາກຖານທີ່ໝັ້ນຄົງ, ເຊິ່ງ ມີສ່ວນສຳຄັນຕໍ່ຜົນສຳເລັດອັນຍິ່ງ ໃຫຍ່ ແລະ ມີຄວາມໝາຍທາງປະຫວັດ ສາດໃນພາລະກິດການປະຕິຮູບ, ການ ສ້າງສັນ ແລະ ການປົກປ້ອງສາທາລະ ນະລັດສັງຄົມນິຍົມຫວຽດນາມ. ລາຍຮັບເຂົ້າງົບປະມານບວກກັບງົບ ປະມານທີ່ແຂວງດຸ່ນໃຫ້ ບັນລຸໄດ້ 23 ຕື້ກວ່າກີບ, ເມືອງເກັບລາຍຮັບເຂົ້າ ງົບປະມານໄດ້ 7 ຕື້ກວ່າກີບ ແລະ ສາ ມາດຄຸ້ມຄອງລາຍຈ່າຍທັງໝົດ 17 ຕື້ ກວ່າກີບ, ໄດ້ຊຸກຍູ້ສົ່ງເສີມການສ້າງ ເສດຖະກິດເອກະລາດ ຕາມທ່າແຮງ ຂອງເມືອງຫລາຍຂຶ້ນ ເພື່ອຫລີກເວັ້ນ ສິນຄ້ານຳເຂົ້າທີ່ບໍ່ຈຳເປັນພາຍໃນ ເມືອງ ດ້ວຍການສົ່ງເສີມການປູກເຂົ້າ ນາແຊງ-ນາປີ ຕາມບ້ານທີ່ມີເງື່ອນໄຂ ໃຫ້ກຸ້ມກິນ, ປູກພືດຜັກ, ປູກໂສມ ແລະ ກາເຟ ໃຫ້ກາຍເປັນສິນຄ້າສູ່ຕະຫລາດ ແລະ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍ ທຸລະກິດຂະໜາດກາງ-ຂະໜາດນ້ອຍ ໃຫ້ດຳເນີນການແປຮູບຜົນຜະລິດກະ ສິກຳພາຍໃນເມືອງຫລາຍຂຶ້ນ ເພື່ອ ສ້າງມູນຄ່າເພີ່ມໃຫ້ປະຊາຊົນ ຫລື ຜູ້ ປະກອບການ ໂດຍສະເພາະການແປ ຮູບກາເຟ, ນຳ້ເຜີ້ງ, ໂສມ ແລະ ຕໍ່າ ແຜ່ນແພຊົນເຜົ່າ ລວມທັງສິນຄ້າອື່ນໆ ຂອງທ້ອງຖິ່ນ ສາມາດສົ່ງອອກໄດ້ 300 ລ້ານກີບ; ສໍາລັບວຽກງານແກ້ ໄຂຄວາມທຸກຍາກ ແມ່ນໄດ້ສຳເລັດ ປະເມີນຄວາມທຸກຍາກ ໃນ 59 ບ້ານ, ມີຈຳນວນຄອບຄົວທັງໝົດ 5.188 ຄອບຄົວ ມີພົນລະເມືອງ 27.796 ຄົນ, ຍິງ 13.904 ຄົນ, ປະເມີນຄອບ ຄົວພົ້ນທຸກ ໄດ້ 1.698 ຄອບຄົວ, ປະເມີນຄອບຄົວພັດທະນາ ໄດ້ 411 ຄອບຄົວ, ມີບ້ານພົ້ນທຸກ 13 ບ້ານ, ບ້ານພັດທະນາ 3 ບ້ານ, ນອກນັ້ນ ແລ້ວ, ຄະນະບໍລິຫານງານພັກເມືອງ ຍັງໄດ້ເປັນເຈົ້າການຊຸກຍູ້ ປຸກລະດົມ ບັນດາຫ້ອງການອ້ອມຂ້າງເມືອງ, ບ້ານປະຊາຊົນບັນດາເຜົ່າຊາວເມືອງ ດາກຈຶງ ພ້ອມກັນອອກແຮງແຂ່ງຂັນ ກັນສ້າງຜົນງານສ້າງຂະບວນການ ຮອບດ້ານ, ເປັນເຈົ້າການຕິດຕາມ ກວດກາຮັກສາຄວາມສະຫງົບ ຄວາມ ປອດໄພ ຄວາມສະອາດ ແລະ ຈັດ ກິດຈະກຳແຂ່ງຂັນກິລາຢ່າງເປັນຂະ ບວນຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນ ກອງ ປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະ ພັກແຂວງເຊກອງ ທີ່ຈະໄຂຂຶ້ນມໍ່ໆນີ້. ທ່ານ ເພັງນາ ຈັນທະພອນ ກ່າວ ຕື່ມວ່າ: ໃນການຈັດຕັ້ງປະຕິບັດຂົງ ເຂດວັດທະນະທໍາ-ສັງຄົມ ໂດຍສະ ເພາະ ວຽກງານການສຶກສາເຊິ່ງໃນ ການປະຕິບັດ 15 ຄາດໝາຍ ສາມາດ ບັນລຸໄດ້ 14 ຄາດໝາຍ ອັດຕາເລື່ອນ ຊັ້ນ ປ5 ຂຶ້ນ ມ1 ມີທ່າອ່ຽງເພີ່ມຂຶ້ນ ແລະ ອັດຕາປະລະການຮຽນມັດທະ ຍົມຕົ້ນຫລຸດລົງ, ຄຸນນະພາບບໍລິການ, ປິ່ນປົວພະຍາດ ຂອງແພດໝໍດີຂຶ້ນ ຕາມ 5 ດີ, 1 ພໍໃຈ ແລະ ການຈັດຕັ້ງ ປະຕິບັດ 11 ຄາດໝາຍ, ວຽກງານ ສາທາລະນະສຸກ ສາມາດບັນລຸໄດ້ 10 ຄາດໝາຍ. g,n v'fkd9b ' l5 ,.lj za o0tspkp,t8y 7ela j '0v'ra d gIa f.sh glf4tdy fmq j ;g,n v'0tspkp8q ; ຂປລ. ຕະຫລອດໄລຍະຜ່ານມາ ອົງຄະນະພັກເມືອງດາກຈຶງ ແຂວງ ເຊກອງ ໄດ້ຖືສຳຄັນການຈັດຕັ້ງຜັນ ຂະຫຍາມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີ ຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມ ເປັນເອກະພາບ ເຊື່ອໝ້ັນຕໍ່ການນຳພາຊີ້ນຳຂອງພັກ ເປັນເຈົ້າການປະຕິບັດ ໜ້າທີ່ແລະເຮັດສຳເລັດການມອບໝາຍ ເຊິ່ງເຮັດໃຫ້ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນ່ືອງ. ທ່ານ ເພັງນາ ຈັນທະພອນ ເລຂາ ພັກເມືອງດາກຈຶງ ໃຫ້ສຳພາດເມື່ອບໍ່ ດົນນີ້ວ່າ: ຜົນສຳເລັດການນຳພາ-ຊີ້ ນໍາການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນທົ່ວເມືອງ ໂດຍຖືສຳຄັນ ການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ ສຳຄັນຂອງພັກ ນິຕິກຳຕິດພັນກັບການ ໂຄສະນາປາຖະກະຖາມູນເຊື້ອວັນສຳ ຄັນຂອງຊາດຂອງສາກົນ ສາມາດ ເຮັດໃຫ້ທົ່ວເມືອງ ມີຄວາມສະຫງົບ, ພະນັກງານສຸມໃສ່ເຮັດໜ້າທີ່ວຽກງານ ຕາມການມອບໝາຍ ຊຶ່ງໃນ 6 ເດືອນ ຕົ້ນປີ 2025 ເສດຖະກິດທົ່ວເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນ ທ່ຽງ ແລະ ຖືກທິດ ສາມາດຈັດເກັບ ສານຂອງທ່ານນາຍົກ...່ົ - ຜູ້ບໍລິຫານການສຶກສາ, ວິທະຍາ ສາດ ແລະ ກິລາ, ພະນັກງານ, ຄູ- ອາຈານ, ນັກຮຽນ-ນັກສຶກສາ, -ພີ່ນ້ອງປວງຊົນລາວ ທັງຊາດ ທີ່ ນັບຖື ແລະ ຮັກແພງ. ມື້ນີ້ເປັນວັນໜຶ່ງທີ່ສໍາຄັນຂອງຂະ ແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາ ຈານ ແລະ ພໍ່ແມ່ຜູ້ປົກຄອງໃນຂອບເຂດ ທົ່ວປະເທດກຳລັງກຽມຈິດໃຈ ເພື່ອເຂົ້າ ຮຽນໃນສົກຮຽນໃໝ່ 2025- 2026. ເນື່ອງໃນໂອກາດວັນໄຂສົກຮຽນ ໃໝ່ ປະຈໍາສົກຮຽນ 2025-2026 ນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ສູນກາງ ພັກ, ລັດຖະບານຂໍຝາກຄວາມຢ້ຽມ ຢາມຖາມຂ່າວ, ຄວາມເປັນຫ່ວງເປັນ ໄຍໄປເຖິງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມ ດ້ວຍຄູ-ອາຈານແລະນັກຮຽນ-ນັກສຶກ ສາທຸກຊັ້ນ, ທຸກສາຍທຸກລະດັບ, ທຸກຂົງ ເຂດທັງພາກລັດແລະ ເອກະຊົນໃນຂອບ ເຂດທົ່ວປະເທດມານະໂອກາດອັນມີ ຄວາມໝາຍຄວາມສຳຄັນໃນຄັ້ງນີ້ດ້ວຍ. ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ. ລັດຖະບານຍາມໃດກໍໄດ້ຖືວຽກ ງານການສຶກສາເປັນວຽກໜຶ່ງສຳຄັນ “ເອົາການສຶກສາໄປກ່ອນວຽກງານ ອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າ ໝາຍ, ເປັນໃຈກາງ” ໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ການ ສຶກສາເປັນການພັດທະນາຊັບພະຍາ ກອນມະນຸດ, ສ້າງຄົນເຮົາມີຄວາມ ຮູ້, ຄວາມສາມາດ, ມີຄຸນສົມບັດສິນ ທໍາປະຕິວັດ, ມີລະບຽບວິໄນ, ມີສະຕິ ເຄົາລົບ ແລະ ປະຕິບັດກົດໝາຍ, ມີສຸຂະ ພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງ ແຮງງານທີ່ມີຄຸນນະພາບຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງການ ພັດທະນາປະເທດຊາດ ໃນໄລຍະໃໝ່. ໃນສົກຮຽນຜ່ານມາເຖິງຈະມີ ຄວາມຫຍຸ້ງຍາກຫລາຍຢ່າງທີ່ສົ່ງຜົນ ກະທົບໂດຍກົງຕໍ່ການປະຕິບັດວຽກ ງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ຂະແໜງສຶກສາທິ ການ ແລະ ກິລາ ກໍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາປະຕິບັດໜ້າທີ່ຂອງ ຕົນດ້ວຍຄວາມຮັບຜິດຊອບສູງສາມາດ ຂັບເຄື່ອນປະຕິບັດແຜນພັດທະນາການ ສຶກສາ ແລະ ກິລາ ມີຜົນສໍາເລັດສໍາຄັນ ຫລາຍດ້ານເປັນຕົ້ນໄດ້ປັບປຸງພື້ນຖານ ໂຄງລ່າງຂອງສະຖານການສຶກສາ ຕ່າງໆ, ສະໜອງອາຫານທ່ຽງໃນ ໂຮງຮຽນໃຫ້ແກ່ນັກຮຽນໃນຊັ້ນການ ສຶກສາກ່ອນໄວຮຽນ ແລະ ສາມັນສຶກ ສາ, ລວມທັງການສົ່ງເສີມການສຶກສາ ຮຽນຮ່ວມ, ເພີ່ມການສະໜອງເງິນອຸດ ໜູນເບ້ຍລ້ຽງນັກຮຽນ-ນັກສຶກສາທຸກ ຊັ້ນທຸກສາຍ ແລະ ໄດ້ເອົາໃຈໃສ່ແກ້ໄຂ ບັນຫາການປະລະການຮຽນ ແລະ ການປັບປຸງຄຸນນະພາບການຮຽນການສອນໃນທຸກລະດັບໃຫ້ດີຂຶ້ນ. ນອກຈາກນີ້, ຍັງໄດ້ສົ່ງເສີມການຄົ້ນ ຄວ້າວິທະຍາສາດ ແລະ ນະວັດຕະກຳ, ພ້ອມທັງໄດ້ປັບປຸງຄຸນນະພາບ, ຄັດ ເລືອກຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າ ວິທະຍາສາດ, ນະວັດຕະກຳ ແລະ ໄດ້ ສົ່ງເສີມການອອກກໍາລັງກາຍຂອງ ທົ່ວປວງຊົນລາວ ລວມທັງເຮັດໜ້າທີ່ ສົ່ງເສີມກິລາອາຊີບໃຫ້ຫັນເຂົ້າສູ່ລະບົບ ຢ່າງຕັ້ງໜ້າ ແລະ ຂະບວນກິລາລາວ ກໍໄດ້ຮັບການພັດທະນາດີຂຶ້ນໃນການ ແຂ່ງຂັນກິລາສາກົນ. ຍ້ອນຄວາມເອົາ ໃຈໃສ່ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັັ້ນແຕ່ສູນກາງຮອດ ທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການ ເຂົ້າຮຽນ, ການປະລະການຮຽນ ແລະ ການປັບປຸງຄຸນນະພາບການສຶກສາໄດ້ ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ເຊິ່ງສະແດງອອກຜົນການຮຽນຂອງ ນັກຮຽນ-ນັກສຶກສາ ໃນທຸກຊັ້ນທຸກ ສາຍໄດ້ຮັບການປັບປຸງໃຫ້ດີຂຶ້ນອັນ ເຮັດໃຫ້ບາງດ້ານ ແລະ ບາງຂົງເຂດ ຜົນການຮຽນຂອງນັກຮຽນ, ນັກສຶກສາ ມີອັນດີຂຶ້້ນ, ນັກຮຽນນັກສຶກສາລາວຈໍາ ນວນໜຶ່ງກໍໄດ້ສ້າງຜົນງານອັນໂດດ ເດັ່ນໃນການເຂົ້າຮ່ວມການແຂ່ງຂັນໃນ ລະດັບພາກພື້ນ ແລະ ສາກົນ. ຕໍ່ຜົນສຳເລັດ ແລະ ຜົນງານທີ່ພວກ ເຮົາຍາດມາໄດ້ໃນສົກຮຽນຜ່ານມາ, ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາກະຊວງສຶກສາ ທິການ ແລະ ກິລາ, ອົງການປົກຄອງ ທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິ ທະຍາສາດ ແລະ ກິລາ ທຸກຂັ້ນ, ບັນດາ ສະຖານການສຶກສາທົ່ວປະເທດ, ອົງ ການຈັດຕັ້ງທັງພາກລັດແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ພໍ່ແມ່ ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມທີ່ໄດ້ ປະກອບສ່ວນຢ່າງຕັ້ງໜ້າທາງດ້ານ ວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງຕໍ່ ວຽກງານການສຶກສາ. ຂໍຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງຈິງໃຈມາ ຍັງບັນດາຄູ່ຮ່ວມພັດທະນາ, ປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະ ບານທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ມີການປະກອບສ່ວນທີ່ສໍາຄັນເຂົ້າໃນ ວຽກງານການພັດທະນາການສຶກສາ ໃນສົກຮຽນຜ່ານມາ. ພີ່ນ້ອງຮ່ວມຊາດທີ່ ນັບຖື ແລະ ຮັກແພງ. ເພື່ອກຽມຄວາມພ້ອມໃຫ້ແກ່ການ ຮຽນ-ການສອນໃນສົກຮຽນ 20252026 ດໍາເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບການຮຽນການສອນ, ສາມາດແກ້ໄຂບັນຫາຄົງ ຄ້າງໃນສົກຮຽນຜ່ານມາເປັນຕົ້ນອັດຕາ ການປະລະການຮຽນຍັງສືບຕໍ່ເພີ່ມ ຂຶ້ນ, ການຂາດຄູສອນ ແລະ ການເຂົ້າ ຮຽນສາຍອາຊີວະ ແລະ ການສຶກສາ ຊັ້ນສູງຍັງສືບຕໍ່ຫລຸດລົງ ແລະ ອື່ນໆ. ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມຂອງ ຊາດ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກ ພາກສ່ວນທັງຜູ້ຮັບຜິດຊອບວຽກງານ ສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມ ກັນເອົາໃຈໃສ່ດັ່ງນີ້: ໃຫ້ຜູ້ບໍລິຫານ ການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກ ສາຢ່າງໃກ້ສິດໃຫ້ໄດ້ເຄື່ອນໄຫວວຽກ ງານເປັນປົກກະຕິຕາມ 5 ຫລັກມູນ ຂອງການສຶກສາໃນໄລຍະໃໝ່ ເປັນ ຕົ້ນສ້າງຂະບວນການກິລາ-ກາຍຍະ ກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງ ສະພາບແວດລ້ອມໂຮງຮຽນ ເພື່ອດຶງ ດູດໃຫ້ນັກຮຽນ-ນັກສຶກສາມີຄວາມ ສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນ ຫລາຍຂຶ້ນ; ບັນດາ-ຄູອາຈານ ຈົ່ງ ເພີ່ມທະວີຄວາມເອົາໃຈໃສ່ໃນການ ປະຕິບັດໜ້າທີ່, ປະຕິບັດຫລັກສູດການ ຮຽນ-ການສອນ, ຮໍ່າຮຽນເອົາເຕັກນິກ ອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມ ບົດສອນ, ຈັດຮູບແບບການຮຽນ-ການ ສອນໃຫ້ມີຄວາມຫລາກຫລາຍ ເພື່ອ ດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມ ສົນໃຈ, ມີຄວາມຕັ້ງໃຈໃນການຮຽນ ຮໍ່າຮຽນ, ສ້າງຄວາມເຂັ້ມແຂງໃນການ ບໍາລຸງຄູ ໃນຫົວຂໍ້ທີ່ຈໍາເປັນ ເຊັ່ນ: ການ ນໍາໃຊ້ໄອຊີທີ, ປັນຍາປະດິດ (AI), ນະວັດຕະກໍາ ແລະ ອື່ນໆ ເຂົ້າໃນການ ຈັດການການຮຽນ-ການສອນ, ເພີ່ມ ທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ ຮັບມອບໝາຍ, ປະຕິບັດໜ້າທີ່ ດ້ວຍ ຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ ຕໍ່ວິຊາຊີບຂອງຕົນ ແລະ ພັດທະນາ ຕົນເອງດ້ານວິຊາສະເພາະ ແລະ ເຕັກ ໂນໂລຊີໃໝ່ ໃຫ້ທັນກັບສະພາບການ ປ່ຽນແປງຂອງໂລກໃນແຕ່ລະໄລຍະ ເພື່ອໃຫ້ນັກຮຽນ-ນັກສຶກສາລາວສາ ມາດນໍາທັນຄວາມທັນສະໄໝຂອງ ໂລກ; ພໍ່ແມ່ຜູ້ປົກຄອງຂອງນັກຮຽນນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫລານ ຂອງຕົນທີ່ຢູ່ໃນເກນອາຍຸໃຫ້ໄປເຂົ້າ ໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນ ຈົນຈົບຢ່າງໜ້ອຍໃຫ້ຈົບການສຶກສາ ພາກບັງຄັບ (ຊັ້ນມັດທະຍົມສຶກສາ ປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍ ອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນ ທີ່ສູງຂຶ້ນໄປໃຫ້ນັບມື້ຫລາຍຂຶ້ນ ໂດຍ ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມ ຮັບຜິດຊອບໂດຍກົງຂອງຜູ້ປົກຄອງ ໃນໄລຍະໃໝ່ນີ້. ສຳລັບລູກຫລານນັກຮຽນ-ນັກ ສຶກສາ, ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳ ຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍ ຕົນເອງໃຫ້ຫລາຍຂຶ້ນ, ດຸໝັ່ນຂະຫຍັນ ພຽນ, ຕັ້ງໜ້າປະຕິບັດກົດລະບຽບ ຂອງໂຮງຮຽນໃຫ້ເຂັ້ມງວດ, ຝຶກຝົນ ຫລໍ່ຫລອມໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກ ຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນ ພົນລະເມືອງທີ່ດີຂອງປະເທດຊາດ; ການຈັດຕັ້ງພັກ-ລັດ, ອົງການຈັດ ຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນ ປະກອບສ່ວນຕາມພາລະບົດບາດຂອງ ຕົນ ປະກອບສ່ວນເຂົ້າໃນການສຶກສາ ອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກ ສຶກສາ, ຊ່ວຍຄູອາຈານໃນການປະຕິ ບັດໜ້າທີ່, ມີສ່ວນຮ່ວມໃນຂະບວນ ການສ້າງສະພາບແວດລ້ອມທີ່ດີ ເພື່ອ ໃຫ້ນັກຮຽນ-ນັກສຶກສາ ໄດ້ເກີດການ ຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາເປັນ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ໝົດທຸກຄົນໃນທົ່ວສັງຄົມ. ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກ ຮ້ອງມາຍັງທຸກການຈັດຕັ້ງທັງພາກ ລັດ ແລະ ເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາໃນຂອບເຂດ ທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການ ສຶກສາ ແລະ ກິລາ ໃນການກະກຽມ ຄວາມພ້ອມ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫລືອຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະ ພາກສ່ວນ ເພື່ອໃຫ້ສົກຮຽນໃໝ່20252026 ໃຫ້ມີຜົນສໍາເລັດໄປໄດ້ດ້ວຍດີ. ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນ ໄຊອັນປະເສີດມາຍັງຜູ້ບໍລິຫານການ ສຶກສາ, ວິທະຍາສາດ ແລະ ກິລາທຸກ ຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດຕະຫລອດຮອດປະຊາຊົນ ລາວບັນດາເຜົ່າໃນຂອບເຂດທົ່ວປະ ເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ຂອງຕົນ. ອວຍພອນໃຫ້ສົກຮຽນ 20252026 ປະສົບຜົນສໍາເລັດຕາມລະດັບ ຄາດໝາຍທີ່ວາງໄວ້. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==