7104

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 01/09/2025 xtgmf]k; lv'dt-;'dko8j k'xtgmf ]k;{dex6 g9p Ia fc|h odkoIj ;,,n lv'/j kp ໂຮມຊຸມນຸມ...ຸຸ ກອງປະຊຸມໃຫຍ່...ຸ່ ກອງປະຊຸມໃຫຍ່ຜູ້ແທນ...ຸູ່້ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ ແລະ ປິດລົງ ດ້ວຍຜົນສຳເລັດອັນຈົບງາມໃນ ວັນທີ 29 ສິງຫາ 2025 ຢູ່ສະໂມ ສອນໃຫຍ່ຂອງແຂວງ, ພາຍໃຕ້ການ ເປັນປະທານຂອງສະຫາຍບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານ ພັກແຂວງ, ຮັກສາການແທນເຈົ້າ ແຂວງເຊກອງ ໂດຍການເປັນກຽດ ເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ປະທານສະພາທິດສະດີ ສູນກາງພັກ, ມີແຂກຖືກເຊີນຈາກ ສູນກາງ, ແຂວງສາລະວັນ, ຈໍາປາ ສັກ ແລະ ແຂວງອັດຕະປື ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ບັນດາຜູ້ ແທນກອງປະຊຸມໄດ້ມີຄວາມເປັນ ເອກະພາບສູງຕໍ່ເນື້ອໃນເອກະສານ ຮ່າງບົດລາຍງານການເມືອງ; ບົດ ສະຫລຸບການພັດທະນາເສດຖະກິດສັງຄົມ 5 ປີ (2021-2025) ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ທີ່ໄດ້ວິເຄາະວິໄຈ ແລະ ຕີລາຄາຢ່າງພາວະວິໄສດ້ານດີ, ດ້ານອ່ອນ ແລະ ບົດຮຽນຖອດຖອນ ໄດ້. ພ້ອມກັນນັ້ນ, ຍັງໄດ້ເປັນ ຂປລ. ໃນວັນທີ 29 ສິງຫາ 2025ນີ້,ທ່ານອານຸພາບວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຊຸນ ໂຊວັນນາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ, ຜູ້ຮັບຜິດຊອບ ວຽກງານຝຣັ່ງໂກໂຟນີ ແຫ່ງ ຣາຊະ ອານາຈັກກຳປູເຈຍ ໄດ້ພົບປະ ແລະ ປຶກສາຫາລືສອງຝ່າຍກ່ຽວກັບການ ຍົກສູງການພົວພັນຮ່ວມມືໃນດ້ານ ຕ່າງໆຂອງສອງປະເທດ ລາວກຳປູເຈຍ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະການແລກ ປ່ຽນບົດຮຽນ ແລະ ປະສົບການໃນ ຖານະທີ່ສປປລາວໄດ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຝຣັ່ງໂກ ໂຟນີ ຄັ້ງທີ 23 ທີ່ນະຄອນຫລວງ ວຽງຈັນ ໃນປີ 2007 ເພື່ອເປັນ ການກະກຽມຄວາມພ້ອມດ້ານ ຕ່າງໆສຳລັບກຳປູເຈຍ ທີ່ຈະໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີຝຣັ່ງໂກໂຟນີ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດຝຣັ່ງໂກ ໂຟນີ ຄັ້ງທີ 20 ໃນທ້າຍປີ 2026. ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ທ່ານ ຊຸນ ໂຊວັນນາ ທີ່ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ກ່າວສະ ແດງຄວາມຍິນດີຕໍ່ທ່ານ ຊຸນ ໂຊ ວັນນາ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ ແລະ ຮ່ວມມືສາກົນ, ຜູ້ຮັບ ຜິດຊອບວຽກງານຝຣັ່ງໂກໂຟນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນ ທ້າຍປີ 2024, ເຊິ່ງເຫັນວ່າມັນເປັນ ໜ້າທີ່ອັນມີກຽດ ແລະ ເປັນຄວາມ ຮັບຜິດຊອບທີ່ສໍາຄັນ ແລະ ສປປ ລາວ ມີຄວາມຍິນດີທີ່ໄດ້ມີໂອກາດ ການນຳພັກ, ລັດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄຳປາໄສ ໂດຍໄດ້ຫວນຄືນໃຫ້ເຫັນເຖິງການ ກຳເນີດຂອງພັກກອມມູນິດອິນດູຈີນ ໂດຍແມ່ນປະທານ ໂຮ່ຈີມິງ ຜູ້ນຳ ທີ່ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1930 ເຊິ່ງເປັນຕົ້ນກຳເນີດຂອງ ພັກກອມມູນິດຫວຽດນາມ ແລະ ພັກ ປະຊາຊົນປະຕິວັດລາວໃນປັດຈຸບັນ, ເຊິ່ງພັກກອມມູນິດຫວຽດນາມ ໄດ້ ກາຍເປັນຄັນທຸງນໍາພາປະຊາຊົນ ຫວຽດນາມ ພ້ອມກັນລຸກຮືຂຶ້ນຍາດ ເອົາໄຊຊະນະອັນເປັນປະຫວັດສາດ ຂອງຊາດ ຄື: ດໍາເນີນການປະຕິວັດ ເດືອນສິງຫາສໍາເລັດຜົນ ແລະ ສະ ຖາປະນາສາທາລະນະລັດ ປະຊາ ທິປະໄຕຫວຽດນາມ ຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ກັນຍາ 1945. ພາຍຫລັງປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ, ພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງໄດ້ສືບ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ, ໂດຍມີຄວາມສະດຸ້ງໄວຕໍ່ສະພາບ ການ, ໃນຊຸມປີ 80, ພັກກອມມູນິດ ຫວຽດນາມ ໄດ້ມີການນໍາພາລິເລີ່ມ ພາລະກິດປ່ຽນແປງໃໝ່ຢ່າງທັນ ການ, ມີຫລັກການ, ມີບາດກ້າວ ທີ່ເໝາະສົມ ແລະ ມີການປະສານ ສົມທົບຢ່າງກົມກຽວລະຫວ່າງ ການປ່ຽນແປງໃໝ່ກັບການຮັກສາ ສະຖຽນລະພາບທາງການເມືອງ, ຖືເອົາການສ້າງສາພັດທະນາເສດ ຖະກິດເປັນໜ້າທີ່ໃຈກາງ, ເອົາ ການສ້າງພັກເປັນອັນຕັດສິນ, ເອົາ ການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ ແລະ ການສ້າງ ກໍາລັງແຮງສັງລວມໃຫ້ແກ່ປະເທດ ຊາດ ເປັນໄມ້ຫລາວັດແທກຜົນ ສໍາເລັດຂອງການປ່ຽນແປງໃໝ່. ມາຮອດກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໃນປີ 1991, ພັກໄດ້ ຮັບຮອງເອົາໂຄງການການເມືອງ ແຫ່ງການສ້າງປະເທດຊາດໃນໄລ ຍະຂ້າມຜ່ານໄປສູ່ສັງຄົມນິຍົມ. ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເຊິ່ງຍາມໃດກໍໄດ້ໃຫ້ ການສະໜັບສະໜູນແບບໝົດຈິດ ໝົດໃຈ ແລະ ການຊ່ວຍເຫລືອອັນ ໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດ ຕໍ່ສູ້ປົດປ່ອຍໃນເມື່ອກ່ອນ ກໍຄື ໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງປະຊາຊົນລາວໃນປັດຈຸບັນ. ພ້ອມທັງຢືນຢັນວ່າຈະສືບຕໍ່ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງສືບຕໍ່ປົກປັກ ຮັກສາ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານທີ່ຫາຍາກໃນການ ພົວພັນສາກົນນີ້ ໃຫ້ຈະເລີນງອກ ງາມຕະຫລອດໄປ ແລະ ຖ່າຍທອດ ໃຫ້ແກ່ຮຸ່ນລູກຮຸ່ນຫລານຂອງພວກ ເຮົາສືບທອດຕໍ່ໆໄປ. ສະຫາຍ ຫງວຽນ ມິງເຕີມ ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ກໍໄດ້ສະແດງຄວາມຮູ້ ບຸນຄຸນຢ່າງຈິງໃຈ ແລະ ເລິກເຊິ່ງ ມາຍັງພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງທີ່ໄດ້ໃຫ້ຄວາມຮັກແພງ ອັນເລິກເຊິ່ງ ແລະ ຄວາມເອົາໃຈ ໃສ່ເປັນພິເສດແກ່ຫວຽດນາມ ຜ່ານ ການຈັດພິທີໂຮມຊຸມນຸມຢ່າງສົມ ກຽດ ແລະ ເຕັມໄປດ້ວຍໄມຕີຈິດ ຖານອ້າຍນ້ອງເລືອດເນື້ອເຊື້ອດຽວ ໃນຄັ້ງນີ້, ອາດເວົ້າໄດ້ວ່າ: ມີແຕ່ປະ ເທດລາວເປັນປະເທດດຽວທີ່ຈັດພິທີ ໂຮມຊຸມນຸມສະເຫລີມສະຫລອງ, ເຊິ່ງເຮັດໃຫ້ພວກຂ້າພະເຈົ້າຮັບຮູ້ ຢ່າງເລິກເຊິ່ງກ່ຽວກັບຄວາມສໍາ ຄັນ ແລະ ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ຫວຽດນາມລາວ. ພ້ອມນີ້, ສະຫາຍຍັງຍົກໃຫ້ ເຫັນແຕ່ລະໄຊຊະນະ ແລະ ຜົນງານ ທີ່ປະຊາຊົນຫວຽດນາມຍາດມາໄດ້ ໃນຕະຫລອດໄລຍະ 80 ປີທີ່ຜ່ານ ມາ, ລ້ວນແລ້ວແຕ່ໄດ້ມີການສະໜັບ ສະໜູນ, ຊ່ວຍເຫລືອອັນລໍ້າຄ່າຂອງ ເພື່ອນມິດສາກົນ, ພິເສດແມ່ນຄວາມ ສາມັກຄີ ແລະ ການຊ່ວຍເຫລືອອັນ ໃຫຍ່ຫລວງ, ສຸດອົກສຸດໃຈຂອງ ພັກ, ລັດ ແລະ ປະຊາຊົນລາວອ້າຍ ນ້ອງ, ໂດຍມີຊາຕາກຳທີ່ມີລັກສະນະ ປະຫວັດສາດດຽວກັນ, ຮ່ວມສາຍພູ ຫລວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມ ດື່ມນໍ້າຈາກແມ່ນໍ້າຂອງ, ສອງຊາດ ຫວຽດນາມ-ລາວ ຍາມໃດກໍໄດ້ ຄຽງບ່າຄຽງໄຫລ່ກັນໃນການຕໍ່ສູ້ ປົດປ່ອຍຊາດ ກໍຄື ໃນພາລະກິດສ້າງ ສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບ ການພັດທະນາໃຫ້ຈະເລີນຮຸ່ງເຮືອງ ຈົນມາຮອດປັດຈຸບັນ. ຂ່າວ: ທະນູທອງ, ພາບ: ຂັນໄຊ ເອກະພາບຮັບຮອງເອົາທິດທາງ ແຜນການ, ມາດຕະການ ແລະ ວິທີ ການແກ້ໄຂບັນຫາຕ່າງໆໃນຕໍ່ໜ້າ ໃນການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ກໍຄືແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອສືບຕໍ່ພັດ ທະນາແຂວງເຊກອງ ໃຫ້ມີການ ຫັນປ່ຽນທີ່ຕັ້ງໜ້າຕາມທິດສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ. ໃນໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງ ພັກ ໄດ້ລາຍງານວ່າ: ກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກແຂວງ ເຊກອງ ຄັ້ງທີ XI ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 172 ສະຫາຍ, ຍິງ 33 ສະຫາຍ ຊຶ່ງເປັນຕົວແທນ ໃຫ້ສະມາຊິກພັກ 11.080 ສະຫາຍ ໃນທົ່ວແຂວງ; ຜູ້ແທນສົມບູນໄດ້ ປ່ອນບັດເລືອກເອົາຄະນະບໍລິຫານ ງານພັກແຂວງ ສະໄໝທີ XI ຈໍາ ນວນ 33 ສະຫາຍ, ຍິງ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ ແລະ ເລືອກເອົາສະຫາຍ ບຸນຫລາຍ ບຸດທິ ເປັນເລຂາຄະນະພັກແຂວງ, ສະ ຫາຍ ຂັນຕີ ສີລະວົງສາ ແລະ ສະຫາຍ ສີສຸພັນ ມະຫາວົງ ເປັນ ຮອງເລຂາຄະນະພັກແຂວງ; ເລືອກ ເອົາສະຫາຍ ສາກົນ ພອນປະເສີດ ເປັນປະທານກວດກາພັກແຂວງ, ສະຫາຍ ອ່ອນມະນີວັນ ຈັນດາວົງ, ສະຫາຍ ສົມສະຫວັນ ຊຸມພົນພັກດີ ແລະ ສະຫາຍ ສົມບູນ ບຸນປອນ ເປັນຮອງປະທານກວດກາພັກ ແຂວງ. ພ້ອມນີ້, ກອງປະຊຸມໄດ້ ເລືອກເອົາຜູ້ແທນສົມບູນ ຈຳນວນ 19 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນ ໂອ້ລົມໂດຍເນັ້ນໃຫ້ຄະນະພັກຊຸດ ໃໝ່, ຜູ້ແທນກອງປະຊຸມ ກໍຄື ສະ ມາຊິກພັກໃນທົ່ວແຂວງເພີ່ມທະ ວີຄວາມສາມັກຄີເອກະພາບ, ຍົກ ສູງຄວາມສາມາດໃນການນໍາພາ, ຄວາມເປັນແບບຢ່າງນໍາໜ້າຂອງ ຄະນະພັກທຸກຂັ້ນ, ເສີມຂະຫຍາຍ ມູນເຊື້ອວິລະຊົນເຂົ້າໃນທຸກຂົງເຂດ ວຽກງານ, ຍູ້ແຮງການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ; ສ້າງພື້ນຖານເສດຖະກິດໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ແກ້ໄຂ ບັນຫາເຄັ່ງຮ້ອນ ກໍຄື ຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ; ຂຸດຄົ້ນທ່າແຮງບົ່ມຊ້ອນ ພາຍໃນແຂວງ ແນໃສ່ການວາງ ແຜນພັດທະນາເຂດແຄວ້ນຢ່າງ ມີຈຸດສຸມທີ່ຊັດເຈນ; ເອົາໃຈໃສ່ ການພັດທະນາດ້ານວັດທະນະທໍາສັງຄົມ ໂດຍສຸມໃສ່ປະຕິບັດບັນດາ ຄາດໝາຍຕົວຊີ້ວັດການພັດທະນາ ແບບຍືນຍົງ; ຍູ້ແຮງວຽກງານສ້າງ ຕັ້ງຕາແສງເພື່ອສ້າງຄວາມເຂັ້ມ ແຂງໃຫ້ລະບົບການເມືອງຂອງ ລະບອບປະຊາທິປະໄຕປະຊາຊົນ ຕິດພັນກັບວຽກງານພັດທະນາຊົນ ນະບົດຮອບດ້ານ-ແກ້ໄຂຄວາມທຸກ ຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ປາກົດ ກອງປະຊຸມໃຫຍ່ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານພັກແຂວງຊຸດໃໝ່ ບົນ ພື້ນຖານຫລັກການລວມສູນປະຊາ ທິປະໄຕ, ຖືກຕ້ອງສອດຄ່ອງກັບ ມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີ ຜູ້ຮັບສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 6 ສະຫາຍ, ເລືອກ ໄດ້ 33 ສະຫາຍ, ຍິງ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ປ່ອນບັດເລືອກຕັ້ງເອົາຄະນະ ປະຈຳພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດ ກາພັກແຂວງສະໄໝທີ IX ຄື: ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາ ຄະນະບໍລິຫານງານພັກແຂວງ; ສະຫາຍ ບົວເງິນ ຫຸມໄຊຍະພົມ ແລະ ສະຫາຍ ບຸນເຮືອງ ສຸລິໄຊ ເປັນ ຮອງເລຂາຄະນະບໍລິຫານງານພັກ ແຂວງ, ສະຫາຍ ຄຳພາ ພິລາວົງ ເປັນປະທານກວດກາພັກແຂວງ, ສະຫາຍ ຄຳເພັດ ເພັງມະແສງ, ສະຫາຍ ນາງ ວັນໄຊ ສິງດາລາ ແລະ ສະຫາຍ ພອນສັກ ແສງມະນີທີ ເປັນຮອງປະທານກວດກາພັກ ແຂວງ. ພ້ອມນີ້, ກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນ ສົມບູນຈຳນວນ 30 ສະຫາຍ ແລະ ສຳຮອງ 5 ສະຫາຍ ໄປຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕື່ມອີກ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍາເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກຊຸດເກົ່າທີ່ໄດ້ນຳພາ-ຊີ້ ນຳພະນັກງານ, ສະມາຊິກພັກ, ປະ ຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການປະຕິບັດໜ້າທີ່ການ ເມືອງຂອງຕົນ, ສ້າງໄດ້ຜົນສໍາ ເລັດຫລາຍດ້ານ. ພ້ອມກັນນັ້ນ, ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາ ທີ່ເປັນເອກະພາບພາຍໃນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄັ້ງທີ IX ໄປຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ ມີປະສິດທິຜົນ. ຂ່າວ: ສົມຮັກ ຈັນທະວົງສາ ພົບປະແລກປ່ຽນກັບຄະນະຂອງ ທ່ານ ຊຸນ ໂຊວັນນາ ໃນຄັ້ງນີ້. ທ່ານ ຊຸນ ໂຊວັນນາ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍ ຜົນສໍາເລັດຂອງລັດຖະບານ ສປປ ລາວ ໃນການເປັນເຈົ້າພາບຈັດ ກອງປະຊຸມສຳຄັນຕ່າງໆໃນໄລຍະ ຜ່ານມາລວມທັງການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຝຣັ່ງໂກ ໂຟນີ ຄັ້ງທີ 23 ໃນປີ 2007 ທີ່ໄດ້ ຮັບໝາກຜົນຕາມຄາດໝາຍ. ພ້ອມດຽວກັນນັ້ນ, ສອງຝ່າຍກໍ ໄດ້ຢໍ້າຄືນການພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມທີ່ມີມາ ແຕ່ດົນນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ສະ ແດງຄວາມຍິນດີຕໍ່ຄວາມຄືບໜ້າ ຂອງການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການພົວພັນດ້ານການເມືອງການທູດ, ການພົວພັນຮ່ວມມືດ້ານ ເສດຖະກິດ, ການແລກປ່ຽນວັດທະ ນະທຳ-ການສຶກສາ, ການຮ່ວມມື ໃນຂອບອະນຸພາກພື້ນ ແລະ ສາກົນ. ພ້ອມດຽວກັນ, ທັງສອງຝ່າຍຢືນຢັນ ຄືນຄວາມມຸ່ງໝັ້ນໃນການສືບຕໍ່ເພີ່ມ ທະວີການຮ່ວມມືລະຫວ່າງສອງ ປະເທດໃຫ້ແໜ້ນແຟ້ນເຂັ້ມແຂງຍິ່ງ ຂຶ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພາບ: ອ່າຍຄຳ ຜົນເປັນຈິງ. ຂ່າວ: ສັນຍາ; ພາບ: ອັດສະວິນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງ ພັກ, ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ມີບັນດາສະຫາຍຮອງ ເລຂາພັກແຂວງ, ບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ອະດີດເລຂາພັກ ແຂວງ, ຜູ້ຕາງໜ້າຈາກພະແນກ ການອ້ອມຂ້າງແຂວງ, ກອງບັນຊາ ການທະຫານແຂວງ, ກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ເຂົ້າຮ່ວມ 260 ສະຫາຍ, ຍິງ 36 ສະຫາຍ. ກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກ ແຂວງຊຽງຂວາງ ຄັ້ງທີ IX ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກ ເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງ ຕັ້ງໜ້າ ແລະ ເປັນເອກະສັນຮັບ ຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກຊຸດເກົ່າ, ຕີລາຄາ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາ ເຫດ, ບົດຮຽນໃນການນໍາພາ-ຊີ້ ນໍາຕະຫລອດໄລຍະ 5 ປີ ຜ່ານມາ, ພ້ອມທັງໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດເຫັນຈາກຜູ້ ຕາງໜ້າຂອງຫລາຍຮາກຖານພັກ ເຊິ່ງແຕ່ລະຮາກຖານລ້ວນແຕ່ສະ ແດງເຖິງຄວາມເປັນເອກະພາບ ຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກຊຸດເກົ່າ; ການລາຍ ງານ ແລະ ການປະກອບຄຳເຫັນ ສ່ວນຫລາຍໄດ້ລົງເລິກລາຍງານ ຜົນສຳເລັດແຫ່ງການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ ແທນ ຄັ້ງທີ VIII ຜ່ານມາ ແລະ ຍົກ ໃຫ້ເຫັນບາງຂໍ້ຄົງຄ້າງທີ່ຈະຕ້ອງ ສືບຕໍ່ແກ້ໄຂອັນໄດ້ເຮັດໃຫ້ກອງປະ ຊຸມໃຫຍ່ມີເນື້ອໃນອຸດົມສົມບູນຂຶ້ນ ຕື່ມ ແລະ ມີຄວາມເປັນເອກະສັນ ຮັບຮອງເອົາທິດທາງແຜນພັດທະ ນາເສດຖະກິດ-ສັງຄົມ. ບັນດາສະ ຫາຍຄະນະພັກ, ອົງການປົກຄອງ ແຕ່ລະຂັ້ນ ແລະ ປະຊາຊົນບັນດາ ເຜົ່າໃນທົ່ວແຂວງທີ່ໄດ້ສຸມໃສ່ຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ໄດ້ມີຜົນສໍາເລັດຫລາຍ ດ້ານຢ່າງສະຫງ່າງາມ.

RkJQdWJsaXNoZXIy MTc3MTYxMQ==