7104

dv'xt-5 ,.spj z6h cmovq '7totra d c0;'g-dv' 7A 'mu XI va f]q 'fh ;pzq oleg]a f ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 01.09.2025 ປີທີ 24 ສະບັບທີ 6.259ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j mqj ;xtgmfw0lq dIPo.\j 2025-2026 1j k'gxa o0t[;o2q f2N o dv'xt-5 ,.spj z6h cmovq '7totra d c0;'-P'0;k' 7A 'mu IX va f]q 'fh ;pzq oleg]a f dt-;' ;m mk[mk, [5 d7t]kdvo Iv[mu II  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ 3I,-5 ,o5 ,lts]v';a olt4kxtok ll s;Pfok, 7q [Iv[ 80 xu lko0v'mj kookpq d]a f4t,q o8u csj ' lxx ]k; gonj v'.o3vdkf;a ow0lq dIPo.\j lq dIPo 2025-2026 -q ,g-u p;a o1b fveokf 23 ly 'sk 1j k'l5 f.9K ສະຫາຍ ກິແກ້ວ ໄຂຄຳພິທູນ ( ຜູ້ທີສອງແຖວໜ້າ ນັບຈາກຊ້າຍຫາຂວາ ) ຂປລ. ພິທີໂຮມຊຸມນຸມສະເຫລີມ ສະຫລອງວັນສະຖາປະນາ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/19452/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2025 ທີ່ນະຄອນຫລວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະ ການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍ ບັນດາການນຳຈາກບັນດາອົງການ ຈັດຕັ້ງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ອະດີດປະທານປະເທດ ແລະ ອະດີດ ຂປລ. ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດ ກອງປະຊຸມປະກອບຄໍາເຫັນໃສ່ບົດ ຂປລ . ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຊຽງ ຂວາງ ຄັ້ງທີ IX ດຳເນີນມາເປັນ ເວລາ 2 ວັນ (28-29 ສິງຫາ 2025) ໄດ້ອັດລົງດ້ວຍຜົນສໍາ ເລັດຢ່າງຈົບງາມພາຍໃຕ້ການ ເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການ ກົມການເມືອງສູນກາງພັກ, ຮອງ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ leg]a fdkopq d]tfa [7;k,I6 h ;Pd;y -kltgrkt37ltokvq [Iq , ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຜູ້ທີສາມ ນັບຈາກຂວາຫາຊ້າຍ ) ສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ( ຜູ້ທີສິບ ນັບຈາກຂວາຫາຊ້າຍ ) ລາຍງານການເມືອງ, ບົດສໍາຫລວດ ແລະ ທາບທາມບຸກຄະລາກອນທີ່ຈະ ອອກສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກກະຊວງ ວທ ສະໄໝທີ VI ຮອບທີ 2 ໃນວັນທີ 29 ສິງຫາ 2025 ທີ່ຫໍວັດທະນະທຳ ແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາ ຄະນະບໍລິຫານງານພັກ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ມີຮອງເລຂາຄະນະບໍລິຫານງານ ພັກກະຊວງ, ກຳມະການປະຈຳພັກ ສະຫາຍ ນາງ ສວນສະຫວັນ ວິຍະເກດ ທ່ານ ນາາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ( ຜູ້ທີເຈັດ ນັບຈາກຂວາຫາຊ້າຍ )  ອ່ານຕໍ່ໜ້າ 3່ າໍ່ ໜ້າ ຂປລ. ສົກຮຽນໃໝ່ 20252026 ໄດ້ໄຂຂຶ້ນພ້ອມກັນທົ່ວປະ ເທດຢ່າງເປັນຂະບວນຟົດຟື້ນໃນ ມື້ນີ້ກົງກັບວັນຈັນ ທີ 1 ກັນຍາ 2025 ທ່າມກາງສະພາບອາກາດ ທີ່ແຕກຕ່າງກັນໃນແຕ່ລະທ້ອງຖິ່ນ ໂດຍເວລາປະມານ 8 ໂມງເຊົ້າ ບັນ ດາຄູອາຈານ ພ້ອມດ້ວຍນ້ອງໆນັັກ ຮຽນນັກສຶກສາໄດ້ພ້ອມໃຈກັນຢືນ ກົງ ເພື່ອເຄົາລົບທຸງຊາດ. ໃນຂະນະ ທີ່ທຸງຊາດລາວ 3 ສີ: ແດງ, ຟ້າ, ມີກາວົງເດືອນສີຂາວ ໄດ້ຄ່ອຍໆຊັກ ຂຶ້ນສູ່ຍອດເສົາ, ການປະສານສຽງ ຮ້ອງເພັງຊາດລາວ ກໍດັງສະໜັ່ນ ເຊິ່ງເປັນສັນຍານບອກວ່າສົກຮຽນ ໃໝ່ໄດ້ໄຂຂຶ້ນຢ່າງເປັນທາງການ. ພາບປະກອບ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 01/09/2025 xtgmf]k; lv'dt-;'dko8j k'xtgmf ]k;{dex6 g9p Ia fc|h odkoIj ;,,n lv'/j kp ໂຮມຊຸມນຸມ...ຸຸ ກອງປະຊຸມໃຫຍ່...ຸ່ ກອງປະຊຸມໃຫຍ່ຜູ້ແທນ...ຸູ່້ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ ແລະ ປິດລົງ ດ້ວຍຜົນສຳເລັດອັນຈົບງາມໃນ ວັນທີ 29 ສິງຫາ 2025 ຢູ່ສະໂມ ສອນໃຫຍ່ຂອງແຂວງ, ພາຍໃຕ້ການ ເປັນປະທານຂອງສະຫາຍບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານ ພັກແຂວງ, ຮັກສາການແທນເຈົ້າ ແຂວງເຊກອງ ໂດຍການເປັນກຽດ ເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ປະທານສະພາທິດສະດີ ສູນກາງພັກ, ມີແຂກຖືກເຊີນຈາກ ສູນກາງ, ແຂວງສາລະວັນ, ຈໍາປາ ສັກ ແລະ ແຂວງອັດຕະປື ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ບັນດາຜູ້ ແທນກອງປະຊຸມໄດ້ມີຄວາມເປັນ ເອກະພາບສູງຕໍ່ເນື້ອໃນເອກະສານ ຮ່າງບົດລາຍງານການເມືອງ; ບົດ ສະຫລຸບການພັດທະນາເສດຖະກິດສັງຄົມ 5 ປີ (2021-2025) ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ທີ່ໄດ້ວິເຄາະວິໄຈ ແລະ ຕີລາຄາຢ່າງພາວະວິໄສດ້ານດີ, ດ້ານອ່ອນ ແລະ ບົດຮຽນຖອດຖອນ ໄດ້. ພ້ອມກັນນັ້ນ, ຍັງໄດ້ເປັນ ຂປລ. ໃນວັນທີ 29 ສິງຫາ 2025ນີ້,ທ່ານອານຸພາບວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຊຸນ ໂຊວັນນາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ, ຜູ້ຮັບຜິດຊອບ ວຽກງານຝຣັ່ງໂກໂຟນີ ແຫ່ງ ຣາຊະ ອານາຈັກກຳປູເຈຍ ໄດ້ພົບປະ ແລະ ປຶກສາຫາລືສອງຝ່າຍກ່ຽວກັບການ ຍົກສູງການພົວພັນຮ່ວມມືໃນດ້ານ ຕ່າງໆຂອງສອງປະເທດ ລາວກຳປູເຈຍ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະການແລກ ປ່ຽນບົດຮຽນ ແລະ ປະສົບການໃນ ຖານະທີ່ສປປລາວໄດ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຝຣັ່ງໂກ ໂຟນີ ຄັ້ງທີ 23 ທີ່ນະຄອນຫລວງ ວຽງຈັນ ໃນປີ 2007 ເພື່ອເປັນ ການກະກຽມຄວາມພ້ອມດ້ານ ຕ່າງໆສຳລັບກຳປູເຈຍ ທີ່ຈະໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີຝຣັ່ງໂກໂຟນີ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດຝຣັ່ງໂກ ໂຟນີ ຄັ້ງທີ 20 ໃນທ້າຍປີ 2026. ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ທ່ານ ຊຸນ ໂຊວັນນາ ທີ່ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ກ່າວສະ ແດງຄວາມຍິນດີຕໍ່ທ່ານ ຊຸນ ໂຊ ວັນນາ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ ແລະ ຮ່ວມມືສາກົນ, ຜູ້ຮັບ ຜິດຊອບວຽກງານຝຣັ່ງໂກໂຟນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນ ທ້າຍປີ 2024, ເຊິ່ງເຫັນວ່າມັນເປັນ ໜ້າທີ່ອັນມີກຽດ ແລະ ເປັນຄວາມ ຮັບຜິດຊອບທີ່ສໍາຄັນ ແລະ ສປປ ລາວ ມີຄວາມຍິນດີທີ່ໄດ້ມີໂອກາດ ການນຳພັກ, ລັດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄຳປາໄສ ໂດຍໄດ້ຫວນຄືນໃຫ້ເຫັນເຖິງການ ກຳເນີດຂອງພັກກອມມູນິດອິນດູຈີນ ໂດຍແມ່ນປະທານ ໂຮ່ຈີມິງ ຜູ້ນຳ ທີ່ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງຂຶ້ນໃນປີ 1930 ເຊິ່ງເປັນຕົ້ນກຳເນີດຂອງ ພັກກອມມູນິດຫວຽດນາມ ແລະ ພັກ ປະຊາຊົນປະຕິວັດລາວໃນປັດຈຸບັນ, ເຊິ່ງພັກກອມມູນິດຫວຽດນາມ ໄດ້ ກາຍເປັນຄັນທຸງນໍາພາປະຊາຊົນ ຫວຽດນາມ ພ້ອມກັນລຸກຮືຂຶ້ນຍາດ ເອົາໄຊຊະນະອັນເປັນປະຫວັດສາດ ຂອງຊາດ ຄື: ດໍາເນີນການປະຕິວັດ ເດືອນສິງຫາສໍາເລັດຜົນ ແລະ ສະ ຖາປະນາສາທາລະນະລັດ ປະຊາ ທິປະໄຕຫວຽດນາມ ຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ກັນຍາ 1945. ພາຍຫລັງປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ, ພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງໄດ້ສືບ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ, ໂດຍມີຄວາມສະດຸ້ງໄວຕໍ່ສະພາບ ການ, ໃນຊຸມປີ 80, ພັກກອມມູນິດ ຫວຽດນາມ ໄດ້ມີການນໍາພາລິເລີ່ມ ພາລະກິດປ່ຽນແປງໃໝ່ຢ່າງທັນ ການ, ມີຫລັກການ, ມີບາດກ້າວ ທີ່ເໝາະສົມ ແລະ ມີການປະສານ ສົມທົບຢ່າງກົມກຽວລະຫວ່າງ ການປ່ຽນແປງໃໝ່ກັບການຮັກສາ ສະຖຽນລະພາບທາງການເມືອງ, ຖືເອົາການສ້າງສາພັດທະນາເສດ ຖະກິດເປັນໜ້າທີ່ໃຈກາງ, ເອົາ ການສ້າງພັກເປັນອັນຕັດສິນ, ເອົາ ການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ ແລະ ການສ້າງ ກໍາລັງແຮງສັງລວມໃຫ້ແກ່ປະເທດ ຊາດ ເປັນໄມ້ຫລາວັດແທກຜົນ ສໍາເລັດຂອງການປ່ຽນແປງໃໝ່. ມາຮອດກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໃນປີ 1991, ພັກໄດ້ ຮັບຮອງເອົາໂຄງການການເມືອງ ແຫ່ງການສ້າງປະເທດຊາດໃນໄລ ຍະຂ້າມຜ່ານໄປສູ່ສັງຄົມນິຍົມ. ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເຊິ່ງຍາມໃດກໍໄດ້ໃຫ້ ການສະໜັບສະໜູນແບບໝົດຈິດ ໝົດໃຈ ແລະ ການຊ່ວຍເຫລືອອັນ ໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດ ຕໍ່ສູ້ປົດປ່ອຍໃນເມື່ອກ່ອນ ກໍຄື ໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງປະຊາຊົນລາວໃນປັດຈຸບັນ. ພ້ອມທັງຢືນຢັນວ່າຈະສືບຕໍ່ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງສືບຕໍ່ປົກປັກ ຮັກສາ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານທີ່ຫາຍາກໃນການ ພົວພັນສາກົນນີ້ ໃຫ້ຈະເລີນງອກ ງາມຕະຫລອດໄປ ແລະ ຖ່າຍທອດ ໃຫ້ແກ່ຮຸ່ນລູກຮຸ່ນຫລານຂອງພວກ ເຮົາສືບທອດຕໍ່ໆໄປ. ສະຫາຍ ຫງວຽນ ມິງເຕີມ ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ກໍໄດ້ສະແດງຄວາມຮູ້ ບຸນຄຸນຢ່າງຈິງໃຈ ແລະ ເລິກເຊິ່ງ ມາຍັງພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງທີ່ໄດ້ໃຫ້ຄວາມຮັກແພງ ອັນເລິກເຊິ່ງ ແລະ ຄວາມເອົາໃຈ ໃສ່ເປັນພິເສດແກ່ຫວຽດນາມ ຜ່ານ ການຈັດພິທີໂຮມຊຸມນຸມຢ່າງສົມ ກຽດ ແລະ ເຕັມໄປດ້ວຍໄມຕີຈິດ ຖານອ້າຍນ້ອງເລືອດເນື້ອເຊື້ອດຽວ ໃນຄັ້ງນີ້, ອາດເວົ້າໄດ້ວ່າ: ມີແຕ່ປະ ເທດລາວເປັນປະເທດດຽວທີ່ຈັດພິທີ ໂຮມຊຸມນຸມສະເຫລີມສະຫລອງ, ເຊິ່ງເຮັດໃຫ້ພວກຂ້າພະເຈົ້າຮັບຮູ້ ຢ່າງເລິກເຊິ່ງກ່ຽວກັບຄວາມສໍາ ຄັນ ແລະ ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ຫວຽດນາມລາວ. ພ້ອມນີ້, ສະຫາຍຍັງຍົກໃຫ້ ເຫັນແຕ່ລະໄຊຊະນະ ແລະ ຜົນງານ ທີ່ປະຊາຊົນຫວຽດນາມຍາດມາໄດ້ ໃນຕະຫລອດໄລຍະ 80 ປີທີ່ຜ່ານ ມາ, ລ້ວນແລ້ວແຕ່ໄດ້ມີການສະໜັບ ສະໜູນ, ຊ່ວຍເຫລືອອັນລໍ້າຄ່າຂອງ ເພື່ອນມິດສາກົນ, ພິເສດແມ່ນຄວາມ ສາມັກຄີ ແລະ ການຊ່ວຍເຫລືອອັນ ໃຫຍ່ຫລວງ, ສຸດອົກສຸດໃຈຂອງ ພັກ, ລັດ ແລະ ປະຊາຊົນລາວອ້າຍ ນ້ອງ, ໂດຍມີຊາຕາກຳທີ່ມີລັກສະນະ ປະຫວັດສາດດຽວກັນ, ຮ່ວມສາຍພູ ຫລວງທີ່ໃຫຍ່ໂຕມະໂຫຖານ, ຮ່ວມ ດື່ມນໍ້າຈາກແມ່ນໍ້າຂອງ, ສອງຊາດ ຫວຽດນາມ-ລາວ ຍາມໃດກໍໄດ້ ຄຽງບ່າຄຽງໄຫລ່ກັນໃນການຕໍ່ສູ້ ປົດປ່ອຍຊາດ ກໍຄື ໃນພາລະກິດສ້າງ ສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບ ການພັດທະນາໃຫ້ຈະເລີນຮຸ່ງເຮືອງ ຈົນມາຮອດປັດຈຸບັນ. ຂ່າວ: ທະນູທອງ, ພາບ: ຂັນໄຊ ເອກະພາບຮັບຮອງເອົາທິດທາງ ແຜນການ, ມາດຕະການ ແລະ ວິທີ ການແກ້ໄຂບັນຫາຕ່າງໆໃນຕໍ່ໜ້າ ໃນການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ກໍຄືແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ເພື່ອສືບຕໍ່ພັດ ທະນາແຂວງເຊກອງ ໃຫ້ມີການ ຫັນປ່ຽນທີ່ຕັ້ງໜ້າຕາມທິດສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ. ໃນໂອກາດນີ້, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງ ພັກ ໄດ້ລາຍງານວ່າ: ກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກແຂວງ ເຊກອງ ຄັ້ງທີ XI ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 172 ສະຫາຍ, ຍິງ 33 ສະຫາຍ ຊຶ່ງເປັນຕົວແທນ ໃຫ້ສະມາຊິກພັກ 11.080 ສະຫາຍ ໃນທົ່ວແຂວງ; ຜູ້ແທນສົມບູນໄດ້ ປ່ອນບັດເລືອກເອົາຄະນະບໍລິຫານ ງານພັກແຂວງ ສະໄໝທີ XI ຈໍາ ນວນ 33 ສະຫາຍ, ຍິງ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ ແລະ ເລືອກເອົາສະຫາຍ ບຸນຫລາຍ ບຸດທິ ເປັນເລຂາຄະນະພັກແຂວງ, ສະ ຫາຍ ຂັນຕີ ສີລະວົງສາ ແລະ ສະຫາຍ ສີສຸພັນ ມະຫາວົງ ເປັນ ຮອງເລຂາຄະນະພັກແຂວງ; ເລືອກ ເອົາສະຫາຍ ສາກົນ ພອນປະເສີດ ເປັນປະທານກວດກາພັກແຂວງ, ສະຫາຍ ອ່ອນມະນີວັນ ຈັນດາວົງ, ສະຫາຍ ສົມສະຫວັນ ຊຸມພົນພັກດີ ແລະ ສະຫາຍ ສົມບູນ ບຸນປອນ ເປັນຮອງປະທານກວດກາພັກ ແຂວງ. ພ້ອມນີ້, ກອງປະຊຸມໄດ້ ເລືອກເອົາຜູ້ແທນສົມບູນ ຈຳນວນ 19 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນ ໂອ້ລົມໂດຍເນັ້ນໃຫ້ຄະນະພັກຊຸດ ໃໝ່, ຜູ້ແທນກອງປະຊຸມ ກໍຄື ສະ ມາຊິກພັກໃນທົ່ວແຂວງເພີ່ມທະ ວີຄວາມສາມັກຄີເອກະພາບ, ຍົກ ສູງຄວາມສາມາດໃນການນໍາພາ, ຄວາມເປັນແບບຢ່າງນໍາໜ້າຂອງ ຄະນະພັກທຸກຂັ້ນ, ເສີມຂະຫຍາຍ ມູນເຊື້ອວິລະຊົນເຂົ້າໃນທຸກຂົງເຂດ ວຽກງານ, ຍູ້ແຮງການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ; ສ້າງພື້ນຖານເສດຖະກິດໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ແກ້ໄຂ ບັນຫາເຄັ່ງຮ້ອນ ກໍຄື ຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ; ຂຸດຄົ້ນທ່າແຮງບົ່ມຊ້ອນ ພາຍໃນແຂວງ ແນໃສ່ການວາງ ແຜນພັດທະນາເຂດແຄວ້ນຢ່າງ ມີຈຸດສຸມທີ່ຊັດເຈນ; ເອົາໃຈໃສ່ ການພັດທະນາດ້ານວັດທະນະທໍາສັງຄົມ ໂດຍສຸມໃສ່ປະຕິບັດບັນດາ ຄາດໝາຍຕົວຊີ້ວັດການພັດທະນາ ແບບຍືນຍົງ; ຍູ້ແຮງວຽກງານສ້າງ ຕັ້ງຕາແສງເພື່ອສ້າງຄວາມເຂັ້ມ ແຂງໃຫ້ລະບົບການເມືອງຂອງ ລະບອບປະຊາທິປະໄຕປະຊາຊົນ ຕິດພັນກັບວຽກງານພັດທະນາຊົນ ນະບົດຮອບດ້ານ-ແກ້ໄຂຄວາມທຸກ ຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ປາກົດ ກອງປະຊຸມໃຫຍ່ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິ ຫານງານພັກແຂວງຊຸດໃໝ່ ບົນ ພື້ນຖານຫລັກການລວມສູນປະຊາ ທິປະໄຕ, ຖືກຕ້ອງສອດຄ່ອງກັບ ມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີ ຜູ້ຮັບສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 6 ສະຫາຍ, ເລືອກ ໄດ້ 33 ສະຫາຍ, ຍິງ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ປ່ອນບັດເລືອກຕັ້ງເອົາຄະນະ ປະຈຳພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດ ກາພັກແຂວງສະໄໝທີ IX ຄື: ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາ ຄະນະບໍລິຫານງານພັກແຂວງ; ສະຫາຍ ບົວເງິນ ຫຸມໄຊຍະພົມ ແລະ ສະຫາຍ ບຸນເຮືອງ ສຸລິໄຊ ເປັນ ຮອງເລຂາຄະນະບໍລິຫານງານພັກ ແຂວງ, ສະຫາຍ ຄຳພາ ພິລາວົງ ເປັນປະທານກວດກາພັກແຂວງ, ສະຫາຍ ຄຳເພັດ ເພັງມະແສງ, ສະຫາຍ ນາງ ວັນໄຊ ສິງດາລາ ແລະ ສະຫາຍ ພອນສັກ ແສງມະນີທີ ເປັນຮອງປະທານກວດກາພັກ ແຂວງ. ພ້ອມນີ້, ກອງປະຊຸມຍັງ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນ ສົມບູນຈຳນວນ 30 ສະຫາຍ ແລະ ສຳຮອງ 5 ສະຫາຍ ໄປຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຕື່ມອີກ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍາເຫັນໂອ້ລົມ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກຊຸດເກົ່າທີ່ໄດ້ນຳພາ-ຊີ້ ນຳພະນັກງານ, ສະມາຊິກພັກ, ປະ ຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການປະຕິບັດໜ້າທີ່ການ ເມືອງຂອງຕົນ, ສ້າງໄດ້ຜົນສໍາ ເລັດຫລາຍດ້ານ. ພ້ອມກັນນັ້ນ, ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາ ທີ່ເປັນເອກະພາບພາຍໃນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄັ້ງທີ IX ໄປຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ ມີປະສິດທິຜົນ. ຂ່າວ: ສົມຮັກ ຈັນທະວົງສາ ພົບປະແລກປ່ຽນກັບຄະນະຂອງ ທ່ານ ຊຸນ ໂຊວັນນາ ໃນຄັ້ງນີ້. ທ່ານ ຊຸນ ໂຊວັນນາ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍ ຜົນສໍາເລັດຂອງລັດຖະບານ ສປປ ລາວ ໃນການເປັນເຈົ້າພາບຈັດ ກອງປະຊຸມສຳຄັນຕ່າງໆໃນໄລຍະ ຜ່ານມາລວມທັງການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຝຣັ່ງໂກ ໂຟນີ ຄັ້ງທີ 23 ໃນປີ 2007 ທີ່ໄດ້ ຮັບໝາກຜົນຕາມຄາດໝາຍ. ພ້ອມດຽວກັນນັ້ນ, ສອງຝ່າຍກໍ ໄດ້ຢໍ້າຄືນການພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມທີ່ມີມາ ແຕ່ດົນນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ສະ ແດງຄວາມຍິນດີຕໍ່ຄວາມຄືບໜ້າ ຂອງການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການພົວພັນດ້ານການເມືອງການທູດ, ການພົວພັນຮ່ວມມືດ້ານ ເສດຖະກິດ, ການແລກປ່ຽນວັດທະ ນະທຳ-ການສຶກສາ, ການຮ່ວມມື ໃນຂອບອະນຸພາກພື້ນ ແລະ ສາກົນ. ພ້ອມດຽວກັນ, ທັງສອງຝ່າຍຢືນຢັນ ຄືນຄວາມມຸ່ງໝັ້ນໃນການສືບຕໍ່ເພີ່ມ ທະວີການຮ່ວມມືລະຫວ່າງສອງ ປະເທດໃຫ້ແໜ້ນແຟ້ນເຂັ້ມແຂງຍິ່ງ ຂຶ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພາບ: ອ່າຍຄຳ ຜົນເປັນຈິງ. ຂ່າວ: ສັນຍາ; ພາບ: ອັດສະວິນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງ ພັກ, ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ມີບັນດາສະຫາຍຮອງ ເລຂາພັກແຂວງ, ບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ອະດີດເລຂາພັກ ແຂວງ, ຜູ້ຕາງໜ້າຈາກພະແນກ ການອ້ອມຂ້າງແຂວງ, ກອງບັນຊາ ການທະຫານແຂວງ, ກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ເຂົ້າຮ່ວມ 260 ສະຫາຍ, ຍິງ 36 ສະຫາຍ. ກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກ ແຂວງຊຽງຂວາງ ຄັ້ງທີ IX ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກ ເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງ ຕັ້ງໜ້າ ແລະ ເປັນເອກະສັນຮັບ ຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກຊຸດເກົ່າ, ຕີລາຄາ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາ ເຫດ, ບົດຮຽນໃນການນໍາພາ-ຊີ້ ນໍາຕະຫລອດໄລຍະ 5 ປີ ຜ່ານມາ, ພ້ອມທັງໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດເຫັນຈາກຜູ້ ຕາງໜ້າຂອງຫລາຍຮາກຖານພັກ ເຊິ່ງແຕ່ລະຮາກຖານລ້ວນແຕ່ສະ ແດງເຖິງຄວາມເປັນເອກະພາບ ຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກຊຸດເກົ່າ; ການລາຍ ງານ ແລະ ການປະກອບຄຳເຫັນ ສ່ວນຫລາຍໄດ້ລົງເລິກລາຍງານ ຜົນສຳເລັດແຫ່ງການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ ແທນ ຄັ້ງທີ VIII ຜ່ານມາ ແລະ ຍົກ ໃຫ້ເຫັນບາງຂໍ້ຄົງຄ້າງທີ່ຈະຕ້ອງ ສືບຕໍ່ແກ້ໄຂອັນໄດ້ເຮັດໃຫ້ກອງປະ ຊຸມໃຫຍ່ມີເນື້ອໃນອຸດົມສົມບູນຂຶ້ນ ຕື່ມ ແລະ ມີຄວາມເປັນເອກະສັນ ຮັບຮອງເອົາທິດທາງແຜນພັດທະ ນາເສດຖະກິດ-ສັງຄົມ. ບັນດາສະ ຫາຍຄະນະພັກ, ອົງການປົກຄອງ ແຕ່ລະຂັ້ນ ແລະ ປະຊາຊົນບັນດາ ເຜົ່າໃນທົ່ວແຂວງທີ່ໄດ້ສຸມໃສ່ຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ແລະ ໄດ້ມີຜົນສໍາເລັດຫລາຍ ດ້ານຢ່າງສະຫງ່າງາມ.

xtgmf]k; 3 01/09/2025 0j k; c]t gsfdko ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ອັດດິສະວິນັນ ບົດສະເໜີົີ ໂດຍ: ສົມບູນ ແກ້ວໄຊຍະຈັກົ ມູ ນ້ ວັ ກ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ zq oleg]a f 80 xu csj 'dkolh k'lk dkoxq dxh v' c]t dkora fmtokxtgmfs;Pfok, ລັດຖະທຳມະນູນປີ 1946 ເຊິ່ງ ເປັນລັດຖະທຳມະນູນປະຊາທິປະໄຕ ສະບັບທຳອິດຂອງຫວຽດນາມ, ໄດ້ ສະທ້ອນຢ່າງຊັດເຈນເຖິງຄວາມຕ້ອງ ການສ້າງລັດທີ່ເປັນປະຊາທິປະໄຕ ແລະ ຢຶດຫລັກອໍານາດກົດໝາຍ. ແນວ ຄິດຂອງໂຮ່ຈີມິງກ່ຽວກັບລັດອໍານາດ ກົດໝາຍໄດ້ຮັບການຢືນຢັນຕັ້ງແຕ່ ເວລານັ້ນວ່າ ອຳນາດຮ່າງລັດຖະທຳ ມະນູນເປັນຂອງປະຊາຊົນ, ອົງກອນ ຂອງລັດຕ້ອງເປັນເຄື່ອງມືໃນການ ປະຕິບັດຄວາມປະສົງ ແລະ ຄວາມ ປາດຖະໜາຂອງປະຊາຊົນ. ຂ້າລາດ ຊະການ ແລະ ເຈົ້າໜ້າທີ່ບໍ່ສາມາດ ເປັນ “ເຈົ້າຂຸນອຳນາດປະຕິວັດ” ແຕ່ ຕ້ອງເປັນ “ຜູ້ຮັບໃຊ້ປະຊາຊົນ” ໂດຍຖື ຄວາມສຸກຂອງປະຊາຊົນເປັນເປົ້າ ໝາຍສູງສຸດ. ກົດໝາຍບໍ່ແມ່ນເຄື່ອງມື ໃນການລົງໂທດ ແຕ່ເປັນວິທີທາງໃນ ການຄຸ້ມຄອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນ. ແນວຄິດຫລັກນີ້ໄດ້ຮັບການສືບ ທອດ ແລະ ຄ່ອຍພັດທະນາໂດຍພັກ ກອມມູນິດຕະຫລອດຂະບວນການ ນຳພາການປະຕິວັດ. ກອງປະຊຸມໃຫຍ່ ພັກ ຄັ້ງທີ 7 (ປີ 1991) ແລະ ເອກະ ສານແນວທາງໂຍບາຍການສ້າງປະ ເທດໃນໄລຍະ ຂ້າມຜ່ານສູ່ສັງຄົມນິຍົມ ໄດ້ກຳນົດເປັນຄັ້ງທຳອິດເຖິງລັກສະ ນະພື້ນຖານຂອງລັດນິຕິທໍາຕາມທິດ ສັງຄົມນິຍົມວ່າ ອຳນາດຂອງລັດເປັນ ເອກະພາບ ແຕ່ມີການແບ່ງວຽກຢ່າງ ຊັດເຈນລະຫວ່າງຝ່າຍນິຕິບັນຍັດ, ຝ່າຍບໍລິຫານ ແລະ ຝ່າຍຕຸລາການ. ການປະຊຸມຜູ້ແທນລະດັບຊາດ ລະ ຫວ່າງວາລະໃນປີ 1994 ໄດ້ນຳພາ ລະກິດການສ້າງລັດນິຕິທໍາຕາມທິດ ສັງຄົມນິຍົມບັນຈຸໄວ້ໃນເອກະສານ ຂອງພັກ ແລະ ຕໍ່ມາໃນກອງປະຊຸມ ໃຫຍ່ພັກຄັ້ງທີ 9 (ປີ 2001) ແລະ ຄັ້ງທີ 10 (ປີ 2006) ກໍໄດ້ຢືນຢັນ ແລະ ຂະຫຍາຍຄວາມເນື້ອໃນນີ້ຕໍ່ໄປ. ກອງປະຊຸມໃຫຍ່ພັກ ຄັ້ງທີ 11 (ປີ 2011) ໄດ້ລະບຸຊັດເຈນວ່າ ລັດນິຕິ ທໍາຕາມທິດສັງຄົມນິຍົມຫວຽດນາມ ເປັນລັດຂອງປະຊາຊົນ, ໂດຍປະຊາ ຊົນ ແລະ ເພື່ອປະຊາຊົນ, ຢູ່ພາຍໃຕ້ ການນຳພາຂອງພັກກອມມູນິດຫວຽດ ນາມ. ອຳນາດຂອງລັດເປັນເອກະພາບ ໂດຍມີການແບ່ງວຽກ, ປະສານງານ ກັນ ລະຫວ່າງສາມອຳນາດ ໄດ້ແກ່ ນິຕິບັນຍັດ, ບໍລິຫານ ແລະ ຕຸລາການ. ແນວທາງເຫລົ່ານີ້ໄດ້ປະຕິບັດເປັນຮູບ ປະທຳໃນລັດຖະທຳມະນູນປີ 2013 ແລະ ກົດໝາຍສຳຄັນຫລາຍສະບັບ ວ່າດ້ວຍການຈັດຕັ້ງອົງກອນຂອງ ລັດ. ກອງປະຊຸມໃຫຍ່ພັກຄັ້ງທີ 13 (ປີ 2021) ຢືນຢັນອີກຄັ້ງວ່າ ການ ສ້າງ ແລະ ພັດທະນາລັດນິຕິທໍາຕາມ ທິດສັງຄົມນິຍົມຫວຽດນາມຂອງປະ ຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະ ຊາຊົນ, ພາຍໃຕ້ການນຳພາຂອງພັກ ຄືພາລະກິດສຳຄັນຂອງການປະຕິຮູບ ລະບົບການເມືອງ. ຄຽງຄູ່ກັບປະສົບ ການການນຳພາໃນພາກປະຕິບັດ, ຄວາມເຂົ້າໃຈ ແລະ ແນວຄິດທາງທິດ ສະດີຂອງພັກກ່ຽວກັບການສ້າງລັດ ນິຕິທໍາຕາມທິດສັງຄົມນິຍົມຫວຽດ ນາມ ໄດ້ຮັບການປັບປຸງ ແລະ ພັດທະ ນາ ເລິກເຊິ່ງຍິ່ງຂຶ້ນ. ລັດຖະທຳມະນູນ ປີ 2013 ໄດ້ສະທ້ອນຫລັກການພື້ນ ຖານຂອງລັດນິຕິທໍາຕາມທິດສັງຄົມ ນິຍົມຫວຽດນາມໄວ້ຢ່າງຄົບຖ້ວນ, ຕັ້ງແຕ່ທຳມະຊາດ, ຫລັກການຈັດຕັ້ງ, ໂຄງສ້າງການດຳເນີນງານ, ການ ແບ່ງອຳນາດຂອງລັດ, ໄປຈົນເຖິງ ບົດບາດຂອງກົດໝາຍໃນສັງຄົມ ແລະ ບົດບາດການນຳພາຂອງພັກ. ຂະບວນການສ້າງລັດນິຕິທໍາຕາມ ທິດສັງຄົມນິຍົມຫວຽດນາມພາຍໃຕ້ ການນຳພາຂອງພັກ ໄດ້ບັນລຸຜົນທີ່ສຳ ຄັນຢ່າງຍິ່ງ. ຄວາມເຂົ້າໃຈທາງທິດ ສະດີກ່ຽວກັບຮູບແບບລັດນີ້ມີຄວາມ ສົມບູນ ແລະ ເປັນເອກະພາບຫລາຍ ຂຶ້ນ, ລະບົບກົດໝາຍໄດ້ຮັບການສ້າງ ແລະ ປັບປຸງຢ່າງຕໍ່ເນື່ອງ, ມີຄວາມ ສອດຄ່ອງ ແລະ ເປັນເອກະພາບ, ຮັບ ປະກັນຄວາມເປັນໄປໄດ້ໃນການບັງ ຄັບໃຊ້ຈິງ. ບົດບາດຂອງກົດໝາຍ ແລະ ການບັງຄັບໃຊ້ກົດໝາຍໄດ້ມີ ຄວາມສຳຄັນຢ່າງຍິ່ງໃນກິດຈະກຳ ຂອງທົ່ວລະບົບການເມືອງ ແລະ ໃນ ຊີວິດສັງຄົມ. ກົນໄກການແບ່ງວຽກ, ການປະ ສານງານ ແລະ ການກວດສອບ ລະ ຫວ່າງພາກສ່ວນຕ່າງໆຂອງລັດໃນ ການໃຊ້ອຳນາດນິຕິບັນຍັດ, ບໍລິຫານ ແລະຕຸລາການມີຄວາມຊັດເຈນແລະມີ ປະສິດທິຜົນຫລາຍຂຶ້ນ. ອົງກອນຂອງ ລັດ ໄດ້ຮັບການຈັດຕັ້ງໃຫ້ກະທັດຮັດ ລົງ, ການດຳເນີນງານມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ. ສະພາ ແຫ່ງຊາດ ຍັງຄົງປະຕິຮູບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ, ຍົກ ລະດັບຄຸນນະພາບໃນການອອກກົດ ໝາຍ, ການຕິດຕາມ ແລະ ການຕັດສິນ ໃຈໃນປະເດັນສຳຄັນຂອງປະເທດ. ລັດຖະບານ ດຳເນີນງານຢ່າງມີການ ເຄື່ອນໄຫວ ແລະ ມີຄວາມຫ້າວຫັນ ໃນການບໍລິຫານ, ສຸມໃສ່ການຈັດການ ມະຫາພາກ, ການປະຕິຮູບລະບົບບໍລິ ຫານ, ການແກ້ໄຂອຸປະສັກ ແລະ ການ ສະໜັບສະໜູນການພັດທະນາປະເທດ. ການປະຕິຮູບຂະບວນການຍຸຕິທຳ ໄດ້ ຮັບການຊຸກຍູ້ຢ່າງຕໍ່ເນື່ອງ, ອົງກອນ ດ້ານຕຸລາການໄດ້ຮັບການປັບປຸງໂຄງ ສ້າງເທື່ອລະຂັ້ນ, ຍົກລະດັບຄຸນນະ ພາບການດຳເນີນງານ ເພື່ອຮັບປະ ກັນຫລັກອໍານາດກົດໝາຍໃນການ ພິຈາລະນາຄະດີ ແລະ ການບັງຄັບໃຊ້ ຄວາມຍຸຕິທຳ. ສິດທິມະນຸດ ແລະ ສິດ ຂອງພົນລະເມືອງ ໄດ້ບັນຍັດໄວ້ໃນລັດ ຖະທຳມະນູນ ແລະ ເຮັດໃຫ້ເປັນຮູບ ປະທຳຜ່ານກົດໝາຍ, ພ້ອມທັງນຳໄປ ປະຕິບັດຢ່າງມີປະສິດທິຜົນໃນພາກ ປະຕິບັດຕົວຈິງ. ປະຊາທິປະໄຕແບບ ຕົວແທນ ແລະ ປະຊາທິປະໄຕໂດຍ ກົງຍັງຄົງໄດ້ຮັບການສົ່ງເສີມຢ່າງຕໍ່ ເນື່ອງ. ແນວໂຮມປະເທດຊາດ ແລະ ອົງກອນການເມືອງ-ສັງຄົມຕ່າງໆ ໄດ້ ປັບປຸງວິທີການດຳເນີນງານເທື່ອລະ ກ້າວ, ມີສ່ວນຮ່ວມຢ່າງເປັນຮູບປະທຳ ຕໍ່ການເຮັດໃຫ້ສິດການເປັນເຈົ້າຂອງ ປະຊາຊົນເກີດຂຶ້ນຈິງ. ຮູບແບບລັດນິຕິ ທໍາຕາມທິດສັງຄົມນິຍົມຫວຽດນາມ ພາຍໃຕ້ຫລັກການ “ພັກເປັນຜູ້ນຳ, ລັດເປັນຜູ້ບໍລິຫານຈັດການ, ປະຊາຊົນ ເປັນເຈົ້າຂອງ” ກຳລັງໄດ້ຮັບການພັດ ທະນາໃຫ້ສົມບູນຫລາຍຍິ່ງຂຶ້ນ ແລະ ໄດ້ກາຍເປັນຮາກຖານທີ່ໝັ້ນຄົງ, ເຊິ່ງ ມີສ່ວນສຳຄັນຕໍ່ຜົນສຳເລັດອັນຍິ່ງ ໃຫຍ່ ແລະ ມີຄວາມໝາຍທາງປະຫວັດ ສາດໃນພາລະກິດການປະຕິຮູບ, ການ ສ້າງສັນ ແລະ ການປົກປ້ອງສາທາລະ ນະລັດສັງຄົມນິຍົມຫວຽດນາມ. ລາຍຮັບເຂົ້າງົບປະມານບວກກັບງົບ ປະມານທີ່ແຂວງດຸ່ນໃຫ້ ບັນລຸໄດ້ 23 ຕື້ກວ່າກີບ, ເມືອງເກັບລາຍຮັບເຂົ້າ ງົບປະມານໄດ້ 7 ຕື້ກວ່າກີບ ແລະ ສາ ມາດຄຸ້ມຄອງລາຍຈ່າຍທັງໝົດ 17 ຕື້ ກວ່າກີບ, ໄດ້ຊຸກຍູ້ສົ່ງເສີມການສ້າງ ເສດຖະກິດເອກະລາດ ຕາມທ່າແຮງ ຂອງເມືອງຫລາຍຂຶ້ນ ເພື່ອຫລີກເວັ້ນ ສິນຄ້ານຳເຂົ້າທີ່ບໍ່ຈຳເປັນພາຍໃນ ເມືອງ ດ້ວຍການສົ່ງເສີມການປູກເຂົ້າ ນາແຊງ-ນາປີ ຕາມບ້ານທີ່ມີເງື່ອນໄຂ ໃຫ້ກຸ້ມກິນ, ປູກພືດຜັກ, ປູກໂສມ ແລະ ກາເຟ ໃຫ້ກາຍເປັນສິນຄ້າສູ່ຕະຫລາດ ແລະ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍ ທຸລະກິດຂະໜາດກາງ-ຂະໜາດນ້ອຍ ໃຫ້ດຳເນີນການແປຮູບຜົນຜະລິດກະ ສິກຳພາຍໃນເມືອງຫລາຍຂຶ້ນ ເພື່ອ ສ້າງມູນຄ່າເພີ່ມໃຫ້ປະຊາຊົນ ຫລື ຜູ້ ປະກອບການ ໂດຍສະເພາະການແປ ຮູບກາເຟ, ນຳ້ເຜີ້ງ, ໂສມ ແລະ ຕໍ່າ ແຜ່ນແພຊົນເຜົ່າ ລວມທັງສິນຄ້າອື່ນໆ ຂອງທ້ອງຖິ່ນ ສາມາດສົ່ງອອກໄດ້ 300 ລ້ານກີບ; ສໍາລັບວຽກງານແກ້ ໄຂຄວາມທຸກຍາກ ແມ່ນໄດ້ສຳເລັດ ປະເມີນຄວາມທຸກຍາກ ໃນ 59 ບ້ານ, ມີຈຳນວນຄອບຄົວທັງໝົດ 5.188 ຄອບຄົວ ມີພົນລະເມືອງ 27.796 ຄົນ, ຍິງ 13.904 ຄົນ, ປະເມີນຄອບ ຄົວພົ້ນທຸກ ໄດ້ 1.698 ຄອບຄົວ, ປະເມີນຄອບຄົວພັດທະນາ ໄດ້ 411 ຄອບຄົວ, ມີບ້ານພົ້ນທຸກ 13 ບ້ານ, ບ້ານພັດທະນາ 3 ບ້ານ, ນອກນັ້ນ ແລ້ວ, ຄະນະບໍລິຫານງານພັກເມືອງ ຍັງໄດ້ເປັນເຈົ້າການຊຸກຍູ້ ປຸກລະດົມ ບັນດາຫ້ອງການອ້ອມຂ້າງເມືອງ, ບ້ານປະຊາຊົນບັນດາເຜົ່າຊາວເມືອງ ດາກຈຶງ ພ້ອມກັນອອກແຮງແຂ່ງຂັນ ກັນສ້າງຜົນງານສ້າງຂະບວນການ ຮອບດ້ານ, ເປັນເຈົ້າການຕິດຕາມ ກວດກາຮັກສາຄວາມສະຫງົບ ຄວາມ ປອດໄພ ຄວາມສະອາດ ແລະ ຈັດ ກິດຈະກຳແຂ່ງຂັນກິລາຢ່າງເປັນຂະ ບວນຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນ ກອງ ປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະ ພັກແຂວງເຊກອງ ທີ່ຈະໄຂຂຶ້ນມໍ່ໆນີ້. ທ່ານ ເພັງນາ ຈັນທະພອນ ກ່າວ ຕື່ມວ່າ: ໃນການຈັດຕັ້ງປະຕິບັດຂົງ ເຂດວັດທະນະທໍາ-ສັງຄົມ ໂດຍສະ ເພາະ ວຽກງານການສຶກສາເຊິ່ງໃນ ການປະຕິບັດ 15 ຄາດໝາຍ ສາມາດ ບັນລຸໄດ້ 14 ຄາດໝາຍ ອັດຕາເລື່ອນ ຊັ້ນ ປ5 ຂຶ້ນ ມ1 ມີທ່າອ່ຽງເພີ່ມຂຶ້ນ ແລະ ອັດຕາປະລະການຮຽນມັດທະ ຍົມຕົ້ນຫລຸດລົງ, ຄຸນນະພາບບໍລິການ, ປິ່ນປົວພະຍາດ ຂອງແພດໝໍດີຂຶ້ນ ຕາມ 5 ດີ, 1 ພໍໃຈ ແລະ ການຈັດຕັ້ງ ປະຕິບັດ 11 ຄາດໝາຍ, ວຽກງານ ສາທາລະນະສຸກ ສາມາດບັນລຸໄດ້ 10 ຄາດໝາຍ. g,n v'fkd9b ' l5 ,.lj za o0tspkp,t8y 7ela j '0v'ra d gIa f.sh glf4tdy fmq j ;g,n v'0tspkp8q ; ຂປລ. ຕະຫລອດໄລຍະຜ່ານມາ ອົງຄະນະພັກເມືອງດາກຈຶງ ແຂວງ ເຊກອງ ໄດ້ຖືສຳຄັນການຈັດຕັ້ງຜັນ ຂະຫຍາມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີ ຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມ ເປັນເອກະພາບ ເຊື່ອໝ້ັນຕໍ່ການນຳພາຊີ້ນຳຂອງພັກ ເປັນເຈົ້າການປະຕິບັດ ໜ້າທີ່ແລະເຮັດສຳເລັດການມອບໝາຍ ເຊິ່ງເຮັດໃຫ້ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນ່ືອງ. ທ່ານ ເພັງນາ ຈັນທະພອນ ເລຂາ ພັກເມືອງດາກຈຶງ ໃຫ້ສຳພາດເມື່ອບໍ່ ດົນນີ້ວ່າ: ຜົນສຳເລັດການນຳພາ-ຊີ້ ນໍາການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນທົ່ວເມືອງ ໂດຍຖືສຳຄັນ ການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ ສຳຄັນຂອງພັກ ນິຕິກຳຕິດພັນກັບການ ໂຄສະນາປາຖະກະຖາມູນເຊື້ອວັນສຳ ຄັນຂອງຊາດຂອງສາກົນ ສາມາດ ເຮັດໃຫ້ທົ່ວເມືອງ ມີຄວາມສະຫງົບ, ພະນັກງານສຸມໃສ່ເຮັດໜ້າທີ່ວຽກງານ ຕາມການມອບໝາຍ ຊຶ່ງໃນ 6 ເດືອນ ຕົ້ນປີ 2025 ເສດຖະກິດທົ່ວເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນ ທ່ຽງ ແລະ ຖືກທິດ ສາມາດຈັດເກັບ ສານຂອງທ່ານນາຍົກ...່ົ - ຜູ້ບໍລິຫານການສຶກສາ, ວິທະຍາ ສາດ ແລະ ກິລາ, ພະນັກງານ, ຄູ- ອາຈານ, ນັກຮຽນ-ນັກສຶກສາ, -ພີ່ນ້ອງປວງຊົນລາວ ທັງຊາດ ທີ່ ນັບຖື ແລະ ຮັກແພງ. ມື້ນີ້ເປັນວັນໜຶ່ງທີ່ສໍາຄັນຂອງຂະ ແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາ ຈານ ແລະ ພໍ່ແມ່ຜູ້ປົກຄອງໃນຂອບເຂດ ທົ່ວປະເທດກຳລັງກຽມຈິດໃຈ ເພື່ອເຂົ້າ ຮຽນໃນສົກຮຽນໃໝ່ 2025- 2026. ເນື່ອງໃນໂອກາດວັນໄຂສົກຮຽນ ໃໝ່ ປະຈໍາສົກຮຽນ 2025-2026 ນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ສູນກາງ ພັກ, ລັດຖະບານຂໍຝາກຄວາມຢ້ຽມ ຢາມຖາມຂ່າວ, ຄວາມເປັນຫ່ວງເປັນ ໄຍໄປເຖິງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມ ດ້ວຍຄູ-ອາຈານແລະນັກຮຽນ-ນັກສຶກ ສາທຸກຊັ້ນ, ທຸກສາຍທຸກລະດັບ, ທຸກຂົງ ເຂດທັງພາກລັດແລະ ເອກະຊົນໃນຂອບ ເຂດທົ່ວປະເທດມານະໂອກາດອັນມີ ຄວາມໝາຍຄວາມສຳຄັນໃນຄັ້ງນີ້ດ້ວຍ. ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ. ລັດຖະບານຍາມໃດກໍໄດ້ຖືວຽກ ງານການສຶກສາເປັນວຽກໜຶ່ງສຳຄັນ “ເອົາການສຶກສາໄປກ່ອນວຽກງານ ອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າ ໝາຍ, ເປັນໃຈກາງ” ໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ການ ສຶກສາເປັນການພັດທະນາຊັບພະຍາ ກອນມະນຸດ, ສ້າງຄົນເຮົາມີຄວາມ ຮູ້, ຄວາມສາມາດ, ມີຄຸນສົມບັດສິນ ທໍາປະຕິວັດ, ມີລະບຽບວິໄນ, ມີສະຕິ ເຄົາລົບ ແລະ ປະຕິບັດກົດໝາຍ, ມີສຸຂະ ພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງ ແຮງງານທີ່ມີຄຸນນະພາບຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງການ ພັດທະນາປະເທດຊາດ ໃນໄລຍະໃໝ່. ໃນສົກຮຽນຜ່ານມາເຖິງຈະມີ ຄວາມຫຍຸ້ງຍາກຫລາຍຢ່າງທີ່ສົ່ງຜົນ ກະທົບໂດຍກົງຕໍ່ການປະຕິບັດວຽກ ງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ຂະແໜງສຶກສາທິ ການ ແລະ ກິລາ ກໍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາປະຕິບັດໜ້າທີ່ຂອງ ຕົນດ້ວຍຄວາມຮັບຜິດຊອບສູງສາມາດ ຂັບເຄື່ອນປະຕິບັດແຜນພັດທະນາການ ສຶກສາ ແລະ ກິລາ ມີຜົນສໍາເລັດສໍາຄັນ ຫລາຍດ້ານເປັນຕົ້ນໄດ້ປັບປຸງພື້ນຖານ ໂຄງລ່າງຂອງສະຖານການສຶກສາ ຕ່າງໆ, ສະໜອງອາຫານທ່ຽງໃນ ໂຮງຮຽນໃຫ້ແກ່ນັກຮຽນໃນຊັ້ນການ ສຶກສາກ່ອນໄວຮຽນ ແລະ ສາມັນສຶກ ສາ, ລວມທັງການສົ່ງເສີມການສຶກສາ ຮຽນຮ່ວມ, ເພີ່ມການສະໜອງເງິນອຸດ ໜູນເບ້ຍລ້ຽງນັກຮຽນ-ນັກສຶກສາທຸກ ຊັ້ນທຸກສາຍ ແລະ ໄດ້ເອົາໃຈໃສ່ແກ້ໄຂ ບັນຫາການປະລະການຮຽນ ແລະ ການປັບປຸງຄຸນນະພາບການຮຽນການສອນໃນທຸກລະດັບໃຫ້ດີຂຶ້ນ. ນອກຈາກນີ້, ຍັງໄດ້ສົ່ງເສີມການຄົ້ນ ຄວ້າວິທະຍາສາດ ແລະ ນະວັດຕະກຳ, ພ້ອມທັງໄດ້ປັບປຸງຄຸນນະພາບ, ຄັດ ເລືອກຫົວຂໍ້ຄົ້ນຄວ້າ, ຜົນການຄົ້ນຄວ້າ ວິທະຍາສາດ, ນະວັດຕະກຳ ແລະ ໄດ້ ສົ່ງເສີມການອອກກໍາລັງກາຍຂອງ ທົ່ວປວງຊົນລາວ ລວມທັງເຮັດໜ້າທີ່ ສົ່ງເສີມກິລາອາຊີບໃຫ້ຫັນເຂົ້າສູ່ລະບົບ ຢ່າງຕັ້ງໜ້າ ແລະ ຂະບວນກິລາລາວ ກໍໄດ້ຮັບການພັດທະນາດີຂຶ້ນໃນການ ແຂ່ງຂັນກິລາສາກົນ. ຍ້ອນຄວາມເອົາ ໃຈໃສ່ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັັ້ນແຕ່ສູນກາງຮອດ ທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການ ເຂົ້າຮຽນ, ການປະລະການຮຽນ ແລະ ການປັບປຸງຄຸນນະພາບການສຶກສາໄດ້ ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ ເຊິ່ງສະແດງອອກຜົນການຮຽນຂອງ ນັກຮຽນ-ນັກສຶກສາ ໃນທຸກຊັ້ນທຸກ ສາຍໄດ້ຮັບການປັບປຸງໃຫ້ດີຂຶ້ນອັນ ເຮັດໃຫ້ບາງດ້ານ ແລະ ບາງຂົງເຂດ ຜົນການຮຽນຂອງນັກຮຽນ, ນັກສຶກສາ ມີອັນດີຂຶ້້ນ, ນັກຮຽນນັກສຶກສາລາວຈໍາ ນວນໜຶ່ງກໍໄດ້ສ້າງຜົນງານອັນໂດດ ເດັ່ນໃນການເຂົ້າຮ່ວມການແຂ່ງຂັນໃນ ລະດັບພາກພື້ນ ແລະ ສາກົນ. ຕໍ່ຜົນສຳເລັດ ແລະ ຜົນງານທີ່ພວກ ເຮົາຍາດມາໄດ້ໃນສົກຮຽນຜ່ານມາ, ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາກະຊວງສຶກສາ ທິການ ແລະ ກິລາ, ອົງການປົກຄອງ ທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິ ທະຍາສາດ ແລະ ກິລາ ທຸກຂັ້ນ, ບັນດາ ສະຖານການສຶກສາທົ່ວປະເທດ, ອົງ ການຈັດຕັ້ງທັງພາກລັດແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ພໍ່ແມ່ ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມທີ່ໄດ້ ປະກອບສ່ວນຢ່າງຕັ້ງໜ້າທາງດ້ານ ວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງຕໍ່ ວຽກງານການສຶກສາ. ຂໍຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງຈິງໃຈມາ ຍັງບັນດາຄູ່ຮ່ວມພັດທະນາ, ປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະ ບານທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ມີການປະກອບສ່ວນທີ່ສໍາຄັນເຂົ້າໃນ ວຽກງານການພັດທະນາການສຶກສາ ໃນສົກຮຽນຜ່ານມາ. ພີ່ນ້ອງຮ່ວມຊາດທີ່ ນັບຖື ແລະ ຮັກແພງ. ເພື່ອກຽມຄວາມພ້ອມໃຫ້ແກ່ການ ຮຽນ-ການສອນໃນສົກຮຽນ 20252026 ດໍາເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບການຮຽນການສອນ, ສາມາດແກ້ໄຂບັນຫາຄົງ ຄ້າງໃນສົກຮຽນຜ່ານມາເປັນຕົ້ນອັດຕາ ການປະລະການຮຽນຍັງສືບຕໍ່ເພີ່ມ ຂຶ້ນ, ການຂາດຄູສອນ ແລະ ການເຂົ້າ ຮຽນສາຍອາຊີວະ ແລະ ການສຶກສາ ຊັ້ນສູງຍັງສືບຕໍ່ຫລຸດລົງ ແລະ ອື່ນໆ. ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມຂອງ ຊາດ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກ ພາກສ່ວນທັງຜູ້ຮັບຜິດຊອບວຽກງານ ສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມ ກັນເອົາໃຈໃສ່ດັ່ງນີ້: ໃຫ້ຜູ້ບໍລິຫານ ການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກ ສາຢ່າງໃກ້ສິດໃຫ້ໄດ້ເຄື່ອນໄຫວວຽກ ງານເປັນປົກກະຕິຕາມ 5 ຫລັກມູນ ຂອງການສຶກສາໃນໄລຍະໃໝ່ ເປັນ ຕົ້ນສ້າງຂະບວນການກິລາ-ກາຍຍະ ກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງ ສະພາບແວດລ້ອມໂຮງຮຽນ ເພື່ອດຶງ ດູດໃຫ້ນັກຮຽນ-ນັກສຶກສາມີຄວາມ ສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນ ຫລາຍຂຶ້ນ; ບັນດາ-ຄູອາຈານ ຈົ່ງ ເພີ່ມທະວີຄວາມເອົາໃຈໃສ່ໃນການ ປະຕິບັດໜ້າທີ່, ປະຕິບັດຫລັກສູດການ ຮຽນ-ການສອນ, ຮໍ່າຮຽນເອົາເຕັກນິກ ອັນໃໝ່ມາໝູນໃຊ້ເຂົ້າໃນການກະກຽມ ບົດສອນ, ຈັດຮູບແບບການຮຽນ-ການ ສອນໃຫ້ມີຄວາມຫລາກຫລາຍ ເພື່ອ ດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມ ສົນໃຈ, ມີຄວາມຕັ້ງໃຈໃນການຮຽນ ຮໍ່າຮຽນ, ສ້າງຄວາມເຂັ້ມແຂງໃນການ ບໍາລຸງຄູ ໃນຫົວຂໍ້ທີ່ຈໍາເປັນ ເຊັ່ນ: ການ ນໍາໃຊ້ໄອຊີທີ, ປັນຍາປະດິດ (AI), ນະວັດຕະກໍາ ແລະ ອື່ນໆ ເຂົ້າໃນການ ຈັດການການຮຽນ-ການສອນ, ເພີ່ມ ທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ ຮັບມອບໝາຍ, ປະຕິບັດໜ້າທີ່ ດ້ວຍ ຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ ຕໍ່ວິຊາຊີບຂອງຕົນ ແລະ ພັດທະນາ ຕົນເອງດ້ານວິຊາສະເພາະ ແລະ ເຕັກ ໂນໂລຊີໃໝ່ ໃຫ້ທັນກັບສະພາບການ ປ່ຽນແປງຂອງໂລກໃນແຕ່ລະໄລຍະ ເພື່ອໃຫ້ນັກຮຽນ-ນັກສຶກສາລາວສາ ມາດນໍາທັນຄວາມທັນສະໄໝຂອງ ໂລກ; ພໍ່ແມ່ຜູ້ປົກຄອງຂອງນັກຮຽນນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫລານ ຂອງຕົນທີ່ຢູ່ໃນເກນອາຍຸໃຫ້ໄປເຂົ້າ ໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນ ຈົນຈົບຢ່າງໜ້ອຍໃຫ້ຈົບການສຶກສາ ພາກບັງຄັບ (ຊັ້ນມັດທະຍົມສຶກສາ ປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍ ອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນ ທີ່ສູງຂຶ້ນໄປໃຫ້ນັບມື້ຫລາຍຂຶ້ນ ໂດຍ ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມ ຮັບຜິດຊອບໂດຍກົງຂອງຜູ້ປົກຄອງ ໃນໄລຍະໃໝ່ນີ້. ສຳລັບລູກຫລານນັກຮຽນ-ນັກ ສຶກສາ, ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳ ຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍ ຕົນເອງໃຫ້ຫລາຍຂຶ້ນ, ດຸໝັ່ນຂະຫຍັນ ພຽນ, ຕັ້ງໜ້າປະຕິບັດກົດລະບຽບ ຂອງໂຮງຮຽນໃຫ້ເຂັ້ມງວດ, ຝຶກຝົນ ຫລໍ່ຫລອມໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກ ຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນ ພົນລະເມືອງທີ່ດີຂອງປະເທດຊາດ; ການຈັດຕັ້ງພັກ-ລັດ, ອົງການຈັດ ຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນ ປະກອບສ່ວນຕາມພາລະບົດບາດຂອງ ຕົນ ປະກອບສ່ວນເຂົ້າໃນການສຶກສາ ອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກ ສຶກສາ, ຊ່ວຍຄູອາຈານໃນການປະຕິ ບັດໜ້າທີ່, ມີສ່ວນຮ່ວມໃນຂະບວນ ການສ້າງສະພາບແວດລ້ອມທີ່ດີ ເພື່ອ ໃຫ້ນັກຮຽນ-ນັກສຶກສາ ໄດ້ເກີດການ ຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາເປັນ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງ ໝົດທຸກຄົນໃນທົ່ວສັງຄົມ. ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກ ຮ້ອງມາຍັງທຸກການຈັດຕັ້ງທັງພາກ ລັດ ແລະ ເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາໃນຂອບເຂດ ທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການ ສຶກສາ ແລະ ກິລາ ໃນການກະກຽມ ຄວາມພ້ອມ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫລືອຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະ ພາກສ່ວນ ເພື່ອໃຫ້ສົກຮຽນໃໝ່20252026 ໃຫ້ມີຜົນສໍາເລັດໄປໄດ້ດ້ວຍດີ. ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນ ໄຊອັນປະເສີດມາຍັງຜູ້ບໍລິຫານການ ສຶກສາ, ວິທະຍາສາດ ແລະ ກິລາທຸກ ຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດຕະຫລອດຮອດປະຊາຊົນ ລາວບັນດາເຜົ່າໃນຂອບເຂດທົ່ວປະ ເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ຂອງຕົນ. ອວຍພອນໃຫ້ສົກຮຽນ 20252026 ປະສົບຜົນສໍາເລັດຕາມລະດັບ ຄາດໝາຍທີ່ວາງໄວ້. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ

RkJQdWJsaXNoZXIy MTc3MTYxMQ==