gsfdko{dkora fmtok a xtgmf]k; ( 28/08/2025 dv'xt-5 ,xb dlksk]n ]tfq ,co;7;k,7y fdj P;da [dkogIa f;Pd c[[,u lj ;oIj ;,0v'rkd]a f gvdt-q o c]t -k;dtly dvo c0;'g-dv' g7n j vows;d;fdkly o7h k grn j v75 h ,7v'7;k,xvfwrfh kovksko leg]a f37'dkolh k'7;k,lk,kf c]t 9a fdko -a [rtpkdvoxt,q 'c[[pn opq ' 16 j [h ko;P'lts;a o ຂປລ . ແຫລ່ງ ຂ່າ ວຈ າ ກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງ ປະຊຸມປຶກສາຫາລື ລະດົມແນວ ຄວາມຄິດກ່ຽວກັບການເຮັດວຽກ ແບບມີສ່ວນຮ່ວມຂອງພາກລັດ, ພາກເອກະຊົນ ແລະ ກະສິກອນ (PPCP) ຈັດຂຶ້ນໃນວັນທີ 25 ສິງຫາ 2025 ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາ ມ່ວນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ພົມມີ ອິນທິຈັກ ຮອງ ຫົວໜ້າກົມແຜນການ ແລະ ການ ຮ່ວມມື ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາ ລຸນນີ ໄຊຍະບຸດ ຮອງຫົວໜ້າພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງ, ກຸ່ມການຜະລິດ ແນວພັນເຂົ້າ ຈາກເມືອງໜອງບົກ, ເມືອງເຊບັ້ງໄຟ ແລະ ເມືອງຫີນບູນ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ມີການນໍາ ສະເໜີຮູບແບບການເຮັດວຽກແບບ ມີສ່ວນຮ່ວມ ແລະ ລາຍງານຫຍໍ້ ກ່ຽວກັບຜົນການລົງເກັບກໍາຂໍ້ມູນ ກໍລະນີສຶກສາການຜະລິດເຂົ້າເຊ ບັ້ງໄຟ 2 ສົ່ງໂຮງງານເບຍລາວ, ພ້ອມທັງສົນທະນາກ່ຽວກັບການ ເຮັດວຽກແບບມີສ່ວນຮ່ວມລະ ຫວ່າງພາກສ່ວນລັດ, ເອກະຊົນ ແລະ ກະສິກອນ, ນໍາສະເໜີການສຶກ ສາຕ່ອງໂສ້ມູນຄ່າເພີ່ມ ການຜະລິດ ເຂົ້າເປັນສິນຄ້າ, ຂະບວນການ ສົ່ງອອກສິນຄ້າໄປໄທ ແລະ ສປ ຈີນ (ຕາມມາດຖານ ແລະ ເງື່ອນໄຂ), ການສົ່ງເສີມເຕັກນິກການຜະລິດ ໃຫ້ແກ່ກຸ່ມການຜະລິດ ແລະ ສະຫະ ກອນຢູ່ແຂວງຄໍາມ່ວນ. ໃນປັດຈຸບັນ, ການຜະລິດກະສິ ກໍາໃນສປປລາວສ່ວນຫລາຍອາໄສ ແບບທໍາມະຊາດ ແລະ ເຮັດແບບ ກະແຈກກະຈາຍ, ຍັງບໍ່ທັນມີການ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີປິດ ໂຄງການ ການສ້າງຄວາມສາມາດ ແລະ ຈັດການຊັບພະຍາກອນປະມົງ ແບບຍືນຍົງ ພາຍໃຕ້ຜົນກະທົບ ຈາກການປ່ຽນແປງສະພາບດິນ ຟ້າອາກາດ ໂດຍການມີສ່ວນຮ່ວມ ຂອງຊຸມຊົນໃນ ສປປ ລາວ ໃນ ວັນທີ 25 ສິງຫາ 2025 ທີ່ບ້ານ ວຽງສະຫວັນ ນະຄອນຫລວງພະ ບາງ ໂດຍມີ ທ່ານ ອຳໄພວັນ ສຸກ ສັນຕິ ຮອງອຳນວຍການວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ, ທ່ານ ຈົງກົນ ພົມຍະ ຄະນະບໍດີຄະນະ ເ ຕັກໂນໂລຊີທາງການປະມົງ ແລະ ຊັບພະຍາກອນທາງນ້ຳ ມະຫາ ວິທະຍາໄລເມໂຈ ປະເທດໄທ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນບ້ານວຽງສະຫວັນເຂົ້າ ຮ່ວມ. ໃນໄລຍະໜຶ່ງປີຜ່ານມາ ໂຄງການ ການສ້າງຄວາມສາມາດ ແລະ ຈັດການຊັບພະຍາກອນປະມົງ ແບບຍືນຍົງ ພາຍໃຕ້ຜົນກະທົບ ຈາກການປ່ຽນແປງສະພາບດິນ ຟ້າອາກາດ ໂດຍການມີສ່ວນຮ່ວມ ຂອງຊຸມຊົນໃນ ສປປ ລາວ ໄດ້ ຮ່ວມກັນສ້າງ “ເຂດອະນຸລັກ ວັງ ສະຫງວນຜາຕ້ອງ” ເພື່ອປົກປັກ ຮັກສາສະຖານທີ່ຂະຫຍາຍແນວ ພັນປາ, ການສ້າງຊຸມຊົນ ໃນການ ຈັດການປະມົງຢ່າງຍືນຍົງ, ພ້ອມ ທັງພັດທະນາອາຊີບທາງເລືອກ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນວັນທີ 25-26 ສິງຫາ 2025 ນີ້, ຄະນະກໍາມະ ການຄຸ້ມຄອງອາຫານ ແລະ ຢາ ແຂວງເຊກອງ ນໍາໂດຍທ່ານ ສີ ກອນ ພົມມະໄລລຸນ ຮອງຫົວໜ້າ ຂະແໜງອາຫານ ແລະ ຢາ ພະແນກ ສາທາລະນະສຸກ ແຂວງເຊກອງ ພ້ອມດ້ວຍພະແນກທີ່ກ່ຽວຂ້ອງ ໄດ້ລົງກວດກາສິນຄ້າອາຫານສົດ ຕະຫລາດຮອງຮັບທີ່ແນ່ນອນ ແລະ ການເຂົ້າເຖິງຕະຫລາດຍັງມີຈຳກັດ, ຍັງບໍ່ມີການຄ້ຳປະກັນທາງດ້ານ ລາຄາ ເຮັດໃຫ້ການຜະລິດແບບ ເປັນກຸ່ມ, ສະຫະກອນ ຍັງບໍ່ທັນມີ ຄວາມເຂັ້ມແຂງ ໃນການຜະລິດ ກະສິກຳແບບຕ່ອງໂສ້ ໃນຮູບແບບ ການເຮັດທຸລະກິດກະສິກຳ ໂດຍ ສະເພາະ ການຜະລິດແບບຂະໜາດ ນ້ອຍ-ກາງ. ສະນັ້ນ, ການຜະລິດ ກະສິກໍາໃຫ້ໄດ້ຕາມມາດຕະຖານ ສາກົນ ແລະ ມີຕະຫລາດຮອງຮັບ ທີ່ແນ່ນອນນັ້ນ ຈໍາເປັນຕ້ອງໄດ້ ມີການສຶກສາເຖິງບັນດາກົນໄກໃນ ການຮ່ວມມື ລະຫວ່າງພາກລັດ, ພາກເອກະຊົນ ແລະ ກະສິກອນ (PPCP) ສາມາດສ້າງຜົນທີ່ແທ້ ຈິງຂອງການເຮັດວຽກຄື: ຂາດ ການກົນໄກການປະສານງານທີ່ ທັນສະໄໝ ຂອງແຕ່ລະອົງປະກອບ; ການສ້າງຄວາມເຊື່ອໝັ້ນ ລະຫວ່າງ ປະຊາຊົນ ກັບພາກລັດ ແລະ ຜູ້ ປະກອບການທີ່ສົ່ງເສີມການຜະລິດ ແລະ ເກັບຊື້ກັບກະສິກອນ ແມ່ນ ມີຈຳກັດ; ຈັດຕັ້ງປະຕິບັດຕາມ ກອບສັນຍາ (Contract Framing) ແລະ ມາດຕະຖານການປູກ ທີ່ຕະຫລາດຮອງຮັບຍັງບໍ່ດີເທົ່າທີ່ ຄວນ; ຂາດການສະໜັບສະໜູນ ດ້ານເຕັກນິກຈາກພາກລັດຍັງມີ ຈຳກັດ ເປັນຕົ້ນ ຂາດຄວາມຮູ້ດ້ານ ເຕັກນິກການຈັດການສັດຕູພືດ ແລະ ການວາງແຜນການຕະຫລາດ; ການເຂົ້າເຖິງສິນເຊື່ອ SME ຂອງ ທາງທະນາຄານທີ່ປ່ອຍກູ້ແມ່ນຍັງ ມີຫລາຍເງື່ອນໄຂເຮັດໃຫ້ຍາກໃນ ການເຂົ້າເຖິງສໍາລັບກະສິກອນ ພ້ອມທັງດອກເບ້ຍສູງ. ການສົ່ງເສີມການຄ້າ ແລະ ການ ລົງທຶນ, ຊອກຫາຕະຫລາດ ແລະ ຈຳໜ່າຍສິນຄ້າ ພ້ອມທັງຊຸກຍູ້ ສົ່ງເສີມຜູ້ປະກອບການຂະໜາດ ນ້ອຍ (SMEs) ແລະ ອໍານວຍ ຄວາມສະດວກໃນການເຂົ້າເຖິງ ຕະຫລາດຂອງຜູ້ຜະລິດໃນຂັ້ນ ທ້ອງຖິ່ນ ໂດຍສະເພາະ ຮູບແບບ ການເຮັດວຽກແບບມີສ່ວນຮ່ວມ ຈະຊ່ວຍສ້າງຄວາມເຂັ້ມແຂງໃນ ການຮ່ວມມື ລະຫວ່າງ ພາກລັດ, ຜູ້ປະກອບການ ແລະ ກະສິກອນ ເພື່ອຂັບເຄື່ອນການເຕີບໂຕທີ່ຍືນຍົງ ໃນດ້ານເສດຖະກິດ ຂອງແຂວງ ຄຳມ່ວນ ແລະ ຫວັງວ່າຮູບແບບ ການເຮັດວຽກແບບມີສ່ວນຮ່ວມ ຂອງຫລາຍພາກສ່ວນຄື: ສົ່ງເສີມ ການມີສ່ວນຮ່ວມຂອງພາກສ່ວນ ເອກະຊົນ ໃນການພັດທະນາ ຊົນນະບົດຕິດພັນການຜະລິດ ກະສິກຳເປັນສິນຄ້າ; ການສ້າງ ຄວາມເຂັ້ມແຂງ ໃນວິສາຫະກິດ ຊຸມຊົນ ໃນລະບົບຕ່ອງໂສ້ນັບແຕ່ຕົ້ນ ນໍ້າ, ກາງນໍ້າ ແລະ ປາຍນໍ້າ; ການ ປັບປຸງສະພາບແວດລ້ອມ ຂອງ ການດຳເນີນທຸລະກິດຜ່ານຮູບແບບ ການຮ່ວມມື. ຂ່າວ-ພາບ: ແດງສະຫວັດ ແສນພານິດ ແລະ ອາຫານສໍາເລັດຮູບ ຢູ່ຕາມ ຮ້ານຄ້າຂາຍຍົກ-ຂາຍຍ່ອຍພາຍໃນ ແຂວງ ແລະ ຕະຫລາດເທສະບານ ແຂວງ ເພື່ອປ້ອງກັນການຈໍາໜ່າຍ ສິນຄ້າໝົດອາຍຸ ຫລື ອາຫານ ທີ່ບໍ່ມີ ຄຸນນະພາບ. ທ່ານ ສີກອນ ພົມມະໄລລຸນ ໄດ້ກ່າວວ່າ: ການກວດກາຄັ້ງນີ້, ເພື່ອເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງອົງຄະນະ ພັກແຂວງ ແລະ ເປັນສ່ວນໜຶ່ງ ຂອງມາດຕະການຄຸ້ມຄອງຄວາມ ປອດໄພດ້ານອາຫານ ເພື່ອປົກປ້ອງ ສຸຂະພາບປະຊາຊົນ ແລະ ເປັນ ການເສີມສ້າງຄວາມຮັບຮູ້ໃຫ້ຜູ້ ຂາຍ ແລະ ຜູ້ບໍລິໂພກ ໃຫ້ໃສ່ໃຈກັບ ຄຸນນະພາບອາຫານທີ່ໃຊ້ໃນຊີວິດ ປະຈໍາວັນ, ຊຶ່ງຜົນຈາກການກວດ ກາພົບວ່າ ຮ້ານຄ້າ ແລະ ຕະຫລາດ ເຊັ່ນ: ການແປຮູບຜະລິດຕະພັນ ຈາກປາ ແລະ ໜໍ່ໄມ້ ເພື່ອຫລຸດ ຜ່ອນການຫາປາໂດຍກົງ, ໄດ້ເສີມ ສ້າງບົດບາດຂອງແມ່ຍິງ ແລະ ກຸ່ມຊົນເຜົ່າ ໃຫ້ໄດ້ມີສ່ວນຮ່ວມຢ່າງ ແທ້ຈິງໃນການຕັດສິນໃຈ ແລະ ການຈັດການຊັບພະຍາກອນ. ນອກຈາກນັ້ນ, ເດັກນ້ອຍ ແລະ ນັກຮຽນໃນຊຸມຊົນໄດ້ຮັບການ ປູກຝັງຄວາມຮັບຜິດຊອບຕໍ່ການ ອະນຸລັກຊັບພະຍາກອນ ເພື່ອສືບຕໍ່ ຄວາມຍືນຍົງໃນອະນາຄົດ. ໃນພິທີ ໄດ້ຮັບຟັງການນໍາສະເໜີ ຄວາມຄິດເຫັນການຮ່ວມມືກ່ຽວກັບ ການຄຸ້ມຄອງການປະມົງ, ນຳສະ ເໜີສິ່ງທ້າທາຍ ແລະ ຜົນສຳເລັດ ຂອງໂຄງການ, ບົດບາດເທົ່າທຽມ ທາງເພດ, ຄວາມພິການ ແລະ ການ ມີສ່ວນຮ່ວມທາງສັງຄົມ ແລະ ຮັບ ຊົມວີດີໂອ ເລື່ອງການປ່ຽນແປງ ການດຳລົງຊີວິດແບບດັ້ງເດີມສູ່ ແບບໃໝ່ຂອງບ້ານວຽງສະຫວັນ, ການປະກອບຄໍາເຫັນເພື່ອສືບຕໍ່ ໂຄງການໃນຕໍ່ໜ້າ ພ້ອມທັງຢ້ຽມ ຊົມສະຖານທີ່ໃຫ້ອາຫານປາ , ເຂດວັງສະຫງວນ, ສະຖານທີ່ຜະ ລິດຕະພັນ ຂອງໂຄງການ ແລະ ຕະຫລາດບ້ານວຽງສະຫວັນຕື່ມອີກ. /b ddkos]Y ofq o8u rN og,n v']k; .sh oh v'oh vp 16 j l6 o;a fmtotmegfa d c0;'9exkla d ຂປລ . ແຫລ່ງ ຂ່າ ວຈ າ ກ ແຂວງຈຳປ າ ສັກ ໃ ຫ້ຮູ້ວ່າ : ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວ ແຂວງຈຳປາສັກ ຮ່ວມ ກັບສະໂມສອນ ດ່ານຊ້າງລາວ ນະຄອນຫລວງວຽງຈັນ ຈັດຝຶກ ອົບຮົມດົນຕີພື້ນເມືອງລາວ, ສຽງ ແຄນລາວ ເພື່ອສືບສານສິລະປະວັດທະນະທຳລາວ ໃຫ້ນ້ອງນ້ອຍ ຢູ່ສູນວັດທະນະທຳເດັກ ແຂວງ ຈຳປາສັກ ໃນວັນທີ 25 ສິງຫາ 2025 ທີ່ຫໍວັດທະນະທຳບັນດາ ເຜົ່າແຂວງຈຳປາສັກ ໂດຍມີ ທ່ານ ທອງຖິ່ນ ພົມພັກດີ ຮອງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ, ທ່ານ ຄຳສວນ ວົງທອງຄຳ ຜູ້ ອຳນວຍການສະໂມສອນດ່ານຊ້າງ ລາວ ນະຄອນຫລວງວຽງຈັນ ພ້ອມ ດ້ວຍຄະນະຄູ-ອາຈານສະໂມສອນ ດ່ານຊ້າງລາວ ແລະ ນ້ອງໆຈາກ ສູນວັດທະນະທໍາເດັກເຂົ້າຮ່ວມ. ທ່ານ ຄຳສວນ ວົງທອງຄຳ ໄດ້ຍົກໃຫ້ເຫັນຈຸດປະສົງທີ່ທາງ ສະໂມສອນດ່ານຊ້າງລາວ ຮ່ວມກັບ ພະແນກ ວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ຈັດຝຶກອົບຮົມຄັ້ງ ນີ້ ເພື່ອເຫັນໄດ້ຄວາມໝາຍຄວາມ ສຳຄັນຂອງດົນຕີພື້ນເມືອງ ແລະ ແນໃສ່ເຮັດໃຫ້ຄົນຮຸ່ນໜຸ່ມໄດ້ສືບ ທອດ, ໄດ້ຮຽນຮູ້ໃຫ້ຫລາຍ ແລະ ສາມາດຫລິ້ນເກັ່ງ ເປັນການສືບ ທອດຈາກຮຸ່ນສູ່ຮຸ່ນ ໂດຍສະເພາະ ການເປົ່າແຄນ ເນື່ອງຈາກສຽງ ແຄນເປັນມໍລະດົກໂລກ. ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ທັງຄູອາຈານ ແລະ ນັກຮຽນ ເພື່ອໃຫ້ສາມາດ ສິດສອນກັນໄດ້ຕໍ່ໆກັນ. ພ້ອມນີ້, ທຸກພາກສ່ວນຕ້ອງໃຫ້ຄວາມສຳຄັນ ແກ່ລູກຫລານ ພ້ອມກັນຊ່ວຍສົ່ງເສີມ ເຂົາເຈົ້າ ໃຫ້ໄດ້ມີໂອກາດໄດ້ສະແດງ ໃນງານຕ່າງໆທີ່ສຳຄັນ ເພື່ອເປັນ ແຮງຈູງໃຈຂອງເຂົາເຈົ້າກໍຄືໃຫ້ ແກ່ສິລະປິນຜູ້ສືບສານສິລະປະວັດທະນະທຳລາວ. ສຳລັບບົດຮຽນທີ່ນຳມາຝຶກໃນ ຄັ້ງນີ້ມີຄື: ການເປົ່າແຄນວິຊາພາກ ບັງຄັບ, ດົນຕີລາວ, ລະນາດ, ໂປ່ງ; ດົນຕີພື້ນບ້ານຄື: ກະຈັບປີ່, ກອງ, ຄ້ອງໂບດ; ຮຽນຮູ້ເພງປະຕິວັດຄື: ເພງຈົດຈໍາບຸນຄຸນພັກ. ການຝຶກ ອົບຮົມດັ່ງກ່າວ ຈະດຳເນີນໄປຮອດ ວັນທີ 29 ສິງຫາ 2025. ຂ່າວ: ປະພິດ, ພາບ: ຈັນທະວີສັກ ສ່ວນໃຫຍ່ ປະຕິບັດຕາມຂໍ້ກໍານົດ ໄດ້ດີ, ແຕ່ຍັງມີບາງຮ້ານທີ່ມີການ ຈໍາໜ່າຍສິນຄ້າໝົດອາຍຸ, ທາງ ຄະນະກໍາມະການກໍໄດ້ດໍາເນີນການ ຢຶດສິນຄ້າເພື່ອໄປທໍາລາຍຖິ້ມ. ພ້ອມທັງເຮັດບົດບັນທຶກ, ປັບໄໝ ແລະ ແນະນໍາໃຫ້ເຈົ້າຂອງຮ້ານ ເພີ່ມຄວາມຮັບຜິດຊອບ ໃນການ ຄັດເລືອກສິນຄ້າທີ່ມີຄຸນນະພາບ ແລະ ບໍ່ນໍາເອົາສິນຄ້າ ຫລື ອາຫານ ບໍ່ມີຄຸນນະພາບ (ສິນຄ້າໝົດອາຍຸ) ມາຈໍາໜ່າຍໃຫ້ປະຊາຊົນ. ທ່ານ ສີກອນ ພົມມະໄລລຸນ ກ່າວຕື່ມວ່າ: ການກວດກາ ແມ່ນ ເນັ້ນໄປທີ່ການເກັບຮັກສາອາຫານ ໃຫ້ຖືກຕ້ອງຕາມມາດຕະຖານ, ການໃຊ້ພາຊະນະບັນຈຸທີ່ສະອາດ ແລະ ວັນໝົດອາຍຸການບໍລິໂພກ ເພື່ອເປັນການປົກປ້ອງຜູ້ຊົມໃຊ້ ໃຫ້ໄດ້ຮັບການບໍລິໂພກສິນຄ້າທີ່ມີ ຄຸນນະພາບ ເພື່ອຫລີກລ້ຽງບໍ່ໃຫ້ ເກີດຜົນອັນຕະລາຍຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນ. ຂ່າວ: ສັນຍາ
RkJQdWJsaXNoZXIy MTc3MTYxMQ==