[5 o0uj 3vo-k 0v'-q ogzqj kvk7k glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ xtgmf]k; 6 28/08/2025 glf4tdy f{la '7q , (ຈາກຂໍ້ມູນຂ່າວສານທ່ອງທ່ຽວໍ້ ມູນ່ າ່ ອ່ ຽ ເມືອງລອງ ແຂວງຫລວງນໍ້າທາ)ື ອໍ້ າ -u ;y f{;a fmtotme u y a ຂປລ. ຊົນເຜົ່າອາຄາມີວັດທະ ນະທໍາ ແລະ ຮີດຄອງປະເພນີທີ່ ເປັນເອກະລັກສະເພາະຂອງເຜົ່າ ໄດ້ມີການສືບທອດກັນມາແຕ່ດົນ ນານເປັນຕົ້ນແມ່ນບຸນກິນຈຽງປີ ໃໝ່, ບຸນຂີ່ໂອນຊາ, ປະເພນີປະຕູ ໂຂງ ແລະ ຍັງມີສິລະປະວັນນະຄະ ດີການຂັບ, ການຮ້ອງເພງຕ່າງໆ ອີກ. ບຸນຂີ່ໂອນຊາ ຫລື ບຸນຢາຄົວ ອາເພ໋ ເປັນໜຶ່ງໃນ 15 ພິທີກໍາຂອງ ຊົນເຜົ່າອາຄາ ເຊິ່ງບຸນປະເພນີດັ່ງ ກ່າວນີ້ຈະຈັດຂຶ້ນໃນທຸກໆປີ ໃນລະ ຫວ່າງ ເດືອນກັນຍາ ຕາມຄວາມ ພ້ອມຂອງແຕ່ລະບ້ານ ເຊິ່ງປະເພນີ ດັ່ງກ່າວນີ້ ເປັນງານປະເພນີ ທີ່ມີມາ ແຕ່ດັ້ງເດີມ ແລະ ໄດ້ສືບທອດກັນ ມາຈົນເຖິງທຸກວັນນີ້. ຕາມການເລົ່າຂານຕໍ່ໆກັນມາ ວ່າ: ຜູ້ມີນາມຊື່ວ່າ “ສຸມີໂອ” ເປັນຜູ້ ລິເລີ່ມໃນການນໍາພາຈັດງານປະເພ ນີດັ່ງກ່າວນີ້ຂຶ້ນ ກ່ອນກ້າວເຂົ້າສູ່ [h koxkd'k g,n v'3row- gvq k.9.lj 8+ ;Pd'kolkmk]totl5 d ຂປລ. ບ້ານປາກງາ ແມ່ນບ້ານ ໜຶ່ງທີ່ນອນຢູ່ໃນເມືອງໂພນໄຊ ແຂວງຫ ລວງພ ະບາງ ທີ່ມີຄວາມ ພົ້ນເດັ່ນທາງດ້ານເສດຖະກິດ- ສັງຄົມ, ພື້ນຖານໂຄງລ່າງ, ສຸກ ສາລາ,ໂຮງໝໍ ແລະ ອື່ນໆ ກໍລ້ວນ ແຕ່ມີການພັດທະນາຢ່າງກ້າວກະ ໂດດ ພາຍໃຕ້ການນໍາພາຂອງອົງ ຄະນ ະພັ ກບ້ ານ ທີ່ໄ ດ້ເອົາໃ ຈໃ ສ່ໃ ນ ຫລາຍວຽກງານ ໂດຍສະເພາະ ວຽກງານສຸຂະພາບຈະເລີນພັນ ກໍ ເປັນໜຶ່ງໃນວຽກງານຈຸດສຸມ ທີ່ ຕ້ອງໄດ້ເອົາໃຈໃສ່ເພື່ອເຮັດໃຫ້ປະ ຊາຊົນມີ ຊີ ວິດກ ານເປັນຢູ່ ດີ ຂຶ້ ນແລະ ປອດໄພຂຶ້ນກວ່າເກົ່າ. ທ່ານ ສົມບູນ ຈັນມະນີ ນາຍ ບ້ານປາກງາ ເມືອງໂພນໄຊ ແຂວງ ຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ ສື່ມວນຊົນ ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາ ພາສື່ມວນຊົນ ເຄື່ອນໄຫວເກັບກໍາ ຂ່າວກ່ຽວກັບວຽກງານສຸຂະພາບ ຈະເລີນພັນ ຢູ່ແຂວງຫລວງພະ ບາງ ໂດຍໄດ້ຮັບການສະໜັບສະ ໜູນຈາກອົງການສະຫະປະຊາ ຊາດກອງທຶນສຳລັບປະຊາກອນ (UNFPA) ເມື່ອບໍ່ດົນມານີ້ວ່າ: ບ້ານປາກງາ ແມ່ນບ້ານໜຶ່ງທີ່ນອນ ຢູ່ໃນກຸ່ມພັດທະນາທ່າຂ້າມ ເມືອງ ໂພນໄຊ ແຂວງຫລວງພະບາງ ປະຊາຊົນສ່ວນຫລາຍແມ່ນຖືເອົາ ການປູກຝັ່ງ-ລ້ຽງສັດເປັນອາຊີບ ຕົ້ນຕໍ ເຊິ່ງມີພົນລະເມືອງທັງໝົດ 2.403 ຄົນ ຍິງ 1.191 ຄົນ ໃນນີ້, ແບ່ງອອກເປັນ 25 ໜ່ວຍ ແລະ ມີ 3 ໜ່ວຍພັກຄຸ້ມຄອງ, ປະກອບມີ 3 ຊົນ ເຜົ່າຄື ເຜົ່າລາວມີ 189 ຄອບຄົວ, ມີ ພົນລະເມືອງ 1.047 ຄົນ, ຍິງ 513 ຄົນ; ເຜົ່າກຶມມຸມີ 112 ຄອບຄົວ, ມີ ພົນລະເມືອງ 648 ຄົນ, ຍິງ 328 ຄົນ; ເຜົ່າມົ້ງມີ 107 ຄອບຄົວ, ມີ ພົນລະເມືອງ 708 ຄົນ, ຍິງ 350 ຄົນ, ໃນໄລຍະຜ່ານມາວຽກງານ ສາທາລະນະສຸກພາຍໃນບ້ານປະ ຊາຊົນແຕ່ລະຄອບຄົວໄດ້ເປັນເຈົ້າ ການໃນການຮັກສາຫລັກອະນາ ໄມ 3 ສະອາດປ້ອງກັນພະຍາດ ເປັນຕົ້ນແມ່ນ ນຸ່ງຫົ່ມສະອາດມາ ເຖິງປັດຈຸບັນໄດ້ 100%, ວິດຖ່າຍ 100%. ນອກຈາກນີ້, ໄດ້ປຸກລະ ດົມປະຊາຊົນໄປຊົມໃຊ້ບໍລິການ ກວດພະຍາດ ແລະ ປິ່ນປົວສຸຂະ ພາບຢູ່ໂຮງໝໍເມືອງ, ໄດ້ປຸກລະດົມ ແມ່ ແລະ ເດັກ ໃຫ້ໄປຮັບການສັກ ຢາກັນພະຍາດໄດ້ 81%, ແຕ່ລະ ຄອບຄົວໄດ້ສ້າງຄອບຄົວແບບ ຢ່າງສາທາລະນະສຸກຕາມ 14 ມາດຖານຂອງບ້ານສາທາລະສຸກ ແມ່ນຄົບຕາມມາດຖານ ແລະ ໄດ້ ປະກາດເປັນບ້ານສາທາລະນະ ສຸກແບບຢ່າງ ເຮັດໃຫ້ອັດຕາການ ເຈັບເປັນ, ການຕາຍຂອງແມ່ ແລະ ເດັກ, ການລະບາດຂອງພະຍາດ ແມ່ນໄດ້ຫລຸດລົງ ເຮັດໃຫ້ຊີວິດ ການເປັນຢູ່ ແລະ ອາຍຸຍືນສະເລ່ຍ ເພີ່ມຂຶ້ນ. ນອກຈາກນັ້ນ,ຍັງໄດ້ສໍາ ເລັດການເກັບກຳອຸ່ງນໍ້າ ແລະ ແຈກ ຢາຍຢາຂ້າໜອນນໍ້າໃຫ້ປະຊາຊົນ ພາຍໃນບ້ານ ແລະ ເປັນເຈົ້າການ ຕ້ານ ແລະ ສະກັດກັ້ນພະຍາດໄຂ້ ຍຸງລາຍທີ່ເກີດຂຶ້ນຕາມລະດູການ ແລະ ສ້າງຂະບວນການອະນາໄມ ຖ່າງຫຍ້າແຄມທາງພາຍໃນບ້ານ ແລະ ພົ່ນຢາຂ້າໜອນນໍ້າ,ພ້ອມ ນັ້ນຍັງໄດ້ແນະນໍາ ໃຫ້ຊາວບ້ານ ຜູ້ທີ່ຈະແຕ່ງງານຈະຕ້ອງອາຍຸຄົບ 18 ປີຂຶ້ນໄປຈຶ່ງສາມາດແຕ່ງງານ ໄດ້, ທາງໂຮງໝໍເມືອງ ໄດ້ລົງມາ ສົມທົບບ້ານ, ແພດອາສາສະໝັກ ບ້ານ (ອສບ) ເພື່ອເຂົ້າຮ່ວມນໍາ ທຸກໆຄັ້ງ ເຮັດໃຫ້ປະຊາຊົນມີຄວາມ ເຂົ້າໃຈຕໍ່ວຽກງານສາທາລະນະ ສຸກຫລາຍຂຶ້ນ ພ້ອມນໍາລູກຫລານ ຂອງຕົນເອງ, ເດັກເກີດໃໝ່ ຫລື ແມ່ຍິງຖືພາ ໄປສັກຢາຕາມກໍານົດ ເວລາ. ທ່ານ ສົມບູນ ຈັນມະນີ ຍັງໄດ້ ຝາກເຖິງປະຊາຊົນພາຍໃນບ້ານ ທຸກຄົນເອົາໃຈໃສ່ກ່ຽວກັບວຽກ ງານດັ່ງກ່າວ ເຊິ່ງເປັນໜຶ່ງແນວ ທາງຂອງພັກຂອງລັດເຊັ່ນ: ຜູ້ ທີ່ມີລູກ-ຫລານເກີດໃໝ່ ຕ້ອງໄດ້ ເອົາໃຈໃສ່ປຸກລະດົມນໍາເອົາລູກຫລານຂອງຕົນເອງໄປສັກຢາ, ຢອດຢາ ໃຫ້ຄົບກໍານົດຕາມຂັ້ນເທິງ ກໍານົດໄວ້. ທ່ານ ນາງ ສີອໍາພອນ ສິວົງສາ ແພດອາສາສະໝັກບ້ານປາກງາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ ເອົາໃຈໃສ່ເກັບກໍາສະຖິຕິແມ່ຍິງ ຖືພາ, ຖ້າຖືພາແລ້ວກໍຕ້ອງໄດ້ໄປ ຝາກທ້ອງ,ກວດເລືອດ, ກວດສຸຂະ ພາບ ເມື່ອເກີດລູກແລ້ວກໍຕ້ອງໄດ້ ນໍາພາລູກ-ຫລານໄປສັກຢາ, ຢອດ ຢາ ໃຫ້ຄົບຕາມກໍານົດ ເພື່ອໃຫ້ລູກ- ຫລານ ຫລື ເດັກນ້ອຍເກີດໃໝ່ມີ ສຸຂະພາບທີ່ດີ. ລະດູການເກັບກ່ຽວເຂົ້າໄຮ່ ຈຸດປະ ສົງຂອງການຈັດງານເພື່ອເຕົ້າໂຮມ ຄວາມສາມັກຄີ, ຄວາມຮັກແພງ ຊ່ວຍເຫລືອ ເອື້ອເຟື້ອເພື່ອແຜ່ເຊິ່ງ ກັນ ແລະ ກັນ ເປັນການສືບສານຮັກ ສາວັດທະນະທໍາຮີດຄອງປະເພນີ ອັນດີງາມຂອງເຜົ່າອາຄາທີ່ເປັນ ເອກະລັກໃຫ້ມີຄວາມໝັ້ນຄົງຕະ ຫລອດໄປ. ເຊື່ອກັນວ່າ ຖ້າຈັດງານ ບຸນຂີ່ໂອນຊານີ້ຂຶ້ນແລ້ວ ກໍ່ຈະເຮັດ ໃຫ້ຕົ້ນເຂົ້າມີຄວາມຈະເລີນງອກ ງາມ ແລະ ສາມາດເກັບກ່ຽວຜົນຜະ ລິດເຂົ້າໄດ້, ຖ້າບ້ານໃດຍັງບໍ່ທັນ ໄດ້ຈັດງານບຸນນີ້ກໍ່ບໍ່ສາມາດເກັບ ກ່ຽວຜົນຜະລິດເຂົ້າໄດ້ເທື່ອ ເຊິ່ງ ມື້ທໍາອິດຂອງບຸນ ແຕ່ລະຄອບຄົວ ແຕ່ລະຄົວເຮືອນ ໄດ້ມີການຂ້າໄກ່ ກະກຽມຂອງເສັ້ນໄຫວ້ບູຊາຕ່າງໆ ຢູ່ເຮືອນໃຜເຮືອນລາວ ແລ້ວເລືອກ ຜູ້ທີ່ເປັນເຈົ້າບ້ານ. ສໍາລັບຜູ້ທີ່ສາ ມາດເປັນເຈົ້າບ້ານ ຕ້ອງເປັນບຸນ ຄົນເກີດມື້ດີ ໝາຍຄວາມວ່າ ມື້ດີນັ້ນ ຕ້ອງບໍ່ກົງກັບມື້ວັນເກີດຂອງຕົນ ເອງ ແລະ ຄອບຄົວບໍ່ກົງກັບມື້ຕາຍ ຂອງຄົນພາຍໃນຄອບຄົວ. ຫລັງ ຈາກນັ້ນມື້ທີ 2 ທຸກຄົນ ພາຍໃນ ບ້ານ ໂດຍສະເພາະແມ່ນຊາຍໜຸ່ມ ໄດ້ພ້ອມພາກັນໄປຕັດໄມ້ ເພື່ອມາ ຕັ້ງໂອນຊາຢູ່ທີ່ຫົວບ້ານເອົາໄວ້ ເປັນບ່ອນຂັບລໍາ, ເລົ່ານິທານ, ບ່ອນ ຫລິ້ນຂອງບ່າວສາວຂອງເດັກ ນ້ອຍ ແລະ ຜູ້ມາຢ້ຽມຢາມ. ສ່ວນ ບ່ອນນັ່ງຂອງບ່າວສາວແມ່ນຖ້າ ອັນເກົ່າມີມາແຕ່ປີກາຍຍັງສາມາດ ໃຊ້ການໄດ້ກໍ່ຈະໃຊ້ອັນເກົ່າ, ຖ້າ ບໍ່ສາມາດໃຊ້ການໄດ້ກໍ່ຈະພ້ອມ ພາກັນສ້ອມແປງໃນມື້ຕັ້ງໂອນຊາ ນັ້ນເລີຍ. ຕໍ່ມາມື້ທີ 3 ພາຍຫລັງ ທີ່ເຮັດຮີດຄອງທານໃຫ້ຜີເຮືອນ ແຕ່ເຊົ້າແລ້ວ ກໍ່ໄດ້ມີການກະກຽມ ອາຫານເປັນຕົ້ນແມ່ນຂ້າໝູ, ຂ້າ ງົວ, ຂ້າຄວາຍ ຕາມແຕ່ລະຄອບ ຄົວທີ່ມີເງື່ອນໄຂ ເພື່ອເປັນການກະ ກຽມອາຫານໄວ້ຕ້ອນຮັບແຂກຜູ້ທີ່ ມາຢ້ຽມຢາມຮ່ວມມ່ວນຊື່ນ ໂດຍ ມີການພົບປະສ້າງສັນ ຢ້ຽມຢາມ ໄປຕາມແຕ່ລະຄອບຄົວ. ສ່ວນມື້ ທີ 4 ແມ່ນໄດ້ມີການກໍາບ້ານ ໂດຍ ມີການຕັດໄມ້ເຮັດມີດ, ເຮັດດາບ, ເຮັດຂວັນ ແລະ ອື່ນໆ ເພື່ອເປັນ ການໄລ່ຜີສາງນາງຮ້າຍ ແລະ ສິ່ງ ທີ່ບໍ່ດີຕ່າງໆ ອອກຈາກໝູ່ບ້ານໂດຍ ເລີ່ມຈາກເຮືອນເຈົ້າບ້ານໄປຈົນ ໝົດທຸກໆຄອບຄົວຈໍານວນ3ຮອບ. ແລ້ວຫລັງຈາກນັ້ນ, ກໍ່ໄດ້ພ້ອມພາ ກັນມາຮ່ວມຮັບປະທານອາຫານ ທີ່ເຮືຶອນເຈົ້າບ້ານ ເພື່ອເປັນການ ລ້ຽງທົດແທນໃຫ້ແກ່ລູກບ້ານທີ່ ຜ່ານມາໄດ້ນໍາເອົາຊີ້ນປາອາຫານ ເປັນຕົ້ນແມ່ນຄົວເຮືອນໃດໄດ້ສັດ ປ່າມາ ຄົວເຮືອນນັ້ນກໍ່ຈະແບ່ງປັນ ໃຫ້ເຈົ້າບ້ານ. ຫລັງຈາກນັ້ນແລ້ວ ກໍ່ ພ້ອມພາກັນເອົາເຂົ້າໜົມ, ເຂົ້າຕົ້ມ, ໝາກໄມ້ ອາຫານຕ່າງໆ ຂຶ້ນໄປທີ່ ໂອນຊາຫົວບ້ານ ເພື່ອພ້ອມພາກັນ ຮ່ວມກິນ ຮ່ວມທານ ຈົນເຖິງເວລາ ສົມຄວນແລ້ວ, ຫລັງຈາກນັ້ນ ແລ້ວເອົາໂອນຊາຂຶ້ນຫ້ອຍໄວ້ເທິງ ຄານໂອນຊາ. ສະແດງວ່າບໍ່ສາ ມາດຂີ່ໂອຊາໄດ້. ສ່ວນມື້ສຸດທ້າຍ ມື້ທີ 5 ແຕ່ລະຄອບຄົວກໍ່ໄດ້ໄປເກັບ ແມງໄມ້, ແມງປວກສັດຕູພືດຕ່າງໆ ໂດຍສະເພາະສັດປະເພດກິນເຂົ້າ ນໍາມາຫໍ່ໃສ່ໃບຕອງ ແລ້ວມາປັກ ໃສ່ແຄມທາງ. ສ່ວນຊາວໜຸ່ມບ້ານ ໂດຍສະເພາະບ່າວສາວ ຜູ້ສາວ ພາຍໃນບ້ານກໍ່ໄດ້ພ້ອມພາກັນໄປ ຂາຍເຄື່ອງ, ຂາຍເຂົ້າໜົມ, ເຫລົ້າ ຢາປາແປ້ງ ໃຫ້ກັບຜູ້ບ່າວຢູ່ພາຍໃນ ບ້ານ ຫລື ວ່າມາຈາກບ້ານອື່ນ ຢູ່ທີ່ ໂອນຊາຫົວບ້ານ ໂດຍຜູ້ບ່າວໄດ້ ພ້ອມພາກັນມາຊື້ ແລ້ວພາກັນພົບ ປະສ້າງສັນກິນຊຸມແຊວນໍາກັນຢູ່ ທີ່ໂອນຊາຫົວບ້ານຢ່າງເບີກບານ ມ່ວນຊື່ນ ຈົນເຖິງເວລາທີ່ເໝາະສົມ ບຸນຂີ່ໂອນຊາ ຫລື ບຸນລ້ຽງຜີມອນ ສໍາລັບປີນັ້ນຖືວ່າໄດ້ສີ້ນສຸດລົງ.
RkJQdWJsaXNoZXIy MTc3MTYxMQ==