7102

3I'IPo]k;dh k;|h k ,u 7;k,rh v,Iv[fh ko grnj vIv'Ia [oa dIPo.olq dIPo.\j 2025-2026 xtgmf]k; 3 28/08/2025 0j k; c]t gsfdko ໂດຍ: ທູນທອງໃຈ ູ ນ (ຂໍ້ມູນໜັງສືພິມຈຳປາໃໝ່)ໍ້ ມູນັ ງື ພິມ່ ) dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ: ສົມບູນ ແກ້ວໄຊຍະຈັກົ ມູ ນ້ ວັ ກ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ zq oleg]a f 80 xu csj 'dkolh k'lk dkoxq dxh v' c]t dkora fmtokxtgmfs;Pfok, ຈາກປະເທດທີ່ທຸກຍາກ, ຫລ້າ ຫລັງ ແລະ ແບກຮັບຜົນກະທົບໜັກ ໜ່ວງຈາກສົງຄາມແລະການປິດລ້ອມ ຂວໍ້າບາດ, ຫວຽດນາມ ໄດ້ກ້າວຂຶ້ນ ເທື່ອລະຂັ້ນ ແລະ ກາຍເປັນປະເທດກຳ ລັງພັດທະນາທີ່ມີລາຍໄດ້ປານກາງ. ຈົນເຖິງປີ 2024, ຂະໜາດເສດຖະກິດ ຂອງຫວຽດນາມຢູ່ໃນອັນດັບທີ 32 ຂອງໂລກ, ຢູ່ໃນກຸ່ມ 20 ເສດຖະກິດ ອັນດັບຕົ້ນ ດ້ານການຄ້າ ແລະ ການ ດຶງດູດການລົງທຶນຈາກຕ່າງປະເທດ. ຄວາມສຳເລັດນັ້ນ ເປັນຫລັກຖານທີ່ ມີຊີວິດຊີວາເຖິງຂອບເຂດ, ຄວາມສາ ມາດທາງສະຕິປັນຍາ ແລະ ຄວາມ ກ້າຫານຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການຂ້າມຜ່ານຄວາມ ຫຍຸ້ງຍາກ, ຈຸດປະກາຍພະລັງພາຍໃນ, ສວຍໂອກາດ, ບູລະນະຢ່າງເລິກເຊິ່ງ ແລະ ພັດທະນາຢ່າງຍືນຍົງ. ວັດທະນະທຳໄດ້ພັດທະນາຢ່າງ ຫລາກຫລາຍ ແລະ ຮັ່ງມີ, ມີຄວາມ ເປັນຊາດ, ມີຄວາມເປັນວິທະຍາສາດ ແລະ ຄວາມເປັນສາກົນໃນທຸກດ້ານ ຂອງຊີວິດສັງຄົມ, ກາຍເປັນພະລັງຂັບ ເຄື່ອນການພັດທະນາປະເທດ. ການຮັບຮູ້ຂອງພັກ, ລັດ ແລະ ປະ ຊາຊົນ ກ່ຽວກັບບົດບາດຂອງວັດທະ ນະທຳໃນການສ້າງສາ ແລະ ປົກປ້ອງ ປະເທດຊາດໄດ້ຮັບການເສີມສ້າງ ແລະ ຍົກລະດັບຢ່າງຕໍ່ເນື່ອງ. ພາລະ ກິດການສ້າງສາ ແລະ ພັດທະນາ ວັດທະນະທຳ ແລະ ຊັບພະຍາກອນ ມະນຸດຫວຽດນາມ ໄດ້ມີການປ່ຽນ ແປງໃນທາງບວກ ແລະ ບັນລຸຜົນ. ແນວຄິດທາງທິດສະດີກ່ຽວກັບວັດ ທະນະທຳ ມີການພັດທະນາໃໝ່, ການ ຮັບຮູ້ກ່ຽວກັບວັດທະນະທຳຂອງທຸກ ລະດັບ, ທຸກຂະແໜງ ແລະ ຂອງປະ ຊາຊົນທົ່ວປະເທດໄດ້ຮັບການຍົກລະ ດັບ, ຊີວິດທາງວັດທະນະທຳ ຂອງ ປະຊາຊົນມີຄວາມຫລາກຫລາຍຂຶ້ນ. ຄຸນຄ່າທາງວັດທະນະທຳ ດັ້ງເດີມ ຂອງຊາດໄດ້ຮັບການສົ່ງເສີມ, ມາດ ຕະຖານທາງວັດທະນະທຳ ແລະ ຄຸນ ສົມບັດໃໝ່ໆໄດ້ກໍ່ໂຕຂຶ້ນ. ຜະລິດຕະພັນ ທາງວັດທະນະທຳ, ວັນນະກຳ ແລະ ສິລະປະກຳ ມີຄວາມຫລາກຫລາຍ ຍິ່ງຂຶ້ນ. ເຕັກໂນໂລຊີ ໂດຍສະເພາະສື່ ອອນລາຍມີການພັດທະນາຢ່າງກ້າວ ກະໂດດ. ຫລາຍຂະບວນການ ແລະ ກິດຈະກຳທາງວັດທະນະທຳບັນລຸຜົນ ຢ່າງເປັນຮູບປະທຳ ແລະ ມີປະສິດທິ ຜົນ, ສົ່ງເສີມໄດ້ຢ່າງດີ ຕໍ່ປະເພນີວັດ ທະນະທຳຄອບຄົວ, ຕະກູນ ແລະ ຊຸມຊົນ. ການເຮັດໃຫ້ກິດຈະກຳທາງ ວັດທະນະທຳເປັນຂອງສັງຄົມໂດຍ ລວມ ໄດ້ຮັບການຂະຫຍາຍຕົວຫລາຍ ຂຶ້ນ, ມີສ່ວນຮ່ວມຢ່າງສຳຄັນຕໍ່ການ ສ້າງສະຖາບັນວັດທະນະທຳ. ມໍລະດົກ ທາງວັດທະນະທຳ ທັງເປັນຮູບປະທໍາ ແລະ ນາມມະທຳ ຈຳນວນຫລາຍໄດ້ ຮັບການອະນຸລັກ ແລະ ບູລະນະ. ຮີດ ຄອງປະເພນີຫລາຍດ້ານ ຂອງກຸ່ມຊົນ ເຜົ່າສ່ວນນ້ອຍ ໄດ້ຮັບການສຶກສາ, ຮວບຮວມແລະຟື້ນຟູ.ກິດຈະກຳຄວາມ ເຊື່ອຖື, ສາສະໜາ ແລະ ວັດທະນະທຳ ທາງຈິດໃຈ ຂອງປະຊາຊົນໄດ້ຮັບ ຄວາມສົນໃຈ. ການບໍລິຫານຈັດການ ຂອງລັດ ດ້ານວັດທະນະທຳໄດ້ຮັບ ການເສີມສ້າງ, ສະຖາບັນວັດທະນະ ທຳ ໄດ້ຮັບການປັບປຸງໃຫ້ສົມບູນຍິ່ງ ຂຶ້ນ. ຂະແໜງການທີ່ຮັດວຽກດ້ານ ວັດທະນະທຳ ແລະ ສິລະປະມີການ ເຕີບໂຕ, ຄວາມເສລີພາບໃນການສ້າງ ສັນຂອງສິລະປິນ ໄດ້ຮັບການເຄົາລົບ, ການແລກປ່ຽນ ແລະ ການຮ່ວມມື ລະຫວ່າງປະເທດດ້ານວັດທະນະທຳ ມີຄວາມກ້າວໜ້າຢ່າງເຫັນໄດ້ຢ່າງ ຈະແຈ້ງ. ລະບົບນະໂຍບາຍສັງຄົມໄດ້ຮັບ ການສ້າງ ແລະ ມີຄວາມສົມບູນ ຫລາຍຂຶ້ນ. ນັບຕັ້ງແຕ່ປີ 1986 ຈົນເຖິງປັດ ຈຸບັນ, ຄຽງຄູ່ໄປກັບຂະບວນການ ປະຕິຮູບຮອບດ້ານຂອງປະເທດ, ດ້ານ ສັງຄົມໄດ້ບັນລຸຜົນສຳເລັດສຳຄັນ ຫລາຍດ້ານ, ມີສ່ວນຊ່ວຍຮັບປະກັນ ຄວາມໝັ້ນຄົງທາງການເມືອງ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດຂອງ ປະຊາຊົນ. ການຮັບຮູ້ ແລະ ທັດສະນະ ຂອງພັກກອມມູນິດຫວຽດນາມ ກ່ຽວ ກັບນະໂຍບາຍສັງຄົມໄດ້ຮັບການ ປັບປຸງ ແລະ ພັດທະນາໃຫ້ເປັນລະບົບ ທີ່ສອດຄ່ອງ ແລະ ຄົບຖ້ວນ, ໂດຍ ມີແກນຫລັກຄື: ການເຕີບໂຕທາງ ເສດຖະກິດຕ້ອງຄຽງຄູ່ໄປກັບຄວາມ ກ້າວໜ້າ ແລະ ຄວາມຍຸຕິທຳທາງ ສັງຄົມ, ການພັດທະນາທີ່ມຸ່ງເນັ້ນຊັບ ພະຍາກອນມະນຸດ ແລະ ກໍານົດດ້ານ ນີ້ໄວ້ໃນຕຳແໜ່ງໃຈກາງຂອງການ ພັດທະນາ. ນະໂຍບາຍສັງຄົມທີ່ຖືກຕ້ອງ, ມີ ມະນຸດສະທຳ ແລະ ມຸ່ງສູ່ຄວາມສຸກ ຂອງປະຊາຊົນ ຖືກກຳນົດວ່າ: ບໍ່ພຽງ ແຕ່ເປັນເປົ້າໝາຍ, ແຕ່ຍັງເປັນແຮງ ຂັບເຄື່ອນສຳຄັນທີ່ປຸກລະດົມ ແລະ ສົ່ງເສີມທ່າແຮງແຫ່ງຄວາມຄິດສ້າງ ສັນໃນທົ່ວສັງຄົມ, ກໍ່ໃຫ້ເກີດຄວາມ ເຫັນພ້ອມເປັນເອກະພາບສູງ ໃນການ ສ້າງສາສັງຄົມນິຍົມ. ພັກກອມມູນິດ ຫວຽດນາມຢືນຢັນຢ່າງຈະແຈ້ງ ເຖິງ ຄວາມຮັບຜິດຊອບຂອງທົ່ວສັງຄົມ, ຂອງທົ່ວລະບົບການເມືອງ ແລະ ຂອງ ປະຊາຊົນທຸກຄົນໃນການປະຕິບັດ ແລະ ແກ້ໄຂບັນຫາສັງຄົມໃນທິດທາງຂອງ ການເຮັດໃຫ້ເປັນສັງຄົມສ່ວນລວມ ຢ່າງກວ້າງຂວາງ, ໂດຍທີ່ລັດເຮັດ ໜ້າທີ່ເປັນແກນຫລັກ, ເພື່ອຮັບປະກັນ ຄວາມຍຸດຕິທຳ, ປະສິດທິພາບ ແລະ ຄວາມຍືນຍົງ. ແນວທາງເຫລົ່ານີ້ ມຸ່ງສູ່ເປົ້າໝາຍ ໃນການສ້າງລະບົບຄວາມໝັ້ນຄົງ ທາງສັງຄົມທີ່ຄວບຄຸມ ແລະ ຍືນຍົງ ໂດຍທີ່ປະຊາຊົນທຸກຄົນ ໄດ້ຮັບການ ຮັບປະກັນຄວາມປອດໄພໃນດ້ານ ລາຍໄດ້, ການສ້າງວຽກເຮັດງານທໍາ, ສຸຂະພາບ, ການສຶກສາ, ທີ່ຢູ່ອາໄສ ແລະ ການບໍລິການຂັ້ນພື້ນຖານຕ່າງໆ, ເຊິ່ງຢືນຢັນເຖິງຄຸນລັກສະນະອັນ ຖືກຕ້ອງຂອງລະບອບສັງຄົມນິຍົມ ແລະ ເສີມສ້າງຄວາມເຊື່ອໝັ້ນຂອງ ສັງຄົມ ຕໍ່ການນຳພາຂອງພັກ ແລະ ການບໍລິຫານຈັດການຂອງລັດໃນ ພາລະກິດພັດທະນາປະເທດ. ການປົກປ້ອງຢ່າງໝັ້ນຄົງເອກະ ລາດ, ອະທິປະໄຕ, ຄວາມເປັນເອກະ ພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ, ຜົນປະໂຫຍດ ຂອງຊາດ ແລະ ປະຊາຊົນ, ການປົກ ປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບ ສັງຄົມນິຍົມ; ການຮັກສາຄວາມໝັ້ນ ຄົງຂອງຊາດ, ສະຖຽນລະພາບທາງ ການເມືອງ-ສັງຄົມ, ຄວາມສະຫງົບ ຮຽບຮ້ອຍ ແລະ ສະພາບແວດລ້ອມ ແຫ່ງສັນຕິພາບ, ເພື່ອສ້າງສາ ແລະ ພັດທະນາປະເທດ. ການປົກປ້ອງຢ່າງໝັ້ນຄົງຕໍ່ປະ ເທດຊາດຫວຽດນາມ ສັງຄົມນິຍົມ ແມ່ນພາລະກິດສຳຄັນ ແລະ ຖາວອນ ຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວ ກອງທັບ. ມັນເປັນພື້ນຖານຫລັກ ໃນ ການຮັກສາຜົນໄດ້ຮັບຂອງການປະຕິ ວັດ ແລະ ຮັບປະກັນສະພາບແວດລ້ອມ ທີ່ສັນຕິ ແລະ ໝັ້ນຄົງສຳລັບພາລະກິດ ການພັດທະນາປະເທດໃຫ້ກ້າວໜ້າ ແລະ ຍືນຍົງ. ນີ້ເອງຄືໜຶ່ງໃນຄວາມ ສຳເລັດທີ່ຍິ່ງໃຫຍ່, ຮອບດ້ານ ແລະ ໝັ້ນຄົງທີ່ສຸດ ໃນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບຕະຫລອດ 80 ປີທີ່ຜ່ານມາ. ພາຍໃຕ້ການນຳພາໂດຍກົງ ແລະ ເດັດຂາດຂອງພັກ, ການບໍລິຫານ ຈັດການຢ່າງເປັນເອກະພາບຂອງລັດ ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນ ຂອງທົ່ວຊາດ, ຫວຽດນາມໄດ້ຍຶດໝັ້ນ ຮັກສາເອກະລາດ, ອະທິປະໄຕ, ຄວາມ ເປັນເອກະພາບ ແລະ ຜືນແຜ່ນດິນອັນ ຄົບຖ້ວນ. ປົກປ້ອງຊາຍແດນແຫ່ງ ຊາດ ແລະ ທະເລ-ເກາະອັນສັກສິດ ຂອງປະເທດຊາດຢ່າງໝັ້ນຄົງ. ພ້ອມ ກັນນັ້ນ, ຫວຽດນາມ ຍັງຄົງຮັກສາ ຄວາມເປັນຝ່າຍລຸກຮອບດ້ານທາງ ຍຸດທະສາດ, ຈັດການກັບສະຖານະ ການທີ່ສັບສົນ ແລະ ອ່ອນໄຫວດ້ານ ປ້ອງກັນຊາດ-ຄວາມໝັ້ນຄົງດ້ວຍ ຄວາມຍືດຍຸ່ນ ຜ່ອນສັ້ນ-ຜ່ອນຍາວ ແລະ ສ້າງສັນ, ເຮັດໃຫ້ແຜນການ ແລະ ເລ່ຫລ່ຽມຂອງສັດຕູ ແລະ ກຸ່ມຕໍ່ຕ້ານ ລົ້ມເຫລວ, ໂດຍສະເພາະໃນໂລກໄຊ ເບີ, ລວມເຖິງໃນດ້ານແນວຄິດ, ວັດ ທະນະທຳ, ຊົນເຜົ່າ, ສາສະໜາ ແລະ ສິດທິມະນຸດ. ຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມ ປອດໄພໃນສັງຄົມ ສາມາດຮັກສາ ໄດ້, ສະພາບແວດລ້ອມທີ່ສັນຕິ ແລະ ໝັ້ນຄົງໃນໄລຍະຍາວ ເພື່ອການພັດ ທະນາປະເທດໄດ້ຮັບການຮັບປະກັນ. ລະບົບປ້ອງກັນຊາດ ປະຊາຊົນ ທີ່ ເຊື່ອມໂຍງກັບລະບົບຄວາມໝັ້ນຄົງ ຂອງປະຊາຊົນ ມີຄວາມໝັ້ນຄົງແຂງ ແກ່ນຫລາຍຍິ່ງຂຶ້ນ, ຖືກສ້າງຂຶ້ນ ຢ່າງປະສານສົມທົບ ແລະ ມີປະສິດທິ ພາບຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ. ຄວາມສາມາດໃນການປ້ອງກັນປະ ເທດ, ໂດຍສະເພາະໃນພື້ນທີ່ຍຸດທະ ສາດສຳຄັນ, ໄດ້ຮັບການເສີມສ້າງ ຢ່າງຕໍ່ເນື່ອງ. ກອງກຳລັງປະກອບ ອາວຸດຂອງປະຊາຊົນ ໄດ້ຮັບການ ຈັດຕັ້ງຢ່າງບໍ່ຢຸດຢັ້ງ, ກາຍເປັນກອງ ກຳລັງທີ່ມີລະບຽບແບບແຜນ, ມີ ຄວາມຊໍານານ, ກຳລັງກ້າວສູ່ຄວາມ ທັນສະໄໝ ແລະ ຍັງຄົງຄວາມຈົງຮັກ ພັກດີຢ່າງສົມບູນຕໍ່ປະເທດຊາດ, ພັກ, ລັດ ແລະ ປະຊາຊົນ. ຂປລ. ໂຮງຮຽນລາວກ້າວໜ້າ ແມ່ນໂຮງຮຽນໜຶ່ງຂອງການສຶກສາ ພາກເອກະຊົນຂອງແຂວງຈໍາປາສັກ, ຕັ້ງຢູ່ບ້ານໂພນກຸງ ນະຄອນປາກເຊ, ໃນປີ 2025 ນີ້ ໂຮງຮຽນລາວກ້າວໜ້າ ໄດ້ຮັບໂລ້ລາງວັນພັດທະນາການ ສຶກ ສາດີເດັ່ນປະຈຳປີ2025ຂອງກະຊວງ ສຶກສາທິການ ແລະ ກິລາ, ສະມາຄົມ ການສຶກສາ ພາກເອກະຊົນ. ປັດຈຸບັນ ໂຮງຮຽນດັ່ງກ່າວ ໄດ້ກະກຽມຄວາມ ພ້ອມຮອບດ້ານ ເພື່ອຮອງຮັບນັກຮຽນ ໃນສົກຮຽນໃໝ່ 2025-2026. ທ່ານ ບຸນທົງ ບົວລະພາ ຜູ້ອໍານວຍ ການໂຮງຮຽນລາວກ້າວໜ້າ ໃຫ້ສໍາ ພາດໃນວັນທີ 20 ສິງຫາ 2025 ນີ້ ວ່າ: ໂຮງຮຽນພວກເຮົາ ໄດ້ເລີ່ມເປີດ ຮັບນັກຮຽນໃໝ່ນັບແຕ່ລ້ຽງເດັກ, ອະນຸບານ, ນັກຮຽນປະຖົມ ແລະ ໃນ ສົກຮຽນ 2025-2026 ນີ້ໂຮງຮຽນ ພວກເຮົາຈະເປີດມັດທະຍົມຕົ້ນປີທີ 1(ມ.1) ແລະ ພິເສດ ສໍາລັບຊັ້ນ ມ.1 ທີ່ເປີດໃໝ່ ຈະໄດ້ຮຽນຟຣີ 3 ເດືອນ ມີ ກອນການສິດສອນໃຫ້ຄົບຊຸດ, ຈັດ ຕາຕະລາງການສິດສອນແຕ່ລະຊັ້ນ ຮຽນ, ມີຊຸດແບບເຄື່ອງນຸ່ງຈຳໜ່າຍ ໃຫ້ແກ່ນັກຮຽນ, ໃນສົກຮຽນ 2025 - 2026ນີ້ພວກເຮົາຈະມີຫ້ອງຮຽນຄອມ ພິວເຕີ 1 ຫ້ອງ, ມີຄອມພິວເຕີ 10 ຊຸດ ເພື່ອໃຫ້ນັກຮຽນແຕ່ຊັ້ນ ປ.3 - ມ.1 ໄດ້ຮຽນວິຊາໄອທີ. ພິເສດ ວິຊາພາສາ ອັງກິດ ແຕ່ອະນຸບານ - ຊັ້ນ ມ.1 ໂຮງ ຮຽນພວກເຮົາມີຄູເປັນຄົນຕ່າງປະເທດ ເປັນຜູ້ສິດສອນ ເພື່ອເຮັດໃຫ້ນັກຮຽນ ໄດ້ສໍາຜັດ ແລະ ຮຽນຮູ້ພາສາ ກັບເຈົ້າ ຂອງພາສາຕົວຈິງ ເພື່ອພັດທະນາທັກ ສະດ້ານພາສາຕ່າງໆປະເທດ. ສໍາລັບການຈັດຕັ້ງປະຕິບັດການ ຮຽນ - ການສອນ ໃນສົກຮຽນ2024 - 2025 ທີ່ຜ່ານມາ, ໂຮງຮຽນລາວ ກ້າວໜ້າ ມີຄູ ແລະ ຜູ້ບໍລິຫານທັງໝົດ 28 ຄົນ, ມີຫ້ອງລ້ຽງເດັກ 2 ຫ້ອງ, ຫ້ອງຮຽນອະນຸບານ 5 ຫ້ອງ, ມີຫ້ອງ ຮຽນປະຖົມ 7 ຫ້ອງ, ມີນັກຮຽນທັງ ໝົດ 400 ຄົນ, ໃນນັ້ນ ຫ້ອງລ້ຽງເດັກ ມີ 50 ຄົນ, ຫ້ອງອະນຸບານ 150 ຄົນ ແລະ ຊັ້ນປະຖົມ 200 ຄົນ. ຂໍ້ສະດວກ, ໂຮງຮຽນມີອາຄານຮຽນ, ມີຫ້ອງ ຮຽນ, ມີຄູອາຈານທີ່ສິດສອນພຽງພໍ, ມີອຸປະກອນການຮຽນ - ການສອນຄົບ ຊຸດ, ມີຫ້ອງອ່ານ, ມີພະນັກງານແຕ່ງ ກິນ, ພະນັກງານອະນາໄມແລະ ມີຫ້ອງ ການບໍລິຫານ ຊຶ່ງແຜນໃນຕໍ່ໜ້າຈະໄດ້ ເຮັດບ່ອນຫລິ້ນໃຫ້ແກ່ນັກຮຽນ ໂດຍ ຈະມຸງແລ້ວເອົາໂຕະຕັ່ງ, ເຄື່ອງຫລິ້ນ ສໍາລັບນັກຮຽນມາປະກອບໃສ່ ເພື່ອ ເຮັດໃຫ້ນັກຮຽນມີບ່ອນຫລິ້ນພຽງພໍ. ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ພົບປະີ ໍ່ ຕູ້ ່ ງົ ບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມໍ ິ ັງ່ ງ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 21-22 ສິງຫາ 2025.້ ຽ່ າັ ນັ ນີ ິ ງ ທັງໂປຣໂມຊັນຖ້າຜູ້ປົກຄອງຈ່າຍຄ່າ ຮຽນລ່ວງໜ້າ 3 ເດືອນ, 6 ເດືອນ ແລະ 9 ເດືອນ ຈະໄດ້ຮັບສ່ວນຫລຸດ 3- 10%.ພ້ອມນີ້, ທາງໂຮງຮຽນຈະມີອາ ຫານທ່ຽງໃຫ້ນັກຮຽນທຸກຊັ້ນ, ມີຊຸດ ນັກຮຽນປັກໂລໂກ້, ມີປຶ້ມແບບຮຽນ ແລະ ອຸປະກອນການຮຽນຕ່າງໆ. ດ້ານ ບຸກຄະລາກອນ, ໂຮງຮຽນພວກເຮົາ ມີ ຄູ-ອາຈານ ທັງໝົດ 30 ຄົນ ຖືວ່າພຽງ ພໍໃນການສິດສອນແຕ່ລະຫ້ອງ ນັບແຕ່ ຫ້ອງລ້ຽງເດັກ, ອະນຸບານແລະປະຖົມ. ສ່ວນມັດທະຍົມ ນອກຈາກພວກເຮົາມີ ຄູປະຈຳແລ້ວ ຍັງໄດ້ເຊີນຄູທີ່ມີປະສົບ ການມາສອນ; ດ້ານອາຄານສະຖານທີ່ ມີອາຄານ 3 ຫລັງ, ໃນນັ້ນມີອາຄານ ໃຫຍ່ 4 ຊັ້ນ 1 ຫລັງ, ມີຫ້ອງຮຽນທັງ ໝົດ 21 ຫ້ອງ ຊຶ່ງໄດ້ຈັດໂຕະຕັ່ງໃສ່ແຕ່ ລະຫ້ອງຢ່າງພຽງພໍແລ້ວ, ໃນແຕ່ລະ ຫ້ອງ ກໍໄດ້ຕິດຕັ້ງແອ ແລະ ພັດລົມ ເພີ່ມ ເພື່ອປັບສະພາບອາກາດໃຫ້ດີຂຶ້ນ, ພ້ອມຕົກແຕ່ງຫ້ອງຮຽນໃຫ້ສວຍງາມ. ທ່ານ ບຸນທົງ ບົວລະພາ ກ່າວຕື່ມ ວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງ ປະຕິບັດແຜນການຮຽນ-ການສອນ ພວກເຮົາໄດ້ກະກຽມຈັດການນິເທດ ໃຫ້ແກ່ຄູ-ອາຈານກ່ອນເປີດສົກຮຽນ ໃໝ່ ຊຶ່ງມີຫລາຍຫົວຂໍ້ ຕົ້ນຕໍແມ່ນຄຸນ ສົມບັດ ແລະ ຈັນຍາບັນຂອງຄູ, ຂໍ້ແຂ່ງ ຂັນຂອງຂະແໜງການສຶກສາ ແລະ ກິລາ, ກົດລະບຽບກ່ຽວກັບຄູ-ນັກຮຽນ ແລະ ພະນັກງານຮັບໃຊ້ພາຍໃນໂຮງ ຮຽນ, ເຕັກນິກການສອນຊັ້ນລ້ຽງເດັກ ແລະ ອະນຸບານ, ຫລັກສູດຊັ້ນປະຖົມ ສຶກສາຂອງ ສປປ ລາວ, 5 ຫລັກມູນ ການສຶກສາ ແລະ ວິໄສທັດຂອງໂຮງ ຮຽນລາວກ້າວໜ້າ ເພື່ອເປັນການກະ ຕຸກຊຸກຍູ້ການພັດທະນາໂຮງຮຽນ ໃຫ້ດີ ທັນກັບຍຸກສະໄໝໃໝ່ ຄື: ກ້າວໜ້າດ້ານ ການສອນດີ-ຮຽນເກັ່ງ, ກ້າວໜ້າດ້ານ ຄຸນສົມບັດດີ - ມີລະບຽບວິໄນ, ກ້າວ ໜ້າດ້ານເຕັກໂນໂລຊີ-ວິທະຍາສາດ ທັນສະໄໝ ແລະ ກ້າວໜ້າດ້ານສິ່ງ ແວດລ້ອມດີ-ມີສຸຂະພາບອະນາໄມ. ນອກນີ້ ກໍມີການສັບຊ້ອນການສອນແຕ່ ລະຫ້ອງ, ແຕ່ລະຊັ້ນ, ຄູປະຈຳຫ້ອງ, ສິດເວນປະຈໍາວັນ ເພື່ອຮັບປະກັນ ຄວາມປອດໄພໃຫ້ແກ່ນັກຮຽນ, ໄດ້ກະ ກຽມປື້ມແບບຮຽນ, ປຶ້ມຄູ່ມືຄູ, ອຸປະ

RkJQdWJsaXNoZXIy MTc3MTYxMQ==