7101

gsfdko{dkora fmtok a xtgmf]k; ( 27/08/2025 c0;'w-lq ,[6 o lts]5 [;Pd'ko z6 h [= ]y skodkolb dlk;y mtpklkf c]t dy ]k xt-k-q og0f[h ko9a fla og,n v'okc] wfh Ia [co;ra o'; 7v[7q ;z6 h xtlq [wr16 j g,n v'sh ;p-kpwfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພະແນກ ສຶກສາທິການ ແລະ ກິລາ ແຂວງ ໄຊສົມບູນ ຈັດກອງປະຊຸມຜູ້ບໍລິ ຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງປະຈຳສົກ ຮຽນ2024-2025 ເພື່ອສະຫລຸບ ການຈັດຕັ້ງປະຕິບັດວຽກງານ ໃນ ໄລຍະຜ່ານມາ ໃນທ້າຍອາທິດຜ່ານ ມາ ໂດຍການເປັນປະທານຂອງ ທ່ານ ຢົງຢີ ລີເຍ່ຍວື ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງ ໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງຂອງແຂວງ ແລະ ບັນດາ ເມືອງ ຕະຫລອດຮອດອໍານວຍການ ໂຮງຮຽນ ພາກລັດ ແລະ ເອກະຊົນ ໃນທົ່ວແຂວງ ເຂົ້າຮ່ວມ. ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ທ້າຍອາທິດ ຜ່ານມາ, ທ່ານ ຄໍາຜະຫຍາ ພົມ ປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການ ຄຸ້ມຄອງ ໄພພິບັດຂັ້ນແຂວງ ແລະ ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າ ພະແນກແຮງງານ ແລະ ສະຫວັດ ດີການ-ສັງຄົມແຂວງ ຮ່ວມກັບ ຫ້ອງການແຮງງານ ແລະ ສະຫວັດ ດີການ-ສັງຄົມ ເມືອງຫ້ວຍຊາຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາເອົານໍ້າດື່ມ, ເຂົ້າສານ ແລະ ອາຫານແຫ້ງ ຈໍານວນໜຶ່ງ ລວມ ມູນຄ່າ 5.950.000 ກີບ ພ້ອມດ້ວຍ ເງິນສົດ 15 ລ້ານກີບ ໄປມອບໃຫ້ ຜູ້ປະສົບອັກຄີໄພ ໄຟໄໝ້ເຮືອນ ປະຊາຊົນ ແລະ 5 ລ້ານກີບ ໃຫ້ ເຮືອນໃກ້ຄຽງທີ່ຖືກໄພໄໝເລັກນ້ອຍ ເພື່ອເປັນການແບ່ງເບົາພາລະ ແລະ ຊຸກຍູ້ຈິດໃຈໃຫ້ຜູ້ປະສົບໄພໃນຄັ້ງນີ້. ຜູ້ຕາງໜ້າຈາກຫ້ອງການ ແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ) ເມືອງຫ້ວຍຊາຍ ໄດ້ລາຍງານວ່າ: ຫ້ອງການ ຮສສ ເມືອງ ໄດ້ສົມທົບກັບໜ່ວຍງານ ປກສ ແຂວງ ຕ້ານ ແລະ ສະກັດກັ້ນ ອັກຄີໄພ ແລະ ອົງການປົກຄອງ ບ້ານ ລົງກວດກາ ແລະ ເກັບກໍາ ຂໍ້ມູນໃນເບື້ອງຕົ້ນ ເຫດໄຟໄໝ້ເຮືອນ ຂອງປະຊາຊົນ ຢູ່ບ້ານໃຫຍ່ຫ້ວຍ ຊາຍເໜືອ ເມືອງຫ້ວຍຊາຍ ຈາກ ການໃຫ້ຂໍ້ມູນຂອງຜູ້ເຫັນເຫດການ ໃຫ້ຮູ້ວ່າ: ໃນເວລາ 21 ໂມງ 00 ນາທີ ໄດ້ມີກິ່ນເໝັນຄ້າຍຄື ກິ່ນຈູດ ຢາງ ເຮືອນໃກ້ຄຽງກໍໄດ້ຊອກຫາ ກິ່ນດັ່ງກ່າວ ແຕ່ບໍ່ພົບເຫັນມາຮອດ ຕອນເຊົ້າເວລາ 5 ໂມງ 7 ນາທີຂອງ ວັນທີ 22 ສິງຫາ 2025 ໄດ້ເກີດມີ ກະແສໄຟລຸກຂຶ້ນອອກມາຈາກໃນ ເຮືອນຂອງ ນາງ ຈັນທະລີ ຈາກ ນັ້ນຄົນທີ່ຢູ່ເຮືອນໃກ້ຄຽງ ໄດ້ເອີ້ນ ກັນມາຊ່ວຍດັບໄຟ ພ້ອມທັງໂທ ຫາລົດດັບເພີງ ເນື່ອງຈາກຈຸດເກີດ ເຫດເປັນເຂດຊຸມຊົນແອອັດ ເຮືອນ ຕິດກັນຫລາຍຫລັງ ເຮັດໃຫ້ກະແສ ໄຟລຸກລາມແຮງ ແຕ່ບໍ່ສາມາດ ເຂົ້າໄປໃນເຮືອນໄດ້ ເນື່ອງຈາກ ເຈົ້າຂອງເຮືອນບໍ່ຢູ່ໄປຕ່າງແຂວງ, ເມື່ອລົດດັບເພີງມາຮອດເຮືອນ ຫລັງເກີດເຫດກໍໄດ້ໄໝ້ໝົດແລ້ວ, ແຕ່ສາມາດຊ່ວຍຄວບຄຸມບໍ່ໃຫ້ ໄຟລຸກລາມເປັນວົງກວ້າງ. ຈາກ ເຫດການດັ່ງກ່າວ ເຮັດໃຫ້ເຮືອນ ໄດ້ຮັບຄວາມເສຍຫາຍ 4 ຫລັງ ໃນ ນີ້, 3 ຫລັງແມ່ນເຈົ້າຂອງດຽວ ເປັນ ເຮືອນຂອງນາງ ຈັນທະລີ ອາຍຸ 64 ປີ, ອາຊີບປະຊາຊົນ, ສັນຊາດລາວ, ບ້ານໃຫຍ່ຫ້ວຍຊາຍເໜືອ ໄດ້ຮັບ ຄວາມເສຍຫາຍ 3 ຫລັງ, ເຮືອນ ຫລັງທີ1 ເປັນເຮືອນ 2 ຊັ້ນ, ຊັ້ນ ເທິງເປັນໄມ້ ເປັນຫລັງທີ່ເກີດເຫດ ເສຍຫາຍ100%, ເຮືອນຫລັງທີ 2 ເປັນເຮືອນສາມຊັ້ນ ເສຍຫາຍ ເລັກນ້ອຍ ແລະ ເຮືອນຫລັງທີ3 ເປັນ ເຮືອນຊັ້ນດຽວ ເສຍຫາຍເລັກນ້ອຍ ແລະ ໄຟໄດ້ລາມໄໝ້ເຮືອນໃກ້ຄຽງ ໄດ້ຮັບຄວາມເສຍຫາຍເລັກນ້ອຍເປັນ ເຮືອນຂອງ ນາງ ອ່ອນ, ອາຍຸ 38 ປີ, ເປັນເຮືອນ 2 ຊັ້ນ, ຊັ້ນເທິງເປັນໄມ້. ສ່ວນສາເຫດເກີດອັກຄີໄພ ແລະ ມູນຄ່າຄວາມເສຍຫາຍ ໃນຄັ້ງນີ້ ຍັງຢູ່ຂັ້ນຕອນເກັບກຳຂໍ້ມູນ ຂອງ ເຈົ້າໜ້າທີ່ ພາຍຫລັງໄດ້ຂໍ້ມູນລະ ອຽດຈາກພາກສ່ວນກ່ຽວຂ້ອງຈະ ລາຍງານເພີ່ມຕື່ມພາຍຫລັງ. ຂ່າວ: ຄໍາເພັງ ສີສະຫວ່າງ ທ່ານ ພຸດລໍາໄພ ທຽມພຣະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ສະ ຫລຸບແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາ ສົກຮຽນ 2024-2025 ວ່າ: ທົ່ວ ແຂວງມີໂຮງຮຽນ 158 ແຫ່ງ ໃນນັ້ນ, ໂຮງຮຽນລ້ຽງເດັກ ແລະ ອະນຸບານ 30 ແຫ່ງ, ໂຮງຮຽນ ວິຊາຊີບ 1 ແຫ່ງ, ມີພະນັກງານ- ລັດຖະກອນ 1.700 ກວ່າຄົນ, ຄູສອນ 1.482 ຄົນ, ຍິງ 500 ກວ່າ ຄົນ, ຄູສອນພາກເອກະຊົນ 60 ຄົນ ແລະ ຄູອາສາສະໝັກ 139 ຄົນ ຊຶ່ງ ຕະຫລອດໄລຍະຜ່ານມາ ຜົນການ ຈັດຕັ້ງປະຕິບັດ 15 ຄາດໝາຍສູ້ ຊົນຂອງຂະແໜງການສຶກສາ ແລະ ກິລາ ບັນລຸ 9 ຄາດໝາຍ ຄື: ອັດຕາ ເຂົ້າຮຽນຂອງເດັກ 5 ປີ, ອັດຕາ ເຂົ້າຮຽນສຸດທິໃໝ່ ປ1 ອັດຕາ ເລື່ອນຊັ້ນ-ຈົບຊັ້ນ ປ5 ຫາ ມ1 ແມ່ນບັນລຸຄາດໝາຍ, ປະຊາກອນ ໜຸ່ມຜູ້ປະລະການຮຽນ ແລະ ພາດ ໂອກາດຮຽນ ໃຫ້ບໍາລຸງຜ່ານການ ສຶກສານອກໂຮງຮຽນ ແລະ ອົບຮົມ ວິຊາຊີບ ໄດ້ 3.500 ກວ່າຄົນ, ນັກ ຮຽນຈົບມັດທະຍົມຕອນປາຍ ໄດ້ ເຂົ້າຮຽນວິທະຍາໄລ ແລະ ມະຫາ ວິທະຍາໄລ 380 ກວ່າຄົນ. ພ້ອມນີ້, ຍັງໄດ້ສົ່ງເສີມມວນຊົນທຸກເພດ, ທຸກ ໄວ ໄດ້ເຂົ້າຮ່ວມການຫັດກາຍຍະ ບໍລິຫານ, ການອອກກໍາລັງກາຍ ແລະ ການຫລິ້ນກິລາເພື່ອສຸຂະພາບ ເຂົ້າຮ່ວມແຂ່ງຂັນກິລາປະຈຳປີ, ກິລາບຸນປະເພນີ ແລະ ກິລາວັນສໍາ ຄັນຕ່າງໆ ຂອງຊາດ-ສາກົນ ສຳລັບ ການສຶກສາຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ໂດຍລວມແລ້ວເຫັນ ວ່າອັດຕາເຂົ້າຮຽນແມ່ນຫລຸດລົງ. ພ້ອມດຽວກັນນີ້, ຍັງໄດ້ນໍາສົ່ງ ນັກຮຽນທຸກຍາກ, ດ້ອຍໂອກາດ, ເດັກກ້ຳພ້າ, ກຳພອຍ ເຂົ້າຮຽນຢູ່ ໂຮງຮຽນມັດທະຍົມສຶກສາສົມບູນ ກິນນອນຊົນເຜົ່າມິດຕະພາບອະນຸວົງ 35 ຄົນ, ນໍາສົ່ງນັກຮຽນເກັ່ງຊັ້ນ ມ 4 ຈໍານວນ 3 ຄົນ ຍິງ 1 ຄົນ ເຂົ້າ ຮຽນຕໍ່ຢູ່ຊັ້ນ ມ5 ຢູ່ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນ, ໄດ້ສັບຊ້ອນນັກຮຽນຈົບຊັ້ນ ມ7 ເຂົ້າຮຽນວິຊາສະເພາະພາຍໃນ ປະເທດ ໄດ້ 50 ກວ່າທຶນ, ຮັບ ນັກຮຽນເຂົ້າຮຽນອາຊີວະສຶກສາ 6 ສາຂາຮຽນ ຄື: ກໍ່ສ້າງ, ໄຟຟ້າ, ເຕັກນິກ, ກະສິກຳປູກຝັງ, ກະສິກຳ ລ້ຽງສັດ, ສ້ອມແປງທົ່ວໄປ ແລະ ຕັດຫຍິບ 150 ຄົນ. ນອກນີ້, ຍັງ ໄດ້ແບ່ງທຶນໃຫ້ຂັ້ນບ້ານ ເພື່ອໃຫ້ຜູ້ ທີ່ດ້ອຍໂອກາດເຂົ້າເຖິງການຮຽນ ຄຽງຄູ່ກັນນີ້, ຍັງມີສິ່ງທ້າທາຍ ຕ່າງໆ ເປັນຕົ້ນການຂະຫຍາຍ ການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມຍັງມີລັກສະນະຈຳກັດ, ສາມາດຂະຫຍາຍໄດ້ແຕ່ເຂດທີ່ມີ ເງື່ອນໄຂເທົ່ານັ້ນ ໂຮງຮຽນມູນລະ ປະຖົມຍັງກວມເປີເຊັນສູງ, ສ່ວນ ໂຮງຮຽນມັດທະຍົມຕອນຕົ້ນ, ມັດທະຍົມສົມບູນຕັ້ງຢູ່ຫ່າງໄກບ້ານ ແລະ ເສັ້ນທາງໄປມາພົບຄວາມ ຫຍຸ້ງຍາກ ແລະ ບັນຫາອື່ນໆ ຈຶ່ງ ເຮັດໃຫ້ບໍ່ສາມາດບັນລຸຄາດໝາຍ ທີ່ວາງໄວ້. ໃນກອງປະຊຸມ ຍັງໄດ້ຮັບຟັງ ແລະ ປະກອບຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການສຶກສາຊອກຫາ ວິທີແກ້ໄຂຂໍ້ຄົງຄ້າງໃຫ້ຖືກຕ້ອງ ສອດຄ່ອງ ເຂົ້າໃນການກຳນົດ ທິດທາງ ແລະ ຄາດໝາຍສູ້ຊົນ ໃນຂົງເຂດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ແຂວງ ໄຊສົມບູນ ໃນຕໍໍ່ໜ້າໃຫ້ສາມາດບັນລຸ ຄາດໝາຍຕາມແຜນການທີ່ວາງໄວ້. ຂ່າວ: ພຸດທະສອນ ເວດສະວົງ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ມອບແນວພັນ ງົວ 16 ໂຕ ໃຫ້ປະຊາຊົນທີ່ຖືກຜົນ ກະທົບ ຈາກໂຄງການເຂື່ອນໄຟຟ້າ ນໍ້າທາ 1 ເຂດຈັດສັນນາແລ ບ້ານພູ ຄາໃໝ່ ເມືອງນາແລ ແຂວງຫລວງ ນ້ຳທາ (ຄອບຄົວລະ 8 ໂຕ) ໃນ ວັນທີ 22 ສິງຫາ 2025 ຕາງໜ້າ ມອບໂດຍ ທ່ານ ບຸນທອນ ສີສະ ຫັວນ ເລຂາພັກເມືອງນາແລ, ມີຜູ້ ຕາງໜ້າຈາກໜ່ວຍງານຄຸ້ມຄອງ ຍົກຍ້າຍຈັດສັນ ແຂວງຫລວງ ນໍ້າທາ, ຫ້ອງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນ ບ້ານພູຄາໃໝ່ເຂົ້າຮ່ວມ. ທ່ານ ບຸນມີ ແສງວິໄຊ ຫົວໜ້າ ໂຄງການຟື້ນຟູຊີວິດການເປັນຢູ່ ພາກສະໜາມ ໂຄງການເຂື່ອນ ໄຟຟ້ານໍ້າທາ 1 ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຕາມ ແຜນການ 4 ປີ (2025-2028) ທີມງານໄດ້ວາງແຜນປະຕິບັດວຽກ ອອກເປັນ 4 ປີຄື: ປີ 2025 ໄດ້ກໍາ ນົດເອົາ 3 ບ້ານ ເຊັ່ນ: ບ້ານວາດ, ວຽງໃໝ່ ແລະ ພູຄາໃໝ່; ປີ 2026 ໄດ້ກໍານົດເອົາ 4 ບ້ານ ເຊັ່ນ: ບ້ານ ໜອງຄໍາ, ນາແລ, ບ້ານເປືອນ ແລະ ຫາດຮັບ; ປີ 2027 ໄດ້ກໍານົດເອົາ 2 ບ້ານ ເຊັ່ນ: ບ້ານຄອນຄໍາ ແລະ ສາຍນໍ້າທີບ; ປີ 2028 ໄດ້ກໍານົດ ເອົາ 3 ບ້ານ ເຊັ່ນ: ບ້ານລອງແຄນ, ສາງແຫນ ແລະ ຕາວັນ, ເຊິ່ງກິດຈະ ກໍາສ່ວນໃຫຍ່ໄດ້ເນັ້ນໃສ່ເພື່ອການ ຜະລິດເປັນອາຊີບ, ເປັນການສ້າງ ລາຍຮັບ ແລະ ກິດຈະກໍາທີ່ເໝາະ ກັບສະພາບຂອງແຕ່ລະບ້ານ ໃນ ນີ້, ສະເພາະການຈັດຕັ້ງປະຕິບັດ ໃນປີ 2025 ປະກອບມີ 3 ບ້ານ (ບ້ານວາດ, ວຽງໃໝ່ ແລະ ພູຄາ ໃໝ່) ທີ່ສົ່ງເສີມການລ້ຽງງົວ 66 ຄອບຄົວ, ສໍາເລັດການສະໜອງ ແນວພັນງົວໃຫ້ 23 ຄອບຄົວ (ຄອບ ຄົວລະ 2 ໂຕ) ສວນທີ່ເຫລືອແມ່ນ ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາ ເລັດພາຍໃນເດືອນກັນຍາ 2025, ສົ່ງເສີມການລ້ຽງແບ້ 62 ຄອບຄົວ ຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດ ພາຍໃນເດືອນຕຸລາ-ພະຈິກ 2025 ແລະ ສົ່ງເສີມການລ້ຽງໄກ່ 14 ຄອບຄົວສໍາເລັດ 100% ພ້ອມ ທັງຝຶກອົບຮົມດ້ານເຕັກນິກການ ລ້ຽງສັດປີກ, ການລ້ຽງງົວ, ການ ລ້ຽງແບ້ 2 ຄັ້ງ ແລະ ສໍາເລັດ 100%, ຈັດຕັ້ງກອງທຶນສັດຕະວະ ແພດປະຈໍາບ້ານ 3 ບ້ານ, 3 ກອງ ທຶນສໍາເລັດ 100%. ນອກນັ້ນ, ຍັງ ຈະສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາທີ່ ເປັນຂອງບ້ານເຊັ່ນ: ການຈັດສັນດິນ ຄັງລ້ຽງສັດຂອງບ້ານ, ການຈັດສັນ ດິນຊັບພະຍາກອນຂອງບ້ານ ຈັດ ທັດສະນະສຶກສາແລກປ່ຽນບົດຮຽນ ດ້ານການຜະລິດເປັນສິນຄ້າ ໃຫ້ແກ່ ປະຊາຊົນພາຍໃນບ້ານດັ່ງກ່າວ. ໃນໂອກາດນີ້, ທ່ານ ບຸນທອນ ສີສະຫັວນ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະຮັບຜິດຊອບ, ບໍລິສັດ ໃນການຟື້ນຟູຍົກຍ້າຍຈັດສັນພໍ່ເເມ່ ປະຊາຊົນທີ່ຖືກຜົນກະທົບໃນໄລຍະ ຜ່ານມາ ໃນເຂດໜ້າເຂື່ອນໄຟຟ້າ ນໍ້າທາ 1 ຈົນແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນດີຂຶ້ນໃນລະດັບໜຶ່ງ ພ້ອມທັງຮຽກຮ້ອງມາຍັງຄອບຄົວ ຜູ້ທີ່ໄດ້ຮັບແນວພັນສັດໃນຄັ້ງນີ້ ໃຫ້ ນໍາເອົາສັດລ້ຽງຂອງຕົນ, ເພື່ອລ້ຽງ ຫລື ຂະຫຍາຍພັນໃຫ້ແພ່ຂະຫຍາຍ ເປັນເສດຖະກິດໜຶ່ງ ທີ່ສ້າງລາຍຮັບ ສູ່ຄອບຄົວ ເພື່ອຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ຂ່າວ: ອຸດົມສຸກ ວັນສະໝອນ rP' 6 gfn vo g,n v'fkd9b 'gda []kpIa [wfh 9 8N d;j kdu [ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງ ປະຕິບັດຂອງຫ້ອງການ-ການເງິນ ເມືອງດາກຈຶງ ແຂວງເຊກອງ ໃນ ໄລຍະ 6 ເດືອນຕົ້ນປີ 2025 ຜ່ານ ມາ, ເຊິ່ງທາງຫ້ອງການ-ການເງິນ ເມືອງ ໄດ້ເປັນເຈົ້າການຊຸກຍູ້ບັນດາ ຂະແໜງການກ່ຽວຂ້ອງ ເຄື່ອນໄຫວ ປະຕິບັດແຜນການຈັດເກັບລາຍຮັບ ເຊິ່ງສາມາດເກັບລາຍຮັບໄດ້ 9,86 ຕື້ກວ່າກີບ ບໍ່ລວມແຂວງດຸນໃຫ້ ໃນ ນັ້ນ, ໄດ້ຈາກລວມຍອດສ່ວຍສາ ອາກອນ 6.521 ລ້ານກີບ, ລາຍ ຮັບຈາກຊັບສິນຂອງລັດ 3.343 ລ້ານກີບ. ນອກຈາກນັ້ນ, ຍັງມີລາຍ ຮັບຈາກແຂວງດຸນດ່ຽງໃຫ້ເມືອງ 7.791 ລ້ານກີບ ຄຽງຄູ່ກັນນີ້ ກໍໄດ້ ຈັດຕັ້ງປະຕິບັດຄຸ້ມຄອງລາຍຈ່າຍ ໄດ້ 17 ຕື້ກີບ ເທົ່າກັບ 35% ທຽບ ໃສ່ແຜນແບ່ງປັນ ຂອງແຂວງໃຫ້ ເມືອງ ໃນການໃຊ້ຈ່າຍງົບປະມານ ໝົດປີ ເກືອບ 41 ຕື້ກີບ. ທ່ານ ດາວສະໄໝ ເຢິງປັນຍາ ຮັກສາການຫົວໜ້າຫ້ອງການ ການ ເງິນ ເມືອງດາກຈຶງ ໃຫ້ສຳພາດ ຕໍ່ສື່ມວນຊົນແຂວງເຊກອງ ເມື່ອ ບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ, ຫ້ອງການ-ການເງິນ ເມືອງດາກ ຈຶງ ໄດ້ເອົາໃຈໃສ່ປະຕິບັດວຽກງານ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ສຳເລັດ ຕາມແຜນການທີ່ວາງໄວ້ ໂດຍ ສະເພາະ ການຈັດຕັ້ງປະຕິບັດການ ຈັດເກັບລາຍຮັບ ເຂົ້າງົບປະມານ ທີ່ແຂວງມອບໃຫ້ 18,86 ຕື້ກວ່າ ກີບ. ສຳລັບການຈັດຕັ້ງປະຕິບັດ ວຽກງານໃນໄລຍະ 6 ເດືອນທ້າຍ ປີ ໃນການເກັບລາຍຮັບ ແມ່ນຈະໃຫ້ ບັນລຸໄດ້ຕາມແຜນການ ກໍຄືຕົວເລກ ແບ່ງປັນໃນການເກັບລາຍຮັບເຂົ້າ ງົບປະມານ ລວມທັງການຄຸ້ມຄອງ ລາຍຈ່າຍ ພ້ອມທັງເອົາໃຈໃສ່ ນຳພາສະມາຊິກພັກ, ພະນັກງານລັດຖະກອນ ເປັນເຈົ້າການປະຕິບັດ ໜ້າທີ່ການເມືອງຂອງຕົນ ແລະ ລົງ ເຄື່ອນໄຫວຊຸກຍູ້ ພ້ອມປະເມີນຖານ ລາຍຮັບ ບັນດາຫົວໜ່ວຍທຸລະກິດ ຕ່າງໆ, ຂະແໜງການທີ່ມີລາຍຮັບ ໃນທົ່ວເມືອງ ເພື່ອມອບພັນທະເຂົ້າ ງົບປະມານ. ຫ້ອງການ-ການເງິນ ເມືອງ ດາກຈຶງ ມີພະນັກງານ-ລັດຖະກອນ 20 ທ່ານ ຍິງ 3 ທ່ານ, ມີ 2 ໜ່ວຍ ງານຄື: ໜ່ວຍງານງົບປະມານ, ບໍລິຫານຈັດຕັ້ງ ແລະ ສອງສາຍ ຕັ້ງຂຶ້ນກັບໜ່ວຍງານຄັງເງິນ ແລະ ໜ່ວຍງານສ່ວຍສາອາກອນ. ຂ່າວ: ອັດສະວິນ q

RkJQdWJsaXNoZXIy MTc3MTYxMQ==