7101

27/08/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ອົງຄະນະພັກ ກະຊວງເຕັກໂນ...ົັັ ອົງຄະນະພັກ...ົັ ເຜີຍແຜ່ຜົນສຳເລັດ...ີ່ົັ ສ້າງຄວາມເຂັ້ມແຂງ...້ັ້ ພັກ, ຄະນະເລຂາທິການສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ, ປະທານຄະນະຄຸ້ມຄອງ ອິນເຕີເນັດແຫ່ງຊາດ, ພ້ອມດ້ວຍ ສ ະ ມ າ ຊິກພັກ - ແຂກຖືກ ເ ຊີນ ເຂົ້າຮ່ວມ. ຂປລ. ກອງປະຊຸມໃຫຍ່ ຄັ້ງ ທີ VIII ຂອງອົງຄະນະພັກແຂວງ ບໍລິຄໍາໄຊ ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມໃນວັນທີ 26 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍສອນທະນູທຳມະວົງກໍາມະ ການສູນກາງພັກ, ເລຂາຄະນະພັກ ແຂວງ, ເຈົ້າແຂວງບໍລິຄຳໄຊ, ໃຫ້ ກຽດເຂົ້າຮ່ວມໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການ ກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະ ຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາແຂວງ ບໍລິຄໍາໄຊ, ມີບັນດາສະຫາຍຄະນະ ພັກ, ສະມາຊິກພັກ ແລະ ແຂກທີຖືກ ເຊີນທີ່ມາຈາກສູນກາງ ແລະ ຕາງ ໜ້າຄະນະບໍລິຫານງານພັກນະຄອນ ຫລວງ, ແຂວງວຽງຈັນ, ແຂວງໄຊ ສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ. ກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນຮັບຮອງເອົາ ບົດລາຍງານການເມືອງ, ແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງ ຄະນະພັກຊຸດເກົ່າ, ຕີລາຄາດ້ານ ດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະ ຫລອດໄລຍະ 5 ປີ ຜ່ານມາ; ພ້ອມ ທັງໄດ້ຮັບຟັງລາຍງານ ແລະ ການ ປະກອບຄໍາຄິດຄໍາເຫັນຈາກຜູ້ຕາງ ໜ້າຂອງຫລາຍຮາກຖານພັກ ເຊິ່ງ ແຕ່ລະຮາກຖານລ້ວນແຕ່ສະແດງ ເຖິງຄວາມເປັນເອກະພາບຕໍ່ລາຍ ງານການເມືອງ, ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ບົດສໍາ ຫລວດການນໍາພາລວມຂອງຄະນະ ພັກຊຸດເກົ່າ; ການລາຍງານ ແລະ ການປະກອບຄຳເຫັນສ່ວນໃຫຍ່ ໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ສະໄໝຜ່ານມາ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ ຈະຕ້ອງສືບຕໍ່ແກ້ໄຂອັນໄດ້ເຮັດໃຫ້ ກອງປະຊຸມມີເນື້ອໃນອຸດົມສົມບູນ ຂຶ້ນຕື່ມ ແລະ ມີຄວາມເປັນເອກະ ສັນຮັບຮອງເອົາທິດທາງແຜນພັດ ທະນາເສດຖະກິດ-ສັງຄົມ. ບັນດາ ສະຫາຍຄະນະພັກ, ອົງການປົກ ຄອງແຕ່ລະຂັ້ນ ແລະ ປະຊາຊົນບັນ ດາເຜົ່າໃນທົ່ວແຂວງທີ່ໄດ້ສຸມໃສ່ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງຕົນ ແລະ ໄດ້ ມີຜົນສໍາເລັດຫລາຍດ້ານຢ່າງສະ ຫງ່າງາມ, ອັນພົ້ນເດັ່ນແມ່ນສາມາດ ເຮັດໃຫ້ທົ່ວເເຂວງມີສະຖຽນລະ ພາບ, ມີຄວາມສະຫງົບຢ່າງໜັກ ແໜ້ນ, ເສດຖະກິດມີການຂະຫຍາຍ ຕົວ 5,1%, ລວມຍອດຜະລິດຕະພັນ ພາຍໃນ (GDP) ບັນລຸ 15.249 ຝຶກ ແລະ ສໍາມະນາກອນ ເຂົ້າຮ່ວມ. ການຝຶກອົບຮົມສ້າງຄວາມ ເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫລື ກິດຈະກໍາ B-Strong ໄດ້ຖືກພັດທະນາຂຶ້ນເພື່ອເສີມສ້າງ ທັກສະ ແລະ ຄວາມຮູ້ໃຫ້ແກ່ຈຸນລະ ວິສາຫະກິດ ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໃນ ສປປ ລາວ ໄດ້ຮຽນຮູ້ ແລະ ມີເຄື່ອງມືເພື່ອນໍາ ໃຊ້ໃນການພັດທະນາທຸລະກິດໄດ້ໃນ ຕົວຈິງ. ການຝຶກອົບຮົມດັ່ງກ່າວ, ໄດ້ເລີ່ມແຕ່ເດືອນພະຈິກ ປີ 2023 ຈົນຮອດເດືອນກໍລະກົດ ປີ 2025 ຈໍານວນ 2 ໄລຍະ ເຊິ່ງເປັນການຝຶກ ໃຫ້ຈຸນລະວິສາຫະກິດ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຈໍານວນ 164 ຫົວໜ່ວຍ, ຍິງ 89 ຫົວໜ່ວຍ ໃນຂອບເຂດທົ່ວປະເທດ ແລະ ຝຶກ ອົບຮົມໃຫ້ຄູຝຶກ TOT ຈໍານວນ 1 ຄັ້ງໃຫ້ແກ່ຕາງໜ້າຈາກສະຖາບັນ ແລະ ບໍລິສັດທີ່ປຶກສາທີ່ເປັນຄູ່ ຮ່ວມມືຂອງກົມສົ່ງເສີມຈຸນລະວິ ສາຫະກິດ ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ກໍຄື ສະມາຊິກ BDS ແລະ ຕາງໜ້າກົມສົ່ງເສີມຈຸນ ລະວິສາຫະກິດ ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໂດຍຜ່ານຫລັກ ຕັ້ງຢູ່ໂຮງຮຽນການເມືອງ-ການ ປົກຄອງ ນວ ເຊິ່ງນຳພາຄະນະໂດຍ ທ່ານ ວຽງວິໄລ ທ່ຽງຈັນໄຊ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 1 ນວ, ຮອງປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ມີຄະນະນຳ ໂຮງຮຽນ, ພະນັກງານທີ່ເຂົ້າຮຽນ ທິດສະດີການເມືອງ-ການປົກຄອງ, ພະນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ແລະ ພະແນກສຶກສາທິການ ແລະ ກິລາ ນວ ເຂົ້າຮ່ວມ. ທ່ານ ນາງ ເກດມະນີ ບັນດາສັກ ສສຊ ເຂດເລືອກຕັ້ງທີ 1 ນວ, ຄະນະ ປະຈຳສະພາປະຊາຊົນ, ປະທານ ຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າສະພາ ປະຊາຊົນ ນວ ໄດ້ກ່າວວ່າ: ຜົນສໍາ ເລັດການດໍາເນີນກອງປະຊຸມສະ ໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ຮັບຮອງເອົາບັນດາເນື້ອໃນທັງໝົດ 18 ຫົວຂໍ້ ແລະ ຮັບຮອງອອກເປັນ ມະຕິກອງປະຊຸມສະພາແຫ່ງຊາດ ໄດ້ທັງໝົດ 15 ສະບັບ ດ້ວຍຄະແນນ ສຽງເຫັນດີເປັນສ່ວນຫລາຍ ເຊິ່ງ ບັນດາເນື້ອໃນທີ່່ໄດ້ຮັບຮອງເອົາ ຢູ່ໃນກອງປະຊຸມຄັ້ງນີ້, ເປັນການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ IX ທ້າຍສະໄໝ ເຂົ້າສູ່ ວຽກງານຕົວຈິງ, ແມ່ນໝາກຜົນ ລວມຍອດສະຕິປັນຍາ, ການໃຊ້ ສິດປະຊາທິປະໄຕ, ຄວາມຮັບ ຜິດຊອບທາງການເມືອງຂອງບັນ ດາສະມາຊິກສະພາແຫ່ງຊາດ, ການ ຕັດສິນໃຈສູງຂອງລັດຖະບານ, ອົງ ການລັດທີ່ກ່ຽວຂ້ອງທີ່ມີຄວາມ ພະຍາຍາມ ແລະ ມີມາດຕະການຕົວ ຈິງໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ ຕົກໄປເທື່່ອລະກ້າວ ເພື່ອສ້າງຄວາມ ເຊື່່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາ ຂອງພັກ ແລະ ລັດເຮົາໃນພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດໃຫ້ມີຄວາມໜັກແໜ້ນ ຂຶ້ນເລື້ອຍໆ. ທ່ານ ນະຄະເສນ ສີຫາລາດ ສສນວ, ຄະນະປະຈຳສະພາປະຊາ ຊົນ, ເລຂາທິການສະພາປະຊາຊົນ ນວ ໄດ້ເຜີຍແຜ່ຜົນສຳເລັດຂອງ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນ ຕື້ກີບ, ສະເລ່ຍຕໍ່ຫົວຄົນ 1.923 ໂດລາສະຫະລັດ; ໂຄງປະກອບເສດ ຖະກິດຕາມຂະແໜງ: ກະສິກໍາ-ປ່າ ໄມ້ ຂະຫຍາຍຕົວ 5,2% ກວມ 35%, ອຸດສາຫະກໍາຂະຫຍາຍຕົວ 2,4% ກວມ 44% ແລະ ການ ບໍລິການຂະຫຍາຍຕົວ 9,9% ກວມ 21% ຂອງ GDP; ການລົງທຶນ ບັນລຸເຖິງ 10.899 ຕື້ກີບ ເທົ່າກັບ 145% ຂອງ GDP. ຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງທີ່ ອົງຄະນະພັກແຂວງຍາດມາໄດ້ໃນ 5 ປີຜ່ານມາ ແມ່ນຍ້ອນຄວາມຮັບ ຜິດຊອບຢ່າງຈິງຈັງຂອງຄະນະ ພັກ, ສະມາຊິກພັກ, ພະນັກງານ-ລັດ ຖະກອນ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ທຸ່ມ ເທເຫື່ອແຮງສະຕິປັນຍາປະກອບ ສ່ວນຈັດຕັ້ງປະຕິບັດດ້ວຍຄວາມ ເປັນເຈົ້າການຢ່າງຕັ້ງໜ້າ. ກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ບົນພື້ນຖານຫລັກການລວມ ສູນປະຊາທິປະໄຕ, ທັງຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍ ຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີຜູ້ສະໝັກຮັບ ເລືອກຕັ້ງທັງໝົດ 40 ສະຫາຍ, ຍິງ 5 ສະຫາຍ, ເລືອກໄດ້ 35 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງ ປະຖົມມະລືກຂອງຄະນະບໍລິຫານ ງານພັກ ແຂວງບໍລິຄຳໄຊ ສະໄໝ ທີVIII ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງຄະນະປະຈໍາພັກແຂວງ 11 ສະຫາຍ. ໃນນັ້ນ, ກອງປະຊຸມ ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ສອນທະນູ ທຳມະວົງ ເປັນ ເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳແຫວນ ປັນຍານຸວົງ ແລະ ສະຫາຍ ເລື່ອນວິໄລ ຈັນທະ ລາພັນ ເປັນຮອງເລຂາຄະນະບໍລິ ຫານງານພັກແຂວງ, ເລືອກເອົາ ສະຫາຍພັນໂທສົມສົດແສງອາພອນ ເປັນປະທານກວດກາພັກແຂວງ, ສະຫາຍ ຄໍາຕັນ ສີສົມຈິດ, ສະຫາຍ ສົມພຽນ ສອນພາ, ສະຫາຍ ຄໍາໃສ ຄໍາພູບານ, ສະຫາຍ ທະນູວັນ ວົງມະນີ ເປັນຮອງປະທານກວດ ກາ. ພ້ອມນີ້, ກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຜູ້ແທນສົມ ບູນຈຳນວນ 24 ສະຫາຍ ແລະ ສຳຮອງ 4 ສະຫາຍ ເພື່ອໄປຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ຕື່ມອີກ. ໂອກາດດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍໄດ້ມີຄໍາເຫັນ ໂອ້ລົມໂດຍສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ ຊຸດເກົ່າທີ່ໄດ້ນຳພາ-ຊີ້ນຳພະນັກ ງານ, ສະມາຊິກພັກ, ປະຊາຊົນບັນ ດາເຜົ່າໃນທົ່ວແຂວງເປັນເຈົ້າການ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫລາຍດ້ານ, ສປປ ລາວ ເຂົ້າຮ່ວມ...ົ້່ ຂປລ. ງານມະຫາກຳການແຂ່ງ ຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ສິງຫາ 2025 ທີ່ນະ ຄອນຫລວງມານີລາ, ປະເທດຟີລິບ ປິນ ໂດຍຈະດໍາເນີນເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 26-28 ສິງຫາ 2025 ເຊິ່ງການແຂ່ງຂັນຄັ້ງນີ້, ມີ ສາຂາວິຊາຊີບເຂົ້າແຂ່ງຂັນທັງໝົດ 32 ສາຂາ, ໃນ 6 ຂະແໜງການ ແລະ ມີປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ພິເສດແມ່ນປະເທດຕີມໍ ແລັດສະເຕ ໄດ້ເຂົ້າຮ່ວມເປັນຄັ້ງ ທຳອິດ. ຫລວງວຽງຈັນ ຊຸດທີ IV ວ່າ: ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງ ນະຄອນຫລວງວຽງຈັນ ໂດຍສະ ເພາະແມ່ນຮັບຮອງເອົາບົດລາຍ ງານຂອງອົງການປົກຄອງນະຄອນ ຫລວງວຽງຈັນ ກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະ ມານ 6 ເດືອນຕົ້ນປີ, ຕິດພັນກັບ ການປະເມີນໂດຍສັງຂອບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX(2021-2025); ການຈັດຕັ້ງ ປະຕິບັດ 8 ແຜນງານ, 20 ໂຄງ ການລະດັບຊາດ, ໂຄງການປິ່ນ ອ້ອມທີ່ກຳນົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນ ທ້າຍ ປີ 2025 ຂອງນະຄອນຫລວງ ວຽງຈັນ; ຮັບຮອງເອົາການສະເໜີ ປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດນໍ້າ ປະປານະຄອນຫລວງວຽງຈັນ; ຮັບຮອງເອົາການປັບປຸງກົງຈັກ ການຈັດຕັ້ງຂອງອົງການປົກຄອງ ນະຄອນຫລວງວຽງຈັນ; ຮັບຮອງ ເອົາຮ່າງຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນະຄອນຫລວງວຽງຈັນ; ຮັບຮອງ ເອົາບົດສະຫລຸບຜົນການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ I I; ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນຕ່າງໆຂອງ ນະຄອນຫລວງວຽງຈັນ ຈໍານວນ 4 ເນື້ອໃນ. ກອງປະຊຸມຍັງໄດ້ຮັບ ຟັງການຊີ້ແຈງບາງບັນຫາສໍາຄັນ ຈຳນວນໜຶ່ງທີ່ຜູ້ແທນຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມຈາກອົງການ ປົກຄອງນະຄອນຫລວງ, ອົງການ ກວດສອບແຫ່ງລັດ ປະຈຳພາກ ກາງ 1, ອົງການກວດກາ, ສານປະ ຊາຊົນ, ອົງການໄອຍະການປະຊາ ຊົນ ແລະ ພາກສ່ວນກ່ຽວຂ້ອງຢ່າງ ຈະແຈ້ງຊັດເຈນຂຶ້ນຕື່ມ. ຂ່າວ-ພາບ: ຢ່າຕົງ ສູດຂອງການຮຽນຮູ້ທີ່ໄດ້ມີການ ຄົ້ນຄວ້າອອກແບບລະອຽດ ແລະ ຫົວໜ່ວຍທຸລະກິດຕ້ອງໄດ້ມີສ່ວນ ຮ່ວມໃນແຕ່ລະກິດຈະກໍາຂອງ ການຝຶກອົບຮົມ. ຈຸດປະສົງຂອງ ງານດັ່ງກ່າວ, ແມ່ນເພື່ອສະຫລຸບ ການຝຶກອົບຮົມ B-St rong ຢ່າງເປັນທາງການ, ລວມທັງ ແລກປ່ຽນຜົນໄດ້ຮັບຖອດຖອນ ບົດຮຽນຈາກການຝຶກອົບຮົມທັງ 2 ໄລຍະ ເພື່ອພັດທະນາຈຸນລະ ວິສາຫະກິດ ວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ຜູ້ປະກອບ ກິດຈະການ ແລະ ສະຕາດອັບ ໃຫ້ມີຄວາມຍືນຍົງ, ເພີ່ມທະວີການ ສົ່ງເສີມການເຊື່ອມໂຍງ ແລະ ສ້າງ ເຄືອຂ່າຍລະຫວ່າງ ຈນກ ໜ່ວຍ ງານສົ່ງເສີມຈນກສະຖາບັນຕ່າງໆ ທັງພາກລັດ ແລະ ເອກະຊົນ, ລວມ ທັງຄູ່ຮ່ວມພັດທະນາ. ນອກຈາກ ນັ້ນ, ກໍຍັງມີພິທີມອບ-ຮັບປື້ມຄູ່ມືຝຶກ ອົບຮົມດັ່ງກ່າວເປັນພາສາລາວ ໃຫ້ ແກ່ກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອນໍາໃຊ້ໃນການຝຶກອົບ ຮົມສ້າງຄວາມເຂັ້ມແຂງໃຫ້ແກ່ ຈນກຜູ້ປະກອບກິດຈະການ ແລະ ສະຕາດອັບໃນອະນາຄົດ. ພາຍໃນ ງານມີການວາງສະແດງ ເພື່ອໂຄ ສະນາຜະລິດຕະພັນ ແລະ ການບໍລິ ການຂອງຫົວໜ່ວຍທຸລະກິດ, ພ້ອມ ຮັບຟັງການເສວະນາໃນຫົວຂໍ້: ສຽງ ຂອງ MSME ຜູ້ປະກອບກິດຈະ ການ ແລະ ສະຕາດອັບ ໃນການດໍາ ເນີນທຸລະກິດໃນປີ 2025. ຂ່າວ: ສົມຫວັງ ພ້ອມກັນນັ້ນ ສະຫາຍກໍຊີ້ນໍາຄະນະ ພັກຊຸດໃໝ່ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາ ທິດນໍາທີ່ເປັນເອກະພາບພາຍໃນ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ອົງຄະນະພັກ ແຂວງບໍລິຄໍາໄຊ ໃນ ຄັ້ງນີ້ໄປຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດໃຫ້ມີປະສິດທິຜົນ. ຂ່າວ-ພາບ: ອ່າຍຄໍາ ສໍາລັບ ສປປ ລາວ ນໍາພາຄະນະ ໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມ ດ້ວຍຄະນະຊ່ຽວຊານ ແລະ ນັກ ແຂ່ງຂັນສີມືແຮງງານທີມຊາດລາວ ເຂົ້າຮ່ວມແຂ່ງຂັນໃນ 5 ສາຂາອາ ຊີບຄື: ສາຂາຊ່າງຕິດຕັ້ງໄຟຟ້າ ອາຄານ, ຊ່າງໄມ້ເຄື່ອງເຮືອນ, ຊ່າງປຸງແຕ່ງອາຫານ, ຊ່າງເວບ ເຕັກໂນໂລຊີ ແລະ ຊ່າງອອກແບບ ກຣາບຟິກ. ກ່ອນການເຂົ້າຮ່ວມແຂ່ງຂັນສີມື ແຮງງານອາຊຽນໃນຄັ້ງນີ້, ຄະນະ ຮັບຜິດຊອບ, ຜູ້ຊ່ຽວຊານ, ຄູຝຶກກໍ ໄດ້ກະກຽມ ແລະ ເອົາໃຈໃສ່ຈັດຕັ້ງ ການຝຶກຊ້ອມນັກແຂ່ງຂັນທີມຊາດ ລາວຢ່າງເປັນປົກກະຕິ ເພື່ອໃຫ້ ເກີດຄວາມຊຳນິຊໍານານ ແລະ ມີ ຄວາມຄ່ອງຕົວສູງໃນປະຕິບັດໜ້າ ວຽກຕາມກະຕິກາການແຂ່ງຂັນ ແລະ ໃຫ້ສຳເລັດຕາມກຳນົດເວລາ ທີ່ວາງໄວ້. ຂໍ້ມູນ-ພາບ: ຂ່າວສານ ຮສສ ກອງປະຊຸມໄດ້ດໍາເນີນໂດຍພາຍ ໃຕ້ຄໍາຂວັນ “ຍົກສູງຄວາມຮັບ ຜິດຊອບຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກໍາ ລັງແຮງຂັບເຄື່ອນໃນການຫັນເປັນ ດີຈິຕອນ ຕາມທິດອຸດສາຫະກໍາ ແລະ ທັນສະໄໝ” ສະແດງໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວຂອງ ຂະແໜງເຕັກໂນໂລຊີ ແລະ ການສື່ ສານ ກໍຄື ຄວາມສໍາຄັນຂອງການ ນໍາໃຊ້ເພື່ອການພັດທະນາເສດຖະ ກິດ-ສັງຄົມ. ສະຫາຍ ບໍ່ວຽງຄໍາ ວົງດາລາ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ແມ່ນ ເຫດການການເມືອງທີ່ສໍາຄັນຂອງ ທົ່ວຂະແໜງເຕັກໂນໂລຊີ ແລະ ການ ສື່ສານທີ່ເຕີບໃຫຍ່ຂະຫຍາຍຕົວທາງ ດ້ານປະລິມານ ແລະ ຄຸນນະພາບ ຍ້ອນການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງ ພັກ, ການປະກອບສ່ວນຢ່າງຕັ້ງໜ້າ ແລະ ຍ້ອນຄວາມເອົາໃຈໃສ່ຂອງ ສະມາຊິກພັກ-ພະນັກງານພາຍໃນ ກະຊວງທີ່ໄດ້ປະກອບສ່ວນຢ່າງຕັ້ງ ໜ້າໃນທຸກຂົງເຂດວຽກງານຢ່າງ ເປັນຂະບວນຟົດຟື້ນ. ກອງປະຊຸມໄດ້ພ້ອມກັນສັງເກດ ຕີລາຄາຄວາມເປັນເຈົ້າການນໍາ ພາ-ຊີ້ນໍາຕໍ່ການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານຂະແໜງເຕັກ ໂນໂລຊີ ແລະ ການສື່ສານ ທີ່ກອງ ປະຊຸມຄັ້ງທີ XI ຂອງພັກກໍານົດຕິດ ພັນກັບການຕີລາຄາຜົນຂອງການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ການເມືອງ, ຄົ້ນຄວ້າວິໄຈບັນດາ ສາເຫດຂອງຜົນສໍາເລັດ ແລະ ຂໍ້ຄົງ ຄ້າງ, ພ້ອມກັບຖອດຖອນບົດຮຽນ ບົນພື້ນຖານການວິເຄາະໄຈ້ແຍກ ຈຸດພິເສດຕ່າງໆໃນຮ່າງລາຍງານ ການເມືອງ, ຮ່າງແຜນພັດທະນາ 5 ປີ ຄັ້ງທີ IV ຂອງຂະແໜງເຕັກໂນ ໂລຊີ ແລະ ການສື່ສານ ແລະ ຮ່າງ ບົດສຳຫລວດນຳພາລວມຂອງຄະ ນະບໍລິຫານງານພັກ ສະໄໝທີ II ເພື່ອເປັນພື້ນຖານພິຈາລະນາວາງ ທິດທາງວຽກງານໃນຊຸມປີຕໍ່ໜ້າ. ພ້ອມກັນນີ້, ບັນດາສະຫາຍຜູ້ແທນ ກອງປະຊຸມຈະໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນປ່ອນບັດ ຄັດເລືອກເອົາຄະນະບໍລິຫານງານ ອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III ຊຶ່ງ ສະແດງເຖິງຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວ, ຮັບປະກັນລັກສະນະ ສືບທອດປ່ຽນແທນ ແລະ ເຮັດໃຫ້ ຖັນແຖວສະມາຊິກພັກ-ພະນັກງານ ການນໍາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ນັບມື້ໜຸ່ມແໜ້ນ ເພື່ອສືບຕໍ່ນໍາພາ-ຊີ້ນໍາຂະແໜງ ເຕັກໂນໂລຊີ ແລະ ການສື່ສານໃນ ຕໍ່ໜ້າ. ກອງປະຊຸມໃຫຍ່ຄັ້ງນີ້, ຈະ ໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງ ຈະສໍາເລັດ. ຂ່າວ: ກຕສ

RkJQdWJsaXNoZXIy MTc3MTYxMQ==