xtgmf]k; 3 27/08/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ:ອັດສະວິນ ແຂວງເຊກອງັ ດິ ນ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ: ສົມບູນ ແກ້ວໄຊຍະຈັກົ ມູ ນ້ ວັ ກ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ zq oleg]a f 80 xu csj 'dkolh k'lk dkoxq dxh v' c]t dkora fmtokxtgmfs;Pfok, ການບັນລຸເອກະພາບຂອງປະເທດ ໃນດ້ານລັດ ໄດ້ສ້າງເງື່ອນໄຂ ພື້ນຖານ ທາງການເມືອງໃນການລະດົມ ແລະ ເສີມສ້າງພະລັງແຫ່ງຄວາມສາມັກຄີ ຂອງທົ່ວຊາດ, ເປີດທາງໃຫ້ແກ່ ພາລະກິດການສ້າງສາ ແລະ ການ ປົກປ້ອງປະເທດຊາດໃນຍຸກສະໄໝ ໃໝ່, ເນັ້ນໜັກສິດ ໃນການກຳນົດຊາ ຕາກຳ ຂອງປະຊາຊົນຫວຽດນາມ ຕາມເສັ້ນທາງແຫ່ງຄວາມໝັ້ນຄົງ ໃນເອກະລາດຂອງຊາດຄຽງຄູ່ກັບ ສັງຄົມນິຍົມ, ເພື່ອສ້າງປະເທດໃຫ້ ຮັ່ງມີ, ສີວິໄລ ແລະ ເຂັ້ມແຂງ. ການຮັບຮູ້ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງສູ່ສັງຄົມນິຍົມມີຄວາມ ຊັດເຈນຫລາຍຂຶ້ນ. ນັບຕັ້ງແຕ່ກໍ່ຕັ້ງໃນເດືອນກຸມພາ ປີ 1930, ພັກກອມມູນິດຫວຽດນາມ ໄດ້ຢືນຢັນເທິງເສັ້ນທາງສັງຄົມນິຍົມ. ແນວທາງການເມືອງສະບັບທຳອິດ ທີ່ໄດ້ຮັບການຮັບຮອງໃນກອງປະຊຸມ ກໍ່ຕັ້ງພັກ ໄດ້ກຳນົດເປົ້າໝາຍຍຸດທະ ສາດວ່າ: “ເຮັດໃຫ້ປະເທດຫວຽດນາມ ໄດ້ຮັບເອກະລາດຢ່າງສົມບູນ” ເພື່ອ “ມຸ່ງໄປສູ່ສັງຄົມກອມມູນິດ”. ຕໍ່ມາ, ໂຄງການການເມືອງ ເດືອນຕຸລາ ປີ 1930 ໄດ້ລະບຸຢ່າງຊັດເຈນວ່າ: ການ ປະຕິວັດໃນຫວຽດນາມຈະ “ຂ້າມໄລ ຍະທຶນນິຍົມ ແລະ ກ້າວເຂົ້າສູ່ເສັ້ນທາງ ສັງຄົມນິຍົມໂດຍກົງ”. ໄຊຊະນະຂອງ ການປະຕິວັດເດືອນສິງຫາ 1945 ພາຍໃຕ້ການນຳພາຂອງພັກ ແລະ ປະ ທານໂຮ່ຈີມິງ ໄດ້ລົບລ້າງແອກຫົວ ເມືອງຂຶ້ນ ແລະ ສັກດີນາ, ເປີດຍຸກສະ ໄໝແຫ່ງເອກະລາດຂອງຊາດທີ່ຄຽງ ຄູ່ກັບສັງຄົມນິຍົມ - ຍຸກສະໄໝທີ່ປະຊາ ຊົນເປັນເຈົ້າຂອງສັງຄົມ ແລະ ຊີວິດ ຂອງຕົນເອງ. ທີ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 2 (ກຸມພາ 1951), ໂຄງການການ ເມືອງຫວຽດນາມ ໄດ້ນຳສະເໜີເປັນ ຄັ້ງທຳອິດເຖິງເງື່ອນໄຂ ແລະ ແນວ ທາງໃນການກ້າວສູ່ສັງຄົມນິຍົມ. ພາຍ ຫລັງສອງທົດສະວັດແຫ່ງສົງຄາມ ປົດປ່ອຍ ແລະ ສົງຄາມປົກປ້ອງປະ ເທດຊາດ, ການຮັບຮູ້ດັ່ງກ່າວ ຍັງຄົງ ໄດ້ຮັບການຢືນຢັນ ແລະ ພັດທະນາ. ຈຸດປ່ຽນຂອງການປະຕິຮູບຮອບດ້ານ ທີ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ 6 (ທັນວາ 1986) ໄດ້ລິເລີ່ມຂຶ້ນ, ໄດ້ ຮັບການຫັນເປັນທິດສະດີໂດຍການ ປະຍຸກໃຊ້ຢ່າງສ້າງສັນລັດທິມາກເລນິນ ແລະ ແນວຄິດໂຮ່ຈີມິງ, ພ້ອມ ທັງການສະຫລຸບຈາກປະສົບການຕົວ ຈິງຂອງການປະຕິວັດໃນປະເທດ, ເຊິ່ງ ໄດ້ສ້າງຮາກຖານໃຫ້ແກ່ແນວຄິດໃໝ່ ກ່ຽວກັບໄລຍະເວລາການຫັນປ່ຽນສູ່ ສັງຄົມນິຍົມ. ແນວທາງການສ້າງປະເທດໃນ ໄລຍະຂ້າມຜ່ານສູ່ສັງຄົມນິຍົມ ໄດ້ຮັບ ການອະນຸມັດຈາກກອງປະຊຸມໃຫຍ່ ຄັ້ງທີ 7 (ມິຖຸນາ 1991) ແລະ ແນວ ທາງ ສະບັບເພີ່ມເຕີມ ແລະ ພັດທະນາ (2011) ທີ່ໄດ້ຮັບການຮັບຮອງຈາກ ກອງປະຊຸມໃຫຍ່ຄັ້ງທີ 11 ຖືເປັນ ຈຸດໝາຍສຳຄັນໃນການພັດທະນາ ທາງທິດສະດີ. ລັກສະນະ 8 ດ້ານຂອງ ສັງຄົມສັງຄົມນິຍົມ ທີ່ໄດ້ກຳນົດໄວ້ໃນ ແນວທາງ ສະບັບປີ 2011 ຊ່ວຍໃຫ້ ພັກມີຄວາມເຂົ້າໃຈເລິກເຊິ່ງຍິ່ງຂຶ້ນ ກ່ຽວກັບປະຊາທິປະໄຕສັງຄົມນິຍົມ, ສິດໃນການເປັນເຈົ້າຂອງຂອງປະຊາ ຊົນ; ກ່ຽວກັບເປົ້າໝາຍການພັດທະ ນາຢ່າງວ່ອງໄວ ແລະ ຍືນຍົງ, ໂດຍ ຢຶດຖືເອົາຄຸນນະພາບ, ປະສິດທິພາບ ແລະ ຄວາມສາມາດ ໃນການແຂ່ງຂັນ ຂອງເສດຖະກິດເປັນໃຈກາງ; ກ່ຽວ ກັບຊັບພະຍາກອນມະນຸດ ແລະ ວັດ ທະນະທຳ ເຊິ່ງເປັນຮາກຖານທາງຈິດ ໃຈ ແລະ ພະລັງພາຍໃນຂອງການພັດ ທະນາ; ກ່ຽວກັບພະລັງແຫ່ງຄວາມ ສາມັກຄີຂອງທົ່ວຊາດ ທີ່ເຊື່ອມໂຍງ ກັບການຂະຫຍາຍສາຍພົວພັນສາກົນ, ການປະສົມປະສານພະລັງຂອງຊາດ ແລະ ພະລັງຂອງຍຸກສະໄໝ. ນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ 7 ຈົນເຖິງຄັ້ງທີ 13, ແນວທາງການ ປະຕິຮູບ ໄດ້ຮັບການປັບປຸງຢ່າງຕໍ່ ເນື່ອງ ແລະ ຍຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິງ ໃນຖານະຮາກ ຖານທາງອຸດົມການ ແລະ ເຂັມທິດ ນຳພາການປະຕິບັດທຸກດ້ານ, ພ້ອມ ທັງເນັ້ນໜັກເຖິງຄວາມຈຳເປັນໃນ ການປະຕິຮູບຢ່າງຄົບຊຸດ, ຮອບດ້ານ ໃນທຸກດ້ານ ແລະ ຄົງໄວ້ເຊິ່ງທິດທາງ ສັງຄົມນິຍົມ. ຜົນງານຈາກການປະຕິຮູບເກືອບ 4 ທົດສະວັດທີ່ຜ່ານມາ, ໄດ້ພິສູດເຖິງ ຄວາມຖືກຕ້ອງ ແລະ ຄວາມສ້າງສັນ ຂອງເສັ້ນທາງສັງຄົມນິຍົມໃນ ຫວຽດ ນາມ. ເສດຖະກິດ ຍັງຄົງຮັກສາອັດ ຕາການເຕີບໂຕໃນລະດັບສູງຂຶ້ນຢ່າງ ຕໍ່ເນື່ອງ, ຊີວິດຄວາມເປັນຢູ່ຂອງປະ ຊາຊົນດີຂຶ້ນຢ່າງຊັດເຈນ, ສະຖານະ ແລະ ຊື່ສຽງຂອງປະເທດໃນເວທີສາ ກົນ ກໍໄດ້ຮັບການຍົກລະດັບຢ່າງບໍ່ ຢຸດຢັ້ງ. ໝາກຜົນເຫລົ່ານີ້ ຢືນຢັນວ່າ ເສັ້ນທາງສູ່ສັງຄົມນິຍົມສອດຄ່ອງ ພາວະເປັນຈິງຂອງຫວຽດນາມ ແລະ ທ່າອ່ຽງການພັດທະນາຂອງຍຸກສະ ໄໝ, ພ້ອມກັນນັ້ນ ຍັງສະແດງໃຫ້ ເຫັນເຖິງການພັດທະນາທາງທິດສະດີ ທີ່ຊັດເຈນຍິ່ງຂຶ້ນກ່ຽວກັບສັງຄົມນິຍົມ ແລະ ໄລຍະຂ້າມຜ່ານ ພາຍໃຕ້ການນຳ ພາຂອງພັກກອມມູນິດຫວຽດນາມ. ເສດຖະກິດຫລຸດພົ້ນຈາກພາວະ ຢຸດຈຶ້ງ, ວິກິດ ແລະ ຄວາມຫລ້າຫລັງ, ກາຍເປັນປະເທດກຳລັງພັດທະນາທີ່ມີ ລາຍໄດ້ປານກາງ. ໄລຍະປີ 1945-1954 ເປັນໄລ ຍະເລີ່ມຕົ້ນຂອງການສ້າງເສດຖະກິດ ໃໝ່ໃນຫວຽດນາມແລະໃນຂະນະດຽວ ກັນກໍເປັນໄລຍະເວລາທີ່ຫຍຸ້ງຍາກທີ່ ສຸດໃນປະຫວັດສາດການພັດທະນາ ຂອງປະເທດ. ພາຍຫລັງການຍາດເອົາ ອຳນາດການປົກຄອງ ປະເທດຕ້ອງ ເຂົ້າສູ່ສົງຄາມຕໍ່ຕ້ານຈັກກະພັດຝຣັ່ງ ອັນຍາວນານ, ພາລະກິດການສ້າງ ແລະ ການປັບປຸງເສດຖະກິດ ຈຶ່ງຖືກ ດຳເນີນໄປໃນສະພາບທີ່ເຕັມໄປດ້ວຍ ຄວາມຫຍຸ້ງຍາກ. ພາຍໃຕ້ການນຳພາ ຂອງພັກ, ຫວຽດນາມ ໄດ້ຄ່ອຍໆ ປ່ຽນແປງເສດຖະກິດທີ່ຍັງຄົງຕົກ ຄ້າງຈາກລະບອບຫົວເມືອງຂຶ້ນ ແລະ ສັກດີນາ ທີ່ຫລ້າຫລັງ ແລະ ເອື່ອຍອີງ, ກາຍເປັນເສດຖະກິດປະຊາທິປະໄຕ ແລະ ເປັນອິດສະລະ, ທີ່ຕອບສະໜອງ ໂດຍກົງ ຕໍ່ພາລະກິດການຕໍ່ສູ້ເພື່ອປົດ ປ່ອຍ ແລະ ສ້າງຊາດ. ໄລຍະປີ 1955 ເຖິງ 1975, ປະ ເທດຖືກແບ່ງອອກເປັນສອງພາກ, ໂດຍມີສອງຮູບແບບເສດຖະກິດ-ສັງ ຄົມທີ່ແຕກຕ່າງກັນ. ໃນພາກເໜືອ, ພັກ ແລະ ລັດ ຫວຽດນາມ ໄດ້ຊີ້ນຳການ ດຳເນີນພາລະກິດທາງເສດຖະກິດໃຫ້ ເໝາະສົມກັບແຕ່ລະໄລຍະ: ຈາກການ ຟື້ນຟູ ແລະ ປົວແປງຮໍາບາດແຜຂອງ ສົງຄາມ (1955-1957) ໄປຈົນເຖິງ ການປະຕິຮູບທີ່ດິນ ແລະ ການປັບປ່ຽນ ສາຍພົວພັນການຜະລິດຕາມແນວທາງ ສັງຄົມນິຍົມ (1958-1960) ແລ້ວ ຈຶ່ງປ່ຽນໄປສູ່ການພັດທະນາເສດຖະ ກິດ ຄຽງຄູ່ກັບການສ້າງແນວຫລັງຂະ ໜາດໃຫຍ່ ເພື່ອສະໜັບສະໜູນແນວ ໜ້າພາກໃຕ້ ພາຍໃຕ້ເງື່ອນໄຂສົງຄາມ ອັນໂຫດຮ້າຍ (1961-1975). ໄລຍະປີ 1976 ເຖິງ 1985, ຫລັງ ຈາກປະເທດໂຮມເປັນໜຶ່ງດຽວ, ທົ່ວ ປະເທດກ້າວສູ່ສັງຄົມນິຍົມ. ນີ້ແມ່ນ ໄລຍະເວລາທີ່ພາລະກິດການປັບປຸງ, ສ້າງສັນ ແລະ ພັດທະນາເສດຖະກິດ ຖືກກຳນົດໃຫ້ເປັນພາລະກິດສຳຄັນ ຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວ ກອງທັບ. ປະຊາຊົນທົ່ວປະເທດ ໄດ້ເລັ່ງ ດຳເນີນການຕາມແຜນພັດທະນາ 5 ປີ ຄັ້ງທີສອງ(1976-1980)ແລະແຜນ ພັດທະນາ 5 ປີຄັ້ງທີສາມ (19811985). ເຖິງວ່າ ຈະບັນລຸຜົນບາງ ດ້ານໃນເບື້ອງຕົ້ນ ໃນການຟື້ນຟູການ ຜະລິດ ແລະ ສ້າງຖານວັດຖຸ-ເຕັກນິກ, ແຕ່ໂດຍລວມແລ້ວ ເສດຖະກິດຍັງຄົງ ອ່ອນແອ. ຂໍ້ຈຳກັດຂອງກົນໄກການ ບໍລິຫານແບບລວມສູນ ແລະ ການເກື້ອ ກູນທີ່ຍືດເຍື້ອມາແຕ່ດົນນານ ປະກອບ ກັບຄວາມຫຍຸ້ງຍາກຈາກພາຍນອກ, ໄດ້ເຮັດໃຫ້ເສດຖະກິດຕົກຢູ່ໃນສະພາ ວະຢຸດຈຶ້ງ, ບໍ່ສົມດຸນ ແລະ ມີຮອດສັນ ຍານຂອງວິກິດການຮ້າຍແຮງ. ໄລຍະປີ 1986 ເປັນຕົ້ນມາ (ໄລ ຍະການປະຕິຮູບ), ຕໍ່ໜ້າຄວາມຈຳ ເປັນອັນຮີບດ່ວນຂອງພາວະເປັນຈິງ, ນັບຕັ້ງແຕ່ປີ 1986, ພັກກອມມູນິດໄດ້ ລິເລີ່ມແລະຊີ້ນຳຂະບວນການປະຕິຮູບ ປະເທດຢ່າງຮອບດ້ານ, ໂດຍເລີ່ມ ຈາກການປະຕິຮູບວິທີຄິດທາງເສດ ຖະກິດ. ດ້ວຍການຄ່ອຍໆຍົກເລີກກົນ ໄກການເກື້ອກູນ, ພັດທະນາເສດຖະ ກິດຫລາຍພາກສ່ວນ ແລະ ດຳເນີນກົນ ໄກຕະຫລາດພາຍໃຕ້ການບໍລິຫານ ຈັດການຂອງລັດ ຕາມແນວທາງສັງ ຄົມນິຍົມ, ເສດຖະກິດ ຂອງຫວຽດ ນາມ ໄດ້ມີການປ່ຽນແປງໃນທາງ ບວກ. ພາຍໃນປີ 1995, ບັນດາຕົວ ຊີ້ວັດຫລັກຂອງແຜນພັດທະນາ 5 ປີ (1991-1995) ລ້ວນສຳເລັດ ແລະ ເກີນເປົ້າໝາຍ, ເຮັດໃຫ້ປະເທດຫລຸດ ພົ້ນຈາກວິກິດເສດຖະກິດ-ສັງຄົມ ແລະ ສ້າງແຮງຍູ້ໜູນເຂົ້າສູ່ໄລຍະການພັດ ທະນາໃໝ່ ທີ່ມຸ່ງສູ່ການຫັນເປັນອຸດ ສາຫະກຳ ແລະ ຄວາມທັນສະໄໝ. ຂປລ. ຕາມການໃຫ້ສຳພາດຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງ ຫົວໜ້າຄະນະດ່ານສາກົນດາກຕະ ອອກ ໃຫ້ຮູ້ວ່າ: ໃນປີ 2025 ດ່ານສາ ກົນດາກຕະອອກ ໄດ້ເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງ ລັດ, ມະຕິຄຳສັ່ງ, ນິຕິກຳຕ່າງໆຂອງ 6 gfn vo8Q oxu fj kolkdq ofkd8tvvd gda []kpIa [wfh 61 8N d;j kdu [ ຂັ້ນເທິງ ໃຫ້ແກ່ຖັນແຖວສະມາຊິກພັກພະນັກງານ ເປັນປະຈຳ, ເອົາໃຈໃສ່ ຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງ ແລະ ວິຊາສະເພາະຢ່າງຕັ້ງໜ້າ ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບມີ ຜົນສຳເລັດເປັນຢ່າງສູງ ຊຶ່ງດ່ານສາ ກົນດາກຕະອອກໄດ້ຮັບຕົວເລກຈັດ ເກັບລາຍຮັບທັງໝົດ 95 ຕື້ກີບ ເຊິ່ງ ຜ່ານການຈັດເກັບລາຍຮັບເຂົ້າງົບ ປະມານໃນ 6 ເດືອນຕົ້ນປີ, ສາມາດ ປະຕິບັດໄດ້ທັງໝົດ 61 ຕື້ 627 ລ້ານ 5 ແສນກວ່າກີບ, ທຽບໃສ່ແຜນປີ ປະຕິບັດໄດ້ 64,87% ເຊິ່ງລາຍຮັບ ຕົ້ນຕໍໄດ້ຈາກການເກັບຄ່າທຳນຽມ ພາຫະນະຂົນສົ່ງແຮ່ທາດ ແລະ ສິນຄ້າ ອື່ນໆ; ໃນນີ້ ມີພາຫະນະເຂົ້າ 32.406 ເທື່ອຄັນ, ພາຫະນະອອກ 33.540 ເທື່ອຄັນ, ຄົນເຂົ້າເມືອງ 35.458 ເທື່ອຄົນ, ຍິງ 1.708 ເທື່ອຄົນ, ຄົນ ອອກເມືອງ 33.584 ເທື່ອຄົນ, ຍິງ 1.733 ເທື່ອຄົນ, ວຽກງານກັກກັນ ສັດ ໄດ້ນຳສັດປະເພດໝູ ເຂົ້າຈາກ ສສ ຫວຽດນາມ ຈຳນວນ 8 ໂຕ, ແນວ ພັນງົວ 10 ໂຕ, ວຽກງານກັກກັນພືດ ສາມາດສົ່ງອອກໄມ້ເຄິ່ງສຳເລັດຮູບ ແລະ ໄມ້ຕີຕັບ ຈຳນວນ 3.957.552 ແມັດກ້ອນ, ສົ່ງອອກແປ້ງມັນຕົ້ນ 380 ໂຕນ, ຖ່ານຂາວ 40 ໂຕນ, ໝາກຈອງ 42 ໂຕນ. ທ່ານ ແສງເພັດ ວາດສະຫງ່າ ໃຫ້ ຮູ້ຕື່ມວ່າ: ສາເຫດພາໃຫ້ການເກັບລາຍ ຮັບເຂົ້າງົບປະມານໄດ້ລື່ນແຜນການ ໃນ 6 ເດືອນຕົ້ນປີ, ຍ້ອນມີການປະ ສານສົມທົບກັບບັນດາຂະແໜງການ ພາຍໃນຢ່າງກົມກຽວ, ມີລະບຽບ ກົດໝາຍເປັນເຄື່ອງມືໃນການຈັດຕັ້ງ ປະຕິບັດວຽກງານ, ເຄື່ອງມືທີ່ທັນ ສະໄໝປະກອບເຂົ້າໃນການຄຸ້ມຄອງ ບໍລິການ, ມີຄວາມສະດວກວ່ອງໄວ ແລະ ທັນເວລາ; ພ້ອມນີ້ຄະນະນໍາຂອງ ດ່ານ, ຕະຫລອດຮອດພະນັກງານລັດຖະກອນກໍມີຄວາມຫ້າວຫັນ ແລະ ເປັນເຈົ້າການໃນການປະຕິບັດໜ້າທີ່ ຂອງຕົນຢ່າງມີຄວາມຮັບຜິດຊອບ ສູງ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອ ໝັ້ນຕໍ່ການນຳພາຂອງພັກໂດຍຕະ ຫລອດມາ. ດ່ານສາກົນດາກຕະອອກຕັ້ງຢູ່ ບ້ານຕາອອກນ້ອຍ ເມືອງດາກຈຶງ ແຂວເຊກອງ ຫ່າງຈາກຕົວເມືອງປະ ມານ 21 ກິໂລແມັດ ມີຊາຍແດນຕິດ ຈອດກັບດ່ານສາກົນນາມຢາງ ແຂວງ ກວາງນາມ ສສ ຫວຽດນາມ ເປັນ ກົງຈັກລັດຂະແໜງການໜຶ່ງ ທີ່ຄະນະ ປະຈຳພັກແຂວງຮັບຮອງຂຶ້ນກັບອຳ ນາດປົກຄອງແຂວງ ປະກອບມີກົງຈັກ ຊ່ວຍວຽກ 4 ຂະແໜງ ຄື ຫ້ອງ ການ ບໍລິຫານດ່ານ, ຂະແໜງພາສີ, ຂະແໜງ ຕຳຫລວດກວດຄົນເຂົ້າ-ອອກເມືອງ ແລະ ຂະແໜງກັກກັນພືດ, ສັດ ແລະ ກວດກາປ່າໄມ້ ມີພະນັກງານປະຈຳ ການທັງໝົດ 63 ທ່ານ , ຍິງ 9 ທ່ານ ມີສະມາຊິກພັກທັງໝົດ 48 ສະຫາຍ, ຍິງ 5 ສະຫາຍ.
RkJQdWJsaXNoZXIy MTc3MTYxMQ==