lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 27/08/2025 xtgmf]k; ສຳເລັດກອງປະຊຸມໃຫຍ່...ັຸ່ ຄະນະບໍລິຫານງານພັກ...ໍິັ ຜົນກອງປະຊຸມສະໄໝສາມັນ...ົຸັ cdh 7ezy f *ໜັງສືພິມປະເທດລາວ ອອກສະບັບວັນຈັນ ທີ 25/8/2025, ໜ້າ 1 ໃນຫົວຂໍ້: “ນາຍົກລັດຖະມົນຕີ ເຂົ້າຮ່ວມໃສ່ບາດ ແລະ ເປີດການ ແຂ່ງຂັນຊ່ວງເຮືອທີ່ນະຄອນຫລວງວຽງຈັນ” ແມ່ນຜິດ; ຖືກແທ້ແມ່ນ “ນາຍົກລັດຖະມົນຕີ ເຂົ້າຮ່ວມໃສ່ບາດ ແລະ ເປີດການແຂ່ງຂັນຊ່ວງ ເຮືອທີ່ນະຄອນຫລວງພະບາງ”. ຂໍອະໄພຕໍ່ຄວາມຜິດພາດໃນຄັ້ງນີ້ດ້ວຍ ບກ ວະຊົນຕົວແບບ, ພ້ອມດ້ວຍ ຜູ້ແທນ ສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ມີຄຳເຫັນກ່າວ ປິດກອງປະຊຸມວ່າ: ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາ ຄິດຄໍາເຫັນ ແລະ ຮັບຮອງເອົາບົດ ລາຍງານການເມືອງ ເຊິ່ງເນື້ອໃນ ລາຍງານການເມືອງໄດ້ຕີລາຄາ ສູງເຖິງຜົນງານ ແລະ ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະ ເທດ ຄັ້ງທີ VIII ເຊິ່ງໄດ້ຕີລາຄາໃຫ້ ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນ ໄດ້ຕະຫລອດການເຄື່ອນໄຫວວຽກ ງານຜ່ານມາ. ພ້ອມກັນນັ້ນ, ກອງ ປະຊຸມໄດ້ເປັນເອກະພາບສູງ ແລະ ຮັບຮອງເອົາບັນດາຄາດໝາຍສູ້ ຊົນ ແລະ ວຽກງານຈຸດສຸມໃນຕໍ່ ໜ້າ, ພ້ອມທັງໄດ້ຄົ້ນຄວ້າ ແລະ ຮັບຮອງເອົາແຜນພັດທະນາຊາວ ໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030) ທີ່ໄດ້ຕີລາຄາ ຢ່າງຮອບດ້ານເຖິງບັນດາຜົນງານ ທີ່ຊາວໜຸ່ມ, ເຍົາວະຊົນສາມາດຈັດ ຕັ້ງປະຕິບັດໄດ້ຫລາຍວຽກງານທີ່ ພົ້ນເດັ່ນໃນຕະຫລອດໄລຍະ 5 ປີ ຜ່ານມາ ແລະ ພ້ອມກັນຄົ້ນຄວ້າ, ຮັບຮອງເອົາບົດສໍາຫລວດການນໍາ ພາຂອງຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ຊຸດທີ VIII ທີ່ໄດ້ຕີລາຄາຮອບ ດ້ານ, ເຫັນໄດ້ຜົນສໍາເລັດໃນການ ນໍາພາວຽກງານເເຕ່ລະດ້ານລວມ ທັງບັນດາຂໍ້ຄົງຄ້າງ, ສາເຫດ, ມາດຕະການ ແລະ ວິທີເເກ້ໄຂໃນຕໍ່ ໜ້າ. ພ້ອມນີ້, ຍັງໄດ້ຄົ້ນຄວ້າ, ປະ ກອບຄໍາຄິດຄໍາເຫັນ ແລະ ຮັບຮອງ ເອົາກົດລະບຽບຄະນະຊາວໜຸ່ມປະ ຊາຊົນປະຕິວັດລາວ ແລະ ກົດລະ ບຽບການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX. ກອງປະຊຸມຍັງໄດ້ ຮັບຟັງການປະກອບຄໍາເຫັນຈາກ ຜູ້ຕາງໜ້າອົງການແນວລາວສ້າງ ຊາດ, ຜູ້ແທນສົມບູນຈາກກະຊວງ, ແຂວງ, ສະມາຄົມນັກທຸລະກິດໜຸ່ມ ແລະ ຊາວໜຸ່ມຕົວແບບທີ່ໄດ້ຕີລາຄາ ແລະ ຢັ້ງຢືນເຖິງຜົນສໍາເລັດຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ແຕ່ລະຂັ້ນໃນການເຄື່ອນໄຫວ ວຽກງານຊາວໜຸ່ມ, ເຍົາວະຊົນໃນ ໜຶ່ງສະໄໝຜ່ານມາ, ພ້ອມທັງຈະ ສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ, ອຳນວຍຄວາມສະດວກໃນການຈັດ ຕັ້ງປະຕິບັດວຽກງານຊາວໜຸ່ມ, ເຍົາ ວະຊົນໃນຊຸມປີຕໍ່ໜ້າໃຫ້ສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນີ້, ຜູ້ແທນກອງປະຊຸມຍັງ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນ ບັດເລືອກເອົາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ສະໄໝທີ IX ບົນພື້ນຖານ ຫລັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດ ຖານ, ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີ ຜູ້ລົງສະໝັກເລືອກຕັ້ງທັງໝົດ 67 ສະຫາຍ, ຍິງ 17 ສະຫາຍ, ເລືອກ ເອົາ 63 ສະຫາຍ, ຍິງ 17 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ສຸລິຍາ ແກ້ວພິລາວົງ, ສະຫາຍ ນາງ ມີນາ ສີວິໄລ ແລະ ການພັກແຂວງ, ບັນດາສະຫາຍຜູ້ ຕາງໜ້າຈາກຄະນະຈັດຕັ້ງສູນກາງ ພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍເລຂາ ພັກແຂວງໄຊສົມບູນ ໄດ້ລາຍງານ ໃຫ້ຊາບວ່າ: ກອງປະຊຸມດຳເນີນ ຊີວິດການເມືອງພາຍໃນຄະນະບໍ ລິຫານງານພັກແຂວງໄຊສົມບູນ ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນ ສິງຫາ 2025 ໄດ້ໄຂຂຶ້ນໃນຕອນ ເຊົ້າວັນທີ 25 ແລະ ອັດລົງໃນ ຕອນເຊົ້າວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງ ນາຍົກລັດຖະມົນຕີ, ສະມາຊິກລັດ ຖະບານ, ຜູ້ຕາງໜ້າກະຊວງ-ອົງ ການເຂົ້າຮ່ວມແບບເຊິ່ງໜ້າ; ການ ນໍາຂອງບັນດາແຂວງ ແລະ ນະ ຄອນຫລວງວຽງຈັນ ເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງ ແຜນວຽກຈຸດສຸມ ປະຈຳເດືອນ ກັນຍາ 2025. ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລືປະກອບຄຳເຫັນ ສະຫາຍ ນາງ ປານີ ກິນດາວົງ ເປັນ ຮອງເລຂາຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນປະຕິວັດ ລາວ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ສຸລິຍາ ແກ້ວພິລາວົງ ເປັນ ປະທານກວດກາ, ສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ ເປັນ ຮອງປະທານກວດກາ, ເລືອກເອົາ ສະຫາຍ ນາງ ແສງອ່ອນ ປວງມະນີ, ສະຫາຍ ພັນໂທ ບຸນທັນ ຟອງປະດິດ ແລະ ສະຫາຍ ອຸດົມລິດ ຈັນທະຈັກ ເປັນກຳມະການກວດກາ. ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ ລົມໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ ຜົນສຳເລັດຂອງກອງປະຊຸມໃນຄັ້ງ ນີ້, ພ້ອມທັງເນັ້ນໃຫ້ຄະນະບໍລິຫານ ງານສູນກາງຊາວໜຸ່ມຊຸດໃໝ່ ຮີບ ຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງນີ້ ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະ ອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານຊາວໜຸ່ມ ແຕ່ລະຂັ້ນ, ສະມາຊິກຊາວໜຸ່ມ, ເຍົາວະຊົນໃຫ້ທົ່ວເຖິງເພື່ອສ້າງ ຄວາມຮັບຮູ້-ເຂົ້າໃຈ ແລະ ເປັນ ເອກະພາບຕໍ່ເນື້ອໃນ, ຄາດໝາຍ ສູ້ຊົນໃນຕໍ່ໜ້າ ເພື່ອສ້າງທັດສະນະ ແລະ ຄວາມຮັບຜິດຊອບໃນການນໍາ ພາຍູ້ຂະບວນການຕົວຈິງໃຫ້ມີການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານຊາວ ໜຸ່ມ-ເຍົາວະຊົນລາວ; ໃຫ້ຮີບຮ້ອນ ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານສູນ ກາງຊາວໜຸ່ມ ກໍຄື ຄະນະນໍາຂອງ ສູນກາງຊາວໜຸ່ມໃຫ້ລະອຽດ, ຈະ ແຈ້ງເພື່ອນໍາພາ-ຊີ້ນໍາວຽກງານ ຊາວໜຸ່ມ, ເຍົາວະຊົນ ກໍຄື ການປະຕິ ບັດມະຕິກອງປະຊຸມເທື່ອນີ້ ເຂົ້າສູ່ ຂະບວນການຕົວຈິງໂດຍໄວ, ພ້ອມ ທັງໃຫ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫລໍ່ຫລອມຕົນເອງດ້ານຄຸນ ທາດການເມືອງ, ຄຸນສົມບັດສິນທໍາ ປະຕິວັດ, ຄວາມເປັນແບບຢ່າງນໍາ ໜ້າດ້ານຕ່າງໆ; ມີຄວາມສາມັກຄີ ຮັກແພງຈິງໃຈຊ່ວຍເຫລືອກໍ່ສ້າງ ເຊິ່ງກັນ ແລະ ກັນ ໃຫ້ມີຄວາມເຂັ້ມ ແຂງ, ດໍາລົງຊີວິດປອດໃສ, ປະຢັດ, ຕ້ານການຟຸມເຟືອຍ, ບໍ່ສ້າງຄວາມ ເສຍຫາຍມາສູ່ວຽກງານຊາວໜຸ່ມເຍົາວະຊົນ, ກະທົບເຖິງບົດບາດ ແລະ ຄວາມເຊື່ອໝັ້ນຕໍ່ຕົນເອງ ແລະ ການຈັດຕັ້ງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາ ຄັນຄື: ວາລະທີ 1: ການສະຫລຸບ ວຽກງານພົ້ນເດັ່ນປະຈໍາເດືອນ ສິງຫາ ແລະ ທິດທາງແຜນການ ປະຈໍາເດືອນກັນຍາ 2025 ຂອງ ລັດຖະບານ; ລາຍງານສະພາບສາ ກົນ ແລະ ພາກພື້ນທີ່ພົ້ນເດັ່ນ, ທ່າ ອ່ຽງຂະຫຍາຍຂອງສະພາບການ, ທິດທາງຮັບມື ແລະ ວຽກງານຈຸດ ສຸມຂົງເຂດຕ່າງປະເທດ ໃນເດືອນ ກັນຍາ 2025; ລາຍງານການ ກະກຽມເປີດສົກຮຽນໃໝ່ 20252026, ລວມທັງລາຍງານຜົນສໍາ ເລັດການຈັດກອງປະຊຸມຜູ້ບໍລິຫານ ການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2025, ການປ່ຽນຊື່ ເອີ້ນຕໍາແໜ່ງຜູ້ບໍລິຫານຂອງມະຫາ ວິທະຍາໄລ ແລະ ໂລໂກ້ຂອງກະ ຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕ້າຄູອາສາ ສະໝັກເຂົ້າບັນຈຸເປັນລັດຖະກອນ ປ້ອງກັນຊາດ, ການກະກຽມງານ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນ ພິການແຫ່ງຊາດ ຄັ້ງທີ IV. ໃນ ນັ້ນ, ຕໍ່ການສະຫລຸບວຽກງານພົ້ນ ເດັ່ນປະຈໍາເດືອນສິງຫາ 2025 ກອງປະຊຸມໄດ້ຕີລາຄາເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບ ພາຍໃນປະເທດຖືກຜົນກະທົບຈາກ ໄພພິບັດທຳມະຊາດພາໃຫ້ມີຜົນ ເສຍຫາຍທັງຊີວິດ ແລະ ຊັບສິນຢູ່ ບາງທ້ອງຖິ່ນ, ແຕ່ລັດຖະບານໄດ້ ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກ ຈຸດສຸມ ແລະ ມາດຕະການທີ່ກຳນົດ ໄວ້ມີຜົນສໍາເລັດຫລາຍດ້ານເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ; ການແກ້ໄຂບັນຫາຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນສາມາດຄວບຄຸມອັດຕາ ເງິນເຟີ້ຫລຸດລົງເປັນກ້າວໆຢູ່ໃນ ລະດັບ 5%, ຄັງສໍາຮອງເງິນຕາ ຕ່າງປະເທດສາມາດກຸ້ມການນໍາ ເຂົ້າ 4,94 ເດືອນ, ສາມາດຊໍາລະໜີ້ ສິນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຕາມແຜນ, ການເກັບລາຍຮັບ ເຂົ້າງົບປະມານໄດ້ເກືອບ 47 ພັນຕື້ ກີບເທົ່າກັບ 69% ຂອງແຜນການ; ການປູກເຂົ້ານາປີໄດ້ 740.000 ກວ່າເຮັກຕາ ເທົ່າກັບ 97% ຂອງ ແຜນການ, ການຜະລິດພືດສະບຽງ ອາຫານໃນລະດູຝົນ ໄດ້ 107.000 ກວ່າເຮັກຕາ ເທົ່າກັບ 70% ຂອງ ແຜນການ, ການຜະລິດຊີ້ນ-ໄຂ່-ປາ ໄດ້ເກືອບ 386.000 ໂຕນ ເທົ່າກັບ 67% ຂອງແຜນການ, ການປູກ ພືດ-ຜັກເປັນສິນຄ້າໄດ້ 478.000 ກວ່າເຮັກຕາ ເທົ່າກັບ 68% ຂອງ ແຜນການ, ສາມາດສົ່ງອອກພືດຜັກເປັນສິນຄ້າໄດ້ເກືອບ 325.000 ໂຕນ ມີມູນຄ່າ 88 ລ້ານກວ່າໂດລາ ສະຫະລັດ, ການລ້ຽງສັດກໍມີການ ຂະຫຍາຍຕົວເພີ່ມຂຶ້ນ ໂດຍສາມາດ ສົ່ງອອກສັດ ແລະ ຜະລິດຕະພັນສັດ ມູນຄ່າ 1,16 ລ້ານໂດລາສະຫະລັດ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລືກ່ຽວກັບວິທີການ ແລະ ມາດຕະການໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນ ຂອບເຂດທົ່ວປະເທດ ໃຫ້ມີຄວາມ ຄືບໜ້າໄວຂຶ້ນ ໂດຍສະເພາະເສັ້ນ ທາງ-ຂົວ-ຊົນລະປະທານ ທີ່ໄດ້ ຮັບຜົນເສຍຫາຍຈາກໄພພິບັດທຳ ມະຊາດ ແລະ ໂຄງການທີ່ເປັນບຸ ລິມະສິດຂອງລັດຖະບານ; ໄດ້ສຸມ ໃສ່ປັບປຸງພື້ນຖານ ໂຄງລ່າງ ແລະ ສະພາບແວດລ້ອມການທ່ອງທ່ຽວ ໃຫ້ມີຄວາມສະດວກ ແລະ ປະທັບ ໃຈໃຫ້ແກ່ນັກທ່ອງທ່ຽວ ໂດຍສາ ມາດດຶງດູດນັກທ່ອງທ່ຽວຕ່າງປະ ເທດໄດ້ 2,35 ລ້ານກວ່າເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາ ເພີ່ມຂຶ້ນ 12%, ມີນັກທ່ອງທ່ຽວ ພາຍໃນ 2,46 ລ້ານກວ່າເທື່ອ ຄົນ, ທຽບໃສ່ໄລະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 46%; ໄດ້ສືບຕໍ່ ປະຕິບັດນະໂຍບາຍແກ້ໄຂບັນຫາ ຂາດເຂີນຄູ ແລະ ເງິນອຸດໜູນໃຫ້ ຄູອາສາສະໝັກ; ໄດ້ເອົາໃຈໃສ່ ການເຄື່ອນວຽກງານຕ່າງປະເທດ ຢ່າງມີພິບໄຫວ ໂດຍສຳເລັດການ ກະກຽມອຳນວຍຄວາມສະດວກໃຫ້ ແກ່ການເດີນທາງໄປເຄື່ອນໄຫວຢູ່ ສ ຣັດເຊຍ ຂອງການນໍາຂັ້ນສູງ, ໄດ້ ຕ້ອນຮັບການມາຢ້ຽມຢາມລັດຖະ ກິດ-ຢ້ຽມຢາມທາງການຂອງຜູ້ນໍາ ປະເທດເພື່ອນມິດ, ອົງການຈັດຕັ້ງ ສາກົນຢູ່ ສປປ ລາວ ລ້ວນແຕ່ມີຜົນ ສຳເລັດຢ່າງຈົບງາມ. ສຳລັບທິດທາງແຜນວຽກຈຸດ ສຸມປະຈຳເດືອນກັນຍາ 2025 ກອງ ປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງເອົາ ໃຈໃສ່ບັນດາວຽກງານສໍາຄັນດັ່ງ ນີ້: ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານ, ສຸມ ໃສ່ລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ, ແກ້ໄຂຄວາມ ຫຍຸ້ງຍາກຂອງປະຊາຊົນຕິດພັນ ວຽກງານ 3 ສ້າງ ໃຫ້ແຂງແຮງ ກວ່າເກົ່າ; ແກ້ໄຂປາກົດການຫຍໍ້ ທໍ້ຕ່າງໆທາງສັງຄົມໃຫ້ຫລຸດໜ້ອຍ ຖອຍລົງ, ເອົາໃຈໃສ່ຕິດຕາມສະ ພາບການເຂົ້າ-ອອກເມືອງຜ່ານບັນ ດາດ່ານ, ສະກັດກັ້ນ ແລະ ແກ້ໄຂ ບັນຫາຕ່າງໆຢູ່ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍ, ສືບຕໍ່ສ້າງແຜນປ້ອງກັນ ຮັກສາຄວາມສະຫງົບ ແລະ ປອດ ໄພໃຫ້ແກ່ການຈັດງານສໍາຄັນ ຕ່າງໆ; ສຸມໃສ່ກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ອົງຄະນະ ພັກກະຊວງ-ອົງການຂັ້ນສູນກາງ ແລະ ອົງຄະນະພັກແຂວງໃຫ້ສຳ ເລັດຕາມຄາດໝາຍດ້ານເວລາກຳ ນົດໄວ້. ພ້ອມກັນນັ້ນ, ກໍສືບຕໍ່ປັບ ປຸງຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາ ກະຊວງ-ອົງການຂັ້ນສູນກາງ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາ ພະແນກການ-ຫ້ອງການຂອງ ທ້ອງຖິ່ນທີ່ມີການປັບປຸງສັບຊ້ອນ, ພ້ອມທັງສືບຕໍ່ສັບຊ້ອນຈັດວາງ ພະນັກງານຢູ່ບັນດາກະຊວງ-ອົງ ການ ແລະ ທ້ອງຖິ່ນ ໃຫ້ສຳເລັດ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 6 ມາດ ຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2025 ຕາມທີ່່ໄດ້ລາຍງານ ຕໍ່ກົມການເມືອງສູນກາງພັກ ໂດຍ ສະເພາະເອົາໃຈໃສ່ມາດຕະການ ແກ້ໄຂບັນຫາເງິນເຟີ້, ຄຸ້ມຄອງ ອັດຕາແລກປ່ຽນເງິນຕາ ແລະ ຄຸ້ມ ຄອງເງິນຕາຕ່າງປະເທດ ໃຫ້ບັນ ລຸຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງ. ສຳລັບມາດຕະການດ້ານ ການຄ້າແມ່ນໃຫ້ສຸມໃສ່ແກ້ໄຂຫລຸດ ຜ່ອນຕົ້ນທຶນການຜະລິດສິນຄ້າ (ເຂົ້າ, ໄຂ່, ຊີ້ນໝູ ແລະ ປານິນ) ດຸນດ່ຽງການສະໜອງ ແລະ ຄວາມ ຕ້ອງການຊົມໃຊ້ຂອງສັງຄົມໃຫ້ ພຽງພໍ, ຄຸ້ມຄອງການນຳເຂົ້າ ໂດຍ ດັດສົມບໍລິສັດນຳເຂົ້າໃຫ້ຫລຸດລົງ, ແກ້ໄຂໂຮງງານປຸງແຕ່ງຫົວອາ ຫານສັດໃຫ້ໄດ້ດຳເນີນການຜະລິດ ປົກກະຕິ, ຈຳກັດການນຳເຂົ້າສິນຄ້າ ຟູມເຟືອຍ, ປະຕິບັດມາດຕະການ ແກ້ໄຂໜີ້ສິນ ແລະ ມາດຕະການ ອື່ນໆ; ກະກຽມຮັບມືກັບຜົນກະທົບ ຈາກພາຍຸຄາຈິກິ ເຊິ່ງອາດເຮັດໃຫ້ ເກີດມີດິນເຊາະເຈື່ອນ, ນ້ຳຖ້ວມນໍ້າໄຫລຊຸ ແລະ ນ້ຳຖ້ວມອັ່ງໃນ ເຂດຕົວເມືອງ, ເອົາໃຈໃສ່ບໍລິຫານ ຈັດການນ້ຳຢູ່ບັນດາອ່າງເກັບນ້ຳ ແລະ ເຂື່ອນໄຟຟ້າໃຫ້ດີ, ທັງແຈ້ງ ເຕືອນປະຊາຊົນຢ່າງທັນການ, ເປັນ ປົກກະຕິ ແລະ ຕໍ່ເນື່ອງ; ສຸມໃສ່ຊຸກຍູ້ ບັນດາໂຄງການກໍ່ສ້າງເສັ້ນທາງທີ່ ເປັນບຸລິມະສິດ, ປັບປຸງສ້ອມແປງ ເສັ້ນທາງທີ່ເປ່ເພຈາກໄພພິບັດຜ່ານ ມາ ແລະ ອາດຈະເປ່ເພໃນຕໍ່ໜ້າ ໃຫ້ນຳໃຊ້ໄດ້ຢ່າງເປັນປົກກະຕິ; ສຸມ ໃສ່ຈັດຕັ້ງຜັນຂະຫຍາຍມະຕິຂອງ ສະພາແຫ່ງຊາດ ວ່າດ້ວຍນະໂຍ ບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່(ມະຕິ 165/ສພຊ); ສຸມໃສ່ກະກຽມການ ເປີດສົກຮຽນໃໝ່ຊັ້ນຕ່າງໆ, ແກ້ໄຂ ບັນຫາການຂາດແຄນຄູສອນ ໂດຍ ສະເພາະສືບຕໍ່ແກ້ໄຂຄູອາສາສະໝັກ ເຂົ້າເປັນລັດຖະກອນຕາມໂກຕ້າທີ່ ກຳນົດໄວ້ໃຫ້ສໍາເລັດ; ເອົາໃຈໃສ່ ເກັບກຳ ແລະ ຄຸ້ມຄອງຈຳນວນ ແຮງງານທີ່ປະເທດໃກ້ຄຽງສົ່ງກັບ ມາໂດຍຖືເອົາໂອກາດນີ້ ອົບຮົມ ສີມືແຮງງານ ແລະ ຈັດສັນອາຊີບ ໃຫ້ເຂົາເຈົ້າສືບຕໍ່ພັດທະນາສີມື ແຮງງານ ແລະ ຈັດສັນອາຊີບໃຫ້ ຫລາຍຂຶ້ນ; ສືບຕໍ່ຜັນຂະຫຍາຍຜົນ ການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກລັດ, ກະກຽມໃຫ້ແກ່ການນຳຂັ້ນ ສູງຂອງພັກ-ລັດ ເດີນທາງໄປ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ຕ່າງປະເທດໃຫ້ມີຄວາມ ຮັບປະກັນຮອບດ້ານ. ສ່ວນການລາຍງານສະພາບ ສາກົນ ແລະ ພາກພື້ນທີ່ພົ້ນເດັ່ນ, ທ່າອ່ຽງການຂະຫຍາຍຂອງສະ ພາບການ, ທິດທາງຮັບມື ແລະ ແຜນວຽກຈຸດສຸມຂົງເຂດວຽກງານ ການຕ່າງປະເທດ ໃນເດືອນກັນຍາ 2025; ລາຍງານການກະກຽມ ເປີດສົກຮຽນໃໝ່ 2025-2026, ລວມທັງຜົນກອງປະຊຸມຜູ້ບໍລິຫານ ການສຶກສາ ປະຈໍາປີ 2025, ການ ປ່ຽນຊື່ເອີ້ນຕໍາແໜ່ງຜູ້ບໍລິຫານຂອງ ມະຫາວິທະຍາໄລ ແລະ ໂລໂກ້ຂອງ ກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕ້າຄູອາສາ ສະໝັກເຂົ້າບັນຈຸເປັນລັດຖະກອນ ປ້ອງກັນຊາດ. ກອງປະຊຸມໄດ້ຊີ້ນຳ ພາກສ່ວນກ່ຽວຂ້ອງໄປປັບປຸງຕາມ ຄຳເຫັນຂອງສະມາຊິກລັດຖະບານ ເຮັດໃຫ້ບົດລາຍງານ ກໍຄື ແຜນການ ຕ່າງໆມີເນື້ອໃນລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ຮັບປະກັນ ການຈັດຕັ້ງປະຕິບັດມີຄວາມວ່ອງ ໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ. ວາລະທີ 2: ກອງປະຊຸມພິຈາ ລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 6 ສະບັບ ຄື: ຮ່າງແຜນແມ່ບົດພັດ ທະນາເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035; ຮ່າງດໍາ ລັດວ່າດ້ວຍການປັບໃໝ ແລະ ມາດ ຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການ ຕ້ານການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍ ລ້າງຜານ; ຮ່າງດໍາລັດວ່າດ້ວຍ ການກັກ, ຢຶດ ແລະ ອາຍັດທຶນຂອງ ຜູ້ຢູ່ໃນບັນຊີລາຍຊື່ທີ່ພົວພັນກັບການ ກໍ່ການຮ້າຍ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ; ຮ່າງດໍາ ລັດວ່າດ້ວຍການຕ້ານການສະໜອງ ທຶນໃຫ້ແກ່ການແຜ່ຜາຍອາວຸດທໍາ ລາຍລ້າງຜານ; ຮ່າງດໍາລັດວ່າດ້ວຍ ການປະເມີນຜົນກະທົບຕໍ່ສຸຂະພາບ ແລະ ຮ່າງດໍາລັດວ່າດ້ວຍການປັບ ໄໝ ແລະ ມາດຕະການອື່ນຕໍ່ຜູ້ລະ ເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ. ໃນນັ້ນ, ກອງ ປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວ ຂ້ອງນໍາເອົາບັນດາຮ່າງນິຕິກຳດັ່ງ ກ່າວ ໄປປັບປຸງຕາມການປະກອບ ຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນການກຳນົດຈຸດປະສົງ, ການກໍານົດຫລັກການ, ການອະທິ ບາຍຄໍາສັບ, ການນໍາໃຊ້ຄໍາສັບ, ການກໍານົດເງື່ອນໄຂ ແລະ ຄ່າປັບ ໄໝຕ່າງໆ, ການຈັດລຽງເນື້ອໃນ, ການກໍານົດນະໂຍບາຍສົ່ງເສີມ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ ໃຫ້ເໝາະສົມແນໃສ່ເຮັດໃຫ້ ບັນດານິຕິກຳດັ່ງກ່າວ ມີເນື້ອໃນ ລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ແທດຕົວຈິງ, ຈຳກັດ ໄດ້ ຊ່ອງຫວ່າງຕ່າງໆ, ສອດຄ່ອງກັບ ນິຕິກຳທີ່ໄດ້ປະກາດນຳໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ ສູງ. ສໍາລັບຮ່າງດໍາລັດວ່າດ້ວຍ ກອງທຶນທ່ອງທ່ຽວ, ກອງປະຊຸມ ມອບໃຫ້ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສົມທົບກັບກະຊວງ ກ່ຽວຂ້ອງ ແລະ ຜູ້ປະກອບການ ທ່ອງທ່ຽວ ຈັດກອງປະຊຸມສໍາມະ ນາວິທະຍາສາດເພື່ອຄວາມເປັນ ເອກະພາບສູງແລ້ວເຮັດຈົດໝາຍ ວຽນໃຫ້ສະມາຊິກລັດຖະບານປະ ກອບຄໍາເຫັນແລ້ວປັບປຸງຄືນຈຶ່ງ ນຳສະເໜີຂໍການອະນຸມັດຕາມລະ ບຽບການ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ທ້າຍສະໄໝທີ I ນີ້ ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ຈະ ໄດ້ຜ່ານບົດສຳຫລວດຕົນເອງ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ ຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງ ຄ້າງໃນການເຄື່ອນໄຫວຈັດຕັ້ງປະ ຕິບັດວຽກງານຮອບດ້ານຂອງຕົນ ໃນໄລຍະຜ່ານມາ ໂດຍສະເພາະ ດ້ານວຽກງານແນວຄິດການເມືອງ, ແບບແຜນການນຳພາ-ຊີ້ນຳ ແລະ ວິທີການຈັດຕັ້ງປະຕິບັດເພື່ອຊອກ ໃຫ້ເຫັນບັນຫາຈຸດອ່ອນຂອງຕົນທີ່ ຈະຕ້ອງໄດ້ປັບປຸງແກ້ໄຂ, ທັງເສີມ ຂະຫຍາຍຈຸດດີທີ່ຈະຕ້ອງເພີ່ມທະ ວີ ເຂົ້າໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີປະ ສິດທິພາບ, ປະສິດທິຜົນປະກອບ ສ່ວນເຂົ້າໃນການສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ນັບມື້ນັບໄດ້ຮັບ ການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີບາງຄໍາເຫັນວ່າ: ການສໍາ ຫລວດການນໍາພາລວມ ແລະ ການ ສໍາຫລວດຕີລາຄາຕົນເອງຕ້ອງບົນ ພື້ນຖານໜ້າທີ່ຄວາມຮັບຜິດຊອບ, ຕຳແໜ່ງ, ມາດຖານ, ຕີລາຄາຢ່າງ ເລິກເຊິ່ງ, ຖືກຕ້ອງ, ພາວະວິໄສ ແລະ ແທດຕົວຈິງລວມທັງການ ປະຕິບັດບັນດາຂໍ້ຫ້າມສໍາລັບສະມາ ຊິກພັກ-ພະນັກງານ ແລະ ລະບຽບ ການຕ່າງໆ ເຊິ່ງຕ້ອງຕື່ນຕົວຊອກ ໃຫ້ເຫັນດ້ານດີ-ຜົນສໍາເລັດ, ດ້ານ ອ່ອນ-ຂໍ້ຄົງຄ້າງ ແລະ ຂໍ້ບົກພ່ອງ ຂອງຕົນເອງ; ໃນກໍລະນີໝູ່ຄະນະ ແລະ ເພື່ອນສະຫາຍຍັງເຫັນມີບັນ ຫາໃດກໍໃຫ້ຕຳນິສົ່ງຂ່າວກໍ່ສ້າງ ເຊິ່ງກັນ ແລະ ກັນ ບົນຈິດໃຈເພື່ອນ ສະຫາຍຮ່ວມອຸດົມການອັນດຽວ ກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ຮັບປະກັນ ຄວາມສາມັກຄີເພື່ອເຮັດໃຫ້ພາຍ ໃນພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ການດໍາເນີນຊີ ວິດການເມືອງໃນຄັ້ງນີ້ ຕ້ອງບົນ ພື້ນຖານເສີມຂະຫຍາຍປະຊາທິປະ ໄຕພາຍໃນພັກ ຢ່າງກວ້າງຂວາງເລິກເຊິ່ງ, ມີລັກສະນະສ້າງສັນ, ຮັບປະກັນຄວາມສາມັກຄີອັນເປັນ ປຶກແຜ່ນພາຍໃນພັກ-ພະນັກງານ; ເດັດດ່ຽວຕໍ່ສູ້ກັບທັດສະນະແນວຄິດ ທີ່ບໍ່ຖືກຕ້ອງ, ເອົາໃຈໃສ່ສໍາຫລວດ ກວດກາ-ຕຳນິສົ່ງຂ່າວຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ແລະ ພ້ອມກັນ ແກ້ໄຂໃຫ້ຈະແຈ້ງ, ປອດໃສຂາວ ສະອາດ ແລະ ມີຄວາມສະຫງົບ; ຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ການຕິຊົມຕົນເອງ ແລະ ຕິຊົມກັນ ເຊິ່ງແມ່ນຫລັກການນໍາພາລວມ ຂອງພັກເຮົາ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.
RkJQdWJsaXNoZXIy MTc3MTYxMQ==