gsfdko{dkora fmtok xtgmf]k; ( 26/08/2025 dkooec0;'9exkla d Ij ;, .lj [kf3vdkf[5 os= j g0Q kxtfa [fy o c0;'g-dv' fegou odv'xt-5 ,7q [7tot [= ]y sko'kora dc0;'mh kpltw\ 7A 'mu X ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄົບ ຄະນະບໍລິຫານງານພັກ ແຂວງເຊ ກອງ ທ້າຍສະໄໝ ຄັ້ງທີ X ຈັດຂຶ້ນ ໃນວັນທີ 22 ສິງຫາ 2025 ໂດຍ ການເປັນປະທານຂອງ ສະຫາຍ ບຸນ ຫລາຍບຸດທິຮັກສາການແທນເລຂາ ຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງໆເຊ ກອງ, ມີຄະນະບໍລິຫານງານພັກ ແຂວງ, ເລຂາພັກເມືອງ, ເລຂາ ຄະນະພັກຮາກຖານ, ເລຂາໜ່ວຍ ພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ສະຫລຸບຕີລາຄາການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ຂອງຄະນະ ບໍລິຫານງານພັກແຂວງ ຕິດພັນ ກັບການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ. ພ້ອມນີ້, ຈະໄດ້ຮັບຟັງການຜ່ານເນື້ອ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 23 ສິງຫາ 2025 ກົງກັບແຮມ 14 ຄໍ່າ ເດືອນ 9 ລາວ ພສ 2568 ຊຶ່ງ ເປັນບຸນຫໍ່ເຂົ້າປະດັບດິນ, ການ ນໍາແຂວງຈໍາປາສັກ ໂດຍມີ ທ່ານ ນາງ ວາດສະໜາ ສີລິມາ ປະທານ ແນວລາວສ້າງຊາດແຂວງ, ທ່ານ ປະດິດ ວັນນະລັດສະໝີ ປະທານ ກວດກາພັກແຂວງ, ທ່ານ ນາງ ວຽງສະໄໝ ສູນນະລາດ ພັນລະຍາ ທ່ານເຈົ້າແຂວງຈໍາປາສັກ, ມີພະ ອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາ ສຳພັນລາວແຂວງຈຳປາສັກ ພ້ອມ ດ້ວຍພະເຖລານຸເຖລະ ແລະ ພຸດ ທະສາສະນິກະຊົນເຂົ້າຮ່ວມຢ່າງ ຫລວງຫລາຍ ທີ່ວັດຫລວງປາກເຊ ນະຄອນປາກເຊ ແຂວງຈຳປາສັກ. ໃນພິທີໄດ້ ມີການໃສ່ບາດ , ຖວາຍທານ ແລະ ຢາດນໍ້າ ເພື່ອ ເປັນການອຸທິດສ່ວນບຸນກຸສົນ ແລະ ສີລິມົງຄຸນໃຫ້ແກ່ຕົນເອງ-ຄອບຄົວ ໃຫ້ຢູ່ເຢັນເປັນສຸກ ທັງເປັນການ ເຜີຍແຜ່ວັດທະນະທຳອັນດີງາມ ຂອງຊາດອີກດ້ວຍ. ໂອກາດນີ້, ພະອາຈານ ມະຫາ ສຸວັນ ຈັນທະຣາຊ ກໍໄດ້ເທສະໜາ ສັ່ ງ ສ ອ ນ ອ ອ ກ ຕົ ນ ຍ າ ດ ໂ ຍ ມ ໃຫ້ຍຶດໝັ້ນໃນການທຳຄວາມດີ, ພ້ອມກັນຮັກສາສິນ, ຮັກສາກາຍ ວາຈາ ແລະ ເຮືອນຊານບ້ານຊ່ອງ ຂອງຕົນໃຫ້ມີຄວາມສະອາດ ສວຍງາມ, ປະພຶດປະຕິບັດຕົນໃຫ້ ສອດຄ່ອງຕາມທຳນອງຄອງທຳ ແລະ ລະບຽບກົດໝາຍບ້ານເມືອງ. ການ ເ ຮັດບຸນຫໍ່ເ ຂົ້າປະດັບ ດິນກໍເພື່ອບູຊາເທບພະເຈົ້າຂອງ ແຜ່ນດິນທີ່ມີບຸນຄຸນຕໍ່ທຸກໆຊີວິດ, ເພື່ອອຸທິດບຸນກຸສົນໃຫ້ແກ່ສັບພະ ສັດທັງຫລາຍ ທີ່ມີຍາດ ແລະ ບໍ່ມີ ຍາດ ຫລື ເປັນການເຮັດບຸນໃຫ້ເປດ ຫລື ຜີເຜດ. ນອກນີ້, ການເຮັດບຸນ ຫໍ່ເຂົ້າປະດັບດິນ ຍັງເປັນປະເພນີ ໜຶ່ງໃນຮີດ 12 ທີ່ນິຍົມກັນເຮັດໃນ ມື້ແຮມ14 ຄໍ່າເດືອນ 9 ລາວ ຊຶ່ງ ບັນພະບູລຸດລາວ ໄດ້ປະຕິບັດສີບ ທອດກັນມາເປັນເວລາຍາວນານ ຈົນກາຍເປັນຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ. ການເຮັດບຸນຫໍ່ເຂົ້າປະດັບດິນ ແມ່ນ ການນໍາເອົາອາຫານຫວານຄາວ, ຊີ້ນແຫ້ງປາແຫ້ງ, ເຂົ້າຕົ້ມເຂົ້າໜົມ, ໝາກໄມ້ນາໆຊະນິດ ແລະ ວັດຖຸ ທານຕ່າງໆມາລວມກັນ ເຮັດເປັນ ຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ໂດຍການຫໍ່ໃສ່ໃບຕອງກ້ວຍ ຫລື ໃບຕອງອື່ນໆ (ບໍ່ແມ່ນໃສ່ກ່ອງໂຟມ ແລະ ຖົງຢາງ) ແລ້ວກໍເອົາໄປວາງ ໄວ້ຕາມດິນຫລືຫງ່າໄມ້ ໃນມື້ເດືອນ 9 ດັບ ເອີ້ນວ່າຫໍ່ເຂົ້າປະດັບດິນ ຊຶ່ງ ມີຄວາມສໍາຄັນຫລາຍ ໃນການເຮັດ ຄວາມດີ ກໍຄືເຮັດບຸນ ເພື່ອຕອບແທນ ຄຸນແຜ່ນດິນ, ບັນພະບູລຸດ ແລະ ສັບພະສັດ, ຜີເຜດທັງຫລາຍຕາມ ຄວາມເຊື່ອຖືມາຍາວນານ. ຂ່າວ: ທູນທອງໃຈ, ພາບ: ບຸນ ກອງ ໂພທິລາດ ໃນໂດຍຫຍໍ້ຮ່າງບົດລາຍງານການ ເມືອງ; ຮ່າງບົດສໍາຫລວດການ ນໍາພາລວມຂອງຄະນະບໍລິຫານ ງານພັກແຂວງ ສະໄໝທີ X ແລະ ຮ່າງແຜນພັດທະນາເສດຖະກິດສັງຄົມ (2026-2030) ທີ່ຈະນໍາ ສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ ທີ່ຈະໄດ້ໄຂ ຂຶ້ນໃນຕໍ່ໜ້າ ແລະ ຮັບຟັງການລາຍ ງານຜົນການທາບທາມໂຄງປະ ກອບບຸກຄະລາກອນ ຮອບທີ III ແລະ ເປົ້າໝາຍທີ່ຈະອອກສະໝັກ ຮັບເລືອກຕັ້ງຄະນະບໍລິຫານງານ ພັກແຂວງ ສະໄໝທີ XI. ໃນໂອກາດນີ້, ສະຫາຍ ບຸນ ຫລາຍ ບຸດທິ ໄດ້ສະເໜີໃຫ້ຜູ້ແທນ ກອງປະ ຊຸມຈົ່ງ ເ ຊີດຊູຄວາມ ຮັບຜິດຊອບ, ເສີມຂະຫຍາຍສິດ ປະຊາທິປະໄຕ, ສຸມສະຕິປັນຍາເຂົ້າ ໃນການຄົ້ນຄວ້າ, ປຶກສາຫາລື, ປະ ກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ຕໍ່ເນື້ອໃນເອກະສານ ແລະ ບັນຫາຕ່າງໆທີ່ຕັ້ງຂຶ້ນ ໂດຍ ສະເພາະ ເອກະສານ 3 ຮ່າງບົດ ລາຍງານໃຫ້ມີເນື້ອໃນຄົບຖ້ວນ ສົມບູນ, ສາມາດນໍາສະເໜີຕໍ່ກອງ ປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ ກໍຄື ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃນຊຸມປີຕໍ່ໜ້າໃຫ້ ສໍາເລັດຕາມຄາດໝາຍແຜນການທີ່ ວາງໄວ້. ຂ່າວ: ສັນຍາ ຂປລ. ສີພາຍເຮືອຊ່ວງຂອງ ແຂວງວຽງຈັນ ສ້າງຜົນງwານໄດ້ ເໜືອຄາດໝາຍ ສາມາດຄວ້າແຊັມ ໃນບຸນຊ່ວງເຮືອປະເພນີ ໂອກາດ ບຸນຫໍ່ເຂົ້າປະດັບດິນ ປະຈໍາປີ ພສ 2568 (ຄສ 2025) ທີ່ນະຄອນ ຫລວງພະບາງ ແຂວງຫລວງພະ ບາງ ພາຍຫລັງໂຊຄວາມເກັ່ງ ເອົາ ຊະນະເຮືອຊ່ວງຂອງທະນາຄານ ພັດທະນາລາວ(-%#) ແບບ ຫວຸດຫວິດ ໃນຮອບຊີງຊະນະເລີດ. ຂະນະທີ່ ບໍລິສັດ ນໍ້າເພັດ ຈະເລີນ ຊັບ ຈຳກັດຜູ້ດຽວ ໄດ້ໃຫ້ການອຸປະ ຖໍາທີມງານຂອງແຂວງວຽງຈັນ ໃນການເຂົ້າຮ່ວມງານຄັ້ງນີ້ ເຖິງ 600 ລ້ານກີບ. ໃນງານຄັ້ງນີ້, ມີເຮືອຊ່ວງຈາກ ບັນດາບ້ານພາຍໃນນະຄອນຫລວງ ພະບາງ, ຕາງໜ້າຈາກເມືອງອ້ອມ ຂ້າງ ແລະ ຕ່າງແຂວງ ເຂົ້າຮ່ວມ ລວມທັງໝົດ 22 ລໍາ. ຜ່ານການ ແຂ່ງຂັນຜົນປາກົດວ່າ: ອັນດັບທີ 1 (ແຊັມ) ແມ່ນຕົກເປັນຂອງ ເຮືອຊ່ວງແຂວງວຽງຈັນ (ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດຜູ້ດຽວ) ພາຍຫລັງໂຊຄວາມເກັ່ງ ເອົາ ຊະນະເຮືອຊ່ວງຂອງທະນາຄານ ພັດທະນາລາວ (-%#) ທີ່ເປັນ ເຮືອແຊັມເກົ່າແບບຫວຸດຫວິດໃນ ຮອບຊີງຊະນະເລີດ ຊຶ່ງໄດ້ຮັບຂັນ ຄອງແຊັມ 3 ປີ (ປີທໍາອິດ) ຂັນ ເປັນເງິນນໍ້າໜັກ 1.500 ກຣາມ 1 ໜ່ວຍ, ພ້ອມຂັນແຊັມປະຈໍາປີ ເປັນ ຂັນເງິນ ນໍ້າໜັກ 1.000 ກຣາມ 1 ໜ່ວຍ ແລະ ເງິນສົດ 20 ລ້ານກີບ, ອັນດັບທີ 2 ຕົກເປັນຂອງເຮືອຊ່ວງ ທະນາຄານພັດທະນາລາວ (-%#) ໄດ້ຮັບຂັນເງິນ ນ້ຳໜັກ 800 ກຣາມ 1 ໜ່ວຍ ພ້ອມເງິນສົດ 19 ລ້ານກີບ ແລະ ອັນດັບທີ 3 ເຮືອຊ່ວງຫລວງ ພະບາງສະມາດຊິດຕີ ໄດ້ຮັບຂັນເງິນ ນໍ້າໜັກ 500 ກຣາມ 1 ໜ່ວຍ ພ້ອມ ເງິນສົດ 18 ລ້ານກີບ. ສ່ວນອັນດັບທີ 4 ເຮືອຊ່ວງເຈົ້າ ຫລວງ ໄດ້ຮັບເງິນສົດ 17 ລ້ານກີບ, ທີ 5 ເຮືອຊ່ວງອິຊູຊຸລາວ ບ້ານນູນ ສະຫວາດ ນາງ ກາບແກ້ວ ໄດ້ຮັບ ເງິນສົດ 16 ລ້ານກີບ, ທີ 6 ເຮືອ ຊ່ວງລາວແກັສ ສັງຄະໂລກ 2 ມ້າວ ພາໂຊກ ໄດ້ຮັບເງິນສົດ 15 ລ້ານ ກີບ, ທີ 7 ເຮືອຊ່ວງວິນລາ ທຣີດີ ໄຊດາລາ ວັດຫາດຮ່ຽນ 2 ໄດ້ຮັບ ເງິນສົດ 14 ລ້ານກີບ, ທີ 8 ເຮືອ ຊ່ວງວັດຊຽງທອງ 1 ນາງ ບົວລອຍ ພະແນກສາທາລະນະສຸກແຂວງ ໄດ້ຮັບເງິນສົດ 13 ລ້ານກີບ, ທີ 9 ເທົ່າມີ 4 ລຳຄື: ເຮືອຊ່ວງ ບໍລິສັດ ພັນທະມິດກຣຸບ ແຂວງໄຊຍະບູລີ, ເຮືອຊ່ວງ ບ້ານເມືອງຂາຍ, ເຮືອ ຊ່ວງ ເມືອງຊຽງເງິນ ຊາວໜຸ່ມ ບ້ານປາກແວດ ແລະ ເຮືອຊ່ວງລາວ ແກັສ ສັງຄະໂລກ 2 ເຮືອນພັກມ້າ ວພາໂຊກ ໄດ້ຮັບເງິນລາງວັນ ລຳ ລະ 12 ລ້ານກີບ, ທີ 13 ເທົ່າ ມີ 4 ລຳຄື: ເຮືອຊ່ວງ ບ້ານປາກເຊືອງ, ເຮືອຊ່ວງ ບ້ານຖິ່ນຊົມ, ເຮືອຊ່ວງ ນາວາປາກຄາມບ້ານໂພນສະອາດ ພະແນກສຶກສາທິການ ແລະ ກິລາ ແຂວງ, ເຮືອຊ່ວງ ບໍລິສັດ ແສງ ສິງຫາ ເມືອງພູຄູນ ບ້ານຄົກມັນ ໄດ້ຮັບລາງວັນເງິນສົດລຳລະ 11 ລ້ານ 5 ແສນກີບ, ທີ 17 ເທົ່າ ມີ 6 ລໍາຄື: ເຮືອຊ່ວງ ບ້ານຊຽງລ້ອມ, ບໍລິສັດ ດວງປະເສີດ ກໍ່ສ້າງ-ຂົວ ທາງ ຈໍາກັດ, ເຮືອຊ່ວງ ວັດຊຽງ ທອງ 2 ນາງ ບົວເງິນ, ເຮືອຊ່ວງ ວັດບ້ານພັນຫລວງ ເທບທິດານາ ຄີ (ບໍລິສັດ P." -"O), ເຮືອ ຊ່ວງ ລາວແກÏ ສ ບ້ານສັງຄະໂລກ 1, ເຮືອຊ່ວງ ກຸ່ມວັດທາດ ບ້ານ ວັດທາດ ນາງຫົງຄໍາ-ນາງກົ່ງຄໍາ ແລະ ເຮືອຊ່ວງ ວັດໃໝ່ສຸວັນນະພູມ ມະຣາມ ບ້ານປ່າຂາມ (ບໍລິສັດ /# ລາວ ຈໍາກັດຜູ້ດຽວ) ໄດ້ຮັບ ລາງວັນເງິນສົດລຳລະ 11 ລ້ານ ກີບ. ພ້ອມກັນນີ້, ຍັງມີລາງວັນເຮືອ ງາມ ທີ 1 ເຮືອຊ່ວງວັດຊຽງທອງ 2 ນາງບົວເງິນ ໄດ້ຮັບຂັນເງິນ ນໍ້າໜັກ 1.000 ກຣາມ ພ້ອມເງິນສົດ 10 ລ້ານກີບ, ທີ 2 ເຮືອຊ່ວງວັດໃໝ່ສຸ ວັນນະພູມມາຣາມ ໄດ້ຮັບຂັນເງິນ ນ້ຳໜັກ 700 ກຣາມ ພ້ອມເງິນສົດ 9 ລ້ານກີບ, ທີ 3 ເຮືອຊ່ວງວັດບ້ານ lu rkpgIn v-j ;'c0;';P'9a o 7;h kc-a , -j ;'gIn vxtgrou c0;'s];'rt[k' ຖິ່ນຊົມ ໄດ້ຮັບຂັນເງິນນ້ຳໜັກ 500 ກຣາມ ພ້ອມເງິນສົດ 8 ລ້ານກີບ ແລະ ລາງວັນຊົມເຊີຍເຮືອງາມ ມີ 3 ລຳຄື: ເຮືອຊ່ວງວັດຊຽງທອງ 1 ນາງ ບົວລອຍ, ເຮືອຊ່ວງອິຊຸຊຸ ລາວ ບ້ານນູນສະຫວາດ ແລະ ເຮືອ ຊ່ວງ ກຸ່ມວັດທາດ ບ້ານວັດທາດ ໄດ້ ຮັບລາງວັນເງິນສົດລຳລະ 6 ລ້ານ ກີບ, ເຮືອນາງດຳນາງດ່ອນ ໄດ້ຮັບ ລາງວັນເງິນສົດ ລຳລະ 4 ລ້ານ 5 ແສນກີບ. ພິເສດໄດ້ມີລາງວັນເຮືອ ຂວັນໃຈປະຊາຊົນ ຜ່ານການລົງ ຄະແນນຈາກລະບົບໂທລະສັບເຄືອ ຂ່າຍຂອງບໍລິສັດລາວໂທລະຄົມ ມະຫາຊົນ ໂດຍແມ່ນເຮືອຊ່ວງກຸ່ມ ວັດທາດ ໄດ້ຮັບເງິນສົດ 5 ລ້ານກີບ, ລວມມູນຄ່າຂອງຂວັນ-ລາງວັນທີ່ ມອບທັງໝົດເກືອບ 500 ລ້ານກີບ. ການເຂົ້າຮ່ວມແຂ່ງຂັນຂອງ ແຂວງວຽງຈັນ ໃນຄັ້ງນີ້, ແມ່ນ ໄດ້ຮັບການສະໜັບສະໜູນຫລັກ ຈາກບໍລິສັດ ນໍ້າເພັດ ຈະເລີນຊັບ ຈຳກັດຜູ້ດຽວ ລວມມູນຄ່າທັງໝົດ 600 ລ້ານກີບ. ໃນໂອກາດດັ່ງ ກ່າວ, ທ່ານ ໂຕຊິ້ງ ແສງພະຈັນ ປະທານບໍລິສັດ ນໍ້າເພັດ ຈະເລີນ ຊັບ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ຈຸດປະສົງໃນການສະໜັບສະໜູນ ກິລາຊ່ວງເຮືອຂອງແຂວງວຽງຈັນ ແມ່ນເປັນການປະກອບສ່ວນຊ່ວຍ ສົ່ງເສີມກິດຈະກຳອັນດັ້ງເດີມ ດ້ານ ວັດທະນະທຳອັນດີງາມຂອງຊາດ ທີ່ໄດ້ສືບທອດກັນມາໃຫ້ຍືນຍົງ, ເຮັດໃຫ້ໄວໜຸ່ມຮູ້ຈັກຮັກສາ ແລະ ພັດທະນາມູນເຊື້ອອັນດີງາມຂອງ ຊາດ. ພ້ອມກັນນີ້, ກິລາດັ່ງກ່າວຍັງ ເປັນກິດຈະກຳທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການຊ່ວຍສ້າງຄວາມ ສາມັກຄີທັງພາຍໃນ ແລະ ພາຍ ນອກໃຫ້ດີຍິ່ງຂຶ້ນອີກດ້ວຍ. ໂດຍ: ສີສົມໄຊ
RkJQdWJsaXNoZXIy MTc3MTYxMQ==