7100

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ:ມາລີດາ xtgmf]k; 6 26/08/2025 glf4tdy f{la '7q , ,kg,n v'3row- 1j k]n ,c;j dy o]k[c-[ok'vk'o ຂປລ. ຄໍລໍາສົ່ງເສີມທຸລະກິດ ສະບັບນີ້,ຈະພາທ່ານຜູ້ອ່ານມາ ຮູ້ຈັກກັບຮ້ານອາຫານທີ່ມີຊື່ສຽງ ຂອງເມືອງໂພນໄຊ ແຂວງຫລວງ ພະບາງເພື່ອເປັນຄວາມຮູູ້ພື້ນຖານ ໃຫ້ບັນດາທ່ານ ທີ່ມີໂອກາດໄປ ຢ້ຽມຢາມ ເມືອງໂພນໄຊ ແຕ່ບໍ່ຮູ້ ຈະໄປກິນອາຫານແຊບທີ່ມີເອກະ ລັກສະເພາະຂອງເມືອງທີ່ບໍ່ຄືໃຜ ກໍ ໃຫ້ຄິດເຫັນຮ້ານອາຫານນາງ ອາ ງຸ່ນ ໄດ້ເລີຍ ເນື່ອງຈາກວ່າຮ້ານ ຂອງເພີ່ນມີອາຫານຫລາກຫລາຍ ລາຍການໄວ້ຄອຍບໍລິການລູກຄ້າ ບໍ່ວ່າຈະເປັນ: ແກງເພ້ຍ, ລາບ ຄວາຍ, ລາບປາ, ແກງປາ, ເຝີ, ເຂົ້າປຽກ ແລະ ອາຫານຕາມສັ່ງ ອື່ນໆ ຮັບຮອງວ່າ ແຊບຫລາຍໃນ ລາຄາທີ່ສະບາຍກະເປົາແນ່ນອນ ຜູ້ຂຽນຮັບປະກັນໄດ້ ເພາະວ່າໄດ້ ໄປກິນມາແລ້ວ ໃນມາອາທິດຜ່ານ ມາ ທີ່ໄດ້ມີໂອກາດໄປເຄື່ອນໄຫວ ເກັບກຳຂ່າວວຽກງານສຸຂະພາບ ຈະເລີນພັນທີ່ເມືອງໂພນໄຊ ກັບ ຄະນະສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ບອກໄດ້ເລີຍວ່າ ແຊບສົມຄໍາລໍ້າລືອີຫລີ. ນາງ ອາງຸ່ນ ເຈົ້າຂອງຮ້ານ ອາຫານນາງອາງຸ່ນ ປະຊາຊົນ ບ້ານປາກງາ ເມືອງໂພນໄຊ ແຂວງ ຫລວງພະບາງ, ເວົ້າສູ່ຟັງວ່າ: ບ້ານປາກງາ ເມືອງໂພນໄຊ ຕັ້ງຢູ່ ທາງທິດເໜືອຂອງແຂວງຫລວງ ພະບາງ, ຫ່າງຈາກເທສະບານ ແຂວງ 64 ກິໂລແມັດ ເຊິ່ງເປັນ ຈຸດເຊື່ອມຕໍ່ຂອງຫລາຍເມືອງ ແລະ ເປັນທາງຜ່ານໄປຫາແຂວງຊຽງ ຂວາງ. ສະນັ້ນ, ຈຶ່ງເປັນທ່າແຮງ ສໍາຄັນໃນການປະກອບອາຊີບຮ້ານ ອາຫານ ເວົ້າລວມເວົ້າສະເພາະ ຈຸດເລີ່ມຕົ້ນທີ່ໄດ້ມາເຮັດຮ້ານລາບ ຍ້ອນວ່າຕົນເອງມີສະຖານທີ່ທີ່ ເໝາະສົມຈຶ່ງໄດ້ປຸກຮ້ານໃຫ້ຄົນ ເຊົ່າມາຫລາຍປີພໍສົມຄວນ ຫລັງ ຈາກໝົດສັນຍາເຊົ່າແລ້ວເຂົາເຈົ້າ ບໍ່ເຊົ່າຕໍ່ ເມື່ອເປັນແນວນັ້ນ, ຕົນເອງ ຈຶ່ງມີແນວຄິດຢາກເຮັດທຸລະກິດ ກ່ຽວກັບຮ້ານອາຫານ ປະເພດ ລາບ ຈຶ່ງຕັດສິນໃຈດຳເນີນການ ໃນປີ 2023 ເຫັນວ່າໄດ້ຜົນຕອບ ຮັບດີ ມີລູກຄ້າເພີ່ມຂຶ້ນເລື້ອຍໆ ຈົນ ໄດ້ເສີມໂຕະເພື່ອຮອງຮັບລູກຄ້າ ທີ່ນັບມື້,ນັບເພີ່ມຂຶ້ນ ໂດຍອາຫານ ຫລັກໆຂອງຮ້ານແມ່ນ ລາບຊີ້ນ ຄວາຍ, ແກງ, ເຝີ, ກ້ອຍປາ, ແກງ ປາ ແລະ ເຂົ້າປະເພດອື່ນຕາມ ລູກຄ້າສັ່ງ. ສໍາລັບ ລາຍການອາ ຫານແນະນໍາຂອງຮ້ານເຮົາ ແມ່ນ ລາບຊີ້ນຄວາຍ ເນື່ອງຈາກວ່າ ປະຊາຊົນເຂດເມືອງນີ້ນິຍົມກິນຊີ້ນ ຄວາຍ ໂດຍຊີ້ນຄວາຍທີ່ນໍາມາ ເຮັດລາບນັ້ນແມ່ນສັ່ງສົດໃໝ່ໃນ ແຕ່ລະມື້, ສໍາລັບລົດຊາດກໍເປັນ ສູດສະເພາະຂອງທາງຮ້ານເອງ ເຊິ່ງກໍ່ມີຫລາຍແບບໃຫ້ລູກຄ້າໄດ້ ເລືອກໝາຍຄວາມວ່າມັກແບບໃດ ກໍປຸງແຕ່ງໃຫ້ໄດ້,ສໍາລັບລາຄາ ອາຫານພາຍໃນຮ້ານທຸກລາຍການ ແມ່ນເລີ່ມຕົ້ນ 30.000 ກີບຂຶ້ນໄປ. ພິເສດສຳລັບອາຫານປະເພດເຂົ້າ ປຽກ, ເຝີ ຂາຍໃຫ້ເດັກນ້ອຍ 11 ປີ ລົງມາ ແມ່ນລາຄາ 15.000 ກີບ ຫາ 20.000 ກີບເທົ່ານັ້ນ. ນາງ ອາງຸ່ນ ເວົ້າເສີມວ່າ: ຫລັງຈາກທຸລະກິດດຳເນີນເປີດ ຮ້ານອາຫານ ມາເຫັນວ່າສາມາດ ສ້າງລາຍຮັບເຂົ້າຄອບຄົວເດືອນ ໜຶ່ງບໍ່ຕໍ່າກວ່າ 60.000.000 ກີບ ແຕ່ຍັງບໍ່ໄດ້ຫັກຕົ້ນທຶນ, ເງິນເດືອນ ພະນັກງານ ແລະ ອື່ນໆ ອີກຫລາຍ ຢ່າງ, ແຕ່ແນວໃດກໍ່ດີເວົ້າໄດ້ວ່າ ການຫັນປ່ຽນຈາກເມື່ອກ່ອນເອົາ ຮ້ານໃຫ້ຄົນເຊົ່າ ແລ້ວຫັນປ່ຽນມາ ເຮັດທຸລະກິດເອງຖືວ່າເປັນຜົນດີ ຫລາຍໃຫ້ແກ່ຄອບຄົວ ແລະ ປະຊາ ຊົນອ້ອມຂ້າງ ທີ່ມີການຊື້-ຂາຍນໍາ ກັນ. ສະນັ້ນ, ເພື່ອເຮັດໃຫ້ຮ້ານຄອງ ໃຈລູກຄ້າໄດ້ຕະຫລອດໄປພວກ ເຮົາຈະເນັ້ນໃສ່ອາຫານຕ້ອງແຊບ ສະອາດ, ການບໍລິການດີ, ວ່ອງໄວ ທັນໃຈ, ເວົ້ານົວຫົວມ່ວນ ທີ່ສໍາຄັນ ອາຫານຕ້ອງແຊບ ແລະ ຍັງຄົງ ຮັກມາດຕະຖານໄວ້ຢູ່ສະເໝີ ເທົ່າ ນີ້ກໍເປັນການເພີ່ມຍອດຂາຍ ແລະ ດຶງດູດລູກຄ້າໃຫ້ນັບມື້ຫລາຍຂຶ້ນ. ເອົາເປັນວ່າຖ້າຫາກທ່ານໃດ ໄດ້ ກາຍໄປ, ກາຍມາ ທາງບ້ານ ປາກ ງາ ເມືອງໂພນໄຊ ແຂວງຫລວງ ພະບາງ ຢາກໃຫ້ມາກິນ ລາບຊີ້ນ ຄວາຍ, ແກງເພ້ຍແຊບໆ ຮັບຮອງ ວ່າ ບໍ່ຜິດຫວັງແນ່ນອນ ແຕ່ຫາກ ມາແລ້ວບໍ່ຮູ້ຮ້ານ ຫລື ຢາກສັ່ງໄວ້ ກໍ່ສາມາດສັ່ງໄດ້ທີ່ເບີ 020 9199 9320. j 5

RkJQdWJsaXNoZXIy MTc3MTYxMQ==