7100

xtgmf]k; 3 26/08/2025 0j k; c]t gsfdko ອ່ານຕໍ່ສະບັບໜ້າ ©ດຍ ເຂົ້າຈານນ້¦ (ແຫລ່ງຂໍ້ມູນ ວິທະຍຸ ©ທລະພາບ ແຂວງອຸດົມໄຊ) dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ©ດຍ ສົມບູນ ແກ້ວໄຊຍະຈັກ zq oleg]a f 80 xu csj 'dkolh k'lk dkoxq dxh v' c]t dkora fmtokxtgmfs;Pfok, g,n v'w- rQ om5 dc]h ; ນັບວ່າ ເປັນອີກໜຶ່ງຜົນງານ ອັນໃຫຍ່ຫລວງຂອງການນຳເມືອງ ໄຊ ແຂວງອຸດົມໄຊ ທີ່ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳປະຊາຊົນບັນດາເຜົ່າ ພາຍໃນເມືອງຈັດຕັ້ງປະຕິບັດແນວ ທາງນະໂຍບາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ ທີ່ພັກ-ລັດ ວາງ ອອກມາໂດຍຕະຫລອດ ຈົນໃນທີ່ ສຸດກໍສາມາດບັນລຸໄດ້ຕາມຄາດ ໝາຍ ແລະ ປະກາດຮັບຮອງເປັນ ເມືອງພົ້ນທຸກ ເຊິ່ງເປັນເມືອງທຳ ອິດຂອງແຂວງອຸດົມໄຊ. ທ່ານ ສົມຈັນ ເທບພາລີ ຮັກ ສາການເຈົ້າເມືອງໄຊໄດ້ກ່າວວ່າ: ເມືອງໄຊ ສ້າງຕັ້ງຂຶ້ນ ໃນວັນທີ 15 ເມສາ ປີ 1961 ເຊິ່ງຕັ້ງຢູ່ໃຈ ກາງເທສະບານແຂວງ ມີເນື້ອທີ່ 2.800 ກວ່າກິໂລຕາແມັດ, ມີເຂດ ແດນຕິດກັບບັນດາເມືອງພາຍໃນ ແຂວງ ແລະ ບາງເມືອງຂອງແຂວງ ໃກ້ຄຽງ, ເປັນເຂດພູດອຍ ກວມ 85% ປະກອບມີ 8 ກຸ່ມ, ມີ 97 ບ້ານ; ໃນນີ້ ມີບ້ານເອກະລາດ 36 ບ້ານ, ບ້ານເທສະບານ 22 ບ້ານ, ມີ 16.900 ກວ່າຄົວເຮືອນ, ພົນລະ ເມືອງ 93.000 ກວ່າຄົນ, ຍິງ 46.100 ກວ່າຄົນ. ໃນນີ້, ພົນລະ ເມືອງທີ່ດໍາລົງຊີວິດຢູ່ຕົວເມືອງ ກວມ 42% ແລະ ຊົນນະບົດ ກວມ 58% ປະກອບມີ 9 ເຜົ່າຊົນ ເຊິ່ງ ນອນຢູ່ໃນ 4 ໝວດພາສາເວົ້າຄື: ໝວດພາສາລາວ-ໄຕກວມ 29%, ໝວດພາສາມອນ-ຂະແມ ກວມ 48%, ໝວດພາສາມົ້ງ-ອີວມຽນ ກວມ 16% ແລະ ໝວດພາສາຈີນ- ຕີເບດ ກວມ 7%, ສະເລ່ຍຄວາມ ໜາແໜ້ນຂອງພົນລະເມືອງ ປະ ມານ 33 ຄົນ/ກິໂລຕາແມັດ. ມາ ຮອດປັດຈຸບັນ ສາມາດສ້າງບ້ານ ພັດທະນາໄດ້ 44 ບ້ານ, ກວມເອົາ 45%, ບ້ານພົ້ນທຸກ 79 ບ້ານ, ກວມ 81%, ມີບ້ານທຸກຍາກ 18 ບ້ານ, ກວມ 19% ແລະ ໄດ້ຮັບຮອງບ້ານ ໃຫຍ່ເປັນຕົວເມືອງໃນຊົນນະບົດ 1 ບ້ານ (ບ້ານຫລັກ 32). ທ່ານ ສົມຈັນ ເທບພາລີ ກ່າວ ຕື່ມວ່າ: ຜ່ານການປະເມີນຕາມດໍາ ລັດ 348/ລບ ກ່ຽວກັບເງື່ອນໄຂ ມາດຕະຖານເມືອງພົ້ນທຸກ ເຫັນ ວ່າ ເມືອງໄຊ ບັນລຸ 100% ເຊິ່ງ ສະແດງອອກແຕ່ລະມາດຖານດັ່ງ ນີ້: ມີໂຮງຮຽນມັດທະຍົມສົມບູນ ທັງພາກລັດ ແລະ ເອກະຊົນ 15 ແຫ່ງ; ມີໂຮງໝໍພາກລັດ, ເອກະ ຊົນ ແລະ ສຸກສາລາ 12 ແຫ່ງ. ໃນນັ້ນ, ສຸກສາລາ 7 ແຫ່ງ; ເທ ສະບານເມືອງໄດ້ຊົມໃຊ້ນໍ້າປະປາ ກວມ 95% ແລະ ຊົນນະບົດໄດ້ ຊົມໃຊ້ນໍ້າລິນສະອາດ ແລະ ນໍ້າ ບາດານ ກວມ 100%; ເທສະ ບານເມືອງ ໄດ້ຈັດຕັ້ງປະຕິບັດຕາມ ແຜນຜັງ ແລະ ມີລະບຽບການ ຄຸ້ມຄອງຢ່າງເປັນລະບົບຄົບຊຸດ; ມີເສັ້ນທາງເຂົ້າເຖິງໃນທຸກໆບ້ານ ສາມາດທຽວໄດ້ຕະຫລອດປີ ມີ 95 ບ້ານ, ເຊື່ອມຈອດກັບບັນດາ ເມືອງ ແລະ ຕ່າງແຂວງ. ພິເສດ ແມ່ນມີສະຖານີລົດໄຟ ລາວ-ຈີນ 1 ສະຖານີ, ມີລະບົບຄົມມະນາຄົມ ແລະ ການສື່ສານ ເຊື່ອມໂຍງຂໍ້ມູນ ຂ່າວສານສະດວກສະບາຍ ທັງ ພາຍໃນ ແລະ ຕ່າງປະເທດ; ມີຕະ ຫລາດຊື້-ຂາຍ ສິນຄ້າເປັນປົກກະຕິ 10 ແຫ່ງ; ຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ໄດ້ຮັບ ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງຖືກຕ້ອງຕາມລະບຽບ ກົດໝາຍ. ແນວໃດກໍດີ, ເປັນກຽດມອບ ໃບຢັ້ງຢືນເມືອງໄຊ ເປັນເມືອງພົ້ນ ທຸກຄັ້ງນີ້ ໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ກຳມະການປະຈຳພັກ ແຂວງ, ຮອງເຈົ້າແຂວງອຸດົມໄຊ ຕາງໜ້າເມືອງໄຊ ຮັບໂດຍ ທ່ານ ສົມຈັນ ເທບພາລີ ຮັກສາການເຈົ້າ ເມືອງໆໄຊ ພ້ອມມອບໃບຢັ້ງຢືນ ບ້ານພົ້ນທຸກໃຫ້ບັນດາບ້ານ ແລະ ໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານ ໃນ ການຈັດຕັ້ງປະຕິບັດວຽກງານ. ຂະ ນະທີ່ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ກະ ຊວງກະສິກຳ ແລະ ສິ່ງແວດລ້ອມ, ການນໍາຂັ້ນແຂວງ, ຂັ້ນເມືອງ, ແຂກ ເຊີນຈາກສູນກາງ, ຕ່າງແຂວງ, ຕ່າງເມືອງ, ອະດີດການນໍາ, ພະນັກ ງານ, ລັດຖະກອນ, ສອງກໍາລັງ ປະກອບອາວຸດ ປກຊ-ປກສ, ອົງ ການປົກຄອງບ້ານຕະຫລອດຮອດ ປະຊາຊົນບັນດາເຜົ່າຊາວ ເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ. ຂປລ.ໄຊຊະນະອັນຍິ່ງໃຫຍ່ໃນ ການຕໍ່ສູ້ເພື່ອປົດປ່ອຍຊາດ, ເອກະພາບ ຂອງປະເທດ, ປົກປ້ອງປະເທດຊາດ ແລະ ປະຕິບັດໜ້າທີ່ສາກົນຢ່າງສົມບູນ ພາຍຫລັງໄຊຊະນະອັນສະຫງ່າງາມ ຂອງການປະຕິວັດເດືອນສິງຫາ ປີ 1945, ສາທາລະນະລັດ ປະຊາທິປະ ໄຕ ຫວຽດນາມ ໄດ້ກໍາເນີດຂຶ້ນໃນສະ ພາບການທີ່ເຕັມໄປດ້ວຍຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍ. ລັດຖະບານປະ ຕິວັດທີ່ຍັງອ່ອນນ້ອຍຕ້ອງຜະເຊີນກັບ ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ຫລາຍ ດ້ານ ໃນທ່າມກາງສະຖານະການທີ່ ຂ້ຽວຂາດ ມີທັງສັດຕູພາຍໃນ ແລະ ພາຍນອກ. ຕໍ່ສະພາບການນັ້ນ, ພາຍໃຕ້ ການນຳພາຢ່າງເດັດດ່ຽວ, ສະຫລາດ ສ່ອງໃສ ແລະ ຍຶດໝັ້ນຂອງພັກ ແລະ ປະທານໂຮ່ຈີມິງ, ທົ່ວປວງຊົນໄດ້ໂຮມ ພະລັງເປັນໜຶ່ງດຽວ ສະແດງອອກ ຢ່າງສູງສຸດ ເຖິງຈິດໃຈແຫ່ງການເພິ່ງ ພາຕົນເອງ, ຄວາມກ້າຫານ ແລະ ສະຕິ ປັນຍາໃນການສ້າງສັນ, ກ້າວຜ່ານອຸ ປະສັກ ແລະ ບົດທົດສອບອັນໂຫດຮ້າຍ ຂອງປະຫວັດສາດໄດ້ຢ່າງໝັ້ນຄົງ. ໃນໄລຍະປີ 1945-1946, ພັກ ແລະ ປະທານໂຮ່ຈີມິງ ໄດ້ຊີ້ນຳປະຊາ ຊົນທັງປະເທດ ດຳເນີນພ້ອມກັນສອງ ພາລະກິດຄື: ການສ້າງລັດຖະບານ ປະຕິວັດ ແລະ ການປົກປ້ອງຜົນໄດ້ຮັບ ຂອງການປະຕິວັດເດືອນສິງຫາ. ການ ເລືອກຕັ້ງຄັ້ງໃຫຍ່ເມື່ອວັນທີ6ມັງກອນ 1946 ຈັດຂຶ້ນດ້ວຍຜົນສຳເລັດ, ສະ ພາແຫ່ງຊາດຊຸດທີ 1 ໄດ້ສ້າງຕັ້ງຂຶ້ນ, ລັດຖະທຳມະນູນປະຊາທິປະໄຕສະບັບ ທຳອິດ ໄດ້ປະກາດໃຊ້. ລັດຖະບານ ປະຕິວັດ ໄດ້ເສີມສ້າງຢ່າງຕໍ່ເນື່ອງ, ຂະ ບວນການກຳຈັດ “ສັດຕູ ອຶດຢາກ”, “ສັດຕູກືກໜັງສື” ແລະ “ສັດຕູຮຸກ ຮານຈາກພາຍນອກ” ໄດ້ຖືກຈຸດປະ ກາຍຂຶ້ນຢ່າງຄຶກຄັກ ແລະ ບັນດາອຳ ນາດຝ່າຍກົງກັນຂ້າມການປະຕິວັດ ຖືກປາບປາມ. ເມື່ອຜະເຊີນໜ້າກັບ ແຜນການຮຸກຮານຄັ້ງທີສອງຂອງຈັກ ກະພັດຝຣັ່ງ, ໃນຄືນວັນທີ 19 ທັນວາ 1946, ປະທານໂຮ່ຈີມິງ ໃນນາມສູນ ກາງພັກ ແລະ ລັດຖະບານ, ໄດ້ອອກ “ຄຳຮຽກຮ້ອງໃຫ້ທົ່ວປະເທດລຸກຂຶ້ນ ຕໍ່ຕ້ານການຮຸກຮານ” ດ້ວຍຄວາມມຸ່ງ ໝັ້ນວ່າ: “ພວກເຮົາຍອມເສຍສະລະ ທຸກສິ່ງ, ແຕ່ຈະບໍ່ຍອມເສຍປະເທດ ແລະ ຈະບໍ່ຍອມເປັນຂ້າທາດຢ່າງເດັດ ຂາດĴ” ດ້ວຍແນວທາງການຕໍ່ຕ້ານ ສົງຄາມແບບທົ່ວຊາດ, ທຸກດ້ານ, ຕໍ່ສູ້ ໄລຍະຍາວ, ປະສົມປະສານການຕໍ່ສູ້ ທາງການທະຫານ, ການເມືອງ ແລະ ການທູດ ຄຽງຄູ່ກັບການສ້າງຊາດ, ພັກໄດ້ຊີ້ນຳປະຊາຊົນຫວຽດນາມເອົາ ຊະນະເທື່ອລະຂັ້ນຕໍ່ຍຸດທະສາດຂອງ ຈັກກະພັດຝຣັ່ງ. ຈຸດສູງສຸດແມ່ນໄຊຊະ ນະ ດຽນບຽນຟູ ປີ 1954 - ບົດມະຫາ ກາບອັນຍິ່ງໃຫຍ່ທີ່ “ກ້ອງກັງວານໄປ ທົ່ວ 5 ທະວີບ, ສະເທືອນທົ່ວໂລກ” ບັງ ຄັບໃຫ້ລັດຖະບານຝຣັ່ງ ຕ້ອງລົງນາມ ໃນຂໍ້ຕົກລົງເຊີແນວ, ຍອມຮັບສິດທິ ພື້ນຖານຂອງຊາດຫວຽດນາມ ແລະ ຢຸດຕິລົງດ້ວຍໄຊຊະນະສົງຄາມຕໍ່ຕ້ານ ຝຣັ່ງທີ່ຍາວນານ 9 ປີ ພ້ອມທັງການ ແຊກແຊງຈາກສະຫະລັດອາເມລິກາ. ຢ່າງໃດກໍຕາມ, ຕໍ່ມາຈັກກະພັດ ອາເມລິກາ ໄດ້ເຂົ້າມາແຊກແຊງພາກ ໃຕ້ຂອງຫວຽດນາມຢ່າງດຸເດືອດໜັກ ກວ່າເກົ່າ, ດຳເນີນແຜນການແບ່ງແຍກ ປະເທດຫວຽດນາມ ຢ່າງຍືດເຍື້ອ, ຍົກເວັ້ນພາກໃຕ້ໃຫ້ກາຍເປັນຫົວເມືອງ ຂຶ້ນຮູບແບບໃໝ່. ທ່າມກາງສະພາບ ການນັ້ນ, ພາຍໃຕ້ການນຳພາຂອງພັກ ແລະ ປະທານໂຮ່ຈີມິງ, ທົ່ວພັກ, ທົ່ວ ປວງຊົນ ແລະ ທົ່ວກອງທັບຂອງພວກ ເຮົາໄດ້ຢືນຢັນປະຕິບັດສອງພາລະກິດ ຍຸດທະສາດຢ່າງເດັດຂາດຄື: ການປະ ຕິວັດສັງຄົມນິຍົມໃນພາກເໜືອ - ການ ສ້າງແນວຫລັງຂະໜາດໃຫຍ່ໃຫ້ແກ່ ທົ່ວປະເທດ ແລະ ການປະຕິວັດປະຊາທິ ປະໄຕຊາດໃນພາກໃຕ້ - ການຕໍ່ສູ້ເພື່ອ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະ ເທດຊາດ. ສົງຄາມຕໍ່ຕ້ານອາເມລິກາ ເພື່ອກູ້ຊາດເປັນມະຫາກາບວິລະກຳ ຂອງຊາດຫວຽດນາມ ໃນສະຕະວັດທີ 20. ຕະຫລອດໄລຍະເວລາ 21 ປີ ທີ່ ຍາວນານ, ເຕັມໄປດ້ວຍຄວາມຫຍຸ້ງ ຍາກແລະຄວາມສະຫງ່າງາມ(1954- 1975), ພັກກອມມູນິດຫວຽດນາມ ໄດ້ຊີ້ນຳປະຊາຊົນສອງພາກຂອງປະ ເທດໃຫ້ຄ່ອຍໆເອົາຊະນະເທື່ອລະຂັ້ນ ຕໍ່ຍຸດທະສາດສົງຄາມຂອງຈັກກະພັດ ອາເມລິກາ. ພາກເໜືອທັງຕໍ່ສູ້ຕໍ່ຕ້ານ ສົງຄາມທຳລາຍລ້າງ ທັງມຸ່ງໝັ້ນຟື້ນຟູ ແລະ ພັດທະນາເສດຖະກິດ, ປະຕິບັດ ໜ້າທີ່ແນວຫລັງໃຫຍ່, ສົ່ງກຳລັງສະ ໜັບສະໜູນບໍ່ຂາດສາຍໄປຍັງແນວໜ້າ ພາກໃຕ້. ໄຊຊະນະອັນຍິ່ງໃຫຍ່ໃນລະ ດູບານໃໝ່ປີ 1975 ໂດຍມີຈຸດໝາຍ ສູງສຸດຄືບັ້ນຮົບໂຮ່ຈີມິງ ທີ່ເປັນຂີດ ໝາຍປະຫວັດສາດ, ໄດ້ປິດສາກລົງ ດ້ວຍໄຊຊະນະຢ່າງສົມບູນຂອງສົງ ຄາມຕໍ່ຕ້ານອາເມຣິກາເພື່ອກູ້ຊາດ, ປົດ ປ່ອຍພາກໃຕ້ຢ່າງສົມບູນ ແລະ ລວມ ປະເທດເປັນເອກະພາບ. ພາຍຫລັງວັນທ້ອນໂຮມປະເທດ ຊາດ, ປະເທດຍັງຕ້ອງຜະເຊີນໜ້າກັບ ຄວາມຫຍຸ້ງຍາກມະຫາສານ. ດ້ານ ໜຶ່ງຕ້ອງເລັ່ງຟື້ນຟູຜົນກະທົບອັນໜັກ ໜ່ວງຈາກສົງຄາມກວ່າ 30 ປີ, ເຮັດ ໃຫ້ຊີວິດປະຊາຊົນມີສະຖຽນລະພາບ, ເສີມສ້າງລັດຖະບານປະຕິວັດ ແລະ ສ້າງເສດຖະກິດທີ່ເປັນອິດສະລະ ແລະ ເພິ່ງຕົນເອງໄດ້. ອີກດ້ານໜຶ່ງ ຕ້ອງຕໍ່ສູ້ ປົກປ້ອງຊາຍແດນ, ຮັກສາເອກະລາດ ແລະ ອະທິປະໄຕອັນສັກສິດຂອງປະ ເທດຊາດ, ພ້ອມທັງປະຕິບັດໜ້າທີ່ສາ ກົນອັນສູງສົ່ງໃນການຊ່ວຍເຫລືອປະ ຊາຊົນກຳປູເຈຍໃຫ້ພົ້ນຈາກໄພຂ້າ ລ້າງເຜົ່າພັນ ແລະ ເລີ່ມຂະບວນການ ຟື້ນຟູປະເທດ. ໃນຂະນະທີ່ຕ້ອງຕໍ່ສູ້ອົດທົນເພື່ອ ປົກປ້ອງປະເທດຊາດ, ຫວຽດນາມ ຍັງຕ້ອງຜະເຊີນກັບການຖືກປິດລ້ອມ ແລະ ຂວ້ຳບາດຍາວນານຈາກພາຍ ນອກ. ຂະນະດຽວກັນ, ກົນໄກການບໍລິ ຫານແບບລວມສູນ, ອາດຍາສິດ ແລະ ການເກື້ອກູນກໍບໍ່ສອດຄ່ອງອີກຕໍ່ໄປ, ກໍ່ ໃຫ້ເກີດຂໍ້ຈຳກັດ ແລະ ບັນຫາຫລາຍ ດ້ານໃນການພັດທະນາເສດຖະກິດສັງຄົມ. ພາຍໃຕ້ເງື່ອນໄຂອັນຫຍຸ້ງຍາກ ນັ້ນ, ພັກຍັງຄົງຮັກສາບົດບາດການ ນຳພາຢ່າງໝັ້ນຄົງ, ຢືນຢັນເປົ້າໝາຍ ເອກະລາດຂອງຊາດຄຽງຄູ່ກັບສັງ ຄົມນິຍົມ, ເສີມສ້າງພະລັງແຫ່ງຄວາມ ສາມັກຄີຂອງຊາດເທື່ອລະກ້າວ, ກ້າວ ຜ່ານອຸປະສັກ, ຟື້ນຟູເສດຖະກິດຢ່າງ ວ່ອງໄວ, ຮັກສາສະຖຽນລະພາບ ທາງການເມືອງ-ສັງຄົມ ແລະ ອະທິປະ ໄຕຂອງຊາດ, ວາງຮາກຖານເພື່ອ ການປ່ຽນແປງຍຸດທະສາດໃນແນວ ຄິດການພັດທະນາ. ສິບປີຫລັງການທ້ອນໂຮມປະເທດ ຊາດ (1975-1985) ເປັນໄລຍະ ເວລາແຫ່ງບົດທົດສອບຄັ້ງໃຫຍ່, ເປັນ ໄລຍະທີ່ພັກຂອງພວກເຮົາຄ່ອຍໆສະ ແຫວງຫາເສັ້ນທາງໃໝ່ແຫ່ງການ ປະຕິຮູບ. ແນວຄິດການພັດທະນາເລີ່ມ ກໍ່ໂຕຂຶ້ນຈາກຄວາມເປັນຈິງອັນມີຊີວິດ ຊີວາ ຂອງການປະຕິວັດໃນຫວຽດນາມ. ຜົນສຳເລັດ, ລວມທັງຄວາມຫຍຸ້ງຍາກ ແລະ ຂໍ້ຈຳກັດໃນເວລານັ້ນ, ໄດ້ປະບົດ ຮຽນອັນລ້ຳຄ່າໄວ້ແລະວາງຮາກຖານ ທັງດ້ານແນວຄິດ ແລະ ພາກປະຕິບັດ ໃຫ້ແກ່ຂະບວນການ “ປ່ຽນແປງໃໝ່” (ການປະຕິຮູບ) ຢ່າງຮອບດ້ານທີ່ພັກ ໄດ້ລິເລີ່ມມາຕັ້ງແຕ່ປີ 1986. ຜົນສຳເລັດອັນຍິ່ງໃຫຍ່ ແລະ ມີ ຄວາມໝາຍທາງປະຫວັດສາດໃນ ການນຳພາປະເທດກ້າວສູ່ສັງຄົມນິຍົມ - ປະເທດທີ່ມີລະບອບການເມືອງ ເປັນເອກະລາດ, ມີອະທິປະໄຕເໜືອ ດິນແດນ ແລະ ມີສິດໃນການກຳນົດ ເສັ້ນທາງການພັດທະນາຂອງຕົນເອງ ໄຊຊະນະຂອງການປະຕິວັດເດືອນ ສິງຫາ ປີ 1945 ໄດ້ເປີດຈຸດປ່ຽນຄັ້ງ ຍິ່ງໃຫຍ່ໃນປະຫວັດສາດຂອງ ຫວຽດ ນາມ. ເຫດການວັນທີ 2 ກັນຍາ 1945 ກັບການສ້າງຕັ້ງສາທາລະນະລັດ ປະ ຊາທິປະໄຕ ຫວຽດນາມ - ລັດປະຊາທິປະໄຕ ຂອງປະຊາ ຊົນແຫ່ງທຳອິດໃນອາຊີຕາເວັນອອກ ສຽງໃຕ້ - ໄດ້ຢຸດຕິລະບອບສັກດີນາຕະ ຫລອດໄປ ແລະ ປິດສາກກວ່າ 80 ປີ ແຫ່ງການຕົກເປັນຫົວເມືອງຂຶ້ນ. ນັບ ແຕ່ນັ້ນມາ, ປະເທດຊາດຫວຽດນາມ ໄດ້ກ້າວເຂົ້າສູ່ຍຸກແຫ່ງເອກະລາດຂອງ ຊາດ ຄຽງຄູ່ກັບສັງຄົມນິຍົມ. ສືບເນື່ອງຈາກໄຊຊະນະນັ້ນ, ວັນ ທີ 6 ມັງກອນ ປີ1946, ການເລືອກ ຕັ້ງໃຫຍ່ ທົ່ວປະເທດຄັ້ງທຳອິດ ໄດ້ ຈັດຂຶ້ນຕາມຫລັກການປະຊາທິປະໄຕ ແລະ ກ້າວໜ້າ, ໂດຍມີຜູ້ແທນສະພາ ແຫ່ງຊາດຈຳນວນ 333 ຄົນໄດ້ຮັບ ການເລືອກຕັ້ງດ້ວຍຄວາມໄວ້ວາງ ໃຈຈາກປະຊາຊົນທັງປະເທດ. ສະພາ ແຫ່ງຊາດຊຸດທີ 1 ໄດ້ຜ່ານລັດຖະ ທຳມະນູນປີ 1946, ວາງຮາກຖານ ທາງກົດໝາຍສຳລັບລັດຮູບແບບໃໝ່, ຢືນຢັນອຳນາດຂອງປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ, ເຊິ່ງ ມີຄຸນສົມບັດຄົບຖ້ວນໃນການເປັນຕົວ ແທນຂອງປະເທດໃນເວທີສາກົນ. ພາຍຫລັງ 3 ທົດສະວັດແຫ່ງ ສົງຄາມປົດປ່ອຍທີ່ຍາວນານ, ໂດຍ ມີຈຸດໝາຍສູງສຸດຄື ໄຊຊະນະອັນຍິ່ງ ໃຫຍ່ໃນລະດູບານໃໝ່ປີ 1975, ພາກ ໃຕ້ໄດ້ຮັບການປົດປ່ອຍຢ່າງສົມບູນ, ແຜ່ນດິນໄດ້ໂຮມເປັນໜຶ່ງດຽວ. ກອງ ປະຊຸມຄະນະກຳມະການສູນກາງຄັ້ງ ທີ 24 (ກັນຍາ 1975) ໄດ້ກຳນົດພາ ລະກິດໃນການບັນລຸເອກະພາບຂອງ ປະເທດໃນດ້ານລັດ. ຜົນໄດ້ຮັບຄື ວັນທີ 25 ເມສາ ປີ1976, ມີຜູ້ມີສິດເລືອກ ຕັ້ງຫລາຍກວ່າ 23 ລ້ານຄົນ (ຄິດ ເປັນ 98,8% ຂອງຈຳນວນທັງໝົດ) ເຂົ້າຮ່ວມການເລືອກຕັ້ງທົ່ວໄປເພື່ອ ເລືອກສະພາແຫ່ງຊາດຮ່ວມຂອງທົ່ວ ປະເທດ. ໃນກອງປະຊຸມຄັ້ງທຳອິດ, ລັດຖະສະພາໄດ້ລົງມະຕິປະກາດຊື່ ປະເທດເປັນ “ສາທາລະນະລັດສັງຄົມ ນິຍົມຫວຽດນາມ”, ທຸງຊາດເປັນທຸງ ແດງ ດາວທອງ, ເພງຊາດຄື “ຕຽນ ກວນກາ”, ຊື່ປະເທດວ່າ “ສາທາລະ ນະລັດສັງຄົມນິຍົມ ຫວຽດນາມ”, ກຳນົດໃຫ້ ຮ່າໂນ້ຍ ເປັນເມືອງຫລວງ ແລະ ປ່ຽນຊື່ເມືອງໄຊງ່ອນເປັນ “ນະ ຄອນໂຮ່ຈີມິງ”.

RkJQdWJsaXNoZXIy MTc3MTYxMQ==