7100

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/08/2025 xtgmf]k; ສຳເລັດການທາບທາມ... ໄຂກອງປະຊຸມສະໄໝສາມັນ... ເປີດກອງປະຊຸມໃຫຍ່... ຂປລ. ກອງປະຊຸມສະໄໝ ສາມັນຂອງລັດຖະບານ ປະຈຳ ເດືອນສິງຫາ 2025 ໄດ້ໄຂຂຶ້ນໃນ ຕອນເຊົ້າວັນທີ 25 ສິງຫາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາທ່ານຮອງ ນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ, ຜູ້ຕາງໜ້າກະຊວງອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງ ແຜນວຽກຈຸດສຸມ ປະຈຳເດືອນ ກັນຍາ 2025. ກອງປະຊຸມຄັ້ງນີ້ ຈະດໍາເນີນ ເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລືປະກອບ ຄຳເຫັນ ແລະ ພິຈາລະນາຕໍ່ບັນດາ ຫົວຂໍ້ທີ່ສໍາຄັນຄື: ການສະຫລຸບ ວຽກງານພົ້ນເດັ່ນປະຈໍາເດືອນ ສິງຫາ ແລະ ທິດທາງແຜນການ ປະຈໍາເດືອນກັນຍາ 2025 ຂອງ ລັດຖະບານ; ລາຍງານສະພາບສາ ກົນ ແລະ ພາກພື້ນທີ່ພົ້ນເດັ່ນ, ທ່າ ອ່ຽງການຂະຫຍາຍຂອງສະພາບ ການ, ທິດທາງຮັບມືແລະ ແຜນວຽກ ຈຸດສຸມຂົງເຂດວຽກງານການຕ່າງ ປະເທດໃນເດືອນກັນຍາ 2025; ລາຍງານການກະກຽມເປີດສົກ ຮຽນໃໝ່ 2025-2026, ລວມທັງ ການກະກຽມກອງປະຊຸມຜູ້ບໍລິຫານ ການສຶກສາ ປະຈໍາປີ 2025, ການ ປ່ຽນຊື່ເອີ້ນຕໍາແໜ່ງຜູ້ບໍລິຫານຂອງ ມະຫາວິທະຍາໄລ ແລະ ໂລໂກ້ຂອງ ກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕາຄູອາສາ ສະໝັກ ເຂົ້າບັນຈຸເປັນລັດຖະກອນ ປ້ອງກັນຊາດ; ຮ່າງແຜນແມ່ບົດພັດ ທະນາເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035; ຮ່າງດໍາ ລັດ ວ່າດ້ວຍການປັບໄໝ ແລະ ມາດ ຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການ ຕ້ານການຟອກເງິນ ແລະ ການ ສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍ ແລະ ການແຜ່ຜາຍອາວຸດທຳ ລາຍລ້າງຜານ; ຮ່າງດຳລັດວ່າ ດ້ວຍການກັກ, ຢຶດ ແລະ ອາຍັດ ທຶນຂອງຜູ້ຢູ່ໃນບັນຊີລາຍຊື່ທີ່ພົວພັນ ກັບການກໍ່ການຮ້າຍ ແລະ ການ ສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍ; ຮ່າງດຳລັດວ່າດ້ວຍການ ຕ້ານການສະໜອງທຶນໃຫ້ແກ່ການ ແຜ່ຜາຍອາວຸດທຳລາຍລ້າງຜານ; ຮ່າງດຳລັດວ່າດ້ວຍກອງທຶນທ່ອງ ທ່ຽວ; ຮ່າງດຳລັດວ່າດ້ວຍການ ປະ ເມີນຜົນກະທົບຕໍ່ສຸຂະພາບ ແລະ ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວ ກັບການລົດໄຟ. ໃນໂອກາດກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ ເຄັ່ງຮ້ອນ ແລະ ໜ້າເປັນຫວ່ງໂດຍ ສະເພາະຄວາມຂັດແຍ່ງທາງການ ທະຫານ ແລະ ການເມືອງຢູ່ບາງ ພາກພື້ນ ແລະ ປະເທດໃກ້ຄຽງ ເຊິ່ງ ບັນຫາດັ່ງກ່າວ ຍັງຈະສືບຕໍ່ເປັນ ສິ່ງທ້າທາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫລາຍປະເທດ, ຂປລ. ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ ໄຂຂຶ້ນຢ່າງເປັນທາງການໃນວັນທີ 25 ສິງຫາ 2025 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລ ຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ກຽດເຂົ້າຮ່ວມມີສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ, ມີບັນດາການນໍາພັກລັດ, ພະນັກງານອາວຸໂສ-ບໍານານ, ນວ ຈັດສະແດງ ສຽງປະສານ... ຂປລ. ໃນວັນທີ 22 ສິງຫາ 2025 ຜ່ານມາ, ພະແນກຖະແຫລງ ຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ (ນວ) ຈັດການສະແດງ “ສຽງປະສານ ແຫ່ງຍຸກສະໄໝ” ແລະ ວາງສະແດງ ຮູບພາບ ເພື່ອສະເຫລີມສະຫລອງ ວັນຢຶດອຳນາດ 23 ສິງຫາ ຄົບຮອບ 50 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການ ເຂົ້າຮ່ວມຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ມີການ ນໍາພັກ-ລັດ, ມີທູຕານຸທູດ, ແຂກຖືກ ເຊີນ ແລະ ມວນຊົນນະຄອນຫລວງ ເຂົ້າຮ່ວມຢ່າງຫລວງຫລາຍ. ໂອກາດນີ້, ທ່ານນາງວຽງພອນ ແກ້ວຄຸນສີ ຫົວໜ້າພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ການສະແດງສິລະປະ ວັດທະນະທໍາ “ສຽງປະສານແຫ່ງ ຍຸກສະໄໝ ແລະ ວາງສະແດງ ຮູບພາບ 23 ສິງຫາ ວັນຢຶດອໍາ ນາດຄົບຮອບ 50 ປີ” ຄັ້ງນີ້ ແມ່ນ ເພື່ອສ້າງຂະບວນການຂໍ່ານັບຮັບ ກອງປະຊຸມໃຫຍ່ຜູ້ແທນ... ສິງຫາ 2025 ຢູ່ຫໍວັດທະນະທຳ ໄກສອນ ພົມວິຫານ ໃຫ້ກຽດເປັນ ປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງສະຫວັນນະ ເຂດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ, ມີ ບັນດາສະຫາຍໃນຄະນະບໍລິຫານ ງານພັກແຂວງ, ເລຂາພັກເມືອງນະຄອນ, ເລຂາຄະນະພັກກອງບັນ ຊາການ ປກຊ-ປກສ ແຂວງ, ເລຂາ ຄະນະພັກຮາກຖານ, ເລຂາໜ່ວຍ ພັກຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນພິທີ, ບັນດາສະຫາຍທີ່ເຂົ້າ ຮ່ວມກອງປະຊຸມໄດ້ມີການປະກອບ ຄຳເຫັນໃສ່ເນື້ອໃນເອກະສານກອງ ປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X ເປັນຕົ້ນບົດລາຍງານການ ເມືອງ, ແຜນພັດທະນາເສດຖະກິດສັງຄົມ ແລະ ບົດສຳຫລວດການ ນຳພາລວມຂອງຄະນະບໍລິຫານ ງານພັກແຂວງສະໄໝທີ IX ເປັນຄັ້ງ ສຸດທ້າຍ. ຈາກນັ້ນ, ສະຫາຍເລຂາ ຄະນະບໍລິຫານງານພັກແຂວງ ກໍໄດ້ ລາຍງານຜົນສຳເລັດການດຳເນີນ ຊີວິດການເມືອງທ້າຍສະໄໝ ຄະນະ ບໍລິຫານງານພັກແຂວງສະໄໝທີ IX ໂດຍສັງເຂບ, ພ້ອມທັງຊີ້ແຈງ ການຕຳນິສົ່ງຂ່າວຕໍ່ການນຳພາ ລວມຂອງຄະນະບໍລິຫານງານພັກ ແຂວງ. ຈາກນັ້ນ, ສະຫາຍ ວິໄລວົງ ບຸດດາຄຳ ກໍໄດ້ຜ່ານມາດຖານ ເງື່ອນຂອງໄຂຄະນະບໍລິຫານງານ ພັກແຂວງ, ຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ ແລະ ປະທານ-ຮອງປະທານກວດກາຄະ ນະພັກ. ໃນກອງປະຊຸມ , ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ມີຄຳເຫັນ ໂອ້ລົມ ແລະ ແນະນຳບາງບັນຫາ ສຳຄັນກ່ອນຈະດຳເນີນການທາບ ທາມ, ພ້ອມທັງໄດ້ແນະນຳວຽກ ງານໃນການກະກຽມກອງປະຊຸມ ໃຫຍ່ ອົງຄະນະພັກແຂວງສະຫວັນ ນະເຂດ ສະໄໝທີ X ທີ່ຈະໄຂຂຶ້ນໃນ ຕໍ່ໜ້າ ເພື່ອໃຫ້ມີຜົນສຳເລັດຢ່າງຈົບ ງາມ ແລະ ບັນລຸໄດ້ຕາມຄາດໝາຍ ທີ່ວາງໄວ້. ກອງປະຊຸມໄດ້ດຳເນີນການ ປ່ອນບັດທາບທາມຄະນະບໍລິຫານ ງານພັກແຂວງ ຮອບທີ 3 ແລະ ທາບທາມຄະນະປະຈຳພັກແຂວງ, ເລຂາ-ຮອງເລຂາພັກແຂວງ, ປະທານ-ຮອງປະທານກວດກາ ຄະນະພັກຮອບທີ 2 ຢ່າງເປັນ ທາງການ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງ ທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25-26 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄໍາໄຊ, ເປັນກຽດ ເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ຜູ້ຊີ້ນໍາແຂວງບໍລິຄໍາ ໄຊ, ມີຮອງເລຂາພັກແຂວງ, ຄະນະ ປະຈໍາພັກແຂວງ, ກໍາມະການພັກ ແຂວງ, ບັນດາແຂກຖືກເຊີນຈາກ ສູນກາງ, ຕາງໜ້າຄະນະລິຫານ ງານພັກນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບຸນ, ແຂວງຊຽງຂວາງ ແລະ ແຂວງຄຳ ມ່ວນ, ພະນັກງານອາວຸໂສບຳນານ, ແຂກຖືກເຊີນ, ຜູ້ແທນສົມບູນທີ່ເປັນ ຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ສອນທະນູ ທໍາມະວົງ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງ ເປັນທາງການວ່າ: ການດໍາເນີນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະ ພັກແຂວງບໍລິຄຳໄຊ ສະໄໝທີ VIII ເປັນເຫດການ-ການເມືອງທີ່ສໍາ ຄັນອີກຄັ້ງໜຶ່ງໃນຂະບວນວິວັດ ການຈັດຕັ້ງປະຕິບັດແນວທາງ- ນະໂຍບາຍຂອງພັກ ໃນການປັບປຸງ ກໍສ້າງພັກຕາມ 5 ຫລັກການ 3 ທິດນໍາທີ່ພັກວາງອອກ ແລະ ສະ ແດງເຖິງການເຕີບໃຫຍ່ຂະຫຍາຍ ຕົວຂອງພັກ ຕະຫລອດໄລຍະຂອງ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ໃນໄລຍະຜ່ານມາ; ທັງເປັນ ການສືບຕໍ່ຈັດຕັ້ງປະຕິບັດຍຸດທະ ສາດທີ່ພັກວາງອອກໃຫ້ປາກົດຜົນ ເປັນຈິງ. ກອງປະຊຸມໃຫຍ່ໃນຄັ້ງ ນີ້, ຈະໄດ້ພ້ອມກັນສັງເກດຕີລາຄາ ຄືນຜົນສໍາເລັດການຈັດຕັ້ງປະຕິບັດ ແນວທາງຂອງພັກ, ມະຕິກອງປະ ພ້ອມດ້ວຍຜູ້ແທນສົມບູນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໃຫ້ຮູ້ວ່າ: ກອງປະຊຸມ ໃນຄັ້ງນີ້, ຈະໄດ້ສຸມໃສ່ປຶກສາຫາລື ແລະ ຮັບຮອງຫລາຍເນື້ອໃນທີ່ສໍາ ຄັນເປັນຕົ້ນພ້ອມກັນຕີລາຄາຄືນ ຢ່າງຮອບດ້ານເລິກເຊິ່ງກ່ຽວກັບຜົນ ສໍາເລັດຂອງການຈັດຕັ້ງປະຕິບັດ ທິດທາງ, ຄາດໝາຍ, ຈຸດສຸມທີ່ໄດ້ ວາງອອກໃນກອງປະຊຸມໃຫຍ່ຜູ້ ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ພ້ອມທັງ ຍົກໃຫ້ເຫັນສາເຫດ, ຜົນສໍາເລັດ ແລະ ຂໍ້ຄົງຄ້າງໃນການ ຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ. ພ້ອມນີ້, ກອງປະຊຸມຈະ ໄດ້ພິຈາລະນາຮັບຮອງເອົາແຜນ ພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດລະບຽບ ຄຊປປລ ແລະ ກົດ ລະບຽບການຈັດຕັ້ງເຍົາວະຊົນທັນ ວາ ສະໄໝທີ IX (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ. ພ້ອມ ທັງຕີລາຄາຄືນການດໍາເນີນການສໍາ ຫລວດກວດກາການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດ ທີ VIII. ພ້ອມກັນນີ້, ໃນກອງປະຊຸມ ຜູ້ແທນສົມບູນຍັງໄດ້ໃຊ້ສິດຂອງ ຕົນປ່ອນບັດຄັດເລືອກເອົາຄະນະ ບໍລິຫານງານສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ຊຸດທີ IX ເພື່ອ ສືບຕໍ່ນຳພາຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດ ຜົນເປັນຈິງ. ໃນໂອກາດດຽວກັນ, ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະ ບໍລິຫານງານພັກ, ປະທານກວດ ກາພັກ, ຮອງເລຂາຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຂຶ້ນຜ່ານຮ່າງ ລາຍງານການເມືອງ ໂດຍໄດ້ຍົກ ໃຫ້ເຫັນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີຜ່ານມາ ເຊິ່ງຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຕ່ລະ ຂັ້ນໄດ້ນຳພາ-ຊີ້ນຳການຈັດຕັ້ງ ຊາວໜຸ່ມ, ສະມາຊິກຊາວໜຸ່ມ, ເຍົາ ວະຊົນ ແລະ ອະນຸຊົນປະຕິບັດໜ້າທີ່ ພາລະບົດບາດຂອງຕົນດ້ວຍຄວາມ ຟົດຟື້ນຫ້າວຫັນ, ໄດ້ສຸມໃສ່ຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ຕະຫລອດໄລຍະ 5 ປີ ຜ່ານມາ ມີຜົນສຳເລັດຕາມລະດັບຄາດໝາຍ ທີ່ໄດ້ກຳນົດໄວ້, ເຮັດໃຫ້ຊາວໜຸ່ມ ລາວບັນດາເຜົ່າ ມີນ້ຳໃຈຮັກຊາດ ອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ ພັກ, ມີຄວາມກະຕັນຍູກະຕະເວທີ ຕໍ່ຜູ້ມີຜົນງານຄວາມດີ, ມີຄວາມ ກະຕືລືລົ້ນໃນການສະແຫວງຫາ ຄວາມກ້າວໜ້າ ແລະ ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ການປັບປຸງການ ຈັດຕັ້ງກົງຈັກເສນາທິການຂອງ ຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ເປັນ ໄປຕາມທິດກະທັດລັດ ແລະ ມີປະ ສິດທິພາບ, ການສ້າງສະມາຊິກ ຊາວໜຸ່ມໃຫ້ກາຍເປັນສະມາຊິກ ພັກໃຫ້ກາຍເປັນກຳລັງແຮງ ແລະ ເປັນພະນັກງານສືບທອດຂັ້ນການ ນຳຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຂັ້ນສູນກາງ, ແຂວງ, ນະຄອນຫລວງວຽງຈັນ, ກະຊວງ ແລະ ອົງການຢ່າງຫລວງຫລາຍ. ນອກຈາກນີ້, ສະຫາຍຍັງໄດ້ຍົກ ໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍ ດ້ານ, ລວມທັງຈຸດອ່ອນ ແລະ ຂໍ້ ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີ ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບາງ ບົດຮຽນທີ່ຖອດຖອນໄດ້, ທິດທາງ ແລະ ວຽກງານຈຸດສຸມຂອງຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນ 5 ປີຕໍ່ ໜ້ານັບແຕ່ປີ 2026-2030. ພາບ: ເກດສະໜາ ເຮັດໃຫ້ສະພາບເສດຖະກິດໂລກທີ່ ມີຄວາມຫຍຸ້ງຍາກຢູ່ແລ້ວຍັງຈະ ສືບຕໍ່ມີຄວາມຜັນຜວນ ແລະ ມີ ຜົນກະທົບເປັນວົງກວ້າງຕື່ມ ເຊິ່ງ ອາດຈະເຮັດໃຫ້ລາຄາສິນຄ້າ ແລະ ລາຄານໍ້າມັນເພີ່ມສູງຂຶ້ນ. ສໍາລັບຢູ່ ປະເທດລາວກໍບໍ່ສາມາດຫລີກລ່ຽງ ຜົນກະທົບທັງທາງກົງ ແລະ ທາງ ອ້ອມເຊັ່ນດຽວກັນ. ໃນຂະນະດຽວ ກັນ, ຢູ່ພາຍໃນປະເທດກໍເກີດມີສະ ພາບຝົນຕົກໜັກຢູ່ຫລາຍແຂວງ ເກີດມີສະພາບນໍ້າຖ້ວມ, ນໍ້າປ່າໄຫລ ຊຸ, ດິນເຈື່ອນ ແລະ ອື່ນໆ ເຮັດໃຫ້ ມີຜົນເສຍຫາຍຢ່າງຫລວງຫລາຍ. ສະນັ້ນ, ຕ້ອງໄດ້ພ້ອມກັນຄົ້ນຄວ້າ ບັນດາມາດຕະການ, ວິທີການໃນ ການປ້ອງກັນ ແລະ ແກ້ໄຂຜົນກະ ທົບດັ່ງກ່າວ ແຕ່ຫົວທີ ແລະ ທັນ ການເພື່ອບໍ່ໃຫ້ກະທົບຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ພະນັກງານ- ລັດຖະກອນ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ເຮົາ. ນອກນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນ ດາທ່ານສະມາຊິກລັດຖະບານຈົ່ງ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາດ້ວຍການສະເໜີ ທັດສະນະຢ່າງກົງໄປກົງມາ, ກະທັດ ຮັດ ແລະ ມີຈຸດສຸມເພື່ອເຮັດໃຫ້ ການດຳເນີນກອງປະຊຸມຄັ້ງນີ້ ມີ ຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະ ພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ໃນໄລຍະ 5 ປີທີ່ຜ່ານມາໂດຍສະ ຫລຸບສັງຮວມ, ຖອດຖອນບົດຮຽນ ທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນ ຄວ້າຕົກລົງເປັນເອກະພາບຮັບຮອງ ເອົາທິດທາງໜ້າທີ່, ວຽກງານຈຸດ ສຸມໃນສະເພາະໜ້າ (ປີ20252030) ຊຶ່ງເປັນໄລຍະແຫ່ງການ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030) ໄປຕາມ ທິດສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ສ້າງປະຖົມປັດໄຈ ນຳພາປະເທດເຮົາຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາໃນປີ 2026, ສ້າງພື້ນຖານໃຫ້ແກ່ການ ພັດທະນາແບບຍືນຍົງຕິດພັນກັບ ການປົກປັກຮັກສາສິ່ງແວດລ້ອມ, ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ, ສ້າງຕັ້ງຕາ ແສງ ແລະ ບ້ານ ເປັນຫົວໜ່ວຍ ພັດທະນາໄດ້ເຮັດໃຫ້ທົ່ວແຂວງມີ ເມືອງພົ້ນທຸກ 5 ເມືອງ, ຍັງບໍ່ພົ້ນ ທຸກ 2 ເມືອງ, ເມືອງເຂັ້ມແຂງ ຮອບດ້ານ 1 ເມືອງ, ບ້ານພົ້ນທຸກ ກວມ 93,66%, ຄອບຄົວພົ້ນທຸກ ກວມເອົາ 97,31%, ຄອບຄົວ ທຸກຍາກ-ອະນາຖາ ກວມ 2,69%; ບ້ານພັດທະນາກວມ 80,63%; ຄອບຄົວພັດທະນາກວມ 91,04%, ຄອບຄົວຍັງບໍ່ທັນບັນລຸພັດທະນາ 8,96% ແລະ ວຽກງານ 3 ສ້າງ ຄື: ບ້ານໃຫຍ່ທີ່ເປັນຕົວເມືອງນ້ອຍ ໃນຊົນນະບົດ 4 ບ້ານ; ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດບັນລຸ ໄດ້ 7 ດ້ານ ສະເລ່ຍໃນ 60 ຕົວຊີ້ ບອກບັນລຸໄດ້ 90,90%; ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານຕາມ 5 ດ້ານ, 47 ຕົວຊີ້ບອກ. ໃນນີ້: ເມືອງບັນລຸ 4 ດ້ານສຳເລັດ 5 ເມືອງ, ບັນລຸ 3 ດ້ານ ມີ 1 ເມືອງ, ບັນລຸ2ດ້ານ1ເມືອງແລະສ້າງບ້ານ ເປັນຫົວໜ່ວຍພັດທະນາ 4 ດ້ານ, 30 ຕົວຊີ້ບອກ ບັນລຸ 82,39%, ໄດ້ປັບປຸງຈາກ 8 ຕໍາແໜ່ງ ງານມາເປັນ 5 ໜ່ວຍງານສໍາເລັດ 100%ສ້າງບ້ານພັດທະນາ 4 ດ້ານ ໄດ້ 234 ບ້ານ ກວມເອົາ 82,39% ຂອງຈໍານວນບ້ານທັງໝົົດໄດ້ຖືເອົາ ການພັດທະນາເສດຖະກິດເປັນ ໃຈກາງ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ “ສ້າງແຂວງໃຫ້ ເປັນປະຕູເສດຖະກິດ, ແຫລ່ງຜະ ລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມໃຫ້ມີ ຄວາມຍືນຍົງ” ເສດຖະກິດຂະ ຫຍ າ ຍຕົວຢ່າ ງ ຕໍ່ ເ ນື່ອງ -ໝັ້ນ ທ່ຽງຢູ່ໃນລະດັບ 5,1% ທຽບ ໃສ່ແຜນການແມ່ນລື່ນຄາດໝາຍ 0,1%, ລວມຍອດຜະລິດຕະພັນ ພາຍໃນ (GPP) ບັນລຸ 15.249 ຕື້ກີບ, ລາຍຮັບສະເລ່ຍ 44 ລ້ານ ກວ່າກີບ ຫລື 1.923 ໂດລາ/ຄົນ/ປີ, ໂຄງປະກອບເສດຖະກິດ: ກະສິກໍາ ກວມ 35%, ອຸດສາຫະກໍາ-ກໍ່ສ້າງ ກວມ 44% ແລະ ບໍລິການກວມ 21%, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າໄດ້ໂດຍ ພື້ນຖານ. ໃນກອງປະຊຸມ, ບັນດາຜູ້ແທນ ກອງປະຊຸມໄດ້ຍົກສູງຄວາມຮັບ ຜິດຊອບທາງດ້ານການເມືອງຂອງ ຕົນດ້ວຍການເສີມຂະຫຍາຍປະຊາ ທິປະໄຕຢ່າງແຂງແຮງ, ສຸມສະຕິ ປັນຍາຄົ້ນຄວ້າ, ຄິດຫງຳ ແລະ ປະກອບຄຳຄິດ-ຄຳເຫັນຢ່າງເລິກ ເຊິ່ງ, ສ້າງຄວາມເປັນເອກະພາບ ສູງຕໍ່ເນື້ອໃນຂອງກອງປະຊຸມ ແລະ ບັນດາສະຫາຍຜູ້ແທນສົມບູນຍັງຈະ ໄດ້ດຳເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ບໍລິຄໍາໄຊ ຊຸດໃໝ່ ເພື່ອສືບຕໍ່ນຳພາ ປະຊາຊົນບັນດາເຜົ່າປະຕິບັດແນວ ທາງການເມືອງຂອງພັກ ໃຫ້ປາກົດ ຜົນເປັນຈິງ ແລະ ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ, ສຳຮອງໄປ ຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຕອນທ້າຍກອງປະຊຸມຈະໄດ້ ຮັບຟັງຄໍາເຫັນໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາ ແຂວງບໍລິຄໍາໄຊ ເຊິ່ງຈະເປັນເຂັມ ຊີ້ທິດເຍືອງທາງໃຫ້ຄະນະບໍລິຫານ ງານພັກແຂວງຊຸດໃໝ່ ແລະ ປະຊາ ຊົນຊາວແຂວງບໍລິຄໍາໄຊ ເພື່ອເພີ່ມ ທະວີຄວາມຮັບຜິດຊອບຕໍ່ການ ພັດທະນາແຂວງໃຫ້ມີການຫັນ ປ່ຽນໃໝ່ກ້າວຂຶ້ນຕາມຈຸດໝາຍທີ່ ວາງໄວ້. ຂ່າວ-ພາບ: ອ່າຍຄຳ ຕ້ອນວັນສຳຄັນຄື: ສະເຫລີມສະ ຫລອງມູນເຊື້ອການນໍາພາຂອງ ພັກ ປປ ລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ວັນຢຶດ ອໍານາດ 23 ສິງຫາ ຄົບຮອບ 50 ປີ ແລະ ກອງປະຊຸມໃຫຍ່ອົງຄະນະ ພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ດ້ວຍເນື້ອໃນອຸດົມສົມບູນ, ມີ ບັນຍາກາດຄຶກຄື້ນ, ເຕັມໄປດ້ວຍ ຈິດໃຈສາມັກຄີຟົດຟື້ນປະຕິວັດ ພາຍໃຕ້ຮົ່ມທຸງໄຊຂອງພັກ, ທັງ ເປັນການສົ່ງເສີມວັດທະນະທຳ ແລະ ສິລະປະດົນຕີໃຫ້ໄດ້ຮັບການ ປົກປັກຮັກສາ, ພັດທະນາ ແລະ ສືບ ທອດຈາກຮຸ່ນສູ່ຮຸ່ນໃນເວທີການ ສະແດງທີ່ມີຄຸນຄ່າ, ເອກອ້າງພາກ ພູມໃຈກ້າວສູ່ພາກພື້ນ ແລະ ສາ ກົນ; ສືບທອດ, ສົ່ງເສີມ, ກໍ່ສ້າງຊັບ ພະຍາກອນມະນຸດ-ນັກສິລະປິນນັກປະດິດແຕ່ງດົນຕີ-ວິຈິດສິນໜຸ່ມ ທີ່ມີຄວາມຮູ້ຄວາມສາມາດໃຫ້ ຍືນຍົງທັງຍົກສູງຄຸນຄ່າສິລະປິນ ລາວ ໂດຍສະເພາະທາງດ້ານ ດົນຕີປະສານສຽງຜ່ານບັນດາບົດ ເພງມູນເຊື້ອການປະຕິວັດ, ບົດ ເພງມໍລະດົກວຽງຈັນ ອັນມີຊີວິດ ຊີວາທີ່ສຸດໃຫ້ສັງຄົມໄດ້ຮັບຮູ້ຢ່າງ ກວ້າງຂວາງ. ການສະແດງສິລະປະ-ວັດທະ ນະທຳປະສົມປະສານກັບດົນຕີ ການຂັບຮ້ອງປະສານສຽງຄັ້ງນີ້ ມີ ທັງໝົດ 11 ບົດເພງ, ພິເສດບົດເພງ “ສັນລະເສີນພັກ” ປະພັນໂດຍທ່ານ ສີຊະນະ ສີສານ; ໄດ້ສໍາເລັດການ ຖ່າຍທໍາວິດີໂອ ແລະ ນໍາສະເໜີວິດີ ໂອດັ່ງກ່າວເປັນທາງການໃນວັນທີ 15 ມີນາ 2025 ພ້ອມທັງອອກສູ່ ສັງຄົມຜ່ານສື່ມວນຊົນໃນຮູບແບບ ຕ່າງໆເປັນຕົ້ນ Onair, Online, Onground ເຊິ່ງສ່ອງແສງໃຫ້ເຫັນ ໝາກຜົນແຫ່ງໄຊຊະນະພາຍໃຕ້ຮົ່ມ ຄັນທຸງພັກແຫ່ງພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ງານວາງສະແດງຮູບພາບປະ ຫວັດສາດວັນຢຶດອໍານາດ 23 ສິງຫາ ຄົບຮອບ 50 ປີ ຈະມີການ ວາງສະແດງຢູ່ສວນປະຕູໄຊ ໃນ ວັນທີ 23-25 ສິງຫາ 2025. ດັ່ງນັ້ນ, ຂໍເຊີນຊວນມວນຊົນທັງ ພາຍໃນ ແລະ ຕ່າງປະເທດໄປທ່ຽວ ຊົມໄດ້ໃນວັນເວລາດັ່ງກ່າວ ທີ່ປະ ຕູໄຊ.

RkJQdWJsaXNoZXIy MTc3MTYxMQ==