gsfdko{dkora fmtok xtgmf]k; ( 22/08/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມຜູ້ ບໍລິຫານການສຶກສາທິການ ແລະ ກິລາ ທົ່ວແຂວງ ປະຈໍາສົກຮຽນ 2024-2025 ແລະ ແຜນພັດທະນາ ການສຶກສາ ແລະ ກິລາ ປະຈໍາສົກ ຮຽນ 2025-2026 ຈັດຂຶ້ນໃນ ວັນທີ 19 ສິງຫາ 2025 ທີ່ພະແນກ ສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ບໍ່ແກ້ວ, ມີຜູ້ບໍລິຫານການສຶກສາ ທົ່ວແຂວງ, ຄູ-ອາຈານ, ອໍານວຍ ການໂຮງຮຽນ ທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ຜົນສຳເລັດ ແລະ ຄາດໝາຍສູ້ຊົນ ປະຈຳສົກຮຽນ 2024-2025 ແລະ ມອບໃຫ້ຜູ້ ບໍລິຫານການສຶກສາໃນແຕ່ລະ ຂັ້ນ ໂດຍສະເພາະ ພາກສ່ວນທີ່ w0dv'xt-5 ,z6 h [= ]y skodkolb dlk c]t dy ]k mq j ;c0;'[= j cdh ; ກ່ຽວຂ້ອງສືບຕໍ່ສຸມໃສ່ຈັດຕັ້ງ ປະຕິບັດຄາດໝາຍທີ່ບໍ່ທັນສາມາດ ບັນລຸໄດ້ ຊຶ່ງເປັນຕົວຊີ້ບອກທີ່ຕິດ ພັນກັບການເຂົ້າຮຽນ ແລະ ການ ປະລະການຮຽນໃນການສຶກສາ ຂັ້ນພື້ນຖານ ແລະ ທິດທາງແຜນ ພັດທະນາຂະແໜງການສຶກສາ ກໍຄື ບັນດາຄາດໝາຍສູ້ຊົນ ປະຈຳສົກ ຮຽນ 2025-2026 ໂດຍສະເພາະ ອັດຕາການເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ໃຫ້ບັນລຸ 85,5 ; ອັດຕາເຂົ້າໃໝ່ ສຸດທິຂັ້ນ ປ1 ໃນຊັ້ນປະຖົມສຶກສາ ໃຫ້ບັນລຸ 99,4 ; ອັດຕາປະລະ ຂອງນັກຮຽນຊັ້ນປະຖົມສຶກສາ ບໍ່ໃຫ້ເກີນ 4 ; ອັດຕາເລື່ອນຊັ້ນ ຂອງນັກຮຽນຈົບ ປ5 ຂຶ້ນ ມ1 ໃຫ້ ບັນລຸ 89,5 ; ອັດຕາເຂົ້າຮຽນ ລວມຊັ້ນມັດທະຍົມຕອນຕົ້ນ ໃຫ້ ບັນລຸ 72,9 ; ອັດຕາປະລະຂອງ ນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 11,7 ; ຄູປະຈຳການ ແລະ ຜູ້ເຮັດວຽກສຶກສານິເທດທຸກ ຊັ້ນໄດ້ຮັບການພັດທະນາວິຊາຊີບ ແບບຕໍ່ເນື່ອງ ສະເລ່ຍ 20 ຕໍ່ປີ; ປະຊາກອນໜຸ່ມ ແລະ ຜູ້ປະລະ ການຮຽນ ໃຫ້ໄດ້ບຳລຸງຜ່ານການ ສຶກສານອກໂຮງຮຽນ ແລະ ຝຶກ ອົບຮົມວິຊາຊີບ (ກສນ) ບໍ່ໃຫ້ຫລຸດ 30.000 ຄົນ ໃນແຕ່ລະປີ; ຈໍາ ນວນນັກສຶກສາທີ່ຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຕາມຫລັກສູດ ທາງການ ໃນແຕ່ລະປີ ບໍ່ໃຫ້ຫລຸດ 10.000 ຄົນ (ໃນ 50.000 ຄົນ ພາຍໃນປີ 2030); ຫລັກສູດການ ຮຽນ-ການສອນ ທີ່ເປັນຫລັກສູດ ສາກົນ ໃນຊັ້ນການສຶກສາຊັ້ນສູງ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ມີ 10 ຫລັກສູດ; ຈໍາ ນວນຫົວຂໍ້ຄົ້ນຄວ້າວິທະຍາສາດ ທີ່ນໍາໃຊ້ເງິນກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ຕາມ 24 ຂົງເຂດບຸລິມະສິດ ເພື່ອ ຮັບໃຊ້ແຜນພັດທະນາເສດຖະກິດສັງຄົມ 2026-2030 ໃຫ້ໄດ້ຢ່າງ ໜ້ອຍ 45 ຫົວຂໍ້ ໃນແຕ່ລະປີ; ຈໍາ ນວນກຳມະການຕັດສິນໃນລະດັບ ອາຊຽນ, ອາຊີ ແລະ ລະດັບສາກົນ ແຕ່ລະປີໃຫ້ບັນລຸໄດ້ 6 ຄົນ. ກອງປະຊຸມ ໃນຄັ້ງນີ້, ຍົກໃຫ້ ເຫັນວ່າຜູ້ບໍລິຫານການສຶກສາຂັ້ນ ແຂວງ, ຂັ້ນເມືອງ ແລະ ຜູ້ບໍລິຫານ ໂຮງຮຽນ ພ້ອມກັນຊອກຫາວິທີ ແກ້ໄຂໃນການຈັດຕັ້ງປະຕິບັດ 15 ຄາດໝາຍ ປະຈຳປີ 2025 ຂອງຂະແໜງການສຶກສາຢູ່ໃນ ແຕ່ລະເມືອງທີ່ກໍານົດໃນມະຕິສະພາ ປະຊາຊົນແຂວງ ເລກທີ 01/ສພຊ, ຄາດໝາຍທີ່ຍັງບໍ່ສໍາເລັດ, ກະກຽມ ຄວາມພ້ອມໃນການໄຂສົກຮຽນ 2025-2026, ການປັບປຸງການ ຮຽນ-ການສອນ ໃຫ້ມີຄຸນນະພາບ ໃນເງື່ອນໄຂທີ່ຂາດແຄນຄູ, ສະພາບ ປາກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງ ການສຶກສາເຊັ່ນ: ນັກຮຽນພົວພັນ ສິ່ງເສບຕິດ (ນໍ້າກະທ້ອມ, ຢາສູບ ໄຟຟ້າ ແລະ ຄໍລາເຈນ) ແລະ ອື່ນໆ. ຂ່າວ: ຄໍາເພັງ ສີສະຫວ່າງ s]kprkdlj ;oln [8= j -5 dp6 h dv'xt-5 ,.spj c]t -j ;pgs]n vz6 h xtlq [wr c0;'-P'0;k' ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ເມືອງໝື່ນ ແຂວງວຽງຈັນ ປາຖະກະຖາ ມູນເຊື້ອ 5 ວັນປະຫວັດສາດ ຄືວັນສ້າງຕັ້ງອົງການແນວລາວ ສ້າງຊາດ ຄົບຮອບ 75 ປີ, ວັນ ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ, ວັນຢືດອຳນາດ ທົ່ວ ປະເທດ ຄົບຮອບ 80 ປີ, ວັນສື່ມວນ ຊົນ-ການພິມຈຳໜ່າຍ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ ໃນວັນທີ 19 ສິງຫາ 2025 ທີ່ຫ້ອງວ່າການເມືອງໝື່ນ ໂດຍການເປັນປະທານຂອງທ່ານ ສອນໄຊ ຫລວງອາໄພ ເລຂາພັກ ເມືອງ, ມີຫ້ອງການ, ປກສ, ປກຊ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ. ທ່ານ ສອນໄຊ ຫລວງອາໄພ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ ແຫ່ງການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງ 5 ວັນດັ່ງກ່າວ ໂດຍສະເພາະ ລັດຖະທຳມະນູນ ແຫ່ງ ສປປ ເປັນກົດໝາຍພື້ນຖານ ຂອງຊາດ, ທັງເປັນການຫັນແນວ ທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງພັກປະຊາຊົນ ປະຕິວັດລາວ ມາເປັນກົດໝາຍຂອງ ລະບອບ ປະຊາທິປະໄຕ ປະຊາຊົນ ລາວ ເພື່ອຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ເພີ່ມທະວີຄວາມ ສາມັກຄີປວງຊົນທັງຊາດ, ເປັນ ເຈົ້າການໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ. ພ້ອມທັງຍົກໃຫ້ເຫັນເຖິງປະຫວັດ ຄວາມເປັນມາຂອງວັນສ້າງຕັ້ງ ແຂວງວຽງຈັນ ຄົບຮອບ 44 ປີ, ເຊິ່ງການກໍາເນີດເຕີບໃຫຍ່ຂະຫຍາຍ ຂປລ. ແຫລ່ງຂ່າວຈາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 18-19 ສິງຫາ 2025 ທີ່ ຫ້ອງວ່າການແຂວງຊຽງຂວາງ ໄດ້ມີຫລາຍພາກສ່ວນປະກອບສ່ວນ ຊຸກຍູ້ ກອງປະຊຸມໃຫຍ່ອົງຄະນະພັກ ແຂວງ ແລະ ຊ່ວຍເຫລືອຜູ້ປະສົບໄພ ນ້ຳຖ້ວມ ຢູ່ແຂວງຊຽງຂວາງ ໂດຍ ມີ: ບໍລິສັດພູກູດຄຳຂຸດຄົ້ນແຮ່ທາດ 200 ລ້ານກີບ ໃນນີ້, ຊ່ວຍເຫລືອຟື້ນ ຟູໄພພິບັດນ້ຳຖ້ວມ 100 ລ້ານກີບ; ບໍລິສັດໄມ້ແປກຄຳຂຸດຄົ້ນແຮ່ທາດ 150 ລ້ານກີບ ໃນນີ້, ຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ 50 ລ້ານ ກີບ; ພະແນກການເງິນແຂວງ 50 ລ້ານກີບ; ບໍລິສັດສະຖາພອນ ພັດທະນາຈຳກັດ ແລະ ບໍລິສັດ ປັນຍາທິລາດກໍ່ສ້າງຂົວທາງ ຈຳກັດ ບໍລິສັດລະ 20 ລ້ານກີບ; ບໍລິສັດຄູນສີຈະເລີນກໍ່ສ້າງຈຳກັດ ນ້ຳດື່ມ 100 ແພັກ ມູນຄ່າ 5 ລ້ານ ກວ່າກີບ. ຕາງໜ້າກ່າວຮັບໂດຍ ທ່ານ ບົວ ເງິນຫຸມໄຊຍະພົມຮອງເຈົ້າແຂວງໆ ຊຽງຂວາງ ພ້ອມດ້ວຍຄະນະ ພ້ອມທັງໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນມາຍັງທຸກ ພາກສ່ວນ ທີ່ໃຫ້ການປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກ ແຂວງ ແລະ ຊ່ວຍເຫລືອຜູ້ທີ່ໄດ້ຮັບ ຜົນກະທົບຈາກໄພພິບັດນ້ຳຖ້ວມ ເພື່ອໃຫ້ການດຳລົງຊີວິດກ້າວເຂົ້າ ສູ່ພາວະປົກກະຕິໂດຍໄວ ແລະ ເພື່ອ ໃຫ້ການດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ແຂວງຊຽງ ຂວາງ ສະໄໝທີ IX ມີຜົນສຳເລັດ ອັນຈົບງາມ ແລະ ສຳເລັດຕາມ ຄາດໝາຍທີ່ວາງໄວ້. ຂ່າວ: ບຸນມີ ແສງທຸມ g,n v'\n j o xk4tdt4k,6 og-n vs]kp;a ole7a oxts;a flkf ຕົວ ແລະ ໝາກຜົນແຫ່ງການປົກປັກ ຮັກສາພັດທະນາແຂວງວຽງຈັນ ໃນໄລຍະຜ່ານມາ, ເປັນການລະ ນຶກເຖິງຜົນງານ, ມູນເຊື້ອອັນ ສະຫງ່າລາສີ, ຕໍ່ຜົນສໍາເລັດອັນ ໃຫຍ່ຫລວງທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າ ເວົ້າ ລວມເວົ້າສະເພາະ ແຂວງວຽງຈັນ ທີ່ຍາດຜົນງານມາໄດ້ໃນໄລຍະ ຜ່ານມາ. ພ້ອມນີ້, ທ່ານ ຄຳຜູ ແກ້ວ ດວງສີ ປະທານຄະນະກຳມະການ ປົກຄອງເມືອງ ໄດ້ຂຶ້ນເລົ່າຄືນມູນ ເຊື້ອວັນຢືດອຳນາດ ທົ່ວປະເທດ ຄົບຮອບ 80 ປີ(23/8/194523/8/2025)ວ່າ: ການນຳພາ ອັນສະຫລາດສ່ອງໃສຂອງພັກ ປະຕິບັດລາວ , ການຕໍ່ສູ້ພິລະ ອາດຫານຂອງປະຊາຊົນລາວ ຕ້ານກັບຈັກກະພັດຜູ້ຮຸກຮານ ຈົນ ສາມາດຢຶດອຳນາດທົ່ວປະເທດໄດ້ ໃນວັນທີ 23 ສິງຫາ 1975 ແມ່ນ ວັນໄຂສັງກາດໃໝ່, ວັນທີ່ປະຊາຊົນ ລາວໄດ້ມີຄວາມເປັນເອກະລາດ, ມີອໍານາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ, ມີລະບົບການ ເມືອງທີ່ເປັນເອກະພາບ, ມີພັກເປັນ ແກນນໍາ, ປະເທດຊາດໄດ້ຮັບການ ສ້າງສາພັດທະນາ, ສັງຄົມມີຄວາມ ສະຫງົບເປັນລະບຽບຮຽບຮ້ອຍ. ພ້ອມທັງໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ, ເຊິ່ງຕະ ຫລອດໄລຍະ 75 ປີຜ່ານມາ, ພັກ ປະຊາຊົນ ປະຕິວັດລາວ ຍາມໃດກໍ ຖືເອົາວຽກງານໂຄສະນາ, ສຶກສາ ອົບຮົມ, ປຸກລະດົມຂົນຂວາຍມວນ ຊົນເຂົ້າຮ່ວມປະກອບສ່ວນ ແລະ ສ້າງຂະບວນການຕ່າງໆໄປຕາມ ແນວທາງຂອງພັກ, ສື່ມວນຊົນ ແລະ ກາມພິມຈຳໜ່າຍ ເປັນອາວຸດ ອັນຄົມແຫລມຄົມຂອງພັກ-ລັດ ໃນການຕໍ່ສູ້ທາງດ້ານການເມືອງ- ແນວຄິດ ແລະ ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການປະຕິວັດໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ລະບອບໃໝ່ ແລະ ໄດ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງທັງທາງ ດ້ານປະລິມານ ແລະ ຄຸນນະພາບ. ໂອກາດນີ້ທ້າຍກອງປະຊຸມ ທ່ານ ບຸນເຕັງ ສໍວິໄລວົງ ຮອງເລຂາພັກ ເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ໃຫ້ກຽດຜ່ານເອກະສານວັນ ສ້າງຕັ້ງອົງການແນວລາວສ້າງ ຊາດ ຄົບຮອບ 75 ປີໂດຍໄດ້ຍົກ ໃຫ້ເຫັນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງ ອົງການແນວລາວສ້າງຊາດ. ການປາຖະກະຖາໃນຄັ້ງນີ້ ກໍ ເພື່ອເປັນການຫວນຄືນເຖິງຄວາມ ໝາຍຄວາມສຳຄັນໝາກຜົນແຫ່ງ ການຕໍ່ສູ້ກູ້ຊາດ ຂອງປະຊາຊົນ ລາວບັນດາເຜົ່າພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ຂອງ 5 ວັນປະຫວັດສາດດັ່ງກ່າວ ໂດຍແນໃສ່ເພື່ອໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນຕະຫລອດ ຮອດພໍ່ແມ່ປະຊາຊົນທົ່ວສັງຄົມ ໄດ້ ຮັບຮູ້ເຖິງປະຫວັດຄວາມເປັນມາ ແລະ ເຊີດຊູ 5 ວັນປະຫວັດສາດໃຫ້ ສັງຄົມຮັບຮູ້ຢ່າງກວ້າງຂວາງ. le,tokdkomj v'mj P;,kg]g-p c]t c]dxj Pom5 ]tdy fda [m5 ]tdy fmu j s];'rt[k' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ອົງການ ທ່ອງທ່ຽວມາ ເລເຊຍ ປະຈຳ ນະຄອນຫລວງວຽງຈັນ ຈັດສຳມະ ນາການທ່ອງທ່ຽວມາເລເຊຍ ແລະ ແລກປ່ຽນທຸລະກິດກັບທຸລະກິດ ເພື່ອ ສ້າງເຄືອຄ່າຍ ໃນທ້າຍອາທິດຜ່ານ ມາ ທີ່ແຂວງຫລວງພະບາງ ໂດຍ ມີທ່ານ ເອດີ ອີຣວານ ມາມຸດ ເອກ ອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງຜູ້ປະກອບການ ອຸດສາຫະກໍາ ການທ່ອງທ່ຽວຂອງ ມາເລເຊຍ ແລະ ຕົວແທນບໍລິສັດ ທ່ອງທ່ຽວ ຈາກແຂວງຫລວງພະ ບາງ 19 ບໍລິສັດ ເຂົ້າຮ່ວມ ທັງນີ້ກໍ ເພື່ອເປັນການສ້າງສາຍພົວພັນທາງ ທຸລະກິດທີ່ແໜ້ນແຟ້ນ ກັບຕົວແທນ ການທ່ອງທ່ຽວຂອງລາວ ເພື່ອເຮັດ ໃຫ້ປະຊາຊົນລາວ ຮູ້ຈັກປະເທດ ມາເລເຊຍຫລາຍຂຶ້ນ ແລະ ເຮັດ ໃຫ້ມາເລເຊຍກາຍເປັນທາງເລືອກ ອັນດັບຕົ້ນໆ ໃນການໄປທ່ອງທ່ຽວ ແລະ ພັກຜ່ອນຂອງຄົນອາຊີ ແລະ ເພື່ອເປັນການຮ່ວມມືໃນອະນາຄົດ. ທ່ານ ເອດີອີຣວານ ມາມຸດ ໄດ້ກ່າວວ່າ: ອົງການທ່ອງທ່ຽວ ມາເລເຊຍ ໄດ້ວາງເປົ້າໝາຍທີ່ທ້າ ທາຍ ໃນການເຂົ້າມາທ່ອງທ່ຽວ ມາເລເຊຍ ຂອງນັກທ່ອງທ່ຽວເຖິງ 45 ລ້ານຄົນ ໃນປີ 2026, ເຊິ່ງໄດ້ ຮັບການສະໜັບສະໜູນການຮ່ວມມື ຈາກຜູ້ປະກອບການໃນອຸດສາຫະ ກໍາ, ສາຍການບິນ, ໂຮງແຮມ ແລະ ຜູ້ປະກອບການທ່ອງທ່ຽວ. ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ການວາງແຜນຍຸດທະສາດ ແລະ ການປະຕິບັດຈະເປັນສິ່ງສຳຄັນ ລວມທັງການແບ່ງສ່ວນຕະຫລາດ, ກິດຈະກຳສົ່ງ ເ ສີມການຂາຍ , ພັດທະນາພື້ນຖານໂຄງລ່າງ ແລະ ຮັບປະກັນຈະນຳເອົາສິ່ງທີ່ດີທີ່ສຸດ ຂອງມາເລເຊຍ ມານຳສະເໜີໃຫ້ ແກ່ຊາວໂລກ, ມີກິດຈະກຳຫລາກ ຫລາຍຢ່າງໄວ້ບໍລິການ ພ້ອມກັບ ສິ່ງອຳນວຍຄວາມສະດວກຕ່າງໆ ພາຍໃນໜຶ່ງປີ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ຮັບປະສົບການທີ່ໜ້າຈົດຈຳ ແລະ ເຕັມໄປດ້ວຍຄວາມຊົງຈຳດີໆ ກັບໄປ. ໃນປີ 2022 ນັກທ່ອງທ່ຽວລາວ ທີ່ເຂົ້າໄປທ່ອງທ່ຽວຢູ່ມາເລເຊຍ ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ໄດ້ເປີດ ດ່ານຊາຍແດນຄືນໃໝ່ປະມານ 9.257 ຄົນ (ເພີ່ມຂຶ້ນ 2,078 ທຽບກັບ 2021), ປີ 2023 ມີ 23.339 (ເພີ່ມຂຶ້ນ 152 ), ປີ 2024 ມີ 26.085 (ເພີ່ມຂຶ້ນ 11,7 ), ແຕ່ເດືອນມັງກອນມິຖຸນາ 2025 ມີ 14.713 ຄົນ ແລະ ຄາດວ່າຈະສືບຕໍ່ເພີ່ມຂຶ້ນຢ່າງ ຕໍ່ເນື່ອງ ຫລັງຈາກທີ່ສາຍການບິນ ແອເອເຊຍ ໄດ້ເພີ່ມຖ້ຽວບິນກົງ ລະຫວ່າງວຽງຈັນ ຫາ ກົວລາລຳເປີ ຈາກ 2 ຖ້ຽວບິນຕໍ່ອາທິດ ມາເປັນ 3 ຖ້ຽວໂດຍກົງຕໍ່ອາທິດ ແລະ ຫວັງວ່າຈະໄດ້ຮັບການຕ້ອນຮັບ ນັກທ່ອງທ່ຽວລາວ ເພີ່ມຫລາຍ ຂຶ້ນ ແລະ ຍົກໃຫ້ມາເລເຊຍເປັນ ສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດ. h
RkJQdWJsaXNoZXIy MTc3MTYxMQ==