glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 22/08/2025 glf4tdy f{la '7q , ໂດຍ: ເຂົ້າຈານນ້ຳ (ແຫລ່ງຂ່າວໜັງສືພິມຈຳປາໃໝ່) cs]j 'mj v'mj P;,= ]tfq d;a fmtotme c]t me,t-kfmu j 9exkla d pa ']= 7vpmj kowxleza f * ແຂວງຈຳປາສັກ ກໍ່ແມ່ນ ແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວ ທາງດ້ານທຳມະຊາດ, ປະຫວັດ ສາດ ແລະ ວັດທະນະທຳທີ່ມີຊື່ສຽງ ທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດມັກໄປທ່ຽວຊົມ. ໃນນັ້ນ, ແຫລ່ງທ່ອງທ່ຽວທາງທຳມະຊາດ ກໍມີນ້ຳຕົກຕາດເຍືອງ, ຕາດຟານ. ອັນພົ້ນເດັ່ນທີ່ມີຊື່ສຽງໂດ່ງດັງໄປ ທົ່ວໂລກ ແລະ ຖືກຮັບຮອງເປັນ ມໍລະດົກໂລກນັ້ນ ກໍແມ່ນວັດພູຈຳ ປາສັກ ເຊິ່ງເປັນແຫລ່ງທ່ອງທ່ຽວ ທາງດ້ານວັດທະນະທຳ. ນອກນັ້ນ, ຍັງມີແຫລ່ງທ່ອງທ່ຽວອື່ນໆ ທີ່ໄດ້ ຮັບຄວາມນິຍົມຈາກນັກທ່ອງທ່ຽວ ໄປສຳຜັດຫລາຍແຫ່ງຕື່ມອີກ. ແນວ ໃດກໍດີ, ບັນດາແຫລ່ງທ່ອງທ່ຽວ ດັ່ງກ່າວນັ້ນ ຫລາຍທ່ານຄົງໄດ້ໄປ ສຳຜັດມາແລ້ວ ເຊິ່ງຄໍລຳທ່ອງ ທ່ຽວ ສະບັບມື້ນີ້ ຂໍພາທ່ານໄປສຳ ຜັດແຫລ່ງທ່ອງທ່ຽວແຫ່ງໜຶ່ງທີ່ ເຕັມໄປດ້ວຍມໍລະດົກວັດທະນະທຳ ແລະ ທຳມະຊາດ ທີ່ສວຍສົດງົດ ງາມຢູ່ເຂດບ້ານໃໝ່ສິງສຳພັນ ແລະ ບ້ານສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກ. ແຫລ່ງທ່ອງທ່ຽວທີ່ວ່ານີ້, ເອີ້ນ ວ່າ “ພູຂ້ອງ” ເຊິ່ງເປັນແຫລ່ງທ່ອງ ທ່ຽວໃໝ່ທີ່ຍັງບໍ່ມີຊື່ສຽງພໍປານໃດ, ແຕ່ມັນເຕັມໄປດ້ວຍຄວາມງົດງາມ ໜ້າອັດສະຈັນ ໂດຍພື້ນທີ່ຮອບໆໃນ ເຂດບ້ານໃໝ່ສິງສຳພັນ ແລະ ບ້ານ ສຸລະ ເມືອງຊະນະສົມບູນ ແຂວງຈຳ ປາສັກນີ້, ເປັນຄຳຕອບທີ່ໜ້າສົນ ໃຈຫລາຍທີ່ສຸດໃນເວລານີ້ ໂດຍສະ ເພາະເຂດປ່າສະຫງວນແຫ່ງຊາດ ພູຊຽງທອງ, ຍັງມີີພູຂ້ອງ ເຊິ່ງເປັນ ປ່າດົງດິບທີ່ອຸດົມສົມບູນ ມີທັງພູ ຜາ ແລະ ທຳມະຊາດສວຍສົດງົດ ງາມ,ສະຖານທີ່ດັ່ງກ່າວຍັງເປັນດິນ ແດນທີ່ຮັກສາປະເພນີ ແລະ ວັດທະ ນະທຳທ້ອງຖິ່ນໄວ້ຢ່າງດີ. ນັກທ່ອງ ທ່ຽວສາມາດໄປສຳຜັດບັນດາງານ ປະເພນີ ແລະ ວິຖີຊີວິດຊົນນະບົດ ໄດ້ທີ່ບ້ານໃຫຍ່ຕົວເມືອງນ້ອຍ ໂດຍ ບ້ານນີ້ ມີຄວາມເປັນມິດ ແລະ ຕ້ອນ ຮັບນັກທ່ອງທ່ຽວດ້ວຍຮອຍຍິ້ມອັນ ອົບອຸ່ນ. ບ້ານພັດທະນາສຸລະ ແມ່ນ ບ່ອນທີ່ລວມເອົາຫີນບູຮານ ແລະ ມໍລະດົກສຳຄັນຫລາຍຢ່າງໄວ້ ເປັນ ຕົ້ນ ຫີນຫລັກຄອນ ແລະ ຫີນສີລາ ຈາລຶກ ທີ່ເປັນຫລັກຖານປະຫວັດ ສາດອັນມີຄ່າ, ຫີນຫົງ ແລະ ຫີນຮູບ ດອກເຫັດ ທີ່ຖືກສ້າງຮູບຮ່າງ ໂດຍ ທຳມະຊາດແບບແປກປະຫລາດ, ຄອກມ້າ. ແຫລ່ງຫີນເຫລົ່ານີ້ ບໍ່ ພຽງແຕ່ງົດງາມທາງທຳມະຊາດ ແຕ່ຍັງຊ່ວຍເຮັດໃຫ້ນັກທ່ອງທ່ຽວ ໄດ້ຮຽນຮູ້ປະຫວັດສາດ ແລະ ຄຸນ ຄ່າວັດທະນະທຳຂອງທ້ອງຖິ່ນ. ແນວໃດກໍດີ, ນັກປະຈົນໄພ ແລະ ນັກທ່ອງທ່ຽວບໍ່ຄວນພາດ ລອງໄປ ສຳຜັດທຳມະຊາດບໍລິສຸດໃນເຂດ ປ່າສະຫງວນແຫ່ງຊາດ, ຊົມສິ່ງ ປະດິດສ້າງຂອງທຳມະຊາດທີ່ຫາ ຍາກ, ຮຽນຮູ້ປະເພນີ ແລະ ວິຖີຊີວິດ ທ້ອງຖິ່ນທີ່ງ່າຍໆ ແຕ່ເຕັມໄປດ້ວຍສີ ສັນ, ເປັນບ່ອນທີ່ເຮັດໃຫ້ຮັບຄວາມ ຮູ້ສຶກເຖິງຄວາມງົດງາມຢ່າງມະ ຫັດສະຈັນຂອງທຳມະຊາດ. ພູຂ້ອງ ສະຖານທີ່ແຫ່ງນີ້ ກຳລັງກາຍເປັນ ເພັດງາມໃໝ່ຂອງການທ່ອງທ່ຽວ ລາວ. ຖ້າທ່ານກຳລັງຫາບ່ອນທີ່ມີ ທັງຄວາມງົດງາມທຳມະຊາດ, ມໍ ລະດົກປະຫວັດສາດ ແລະ ປະເພນີ ທ້ອງຖິ່ນ ເຊື່ອວ່າ ສະຖານທີ່ນີ້ແມ່ນ ມີຄຳຕອບ ແລະ ຍັງລໍຄອຍທ່ານໄປ ສຳຜັດຕິດພັນກັບການສຶກສາທາງ ດ້ານວັດທະນະທຳທ້ອງຖິ່ນ. ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານ ອົດສະຕຣາລີ ປະຈໍາລາວ ໄດ້ເລີ່ມ ຖ່າຍທຳວິດີໂອທຳອິດ ທີ່ມີຊື່ວ່າ: “ສອງເສັ້ນທາງ”, ເພື່ອສ້າງແຮງ ບັນດານໃຈໃຫ້ນັກຮຽນ, ພໍ່ແມ່ຜູ້ປົກ ຄອງ ແລະ ຊຸມຊົນ ເຫັນໄດ້ເຖິງຄຸນ ຄ່າແລະປະໂຫຍດຂອງການສຶກສາ lqj 'gluu ,dkolb dlk9kddkog]qj kg]nj v']k; muj gxa ocI'[a ofko.9 zj ko;y fu 3v ຫລາຍຂຶ້ນ, ແນໃສ່ ສົ່ງເສີມ, ສະໜັບ ສະໜູນການສຶກສາຢູ່ສປປລາວໃຫ້ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ໂອກາດນີ້, ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການ ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ ໄດ້ ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ແຫ່ງສປປລາວ ໂດຍໄດ້ ຮັບການສະໜັບສະໜູນຈາກລັດ ຖະບານອົດສະຕຣາລີ ເປັນຜູ້ນຳພາ ຂະບວນການສົ່ງເສີມການສຶກສາ ໃນທົ່ວປະເທດ ໂດຍຜ່ານການເລົ່າ ເລື່ອງລາວທີ່ເປັນແຮງບັນດານໃຈ ແລະ ການມີສ່ວນຮ່ວມຂອງຊຸມຊົນ ດ້ວຍຄວາມສາມັກຄີ, ການໂຄສະ ນາດັ່ງກ່າວ, ມີຈຸດປະສົງ ເພື່ອກະ ຕຸ້ນໃຫ້ນັກຮຽນສືບຕໍ່ການຮຽນ, ສ້າງຄວາມໝັ້ນໃຈໃຫ້ແກ່ພໍ່ແມ່ປະ ຊາຊົນ ໃຫ້ຮັບຮູ້ຄວາມສຳຄັນຂອງ ການສຶກສາ ແລະ ຊົມເຊີຍບົດບາດ ຂອງຄູໃນການສ້າງອະນາຄົດຂອງ ປະເທດ. ການສຶກສາ ເປັນພື້ນຖານ ໃຫ້ແກ່ການພັດທະນາປະເທດຊາດ ຂອງພວກເຮົາ, ເປັນສິ່ງທີ່ຊ່ວຍໃຫ້ໄວ ໜຸ່ມມີຄວາມຮູ້, ທັກສະ ແລະ ຄວາມ ໝັ້ນໃຈເພື່ອຜ່ານຜ່າສິ່ງທ້າທາຍ ແລະ ກ້າວສູ່ອະນາຄົດທີ່ສົດໃສ, ໂດຍຜ່ານວິດີໂອສົ່ງເສີມການສຶກ ສາ, ພວກເຮົາສາມາດສົ່ງຂໍ້ຄວາມ ເຖິງຄອບຄົວ ແລະ ຊຸມຊົນ ເພື່ອຍົກ ໃຫ້ເຫັນເຖິງຄຸນຄ່າທີ່ແທ້ຈິງຂອງ ການຮຽນ. ເປົ້າໝາຍຂອງພວກ ເຮົາແມ່ນສ້າງແຮງບັນດານໃຈໃຫ້ ແກ່ຜູ້ປົກຄອງ ແລະ ນັກຮຽນ ໃຫ້ ເຫັນການສຶກສາເປັນການລົງທຶນ ທີ່ສຳຄັນໃນອະນາຄົດ ທີ່ສາມາດ ສ້າງຄວາມເຂັ້ມແຂງໃຫ້ແກ່ສັງຄົມ ຂອງພວກເຮົາ. ທ່ານນາງ ວາເນັດຊາ ເຮັກກາທີ ເລຂາເອກສະຖານທູດອົດສະຕຣາ ລີໄດ້ກ່າວວ່າ: ບົດເລື່ອງ“ສອງເສັ້ນ ທາງ” ໄດ້ບອກເລົ່າເລື່ອງລາວທີ່ ສະແດງການປຽບທຽບ ອະນາຄົດ ຂອງໄວໜຸ່ມຜູ້ທີ່ເລືອກການສຶກສາ ແລ້ວ ສືບຕໍ່ຮຽນ ແລະ ຜູ້ທີ່ຮຽນບໍ່ ຈົບ, ຍົກໃຫ້ເຫັນວ່າ ການສຶກສາໄດ້ ຊ່ວຍໃຫ້ຄົນຜູ້ໜຶ່ງຮູ້ຈັກຄົ້ນຄິດ, ມີ ຄວາມຮູ້ໃນການພັດທະນາຕົນເອງ, ຮູ້ທັນໂລກ ແລະ ມີຄວາມສາມາດທີ່ ຈະສ້າງໂອກາດໃຫ້ແກ່ຕົນເອງ ເຊິ່ງ ບັນຍາຍບົດເລື່ອງໂດຍທ່ານ ນາງ ປ່າເຢັ້ງຊາ ລໍ່ ນາງງາມຊົນເຜົ່າມົ້ງ. ວິດີໂອສົ່ງເສີມການສຶກສາ ຈະ ໄດ້ອອກອາກາດທາງໂທລະພາບ ແຫ່ງຊາດລາວ, ສື່ສັງຄົມອອນລາຍ ແລະ ນຳໃຊ້ໃນການໂຄສະນາການ ສຶກສາໃນຂັ້ນທ້ອງຖິ່ນ ໂດຍສະມາ ຊິກສະພາແຫ່ງຊາດ. ວິດີໂອດັ່ງ ກ່າວ, ຍັງຈະຖືກເຜີຍແຜ່ໃຫ້ຄູ, ຜູ້ທີ່ ເຮັດວຽກສຶກສານິເທດ ແລະ ຜູ້ເຮັດ ວຽກໃນຂະແໜງການສຶກສາ ເພື່ອ ສະໜັບສະໜູນການໂຄສະນາການ ສຶກສາ ໂດຍສະເພາະຢູ່ໃນໂຮງຮຽນ ແລະ ບັນດາບ້ານ.
RkJQdWJsaXNoZXIy MTc3MTYxMQ==