7098

22/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຫົວໜ້າຄະນະພົວພັນ... ສຶກສາຄວາມເປັນໄປໄດ້... ສສຊ ເຂດ 1... ຄອສພ ຫວນຄືນມູນເຊື້ອ... ຂປລ.ໃນວັນທີ21ສິງຫາ2025 ນີ້, ຄະນະສະມາຊິກສະພາແຫ່ງ ຊາດເຂດເລືອກຕັ້ງທີ 1, ສະມາຊິກ ສະພາປະຊາຊົນນະຄອນຫລວງ ວຽງຈັນ ໄດ້ເຄື່ອນໄຫວພົບປະພະ ນັກງານ, ທະຫານ-ຕຳຫລວດ ແລະ ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງຢູ່ ສະໂມສອນເມືອງສັງທອງ, ນຳພາ ຄະນະໂດຍທ່ານເກດແກ້ວສີຫາລາດ ສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ (ນວ), ຮອງປະທານກຳ ມະການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ. ການລົງເຄື່ອນໄຫວພົບປະຄັ້ງ ນີ້, ໄດ້ເຜີຍແຜ່ຜົນສຳເລັດກອງ ປະຊຸມສະໄໝສາມັນເທື່ອ 9 ຂອງ ສະພາປະຊາຊົນນະຄອນຫລວງ ວຽງຈັນຊຸດທີ IV ເຊິ່ງກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນຂອງນະຄອນຫລວງ ວຽງຈັນ ໂດຍສະເພາະແມ່ນຮັບ ຮອງເອົາບົດລາຍງານຂອງອົງການ ປົກຄອງນະຄອນຫລວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານ 6 ເດືອນຕົ້ນປີ, ຕິດພັນ ກັບການປະເມີນໂດຍສັງເຂບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025); ການຈັດຕັ້ງ ປະຕິບັດ 8 ແຜນງານ, 20 ໂຄງການ ລະດັບຊາດ, ໂຄງການປິ່ນອ້ອມ ທີ່ກຳນົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025 ຂອງນະຄອນຫລວງ ວຽງຈັນ; ຮັບຮອງເອົາການສະເໜີ ປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດນໍ້າປະປາ ນະ ຄອນຫລວງວຽງຈັນ; ຮັບຮອງເອົາ ການປັບປຸງກົງຈັກການຈັດຕັ້ງຂອງ ໄດ້ຕີລາຄາສູງຕໍ່ການຕ້ອນຮັບອັນ ອົບອຸ່ນຂອງຝ່າຍຈີນ, ນໍາເອົາ ຄວາມຢ້ຽມຢາມຖາມຂ່າວຈາກ ການນໍາຂັ້ນສູງຂອງພັກ, ລັດລາວ ເຖິງການນໍາຂັ້ນສູງຂອງພັກ-ລັດ ຈີນ ແລະ ສະແດງຄວາມຊົມເຊີຍຕໍ່ ບັນດາຜົນສໍາເລັດອັນໃຫຍ່ຫລວງ ຮອບດ້ານທີ່ປະຊາຊົນຈີນອ້າຍນ້ອງ ຍາດໄດ້ໃນຕະຫລອດໄລຍະຜ່ານ ມາໃນການສ້າງສາປະເທດສັງ ຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງພັກກອມມູນິດຈີນ ທີ່ຖືສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນ ແກນກາງ. ພ້ອມນັ້ນ ຍັງໄດ້ແຈ້ງ ໃຫ້ຊາບກ່ຽວກັບສະພາບພົ້ນເດັ່ນ ພາຍໃນ ສປປ ລາວ, ສະພາບລວມ ການພົວພັນຮ່ວມມືສອງຝ່າຍ ກໍຄື ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ. ຝ່າຍຈີນ ໄດ້ຕີລາຄາສູງຕໍ່ການ ນໍາພາອັນໜັກແໜ້ນຂອງພັກ ປປ ລາວ ທີ່ໄດ້ນໍາພາປະຊາຊົນລາວ ບັນດາເຜົ່າຍາດໄດ້ຜົນສຳເລັດໃນ ການປົກປັກຮັກສາ ແລະ ສ້າງສາ ເຊື່ອມຊຶມ ແລະ ກຳໄດ້ມູນເຊື້ອດັ່ງ ກ່າວ, ສ້າງຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ, ເລິກເຊິ່ງຕໍ່ພາລະບົດ ບາດ, ຄວາມໝາຍສໍາຄັນ, ສິດ, ໜ້າທີ່ ແລະ ສ່ອງແສງໃຫ້ເຫັນມູນ ເຊື້ອ, ຜົນງານທີ່ພົ້ນເດັ່ນຂອງວັນ ສຳຄັນດັ່ງກ່າວໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ທ່ານ ນາງ ວິລະວອນ ພັນທະວົງ ກໍາມະການປະຈຳພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອການ ກຳເນີດ ເຕີບໃຫຍ່ຂະຫຍາຍຕົວແລະ ຜົນງານພົ້ນເດັ່ນຂອງແນວລາວ ສ້າງຊາດໃນແຕ່ລະໄລຍະເປັນຕົ້ນ ໄລຍະແຫ່ງການຕໍ່ສູ້ກູ້ຊາດ ເຊິ່ງໄດ້ ປຸກລະດົມປະຊາຊົນລາວບັນດາເຜົ່າ ແລະ ເຕົ້າໂຮມທຸກກຳລັງປະກອບ ອາວຸດເຂົ້າຮ່ວມຂະບວນການຕໍ່ສູ້ ປົດປ່ອຍຊາດຍາດເອົາເອກະລາດ ແຫ່ງຊາດ ແລະ ອິດສະລະພາບມາສູ່ ປະຊາຊົນ. ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ເຄື່ອນໄຫວເປີດເຜີຍ, ມີອົງ ການລັດ ເຮັດບົດບາດບໍລິຫານ ຄຸ້ມຄອງ, ແນວລາວຮັກຊາດ ໄດ້ ຍົກສູງບົດບາດໃນການເຕົ້າໂຮມ ກ້ອນກຳລັງສາມັກຄີປອງດອງທົ່ວ ປວງຊົນ, ໂຄສະນາ-ສຶກສາອົບຮົມ ປະຊາຊົນຢ່າງກວ້າງຂວາງ, ເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາ ຊົນ, ປຸກລະດົມປະຊາຊົນບັນດາ ເຜົ່າປະຕິບັດແຜນນະໂຍບາຍຮຳ ບາດແຜສົງຄາມ. ຈາກຜົນຮ້າຍ ຂອງສົງຄາມຮຸກຮານທີ່ຍືດເຍື້ອ ຍາວນານຂອງລະບອບເກົ່າ, ໄດ້ ດັດສ້າງ ແລະ ກໍ່ສ້າງການຜະລິດ ໃໝ່, ກໍ່ສ້າງຮາກຖານເສດຖະກິດ, ປັບປຸງຊີວິດການເປັນຢູ່ທາງດ້ານ ວັດຖຸ, ຈິດໃຈ ແລະ ວັດທະນະທຳ ໃໝ່ ເຊິ່ງທຸກໄລຍະແຫ່ງການເຕີບ ໃຫຍ່ຂະຫຍາຍຕົວຂອງແນວລາວ ອິດສະຫລະ, ແນວລາວຮັກຊາດ ແລະແນວລາວສ້າງຊາດ, ພັກໄດ້ຄົ້ນ ພົບ ແລະ ຮັບຮູ້ມູນເຊື້ອທີ່ເປັນພື້ນ ຖານ ແລະ ສະຫງ່າງາມຂອງແນວ ລາວສ້າງຊາດເປັນຕົ້ນແນວລາວ ອິດສະຫລະເປັນຄັນທຸງເຕົ້າໂຮມ ຂະບວນການຕໍ່ສູ້ຂອງປະຊາຊົນ ບັນດາເຜົ່າ, ຜູ້ຊົງຄຸນວຸທິ, ນັກຮັກ ຊາດ, ຮັກເອກະລາດ ແລະ ອິດສະ ລະພາບ; ແນວລາວຮັກຊາດເປັນ ໄມ້ທີ່ສຳຄັນຂອງປະເທດ ເຊິ່ງຂໍ້ລິ ເລີ່ມດັ່ງກ່າວ, ມີຈຸດປະສົງເພື່ອແກ້ ໄຂບັນຫາລາຍຮັບຂອງຂະແໜງ ປ່າໄມ້ທີ່ຫລຸດລົງນັບແຕ່ປີ 2013 ຫລັງຈາກການໂຈະການຂຸດຄົ້ນ ໄມ້ ແລະ ແກ້ໄຂສິ່ງທ້າທາຍດ້ານ ການເງິນໃນການປົກປັກຮັກສາ ປ່າໄມ້ ເຊິ່ງຜ່ານມາແມ່ນອີງໃສ່ ການສະໜັບສະໜູນຈາກສາກົນ ເປັນສ່ວນໃຫຍ່. PfES ໄດ້ນຳ ສະເໜີຮູບແບບການປ່ຽນແປງທີ່ ສຳຄັນ ໂດຍການເປີດໂອກາດໃຫ້ ຂະແໜງເສດຖະກິດຫລັກທີ່ໄດ້ຮັບ ຜົນປະໂຫຍດຈາກປ່າໄມ້ທີ່ອຸດົມ ສົມບູນເຊັ່ນ: ພະລັງງານໄຟຟ້ານ້ຳ ຕົກ, ການທ່ອງທ່ຽວແບບລະບົບນິ ເວດ ແລະ ອຸດສາຫະກຳນ້ຳ ແລະ ເຄື່ອງດື່ມເຂົ້າມາມີສ່ວນຮ່ວມທາງ ດ້ານການເງິນໃນການອະນຸລັກ ແລະ ຄຸ້ມຄອງປ່າໄມ້. ແນວທາງ ນີ້ ແມ່ນໄດ້ຮັບແຮງບັນດານໃຈ ຈາກຄວາມສຳເລັດຂອງໂຄງການ PfES ຢູ່ປະເທດຫວຽດນາມ ເຊິ່ງ ສາມາດສ້າງລາຍຮັບໄດ້ປະມານ 170 ລ້ານໂດລາສະຫະລັດຕໍ່ປີ ໂດຍ ສ່ວນໃຫຍ່ແມ່ນມາຈາກຂະແໜງ ພະລັງງານໄຟຟ້ານ້ຳຕົກ. ສປປ ພັດທະນາປະເທດຊາດ ຕະຫລອດ ໄລຍະຜ່ານມາ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ໄລຍະທ້າຍ ສະໄໝຂອງພັກ ປປ ລາວ, ຊົມເຊີຍ ຜົນສໍາເລັດຂອງການດໍາເນີນກອງ ປະຊຸມຄົບຄະນະເທື່ອທີ 10 ສະໄໝ ທີ XI ຂອງພັກ ປປ ລາວ ແລະ ອວຍພອນການກະກຽມດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນຕົ້ນປີ 2026; ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຈີນ-ລາວ ທີ່ພວມຢູ່ໃນ ໄລຍະດີທີ່ສຸດໃນປະຫວັດສາດການ ພົວພັນຂອງສອງຝ່າຍ, ເຊື່ອໝັ້ນ ວ່າ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ການນໍາສູງສຸດສອງພັກ, ສອງລັດ ຈີນ-ລາວ, ການພົວພັນຮ່ວມມືສອງ ຝ່າຍ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ຈະສືບຕໍ່ໄດ້ຮັບການເສີມ ຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດນັບມື້ນັບ ຫລາຍຂຶ້ນກວ່າເກົ່າ. ໃນຂອບການພົວພັນຮ່ວມມື ລະຫວ່າງສອງຄະນະພົວພັນຕ່າງ ປະເທດສູນກາງພັກ ລາວ-ຈີນ, ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນ ສະພາບລວມການຈັດຕັ້ງປະຕິບັດ ຮອງປະທານສະພາແຫ່ງຊາດ... ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການນຳພັກ-ລັດ ກໍຄື ສະພາແຫ່ງຊາດທີ່ຍາມໃດກໍມີ ຄວາມເປັນຫ່ວງເປັນໃຍ, ເອົາໃຈ ໃສ່ນຳພາ-ຊີ້ນໍາຢ່າງໃກ້ຊິດຕິດແທດ ມາໂດຍຕະຫລອດມາ, ພ້ອມທັງຍົກ ໃຫ້ເຫັນສະພາບ, ຈຸດພິເສດ, ສິ່ງ ທ້າທາຍ ແລະ ທ່າແຮງບົ່ມຊ້ອນ ຂອງແຂວງເຊກອງ ເຊິ່ງເປັນແຂວງ ໜຶ່ງທີ່ມີໂຄງການລົງທຶນທັງຂະ ໜາດໃຫຍ່ ແລະ ຂະໜາດນ້ອຍຂອງ ພາກລັດ ແລະ ເອກະຊົນຫລາຍພໍ ສົມຄວນ ໂດຍສະເພາະໂຄງການ ຜະລິດພະລັງງານໄຟຟ້າ, ໂຄງການ ກໍ່ສ້າງພື້ນຖານໂຄງລ່າງ ແລະ ໂຄງ ການອື່ນໆ. ມາຮອດໄລຍະນີ້, ການ ຈັດຕັ້ງປະຕິບັດວຽກງານເຫລົ່ານັ້ນ ແມ່ນມີຜົນສຳເລັດເປັນກ້າວໆ ແລະ ຖືກຕ້ອງສອດຄ່ອງຕາມແນວທາງ ນະໂຍບາຍຂອງພັກ-ລັດ ວາງອອກ ເປັນຢ່າງດີ. ໃນປັດຈຸບັນ, ແຂວງເຊ ກອງກໍາລັງຂຸ້ນຂ້ຽວໃນການຫ້າງ ຫາກະກຽມດຳເນີນກອງປະຊຸມ ໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກ ແຂວງເຊກອງ ແລະ ໃນໂອກາດທີ່ ທ່ານຮອງປະທານສະພາແຫ່ງຊາດ ລົງມາເຄື່ອນໄຫວຊຸກຍູ້ວຽກງານ ໃນຄັ້ງນີ້, ຂໍໃຫ້ຊ່ວຍຕິດຕາມກວດ ກາຊຸກຍູ້ວຽກງານດັ່ງກ່າວ, ບັນດາ ໂຄງການລົງທຶນຕ່າງໆທີ່ຍັງຈັດຕັ້ງ ປະຕິບັດຢູ່ໃຫ້ໄດ້ສືບຕໍ່ປະຕິບັດໄປ ຢ່າງມີປະສິດທິຜົນ. ຂ່າວ: ອັດສະວິນ ຄັນທຸງ, ເປັນແກນກາງຂອງແນວ ໂຮມເອກະພາບແຫ່ງຊາດ, ເຕົ້າ ໂຮມຂະບວນການຕໍ່ສູ້ກູ້ຊາດຂອງ ປະຊາຊົນ ແລະ ກຳລັງທີ່ຮັກຊາດ ຕ່າງໆ, ຕໍ່ສູ້ເພື່ອປົກປັກຮັກສາເອກະ ລາດຂອງຊາດ, ເຕົ້າໂຮມກຳລັງຮັກ ຄວາມເປັນທຳ ແລະ ຄວາມກ້າວ ໜ້າຂອງສັງຄົມ ແລະ ສັນຕິພາບ, ເອກະລາດ, ເອກະພາບ, ປະຊາທິ ປະໄຕ, ວັດທະນະຖາວອນ; ແນວ ລາວສ້າງຊາດຍັງສືບຕໍ່ດຳລົງບົດ ບາດເປັນຫລັກແຫລ່ງແນວໂຮມ ໂດຍພາຍໃຕ້ການນໍາພາຂອງພັກ ຊຶ່ງແນວລາວໃນໄລຍະໃໝ່ ແມ່ນ ການສ້າງມະຫາສາມັກຄີຂອງປວງ ຊົນລາວທັງຊາດ ແລະ ການເຕົ້າ ໂຮມກຳລັງແຮງພັດທະນາປະເທດ ຊາດ, ເປັນບ່ອນສຶກສາອົບຮົມປະ ຊາຊົນຊັ້ນຄົນຕ່າງໆ, ພີ່ນ້ອງລາວຢູ່ ຕ່າງປະເທດ ແລະ ອົງການຈັດຕັ້ງ ສັງຄົມ ເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຕາມແນວທາງນະໂຍບາຍ ຂອງພັກ, ພ້ອມທັງຍຶດໝັ້ນຄວາມສາ ມັກຄີປອງດອງຂອງປະຊາຊົນລາວ ບັນດາເຜົ່າຢ່າງສະເໝີຕົ້ນສະເໝີ ປາຍ ໂດຍຖືສຳພັນທະພາບກຳມະ ກອນ, ກະສິກອນ ແລະ ນັກຮຽນ ຮູ້ປັນຍາຊົນພາຍໃຕ້ການນໍາພາ ຂອງພັກ. ໂອກາດນີ້, ທ່ານ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະ ພາທິດສະດີສູນກາງພັກ ໄດ້ຍົກ ໃຫ້ເຫັນເຖິງຕົ້ນກຳເນີດ, ການຂະ ຫຍາຍຕົວ ແລະ ຄວາມສຳຄັນ ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ເຊິ່ງຕະຫລອດໄລຍະ 34 ປີ ຜ່ານມາໄດ້ມີຜົນສຳເລັດຫລາຍ ຢ່າງ, ລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດຂອງ ການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ; ແມ່ນ ໝາກຜົນອັນໃຫຍ່ຫລວງຂອງປະ ຊາຊົນລາວບັນດາເຜົ່າໃນການຈັດ ຕັ້ງປະຕິບັດແນວທາງປ່ຽນແປງ ໃໝ່ຮອບດ້ານມີຫລັກການຂອງພັກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ບູລະນະລະ ບອບປະຊາທິປະໄຕປະຊາຊົນຂຶ້ນ ສູ່ສັງຄົມນິຍົມ ຊຶ່ງເປັນການຢັ້ງຢືນ ເຖິງຄວາມເປັນເອກະລາດ, ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງປະເທດຊາດ ກໍຄື ຄວາມເປັນເອກະພາບພາຍໃນຊາດ ຕໍ່ພາກພື້ນ ແລະ ສາກົນ, ທັງເປັນ ການສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນເຖິງຄວາມມຸ່ງມາດປາຖະ ໜາອັນແຮງກ້າ ແລະ ຄວາມເດັດ ດ່ຽວຕັດສິນໃຈອັນສູງສົ່ງຂອງວົງ ຄະນະຍາດແຫ່ງຊາດລາວ ເພື່ອ ພ້ອມກັນສູ້ຊົນບຸກບືນປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງ ລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍ ກົດໝາຍຂອງປະຊາຊົນ ໂດຍປະ ຊາຊົນ ແລະ ເພື່ອຜົນປະໂຫຍດຂອງ ປະຊາຊົນຢ່າງແທ້ຈິງແນໃສ່ເຮັດ ໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມ ແຂງ, ສັງຄົມສາມັກຄີປອງດອງ, ມີ ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ໂດຍອີງໃສ່ລັດຖະທຳມະນູນ, ລັດ ເຮົາໄດ້ຄົ້ນຄວ້າ ແລະ ປະກາດໃຊ້ ກົດໝາຍໃນແຕ່ລະຂະແໜງການ, ແຕ່ລະຂົງເຂດ ໄດ້ 171 ສະບັບ. ໃນນັ້ນ, ຂົງເຂດການປົກຄອງ ແລະ ຍຸຕິທຳ 32 ສະບັບ, ຂົງເຂດເສດຖະ ກິດ 77 ສະບັບ, ຂົງເຂດວັດທະນະ ທຳ-ສັງຄົມ 45 ສະບັບ, ຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ 12 ສະບັບ ແລະ ຂົງເຂດການ ຕ່າງປະເທດ 5 ສະບັບ. ພ້ອນກັນນີ້, ທ່ານ ຄຳມອນ ຈັນທະຈິດ ກໍໄດ້ຍົກໃຫ້ເຫັນເຖິງ ປະຫວັດຄວາມເປັນມາຂອງວັນ ຢຶດອຳນາດທົ່ວປະເທດ ແລະ ໄຊ ຊະນະຄັ້ງປະຫວັດສາດຂອງຊາດ ລາວ ຊຶ່ງມີຄວາມສໍາຄັນທີ່ສຸດສໍາ ລັບປະຊາຊົນລາວ, ເປັນຂີດໝາຍ ສໍາຄັນໃນປະຫວັດສາດແຫ່ງການ ຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະ ລະພາບຂອງປະຊາຊົນລາວ, ເປັນ ເທື່ອທຳອິດທີ່ປະຊາຊົນລາວບັນດາ ເຜົ່າໄດ້ພ້ອມກັນລຸກຮືຂຶ້ນທັບມ້າງ ແອກຄອບຄອງຂອງລັດທິລ່າເມືອງ ຂຶ້ນແບບເກົ່າ, ໄດ້ໂມ່ງບາດຄ້ອນໃສ່ ລະບອບສັກດີນາທີ່ຄອບງຳປະເທດ ລາວມາເປັນເວລາຫລາຍສະຕະວັດ ແລະ ເປັນການເປີດສາກໃຫ້ແກ່ການ ເຄື່ອນໄຫວປະຕິວັດລາວກ້າວໄປສູ່ ໄລຍະໃໝ່. ການປະກາດເອກະລາດ ເປັນການເຕົ້າໂຮມແຜ່ນດິນລາວ ເປັນເອກະພາບ, ທັງໄດ້ປ່ຽນແປງ ລະບອບການປົກຄອງ, ປະກາດ ໃຊ້ລັດຖະທຳມະນູນ, ປະກາດໃຊ້ ເພງຊາດ, ທຸງຊາດສາມສີ ແລະ ປະ ກາດແຕ່ງຕັ້ງຄະນະລັດຖະບານຂຶ້ນ. ພາບ: ເກດສະໜາ ອົງການປົກຄອງນະຄອນຫລວງ ວຽງຈັນ; ຮັບຮອງເອົາຮ່າງຂໍ້ຕົກ ລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫລວງ ວຽງຈັນ; ຮັບຮອງເອົາບົດສະຫລຸບ ຜົນການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາ ປະຊາຊົນນະຄອນຫລວງວຽງຈັນ ຊຸດທີ IV; ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນຕ່າງໆ ຂອງນະຄອນຫລວງວຽງຈັນ ຈໍາ ນວນ 4 ເນື້ອໃນ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຊີ້ ແຈງບາງບັນຫາສໍາຄັນຈຳນວນ ໜຶ່ງທີ່ຜູ້ແທນຊັກຖາມ ແລະ ຍົກ ຂຶ້ນໃນກອງປະຊຸມຈາກອົງການ ປົກຄອງນະຄອນຫລວງ, ອົງການ ກວດສອບແຫ່ງລັດ ປະຈຳພາກ ກາງ 1, ອົງການກວດກາ, ສານປະ ຊາຊົນ, ອົງການໄອຍະການປະຊາ ຊົນ ແລະ ພາກສ່ວນກ່ຽວຂ້ອງຢ່າງ ຈະແຈ້ງຊັດເຈນຂຶ້ນຕື່ມ. ພ້ອມກັນນີ້, ກໍໄດ້ເຜີຍແຜ່ຜົນສໍາ ເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ເຊິ່ງກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາບັນດາເນື້ອໃນທັງໝົດ 18 ຫົວຂໍ້ ແລະ ຮັບຮອງອອກເປັນ ມະຕິກອງປະຊຸມສະພາແຫ່ງຊາດ ໄດ້ທັງໝົດ 15 ສະບັບ ດ້ວຍຄະແນນ ສຽງເຫັນດີເປັນເອກກະສັນສ່ວນ ຫລາຍ ເຊິ່ງບັນດາເນື້ອໃນທີ່ໄດ້ ຮັບຮອງເອົາຢູ່ໃນກອງປະຊຸມຄັ້ງ ນີ້ ເປັນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝເຂົ້າສູ່ວຽກງານຕົວ ຈິງ, ແມ່ນໝາກຜົນລວມຍອດສະຕິ ປັນຍາ, ການໃຊ້ສິດປະຊາທິປະໄຕ ກໍຄື ຜົນຂອງການຍົກສູງຄວາມ ຮັບຜິດຊອບທາງການເມືອງຂອງ ບັນດາສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງທີ່ມີຄວາມ ພະຍາຍາມ ແລະ ມີມາດຕະການຕົວ ຈິງໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມ ເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາ ຂອງພັກ ແລະ ລັດ ໃນພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດໃຫ້ມີຄວາມໜັກແໜ້ນ ຂຶ້ນເລື້ອຍໆ. ຂ່າວ-ພາບ: ຢ່າຕົ້ງ ລາວ ແລະ ສສ ຫວຽດນາມ ມີ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານປ່າໄມ້ (20242028) ເຊິ່ງໄດ້ກຳນົດໃຫ້ PfES ເປັນຂົງເຂດການຮ່ວມມືທີ່ສຳຄັນ. ທ່ານ ບາໂຄເດິ ເບີຄານອຟ (#akhPEJr #urkhanPW) ຜູ້ປະ ສານງານອົງການສະຫະປະຊາ ຊາດ ປະຈຳ ສປປ ລາວ ໄດ້ເນັ້ນ ເຖິງທ່າແຮງດ້ານນະວັດຕະກຳ ຂອງໂຄງການນີ້ວ່າ: ສິ່ງທ້າທາຍ ຕ່າງໆທີ່ເກີດຈາກການປ່ຽນແປງ ດິນຟ້າອາກາດບັງຄັບໃຫ້ພວກເຮົາ ຕ້ອງຄິດຢ່າງຈິງຈັງ ແລະ ສ້າງສັນ ກ່ຽວກັບສິ່ງທີ່ພວກເຮົາສາມາດເຮັດ ໄດ້ ແລະ ໃນສະພາບການດັ່ງກ່າວ, ລະບົບການຈ່າຍຄ່າຕອບແທນ ການບໍລິການຂອງລະບົບນິເວດ (PES) ພາຍໃນປະເທດ ກໍເປັນໜຶ່ງ ໃນໂອກາດທີ່ຢູ່ໃນຂອບເຂດຄວາມ ສາມາດຂອງພວກເຮົາ. ຂໍ້ລິເລີ່ມ ນີ້ ກໍຢູ່ໃນຄວາມສາມາດຂອງພວກ ເຮົາທີ່ຈະສຶກສາ, ປັບໃຊ້ ແລະ ເຮັດ ໃຫ້ເກີດປະໂຫຍດໃນສະພາບການ ສະເພາະຂອງປະເທດເຮົາ. ຜົນຂອງການສຶກສາຄວາມເປັນ ໄປໄດ້ຄາດວ່າຈະເປັນນະໂຍບາຍ ທາງເລືອກ ແລະ ແນວທາງສຳລັບ ການເຮັດທົດລອງທີ່ນຳໄປສູ່ການ ຈັດຕັ້ງປະຕິບັດກົນໄກການຈ່າຍ ຄ່າບໍລິການດ້ານສີ່ງແວດລ້ອມປ່າ ໄມ້ໃນຂອບເຂດທົ່ວປະເທດ, ການ ສຶກສາຄວາມເປັນໄປໄດ້ແມ່ນຈະນໍາ ພາໂດຍກົມປ່າໄມ້ ເຊິ່ງສະໜັບສະ ໜູນໂດຍອົງການອາຫານ ແລະ ການກະເສດ (FAO) ຜ່ານແຜນ ງານ UN-3E%% ແລະ ອົງການ (I;, ພາຍໃຕ້ການສະໜັບໜູນດ້ານ ງົບປະມານຈາກລາຊະອານາຈັກ ລຸກຊຳບວກ, ສະຫະພາບເອີຣົບ ແລະ ຜູ້ໃຫ້ທຶນອື່ນໆ. ແຜນການຮ່ວມມືລະຫວ່າງສອງ ພັກ ສະບັບປີ 2021-2025 ທີ່ສອງ ຝ່າຍຮ່ວມກັນເປັນເສນາທິການຕິດ ຕາມຊູກຍູ້, ອໍານວຍຄວາມສະດວກ ໃຫ້ແກ່ສູນກາງພັກ ແລະ ບັນດາອົງ ການອ້ອມຂ້າງສູນກາງພັກ ລາວຈີນ ຈັດຕັ້ງປະຕິບັດແຜນການ ຮ່ວມມືດັ່ງກ່າວ; ປຶກສາຫາລື ແລະ ເຫັນດີເປັນເອກະພາບກັນຢ່າງ ກວ້າງຂວາງກ່ຽວກັບທິດທາງໃນ ການຮ່ວມກັນຕິດຕາມຊຸກຍູ້ການ ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວຈີນ, ການຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ໄດ້ແລກປ່ຽນທັດສະນະກ່ຽວ ກັບສະພາບການພາກພື້ນ ແລະ ສາ ກົນ ທີ່ສອງຝ່າຍມີຄວາມສົນໃຈຈໍາ ນວນໜຶ່ງ. ໃນການຢ້ຽມຢາມ-ເຮັດວຽກຄັ້ງ ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ພ້ອມດ້ວຍຄະນະຍັງໄດ້ເດີນທາງ ໄປຢ້ຽມຢາມນະຄອນຊຽງຮຸ່ງ, ກິ່ງ ແຂວງສິບສອງພັນນາ, ແຂວງຢຸນ ນານ ໂດຍໄດ້ພົບປະກັບສະຫາຍ ສູ ຮ້າວ ຮອງເຈົ້າແຂວງຢຸນນານ, ພ້ອມນີ້ ຄະນະຍັງໄດ້ໄປທັດສະນະ ສຶກສາພື້ນຖານທາງດ້ານວັດທະ ນະທໍາ, ການພັດທະນາເສດຖະກິດສັງຄົມຢູ່ນະຄອນຊຽງຮຸ່ງ ແລະ ຊຸກຍູ້ວຽກງານກ່ຽວຂ້ອງຢູ່ດ່ານ ສາກົນ ບໍ່ເຕ່ນ-ບໍ່ຫານ, ຊາຍແດນ ລາວ-ຈີນ ກ່ອນຈະເດີນທາງກັບຄືນ ປະເທດອີກດ້ວຍ. ຂ່າວ-ພາບ: ຄຕພ

RkJQdWJsaXNoZXIy MTc3MTYxMQ==