xtgmf]k; 3 22/08/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ ຢ່າຕົ່ງ ຕໍ່ຈາກສະບັບກ່ອນ s;o7n o,6 og-N v;a o1b fveokf 23 ly 'sk (23/8/1945 c]t 23/8/1975) ວັນທີ 23/8/1975 ຊາວນະ ຄອນຫລວງວຽງຈັນ 2 ໝື່ນກວ່າ ຄົນ ໄດ້ໂຮມຊຸມນຸມໃຫຍ່ຢູ່ເດີ່ນ ທາດຫລວງ ເພື່ອປະກາດສ້າງຕັ້ງ ອໍານາດການປົກຄອງປະຕິວັດນະ ຄອນຫລວງວຽງຈັນ. ມາເຖິງທ້າຍ ເດືອນ 8/1975 ກົງຈັກປົກຄອງ ແລະ ກອງທະຫານຝ່າຍວຽງຈັນ ແຕ່ຂັ້ນແຂວງລົງເຖິງຂັ້ນຮາກຖານ ທົ່ວປະເທດຖືກລົບລ້າງທັງໝົດ. ອໍານາດການປົກຄອງປະຕິວັດທຸກ ຂັ້ນໄດ້ສ້າງຕັ້ງຂຶ້ນໃນທົ່ວປະເທດ. ວັນທີ 1 ແລະ 2/12/1975 ກອງ ປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວ ປະເທດໄດ້ໄຂຂຶ້ນ ຢ່າງຄຶກຄື້ນ ຢູ່ນະ ຄອນຫລວງວຽງຈັນ ຊຶ່ງມີຕົວແທນ ຂອງບັນດາຊັ້ນຄົນ, ບັນດາເຜົ່າ, ສາສະໜາ, ຜູ້ແທນຂອງບັນດາອົງ ການຈັດຕັ້ງມະຫາຊົນ, ຜູ້ຊົງຄຸນ ວຸດທິ, ປັນຍາຊົນ ແລະ ຜູ້ແທນຂອງ ກໍາລັງປະກອບອາວຸດ ລວມ 246 ຄົນເຂົ້າຮ່ວມ. ກອງປະຊຸມໃຫຍ່ໄດ້ ຕົກລົງຮັບຮອງເອົາການສະຫລະ ພະລາຊະບັນລັງຂອງເຈົ້າຊີວິດ, ຕົກລົງຍຸບລັດຖະບານຊົ່ວຄາວ ແລະ ຄະນະມົນຕີປະສົມການເມືອງ ແຫ່ງຊາດ; ປະກາດລົບລ້າງລະ ບອບລາຊາທິປະໄຕ ແລະ ສ້າງຕັ້ງ ລະບອບ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນ ຂຶ້ນແທນ; ກໍານົດ ເຄື່ອງໝາຍປະຈໍາຊາດ, ທຸງຊາດ, ເພງຊາດ ແລະ ພາສາທາງການ; ຕົກລົງສ້າງຕັ້ງ ສະພາປະຊາຊົນ ສູງສຸດ ແລະ ລັດຖະບານ ສາທາ ລະນາລັດ ປະຊາທິປະໄຕ ປະຊາ ຊົນລາວ. ປະທານ ສຸພານຸວົງ ໄດ້ ຮັບເລືອກຕັ້ງເປັນປະທານປະເທດ ບົດສະເໜີ ທັງເປັນປະທານສະພາປະຊາຊົນ ສູງສຸດ, ສ່ວນປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ສິ່ງດັ່ງກ່າວ ເປັນປະຫວັດ ການ ໃນການຢຶດອໍານາດຂັ້ນສຸດ ທ້າຍຂອງການປະຕິວັດລາວເຊິ່ງ ໄດ້ຈາລຶກໃນປຶ້ມປະຫວັດສາດຂອງ ຊາດລາວ. ວັນຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມ ສໍາຄັນຫລາຍສໍາລັບປະຊາຊົນລາວ ທັງຊາດ ເພາະວ່າໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນ ແຫ່ງການຕໍ່ສູ້ ປະຕິວັດອັນຢືດເຢື້ອຍາວນານຂອງ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ ການນໍາພາຂອງພັກປະຊາຊົນ ປະ ຕິວັດລາວ; ມັນແມ່ນຜົນທີ່ເກີດມາ ຈາກຄວາມກ້າຫານປະດິດສ້າງ ແຫ່ງການນໍາໃຊ້ 3 ບາດຄ້ອນຍຸດ ທະສາດ ເພື່ອຢຶດອໍານາດການປົກ ຄອງໃນທົ່ວປະເທດແບບບົວບໍ່ໃຫ້ ຊໍ້າ ນໍ້າບໍ່ໃຫ້ຂຸ່ນແມ່ນໄຊຊະນະຂອງ ແນວທາງການປະຕິວັດອັນຖືກ ຕ້ອງແລະການນໍາພາອັນສະຫລາດ ສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິ ມາກ-ເລນິນ ເຂົ້າໃນພຶດຕິກໍາຕົວ ຈິງຂອງການປະຕິວັດລາວ ຢ່າງປະ ດິດສ້າງ; ມັນແມ່ນໄຊຊະນະກໍາລັງ ແຮງແຫ່ງຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວກັນຂອງປວງຊົນທັງ ຊາດ, ເປັນຄວາມອັນໜຶ່ງອັນດຽວ ກັນຂອງກອງທັບ ແລະ ປະຊາຊົນ ບັນດາເຜົ່າ, ແມ່ນໄຊຊະນະຂອງ ຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາຊົນລາວ, ປະຊາ ຊົນຫວຽດນາມ ແລະ ປະຊາຊົນ ກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນ ຕ້ານສັດຕູໂຕດຽວກັນຕະຫລອດ ໄລຍະການປະຕິວັດປົດປ່ອຍຊາດ ໃນ ເມື່ອກ່ອນກໍຄືໃນພາລະກິດປົກ ປັກຮັກສາ ແລະ ກໍ່ສ້າງປະເທດຊາດ ໃນປັດຈຸບັນ. ໂດຍ: ອັກສອນສິນ ພົມມະຈັນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ * ຕະຫລອດໄລຍະ 5 ປີຜ່ານມາ ເມືອງໄຊບູລີ ແຂວງສະຫວັນນະ ເຂດ ໄດ້ຮັບການພັດທະນາຫລາຍ ດ້ານທີ່ພົ້ນເດັ່ນ ໂດຍສະເພາະແມ່ນ ການຜະລິດເປັນສິນຄ້າຂອງປະຊາ ຊົນທີ່ມີຄວາມເຂັ້ມແຂງຈົນສາມາດ ສ້າງໃຫ້ເມືອງໄຊບູລີ ກາຍເປັນ ເມືອງພົ້ນທຸກຢ່າງສິ້ນເຊີງ ເນື່ອງ ຈາກວ່າເມືອງດັ່ງກ່າວມີທ່າແຮງ, ມີພື້ນທີ່ອັນເໝາະສົມໃນການປູກ ຝັງ-ລ້ຽງສັດ ໃນນີ້ອັນທີ່ພົ້ນເດັ່ນ ແມ່ນການຜະລິດເຂົ້າ ເຊິ່ງໃນປີ 2024 ຜ່ານມາ ການຜະລິດເຂົ້ານາ ແຊງຂອງເມືອງໄຊບູລີ ແມ່ນບັນລຸ ເຖິງ 88 ພັນກວ່າໂຕນ ນີ້ກໍ່ຖືວ່າ ເປັນການຜະລິດສິນຄ້າທີ່ປະສົບ ຜົນສຳເລັດຂອງເມືອງ. ສະຫາຍ ຄາລາໂຊ ຫລຸຍບົວ ທອງ ເລຂາພັກເມືອງໄຊບູລີ ໄດ້ ໃຫ້ຮູ້ວ່າ: ໂດຍອີງໃສ່ທ່າແຮງຂອງ ເມືອງໄຊບູລີ ເປັນເມືອງທີ່ມີພື້ນທີ່ ອັນເໝາະສົມໃນການປູກຝັງ-ລ້ຽງ ສັດ ສະນັ້ນຄະນະນຳຂອງແຂວງ ຈຶ່ງໄດ້ກຳນົດເອົາເມືອງໄຊບູລີ ເປັນ ເມືອງຕົວແບບໃນການຜະລິດເປັນ ສິນຄ້າ, ໃນນີ້ອັນທີ່ພົ້ນເດັ່ນແມ່ນ ການຜະລິດເຂົ້າ ເຊິ່ງໃນປີ 2024 ຜ່ານມາ ການຜະລິດເຂົ້ານາແຊງ ຂອງເມືອງໄຊບູລີ ແມ່ນບັນລຸເຖິງ 88 ພັນກວ່າໂຕນ ນີ້ກໍ່ຖືວ່າເປັນ ການຜະລິດສິນຄ້າທີ່ປະສົບຜົນສຳ ເລັດຂອງເມືອງ, ນອກນັ້ນ ເມືອງ ໄຊບູລີ ຍັງໄດ້ປູກອ້ອຍໃນເນື້ອທີ່ 7.600 ກວ່າເຮັກຕາ, ມີຊາວກະສິ ກອນ 5.000 ກວ່າຄອບຄົວ ເຂົ້າ ຮ່ວມໂຄງການປູກອ້ອຍ, ນີ້ກໍ່ແມ່ນ rkp.8h dkooerk{-U oe0v'7tot[= ]y sko'kora d c0;'lts;a ootg0f gIa f.sh g,n v'w-[6 ]u wfh Ia [dkora fmtoks]kpfh ko ໜຶ່ງໃນການຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ ແລະ ລັດ ຖະບານໃນການແກ້ໄຂຄວາມທຸກ ຍາກຂອງປະຊາຊົນລາວບັນດາ ເຜົ່າພາຍໃນເມືອງຂອງພວກເຮົາ, ພ້ອມນັ້ນ ທາງຄະນະນຳຂອງເມືອງ ກໍ່ຍັງໄດ້ຊຸກຍູ້ໃຫ້ປະຊາຊົນປູກມັນ ຕົ້ນ ເຊິ່ງທົ່ວເມືອງໄຊບູລີ ມີເນື້ອທີ່ ປູກມັນຕົ້ນ 4.500 ກວ່າເຮັກຕາ, ໄດ້ຮັບຜົນຜະລິດປີໜຶ່ງໆສະເລ່ຍ ປະມານ 68.000 ກວ່າໂຕນ, ນອກ ນັ້ນຍັງມີເນື້ອທີ່ປູກຢາງພາລາ ປະ ມານ 2.000 ກວ່າເຮັກຕາ, ຜະລິດ ຢາງພາລາກ້ອນໄດ້ 9.000 ໂຕນຕໍ່ ປີ. ເວົ້າລວມແລ້ວບັນດາກິດຈະກຳ gru j ,mt;u dkoxq dxa d Ia dlkla foE{la fxj k * ການປົກປັກຮັກສາສັດນ້ຳສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນ ຄົນໃນສັງຄົມຕ້ອງໄດ້ມີສ່ວນຮ່ວມ ໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳ ລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສ ຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການ ຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ. ປັດຈຸບັນຢູ່ເຂດຊົນນະບົດ, ເຂດ ຫ່າງໄກສອກຫລີກປະຊາຊົນຈຳ ນວນໜຶ່ງຍັງຖືເອົາການລ່າສັດປ່າ ເປັນອາຫານໃນການດຳລົງຊີວິດ ປະຈຳວັນ, ຖືເອົາການລ່າສັດເປັນ ອາຊີບ ເພື່ອສ້າງລາຍຮັບເຂົ້າຄອບ ຄົວ ເຊິ່ງບັນຫາການລ່າສັດຍັງປະ ກົດໃຫ້ພວກເຮົາເຫັນເປັນໄລຍະໆ ຂະນະດຽວກັນ, ເຈົ້າໜ້າທີ່ກ່ຽວ ຂ້ອງກໍຕ້ອງເອົາໃຈໃສ່ເຄື່ອນໄຫວ ລາດຕະເວັນຢູ່ບັນດາປ່າໄມ້ຕ່າງໆ ແລະ ກວດກາຕະຫລາດການຊື້- ຂາຍແຫ່ງຕ່າງໆເປັນປະຈຳ. ກໍລະນີ ພົບເຫັນຜູ້ກະທຳຜິດເປັນຕົ້ນແມ່ນ ລ່າສັດ, ຊື້-ຂາຍສັດປ່າ ກໍຕ້ອງມີ ການປະຕິບັດຕາມລະບຽບກົດ ໝາຍຢ່າງເຂັ້ມງວດ. ນັບວ່າ ເປັນອີກຜົນງານສຳລັບ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງຄຳມ່ວນທີ່ໄດ້ເອົາໃຈໃສ່ ຈັດ ຕັ້ງປະຕິບັດວຽກງານວິຊາສະເພາະ ຂອງເຈົ້າໜ້າທີ່ກອງກວດກາປ່າໄມ້ ແລະ ມີການຮ່ວມມືກັບເຈົ້າໜ້າທີ່ ປກສ, ປກຊ, ພາສີ, ອົງການໄອ ຍະການປະຊາຊົນ ໂດຍສະເພາະ ແມ່ນໂຄງການ P-8EN AN% %-8EN ຂອງແຂວງຄໍາມ່ວນ ທີ່ ໄດ້ກວດກາລາດຕະເວນໃນທ້ອງ ຕະຫລາດຕາມເບາະແສຂອງພົນ ລະເມືອງດີລາຍງານ ແລະ ຮ້ານ ຂາຍເຄື່ອງຂອງປະຊາຊົນຈໍານວນ ໜຶ່ງ. ສໍາລັບສັດປ່າທີ່ຢຶດໄດ້ ແລະ ຜູ້ກະທໍາຜິດຈໍານວນໜຶ່ງແມ່ນເຈົ້າ ໜ້າທີ່ ໄດ້ດໍາເນີນການສືບສວນສອບສວນເກັບກໍາເອົາຂໍ້ມູນລະ ອຽດ ເພື່ອສະຫລຸບສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນແຂວງ ຕາມລະບຽບກົດໝາຍ ພ້ອມດ້ວຍ ສັດປ່າທີ່ນໍາມາຝັງທໍາລາຍໃນຄັ້ງ ນີ້ ມີ 22 ຊະນິດ, ມີ 178 ໂຕ, ມີ ນໍ້າໜັກ 404,3 ກິໂລ. ການປະຕິບັດທີ່ກ່າວມານັ້ນ, ເປັນການເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງການກວດກາສັດປ່າ ແລະ ພືດປ່າປະເພດຫວງຫ້າມທີ່ໃກ້ຈະ ສູນພັນໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະ ບານໄດ້ວາງອອກ ແລະ ສົນທິສັນ ຍາສາກົນວ່າດ້ວຍການຄ້າຂາຍຊະ ນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະ ສູນພັນລະຫວ່າງຊາດ ທີ່ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເປັນພາຄີໃຫ້ມີຜົນສັກສິດ ທັງ ເປັນການສະກັດກັ້ນ ແລະ ແກ້ໄຂປາ ກົດການຫຍໍ້ທໍ້ກ່ຽວກັບສັດປ່າ ແລະ ພືດປ່າປະເພດຫວງຫ້າມບໍ່ໃຫ້ຖືກ ດັບສູນ ແລະ ຮັກສາໄວ້ໃຫ້ຢູ່ກັບທໍາ ມະຊາດຕະຫລອດໄປ. ໂດຍສະເພາະມີປະຊາຊົນຈຳນວນ ໜຶ່ງ ເວລາເຂົ້າປ່າລ່າໄດ້ສັດປ່າ ແລ້ວ ຍັງເອົາໂພດລົງໃນໂລກອອນ ລາຍ ໂດຍບໍ່ຢ້ານກົວຕໍ່ລະບຽບກົດ ໝາຍເລີຍ. ແນວໃດກໍຕາມ, ການປົກ ປັກຮັກສາຊັບພະຍາກອນທໍາມະ ຊາດ, ເວົ້າສະເພາະສັດນໍ້າ-ສັດປ່າ, ບັນຫາທີ່ຖືກຕັ້ງຂຶ້ນ ນອກຈາກຕ້ອງ ມີການປະເມີນຄືນຢ່າງຕໍ່ເນື່ອງ ກ່ຽວກັບໝາກຜົນຂອງການປ່ອຍ ສັດນໍ້າ-ສັດປ່າສູ່ແຫລ່ງທໍາມະຊາດ ຢ່າງເປັນໄລຍະໆແລ້ວນັ້ນ, ບັນຫາ ການລ່າ, ການຫາກໍ່ຍັງມີຄວາມ ເປັນຫ່ວງບໍ່ໜ້ອຍ ເນື່ອງຈາກວ່າ ສັງຄົມເຮົາ ແລະ ປະເທດອ້ອມຂ້າງ ມີຄົນຈໍານວນບໍ່ໜ້ອຍ ຍັງຕ້ອງອາ ໄສແຫລ່ງ ອາຫານຈາກທໍາມະຊາດ ພວກສັດນໍ້າ-ສັດປ່າທັງຫລາຍ, ບໍ່ສະ ເພາະແຕ່ຫາມາເພື່ອເປັນອາຫານ ພາຍໃນຄອບຄົວ, ດຽວນີ້ຫາມາ ຂາຍ ເຊິ່ງບາງອັນກໍມີຄວາມຕ້ອງ ການທັງຢູ່ພາຍໃນ ແລະ ຕ່າງປະ ເທດ. ມີຫລາຍຄໍາເຫັນວ່າ ຖ້າຫາກ ລ່າ ໂດຍຖືກຕ້ອງຕາມລະບຽບກົດ ໝາຍ ກໍ່ຈະບໍ່ມີຄວາມສ່ຽງເຮັດໃຫ້ ສັດນໍ້າ-ສັດປ່າສູນພັນ, ສະນັ້ນການ ມີສະຕິຕໍ່ລະບຽບກົດໝາຍແມ່ນສໍາ ຄັນຄືກັບບັນຫາຕ່າງໆ. ການຫາ, ລ່າມາເພື່ອເປັນສິນຄ້າ ກໍຍ້ອນມີ ຄວາມຕ້ອງການ, ເມື່ອເປັນແນວ ນັ້ນ ຖ້າຄົນຈໍານວນຫລາຍປະກອບ ສ່ວນຢ່າງແຂງແຮງໃນວຽກງານ ປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດ ປ່າ ບັນຫາຄວາມສ່ຽງສູນພັນກໍຈະ ໜ້ອຍທີ່ສຸດ ເພື່ອຄວາມອຸດົມສົມ ບູນຂອງທໍາມະຊາດ, ຄວາມຫລາກ ຫລາຍດ້ານຊີວະນາໆພັນກໍຄື ສັດ ນໍ້າ-ສັດປ່າ. ຜະລິດເປັນສິນຄ້າຂອງເມືອງໄຊບູ ລີ ສາມາດສ້າງລາຍຮັບໃຫ້ພໍ່ແມ່ ປະຊາຊົນເມືອງໄຊບູລີ ມີຊີວິດການ ເປັນຢູ່ທີ່ດີຂຶ້ນ. ມາຮອດປັດຈຸບັນນີ້ ປະຊາຊົນເມືອງໄຊບູລີ 10.000 ກວ່າຄອບຄົວ ບໍ່ມີຄອບຄົວທຸກຍາກ ຖືວ່າເປັນເມືອງທີ່ພົ້ນທຸກ 100 ແລະ ໄດ້ກາຍເປັນຄອບຄົວພັດທະ ນາແລ້ວ 90 . ນອກຈາກນັ້ນ, ອັນ ທີ່ພົ້ນເດັ່ນໃນການຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ IX ອົງ ຄະນະພັກແຂວງສະຫວັນນະເຂດທີ່ ເຫັນເປັນຮູບປະທຳແທ້ກໍ່ແມ່ນການ ປູກພືດຜັກຂອງປະຊາຊົນເຂດບ້ານ ບົວໄຂ (ເຂດປາກເຊບັ້ງໄຟ), ຖ້າ ປຽບທຽບໄລຍະກ່ອນ ແລະ ຫລັງ ກອງປະຊຸມໃຫຍ່ເຫັນໄດ້ວ່າມີການ ປ່ຽນແປງຫລາຍສຳລັບເຂດການ ຜະລິດກະສິກຳແຫ່ງນີ້ ເພາະວ່າຈຳ ນວນຜົນຜະລິດແມ່ນເພີ່ມຂຶ້ນໃນ ແຕ່ລະປີ, ໃນນີ້ແມ່ນການປູກສາລີ, ໝາກເຜັດ, ໝາກເຂືອ, ໝາກແຕງ, ໝາກເລັ່ນ ແລະ ພືດຜັກອື່ນໆຫລາຍ ພັນໂຕນ ໃນແຕ່ລະປີໄດ້ຖືກຂາຍ ອອກໄປສູ່ຕະຫລາດທັງພາຍໃນ ແຂວງ ແລະ ຕ່າງແຂວງ ເຊິ່ງໄດ້ ສ້າງລາຍໄດ້ຢ່າງຫລວງຫລາຍ ໃຫ້ຊາວກະສິກອນໃນເຂດນີ້, ແຕ່ ກ່ອນແມ່ນໃຊ້ນໍ້າມັນໃນການໂປມ ນໍ້າຈາກນໍ້າຂອງຂຶ້ນຫົດພືດຜັກ ເຊິ່ງເປັນຕົ້ນທຶນການຜະລິດທີ່ແພງ ຫລາຍ ເມື່ອເປັນແນວນັ້ນ ທາງຄະ ນະນຳຂອງແຂວງກໍ່ໄດ້ເຫັນຄວາມ ຈຳເປັນຂອງປະຊາຊົນ, ສະນັ້ນ ການນຳແຂວງຈຶ່ງໄດ້ດຶງຕາຂ່າຍ ໄຟຟ້າລົງໃຫ້ປະຊາຊົນໃນເຂດປາກ ເຊບັ້ງໄຟ ເຮັດໃຫ້ມີຄວາມສະດວກ ແລະ ປະຢັດຕົ້ນທຶນໃນການປູກຝັງ ຂອງປະຊາຊົນ ເຮັດໃຫ້ປະຊາຊົນມີ ລາຍໄດ້ຈາກການປູກຝັງຄອບຄົວ ໜຶ່ງບໍ່ຕໍ່າກວ່າ 80 ລ້ານກີບ. ພ້ອມນັ້ນ, ສະຫາຍ ຄາລາໂຊ ຫລຸຍບົວທອງ ເລຂາພັກເມືອງກໍ່ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ເປັນເຈົ້າການໃນການປະກອບສ່ວນ ເຮັດໃຫ້ເມືອງໄຊບູລີ ມີຄວາມສະ ຫງົບສຸກໂດຍພື້ນຖານ, ສ້າງເສດ ຖະກິດຄອບຄົວໃຫ້ເຂັ້ມແຂງຮັ່ງມີ, ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ກ້າວໜ້າເຂັ້ມແຂງ. ແນວໃດກໍດີ, ເພື່ອເຮັດໃຫ້ຈຳ ນວນສັດນ້ຳ-ສັດປ່າໄດ້ເພີ່ມຂຶ້ນໃນ ແຕ່ລະປີ ແລະ ມີຄວາມຍືນຍົງ ພວກ ເຮົາຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ ລະບຽບກົດໝາຍຢ່າງເຂັ້ມງວດ.
RkJQdWJsaXNoZXIy MTc3MTYxMQ==