7098

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 22/08/2025 xtgmf]k; ລາວ-ຫວຽດນາມ... ເລຂາທິການໃຫຍ່... ຊົມເຊີຍນ້ຳໃຈ... ລາວ-ມົງໂກລີ... ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ ເດີນທາງຢ້ຽມຢາມ ມົງໂກລີ ຢ່າງ ເປັນທາງການ ເພື່ອສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະ ນະຜູ້ແທນລາວເຂົ້າຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດເວທີ ປຶກສາຫາລືຂອບການຮ່ວມມືອາຊີ ຕາເວັນອອກ-ອາເມລິກາລາຕິນ (FEALAC) ຄັ້ງທີ 10 ໃນລະ ຫວ່າງວັນທີ19-23 ສິງຫາ 2025. ໃນວັນທີ 20 ສິງຫາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະໄດ້ພົບປະສອງ ຝ່າຍກັບທ່ານ ນາງ ບັດເຊເຊັກ ບັດເມິງ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ມົງໂກລີ ໂດຍ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນ ເນື່ອງໃນໂອກາດວັນ ຊາດ ແຫ່ງ ມົງໂກລີ ຄົບຮອບ 819 ປີ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ທ່ານ ນາງ ບັດເຊເຊັກ ບັດເມິງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ມົງໂກລີ ອີກຄັ້ງ ໜຶ່ງໃນເດືອນມິຖຸນາ 2025 ທີ່ຜ່ານ ມາ ແລະ ຖືໂອກາດນີ້ ເຊື້ອເຊີນ ລັດຖະມົນຕີຕ່າງປະເທດມົງໂກລີ ຢ້ຽມຢາມ ສປປ ລາວ ໃນເວລາ ທີ່ສອງຝ່າຍມີຄວາມສະດວກ. ນອກຈາກນີ້, ສອງຝ່າຍໄດ້ແຈ້ງ ສະພາບການພົ້ນເດັ່ນຢູ່ພາຍໃນ ປະເທດຂອງຕົນໃຫ້ກັນ ແລະ ກັນ ຊາບ ພ້ອມທັງໄດ້ຕີລາຄາສູງຕໍ່ບັນ ດາຜົນສໍາເລັດໃນການພັດທະນາ ເສດຖະກິດ-ສັງຄົມ ທີ່ສອງປະເທດ ຍາດມາໄດ້ໃນຕະຫລອດໄລຍະ ຜ່ານມາ, ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ສືບ ຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງຕະຫລອດ ໄລຍະ 63 ປີຜ່ານມາ ເຊິ່ງສະແດງ ອອກໃນການແລກປ່ຽນການຢ້ຽມ ຢາມຂອງການນໍາຂັ້ນສູງຂອງ ສອງປະເທດໃນໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນການຢ້ຽມຢາມ ລັດຖະກິດຢູ່ ສປປ ລາວ ຂອງ ທ່ານ ຄູເຣລສຸກຄ໌ ໂອຄະນາ (H.E. Khurelsukh Ukhnaa) ປະ ທານາທິບໍດີ ແຫ່ງ ມົງໂກລີ ໃນ ປີ 2023 ແລະ ການຢ້ຽມຢາມ ລັດຖະກິດ ຢູ່ມົງໂກລີ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ເປັນເອກະພາບ, ທັງໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງ ທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງມາກ່ອນນັ້ນ, ປະກາດໃຊ້ລັດຖະ ທຳມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ໄດ້ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ(ລັດຖະບານລາວ ອິດສະຫລະ). ພາຍຫລັງພວກລ່າເມືອງຂຶ້ນແບບເກົ່າຖືກປະລາໄຊ, ຈັກກະພັດລ່າເມືອງຂຶ້ນແບບໃໝ່ກໍ່ໄດ້ກະໂດດເຂົ້າມາແທນດຳເນີນການ ແຊກແຊງ ແລະ ຮຸກຮານປະເທດລາວທັນທີດ້ວຍກົນອຸບາຍຫວັງເຮັດ ໃຫ້ປະເທດລາວກາຍເປັນຫົວເມືອງຂຶ້ນແບບໃໝ່, ເປັນຖານທັບຂອງ ພວກເຂົາແນໃສ່ປິດລ້ອມຫວຽດນາມ ແລະ ຈີນ, ສະກັດກັ້ນກະແສຟອງ ການປະຕິວັດບໍ່ໃຫ້ແຜ່ລາມໄປໃນອາຊີອາຄະເນ. ຢືນຢູ່ຕໍ່ໜ້າສະພາບການ ດັ່ງກ່າວ ແລະ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີເອົາ ຊະນະສັດຕູຜູ້ຮຸກຮານ; ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ເຊິ່ງເປັນໄລຍະຕໍ່ສູ້ ດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລຳບາກກວ່າໝູ່ຂອງການປະຕິ ວັດຢູ່ໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່, ມີໄຊຍິ່ງໃຫຍ່ກວ່າໝູ່ຢູ່ໃນປະຫວັດສາດຂອງຊາດລາວ. ມາຮອດໄລຍະ ປີ 1973-1975, ການປະຕິວັດເຮົາ ໄດ້ກ້າວເຂົ້າສູ່ໄລຍະຕໍ່ສູ້ເພື່ອເຮັດ ສຳເລັດການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ ດ້ວຍກຳລັງ ແຮງສັງລວມຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນທ່າມີໄຊ ແລະ ດຳເນີນໄປໃນເງື່ອນໄຂທີ່ສັນຕິພາບໄດ້ຮັບການຟື້ນຟູ. ວັນທີ 23 ສິງຫາ 1975 ຊາວນະຄອນຫລວງວຽງຈັນ ສອງໝື່ນ ກວ່າຄົນ ໄດ້ພ້ອມກັນໂຮມຊຸມນຸມໃຫຍ່ ເພື່ອຕ້ອນຮັບການສ້າງຕັ້ງ ອຳນາດການປົກຄອງປະຕິວັດ; ລະບົບອຳນາດການປົກຄອງປະຕິວັດ ທັງໝົດໄດ້ຮັບການສ້າງຕັ້ງໃນທົ່ວເຂດປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ. ວັນຢຶດອຳນາດ 23 ສິງຫາ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດ ອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການ ນຳພາຂອງພັກປະຊາຊົນ ປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກ ຄວາມກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳນ້ຳບໍ່ ຂຸ່ນ” ; ແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການ ນຳພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ; ແມ່ນໄຊຊະນະຂອງຄວາມ ສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງປະຊາຊົນລາວ, ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ກັບສັດຕູໂຕດຽວກັນ ຕະຫລອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ. ພ້ອມດຽວ ກັນກໍ່ເປັນໄຊຊະນະຂອງການຊ່ວຍເຫລືອ, ສະໜັບສະໜູນອັນແຂງແຮງ ແລະ ປະເສີດເລີດລ້ຳຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ປະຊາຊົນຜູ້ກ້າວໜ້າໃນໂລກ. ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ຊົມເຊີຍ ນ້ຳໃຈວັນທີ 23 ສິງຫາ ຢ່າງສຸດໃຈ; ເພີ່ມທະວີຄວາມສາມັກຄີເປັນ ປຶກແຜ່ນຂອງທົ່ວປວງຊົນພາຍໃຕ້ການນຳພາຂອງພັກ ໄປຄຽງຄູ່ກັບ ການເສີມຂະຫຍາຍກຳລັງແຮງສັງລວມຂອງທຸກເຜົ່າ, ທຸກຊັ້ນຄົນ, ທຸກເພດໄວ, ທຸກພາກສ່ວນເສດຖະກິດ-ສັງຄົມຢ່າງແຂງແຮງ; ປົກປັກ ຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງ. ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານ ປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງ ມາຢ້ຽມຢາມ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຢ່າງ ເປັນທາງການແຕ່ວັນທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະ ວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ. ໃນວັນທີ 21 ສິງຫາ 2025 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍ. ໃນໂອກາດ ດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີ ຕ້ອນຮັບອັນອົບອຸ່ນມາຍັງຄະນະ ຜູ້ແທນ ສສ ຫວຽດນາມ, ຊຶ່ງໄດ້ ນໍາເອົາໄມຕີຈິດມິດຕະພາບອັນດູດ ດື່ມ, ຄວາມສາມັກຄີຮັກເເພງອັນ ສະໜິດສະໜົມຖານສະຫາຍອ້າຍ ນ້ອງຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ມາສູ່ພັກ-ລັດ ແລະ ປະ ຊາຊົນລາວ, ພ້ອມທັງໄດ້ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ນາມ ທີ່ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະ ເພາະການຊ່ວຍເຫລືອກໍ່ສ້າງຊັບ ພະຍາກອນມະນຸດໃນດ້ານຕ່າງໆທີ່ ເປັນການປະກອບສ່ວນສໍາຄັນໃຫ້ ແກ່ການສ້າງສາ ແລະ ພັດທະນາ ປະເທດຊາດ. ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ການ ພົວພັນຮ່ວມມືຂອງສອງປະເທດ ໂດຍເຫັນດີເປັນເອກະພາບຕີລາຄາ ສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາທີ່ໄດ້ສືບຕໍ່ມີການ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນທຸກ ຂົງເຂດວຽກງານໃນລະດັບສູງສຸດ ໂດຍສະເພາະແມ່ນທາງດ້ານການ ເມືອງ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມທັງ ການຮ່ວມມືທາງດ້ານເສດຖະກິດ ກໍມີບາດກ້າວທ່ວງທ່າທີ່ດີຂຶ້ນໃນ ແຕ່ລະປີ, ພ້ອມທັງຢືນຢັນຮ່ວມກັນ ທີ່ຈະສືບຕໍ່ຍູ້ແຮງການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ, ການ ລົງທຶນ ເພື່ອໃຫ້ນັບມື້ໃຫ້ສົມຄູ່ກັບ ການຮ່ວມມືທີ່ດີເລີດທາງດ້ານ ການເມືອງ. ພ້ອມນີ້, ສອງຝ່າຍໄດ້ ຢືນຢັນຈະຮ່ວມກັນຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ ໃຫ້ ສວຍສົດງົດງາມ ແລະ ຈະເລີນງອກ ງາມຍິ່ງໆຂຶ້ນ. ພາບ: ອ່າຍຄຳ ສປປ ລາວ ຢ່າງເປັນທາງການໃນ ຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດພາຍຫລັງ ດໍາລົງຕໍາແໜ່ງເປັນຮອງປະທານ ປະເທດ ແຫ່ງ ສສ ຫວຽດນາມ ແລະ ຍັງເປັນການປະກອບສ່ວນທີ່ ສຳຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ ແລະ ຫວຽດນາມ ທີ່ ມີມູນເຊື້ອມາແຕ່ດົນນານຢູ່ແລ້ວ ນັ້ນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພິເສດການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນມີຂຶ້ນໃນ ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງ ຂະບວນການຕ່າງໆ ເພື່ອຕ້ອນຮັບ ວັນສຳຄັນຂອງສອງພັກ, ສອງລັດ ທີ່ຈະມາເຖິງ ໂດຍສະເພາະແມ່ນ ວັນມະຫາໄຊຊະນະອັນຍິ່ງໃຫຍ່ທີ່ ນຳເອົາຄວາມເປັນເອກະລາດມາສູ່ ສອງປະເທດລາວ ແລະ ຫວຽດນາມ ນັ້ນກໍຄືວັນສະຖາປະນາ ສສຫວຽດ ນາມ ຄົບຮອບ 80 ປີ ແລະ ວັນສະ ຖາປະນາ ສປປ ລາວ ຄົບຮອບ 50 ປີ. ພ້ອມນີ້, ສອງສະຫາຍຮອງ ປະທານປະເທດລາວ ແລະ ຫວຽດ ນາມ ຍັງໄດ້ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງ ໄປກົງມາ ແລະ ດ້ວຍບັນຍາກາດ ໄມຕີຈິດມິດຕະພາບຖານສະຫາຍ ອ້າຍນ້ອງ, ຊຶ່ງສອງຝ່າຍໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມພາຍ ໃນປະເທດຂອງຕົນ ແລະ ໄດ້ສະ ແດງຄວາມຊົມເຊີຍຕໍ່ບັນດາຜົນ ສໍາເລັດທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີ ລາຄາຜົນການພົວພັນຮ່ວມມືຜ່ານ ມາ ກໍຄື ທິດທາງແຜນການຈຸດສຸມ ຂອງການຮ່ວມມືລະຫວ່າງສອງ ປະເທດໃນຕໍ່ໜ້າ. ສອງຝ່າຍໄດ້ມີ ຄວາມປິຕິຍິນດີທີ່ເຫັນວ່າການພົວ ພັນຮ່ວມມືຂອງສອງປະເທດໃນ ໄລຍະຜ່ານມາແມ່ນສືບຕໍ່ມີການ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງ ເຂດວຽກງານເປັນຕົ້ນການຮ່ວມມື ທາງດ້ານການເມືອງ: ສືບຕໍ່ມີຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນ ລະດັບສູງ, ໜັກແໜ້ນ ແລະ ນັບມື້ມີ ຄວາມໃກ້ຊິດສະໜິດສະໜົມກວ່າ ເກົ່າ ໂດຍສະເພາະສອງຝ່າຍສືບ ຕໍ່ມີການພົບປະແລກປ່ຽນຄະນະ ຜູ້ແທນແຕ່ຂັ້ນສູນກາງລົງຮອດ ທ້ອງຖິ່ນຢ່າງເປັນປົກກະຕິ, ພິເສດ ແມ່ນການເດີນທາງເຂົ້າຮ່ວມພິທີ ເປີດການນຳໃຊ້ທ່າເຮືອ ເລກ 3 ຂອງທ່າເຮືອຫວຸງອ່າງຂອງສອງ ສະຫາຍປະທານປະເທດ ລາວ ແລະ ຫວຽດນາມ ໃນທ້າຍເດືອນເມສາ 2025 ທີ່ຜ່ານມມາ; ດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ: ສືບຕໍ່ເປັນເສົາຄໍ້າຂອງການ ພົວພັນຮ່ວມມືສອງປະເທດ, ມີການ ຮ່ວມມືດ້ວຍຫລາຍຮູບການ ແລະ ວິທີການຕ່າງໆທີ່ແໜ້ນແຟ້ນ, ມີ ຄວາມໃກ້ຊິດ ເພື່ອຮັບປະກັນກັບ ສະພາບການໃໝ່ທີ່ນັບມື້ນັບມີການ ຜັນແປໄປຢ່າງສະຫລັບສັບຊ້ອນ, ພິເສດທັງສອງລັດຖະບານໄດ້ຮ່ວມ ມືສ້າງສໍາເລັດໂຄງການສໍາຫລວດ ຮ່ອງຮອຍເສັ້ນທາງປະຫວັດສາດ ສາຍພູຫລວງ-ໂຮ່ຈີ່ມິງ ຊຶ່ງເປັນ ສັນຍະລັກແຫ່ງການຮ່ວມສໍາພັນ ສູ້ຮົບລະຫວ່າງສອງກອງທັບ ກໍຄື ປະຊາຊົນສອງຊາດ ລາວຫວຽດນາມ, ຫວຽດນາມ-ລາວ; ດ້ານວຽກງານການຕ່າງປະເທດ: ສອງຝ່າຍໄດ້ມີການປະສານສົມ ທົບກັນເປັນຢ່າງດີໃນການເປັນ ເສນາທິການໃຫ້ແກ່ການນໍາຂັ້ນ ສູງ ສອງພັກ-ສອງລັດ, ພ້ອມ ທັງສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ດ້ານເສດຖະກິດ-ການຄ້າ: ເຫັນວ່າມູນຄ່າການຄ້າສອງສົ້ນ ເພີ່ມຂຶ້ນໃນແຕ່ລະປີ, ການລົງທຶນ ຂອງຫວຽດນາມ ກໍສືບຕໍ່ເປັນປະ ເທດອັນດັບຕົ້ນໆທີ່ເຂົ້າມາລົງທຶນຢູ່ ລາວ; ການຮ່ວມມືດ້ານອື່ນໆເຊັ່ນ: ດ້ານເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ຖະແຫລງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນ ສອງປະເທດ ກໍໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ແລະ ບັນດາ ໂຄງການຮ່ວມມືທີ່ເປັນຍຸດທະສາດ ລະຫວ່າງສອງປະເທດ ກໍສືບຕໍ່ມີ ຄວາມຄືບໜ້າ ແລະ ເປັນຮູບປະ ທໍາ. ພິເສດສອງຝ່າຍຕ່າງກໍສະແດງ ຄວາມປີຕິຍິນດີເປັນຢ່າງຍິ່ງທີ່ອົງ ການອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາສວນອຸທິຍານແຫ່ງ ຊາດຫີນໜາມໜໍ່ ແຂວງຄຳມ່ວນ, ສປປ ລາວ ຂຶ້ນເປັນມໍລະດົກໂລກ ທາງທຳມະຊາດທີ່ມີຊາຍແດນຮ່ວມ ກັບສວນອຸທິຍານຟອງຍາແກ່ບາງ ແຂວງກວາງບິງ ສສ ຫວຽດນາມ. ພ້ອມດຽວກັນນີ້, ສອງສະຫາຍ ຮອງປະທານປະເທດ ລາວ-ຫວຽດ ນາມ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມ ມືສອງຝ່າຍໂດຍຈະສືບຕໍ່ຊຸກຍູ້ຂະ ແໜງການທີ່ກ່ຽວຂ້ອງສອງຝ່າຍ ເປັນເຈົ້າການໃນການຈັດຕັ້ງປະຕິ ບັດຢ່າງມີປະສິດທິຜົນບັນດາຂໍ້ຕົກ ລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມື ຂອງບັນດາກະຊວງ, ຂະແໜງ ການຕ່າງໆທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະການເຊື່ອມ ຈອດພື້ນຖານດ້ານເສດຖະກິດຂອງ ສອງປະເທດ ໂດຍຜ່ານບັນດາ ໂຄງການຮ່ວມມືທີ່ເປັນຍຸດທະສາດ ທີ່ສໍາຄັນເພື່ອເປັນພື້ນຖານອັນສໍາ ຄັນໃຫ້ແກ່ການເຊື່ອມໂຍງພາກ ພື້ນ ແລະ ເປັນທ່າແຮງຂັບເຄື່ອນ ທາງດ້ານເສດຖະກິດຂອງລາວ ແລະ ຫວຽດນາມ ໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດເຫັນຕໍ່ກັບສະພາບ ການພາກພື້ນ ແລະ ສາກົນ ທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມ ນີ້, ສອງສະຫາຍຮອງປະທານ ປະເທດ ລາວ-ຫວຽດນາມ ໄດ້ສະ ແດງຄໍາໝາຍໝັ້ນວ່າຈະສືບຕໍ່ໃຫ້ ການຮ່ວມມືຢ່າງໃກ້ຊິດ, ສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ກໍຄື ການຊຸກຍູ້ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ ໃຫ້ຈະເລີນ ຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕອນຄໍ່າຂອງວັນດຽວກັນ, ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນທັງສອງຝ່າຍກໍໄດ້ ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ເຂົ້າ ຮ່ວມງານລ້ຽງຕ້ອນຮັບເພື່ອເປັນ ກຽດໃຫ້ແກ່ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະເນື່ອງໃນ ໂອກາດຢ້ຽມຢາມລັດຖະກິດຢູ່ສປປ ລາວ ໃນຄັ້ງນີ້. ພາບ: ຂັນໄຊ ແຫ່ງ ສປປ ລາວ ໃນປີ 2024 ຜ່ານ ມາ. ສອງລັດຖະມົນຕີກະຊວງການ ຕ່າງປະເທດລາວ ແລະ ມົງໂກລີ ຍັງ ໄດ້ຕີລາຄາສູງ ແລະ ເຫັນດີຊຸກຍູ້ ການຮ່ວມມືລະຫວ່າງສອງພັກ, ສອງກະຊວງການຕ່າງປະເທດ, ລັດຖະສະພາ ແລະ ການປ້ອງກັນ ປະເທດ, ເສດຖະກິດ, ວັດທະນະ ທໍາ, ການທ່ອງທ່ຽວ, ກະສິກໍາ, ສາທາລະນະສຸກ, ການເຊື່ອມໂຍງ ແລະ ເຊື່ອມຈອດທາງລົດໄຟ, ການ ບິນ ແລະ ອື່ນໆ ທີ່ພວມໄດ້ຮັບການ ສົ່ງເສີມ ແລະ ຂະຫຍາຍຕົວເປັນ ກ້າວໆ. ພ້ອມກັນນີ້, ສອງຝ່າຍໄດ້ ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການ ທີ່ກ່ຽວຂ້ອງຂອງສອງຝ່າຍໃນການ ຈັດຕັ້ງປະຕິບັດບັນດາເອກະສານ ທີ່ໄດ້ລົງນາມຮ່ວມກັນໃນໄລຍະ ຜ່ານມາໃຫ້ປະສົບຜົນສໍາເລັດຢ່າງ ເປັນຮູບປະທໍາ ພ້ອມທັງສືບຕໍ່ຊຸກຍູ້ ການແລກປ່ຽນຢ້ຽມຢາມການ ນໍາຂັ້ນສູງຂອງສອງປະເທດ ໃຫ້ມີ ບາດກ້າວຂະຫຍາຍຕົວເຂົ້າສູ່ລ່ວງ ເລິກ ແລະ ມີໝາກຜົນຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ມົງໂກລີ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ ປຶກສາຫາລືກ່ຽວກັບເເຜນການຍົກ ລະດັບສາຍພົວພັນລະຫວ່າງສອງ ປະເທດໃນອະນາຄົດ, ການຈັດ ກິດຈະກຳຮ່ວມກັນ ເພື່ອສະເຫລີມ ສະຫລອງຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການລະຫວ່າງ ສອງປະເທດ ໃນປີ 2027 ກໍຄື ການ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ນາງ ບັດເຊເຊັກ ບັດເມິງ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງຢ້ຽມຢາມທາງ ການຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດຂອງ ທ່ານ ທອງສະຫວັນ ພົມວິຫານ ພາຍຫລັງໄດ້ຮັບການແຕ່ງຕັ້ງໃຫ້ ດໍາລົງຕໍາແໜ່ງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນທ້າຍປີ 2024 ຜ່ານ ມາ, ພ້ອມທັງໄດ້ສະແດງຄວາມ ໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ເພື່ອຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະ ເທດ ມົງໂກລີ-ລາວ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ. ຂປລ. ໃນວັນທີ 21 ສິງຫາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນ ກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 2122 ສິງຫາ 2025. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໃນຄັ້ງ ນີ້, ຊຶ່ງເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກລະຫວ່າງ ສອງປະເທດ ລາວ-ຫວຽດນາມ ແລະ ການຢ້ຽມຢາມນີ້ກໍມີຂຶ້ນໃນ ທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງ ຂະບວນການຕ່າງໆ ເພື່ອຂໍ່ານັບຮັບ ຕ້ອນວັນສຳຄັນຂອງສອງພັກ, ສອງ ລັດທີ່ຈະມາເຖິງ ໂດຍສະເພາະແມ່ນ ການກະກຽມວັນຊາດຫວຽດນາມ ຄົບຮອບ 80 ປີ ໃນວັນທີ 2 ກັນຍາ ແລະ ວັນຊາດລາວ ຄົບຮອບ 50 ໃນ ວັນທີ 2 ທັນວາ ທີ່ຈະມາເຖິງ, ລວມ ທັງການກະກຽມກອງປະຊຸມໃຫຍ່ ຂອງພັກແຕ່ລະພັກ ຄື: ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຂອງພັກ ປະຊາຊົນປະຕິວັດລາວ ຄັ້ງທີ XII ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຂອງພັກກອມມູນິດຫວຽດ ນາມ ຄັ້ງທີ XIV. ສະຫາຍຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການຢ້ຽມຢາມສປປ ລາວ ແລະ ຜົນຂອງການພົບປະກັບ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ນໍາເອົາຄຳຢື້ຢາມຖາມ ຂ່າວຂອງສະຫາຍເລຂາທິການ ໃຫຍ່ ໂຕ ເລິມ, ສະຫາຍປະທານ ປະເທດ ເລືອງ ເກືອງ ແລະ ບັນດາ ການນຳຫວຽດນາມ ມາສູ່ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການ ນໍາພັກ-ລັດຂອງ ສປປ ລາວ, ຊຶ່ງ ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄໍາຢື້ຢາມ ຖາມຂ່າວດັ່ງກ່າວ, ພ້ອມທັງໄດ້ ຝາກຄວາມຢ້ຽມຢາມຖາມຂ່າວ ອັນອຸ່ນ ແລະ ຄວາມຮັກແພງອັນ ສະໜິດສະໜົມຖານສະຫາຍອ້າຍ ນ້ອງໄປຍັງສະຫາຍເລຂາທິການ ໃຫຍ່ ໂຕ ເລິມ, ສະຫາຍ ປະທານ ປະເທດ ເລືອງ ເກືອງ ແລະ ບັນດາ ການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກທົ່ວໜ້າ. ພ້ອມດຽວກັນນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ຂອບໃຈຕໍ່ພັກ-ລັດ ສະຫາຍຫວຽດ

RkJQdWJsaXNoZXIy MTc3MTYxMQ==