7097

gsfdko{dkora fmtok xtgmf]k; ( 21/08/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ເມື່ອມໍ່ໆມາ ນີ້ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຊ່ວຍ ເຫລືອລາວ ຈາກແຂວງຮ່າຕິ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນຕຽນດົງ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ສະຫະພັນ ນັກຮົບເກົ່າ ແຂວງຄໍາມ່ວນ ໂດຍ ການຕ້ອນຮັບຂອງ ສະຫາຍ ພົນ ຈັດຕະວາ ສົມແຄນ ອັບປະສອນ ປະທານສະຫະພັນນັກຮົບເກົ່າ ແຂວງພ້ອມຄະນະ. ສະຫາຍ ພົນຈັດຕະວາ ສົມ ແຄນ ອັບປະສອນ ກໍໄດ້ກ່າວຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການມາ ເຄື່ອນໄຫວຢ້ຽມຢາມຂອງຄະນະ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄັ້ງນີ້ ເຊິ່ງ ເປັນການເສີມສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງ ຊາດ ລາວ-ຫວຽດນາມ ໃຫ້ນັບ ມື້ພັດທະນາ ເຂົ້າສູ່ລວງເລິກ ເວົ້າ ລວມ, ເວົ້າສະເພາະ ການຮ່ວມມື ລະຫວ່າງ ອະດີດທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດນາມ ຊ່ວຍເຫລືອລາວ ກັບ ສະຫະພັນ ນັກຮົບເກົ່າ ແຂວງຄໍາມ່ວນ ໃຫ້ມີ ຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກ່າວຕື່ມວ່າ: ພວກເຮົາ ຍັງຈົດຈໍາໄດ້ດີເຖິງເຫດການໃນເມື່ອ ກ່ອນ, ທີ່ພວກສະຫາຍໄດ້ເດີນທາງ ມາຈາກແຜ່ນດິນ ຫວຽດນາມອັນ ແສນຮັກ, ຂ້າມພູຜາປ່າດົງ, ຍ່າງ ຕາມເສັ້ນທາງທີ່ແສນລໍາບາກ, ບໍ່ຫວັ່ນໄຫວຕໍ່ລູກປືນ-ລະເບີດທີ່ ໂຫດຮ້າຍຂອງສັດຕູ. ການຕໍ່ສູ້ຂອງ ພວກສະຫາຍ ໄດ້ເຮັດໃຫ້ດິນແດນ ແຫ່ງນີ້ມີຄວາມສະຫງົບສຸກ ແລະ ເປັນເອກະລາດ. ພວກສະຫາຍໄດ້ ນອນຮ່ວມໝອນ, ກິນເຂົ້າຮ່ວມຈານ ແລະ ຕໍ່ສູ້ຢູ່ຄຽງຂ້າງກັບປະຊາຊົນ ລາວ, ສ້າງສາຍພົວພັນອັນເລິກເຊິ່ງ ຈົນເຖິງຂັ້ນທີ່ປະຊາຊົນລາວເອີ້ນ ພວກສະຫາຍວ່າhນັກຮົບອ້າຍນ້ອງi ແລະ ເປັນຄືກັບຄົນໃນຄອບຄົວ. ພ້ອມນີ້, ພວກສະຫາຍ ຍັງໄດ້ນໍາເອົາ ຈິດໃຈແຫ່ງການເສຍສະລະອັນສູງ ສົ່ງຂອງປະທານ ໂຮ່ຈີມິງ ແລະ ໄດ້ຮ່ວມກັບການນໍາຂອງລາວ ຄື ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເພື່ອສູ້ຊົນເອົາ ໄຊຊະນະມາໃຫ້ຊາດລາວ. ການ ເສຍສະລະເລືອດເນື້ອ ຂອງບັນດາ ສະຫາຍ ເພື່ອປົກປ້ອງຜືນແຜ່ນດິນ ລາວ, ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ລອດຂອງ ສອງຊາດ ລາວ-ຫວຽດນາມ ແມ່ນ ຄຸນງາມຄວາມດີທີ່ບໍ່ມີສິ່ງໃດມາ ທຽບໄດ້. ໂອກາດນີ້, ສະຫາຍ ຫງວຽນ ຕຽນດົງ ກໍໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຈາກການນຳແຂວງ, ສະຫະພັນ ນັກຮົບຮົບເກົ່າແຂວງ ແລະ ໄດ້ແຈ້ງ ຈຸດປະສົງ ຂອງການມາເຄື່ອນໄຫວ ຢ້ຽມຢາມ ແຂວງຄໍາມ່ວນ ໃນຄັ້ງນີ້ ບໍ່ພຽງແຕ່ການເດີນທາງມາຢ້ຽມ ຢາມທໍາມະດາ, ແຕ່ເປັນການຫວນ ຄືນກັບມາບ້ານຫລັງທີ່ສອງທີ່ເຄີຍ ຢູ່ອາໄສ ແລະ ເປັນການເດີນທາງ ທີ່ເຕັມໄປດ້ວຍຄວາມໝາຍ, ຄວາມ ສຳຄັນທາງປະຫວັດສາດ, ເປັນ ການເດີນທາງທີ່ເຕັມໄປດ້ວຍຄວາມ ຮູ້ສຶກເລິກເຊິ່ງ, ເຕັມໄປດ້ວຍຄວາມ ຜູກພັນທີ່ຜູກມັດສອງຊາດພວກ ເຮົາໄວ້. ມັນເປັນການຢັ້ງຢືນຄືນ ໃໝ່ເຖິງມູນເຊື້ອ ແຫ່ງສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ປະເທດ ລາວ-ຫວຽດນາມ ທີ່ບໍ່ມີ ວັນເສື່ອມຄາຍ ແລະ ຕະຫລອດໄປ. ພວກເຮົາໄດ້ກັບຄືນສູ່ຜືນແຜ່ນດິນທີ່ ເຄີຍເປັນສະໜາມຮົບ, ຜືນແຜ່ນດິນ ທີ່ເຄີຍເຕັມໄປດ້ວຍເລືອດເນື້ອ ແລະ ຄາບນໍ້າຕາແຫ່ງການຕໍ່ສູ້. ມື້ນີ້ຜືນ ແຜ່ນດິນດັ່ງກ່າວ ໄດ້ກາຍເປັນ ດິນແດນແຫ່ງສັນຕິພາບ, ຄວາມ ສະຫງົບສຸກ ແລະ ການພັດທະນາ, ເຊິ່ງທັງໝົດນີ້ແມ່ນໄດ້ມາຈາກການ ເສຍສະລະອັນສູງສົ່ງຂອງສອງຊາດ ອ້າຍນ້ອງເຮົາ. ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີເປີດ ຂະບວນການ ເດີນສຳຫລວດຖານ ຂໍ້ມູນລາຍຮັບ ຢູ່ນະຄອນ ຫລວງພະ ບາງ ແລະ ເມືອງນໍ້າບາກ ແຂວງ ຫລວງພະບາງ ຈັດຂຶ້ນເມື່ອບໍ່ດົນ ມານີ້ ທີ່ບ້ານຊຽງມ່ວນ ນະຄອນ ຫລວງພະບາງ ໂດຍການເປັນ ປະທານຂອງ ທ່ານ ຄຳມ່ວນ ຄຳບຸນ ມີ ຫົວໜ້າສ່ວຍສາອາກອນ ປະຈຳ ແຂວງຫລວງພະບາງ ພ້ອມດ້ວຍ ວິຊາການ, ອົງການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມ. ທ່ານ ຄຳມ່ວນ ຄຳບຸນມີ ໄດ້ກ່າວ ວ່າ: ການເປີດບັ້ນລົງສຳຫລວດຄັ້ງ ນີ້ ເປັນການປະຕິບັດຄຳສັ່ງນາຍົກ ລັດຖະມົນຕີ ວ່າດ້ວຍການເພີ່ມທະ ວີການຄຸ້ມຄອງ ແລະ ຕ້ານການ ຮົ່ວໄຫລຂອງລາຍຮັບງົບປະມານ ແຫ່ງລັດ ແລະ ນິຕິກຳກ່ຽວຂ້ອງ ເພື່ອໃຫ້ການຈັດເກັບລາຍຮັບເຂົ້າ ງົບປະມານແຫ່ງລັດ ມີຄວາມໂປ່ງ ໃສ, ໄດ້ຕາມລະດັບຄາດໝາຍ ທີ່ ສູນກາງມອບໃຫ້ແຂວງຫລວງພະ ບາງ ເປັນແຂວງທີ່ກຸ້ມຕົນເອງ ທາງດ້ານລາຍຮັບ ແລະ ເກີນດູນ ຊ່ວຍສູນກາງ. ໃນໄລຍະຜ່ານມາ ສ່ວຍສາອາກອນປະຈຳແຂວງ ໄດ້ ເອົາໃຈໃສ່ຄຸ້ມຄອງຖານລາຍຮັບ ເຂົ້າສູ່ລະບົບ TBY3JT ຢ່າງທົ່ວເຖິງ ແລະ ແຂງແຮງ, ປັດຈຸບັນທົ່ວແຂວງ ມີຫົວໜ່ວຍຢູ່ໃນລະບົບ 14.404 ຫົວໜ່ວຍ ໃນນີ້, ຫົວໜ່ວຍທຸລະກິດ 12.416 ຫົວໜ່ວຍ, ອົງການ vtfu fmtskovklt\a d c]t -j P;-kos;Pfok, 1h P,1k, c0;'7e,j ;o gxu f0t[;odkogfu oles];f 4ko0= ,6 o]kpIa [ 16j ot7vos];'rt[k' ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ເປີດບັ້ນກວດສອບ ບົດສະຫລຸບ ຂາດຕົວການຈັດຕັ້ງປະຕິບັດ ແຜນ ງົບປະມານແຫ່ງລັດ ປະຈຳປີ 2024 ເມື່ອບໍ່ດົນມານີ້ ທີ່ຫ້ອງ ວ່າການແຂວງ ເພື່ອແນໃສ່ແກ້ໄຂ ບັນຫາໜີ້ສິນຄຸມເຄືອ ໃຫ້ຫລຸດໜ້ອຍ ຖອຍລົງເທື່ອລະກ້າວ ແລະ ຫັນເຂົ້າ ສູ່ລະບຽບການຢ່າງເຂັ້ມງວດ ໂດຍ ການເປັນປະທານຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າ g,n v'-kow- xt8y [a fot3p[kp8= j z6 h mu j ,u zq o'ko c]t 75 o'k,7;k,fu .ork]tdy fxt8y ;a f-kf ແຂວງໆອຸດົມໄຊ, ທ່ານ ອິນທາ ລື ນາມມະຈັກ ປະທານອົງການກວດ ສອບ ປະຈຳພາກເໜືອ 2, ພ້ອມ ດ້ວຍພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍການ ແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະ ປະສານງານ ເຮັດວຽກຮ່ວມກັບ ຄະນະກວດສອບຂອງອົງການກວດ ສອບປະຈຳພາກເໜືອ 2, ເຊິ່ງຄະນະ ຮັບຜິດຊອບດັ່ງກ່າວ ເພື່ອຊີ້ນໍາ ແລະ ແນະນໍາຂັ້ນຕອນການເຮັດວຽກ ໃຫ້ແຕ່ລະພະແນກການ-ອົງການ ທີ່ນອນໃນເປົ້າໝາຍ ເປັນເຈົ້າການ ອໍານວຍຄວາມສະດວກ ແລະ ເຂົ້າຮ່ວມເຮັດວຽກກັບຄະນະທີມ ງານຈາກອົງການກວດສອບ ພາກເໜືອ 2 ໃຫ້ມີຜົນສໍາເລັດເປັນ ຢ່າງດີ ພ້ອມທັງກະກຽມ ແລະ ສະໜອງບັນດາຂໍ້ມູນການຈັດຕັ້ງ ປະຕິບັດແຜນງົບປະມານ ປະຈຳປີ 2024 ຜ່ານມາ ແລະ ໃຫ້ແຕ່ລະ ຂະແໜງການເປັນເຈົ້າການຊີ້ນໍາ ຜູ້ຮັບຜິດຊອບສະຫລຸບສັງລວມໃຫ້ ຖືກຕ້ອງ, ລະອຽດ, ຈະແຈ້ງ ພ້ອມ ທັງປະກອບເອກະສານທີ່ກ່ຽວຂ້ອງ ເພື່ອຄັດຕິດຕາມການເຈາະຈີ້ມ ຂອງອົງການກວດສອບ ພາກ ເໜືອ 2 ໃຫ້ທັນຕາມກຳນົດເວລາ. ແຜນການກວດສອບບົດສະຫລຸບ ຂາດຕົວການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ປະຈໍາປີ 2024, ຄະນະກວດສອບ ຈະໄດ້ລົງ ເລິກດໍາເນີນການກວດສອບມີ 11 ຫົວໜ່ວຍ, ກວດຄືນຕາມມະຕິສະພາ ປະຊາຊົນແຂວງ ແລະ ກວດຄືນ ຕາມຄໍາແນະນໍາກວດສອບປີຜ່ານ ມາ 1 ຫົວໜ່ວຍ ໄລຍະເວລາໃນ ການກວດສອບແມ່ນ 30 ວັນ ໃນນີ້, ກວດສອບລາຍຮັບງົບປະມານແຫ່ງ ລັດ ເຊັ່ນ: ລາຍຮັບຈາກຄ່າເຊົ່າ-ສຳ ປະທານທີ່ດິນ, ກອງທຶນຂອງລັດ, ອົງການບໍລິຫານຂອງວິຊາການ, ການຂາຍຊັບສິນ, ການປັບໃໝ, ການຂາຍເຄື່ອງທີ່ຖືກຮິບ, ການ ລະດົມທຶນ, ການປະກອບສ່ວນຂອງ ບຸກຄົນ ແລະ ການຈັດຕັ້ງ, ປະຕິບັດ ເກັບຄ່າທໍານຽມ-ບໍລິການ ແລະ ລາຍຮັບອື່ນໆ. ສຳລັບລາຍຈ່າຍງົບ ປະມານແຫ່ງລັດ ເຊັ່ນ: ລາຍຈ່າຍ ເງິນເດືອນ, ລາຍຈ່າຍນະໂຍບາຍ, ລາຍຈ່າຍບໍລິຫານ, ລາຍຈ່າຍເງິນ ດັດສົມ, ລາຍຈ່າຍການເງິນ, ລາຍ ຈ່າຍເງິນແຮ ແລະ ອື່ນໆ, ລາຍຈ່າຍ ຊື້ຊັບສົມບັດຄົງທີ່ຮັບໃຊ້ວຽກງານ ບໍລິຫານ, ລາຍຈ່າຍລົງທຶນຂອງລັດ, ລາຍຈ່າຍ ເພື່ອປະກອບທຶນ ແລະ ໃຫ້ກູ້ຢືມ, ລາຍຈ່າຍຊ່ວຍເຫລືອລ້າ ແລະ ຊຳລະຕົ້ນທຶນເງິນກູ້ ແລະ ລ າ ຍ ຈ່ າ ຍ ຊໍ າ ລ ະ ໜີ້ ປີ ເ ກົ່ າ . ຂ່າວ-ພາບ: ສຸວັນທອງ ປັນຍາຂັນ ຈັດຕັ້ງລັດ 848 ຫົວໜ່ວຍ ແລະ ຫົວໜ່ວຍຄ່າເຊົ່າ 1.140 ຫົວໜ່ວຍ. ພ້ອມນີ້, ໄດ້ຄຸ້ມຄອງ ແລະ ຕິດຕັ້ງ ລະບົບໂປແກຣມບັນຊີ-ໃບເກັບເງິນ (A1TBX) ໃຫ້ບັນດາຫົວໜ່ວຍ ທຸລະກິດໄດ້ 822 ຫົວໜ່ວຍ ໃນ ນີ້, ຂັ້ນແຂວງ 605 ຫົວໜ່ວຍ, ນະຄອນ ແລະ ບັນດາເມືອງ 217 ຫົວໜ່ວຍ (ເກີດຂຶ້ນໃນປີ 2025 ຈໍານວນ 151 ຫົວໜ່ວຍ); ໄດ້ ປ້ອນຂໍ້ມູນຕອນດິນເຂົ້າລະບົບ TBY3JT 136.258 ຕອນ, ເຂົ້າ ໃນລະບົບ -T.4 ໄດ້ 67.838 ຕອນ, ປັກໝຸດໄດ້ 51.671 ຕອນ; ຄຸ້ມຄອງພາຫະນະ (ລົດ) ເຂົ້າໃນ ລະບົບ 3T.4 ໄດ້ 17.183 ຄັນ; ສ້າງຢູເຊີອອນລາຍ ໃຫ້ບັນດາ ຫົວໜ່ວຍທຸລະກິດແຈ້ງມອບດ້ວຍ ຕົນເອງ ຜ່ານລະບົບອອນລາຍ ໄດ້ 1.753 ຫົວໜ່ວຍ, ທຽບໃສ່ໄລຍະ q h ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 794 ຫົວໜ່ວຍ ເທົ່າກັບ 82,7 ; ອອກເລກປະຈໍາຕົວ (1TIN) ເພື່ອ ແຈ້ງ-ມອບອາກອນລາຍໄດ້ໃຫ້ ບຸກຄົນ ໄດ້ 9.991 ຄົນ ໃນນີ້, ຂັ້ນ ແຂວງ 6.313 ຄົນ, ນະຄອນ ແລະ ບັນດາເມືອງ 3.678 ຄົນ; ຂໍ້ມູນ &3$ ຈາກຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ເຊື່ອມຕໍ່ກັບລະບົບ TBY3JT 7.098 ຫົວໜ່ວຍ ໄດ້ ຢືນຢັນ 6.612 ຫົວໜ່ວຍ ແລະ ຍັງ ຄ້າງ 486 ຫົວໜ່ວຍ. ການເດີນສຳຫລວດຄັ້ງນີ້ ໄດ້ ເລີ່ມທົດລອງຢູ່ບ້ານຊຽງມ່ວນ ນະຄອນ ຫລວງພະບາງ, ພາຍຫລັງ ສຳເລັດ ຈະສືບຕໍ່ເດີນສຳຫລວດຢູ່ ເມືອງນໍ້າບາກ ແລະ ບັນດາເມືອງ ທີ່ຍັງເຫລືອໃຫ້ສຳເລັດໃນທ້າຍປີ 2025 ນີ້. ຂ່າວ-ພາບ: ດາວອນ ມະນີວັນ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີ ມອບ-ຮັບ ເງິນນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດ ປະຕິວັດຊາດ ແຕ່ປີ 1954 ຄືນ ຫລັງ ຕາມດໍາລັດ ເລກທີ 272/ ລບ ໃນວັນທີ 18 ສິງຫາ 2025 ທີ່ເມືອງຊານໄຊ ແຂວງອັດຕະປື ໂດຍການເປັນປະທານຂອງ ທ່ານ ບຸນເນັມ ໄຊຍະເສັ້ມ ຫົວໜ້າຄະນະ ຈັດຕັ້ງເມືອງ, ມີທ່ານ ໄຊຍະລາດ ຊຸມພົນພັກດີ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງອັດຕະປື ພ້ອມດ້ວຍ ຄະນະກຳມະການຄົ້ນຄວ້າ ປະຕິບັດ ນະໂຍບາຍຂັ້ນແຂວງ-ຂັ້ນເມືອງ ແລະ ຕາງໜ້າຍາດພີ່ນ້ອງຜູ້ມີສິດຮັບ ນະໂຍບາຍເຂົ້າຮ່ວມ. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງອັດຕະປື ສະບັບ ເລກທີ 740/ຈຂອປ, ລົງວັນທີ 16 ມິຖຸນາ 2025 ວ່າດ້ວຍການ ອະນຸມັດງົບປະມານບ້ວງເງິນລື່ນ ແຜນ ປີ 2024 ເຊິ່ງທົ່ວແຂວງ ອັດຕະປື ມີ 138 ທ່ານ ຍິງ 24 ທ່ານ ທີ່ນອນໃນເປົ້າໝາຍໄດ້ຮັບເງິນ ນະໂຍບາຍ ລວມເປັນເງິນ 2,5 ຕື້ ກວ່າກີບ ໃນນັ້ນ, ຢູ່ເມືອງຊານໄຊ ມີ 120 ທ່ານ ທີ່ໄດ້ຮັບເງິນນະໂຍບາຍ 2,12 ຕື້ກວ່າກີບ ເຊິ່ງກວມເອົາ 32 ບ້ານໃນທົ່ວເມືອງ. ໂອກາດດັ່ງກ່າວ, ທ່ານ ບຸນ ເນັມ ໄຊຍະເສັ້ມ ໄດ້ຍົກໃຫ້ເຫັນເຖິງ ຄວາມເອົາໃຈໃສ່ຂອງພັກ ແລະ ລັດ ທີ່ຍາມໃດ ກໍບໍ່ເຄີຍຫລົງລືມ ຕໍ່ບັນດາ ທ່ານຜູ້ທີ່ເສຍສະລະສະຕິປັນຍາ ເສຍ ສະລະຊີວິດເລືອດເນື້ອຕໍ່ພາລະກິດ ປົດປ່ອຍຊາດ, ຍ້ອນເຫັນໄດ້ຄວາມ ສໍາຄັນນັ້ນ ທາງພັກ ແລະ ລັດ ຈຶ່ງໄດ້ ມີການປະຕິບັດເງິນນະໂຍບາຍດັ່ງ ກ່າວ ເພື່ອຟື້ນຟູດ້ານຊີວິດການເປັນຢູ່ ຂອງຄອບຄົວ ຜູ້ມີຄຸນງາມຄວາມດີ ຕໍ່ປະເທດຊາດໃນເມື່ອກ່ອນ. ພ້ອມ ໃຫ້ສືບຕໍ່ຄົ້ນຄວ້ານະໂຍບາຍຕໍ່ຜູ້ມີ ຜົນງານທີ່ຍັງຄ້າງ ພາຍໃນເມືອງ ຊານໄຊ ໃນຈໍານວນ 410 ທ່ານທົ່ວ ເມືອງ ໃນງວດຕໍ່ໄປຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ ພ້ອມທັງໄດ້ ເນັ້ນໜັກໃຫ້ບັນດາຄອບຄົວ ທີ່ໄດ້ຮັບ ເງິນນະໂຍບາຍ ໃຫ້ນຳໃຊ້ເງິນທີ່ໄດ້ ຮັບຄັ້ງນີ້ ສົມເຫດສົມຜົນ ແລະ ນຳ ໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການ ພັດທະນາຄອບຄົວໃຫ້ດີຂຶ້ນ. ຂ່າວ: ອັດອີສານ ບຽດມະນີ v5 fq ,w- gxu f[A od;flv[[q flts]5 [0kf8q ; dko9a f8A 'czo'[xt,kocsj ']a f 2024

RkJQdWJsaXNoZXIy MTc3MTYxMQ==