21/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ເພດຍິງ ຫລື ເພດຊາຍ ອາຍຸບໍ່ເກີນ 35 ປີ ໃນກໍລະນີອາຍຸເກີນ 35 ປີ ຫາກຄວາມຈໍາເປັນຈະຄົ້ນຄວ້າ ພິຈາລະນາຕາມຄວາມເໝາະສົມ; ຮຽນຈົບວິຊາສະເພາະຄູອະນຸບານ, ປະຖົມ ແລະ ມັດທະຍົມ ຫລື ໄດ້ຜ່ານ ການ°ຶກອົບຮົມວິຊາຄູມາກ່ອນ; ມີ ຮ່າງກາຍສົມບູນ, ສຸຂະພາບແຂງ ແຮງດີ, ບໍ່ເປັນພະຍາດຕິດແປດ. ຂັ້ນຕອນ ແລະ ຂະບວນການ ໃນການບັນຈຸ: ຄູອາສາສະໝັກທີ່ ຖືກຄັດເລືອກຕາມມາດຕະຖານ ແລະ ເງື່ອນໄຂຕ້ອງປະກອບເອກະ ສານເຂົ້າເປັນລັດຖະກອນປ້ອງກັນ ຊາດຄົບຊຸດຕາມລະບຽບການ ແລະ ຕ້ອງໄດ້ເຊັນສັນຍາຮ່ວມ ກັບ°່າຍກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ(ຕາມແບບຟອມສັນຍາ); ພາຍຫລັງໄດ້ຮັບເອກະສານເຂົ້າ ເປັນລັດຖະກອນປ້ອງກັນຊາດແລ້ວ ຕ້ອງໄດ້ກວດສຸຂະພາບຢູ່ໂຮງໝໍ ເງື່ອນໄຂການປະຕິບັດ... ສພທ ສະຫລຸບການຈັດຕັ້ງ... ກະຊວງ ວທ... ຄະນະໂຄສະນາອົບຮົມ ນວ... ກົມໃຫຍ່ການເມືອງ ປກສ... ຈຸດສຸມໃນ 6 ເດືອນທ້າຍປີ 2025, ຮັບຟັງການຜ່ານມະຕິ ວ່າດ້ວຍທີ່ ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ແບບແຜນວິທີເຮັດວຽກຂອງຄະນະ ບໍລິຫານງານພັກກົມໃຫຍ່ການ ເມືອງ ປກສ ສະໄໝທີ VII; ຜ່ານ ຮ່າງແຜນດໍາເນີນງານຂອງຄະນະ ບໍລິຫານງານພັກກົມໃຫຍ່ການ ໂອກາດນີ້, ສະຫາຍ ວັນສີ ກົວມົວ ກຳມະການສໍາຮອງສູນກາງ ພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ວທ ໄດ້ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະ ສະໝັກຮັບເລືອກຕັ້ງເປັນຄະນະ ບໍລິຫານງານພັກກະຊວງຊຸດໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ມີສິດລົງ ຄະແນນສຽງທາບທາມໄດ້ເຂົ້າໃຈ ມາດຖານເງື່ອນໄຂຂອງບຸກຄະລາ ກອນທີ່ສະໝັກຮັບເລືອກຕັ້ງ. ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ ມີຄຳເຫັນຊີ້ນຳກອງປະຊຸມໂດຍ ເນັ້ນໃຫ້ຜູ້ມີສິດເລືອກຕັ້ງມີຄວາມ ຮັບຜິດຊອບທາງດ້ານການເມືອງ ສູງ, ຕັດສິນໃຈເລືອກເຟັ້ນເອົາບຸກ ຄະລາກອນທີ່ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດ, ມີຄວາມຮູ້ຄວາມສາມາດ ດ້ານວິຊາການໃດໜຶ່ງທີ່ແນ່ນອນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ວຽກງານທີ່ຖືກມອບໝາຍ, ເຄົາລົບ ນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ມະຫາຊົນ, ປະຕິບັດລະບອບ ແບບແຜນວິທີເຮັດວຽກແບບລວມ ສູນປະຊາທິປະໄຕຂອງພັກ, ຕົກ ລົງບັນຫາເປັນໝູ່ຄະນະປະຕິບັດ ລະບຽບການ ແລະ ກົດໝາຍຢ່າງ ເຂັ້ມງວດ. ທັງນີ້, ກໍເພື່ອແນໃສ່ ຄັດເລືອກເອົາບຸກຄະລາກອນຜູ້ທີ່ມີ ມາດຖານເງື່ອນໄຂຄົບຖ້ວນທີ່ໄດ້ ນວ, ພ້ອມດ້ວຍພະນັກງານຫລັກ ແຫລ່ງເຂົ້າຮ່ວມ. ໂ ອ ກ າ ດ ນີ້ , ສ ະ ຫ າ ຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກ ໃຫ້ເຫັນປະຫວັດຄວາມເປັນມາຂອງ ການຢຶດອຳນາດໂດຍໃນຄວາມເປັນ ຈິງແລ້ວການຢຶດອຳນາດເດືອນ ສິງຫາ ມີ 2 ຄັ້ງ ຄື: ຄັ້ງທີ 1 ໃນ ວັນທີ 23 ສິງຫາ 1945 ພາຍໃຕ້ ການນໍາພາຂອງຄະນະພັກແຄວ້ນ ລາວ ໂດຍມີພັກກອມມູນິດອິນດູຈີນ ນໍາພາ-ຊີ້ນໍາໂດຍລວມໃນໄລຍະນັ້ນ ທີ່ໄດ້ຕໍ່ສູ້ເອົາຊະນະພວກລ່າເມືອງ ຂຶ້ນແບບເກົ່າ; ຄັ້ງທີ 2 ວັນທີ 23 ສິງຫາ 1975 ພາຍໃຕ້ການນໍາ ພາ-ຊີ້ນໍາຂອງພັກປະຊາຊົນລາວ ກໍຄື ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຊຶ່ງໄລຍະນັ້ນພັກເຮົາ ໄດ້ນໍາພາປະຊາຊົນລາວບັນດາ ເຜົ່າຕໍ່ສູ້ກັບພວກລ່າເມືອງຂຶ້ນແບບ ໃໝ່ ແລະ ລູກແຫລ້ງຕີນມືຂອງ ເຂົາເຈົ້າຢ່າງດຸເດືອດຂ້ຽວຂາດເຕັມ ໄປດ້ວຍຄວາມເສຍສະລະ, ພິລະ ອາດຫານ ແລະ ມີກຽດສະຫງ່າ ສາມາດຕໍ່ສູ້ຍາດເອົາໄຊຊະນະຂັ້ນ ສຸດທ້າຍດ້ວຍການນໍາໃຊ້ 3 ບາດ ຄ້ອນຍຸດທະສາດຄື: ການລຸກຮືຂຶ້ນ ຂອງມະຫາຊົນ, ການໜູນໜີບຂອງ ກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກໍາລັງທະ ຫານຂອງສັດຕູ. ມາໃນວັນທີ 23 ສິງຫາ 1975 ທີ່ວຽງຈັນ ປະຊາຊົນ ຫລາຍກວ່າ 20.000 ຄົນ ໄດ້ໂຮມ ຊຸມນຸມ ເພື່ອຕ້ອນຮັບການປະກາດ ສ້າງຕັ້ງອໍານາດການປົກຄອງ ປະຕິວັດຢູ່ວຽງຈັນ ແລະ ທັງໝົດ ແຕ່ຂັ້ນແຂວງລົງຮອດທ້ອງຖິ່ນ ຮາກຖານ ແລະ ໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ໄດ້ເປີດຂຶ້ນ, ກອງປະ ຊຸມໄດ້ເປັນເອກະສັນກັນຜ່ານບັນ ດາມະຕິອັນເປັນປະຫວັດສາດ ຕົກລົງລຶບລ້າງລະບອບຣາຊາທິ ປະໄຕ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເປັນປະເທດ ສປປ ລາວ ຢ່າງສະຫງ່າຜ່າເຜີຍ. ພ້ອມນີ້, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນ ຄວາມໝາຍສຳຄັນຂອງລັດຖະທໍາ ມະນູນ ແລະ ຄວາມເປັນມາຂອງ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ກໍຄື ການສ້າງ ແລະ ປັບປຸງ ລັດຖະທໍາມະນູນນັບແຕ່ການສ້າງ ທ້າຍປີ 2025 ໃນວັນທີ 20 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານ ສພທ, ມີຄະນະ ປະຈໍາ, ສະມາຊິກ ແລະ ພະນັກງານ ຫລັກແຫລ່ງຫ້ອງການສະພາທິດ ສະດີສູນກາງພັກ ເຂົ້າຮ່ວມ. ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າ ຄອສພ ຮອງປະທານ ຜູ້ປະຈຳການ ສພທ ໄດ້ຜ່ານບົດ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດວຽກງານປະຈໍາ 6 ເດືອນຕົ້ນ ປີ ແລະ ທິດທາງ 6 ເດືອນທ້າຍ ປີ 2025 ໂດຍຍົກໃຫ້ເຫັນບັນດາ ຜົນງານໃນ 6 ເດືອນຜ່ານມາ ເປັນຕົ້ນວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃນປີ 2025; ໄດ້ ຮັບຮອງບົດວິພາກໂຄງການ ຈໍາ ນວນ 4 ໂຄງການຄື: 1. ຫົວຂໍ້: hຍຸດທະສາດການພັດທະນາເສດ ຖະກິດແບບຍືນຍົງເປັນມິດກັບສິ່ງ ແວດລ້ອມຢ່າງຍາວນານແນໃສ່ ນຳພາປະເທດບໍ່ຕົກເຂົ້າໃນແຮ້ວ ຂອງປະເທດລາຍຮັບປານກາງi ໂດຍມອບໃຫ້ຄະນະກຳມະການ ດ້ານເສດຖະກິດ-ການເງິນ ເປັນຜູ້ ຮັບຜິດຊອບ; 2. ຫົວຂໍ້: hດຳເນີນ ນະໂຍບາຍການຕ່າງປະເທດ ແຫ່ງ ສັນຕິພາບ ແລະ ການຮ່ວມມື ເພື່ອ ການພັດທະນາໃນໂລກຫລາຍຂົ້ວi ໂດຍມອບໃຫ້ຄະນະກຳມະການ ດ້ານການເມືອງ-ຄວາມໝັ້ນຄົງ ເປັນຜູ້ຮັບຜິດຊອບ; 3. ຫົວຂໍ້: hສືບ ຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳແຫ່ງຊາດ ສົມທົບກັບ ການຮັບເອົາຄວາມກ້າວໜ້າຈາກ ວັດທະນະທຳຂອງໂລກi ໂດຍ ມອບໃຫ້ຄະນະກຳມະການດ້ານວັດ ທະນະທຳ-ສັງຄົມເປັນຜູ້ຮັບຜິດ ຊອບ; 4. ຫົວຂໍ້: hພັກນຳພາໂດຍ ກົງ, ເດັດຂາດ ແລະ ຮອບດ້ານi ໂດຍມອບໃຫ້ຄະນະເລຂາທິການ ວິທະຍາສາດເປັນຜູ້ຮັບຜິດຊອບ. ນອກຈາກນີ້, ໄດ້ຮັບຮອງເອົາຫົວຂໍ້ ໃຫຍ່, ຫົວຂໍ້ຍ່ອຍຂອງກອງປະຊຸມ ສຳມະນາທິດສະດີສອງພັກ ລາວຫວຽດນາມ XII, ລາວ-ຈີນ ຄັ້ງທີ XIII ປີ 2025 ແລະ ລາວ-ກູບາ ຄັ້ງ ທີ III ປີ 2026. ສໍາລັບການຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກໍາຮັບໃຊ້ແນວ ທາງຂອງພັກ ໄດ້ສໍາເລັດການຮຽບ ຮຽງຮັບຮອງ ແລະ ຈັດພິມເປັນປື້ມ ກ່ຽວກັບການສ້າງປະຖົມປັດໄຈ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ສປປ ລາວ; ການຄົ້ນຄວ້າສ້າງ ໂຄງການ ການເມືອງຂອງພັກປະ ຊາຊົນປະຕິວັດລາວໄດ້ສໍາເລັດການ ປັບປຸງ ແລະ ຈັດພິມເປັນສະບັບທີ 9, ລົງວັນທີ 31 ກໍລະກົດ 2025; ການກະກຽມສະຫລຸບ 40 ປີ ແຫ່ງ ການປ່ຽນແປງໃໝ່ຢູ່ ສປປ ລາວ, ມາຮອດປັດຈຸບັນໄດ້ສໍາເລັດການ ກວດແກ້, ຮຽບຮຽງເນື້ອໃນເປັນ ສະບັບທີ 3 ເພື່ອກະກຽມລາຍງານ ຕໍ່ກອງປະຊຸມສູນກາງຄັ້ງທີ 11 ສະ ໄໝທີ XI. ໃນກອງປະຊຸມ, ຍັງໄດ້ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດ ຮຽນທີີ່ຖອດຖອນໄດ້, ພ້ອມທັງ ກຳນົດທິດທາງແຜນການຈັດຕັ້ງ ເຄື່ອນໄຫວວຽກງານໃນ 6 ເດືອນ ທ້າຍປີ 2025 ໂດຍສະເພາະຄາດ ໝາຍສູ້ຊົນຂອງວຽກງານຕ່າງໆ ໃຫ້ສຳເລັດຜົນ ແລະ ມີປະສິດທິພາບ ຊຶ່ງບັນດາຜົນສຳເລັດ ແລະ ຜົນ ງານທີ່ຍາດມາໄດ້ຕະຫລອດ 6 ເດືອນຜ່ານມາໄດ້ສະແດງເຖິງ ຄວາມເປັນເອກະພາບ ແລະ ຄວາມ ຮັບຜິດຊອບການເມືອງສູງຂອງ ບັນດາສະມາຊິກ ສພທ; ແມ່ນການ ປະກອບສ່ວນອັນສຳຄັນ ແລະ ສົມ ກຽດເຂົ້າໃນການປັບປຸງບູລະນະ ລັດປະຊາທິປະໄຕ ປະຊາຊົນໃຫ້ມີ ຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນ ຕື່ມ ເພື່ອສາມາດປະກອບສ່ວນເຂົ້າ ໃນພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ແລະ ການຄົ້ນ ຄວ້າກຳນົດແນວທາງ, ແຜນນະໂຍ ບາຍຂອງພັກ-ລັດ ຢ່າງມີປະສິດ ທິພາບ. ຂ່າວ: ສພທ ກຳນົດໄວ້. ພ້ອມນີ້, ກໍໄດ້ດຳເນີນການປ່ອນ ບັດຄັດເລືອກເອົາບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນ ຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໂດຍມີ ຜູ້ລົງສະໝັກເລືອກຕັ້ງທັງໝົດ 64 ສະຫາຍ, ຍິງ 20 ສະຫາຍ. ຂ່າວ: ທະນູທອງ; ພາບ: ເກດສະໜາ ເມືອງ ປກສ ສະໄໝທີ VII ແລະ ຮັບຟັງການລາຍງານການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ແລະ ທິດທາງແຜນການ ໃນຕໍ່ໜ້າ; ການກໍ່ສ້າງກໍາລັງຕິດ ພັນກັບການຄົ້ນຄວ້າ, ມາດຖານ, ເງື່ອນໄຂຄັດເລືອກກໍາລັງເຂົ້າຮຽນ ເພື່ອຮັບປະກັນໃນຕໍ່ໜ້າ, ລວມເຖິງ ການແກ້ໄຂປາກົດການຫຍໍ້ທໍ້ຂອງ ກໍາລັງປ້ອງກັນຄວາມສະຫງົບ ແລະ ອື່ນໆ. ຜ່ານການດໍາເນີນກອງປະຊຸມ ສາມາດຮັບຮອງ ແລະ ຕີລາຄາສູງ ຕໍ່ກັບຄວາມພະຍາຍາມໃນການນໍາ ພາ-ຊີ້ນໍາວຽກງານປັບປຸງກໍ່ສ້າງພັກ ແລະ ບູລະນະກົງຈັກການຈັດຕັ້ງໃນ ທົ່ວກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ, ສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນສະເພາະໜ້າ ແລະ ໄດ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລື ບັນຫາສໍາຄັນເປັນຕົ້ນຕີລາຄາຜົນ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງ ທີ VII ຂອງອົງຄະນະພັກກົມໃຫຍ່ ການເມືອງ ປກສ. ພ້ອມນັ້ນ, ບັນດາ ສະຫາຍໃນຄະນະບໍລິຫານງານ ພັກກົມໃຫຍ່ຍັງໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າປະກອບຄໍາ ເຫັນໃສ່ຮ່າງບົດສະຫລຸບ, ຮ່າງ ແຜນດໍາເນີນຂອງຄະນະບໍລິຫານ ງານພັກກົມໃຫຍ່ການເມືອງຢ່າງ ກົງໄປກົງມາ ແລະ ເຫັນດີເປັນ ເອກະພາບຮັບຮອງເອົາທິດທາງ ແລະ ແຜນການວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2025 ກໍຄື ຄາດ ໝາຍສູ້ຊົນດ້ານວຽກງານຕ່າງໆທີ່ ກ່ຽວຂ້ອງ. ຂໍ້ມູນ-ພາບ: ບຸນພະຈັນ ລັດຖະທໍາມະນູນສະບັບທໍາອິດ ໂດຍ ໄດ້ເລີ່ມສ້າງມາແຕ່ປີ 1989 ຜ່ານ ການຄົ້ນຄວ້າ ແລະ ສ້າງໃນໄລຍະ 3 ປີ ກໍໄດ້ຖືກຮັບຮອງເອົາໃນກອງ ປະຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນສູງສຸດ ຊຸດທີ II ໃນ ວາລະປະຊຸມ ວັນທີ 14 ສິງຫາ 1991 ແລະ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ປະກາດໃຊ້ ສະບັບທີ 55/ປທ, ລົງ ວັນທີ 15 ສິງຫາ 1991 ຊຶ່ງເປັນຂີດ ໝາຍປະຫວັດສາດທີ່ສໍາຄັນໃນການ ຫັນປ່ຽນຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍແນວທາງ, ມະຕິ, ຄໍາສັ່ງຂອງລັດເຮົາໄປສູ່ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ; ໝາຍວ່າໄດ້ຫັນໄປ ສູ່ການສ້າງລັດເຮົາໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ. ຜ່ານການ ຈັດຕັ້ງປະຕິບັດລັດຖະທໍາມະນູນສະ ບັບທໍາອິດເປັນເວລາ 12 ປີ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການໃນການປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານ ມີ ຫລັກການຂອງພັກ ເຂົ້າສູ່ລວງເລິກ ກໍໄດ້ມີການປັບປຸງລັດຖະທໍາມະ ນູນໃນປີ 2003 ແລະ ປັບປຸງໃນ ປີ 2015. ມາຮອດປີ 2025, ກໍ ໄດ້ມີການປັບປຸງລັດຖະທໍາມະນູນ ເປັນ ຄັ້ງທີ 3. ພ້ ອ ມ ກັ ນ ນີ້ , ສ ະ ຫ າ ຍ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ ໃຫ້ຮູ້ເຖິງການຕີລາຄາການຈັດຕັ້ງ ປະຕິບັດລັດຖະທໍາມະນູນໃນຕະ ຫລອດໄລຍະ 34 ປີ ຜ່ານມາໃນ ດ້ານດີ, ດ້ານອ່ອນ ແລະ ບົດຮຽນ ທີ່ຖອດຖອນໄດ້, ຍັງໄດ້ຍົກໃຫ້ເຫັນ ບາງເນື້ອໃນສຳຄັນຂອງລັດຖະ ທໍາມະນູນ ສະບັບປັບປຸງ ປີ 2025 ຕື່ມອີກ. ຂໍ້ມູນ-ພາບ: ສຸກສະຫວັນ ກອງບັນຊາການທະຫານແຂວງ, ນະຄອນຫລວງ ຫລື ໂຮງໝໍບໍລິເວນ 101, 103, 106, 107, 109 ຕາມລາຍການຂອງກົມເສນາຮັກ ກຳນົດ, ພ້ອມທັງຖືເອົາຜົນກວດ ສຸຂະພາບເພື່ອມາຢັ້ງຢືນ. ສໍາລັບ ໜ້າທີ່ຄູອາສາສະໝັກທີ່ໄດ້ຮັບການ ບັນຈຸແມ່ນປະຕິບັດ 2 ໜ້າທີ່ຄື: ສິດສອນ ແລະ ກໍ່ສ້າງຮາກຖານ ໃນບ່ອນທີ່ຕົນເອງສັງກັດຢູ່ ແລະ ດໍາເນີນຊີວິດຢູ່ໃນໂຮງຮຽນທີ່ຕົນ ສັງກັດ, ພ້ອມທັງມີການປະເມີນ ຕີລາຄາການປະຕິບັດໜ້າທີ່, ການ ສິດສອນເປັນແຕ່ລະໄລຍະ. ສ່ວນ ການຮັບນະໂຍບາຍເງິນເດືອນແມ່ນ ສາມາດຮັບໄດ້ຢູ່ກອງບັນຊາການ ທະຫານເມືອງ ຫລື ກອງກໍ່ສ້າງ ຮາກຖານການເມືອງໃນເຂດທີ່ຕົນ ສັງກັດ. ສ່ວນການປະຕິບັດນະໂຍບາຍ ໃຫ້ແກ່ຄູອາສາສະໝັກທີ່ໄດ້ຮັບການ ບັນຈຸເຂົ້າເປັນລັດຖະກອນປ້ອງກັນ ຊາດແມ່ນກອງບັນຊາການທະຫານ ເມືອງ ຫລື ກອງກໍ່ສ້າງຮາກຖານ ການເມືອງໃນເຂດທີ່ຕົນສັງກັດ ເປັນຜູ້ຄິດໄລ່ເງິນເດືອນ ແລະ ເງິນ ນະໂຍບາຍ ເຊິ່ງມີລາຍລະອຽດ ດັ່ງນີ້: 1. ນະໂຍບາຍອາຊີບຄູ: ໄດ້ ຮັບເງິນອຸດໜູນວິຊາຊີບຄູ; ໄດ້ຮັບ ເງິນນະໂຍບາຍການສອນຫ້ອງ ຄວບ; ໄດ້ຮັບເງິນນະໂຍບາຍສອນ ໃນເຂດຫ່າງໄກສອກຫລີກ ແລະ ທຸລະກັນດານ; ໄດ້ຮັບການເລື່ອນ ຊັ້ນຕຳແໜ່ງບໍລິຫານ, ວິຊາການ ຄູ ແລະ ເງິນອຸດໜູນຕາມລະບຽບ ການ ແລະ ກົດໝາຍກໍານົດໄວ້; ໄດ້ ຮັບການເ°ິກອົບຮົມ ແລະ ຍົກລະດັບ ວິຊາຊີບຄູ. 2. ນະໂຍບາຍໃນການ ປະຕິບັດໜ້າທີ່ເປັນທະຫານ: ໄດ້ ຮັບການປະດັບທຽບຊັ້ນຕາມວຸດທິ ການສຶກສາ; ໄດ້ຮັບນະໂຍບາຍເງິນ ເດືອນ; ໄດ້ຮັບການເລື່ອນຊັ້ນ; ໄດ້ ຮັບຊຸດເຄື່ອງແບບທະຫານ; ການ °ຶກອົບຮົມທາງການທະຫານ; ໄດ້ ຮັບນະໂຍບາຍອື່ນໆເຊັ່ນ: ເຄື່ອງ ອຸປະໂພກ, ບໍລິໂພກຕາມອັດຕາ, ຕາມລະບຽບການ ແລະ ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະ ຊາຊົນລາວ. ສໍາລັບ 6 ເມືອງເປົ້າໝາຍໃນ ແຂວງຈໍາປາສັກ ໄດ້ຮັບແຜນແບ່ງ ປັນຕົວເລກໃຫ້ຄູອາສາສະໝັກຈາກ ກະຊວງສຶກສາທິການ ແລະ ກິລາ ຈໍານວນ 151 ຄົນ, ມາສະໝັກຕົວ ຈິງ 128 ຄົນ, ຍິງ 77 ຄົນ. ສ່ວນ ແຂວງອັດຕະປື ໄດ້ຮັບຕົວເລກ ແບ່ງປັນ 7 ຄົນ, ໃນ 3 ເມືອງເປົ້າ ໝາຍແຕ່ມາສະໝັກຕົວຈິງ 4 ຄົນ. ຂ່າວ: ຈິດ ເພັດພູທອງ
RkJQdWJsaXNoZXIy MTc3MTYxMQ==