lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/08/2025 xtgmf]k; 7totrq ;ra o8j k'xtgmfl6 odk'ra d g0Q kv;prvom6 fs;Pfok, xt9e]k; ລັດຖະບານລາວ... ຂປລ. ໃນໂອກາດເຂົ້າຮ່ວມພິທີ ສະເຫລີມສະຫລອງວັນມູນເຊື້ອ ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ສສ ຫວຽດນາມ ຄົບຮອບ 80 ປີ ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 16 ສິງຫາ 2025 ຜ່ານມານີ້, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊໃຫ້ກົມ ກອງລວມໝູ່ ແລະ ບຸກຄົນກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ມີຜົນງານ, ຄຸນງາມ ຄວາມດີປະກອບສ່ວນເຂົ້າໃນວຽກ ງານກໍ່ສ້າງກໍາລັງປ້ອງກັນຄວາມ ສະຫງົບຂອງ ສປປ ລາວ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ຕາງໜ້າໃຫ້ລັດຖະ ບານແຫ່ງສປປລາວປະດັບຫລຽນ ໄຊອິດສະຫລະຊັ້ນ 1 ໃຫ້ 1 ທ່ານ ແລະ 1 ກົມກອງ, ປະດັບຫລຽນໄຊ ອິດສະຫລະຊັ້ນ I I ຈຳນວນ 3 ທ່ານ ແລະ 2 ກົມກອງ; ຫລຽນໄຊ ອິດສະຫລະ ຊັ້ນ III ຈຳນວນ 5 ທ່ານ, 3 ກົມກອງ; ຫລຽນໄຊແຮງ ງານ ຊັ້ນ 1 ຈຳນວນ 5 ທ່ານ, 2 ກົມກອງ; ຫລຽນໄຊແຮງງານ ຊັ້ນ II ຈຳນວນ 21 ທ່ານ, 8 ກົມ ກອງ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 26 ທ່ານ, 13 ກົມກອງ ແລະ ຫລຽນກາແຮງງານຈໍານວນ 29 ທ່ານ. ການປະດັບຫລຽນໃນຄັ້ງນີ້, ເພື່ອຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສສ ຫວຽດນາມ ທີ່ມີ ຜົນງານ, ຄຸນງາມຄວາມດີປະກອບ ສ່ວນເຂົ້າໃນວຽກງານກໍ່ສ້າງກໍາ ລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶ້ນເລື້ອຍໆ ແລະ ໃນໂອກາດສະ ເຫລີມສະຫລອງວັນມູນເຊື້ອກຳລັງ ປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ຄົບຮອບ 80 ປີ (19/8/1945-19/8/2025) ເຊິ່ງຜົນງານດັ່ງກ່າວ ເປັນການ ປະກອບສ່ວນສໍາຄັນໃນການເສີມ ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຮວຜທ ຫວນຄືນມູນເຊື້ອ... ຊີວະປະຫວັດຫຍໍ້... ຮອງປະທານສະພາແຫ່ງຊາດ... ຂປລ. ໃນວັນທີ 20 ສິງຫາ 2025 ນີ້, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ພ້ອມດ້ວຍພະນັກ ງານສະຖານທູດ ແລະ ຫ້ອງການ ຜູ້ຕາງໜ້າ ສສ ຫວຽດນາມ ປະ ຈໍາ ສປປ ລາວ ໃນໂອກາດວັນ ລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດ ນາມ (2/9/1945-2/9/2025) ຄົບຮອບ 80 ປີ. ໃນໂອກາດດັ່ງກ່າວ, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ບັນດາຜົນສໍາເລັດ ແລະ ຜົນງານ ທີ່ໃຫຍ່ຫລວງ, ຮອບດ້ານຂອງ ປະຊາຊົນຫວຽດນາມ ຍາດມາໄດ້ ຕະຫລອດໄລຍະ 80 ປີຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ຖືກຕ້ອງສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບມີຄວາມໝັ້ນທ່ຽງເຂັ້ມ ແຂງ, ເສດຖະກິດມີການຂະຫຍາຍ ຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນສືບ ຕໍ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຮັບການເປີດກວ້າງ, ຖານະ ບົດບາດອິດທິພົນຂອງພັກກອມ ມູນິດຫວຽດນາມ ແລະ ສສ ຫວຽດ ນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີ ພາກພື້ນ ແລະ ສາກົນ. ສະຫາຍ ວາລະໄຊ ເລັ່ງສະຫວັດ ຍັງໄດ້ສະແດງຄວາມເອກອ້າງທະ ນົງໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ໄດ້ຮັບ ການກໍ່ຕັ້ງໂດຍປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາແສນເຄົາລົບຮັກເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູມຄູນສ້າງຈາກບັນດາ ຮຸ່ນການນຳຂອງສອງປະເທດສືບ ຕໍ່ໄດ້ຮັບການເສີມສ້າງຂຶ້ນຢ່າງ ບໍ່ຢຸດຢັ້ງ ແລະ ນັບມື້ກ້າວເຂົ້າສູ່ລວງ ເລິກໃນທຸກຂົງເຂດວຽກງານ, ນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດລາວ-ຫວຽດນາມ. ຕີລາຄາສູງ ແລະ ຊົມເຊີຍການ ປະຕິບັດໜ້າທີ່ຂອງສະຖານທູດ ຫວຽດນາມ ປະຈໍາ ສປປ ລາວ ທີ່ ໄດ້ເຮັດໜ້າທີ່ເປັນຂົວຕໍ່ ແລະ ເປັນ ເສນາທິການທີ່ດີໃຫ້ແກ່ການພົວພັນ ສອງປະເທດຕະຫລອດໄລຍະທີ່ ຜ່ານມາ; ສະແດງຄວາມຍິນດີຮ່ວມ ກັບສະຖານທູດ ແລະ ພາກສ່ວນ ກ່ຽວຂ້ອງຂອງຫວຽດນາມ ໃນ ການຊຸກຍູ້ການພົວພັນຮ່ວມມືຂອງ ສອງປະເທດໃຫ້ມີປະສິດທິຜົນກວ່າ ເກົ່າ; ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໃຫ້ສະໜັບສະໜູນຊ່ວຍ ເຫລືອຕໍ່ການປະຕິວັດລາວໃນພາ ລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ສະຫາຍ ຫງວຽນ ມິງ ເຕີມ ກໍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນ ດາຜົນສຳເລັດຂອງປະຊາຊົນ ລາວ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ທີ່ຍາດ ມາໄດ້ໃນການສ້າງສາພັດທະນາ ປະເທດຊາດ ໂດຍສະເພາະການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ສະໄໝທີ XI ຂອງພັກ ໄລຍະທ້າຍສະໄໝ ແລະ ການດໍາ ເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອ ກ້າວໄປສູ່ການດໍາເນີນກອງປະຊຸມ ໃຫຍ່ສະໄໝທີ XII ຂອງພັກ ຢ່າງ ມີໄຊ; ສະຫາຍຍິນດີສືບຕໍ່ປະສານ ສົມທົບຢ່າງແໜ້ນແຟ້ນກັບຄະນະ ພົວພັນຕ່າງປະເທດສູນກາງພັກ ປປ ລາວ ໃນການຊຸກຍູ້ການຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ການນໍາຂັ້ນສູງສອງພັກ, ສອງ ລັດ ລາວ-ຫວຽດນາມ ໃຫ້ບັນລຸ ຕາມເປົ້າໝາຍ, ມີປະສິດທິຜົນສູງ, ປະກອບສ່ວນເຂົ້າໃນການເພີ່ມພູມ ຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ ໃຫ້ນັບມື້ແຕກດອກ ອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ຫງວຽນ ມິງ ເຕີມ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ວາລະໄຊ ເລັ່ງສະຫວັດ ທີ່ໄດ້ນຳພາຄະນະມາອວຍພອນ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງພັກ ກອມມູນິດຫວຽດນາມ ແລະ ພັກ ປະຊາຊົນ ປະຕິວັດລາວ ເຊິ່ງນັບ ມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນໃຫ້ແກ່ການ ພົວພັນຮ່ວມມືໃນຂົງເຂດຕ່າງໆ ຂອງສອງປະເທດ; ຕີລາຄາສູງຕໍ່ ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງສະຖານທູດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ປປ ລາວ ໃນການ ເປັນຂົວເຊື່ອມຕໍ່ໃນການພົວພັນ ຮ່ວມມື ແລະ ການເປັນເສນາທິການ ໃຫ້ແກ່ສອງພັກ, ສອງລັດ ລາວຫວຽດນາມ, ອັນໄດ້ປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງສາຍ ພົວພັນອັນເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ລາວ-ຫວຽດນາມ. ຂ່າວ-ພາບ: ຄຕພ ຄົ້ນຄວ້າສັງຮວມ, ຫ້ອງວ່າການ ຄະນະພັກແຂວງອານຢາງ. - ປີ 2001-2010: ກໍາມະການ ຄະນະປະຈໍາພັກ, ຮອງປະທານ; ປະທານສະຫະພັນແມ່ຍິງແຂວງ ອານຢາງ (ກໍາມະການຄະນະ ບໍລິຫານງານພັກແຂວງແຕ່ 12/ 2005-10/2010) - ປີ 2010-10/2010: ຮອງ ຫົວໜ້າຄະນະຂົນຂວາຍປະຊາຊົນ ແຂວງອານຢາງ. - ປີ 2010-2011: ກໍາມະ ການຄະນະປະຈໍາພັກແຂວງ, ເລຂາ ຄະນະບໍລິຫານງານພັກເທສະບານ ເຕີນເຈົາ. - ປີ 2011-2013: ກໍາມະ ການສໍາຮອງສູນກາງພັກ, ກໍາມະ ການຄະນະປະຈໍາພັກແຂວງ, ເລຂາ ຄະນະບໍລິຫານງານພັກເທສະບານ ເຕີນເຈົາ. - 2/2013-11/2013: ກໍາມະ ການສໍາຮອງສູນກາງພັກ, ກໍາມະ ການຄະນະປະຈໍາພັກແຂວງ, ຮອງ ປະທານຄະນະກຳມະການປະຊາ ຊົນແຂວງອານຢາງ. - 12/2013-1/2016: ກໍາມະ ການສໍາຮອງສູນກາງພັກ, ຮອງ ເລຂາຄະນະພັກແຂວງ. - ເລຂາຄະນະພັກແຂວງອານ ຢາງ. - 1/2016-7/2016: ກໍາມະ ການສູນກາງພັກ, ເລຂາຄະນະພັກ ແຂວງອານຢາງ. - 7/2016-4/2021: ກໍາມະ ການສູນກາງພັກ, ເລຂາຄະນະພັກ ແຂວງ, ຫົວໜ້າຄະນະຜູ້ແທນສະພາ ແຫ່ງຊາດແຂວງອານຢາງ ຊຸດທີ XIV ແຂວງອານຢາງ. - 6/4/2021: ກໍາມະການ ສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ. - 7/2021: ສະມາຊິກສະພາ ແຫ່ງຊາດຊຸດທີ XV. -26/7/2021: ສະພາແຫ່ງ ຊາດຊຸດທີ XV ເລືອກຕັ້ງເປັນ ຮອງປະທານປະເທດແຫ່ງ ສສ ຫວຽດນາມ. -8/01/2023-2/3/2023: ຮັກສາການປະທານປະເທດ ແຫ່ງ ສສ ຫວຽດນາມ. -21/3/2024-22/5/2024: ຮັກສາການປະທານປະເທດ ແຫ່ງ ສສ ຫວຽດນາມ. - ປັດຈຸບັນ: ສະມາຊິກສະພາ ແຫ່ງຊາດ ຊຸດທີXV, ຮອງປະທານ ປະເທດ ແຫ່ງ ສສ ຫວຽດນາມ. ເດັ່ນຫລາຍດ້ານ. ໃນໂອກາດເຄື່ອນໄຫວວຽກ ງານຄັ້ງນີ້, ໂດຍການຕ້ອນຮັບຂອງ ທ່ານ ສາຍທອງ ໄຊຍະວົງ ຮອງ ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງ. ຈາກນັ້ນ, ໄດ້ພົບ ປະກັບທ່ານ ອາລຸນໄຊ ສູນນະລາດ ໂອກາດນີ້, ທ່ານປະທານສູນ ກາງແນວລາວສ້າງຊາດຫວນຄືນ ມູນເຊື້ອແຫ່ງການກຳເນີດ, ເຕີບ ໃຫຍ່ຂະຫຍາຍຕົວຂອງແນວລາວ ສ້າງຊາດຕະຫລອດໄລຍະ 75 ປີ ຜ່ານມາໂດຍຫຍໍ້ວ່າ: ເພື່ອຕອບ ສະໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງປະເທດຊາດ, ເປີດ ກວ້າງການເຕົ້າໂຮມກຳລັງການ ປະຕິວັດ, ເປີດກວ້າງກຳລັງມະຫາ ສາມັກຄີທົ່ວວົງຄະນະຍາດແຫ່ງ ຊາດແນວລາວອິດສະຫລະ ຈຶ່ງໄດ້ ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ໂດຍຜ່ານ 3 ໄລຍະ ປະຫວັດສາດຄື: ໄລຍະທີ 1 ເອີ້ນ ຊື່ວ່າແນວລາວອິດສະຫລະແຕ່ປີ 1950-1956 ເຊິ່ງເປັນໄລຍະຕໍ່ສູ້ ກູ້ຊາດຕ້ານຈັກກະພັດລ່າເມືອງ ຂຶ້ນແບບເກົ່າ; ໄລຍະທີ 2 ແຕ່ປີ 1956-1979 ປ່ຽນຊື່ເອີ້ນຈາກ ແນວລາວອິດສະຫລະມາເປັນແນວ ລາວຮັກຊາດ, ໄລຍະນີ້ແມ່ນຕໍ່ສູ້ ຕ້ານຈັກກະພັດລ່າເມືອງຂຶ້ນແບບ ໃໝ່ ທີ່ມີກໍາລັງພົນໃຫຍ່ໂຕ ມີອາວຸດ ຍຸດໂທປະກອນທັນສະໄໝ ແລະ ໄລ ຍະທີ 3 ແຕ່ປີ 1979-ປັດຈຸບັນເອີ້ນ ວ່າ ແນວລາວສ້າງຊາດ; ຕະຫລອດ ໄລຍະດັ່ງກ່າວ ແນວລາວສ້າງຊາດ ໄດ້ສໍາເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ 11 ຄັ້ງແລ້ວ ແລະ ຜົນ ງານຕະຫລອດ 75 ປີຜ່ານມາພົ້ນ ເດັ່ນແຕ່ລະໄລຍະແນວລາວສ້າງ ຊາດ ໄດ້ປະຕິບັດບົດບາດເປັນຄັນ ທຸງເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມກໍາລັງແຮງຈາກປະຊາຊົນ ລາວບັນດາເຜົ່າແຕ່ເໜືອເຖິງໃຕ້ ຊັ້ນຄົນສາສະໜາເພດ-ໄວ ໃຫ້ເປັນ ໜຶ່ງດຽວລຸກຂຶ້ນຕໍ່ສູ້ຕ້ານສັດຕູທັງ ແບບເກົ່າແບບໃໝ່ ຈົນໄດ້ຮັບໄຊ ຊະຈາກບັ້ນຮົບນ້ອຍ-ໃຫຍ່ເປັນ ກ້າວໆມາຮອດວັນທີ 2 ທັນວາ 1975 ປະເທດຊາດໄດ້ຮັບການ ປົດປ່ອຍຢ່າງສົມບູນ. ຈາກນັ້ນມາ ແນວລາວສ້າງຊາດ ແຕ່ລະຂັ້ນ ທົ່ວປະເທດ ກໍສືບຕໍ່ປະຕິບັດບົດ ບາດເຕົ້າໂຮມຄວາມສາມັກຄີ, ສຶກ ສາອົບຮົມປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນຕ່າງໆນັບທັງ ພີ່ນ້ອງເຊື້ອສາຍລາວທີ່ດໍາລົງຊີວິດ ຢູ່ຕ່າງປະເທດ ພ້ອມກັນປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນສອງໜ້າທີ່ ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຮອບດ້ານຕາມແນວທາງນະ ໂຍບາຍຂອງພັກແຕ່ລະໄລຍະ ເຮັດ ໃຫ້ປະເທດຊາດໄດ້ຮັບການພັດ ທະນາເປັນກ້າວໆມາ ຊີວິດການ ເປັນຢູ່ຂອງປະຊາຊົນຄ່ອຍໆດີຂຶ້ນ. ຫລັງຈາກນັ້ນ, ທ່ານຍັງໄດ້ແຈ້ງ ໃຫ້ຮູ້ກ່ຽວກັບຜົນສຳເລັດໃນການ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ເຜີຍແຜ່ບາງເນື້ອໃນທີ່ສຳຄັນ ຂອງບົດສູນທອນພົດທີ່ທ່ານປະທານ ປະເທດກ່າວຕໍ່ພິທີໂຮມຊຸມນຸມໃຫຍ່ 75 ປີ ຂອງແນວລາວສ້າງຊາດ, ພ້ອມທັງໄດ້ຮຽກຮ້ອງໃຫ້ນັກຮຽນ ຈົ່ງເອົາໃຈໃສ່ສຶກສາຮໍ່າຮຽນແນວ ທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ໝັ່ນຮຽນ-ໝັ່ນ ຊອກຫາຄວາມຮູ້ດ້ານວິຊາສະເພາະ ຕ່າງໆ ແລະ ໃຫ້ຮູ້ເຖິງຜົນຮ້າຍຂອງ ສິ່ງເສບຕິດ ເພື່ອພ້ອມກັນຕ້ານສະ ກັດກັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ ເກີດຂຶ້ນໃນສັງຄົມ. ພ້ອມນີ້, ທ່ານປະທານສູນກາງ ແນວລາວສ້າງຊາດ ພ້ອມຄະນະ ໄດ້ມອບຄອມພິວເຕີ 4 ໜ່ວຍ, ໂປຣເຈັກເຕີ 4 ໜ່ວຍ, ຈັກຕັດຫຍ້າ 3 ເຄື່ອງ ແລະ ໂຕະ-ຕັ່ງໃນຫ້ອງ ຮຽນ ຈຳນວນ 200 ຊຸດ, ລວມ ມູນຄ່າທັງໝົດ 300 ລ້ານກີບ ໃຫ້ ໂຮງຮຽນດັ່ງກ່າວ ເພື່ອນຳໄປ ໝູນໃຊ້ເຂົ້າໃນການສອນ-ການ ຮຽນ ແລະ ໄປຢ້ຽມຢາມການພັດ ທະນາພື້ນຖານໂຄງລ່າງຂອງໂຮງ ຮຽນຕື່ມອີກ. ຂ່າວ-ພາບ: ເຢ ກໍາມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງຈໍາປາສັກ ເພື່ອ ແຈ້ງຈຸດປະສົງຂອງການເຄື່ອນ ໄຫວວຽກງານໃນຄັ້ງນີ້. ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ກໍໄດ້ເຂົ້າຮ່ວມເປັນ ປະທານກອງປະຊຸມຕິດຕາມກວດ ກາການຈັດຕັ້ງປະຕິບັດກົດໝາຍ ໃນວັນທີ 19 ສິງຫາ 2025. ທັງ ນີ້, ກໍເພື່ອຕິດຕາມກວດກາການຈັດ ຕັ້ງປະຕິບັດ ແລະ ຊຸກຍູ້ວຽກງານ ໂຄສະນາລັດຖະທຳມະນູນ ສະບັບປີ 2025 ແລະ ກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍການສ້າງນິຕິກຳ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍການຂົນສົ່ງທາງບົກ, ກົດໝາຍວ່າດ້ວຍການຈັດສັນພູມ ລຳເນົາ ແລະ ອາຊີບ. ກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ປະ ກອບຄໍາເຫັນຕໍ່ກັບການຈັດຕັ້ງປະ ຕິບັດ 4 ກົດໝາຍດັ່ງກ່າວ ຕາມ ການເຈາະຈີ້ມຂອງປະທານກອງ ປະຊຸມຈາກ 8 ພາກສ່ວນຂອງ ແຂວງ ເຊິ່ງເຫັນໄດ້ຜົນສໍາເລັດອັນ ພົ້ນເດັ່ນ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງບັນຫາທີ່ຈະຕ້ອງເພີ່ມທະ ວີການປັບປຸງແກ້ໄຂ. ໃນກອງປະຊຸມທ່ານຮອງປະ ທານສະພາແຫ່ງຊາດ ໄດ້ສະແດງ ຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ປະ ກອບຄໍາຄິດເຫັນອັນເປັນປະໂຫຍດ ແລະ ເຕັມໄປດ້ວຍເນື້ອໃນສໍາຄັນ ທີ່ສະແດງໃຫ້ເຫັນເຖິງຄວາມພະຍາ ຍາມໃນການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມດ້ວຍກົດໝາຍ ເຊິ່ງຄໍາຄິດ ຄໍາເຫັນ, ຂໍ້ມູນ ແລະ ຂໍ້ສະເໜີຕ່າງໆ ຂອງທຸກພາກສ່ວນ, ຄະນະຮັບ ຜິດຊອບຈະນໍາໄປຄົ້ນຄວ້າ ເພື່ອ ເປັນຂໍ້ມູນປັບປຸງກົດໝາຍໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມ ເປັນຈິງ, ພ້ອມທັງເນັ້ນໃຫ້ເອົາໃຈ ໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານ ໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍທີ່ຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນໃຫ້ ກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວ ເຖິງປະຊາຊົນລາວບັນດາເຜົ່າຢູ່ ແຂວງຈຳປາສັກ; ທັງສະເໜີໃຫ້ ຄະນະພັກ, ຄະນະນໍາຂອງແຂວງ ຄົ້ນຄວ້າພິຈາລະນາສະໜອງງົບ ປະມານ, ພາຫະນະ, ບຸກຄະລາກອນ ແລະ ອື່ນໆ ເພື່ອຊຸກຍູ້ເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານການໂຄ ສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍມີຄຸນນະພາບສູງກວ່າ ເກົ່າ; ສະພາປະຊາຊົນແຂວງເອົາ ໃຈໃສ່ປະສານສົມທົບກັບບັນດາ ພະແນກການທີ່ກ່ຽວຂ້ອງສ້າງ ແຜນການສ້າງ ແລະ ປັບປຸງນິຕິກຳ ໃຕ້ກົດໝາຍຂອງແຂວງແຕ່ລະໄລ ຍະເປັນຕົ້ນແຜນການ 5 ປີ, ແຜນ ປີ ແລະ ອື່ນໆ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດໃຫ້ເປັນລະບົບ ຕໍ່ເນື່ອງ; ພະແນກກະສິກໍາ ແລະ ສິ່ງແວດລ້ອມເອົາໃຈໃສ່ຈັດຕັ້ງປະຕິ ບັດຕາມກົດໝາຍວ່າດ້ວຍທີ່ດິນ, ມະຕິ, ດໍາລັດ, ຄໍາສັ່ງ ແລະ ນິຕິກຳ ໃຕ້ກົດໝາຍອື່ນທີ່ກ່ຽວຂ້ອງກັບ ການຄຸ້ມຄອງ, ນໍາໃຊ້ທີ່ດິນໃຫ້ມີ ຄວາມເຂັ້ມງວດ ແລະ ເອົາໃຈໃສ່ ປະສານສົມທົບກັບບໍລິສັດຜູ້ລົງທຶນ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ແລະ ນິຕິກຳໃຕ້ກົດໝາຍ ອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ພະແນກໂຍທາທິການ ແລະ ຂົນສົ່ງ ປະສານສົມທົບກັບພະແນກການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງສືບຕໍ່ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ, ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງຢ່າງ ເຂັ້ມງວດ. ຂ່າວ: ສົມວິຈິດ ໄຊມົນຕີ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ. ຂໍ້ມູນ-ພາບ: ວາລະສານປ້ອງກັນ ຄວາມສະຫງົບ
RkJQdWJsaXNoZXIy MTc3MTYxMQ==