gsfdko{dkora fmtok xtgmf]k; ( 20/08/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ຫ້ອງການ ສຶກສາທິການ ແລະ ກິລາ ເມືອງ ລອງ ແຂວງຫລວງນ້ຳທາ ຈັດ ກອງປະຊຸມຜູ້ບໍລິຫານການສຶກສາ ຂັ້ນເມືອງ ໃນທ້າຍອາທິດຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍມີ ທ່ານ ຈັກກະວານ ແກ້ວບຸນພັນ ຮອງ ເຈົ້າເມືອງໆລອງ, ທ່ານ ທອງພິດ ແກ້ວປະເສີດ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ທ່ານ ຄໍາອາຍ ໄຊຍະເລີດ ຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຫ້ອງການ, ຜູ້ບໍລິຫານການສຶກສາ ແລະ ຄູ- ອາຈານອ້ອມຂ້າງເມືອງເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການ ລາຍງານຜົນການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ປະ ຈໍາສົກຮຽນ 2024-2025 ແລະ ແຜນປະຈໍາສົກຮຽນ 20252026 ຕະຫລອດໄລຍະຜ່ານມາ, ຄູ-ອາຈານ ແລະ ຜູ້ບໍລິຫານການ ສຶກສາທຸກຂັ້ນໄດ້ເອົາໃຈໃສ່ປະຕິ ບັດດໍາເນີນການຮຽນ-ການສອນ ໄປຕາມແຜນກໍານົດຂອງກະຊວງ ສຶກສາທິການ ແລະ ກິລາ ວາງອອກ ສາມາດເຮັດໃຫ້ການຮຽນ-ການ ສອນດໍາເນີນໄປດ້ວຍດີ, ສາມາດ ຈັດຕັ້ງປະຕິບັດການສອບເສັງເລື່ອນ ຂັ້ນ ແລະ ຈົບຊັ້ນສໍາເລັດຕາມແຜນ ທີ່ກໍານົດໄວ້, ບົນພື້ນຖານດັ່ງກ່າວ ເຮັດໃຫ້ມີການພັດທະນາການ ສຶກສາ ຢູ່ພາຍໃນຕົວເມືອງມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕາມ 5 ຄາດໝາຍຄື: ອັດຕາເຂົ້າຮຽນ ປ1 ບັນລຸ 91,40 , ອັດຕາປະລະ ການຮຽນ ປ1 ບັນລຸ 2,3 , ອັດຕາເລື່ອນຊັ້ນ ປ5 ຂຶ້ນ ມ1 ບັນລຸ 87,20 , ອັດຕາປະລະຊັ້ນປະຖົມ ບັນລຸ 2,1 , ດັດສະນີຄວາມ ສະເໝີພາບລະຫວ່າງຍິງ-ຊາຍບັນລຸ 1,02 . ທ່ານ ຄໍາພັນ ພົງສະຫວັດ ຮອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ຜ່ານດໍາລັດ ຂອງລັດຖະບານວ່າດ້ວຍລັດຖະ ກອນຄູ, ເພື່ອເປັນບ່ອນອີງໃຫ້ແກ່ ອົງການຄຸ້ມຄອງລັດຖະກອນຄູ ແຕ່ລະຂັ້ນ ແນໃສ່ຮັບປະກັນ ການປະຕິບັດໜ້າທີ່ໃນການສ້າງ ຊັບພະຍາກອນມະນຸດ ແລະ ການ ພັດທະນາຄູໃຫ້ມີຄວາມຮູ້, ຄວາມ ສາມາດ ແລະ ສາມາດປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງຊາດ. ພ້ອມນີ້, ຜູ້ເຂົ້າຮ່ວມໃນກອງ ປະຊຸມຍັງໄດ້ປະກອບຄໍາຄິດຄໍາ ເຫັນ ແລະ ແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນຢ່າງກົງໄປກົງມາ ພ້ອມທັງ ໄດ້ຮັບຟັງການຜ່ານ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ສຶກສາທິການ ວິທະຍາສາດ ແລະ ກິລາ ວ່າດ້ວຍການມອບນາມມະຍົດ 30 ປີ ໃຫ້ພະນັກງານ ຄູ-ອາຈານ 26 ທ່ານ ຍິງ 4 ທ່ານ ແລະ ຜ່ານ ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1096 ສສກ, ລົງວັນທີ 28 ກຸມພາ 2025 ວ່າດ້ວຍການຍ້ອງຍໍ ຄູ-ອາຈານ 22 ທ່ານ ຍິງ 11 ທ່ານ. ໂອກາດດຽວກັນນີ້, ທ່ານ ຈັກກະວານ ແກ້ວບຸນພັນ ໄດ້ເນັ້ນ ໃຫ້ຜູ້ບໍລິຫານການສຶກສາ, ຄູ- ອາຈານທຸກທ່ານ, ຈົ່ງເອົາໃຈໃສ່ ການປະສານງານ, ເອົາໃຈໃສ່ໃນ ການເພີ່ມທະວີການຂຶ້ນຫ້ອງຮຽນ ແລະ ການແຕ່ງບົດສອນ, ຕິດຕາມ ຊຸກຍູ້ສົ່ງເສີມການປູກ-ການລ້ຽງ, ປະຕິບັດຕາມ 3 ທັດສະນະ 5 ຫລັກ ມູນຂອງການສຶກສາ ແລະ ພ້ອມກັນ ຍົກສູງຊ່ວຍເຫລືອການປະລະການ ຮຽນ ໃຫ້ຫລຸດໜ້ອຍຖອຍລົງ. ຂ່າວ: ຈັນສຸກ ຜົນປະເສີດ ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງໜອງບົກ ແຂວງຄໍາມ່ວນ ທຳລາຍສິນຄ້າເສື່ອມຄຸນນະພາບ (ສິນຄ້າໝົດອາຍຸ) ເມື່ອບໍ່ດົນມາ ນີ້ ໂດຍມີທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການ ປົກຄອງເມືອງ, ທ່ານ ທອງດຳ ລັດຕະນະໄຊ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ໜອງບົກ ພ້ອມດ້ວຍຫ້ອງການ ອ້ອມຂ້າງເມືອງ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໄລຍະຜ່ານມາ, ພະນັກງານ ຫ້ອງການອຸດສາຫະກຳ ແລະ ການ ຄ້າເມືອງ ໜອງບົກ ໄດ້ລົງຕິດຕາມ, ກວດກາບັນດາຫົວໜ່ວຍທຸລະກິດ ຂາຍຍົກ, ຂາຍຍ່ອຍ, ຮ້ານຊັບພະ ສິນຄ້າ ເພື່ອຊຸກຍູ້ສົ່ງເສີມ ແລະ ພັດທະນາຕາໜ່າງການຄ້າພາຍໃນ ໃຫ້ມີຄວາມຄ່ອງຕົວຖືກຕ້ອງຕາມ ກົດໜາຍ ແລະ ລະບຽບການ, ຄຸ້ມຄອງ, ຕິດຕາມການນຳໃຊ້ ເຄື່ອງມືອຸປະກອນວັດແທກ ທີ່ໃຫ້ ບໍລິການໃນທ້ອງຖິ່ນຂອງຕົນ ເພື່ອ ຮັບປະກັນໃຫ້ຜູ້ບໍລິໂພກໄດ້ຮັບ ຄວາມເປັນທຳ ແລະ ຖືກຕ້ອງຕາມ ລະບຽບກົດໜາຍ. ສິນຄ້າທີ່ມາທໍາລາຍໃນຄັ້ງນີ້ ເປັນສິນຄ້າທີ່ມີການລະເມີດລະບຽບ ການຄ້າ ແລະ ເສື່ອມຄຸນນະພາບ ທີ່ ເປັນອັນຕະລາຍຕໍ່ສຸຂະພາບຂອງ g,n v']v' lts]5 [;Pd'ko z6 h [= ]y skodkolb dlk0A og,n v' g,n v'|v'[q d me]kply o7h kglnj v,75 ootrk[ dkooec0;'g-dv' goA o0tc|'lnj ,;o-q o oeltg|u 0j k;.sh wfh 8k, 4 ]a dltot ຂປລ . ແຫລ່ງຂ່າ ວຈ າ ກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນ ໂອກາດເຂົ້າຮ່ວມພິທີປະຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາ ໜ່າຍ ຄົບຮອບ 75 ປີ ໃນອາທິດ ຜ່ານມາ, ທ່ານ ຂັນຕີ ສີລະວົງ ສາ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງ ແຂວງ ນໍາສະເໜີຂ່າວໃຫ້ມີຄວາມ ວ່ອງໄວ ແລະ ຮັບປະກັນໄດ້ ຕາມ 4 ລັກສະນະຕົ້ນຕໍ ຄື: ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະ ແນະນໍາ ແລະ ລັກສະນະຕົວຈິງ ເພື່ອເສີມສ້າງຄວາມສາມັກຄີ, ສ້າງ ທັດສະນະຫລັກໝັ້ນ, ຄວາມເຊື່ອໝັ້ນ ຕໍ່ອຸດົມການ ແລະ ການນໍາພາ ຂອງພັກ; ໂຄສະນາປຸກລະດົມທົ່ວ ປວງຊົນເຮັດໜ້າທີ່ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນ ຈາກຕ່າງປະເທດ ເພື່ອຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ ຂອງ ,tsk;y mtpkw] lx 9u o Ij ;,,n fh ko;y -kdko da [3I'IPodkog,n v'{dkoxq d7v's];'rt[k' ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ພູ ທອນ ຫລວງວິໄລ ຫົວໜ້າໂຮງຮຽນ ການເມືອງ ແລະ ການປົກຄອງ ແຂວງຫລວງພະບາງ ພ້ອມຄະນະ ຕ້ອນຮັບການຢ້ຽມຢາມ ແລະ ເຮັດ ວຽກຮ່ວມກັນ ຂອງຄະນະຜູ້ແທນ ຈາກມະຫາວິທະຍາໄລ ສປ ຈີນ ໃນ ວັນທີ 18 ສິງຫາ 2025 ທີ່ແຂວງ ຫລວງພະບາງ, ນຳໂດຍ ທ່ານ ຟາງ ເລີຍ ຫົວໜ້າສູນຄົ້ນຄວ້າ ສັງຄົມນິຍົມສະໄໝປັດຈຸບັນ ມະຫາ ວິທະຍາໄລ ຊານຕົງ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ. ການເຮັດວຽກຮ່ວມກັນຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍແຜນ ແມ່ບົດ ວ່າດ້ວຍສາຍພົວພັນທີ່ເປັນ ມູນເຊື້ອ ຄູ່ຮ່ວມຍຸດທະສາດຮອບ ດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ຕິດພັນກັບການຈັດຕັ້ງສ້າງ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເພື່ອ ເປັນການລົງເລິກ ການຮ່ວມມືໃນ ຂົງເຂດການເມືອງ ແລະ ການ ປົກຄອງ ເວົ້າລວມ, ເວົ້າສະເພາະ ແຂວງ ກໍຄື ການສ້າງສາພັດທະນາ ປະເທດຊາດ ໃຫ້ກ້າວຂຶ້ນຢ່າງບໍ່ ຢຸດຢັ້ງ. ພ້ອມນີ້, ວຽກສື່ມວນຊົນຕ້ອງ ໄດ້ເພີ່ມທະວີການໂຄສະນາເຜີຍແຜ່ ເພື່ອເປັນການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ແນວທາງຂອງ ພັກ, ແຜນນະໂຍບາຍຂອງລັດ ກໍຄື ສະພາບຜັນແປຂອງໂລກ ແລະ ພາກ ພື້ນໃຫ້ທັນການແນໃສ່ສ້າງຄວາມ ຮັບຮູ້ເຂົ້າໃຈທີ່ເປັນເອກະພາບສູງ ພາຍໃນຊາດ, ສ້າງກ້ອນກໍາລັງແຮງ ຄວາມສາມັກຄີພາຍໃນ ໃຫ້ມີຄວາມ ໜັກແໜ້ນ ແລະ ເດີນຕາມອຸດົມການ ຂອງພັກວາງອອກ; ປັບປຸງກົງຈັກ ການຈັດຕັ້ງ, ສັບຊ້ອນພະນັກງານ ໃຫ້ເປັນລະບົບ ແລະ ສືບຕໍ່ປະຕິບັດ ພາລະບົດບາດຂອງຕົນໃຫ້ມີການ ຫັນປ່ຽນໄປສູ່ຄຸນນະພາບໃໝ່, ສ້າງການບຸກທະລຸໃນວຽກງານ ຖະແຫລງຂ່າວ-ສື່ມວນຊົນ; ປັບປຸງ ເນື້ອໃນຂ່າວ, ສາລະບັນເທິງໃຫ້ ອຸດົມສົມບູນ, ມີຊີວິດຊີວາ, ທັນ ການ, ທັນສະໄໝ, ທັນສະພາບການ ພ້ອມທັງສ້າງລະບົບການຄຸ້ມຄອງ ສື່ມວນຊົນໃຫ້ເຂັ້ມແຂງ, ປະຕິບັດ ບົດບາດເປັນເສນາທິການໃຫ້ພັກລັດ ແລະ ສ້າງໃຫ້ເປັນເວທີແຫ່ງ ການໂຄສະນາປຸກລະດົມນໍ້າໃຈ ຮັກຊາດ, ສະໜອງຂໍ້ມູນ-ຂ່າວສານ ທາງດ້ານການເມືອງ, ເສດຖະກິດສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງໃຫ້ ມີເນື້ອໃນທີ່ອຸດົມສົມບູນຫລາຍຮູບ, ຫລາຍສີ ແລະ ມີຂໍ້ມູນທີ່ໜັກແໜ້ນ, ສ່ອງແສງສະພາບຄວາມເປັນຈິງ ຂອງຊີວິດສັງຄົມຢ່າງກວ້າງຂວາງ ໂດຍສະເພາະ ຢູ່ຮາກຖານເຂດ ຫ່າງໄກສອກຫລີກ; ສື່ມວນຊົນ ຕ້ອງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ບັນດາມະຕິ, ຄໍາສັ່ງຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກ ໃຫ້ເລິກເຊິ່ງ ເພື່ອປະຕິບັດໜ້າທີ່ໃນ ການຕອບຕ້ານປາກົດການຫຍໍ້ທໍ້ ໃນສັງຄົມ, ຕີຖອຍທໍານອງທີ່ບິດ ເບືອນຄວາມເປັນຈິງ ຂອງພວກ ກຸ່ມຄົນບໍ່ດີ, ເປັນຂົວຕໍ່ລະຫວ່າງ ພັກ-ລັດກັບປະຊາຊົນ, ເປັນເວທີ ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງ ປະຊາຊົນບັນດາເຜົ່າ; ປັບປຸງ ພື້ນຖານໂຄງລ່າງ, ບຳລຸງກໍ່ສ້າງ ພະນັກງານ, ບັນນາທິການ, ນັກ ຂ່າວ, ພະນັກງານເຕັກນິກ ໃຫ້ໄດ້ ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງວຽກງານ ທີ່ນັບມື້ຂະຫຍາຍຕົວ. ຜ່ານການເຄື່ອນໄຫວຕະຫລອດ 75 ປີຜ່ານມາ, ວຽກງານສື່ມວນ ຊົນ ໄດ້ຮັບການພັດທະນາຂະຫຍາຍ ຕົວທາງດ້ານປະລິມານ ແລະ ຄຸນ ນະພາບ ສາມາດຕອບສະໜອງບັນ ດາຂໍ້ມູນ-ຂ່າວສານ ໃຫ້ແກ່ສັງຄົມ ໄດ້ຢ່າງກວ້າງຂວາງ ແລະ ທົ່ວ ເຖິງ; ວັດຖຸ-ອຸປະກອນເຕັກນິກ ໄດ້ ຮັບການພັດທະນາຫັນປ່ຽນຈາກ ລະບົບອານາລັອກ ໄປສູ່ລະບົບດີຈິ ຕອນ; ປະຊາຊົນບັນດາເຜົ່າສາມາດ ເຂົ້າເຖິງແຫລ່ງຂໍ້ມູນ-ຂ່າວສານ ຢ່າງກວ້າງຂວາງ. ສະເພາະຢູ່ ແຂວງເຊກອງ ຕະຫລອດໄລຍະ 41 ປີ ນັບແຕ່ມື້ສ້າງຕັ້ງແຂວງ ມາຮອດປັດຈຸບັນ ມີສະຖານີວິທະຍຸ- ໂທລະພາບແຂວງ 1 ແຫ່ງ (ລະບົບ '. ຄື້ນຄວາມຖີ່ 97.0 .I[), ມີ ວິທະຍຸຊຸມຊົນ 2 ແຫ່ງ (ຢູ່ເມືອງທ່າ ແຕງ ແລະ ເມືອງດາກຈຶງ) ພ້ອມ ນີ້, ຍັງມີລະບົບໂທລະໂຄ່ງຂັ້ນບ້ານ 141 ບ້ານ ກວມ 69,55 ຂອງ ບ້ານທົ່ວແຂວງ. ຜູ້ບໍລິໂພກ, ຊຶ່ງມີ 19 ລາຍການ ຄື: ໝີ່ສຳເລັດຮູບ ປະເພດປÐ ອງ ແລະ ປະເພດຊອງ, ນົມ, ເຂົ້າໜົມ, ເຄື່ອງດື່ມປະເພດນໍ້າໝາກໄມ້ ແລະ ນ້ຳອັດລົມ, ອາຫານເສີມເດັກນ້ອຍ, ຖົ່ວ, ນ້ຳຕານ, ນ້ຳຊອດ, ແປ້ງເຄັກ, ນ້ຳຢາຍ້ອມຜົມ ແລະ ເບຍຫວຽດ (ເບຍສະຕີນ) ລວມເປັນມູນຄ່າ 3 ລ້ານກວ່າກີບ. ໂອກາດນີ້, ທ່ານ ຄຳມອນ ພົມ ພິພັກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງບັນດາ ຫ້ອງການ ແລະ ພະນັກງານວິຊາການພາຍໃນ ຫ້ອງການອຸດສາຫະກຳ ແລະ ການ ຄ້າເມືອງ ທີ່ໄດ້ມີຄວາມເອົາໃຈໃສ່ ເຮັດວຽກງານຂອງຕົນເອງເປັນ ຢ່າງດີ ພ້ອມທັງຮຽກຮ້ອງໃຫ້ບັນດາ ພະນັກງານຫ້ອງການອຸດສາຫະ ກໍາ ແລະ ການຄ້າເມືອງ ຈົ່ງໄດ້ມີ ຄວາມເອົາໃຈໃສ່ຕິດຕາມ, ກວດ ກາ ກ່ຽວກັບປະເພດສິນຄ້າ ທີ່ບໍ່ໄດ້ ຮັບອານຸຍາດນຳເຂົ້າມາຄ້າຂາຍ ພາຍໃນເມືອງ ເປັນຕົ້ນ ເຄື່ອງ ອຸປະໂພກ ແລະ ບໍລິໂພກ. ແມ່ນການເພີ່ມທະວີແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດການ ຄົ້ນຄວ້າ ວິທະຍາສາດສັງຄົມ, ເຊິ່ງທັງສອງຝ່າຍ ໄດ້ນໍາສະເໜີ ສະພາບການພົ້ນເດັ່ນໂດຍຫຍໍ້ ຂອງອົງການຕົນໃຫ້ກັນຮັບຮູ້, ທັງ ມີການແລກປ່ຽນສົນທະນາ ເຊິ່ງ ກັນ ແລະ ກັນກ່ຽວກັບການຮ່ວມມື ທາງດ້ານວິຊາການ, ວຽກງານ ທິດສະດີ-ພຶດຕິກຳ, ວຽກງານ ສາສະໜາ, ທິດສະດີແນວຄິດ ໄກສອນ, ວຽກງານການຮ່ວມມື ລາວ-ຈີນ ລວມທັງພື້ນຖານທິດສະດີ ເສດຖະກິດ ກ່ຽວກັບການລົງທຶນ ແລະ ການສ້າງບຸກຄະລາກອນໃນ ອະນາຄົດ. ໂອກາດດັ່ງກ່າວ, ຄະນະຜູ້ແທນ ມະຫາວິທະຍາໄລ ສປ ຈີນ ຍັງໄດ້ ໄປທ່ຽວຊົມສະຖານທີ່ທ່ອງທ່ຽວ ທີ່ສຳຄັນຂອງນະຄອນ ຫລວງພະ ບາງ ເປັນເມືອງທ່ອງທ່ຽວທີ່ສາກົນ ໄດ້ຮັບຮອງຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==