7096

20/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ lh k'8A 'lt,k7q ,oa dlb dlk]k;IPo9kd lx 9u o grnj vra fmtokglf4tdy f{la '7q , ຂປລ. ກອງປະຊຸມສ້າງຕັ້ງສະ ມາຄົມນັກສຶກສາລາວຮຽນຈາກ ສປ ຈີນ (ສນລຈ) ເພື່ອພັດທະນາ ເສດຖະກິດ-ສັງຄົມ, ພ້ອມທັງເລືອກ ຕັ້ງຄະນະບໍລິຫານງານສະມາຄົມ ຈັດຂຶ້ນໃນວັນທີ 16 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງທ່ານ ກູຢ່າງ ຈືບໍ່ ຮອງຫົວໜ້າກົມພັດ ທະນາບໍລິຫານລັດ, ຄະນະຈັດຕັ້ງ ສູນກາງພັກ ແລະ ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຄະນະຂົນຂວາຍ ການສ້າງຕັ້ງສະມາຄົມນັກສຶກສາ ລາວຈາກ ສປ ຈີນ, ມີບັນດາອະດີດ ນັກສຶກສາລາວທີ່ຮຽນຈົບຈາກ ສປ ຈີນ, ນັກສຶກສາລາວທີ່ກຳລັງຮຽນ ຢູ່ ສປ ຈີນ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ຄົ້ນ ຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະ ສັນຮັບຮອງເອົາກົດລະບຽບການ ສ້າງຕັ້ງສະມາຄົມນັກສຶກສາລາວ ຮຽນຈາກ ສປ ຈີນ ເພື່ອພັດທະນາ ເສດຖະກິດ-ສັງຄົມ ທີ່ໄດ້ກຳນົດ ຫລັກການພື້ນຖານກ່ຽວກັບການ ຈັດຕັ້ງການເຄື່ອນໄຫວ ແລະ ແຜນ ວິທີເຮັດວຽກຂອງສະມາຄົມ ເພື່ອ ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວ ວຽກງານຂອງສະມາຄົມແນໃສ່ ຮັບປະກັນການຈັດຕັ້ງປະຕິບັດພາ ລະບົດບາດ, ໜ້າທີ່ໃຫ້ມີຄວາມໂປ່ງ ໃສ, ເປັນລະບົບ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະ ມາຄົມ. ພ້ອມນີ້, ຍັງໄດ້ເອກະສັນຮັບ ຮອງເອົາແຜນການເຄື່ອນໄຫວ ຂອງສະມາຄົມແຕ່ປີ 2025-2030 ພ້ອມປະຊາມະຕິຮັບຮອງເອົາຄະນະ ບໍລິຫານຂອງສະມາຄົມນັກສຶກສາ ລາວຈາກ ສປ ຈີນ ເພື່ອພັດທະນາ ເສດຖະກິດ-ສັງຄົມ ຄື: ຮັບຮອງ ເອົາທ່ານ ໄຊຊະນະ ສິດທິພອນ ເປັນ ປະທານຄະນະບໍລິຫານງານ, ທ່ານ ວາລະໄຊ ເລັ່ງສະຫວັດ ເປັນຮອງ ປະທານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ເປັນຮອງປະທານ, ທ່ານ ບຸນເພັງ ສີບຸນເຮືອງ ແລະ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ເປັນຄະນະ. ພ້ອມກັນນັ້ນ, ຍັງໄດ້ ຮັບຮອງເອົາທ່ານ ສົມບູນ ສຸກທະວີ ເປັນປະທານກວດກາ , ທ່ານ ສີສຸລາດ ລາດສະສີສິນ ເປັນຮອງ ປະທານກວດກາ ແລະ ທ່ານ ນາງ ສົມພາວັນ ທຳມະສັກ ເປັນຄະນະ ກວດກາ. ໃນໂອກາດນີ້, ທ່ານ ກູຢ່າງ ຈືບໍ່ ໄດ້ມີຄຳເຫັນ ເນັ້ນບາງບັນຫາສໍາຄັນ ເພື່ອໃຫ້ຄະນະສະມາຄົມນັກສຶກສາ ລາວຈາກ ສປ ຈີນ ນໍາໄປຈັດຕັ້ງຜັນ ຂະຫຍາຍເປັນແຜນງານລະອຽດ, ເປັນເຂັມທິດເຍືອງທາງໃນການ ກຳນົດທິດທາງດໍາເນີນງານໃນຕໍ່ ໜ້າ ເພື່ອຮັບປະກັນການປະຕິບັດ ໜ້າທີ່ພາລະບົດບາດຂອງສະມາຄົມ ໃຫ້ມີຜົນງານປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວຢ່າງບໍ່ຢຸດຢັ້ງ. ຂໍ້ມູນ-ພາບ: ໜັງສືພິມເສດຖະກິດ ການຄ້າ ແຂວງສາລະວັນ... ຫາລືເພື່ອເອກະພາບ... ນະຄອນຫລວງວຽງຈັນ... ຂປລ. ໃນໂອກາດເດີນທາງໄປ ເຂົ້າຮ່ວມກອງປະຊຸມເຈົ້າຄອງນະ ຄອນຫລວງອາຊຽນ (.(."$) ແລະ ກອງປະຊຸມປິ່ນອ້ອມເປັນຕົ້ນ ແມ່ນກອງປະຊຸມເຈົ້າແຂວງ ແລະ ເຈົ້ານະຄອນອາຊຽນ ("(.') ແລະ ກອງປະຊຸມເວທີສົນທະນາ ບັນດາຕົວເມືອງຍືນຍົງອາຊຽນ ("46') ທີ່ນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ ເປັນເຈົ້າພາບໃນວັນທີ 11-15 ສິງຫາ 2025 ທີ່ນະຄອນຫລວງກົວ ລາລໍາເປີ ປະເທດມາເລເຊຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ ພ້ອມ ຄະນະໄດ້ພົບປະກັບທ່ານ ນາງ ຫາລືເພື່ອເອກະພາບດ້ານເນື້ອໃນ ແລະ ເຕັກນິກຂອງປຶ້ມ 50 ປີ ໃນ ລະຫວ່າງວັນທີ 13-15 ສິງຫາ 2025 ຜ່ານມາ ຢູ່ ສສ ຫວຽດນາມ. ໂອກາດນີ້, ສະຫາຍ ສັນຍາ ປຣະເສີດ ພ້ອມດ້ວຍຄະນະໄດ້ ເຂົ້າຢ້ຽມຂໍ່ານັບສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະ ທານສະພາແຫ່ງຊາດ ໂດຍສອງ ຝ່າຍປຶກສາຫາລືກ່ຽວກັບເນື້ອໃນ ແລະ ດ້ານເຕັກນິກຂອງປຶ້ມ 50 ປີ ເພື່ອຄວາມເອກະພາບໃນຄັ້ງສຸດ ທ້າຍກ່ອນຈະນຳພິມອອກເຜີຍແຜ່ສູ່ ສັງຄົມຂອງສອງປະເທດ; ພ້ອມທັງ ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ແຕ່ລະປະເທດໃຫ້ກັນຊາບ, ຕີລາຄາ ຄືນການພົວພັນມິດຕະພາບທີ່ຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ໂດຍສະເພາະການພົວ ພັນຮ່ວມມືລະຫວ່າງສອງສະພາ ແຫ່ງຊາດ ລາວ-ຫວຽດນາມ ທີ່ນັບ ມື້ແຕກດອກອອກຜົນຍິ່ງໆຂຶ້ນ. ສະຫາຍປະທານກໍາມາທິການ ການຕ່າງປະເທດ ໄດ້ລາຍງານສະ ພາບລວມໂດຍຫຍໍ້ກ່ຽວກັບການ ຮ່ວມມືໃນການສ້າງປຶ້ມ 50 ປີ ກັບ ຄະນະຊ່ຽວຊານສະພາແຫ່ງຊາດ ຫວຽດນາມ ເຊິ່ງມີການພົວພັນປະ ສານງານກັນຢ່າງສະໜິດແໜ້ນໃນ ການຄົ້ນຄວ້າ, ຮຽບຮຽງ, ກວດແກ້ ຂໍ້ມູນ, ປະກອບຄໍາຄິດຄໍາເຫັນໃສ່ ກັບຄວາມອັນຕະລາຍ, ຜົນຮ້າຍ ຂອງຢາເສບຕິດ. ທ່ານ ພົນຈັດຕະວາ ສີເສີດ ສອນດາລາ ຫົວໜ້າກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ດາໂຕ ເສຣີ ໄມມູນາ ບິນຕິ ໂມດ ຊາຣີບ ເຈົ້າຄອງນະຄອນຫລວງ ກົວລາລຳເປີ ເພື່ອເສີມຂະຫຍາຍ ການຮ່ວມມືສອງຝ່າຍ. ໂອກາດດັ່ງກ່າວ, ສອງຝ່າຍ ຮ່ວມກັນລົງນາມໃນໜັງສືເຈດຈຳ ນົງການຮ່ວມມືດ້ານວິຊາການລະ ຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນຫລວງກົວລາລຳເປີ ເຊິ່ງໃນການຮ່ວມມືແມ່ນກວມເອົາ 3 ຂົງເຂດ ຄື: ຂໍ້ລິເລີ່ມຕົວເມືອງປອດ ໄພ ແລະ ຕົວເມືອງສຳລັບຜູ້ອາຍຸ ສູງ; ການວາງແຜນຜັງຕົວເມືອງ ແບບກະທັດຮັດ ແລະ ຮອບດ້ານ; ສົ່ງເສີມທັກສະໃນການພັດທະນາ ດ້ານຊັບພະຍາກອນມະນຸດ. ນະຄອນຫລວງກົວລາລຳເປີ ເປັນນະຄອນຫລວງ ທີ 4 ຂອງ ປະເທດອາຊຽນ ທີ່ນະຄອນຫລວງ ວຽງຈັນ ໄດ້ລົງນາມຮ່ວມມືກັນ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບລະຫວ່າງນະຄອນ ຫລວງອາຊຽນ ແລະ ສົ່ງເສີມການ ຮ່ວມມືໃນດ້ານວິຊາການຮ່ວມກັນ ລະຫວ່າງນະຄອນຫລວງອາຊຽນ ໂດຍອີງໃສ່ຫລັກການຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນ, ເຄົາລົບ ກົດໝາຍ ແລະ ກົດລະບຽບຂອງ ແຕ່ລະປະເທດ. ຂ່າວ: ໜັງສືພິມວຽງຈັນໃໝ່ ສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນໃນວັນທີ 7 ສິງຫາ 2025 ຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນສຳເລັດການຈັດຕັ້ງປະຕິບັດວາ ລະແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດອັນພົ້ນເດັ່ນໄດ້ ເຮັດໃຫ້ປະຊາຊົນພາຍໃນແຂວງ ມີສະຕິສູງຕໍ່ການເຄົາລົບກົດໝາຍ, ເພີ່ມຄວາມຮັບຮູ້ຕໍ່ຜົນຮ້າຍຂອງ ຢາເສບຕິດ, ປະກອບສ່ວນເຂົ້າໃນ ການແກ້ໄຂບັນຫາຢາເສບຕິດຢ່າງ ກວ້າງຂວາງ; ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ, ທຸກ ພາກສ່ວນທັງຢູ່ແຂວງ, ເມືອງ ແລະ ບ້ານໄດ້ເພີ່ມຄວາມຮັບຜິດຊອບຂອງ ຕົນສູງຂຶ້ນ, ກຸ່ມເສບ, ຂົນສົ່ງ-ຄ້າຂາຍ ແລະ ຜະລິດຢາເສບຕິດກໍມີຄວາມ ຢ້ານກົວ ແລະ ຈຳນວນໜຶ່ງກໍຢຸດເຊົາ ແລະ ກັບຄືນເປັນພົນລະເມືອງດີ. ນອກຈາກນີ້, ກໍໄດ້ໂຄສະນາເຜີຍແຜ່ ລະບຽບກົດໝາຍ ແລະ ຜົນຮ້າຍ ຈາກຢາເສບຕິດຢູ່ສະຖາບັນການ ສຶກສາ, ສຳນັກງານ-ອົງການ, ບ້ານ ທົ່ວແຂວງສາລະວັນ, ສືບຕໍ່ສຶກສາ ອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຝາກ ດັດສ້າງ ແລະ ຜູ້ປິ່ນປົວຢາເສບຕິດ ຢູບັນດາຄ້າຍຄຸມຂັງຄ້າຍກັກຂັງ ຊົ່ວຄາວ, ສູນດັດສ້າງ ແລະ ສູນບໍາ ບັດຜູ້ຕິດຢາເສບຕິດເປັນປົກກະຕິ ເພື່ອໃຫ້ພວກເຂົາຮັບຮູ້ເຖິງຜົນຮ້າຍ ຂອງຢາເສບຕິດ. ນອກຈາກນີ້, ຍັງໄດ້ສ້າງຕັ້ງ ຫ້ອງການປະສານງານຢາເສບຕິດ ຂ້າມຊາດຕາມຊາຍແດນ ມີ 2 ຈຸດ ຄື: ຢູ່ດ່ານ ຕມ ສາກົນລະໄລ ເມືອງ ສະໝ້ວຍ ແຂວງສາລະວັນ ກັບ ແຂວງກວາງຈິ ສສ ຫວຽດນາມ ແລະ ດ່ານ ຕມ ສາກົນ ປາກຕາພານ ເມືອງລະຄອນເພັງ ແຂວງສາລະ ວັນ ກັບ ຈັງຫວັດອຸບົນລາດຊະທານີ ປະເທດໄທ ແລະ ຫ້ອງການປະສານ ງານລຽບຕາມຊາຍແດນ ລາວຫວຽດ ມີ 18 ຈຸດ;ໄດ້ຕັ້ງປ້ອມ ແລະ ຈຸດກວດກາຢາເສບຕິດເພີ່ມຂຶ້ນອີກ 1 ຈຸດ ລວມທັງໝົດ 8 ຈຸດຄື: ຈຸດ ນາໂດນຈຸດນາທ່ອນ, ຈຸດນາຂ້ອຍ ສາວ, ຈຸດບ້ານລະວາງ ເມືອງສາລະ ວັນ, ຈຸດຫ້ວຍຫູນ ເມືອງເລົ່າງາມ, ຈຸດຫ້ວຍເຊົາ ເມືອງຄົງເຊໂດນ, ຈຸດ ຖ້ຳພວງ ເມືອງລະຄອນເພັງ ແລະ ຈຸດກວດບ້ານຫີນລາດ ເມືອງຕຸ້ມ ລານ; ຜ່ານມາແມ່ນໄດ້ເຄື່ອນໄຫວ ກວດກາເປັນປົກກະຕິ, ສາມາດກັກ ຢຶດການຂົນສົ່ງຢາເສບຕິດເປັນຈຳ ນວນຫລາຍຢູ່ຈຸດຖໍ້າພວງ ເມືອງ ລະຄອນເພັງ ແລະ ຈຸດບ້ານຫ້ວຍ ຫີນລາດ ເມືອງຕຸ້ມລານ. ພ້ອມນີ້, ກໍໄດ້ເປີດນໍາໃຊ້ສູນປິ່ນປົວ ແລະ ຟື້ນຟູສະຂະພາບຜູ້ຕິດຢາເສບຕິດ (ໜອງປູ່ຫີນ) ສາມາດຮອງຮັບຜູ້ ຕິດຢາເສບຕິດທີ່ຈະນຳເຂົ້າປິ່ນປົວ ແລະ ຟື້ນຟູສຸຂະພາບໄດ້ທັງໝົດ 300 ຄົນ ຫັນເອົາກຳລັງ ປກສປກຊ ລົງກໍ່ສ້າງຮາກຖານການ ເມືອງ ເພື່ອແກ້ໄຂປາກົດການຫຍໍ້ ທໍ້ ແລະ ສະກັດກັ້ນໜໍ່ແໜງທີ່ຈະພາ ໃຫ້ກະທົບຕໍ່ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ກໍ່ສ້າງ, ປັບປຸງ ອຳນາດປົກຄອງບ້ານໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ປັບປຸງສ້າງ ແຜນຍຸດທະສາດປ້ອງກັນບໍລິເວນ, ກົດລະບຽບບ້ານໃຫ້ອົງການປົກ ຄອງບ້ານໄດ້ສຳເລັດ 517 ບ້ານ, ຂຶ້ນທະບຽນສໍາມະໂນຄົວທັງໝົດ 93.848 ຄອບຄົວ, ກວມ 97 ຂອງຄອບຄົວທັງໝົດ, ມີຫ້ອງການ ປກສ ບໍລິການປະຊາຊົນ 57 ຫ້ອງ ການ, ມີກຳລັງ ປກສ ຈຳນວນ 257 ສະຫາຍ, ປກສ ບ້ານຄົບຖ້ວນຕາມ ຫລັກການຈັດຕັ້ງປະກອບ, ສ້າງ ບ້ານ, ໂຮງຮຽນປອດຢາເສບຕິດມີ ທັງໝົດ 92 ບ້ານ, 873 ໂຮງຮຽນ, ປັດຈຸບັນທົ່ວແຂວງມີບ້ານປ້ອງກັນ ຊາດເຂັ້ມແຂງຈຳນວນ 434 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 517 ບ້ານ; ມີ 4 ເມືອງ ເປັນເມືອງ ປ້ອງກັນຊາດເຂັ້ມແຂງ-ປ້ອງກັນ ຄວາມສະຫງົບດີ ຄື: ເມືອງສາລະ ວັນ, ເມືອງເລົ່າງາມ, ເມືອງຄົງເຊ ໂດນ, ເມືອງລະຄອນເພັງ. ຂ່າວ-ພາບ: ກິດຕາ ເນື້ອໃນປຶ້ມດັ່ງກ່າວ ຄົບຖ້ວນສົມບູນ ໃສ່ແຕ່ລະພາກນັບແຕ່ສະບັບທີ I ຈົນ ຮອດສະບັບປັບປຸງເທື່ອທີ 7 ເຊິ່ງ ເປັນສະບັບຫລ້າສຸດ ແລະ ເປັນສະ ບັບທີ່ມີຄວາມເອກະພາບກັນໃນລະ ດັບສູງ. ຜົນງານດັ່ງກ່າວ, ແມ່ນຍ້ອນ ຄວາມເອົາໃຈໃສ່ເປັນຫ່ວງເປັນໃຍ ແລະ ຊີ້ນໍາຢ່າງໃກ້ຊິດຕິດແທດ ຂອງການນໍາຂັ້ນສູງຂອງສະພາ ແຫ່ງຊາດລາວ ແລະ ຫວຽດນາມ. ພ້ອມກັນນີ້, ສະຫາຍ ຫງວຽນ ຄັກ ດິ້ງ ກໍໄດ້ຕີລາຄາສູງຕໍ່ການສ້າງ ປຶ້ມປະຫວັດສາດດັ່ງກ່າວ ເຊິ່ງຈະ ເປັນເອກະສານທາງການທີ່ສໍາຄັນ ໃຫ້ແກ່ພະນັກງານ-ລັດຖະກອນ, ປັນ ຍາຊົນ, ຄົນຮຸ່ນໜຸ່ມ ແລະ ອື່ນໆ ໄດ້ສຶກສາຄົ້ນຄວ້າ, ສືບທອດ ແລະ ປົກປັກຮັກສາໄວ້, ທັງເປັນການປະ ກອບສ່ວນສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ກໍຄື ສອງອົງການນິຕິບັນຍັດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນ. ໃນວັນດຽວກັນ, ຄະນະຜູ້ແທນ ຂອງສະພາແຫ່ງຊາດລາວ ໄດ້ເຮັດ ວຽກກັບສະຫາຍ ຫວູ ຫ້າຍ ຮ່າ ກຳມະການສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນໍາ ປຶ້ມ 50 ປີ ຂອງສະພາແຫ່ງຊາດ ຫວຽດນາມ ເຊິ່ງສອງຝ່າຍໄດ້ແລກ ປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາ ຫາລືເພື່ອຄວາມເປັນເອກະພາບ ຂັ້ນສຸດທ້າຍທາງດ້ານເນື້ອໃນ ແລະ ດ້ານເຕັກນິກຂອງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາ ແຫ່ງຊາດລາວ ແລະ ສະພາແຫ່ງ ຊາດຫວຽດນາມ-ການຮ່ວມມືຮອບ ດ້ານ ແລະ ການພັດທະນາ ເຊິ່ງໄດ້ ມີຄວາມເປັນເອກະພາບກັນເກືອບ ທັງໝົດເປັນຕົ້ນແມ່ນດ້ານເນື້ອໃນ, ລາຍລະອຽດທາງດ້ານເຕັກນິກ ຂອງປຶ້ມທັງສາມພາກ, ແບບໜ້າ ປົກຂອງປຶ້ມ, ຄັດເລືອກຮູບການນໍາ ຂອງສອງປະເທດ ກໍຄື ສອງປະ ທານສະພາແຫ່ງຊາດ, ບົດຄໍາເຫັນ ຂອງສອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ລາຍຊື່ຄະ ນະຮັບຜິດຊອບສ້າງປຶ້ມ. ພ້ອມນີ້, ຄະນະຊ່ຽວຊານທັງສອງຝ່າຍກໍໄດ້ ກໍານົດທິດທາງການເຮັດວຽກນໍາ ກັນຈັດພິມໃຫ້ສໍາເລັດກ່ອນເດືອນ ກັນຍາ ເພື່ອໂຄສະນາແລະສະເຫລີມ ສະຫລອງໃນເດືອນກັນຍານີ້. ໃນໂອກາດເຄື່ອນໄຫວວຽກ ງານຢູ່ ສສ ຫວຽດນາມ ໃນຄັ້ງນີ້, ຄະນະຜູ້ແທນຂອງສະພາແຫ່ງຊາດ ລາວ ໄດ້ໄປຢ້ຽມຊົມຫໍພິພິທະພັນ ປະຫວັດສາດທະຫານ ແລະ ຢ້ຽມ ຢາມພື້ນຖານດ້ານເສດຖະກິດ ແລະ ວັດທະນະທໍາຈໍານວນໜຶ່ງຢູ່ນະ ຄອນຫລວງຮ່າໂນ້ຍ. ຂ່າວ-ພາບ: ສພຊ

RkJQdWJsaXNoZXIy MTc3MTYxMQ==