7095

gsfdko{dkora fmtok xtgmf]k; ( 19/08/2025 vrl g,n v']t,k, fegou odv'xt-5 ,.spj z6 h cmortlq ' mq j ;g,n v' 7A 'mu VI ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ຜູ້ແທນພະສົງທົ່ວເມືອງລະມາມ ແຂວງເຊກອງ ຄັ້ງທີ 7* ໄຂຂຶ້ນ ໃນວັນທີ 14 ສິງຫາ 2025 ຢູ່ ສະໂມສອນເມືອງລະມາມ ໂດຍ ການເປັນປະທານຮ່ວມຂອງ ພະ ອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ປະທານອົງການພຸດທະສາສະໜາ ສໍາພັນລາວ (ອພສ) ແຂວງເຊ ກອງ, ພະອາຈານ ບຸນຍືນ ບັ້ງ ທອງ ປະທານ ອພສ ເມືອງລະ ມາມ, ມີສະຫາຍ ຕຸລາວັນ ວົງໄຊ ກຳມະການພັກແຂວງ, ເລຂາ ພັກເມືອງລະມາມ ພ້ອມດ້ວຍພະ ອາຈານແຕ່ລະວັດທົ່ວເມືອງລະມາມ ແລະ ຕາງໜ້າ ອພສ ຈາກ ເມືອງ ສາລະວັນ ແຂວງສາລະວັນ, ເມືອງ ສາມັກຄີໄຊ ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ພະອາຈານ ສົມ ສຸກ ວັດທະນະທຳ ຮອງປະທານ ອພສ ເມືອງລະມາມ ໄດ້ລາຍງານ ການເຄື່ອນໄຫວວຽກງານພຸດທະ ສາສະໜາ ໄລຍະ 5 ປີ (20212025) ໂດຍຄະນະປົກຄອງສົງ ເມືອງລະມາມ ໄດ້ເອົາໃຈໃສ່ເກັບ ກໍາສະຖິຕິຈໍານວນພະສົງ-ສາມະ ເນນ, ພໍ່ຂາວ-ແມ່ຂາວ, ສັງກະລີວັດ ແລະ ຈໍານວນວັດ ເຊິ່ງທົ່ວເມືອງ ລະມາມ ປະກອບມີ 45 ບ້ານ, ມີ 9 ວັດ, ມີຄະນະບໍລິຫານງານ ອພສ ເມືອງ 19 ອົງ ໃນນັ້ນ, ມີ ຄະນະປະຈໍາ ອພສ ເມືອງ 7 ອົງ, ກໍາມະການ 12 ອົງ, ມີພະສົງສາ ມະເນນ, ແມ່ຂາວ ແລະ ສັງກະລີ ພາຍໃນເມືອງ 131 ອົງ (ເປັນ ພະ 30 ອົງ, ສາມະເນນ 94 ອົງ, ແມ່ຂາວ 3 ອົງ, ສັງກະລີ 4 ຄົນ) ແລະ ມີໂຮງຮຽນສົງ ແຕ່ຊັ້ນປະຖົມ ຮອດມັດທະຍົມຕອນປາຍ 1 ແຫ່ງ, ມີນັກຮຽນທັງໝົດ 96 ອົງ ໃນນັ້ນ, ສາມະເນນ ເຂົ້າຮຽນລະດັບຊັ້ນ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ຕ້ອນຮັບ ທ່ານ ເອ ດີ ອີຣາວານ ບິນ ມາມູດ (Edi *rXan #in Mahmud) ເອກອັກຄະ ລັດຖະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ໃນທ້າຍອາທິດ ຜ່ານມາ, ທີ່ຫ້ອງວ່າການແຂວງ, ໃ ນ ໂ ອ ກ າ ດ ມ າ ຢ້ ຽ ມ ຢ າ ມ ແລະ ຊຸກຍູ້ສົ່ງເສີມ ວຽກງານການ ທ່ອງທ່ຽວ ສອງປະເທດ ມາເລເຊຍ- ລາວ ຢູ່ ແຂວງຈຳປາສັກ. ໂອກາດນີ້, ທ່ານ ອາລຸນໄຊ g9q kc0;'9exkla d 8h voIa [m6 f,kg]g-pxt9e]k; h ສູນນະລາດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງ ປະເທດ ລາວ ແລະ ມາເລເຊຍ, ການມາເຄື່ອນໄຫວຂອງທ່ານເອກ ອັກຄະລັດຖະທູດມາເລເຊຍ ປະຈຳ ລາວ ໃນຄັ້ງນີ້ ເປັນການປະກອບ ສ່ວນເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມ, ຊຸກຍູ້ສົ່ງເສີມວຽກງານການ ທ່ອງທ່ຽວ ຂອງສອງປະເທດ ລາວ- ມາເລເຊຍ ກໍຄືແຂວງຈຳປາສັກ. ທ່ານ ເອດີ ອີຣາວານ ບິນ ມາ ມູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ແລະ ໄດ້ແຈ້ງ ຈຸດປະສົງຂອງການມາຢ້ຽມຢາມ ແຂວງຈຳປາສັກ ໃນຄັ້ງນີ້ ເພື່ອ ຮ່ວມໃນການຈັດກິດຈະກຳ ເພື່ອ ໂຄສະນາເປີດການທ່ອງທ່ຽວ ຂອງ ປະເທດມາເລເຊຍ ໃນປີ 2026, ສົ່ງເສີມການທ່ອງທ່ຽວ ຂອງສອງ ປະເທດ ມາເລເຊຍ-ລາວ, ເຊິ່ງຢູ່ໃນ ສປປ ລາວ ໄດ້ກຳນົດເອົາສອງ ຈຸດໃນການໂຄສະນາສົ່ງເສີມການ ທ່ອງທ່ຽວຂອງປະເທດມາເລເຊຍ ຄືແຂວງຫລວງພະບາງແລະແຂວງ ຈຳປາສັກ. ໃນກິດຈະກຳໄດ້ນຳ ສະເໜີພາບລວມການທ່ອງທ່ຽວ, ການບໍລິການ ແລະ ທ່າແຮງ ຈຸດດຶງດູດການທ່ອງທ່ຽວຂອງ ປະເທດມາເລເຊຍ, ພ້ອມນັ້ນ ໄດ້ ນຳສະເໜີບັນດາຜູ້ປະກອບການ ການທ່ອງທ່ຽວ ຂອງສອງຝ່າຍ ມາເລເຊຍ ກັບ ແຂວງຈຳປາສັກ ແລະ ມີການແລກປ່ຽນຂໍ້ມູນ ຂ່າວສານ ນຳກັນ ເພື່ອຈະມີການ ແລກປ່ຽນ ເຊັນສັນຍາ ການຮ່ວມມື ນຳກັນໃນຕໍ່ໜ້າ. ຂ່າວ: ທັດຊະນະ ປະຖົມ9ອົງ, ຮຽນຊັ້ນມັດທະຍົມຕົ້ນ 55 ອົງ, ມັດທະຍົມຕອນປາຍ 26 ອົງ, ພະສົງ 4 ອົງ. ຕະຫລອດ 5 ປີ ຜ່ານມາ, ອພສ ເມືອງ ໄດ້ເອົາໃຈໃສ່ ເຜີຍແຜ່ສິນທໍາ ແລະ ສຶກສາອົບຮົມວິ ປັດສະນາກໍາມະຖານໃຫ້ແກ່ພະສົງ- ສາມະເນນ, ພໍ່-ແມ່ປະຊາຊົນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ ແລະ ເຍົາວະຊົນ ເປັນປະຈໍາ ໃນໂອ ກາດວັນສິນ, ວັນບຸນສໍາຄັນຕ່າງໆ ຂອງພຸດທະສາສະໜາ ທີ່ໄດ້ກຳນົດ ໄວ້ໃນຮີດ 12 ຄອງ 14 ຂອງລາວ ເຮົາ. ນອກນັ້ນ, ອພສ ພາຍໃນ ເມືອງ ຍັງໄດ້ບູລະນະປະຕິສັງຂອນ ວັດວາອາຮາມ ແລະ ວຽກງານ ດ້ານສັງຄົມສົງເຄາະ ເຊິ່ງໄດ້ລະດົມ ວັດຖຸ-ປັດໄຈ ເພື່ອຊ່ວຍເຫລືອ, ຊຸກຍູ້ສົ່ງເສີມການຮຽນ-ການສອນ, ອຸປະກອນກິລາ ລວມມູນຄ່າຫລາຍ ກວ່າ 31,9 ລ້ານກີບ ແລະ ລົງ ມອບເຄື່ອງໃຊ້ຄົວເຮືອນ, ເຄື່ອງ ອຸປະໂພກ-ບໍລິໂພກ ແກ່ຄອບຄົວທີ່ ຖືກຜົນກະທົບຈາກໄພພິບັດ ແລະ ອັກຄີໄພ ໃນມູນຄ່າຫລາຍກວ່າ 52,5 ລ້ານກີບ, ໄດ້ຊ່ວຍເທທາງ ເບຕົງໃຫ້ປະຊາຊົນ 1 ເສັ້ນ, ສ້າງ ຫ້ອງການບ້ານ, ມອບເຄື່ອງສຽງ ແລະ ເຄື່ອງພິມເອກະສານ ລວມ ມູນຄ່າ ຫລາຍກວ່າ 69,7 ລ້ານ ກີບ. ສໍາລັບທິດທາງໃນ 5 ປີຕໍ່ໜ້າ (2026-2030) ຈະໄດ້ສືບຕໍ່ຜັນ ຂະຫຍາຍເນື້ອໃນຈິດໃຈຂອງມະຕິ ກອງປະຊຸມໃຫຍ່ ຄັ້ງທີ 7l ຄັ້ງນີ້ ໃຫ້ປາກົດຜົນເປັນຈິງ ໂດຍ ອພສ ເມືອງລະມາມ ຈະໄດ້ພ້ອມກັນສຸມ ໃສ່ອອກແຮງເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານ ໃຫ້ສອດຄ່ອງກັບ ພະທໍາວິໄນທາງພຸດທະສາສະໜາ, ສອດຄ່ອງກັບລັດຖະທຳມະນູນ ປົກຄອງສົງລາວ ແລະ ຖືກຕ້ອງ ຕ າມລ ະ ບຽບກົດໝາ ຍ , ຈ ະ ພ້ອມກັນເຄົາລົບ, ປົກປັກຮັກສາ, ສົ່ງ ເ ສີມພ ະ ພຸດທ ະ ສ າ ສ ະໜາ ໃຫ້ພະສົງສາມະເນນ, ພໍ່ຂາວ, ແມ່ຂາວ, ອອກຕົນຍາດໂຍມ ທົ່ວເມືອງລະມາມ ໃຫ້ມີຄວາມ ເຫລື້ອມໄສສັດທາໃນຄຸນງາມ ຄວາມດີຕາມພະທໍາຄໍາສອນຂອງ ພຸດທະສາສະໜາ ສອນໄວ້. ກອງປະຊຸມຄັ້ງນີ້, ໄດ້ມີປະຊາມະ ຕິຢ່າງເປັນເອກະພາບ ຄັດເລືອກເອົາ ຄະນະບໍລິຫານງານປະຈໍາການ, ປະທານ, ຮອງປະທານ ແລະ ຄະນະ ກໍາມະການບໍລິຫານງານ ອພສ ເມືອງ ຊຸດໃໝ່ 17 ອົງ. ຂ່າວ: ອັດສະວິນ vvd[a fxtda ola '7q , c[[lt\a d.9 .sh xt-k-q o 3 [h ko0v'g,n v'xkdmk ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ອົງການປະກັນ ສັງຄົມແຫ່ງຊາດຮ່ວມກັບສະມາຄົມ ຄຳຄິດ ເຄື່ອນໄຫວອອກບັດປະກັນ ສັງຄົມເຄື່ອນທີ່ 3 ບ້ານເປົ້າໝາຍ ຂອງເມືອງປາກທາ ຄື: ບ້ານດົງ, ບ້ານປາງສາ ແລະ ບ້ານກ້ອນຕື່ນ (ຄຸ້ມຫ້ວຍຈາງ) ໃນລະຫວ່າງວັນທີ 14-17 ສິງຫາ 2025 ຜ່ານມານີ້ ໂດຍມີທ່ານ ນາງ ຈັນສຸກ ວັນນະ ວົງ ປະທານແນວລາວສ້າງຊາດ ເມືອງປາກທາ, ທ່ານ ນາງ ແສງ ເພັດ ຈັນສີແພງ ປະທານສະຫະພັນ ກຳມະບານເມືອງ, ມີຜູ້ຕາງໜ້າຈາກ ສະມາຄົມຄຳຄິດ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດ ການປົກຄອງ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ການອອກບັດປະກັນສັງຄົມໃນ ຄັ້ງນີ້ ເປັນແບບສະໝັກໃຈ ສຳລັບ ພໍ່ແມ່ປະຊາຊົນ, ຜູ້ປະກອບການ, ອາຊີບອິດສະລະ ຫລື ເຈົ້າຂອງ ວິສາຫະກິດ ຕະຫລອດຮອດຜູ້ມີ ວຽກເຮັດງານທຳ ທີ່ບໍ່ໄດ້ຮັບການ ຄຸ້ມຄອງ ຫລື ນະໂຍບາຍປົກປ້ອງ ທາງສັງຄົມ ຈາກສະຖານທີ່ເຮັດ ວຽກ ຫລື ຈາກວຽກທີ່ເຮັດແມ່ນ ສາມາດເປັນສະມາຊິກ ແລະ ຈະ ໄດ້ຮັບການຄຸ້ມຄອງ ຈາກປະກັນ ສັງຄົມຄື: ເປັນສະມາຊິກ 3 ເດືອນ ຂຶ້ນໄປ ສາມາດໃຊ້ບັດປະກັນສັງຄົມ ເຂົ້າຮັບການປິ່ນປົວສຸຂະພາບໂດຍ ບໍ່ເສຍຄ່າ ແລະ ສາມາດນຳໃຊ້ໄດ້ ຕື່ມ 3 ເດືອນ ພາຍຫລັງມີການຢຸດ ຈ່າຍເງິນສົມທົບ, ຜູ້ເກີດສິດປິ່ນປົວ ໃນລະບົບປະກັນສັງຄົມ ເຊິ່ງລວມ ທັງຜູ້ປະກັນຕົນຄູ່ສົມລົດ ແລະ ລູກ ທີ່ມີອາຍຸ 18 ປີ (ຖ້າຍັງຮຽນແມ່ນ ຄຸ້ມຄອງຮອດ 23 ປີ) ຜູ້ເກີດສິດ ຈະຕ້ອງໄດ້ເລືອກໂຮງໝໍທີ່ຢູ່ໃກ້ ແລະ ສະດວກ ເພື່ອຮັບການປິ່ນປົວ ສຸຂະພາບ, ກໍລະນີສຸກເສີນ ຫລືກວດ ເຂດນອກທີ່ບໍ່ໄດ້ນອນໂຮງໝໍ ຕ້ອງ ໄດ້ເຂົ້າຮັບການບໍລິການທາງການ ແພດທີ່ໂຮງໝໍທີ່ເລືອກ, ກໍລະນີ ເຈັບກະທັນຫັນ ຫລື ການປິ່ນປົວ ທີ່ໄດ້ນອນໂຮງໝໍແມ່ນສາມາດ ປິ່ນປົວໄດ້ທຸກໂຮງໝໍຂອງລັດ ໃນ ຂອບເຂດທົ່ວປະເທດ, ຖ້າມີບັນຫາ ກ່ຽວກັບການບໍລິການທາງການ ແພດ ຫລື ບໍ່ມີຊື່ໃນຖານຂໍ້ມູນຂອງ ໂຮງໝໍ ສາມາດໂທພົວພັນໄດ້ທີ່ເບີ 1509, ເຊິ່ງເງື່ອນໄຂຜູ້ທີ່ສະໝັກ ມີອາຍຸລະຫວ່າງ 14-60 ປີ ຜົນ ໄດ້ຮັບມີ: ອຸດໜູນປະກັນສຸຂະພາບ, ອຸດໜູນອອກລູກ, ອຸດໜູນປ່ວຍການ, ອຸດໜູນເສຍກຳລັງແຮງງານ, ອຸດໜູນບຳນານ, ອຸດໜູນເສຍຊີວິດ ອຸດໜູນສະມາຊິກຄອບຄົວ. ການອອກບັດແບບສະໝັກໃຈ ຄັ້ງນີ້ ມີຜູ້ເຂົ້າຮ່ວມ ແລະ ໄດ້ຮັບບັດ 41 ທ່ານ ຍິງ 24 ທ່ານ ຕາງໜ້າ ມອບບັດໂດຍ ທ່ານ ນາງ ຈັນສຸກ ວັນນະວົງ ພ້ອມທັງແນະນຳໃຫ້ພໍ່ແມ່ ປະຊາຊົນ ເກັບມ້ຽນແລະ ຮັກສາບັດ ນີ້ໄວ້ໃຊ້ງານຕະຫລອດໄປ ໃນການ ໄປປິ່ນປົວສຸຂະພາບ ແລະ ຖືບັດນີ້ ໄປໃນການປິ່ນປົວໃນແຕ່ລະຄັ້ງ. ພາບ-ຂ່າວ: ພັດສະວົງ ບຸນຍະຜົນ g,n v'-P'g'y o c]t g,n v'oko wfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫລວງພະບາງ ຕາງໜ້າ ໃຫ້ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຄະນະຊາວໜຸ່ມ ຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫລວງພະບາງ ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ ອົງການປົກຄອງເມືອງຊຽງເງິນ ແລະ ເມືອງນານ ໃນວັນທີ 13 ສິງຫາ 2025 ເພື່ອນຳໄປແຈກຢາຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຕາງໜ້າຮັບ ໂດຍ ທ່ານ ແສງເດືອນ ດວງປະສິດ ຮອງປະທານຄະນະກຳມະການ ປົກຄອງ ເມືອງຊຽງເງິນ ແລະ ທ່ານ ສຸລິໂຍ ໄພພິສິດ ຮອງປະທານຄະນະ ກຳມະການປົກຄອງເມືອງນານ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ 3 ໂຕນ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜຶ່ງ ລວມມູນຄ່າ 113 ລ້ານກີບ, ເຊິ່ງ ເຄື່ອງດັ່ງກ່າວໄດ້ມາຈາກການຊຸກຍູ້ ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ໄດ້ລະດົມນໍ້າຈິດ ນໍ້າໃຈຈາກນັກທຸລະກິດ, ບໍລິສັດ, ຮ້ານຄ້າ ແລະ ສ່ວນບຸກຄົນຂອງ ຊາວໜຸ່ມນະຄອນຫລວງວຽງຈັນ ເພື່ອບັນເທົາທຸກແກ່ປະຊາຊົນ ຜູ້ທີ່ໄດ້ ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນທ້າຍເດືອນ ກໍລະກົດ ຜ່ານມາ.

RkJQdWJsaXNoZXIy MTc3MTYxMQ==