7095

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ລູກສາວຫລ້າ xtgmf]k; 6 19/08/2025 glf4tdy f{la '7q , -u ;y f{;a fmtotme xts;a f7;k,gxa o,k 0v'[5 os+ g0Q kxtfa [fy o * “ບຸນຫໍ່ເຂົ້າປະດັບດິນ” ແມ່ນ ປະເພນີໜຶ່ງໃນຮີດສິບສອງນິຍົມ ເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າ, ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ເຮັດ ຂຶ້ນເພື່ອອຸທິດສ່ວນບຸນກຸສົນໄປຫາ ຜີເຜດ ຫລື ຍາດພີ່ນ້ອງທີ່ລ່ວງລັບ ໄປແລ້ວ. ເຂົ້າປະດັບດິນໄດ້ແກ່ເຂົ້າ ແລະ ອາຫານຫວານຄາວ ພ້ອມ ໝາກພູ, ຢາສູບ, ທີ່ຫໍ່ດ້ວຍໃບຕອງ sa f4tdeg7n j v'xA ofy ogzq k gvdt]a dg,n v'|v'[q d * ເມືອງໜອງບົກ ແຂວງຄຳ ມ່ວນແມ່ນເມືອງໜຶ່ງ ທີ່ມີຄວາມ ໂດດເດັ່ນທາງດ້ານການຜະລິດ ກະສິກຳລວມເຖິງເຄື່ອງຫັດຖະກຳ ເຄື່ອງປັ້ນດິນເຜົາ(ຄົກ)ໂດຍຄົກຖື ເປັນອີກໜຶ່ງເອກະລັກຂອງເມືອງ ມາແຕ່ດົນນານ ຈຶ່ງເປັນທີ່ຮູ້ຈັກຢ່າງ ກວ້າງຂວາງ ເລື່ອງຄຸນນະພາບ ຂອງສິນຄ້າ ວ່າໃຊ້ດີ ແລະ ທົນ ເນື່ອງຈາກວ່າ ດິນທີ່ນຳມາຜະລິດ ເປັນດິນໜຽວປົນດິນດາກບວກ ກັບຂັ້ນຕອນການຜະລິດທີ່ປານີດ ແລະ ມີຄວາມຊໍານິຊໍານານຈາກ ຊ່າງສີມືດີມີປະສົບການທີ່ຜະລິດ ຄົກມາແລ້ວ 30 ປີ. ສະນັ້ນ, ຈຶ່ງ ຮັບປະກັນເລື່ອງຄຸນນະພາບສົມຄໍາ ຊ່າລືແນ່ນອນ. ທ້າວຄອນປະຊາຊົນ ບ້ານໂພນ ເມືອງໜອງບົກ ໃຫ້ຮູ້ວ່າ: ຫັດຖະກຳ ເຄື່ອງປັ້ນດິນເຜົ່າແມ່ນມໍລະດົກ ທາງພູມປັນຍາ ທີ່ສືບທອດກັນມາ ແຕ່ດົນນານ ເຊິ່ງຫລາຍຄອບຄົວ ກໍໄດ້ຢຶດຖືອາຊີບນີ້ຄຽງຄູ່ກັບການ ຜະລິດກະສິກຳ ປູກຝັງ-ລ້ຽງສັດ ເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າ ຄອບຄົວ ໃຫ້ມີຢູ່, ມີກິນ. ສໍາລັບຈຸດ ເລີ່ມຕົ້ນທີ່ໄດ້ມາເຮັດອາຊີບນີ້ ຍ້ອນ ວ່າ ການປັ້ນໝໍ້, ຫລໍ່ໄຫ ມັນເປັນສິ່ງ ທີ່ກິ້ງເກືອກລີເລືອ ມາແຕ່ຍັງນ້ອຍ ເພາະວ່າ ເມືອງໜອງບົກ ແມ່ນ ເມືອງໜຶ່ງທີ່ມີຊື່ສຽງເລື່ອງຫັດຖະ ກໍາເຄື່ອງປັ້ນດິນເຜົາ (ຄົກເປັນ ຫລັກ);ດັ່ງນັ້ນໃນຫລາຍໆຄອບຄົວ ກໍໄດ້ຢືດຖືອາຊີບນີ້ ເວົ້າລວມເວົ້າ ສະເພາະຄອບຄົວຂອງຂ້າພະເຈົ້າ ກໍໄດ້ຖືອາຊີບນີ້ ຄຽງຄູ່ກັບການຜະ ລິດອື່ນໆ ເຫັນວ່າລາຍຮັບດີຫລາຍທີ່ ສຳຄັນລູກຄ້າກໍນັບມື້ນັບເພີ່ມຂຶ້ນ ທັງພາຍໃນ ແລະ ຕ່າງແຂວງ. ສໍາ ລັບຂັ້ນຕອນການຜະລິດຄົກ ທໍາອິດ ຕ້ອງຄັດເລືອກດິນທີ່ຈະນຳມາປັ້ນ ຄົກ ຕ້ອງເປັນດິນໜຽວເທົ່ານັ້ນ, ເມື່ອໄດ້ດິນມາແລ້ວ ນໍາມາບົດໃຫ້ ລະອຽດໂດຍໃຊ້ເຄື່ອງບົດສະເພາະ ຫລັງຈາກນັ້ນ ບົ່ມປະໄວ້ໃຫ້ມັນ ໜຽວຕື່ມອີກຈຶ່ງນໍາມາລີດອີກຮອບ ໜຶ່ງ ແລ້ວຈຶ່ງມາປັ້ນເປັນໜ່ວຍຄົກ ໃນຂະໜາດຕ່າງໆ ຕາມຄວາມຕ້ອງ ການຂອງລູກຄ້າ ໂດຍຄົກທີ່ຜະລິດ ມີ 3 ລຸ້ນ ຄື ນ້ອຍ, ກາງ, ໃຫຍ່ ສ່ວນ ລາຄາກໍຕ່າງກັນ ເລີ່ມຕົ້ນ 25.000 ກີບຂຶ້ນໄປ ໂດຍສະເລ່ຍແລ້ວເດືອນ ໜຶ່ງ ສາມາດຜະລິດຄົກໄດ້ 800- 1.000 ໜ່ວຍເຊິ່ງສະເລ່ຍລາຍຮັບ ແມ່ນ 23.000.000 ກວ່າກີບຕໍ່ ເດືອນ. ສໍາລັບ ການຈໍາໜ່າຍແມ່ນ ເຮັດຕາມການສັ່ງຈອງທີ່ລູກຄ້າທີ່ ເຄີຍຊື້ຂາຍນໍາກັນມາຫລາຍປີແລ້ວ ທັງພາຍໃນເມືອງພາຍໃນແຂວງ ແລະຕ່າງແຂວງໂດຍສະເພາະແມ່ນ ລູກຄ້າຈາກເມືອງປາກເຊ ແຂວງ ຈໍາປາສັກ. ອ້າຍຄອນຍັງເວົ້າຕື່ມວ່າ: ອາ ຊີບນີ້ຖືເປັນຄວາມພາກພູມໃຈທີ່ ໄດ້ເປັນສ່ວນໜຶ່ງໃນການສ້າງຊື່ ສຽງໃຫ້ເມືອງໜອງບົກ. ອີກຢ່າງ ໜຶ່ງກໍ່ເປັນການສ້າງລາຍຮັບເຂົ້າ ຄອບຄົວໄດ້ເປັນຢ່າງດີ ຈົນເຮັດໃຫ້ ມີຢູ່ມີກິນດັ່ງທຸກມື້ນີ້. ຄັນຕາຍໄປແລ້ວໄດ້ໄປເກີດເປັນ ຜີເຜດໃນນະລົກຕະຫລອດພຸດທະ ທັນດອນເມື່ອພະເຈົ້າພິມພິສານ ຖວາຍທານແດ່ ພະສະມະນະໂຄດົມ ພຸດທະເຈົ້າ ລືມຢາດນ້ຳອຸທິດ ສ່ວນກຸສົນໄປໃຫ້ແກ່ພວກຍາດ ພີ່ນ້ອງເຫລົ່ານັ້ນພໍຕົກກາງຄືນ ມາພວກຜີເຜດຍາດພີ່ນ້ອງຂອງ ພະເຈົ້າພິມພິສານເຫລົ່ານັ້ນໄດ້ມາ ສົ່ງສຽງຮ້ອງອັນໂຫຍຫວນ ແລະ ສະແດງຮູບຮ່າງອັນເປັນຕາຢ້ານ ໃຫ້ແກ່ພະເຈົ້າພິມພິສານໄດ້ຍິນ ແລະ ເຫັນ; ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາ ຈຶ່ງໄດ້ສະເດັດໄປຖາມພະພຸດທະ ເຈົ້າກໍເລົ່າເລື່ອງລາວ ທີ່ເປັນມູນ ເຫດໃຫ້ພະເຈົ້າພິມພິສານໄດ້ຮັບຮູ້, ພະເຈົ້າພິມພິສານຈຶ່ງໄດ້ເຮັດບຸນ ຖວາຍທານອີກ ແລ້ວຈຶ່ງອຸທິດສ່ວນ ກຸສົນໄປໃຫ້ພວກຍາດພີ່ນ້ອງທີ່ ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນ, ໄດ້ມາສະແດງຕົນໃຫ້ພະເຈົ້າພິມ ພິສານເຫັນ ແລະ ຮັບຮູ້ວ່າຄວາມ ທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາ ເບົາບາງລົງແລ້ວເພາະການອຸທິດ ສ່ວນບຸນກຸສົນຂອງພະອົງ. ດັ່ງນັ້ນ, ຄົນລາວເຮົາຈຶ່ງ ຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ ນັ້ນມາບໍ່ໄດ້ຂາດ ແລະ ສືບທອດມາ ຈົນເຖິງປັດຈຸບັນ. ສ່ວນວິທີການເຮັດບຸນຫໍ່ເຂົ້າ ປະດັບດິນນັ້ນ ພໍຮອດມື້ແຮມ 13 ຄ່ໍາ ເດືອນເກົ້າຊາວບ້ານຈະຫ້າງ ຫາກະກຽມອາຫານຫວານຄາວ ໄດ້ແກ່ ຊີ້ນ, ປາ, ເຜືອກ, ມັນ, ກ້ວຍ, ອ້ອຍ, ເຂົ້າຕົ້ມ, ເຂົ້າໜົມ, ນຳ້ ອ້ອຍ, ນຳ້ຕານ, ໝາກໄມ້, ໝາກ ພູ ແລະ ອື່ນໆ ຖວາຍພະພິກຂຸສົງ ສາມະເນນ ແຕ່ສ່ວນສຳລັບອຸທິດ ໃຫ້ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ນັ້ນ ໃຊ້ຫໍ່ດ້ວຍໃບຕອງກ້ວຍຫລື ຕອງຈິງ ອາຫານຫວານຫໍ່ໜຶ່ງອາ ຫານຄາວຫໍ່ໜຶ່ງ ແລະ ໝາກພູຫໍ່ ໜຶ່ງ ຫລື ບາງຄົນກໍເຮັດໃສ່ກະທົງກໍ ມີ ຫລື ບາງຄົນກໍເຮັດໃສ່ເຈ້ຍ, ໂຟມ ສະໂນ ແລ້ວແຕ່ສະດວກ ຫລື ບາງ ຄົນກໍເອົາອາຫານຫວານຄາວໃສ່ ໃນຫໍ່ດຽວກັນເລີຍກໍມີ ສິ່ງຂອງ ເຫລົ່ານີ້ຈະໜ້ອຍ ຫລື ຫລາຍນັ້ນ ກໍແລ້ວແຕ່ສັດທາ.ພໍຮອດເຊົ້າຂອງ ມື້ແຮມ 14 ຄໍ່າ ເດືອນ 9 (ລສງ) ຕອນເຊົ້າມືດ ຄື ເວລາປະມານ 3-5 ໂມງ ປະຊາຊົນຈະນຳເອົາອາຫານ ທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ຕາມພື້ນ ດິນວາງແຈກໄວ້ຕາມບໍລິເວນວັດ ຕົ້ນໂພ ຕົ້ນໄມ້ ຕ້າຍວັດ ພ້ອມກັບ ຈູດທຽນ ແລະ ບອກກ່າວແກ່ເຜດ ຜີໃຫ້ມາຮັບເອົາສິ່ງຂອງ ແລະ ຜົນ ບຸນທີ່່ອຸທິດໃຫ້ນັ້ນດ້ວຍ. ພ້ອມນັ້ນ, ບາງບ້ານ ຈະເອົາອາ ຫານທີ່ອຸທິດໃຫ້ແກ່ຜູ້ຕາຍຫລັງເຮັດ ພິທີແລ້ວກໍຝັງໄວ້ໃນດິນກໍມີເພື່ອບໍ່ ໃຫ້ຜູ້ໃດຜູ້ໜຶ່ງໄດ້ກິນອາຫານທີ່ເປັນ ຂອງເຫລືອຂອງເຜດເພາະຢ້ານວ່າ ຈະກາຍເປັນເຜດໄປນຳ, ບາງບ້ານ ກໍມັກຈະເອົາຫໍ່ອາຫານຫລັງພິທີນັ້ນ ໄປຜີຕາແຮກຢູ່ນາ ຫລື ບາງຄັ້ງກໍ ຫວ່ານລົງນຳ້ບູຊາພະຍານາກ ແລະ ແມ່ນຳ້ຄົງຄາ. ການວາງອາຫານ ໄວ້ຕາມພື້ນດິນ ຫລື ຕາມບ່ອນ ຕ່າງໆ ເພື່ອຈະໃຫ້ພວກເຜດມາຮັບ ເອົາຂອງອຸທິດໃຫ້ໄດ້ງ່າຍໆໂດຍບໍ່ ຕ້ອງມີພິທີຫຍຸ້ງຍາກຫຍັງຫລາຍ. ສ່ວນອາຫານທີ່ກຽມໄວ້ສ່ວນໜຶ່ງ ແມ່ນໄປຕັກບາດ ແລະ ຖວາຍທານ ແດ່ພະສົງສາມະເນນເຊິ່ງຈະມີການ ໄຫວ້ພະຮັບສິນ, ຖວາຍທານ, ຟັງ ເທດ ສະຫລອງ 1 ກັນ, ຄາຣະວະ ແລະ ຮັບພອນ ຢາດນຳ້ອຸທິດສ່ວນ ບຸນກຸສົນໄປຍັງເຜດຜີ ຫລື ຍາດຕິພີ່ ນ້ອງທີ່ລ່ວງລັບໄປແລ້ວ ແລະ ແຜ່ ເມດຕາໃຫ້ແດ່ສັບພະສັັດທັງຫລາຍ ທັງປວງjກໍເປັນອັນສຳເລັດພິທີ ບຸນຫໍ່ເຂົ້າປະດັບດິນ. ກ້ວຍ ເອົາໄປໄວ້ຕາມເຫງົ້າຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ຕາມບໍລິເວນ ວັດ (ກຳແພງວັດ) ຫລື ວາງໄວ້ ຕາມພື້ນດິນ. ມູນເຫດການເຮັດບຸນຫໍ່ເຂົ້າ ປະດັບດິນນີ້ເກີດຈາກຄວາມເຊື່ອ ຕາມນິທານທຳມະບົດວ່າ: “ຍາດ ພີ່ນ້ອງຂອງພະເຈົ້າພິມພິສານໄດ້ ຍັກຍອກເງິນວັດ ໄປເປັນຂອງຕົນ ເອງ ໃນສະໄໝພະກັດສະປະ ພະພຸດ ທະເຈົ້າພວກອະດີດຍາດພີ່ນ້ອງ ຂອງພະເຈົ້າພິມພິສານເຫລົ່ານັ້ນ

RkJQdWJsaXNoZXIy MTc3MTYxMQ==