7095

xtgmf]k; 3 19/08/2025 0j k; c]t gsfdko ໂດຍ: ວັດທະນາ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me de]a 'xh v'da o7;k,lts'q [xt-k-q os;Pfok, rh v,da [xtgmf-kf dh k;g0Q kl6 j p5 dcsj 'dkora fmtok.\j ຈັນ, ພຸດ ໂດຍ: ຄຳສອນ ແກ້ວບຸນທະວົງ 6 gfn vo8Q oxu va f8txn ,u ,6 o7j k dkolq j 'vvdly o7h k 68 ]h ko3f]kltst]a f 7v[7q ;8q ;c[[.odkozt]y fg0Q k 8k,37'dko-k;okIaj ',u * ໃນໄລຍະ 6 ເດືອນຕົ້ນປີ 2025, ແຂວງອັດຕະປື ມີມູນຄ່າ ການສົ່ງອອກ ແລະ ນໍາເຂົ້າ ສິນຄ້າ ລວມ ປະຕິບັດໄດ້ 94 ລ້ານກວ່າ ໂດລາສະຫະລັດ ເທົ່າກັບ 36% ຂອງແຜນການ, ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ ກວ່າ18% ໃນນັ້ນ, ມູນຄ່າການ ສົ່ງອອກ ປະຕິບັດໄດ້ 68 ລ້ານໂດ ລາສະຫະລັດ ເທົ່າກັບ 30% ຂອງ ແຜນການ. ທ່ານ ທະນູໄຊ ບັນຊາລິດ ຮອງ ເຈົ້າແຂວງອັດຕະປື ໄດ້ລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 9 ຂອງສະພາປະຊາຊົນ ແຂວງ ອັດຕະປື ຊຸດທີ II ເມື່ອບໍ່ດົນມານີ້ ວ່າ:ປະເພດສິນຄ້າສົ່ງອອກ ລວມ ມີ: ແຮ່ທາດ, ກະແສໄຟຟ້າ, ແປ້ງ ມັນຕົ້ນ, ກາກມັນຕົ້ນ, ນໍ້າຕານ ຊາຍ, ກາກນໍ້າຕານ, ຢາງພາລາ ແຫ້ງ, ມັນຕົ້ນແຫ້ງ, ໝາກກ້ວຍ ແລະ ຜະລິດຕະພັນໄມ້, ສ່ວນການ ນໍາເຂົ້າສິນຄ້າ 6 ເດືອນຜ່ານມາ ປະຕິບັດໄດ້ 26 ລ້ານກວ່າໂດລາ ສະຫະລັດ ເທົ່າກັບ 70% ຂອງ ແຜນການ, ປະເພດສິນຄ້ານໍາເຂົ້າ ລວມມີ: ວັດຖຸອຸປະກອນ, ເຄື່ອງ ອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອ ໄຟ, ຝຸ່ນຊີວະພາບ, ທາດເຄມີ, ຫົວ ອາຫານສັດ ແລະ ເບ້ຍໄມ້. ສຳລັບໃນອີກ 6 ເດືອນທ້າຍປີ ນີ້ ອົງການປົກຄອງແຂວງ ຈະສືບຕໍ່ ຊຸກຍູ້ສົ່ງເສີມການຜະລິດ ແລະ ການ ບໍລິການຕາມທ່າແຮງບົ່ມຊ້ອນຢ່າງ ຕັ້ງໜ້າກວ່າເກົ່າ ໂດຍເລັ່ງໃສ່ການ ຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫລາຍ ຂຶ້ນ, ຄຽງຄູ່ກັບການເຂັ້ມງວດການ ນໍາເຂົ້າສິນຄ້າ ແລະ ຄຸ້ມຄອງການ ຄ້າຂາຍນອກລະບົບ ໃຫ້ເຂົ້າສູ່ລະ ບຽບກົດໝາຍ, ຊຸກຍູ້ການຜະລິດກະ ສິກໍາ-ຫັດຖະກໍາ ແລະ ການບໍລິການ ໂດຍສະເພາະການຜະລິດເຄື່ອງທີ່ ລະນຶກ ທີ່ເປັນເອກະລັກຂອງທ້ອງ ຖິ່ນ ຕິດພັນກັບການສົ່ງເສີມສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕິພັນ ໃຫ້ ຫລາຍຂຶ້ນ. * ການເຮັດນາມີຫລາຍຮູບແບບ, ມີຫລາຍຊ່ອງທາງທີ່ຈະພາໃຫ້ຄອບ ຄົວມີລາຍຮັບມີຜົນຜະລິດທີ່ດີ, ໂດຍ ສະເພາະການນຳໃຊ້ເຕັກນິກວິທະຍາ ສາດທີ່ທັນສະໄໝເຂົ້າໃນການຜະລິດ ທັງເປັນການປະຢັດຕົ້ນທຶນແລະ ໃຫ້ສະ ມັດຕະພາບສູງກວ່າຈົນເກີດມີຄອບ ຄົວຕົວແບບຢູ່ບັນດາບ້ານ, ເມືອງພາຍ ໃນແຂວງ. ດັ່ງຄອບຄົວຂອງທ່ານ ສໍາ ລອງ ພົມມະວັນ ຢູ່ບ້ານໂອກາດໃຫຍ່, ເມືອງຄົງເຊໂດນ, ແຂວງສາລະວັນ ທີ່ເຮັດນາປູກເຂົ້າເປັນຫລັກໄດ້ຫັນວິທີ ການປູກເຂົ້າແບບເກົ່າມາສູ່ການຜະ ລິດແບບໃໝ່ທີ່ທັນສະໄໝໂດຍນຳໃຊ້ ກົນຈັກ, ເຕັກນິກແບບໃໝ່ ເຂົ້າໃນການ ຜະລິດທີ່ໃຫ້ຜົນຕອບແທນສູງ ເຊິ່ງ ສະມັດຕະພາບສະເລ່ຍ 8 ໂຕນຕໍ່ເຮັກ ຕາ,ຜົນຜະລິດລວມໄດ້24ໂຕນໃນເນື້ອ ທີ່ 3 ເຮັກຕາຕໍ່ລະດູການ, ສະເລ່ຍລາ ຄາເຂົ້າເປືອກ 6.600 ກີບຕໍ່ກິໂລ ລວມ ເປັນເງິນທີ່ໄດ້ 130.600.000 ລ້ານ ກີບຕໍ່ລະດູການ. ທ່ານ ສໍາລອງ ພົມມະວັນ ໄດ້ເວົ້າ ໃຫ້ຟັງວ່າ: ການດໍາລົງຊີວິດໃນໄລຍະ ຜ່ານມາແມ່ນປູກເຂົ້າເປັນອາຊີບຫລັກ ເຊິ່ງລາຍຮັບບໍ່ພຽງພໍກັບຄວາມຮຽກ ຮ້ອງຕ້ອງການໃນຄອບຄົວ, ເນື່ອງ ຈາກການປູກເຂົ້າໃນເມື່ອກ່ອນແມ່ນ ເຮັດແບບປະຖົມປະຖານຕາມຄວາມ ຊີ້ນເຄີຍ, ຍັງໃຊ້ແນວພັນເຂົ້າອັນເກົ່າ, ຝຸ່ນ, ປຸຍ ກໍ່ຊອກຊື້ຕາມທ້ອງຕະຫລາດ, ສະມັດຕະພາບຜົນຜະລິດບໍ່ໄດ້ຫລາຍ ສະເລ່ຍໃນຕອນນັ້ນໄດ້ເຂົ້າພຽງແຕ່ 3 ໂຕນຕໍ່ເຮັກຕາເທົ່ານັ້ນ, ເມື່ອຫັກຄ່າ ໃຊ້ຈ່າຍຕ່າງໆ ທີ່ນຳໃຊ້ເຂົ້າໃນການ ຜະລິດແລ້ວ ມີລາຍຮັບຕົວຈິງ 10 ລ້ານ ກວ່າກີບເຊິ່ງເຫັນວ່າລາຍຮັບດັ່ງກ່າວ ບໍ່ພຽງພໍກັບເຫື່ອແຮງ, ບໍ່ພຽງພໍກັບ ການໃຊ້ຈ່າຍຂອງຄອບຄົວໃນແຕ່ລະ ວັນ. ເມື່ອເປັນແນວນັ້ນຂ້າພະເຈົ້າຈຶ່ງ ໄດ້ປຶກສາຫາລືກັນກັບຄອບຄົວຫລາຍ ເທື່ອກ່ຽວກັບການເຮັດນາເພື່ອໃຫ້ໄດ້ ຜົນຜະລິດຫລາຍກວ່າເກົ່າເປັນຕົ້ນໄດ້ ຊອກຮຽນຮູ້ນຳຜູ້ມີປະສົບການມາ ກ່ອນບວກກັບການໄປທັດສະນະສຶກ ສານຳຫລາຍບ່ອນ, ດັ່ງນັ້ນຈຶ່ງເຮັດ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບຂະບວນການຜະລິດເຂົ້າໃຫ້ໄດ້ ຄຸນນະພາບ. ຕົກມາວັນທີ 25/11/ 2023 ທາງອົງການປົກຄອງເມືອງ ໄດ້ຂົນຂວາຍຜູ້ປະກອບການທີ່ມີຜົນ ສໍາເລັດໃນການທົດລອງການຜະລິດ ເຂົ້າຕາມເຕັກນິກ ທີ່ໄດ້ຮັບສະມັດຕະ ພາບຜົນຜະລິດສູງເຂົ້າມາຊ່ວຍຊຸກຍູ້ ສົ່ງເສີມໂດຍໄດ້ຈັດຕັ້ງເປັນກຸ່ມການ ຜະລິດເຂົ້າ ຕາມແນວທາງນະໂຍບາຍ ຂອງ ພັກ-ລັດໃນຮູບແບບ 2+3 ແລະ ໄດ້ຕັ້ງຊື່ກຸ່ມການຜະລິດວ່າ “ໂຄງການ ຊາວນາຮັ່ງມີ”. ສຳລັບໂຄງການນີ້ເຈົ້າ ຂອງນາມີເນື້ອທີ່, ມີແຮງງານ, ນອກ ການປັກດໍາ 25x25 ຊັງຕີແມັດ; ການ ໃສ່ຝຸ່ນຈໍານວນ 3 ຄັ້ງຄື:ໃສ່ຝຸ່ນຄັ້ງທີ1 ອັດຕາທີ່ໃສ່ 150 ກິໂລ/1ເຮັກຕາ ໃສ່ ຫລັງປັກດໍາໄດ້ 7 ຫາ 10 ວັນ; ໃສ່ຝຸ່ນ ຄັ້ງທີ 2 ອັດຕາທີ່ໃສ່ 150 ກິໂລ/1 ເຮັກຕາ ໃສ່ຫລັງປັກດໍາໄດ້ 20 ຫາ 25 ວັນ ແລະ ໃສ່ຝຸ່ນຄັ້ງທີ 3 ອັດຕາທີ່ໃສ່ 100 ກິໂລ/1 ເຮັກຕາ ໃສ່ຫລັງປັກດໍາ ໄດ້ 45 ຫາ 50 ວັນ. ການແຕກກໍຂອງຕົ້ນເຂົ້າ 22 ຫາ 24 ລໍາຕໍ່ກໍ, ຈໍານວນເມັດເຂົ້າ 200 ຫາ 220 ເມັດ/ຮວງ ການໃຫ້ນໍ້າຫລັງ ປັກດໍາ 1 ຫາ 25 ວັນ ລະດັບນໍ້າ 3 ຊັງຕີເມັດ, ປັກດໍາໄດ້ 25 ຫາ 50 ວັນ ລະດັບນໍ້າ 5 ຊັງຕີເມັດ, ໄລຍະເຂົ້າ ຕັ້ງທ້ອງ ຫາໄລຍະເຂົ້າແກ່ລະດັບນໍ້າ 5 ຫາ 10 ຊັງຕີເມັດ. ການເກັບກ່ຽວ ພາຍຫລັງເຂົ້າຖອດຫວງແລ້ວ 30 ຫາ 35 ວັນ ເມືອສັງເກດໃບເຂົ້າເລີ່ມ ເຫລືອງ 50 ຫາ 60% ຂອງເນື້ອທີ່ ໄຮ່ນາ ແມ່ນໄດ້ເປັ່ງນໍ້າອອກ 10 ວັນ ກ່ອນການເກັບກ່ຽວ; ຜ່ານການຈັດຕັ້ງ ປະຕິບັດຕາມເຕັກນິກ, ຮູບແບບ, ຄໍາ ແນະນໍາ, ຂອງພະນັກງານຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ພະນັກ ງານຂອງໂຄງການຊາວນາຮັ່ງມີ ທີ່ ລົງຕິດຕາມພາກສະໜາມ ເຫັນໄດ້ວ່າ ພາຍຫລັງເກັບກູ້ຜົນຜະລິດສະມັດຕະ ພາບສະເລ່ຍໄດ້ 8 ໂຕນຕໍ່ເຮັກຕາ ຜົນ ຜະລິດລວມໄດ້ປະມານ 24 ໂຕນຕໍ່ ເນື້ອທີ່ 3 ເຮັກຕາຕໍ່ລະດູການ, ສະເລ່ຍ ລາຄາເຂົ້າເປືອກ 6.600 ກີບຕໍ່ກິໂລ ລວມເປັນເງິນທີ່ໄດ້ 130.600.000 ລ້ານກີບຕໍ່ລະດູການ ທຽບໃສ່ (ລາຄາ ເຂົ້າໃນປັດຈຸບັນ) ເມື່ອຫັກຄ່າໃຊ້ຈ່າຍ ທັງໝົດ 61.548.000 ກີບຕໍ່ລະດູ ການຜະລິດ ເຫັນວ່າລາຍຮັບເຫລືອ ຕົວຈິງ ປະມານ 69.052.000 ກີບຕໍ່ ລະດູການຜະລິດ (ສຳລັບນາແຊງ). ເມື່ອຄຳນວນລາຍຮັບທັງສອງລະດ ູ ການຜະລິດ ນາປີ ແລະ ນາແຊງແລ້ວ ເຫັນວ່າລາຍຮັບຈາກການຂາຍເຂົ້າ ທັງໝົດໄດ້ 194.104.000 ກີບຕໍ່ປີ. ທ່ານ ສໍາລອງ ໃຫ້ຮູ້ຕື່ມວ່າ: ຜົນ ສຳເລັດທີ່ກ່າວມາຂ້າງເທິງນີ້ກໍ່ຍ້ອນມີ ແນວທາງນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດບວກກັບອົງການປົກຄອງ ຂັ້ນແຂວງ, ເມືອງ ແລະ ພາກສ່ວນ ທີ່ກ່ຽວຂ້ອງເອົາໃຈໃສ່ໃນການຂົນ ຂວາຍເອົາຜູ້ປະກອບການເຂົ້າມາຊຸກຍູ້ ສົ່ງເສີມ ເຮັດໃຫ້ຊາວນາມີຄວາມຮູ້ໃໝ່ ສາມາດນຳໄປຈັດຕັ້ງປະຕິບັດຈົນເກີດ ຜົນສຳເລັດດັ່ງຄອບຄົວຕົນເອງ ແລະ ຂໍຂອບໃຈມາຍັງໂຄງການຊາວນາ ຮັ່ງມີ ທີ່ໄດ້ນຳເອົາທຶນຮອນ, ເຕັກນິກ ວິຊາການຕ່າງໆເຂົ້າມາສົ່ງເສີມເຮັດ ໃຫ້ຄອບຄົວຂອງຕົນໄດ້ຮັບຜົນສຳເລັດ ສາມາດຫລຸດພົ້ນອອກຈາກຄວາມ ທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ດີ ຂຶ້ນເປັນກ້າວໆມີລາຍຮັບເພີ່ມຂຶ້ນ, ມີ ທຶນຮອນໝູນວຽນສືບຕໍ່ເສດຖະກິດ ຄອບຄົວຕໍ່ໄປ. ເພື່ອໃຫ້ການຜະລິດ ເຂົ້າຂອງພໍ່ແມ່ປະຊົນພາຍໃນເມືອງຄົງ ເຊໂດນ ໄດ້ຮັບຮູ້ເຖິງຜົນໄດ້ຮັບຂອງ ການນໍາໃຊ້ເຕັກນິກອັນໃໝ່ໆເຂົ້າສູ່ ການຜະລິດ. ສະນັ້ນ, ຂໍປຸກລະດົມ ເຊີນ ຊວນຄອບຄົວອື່ນໆທີ່ມີເງື່ອນໄຂທ່າ ແຮງບົ່ມຊ້ອນ, ເປັນຕົ້ນມີເນື້ອທີ່ທຳ ການຜະລິດເປັນຂອງຕົນເອງ, ມີແຮງ ງານ,ກໍຍິນດີຕ້ອນຮັບເຂົ້າຮ່ວມໂຄງ ການຊາວນາຮັ່ງມີ, ຍິນດີຖອດຖອນ ບົດຮຽນ, ພ້ອມທີ່ຈະໃຫ້ຄຳປືກສາ ແນະນຳທາງດ້ານເຕັກນິກວິຊາການ ແລະ ວິທີການຕ່າງໆໃນການປູກເຂົ້າ ເພື່ອເຮັດໃຫ້ຊາວກະສິກອນ ຢູ່ເມືອງ ຄົງເຊໂດນ ກາຍເປັນຊາວນາມືອາຊີບ ແລະ ຮັ່ງມີ. ນັ້ນທາງໂຄງການເປັນຜູ້ສະໜອງດ້ານ ເຕັກນິກວິຊາການ, ສະໜອງຝຸ່ນ ແລະ ແນວພັນພືດຕ່າງໆໃຫ້, ດັ່ງນັ້ນຄອບຄົວ ຂອງຕົນເອງນອນຢູ່ໃນເງື່ອນໄຂດັ່ງ ກ່າວຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມໂຄງ ການໃນເນື້ອທີ່ນາ 3 ເຮັກຕາ, ພ້ອມ ທັງຮຽນຮູ້ ແລະ ປະຕິບັດຕາມເຕັກນິກ ວິຊາການທີ່ທາງໂຄງການແນະນໍາໃຫ້ ເປັນຕົ້ນໄດ້ມີການນໍາໃຊ້ແນວພັນເຂົ້າ ປັບປຸງ ທີ່ໂຄງການນໍາມາໃຫ້ ເຂົ້າຫອມ ທ່າດອກຄໍາ 16 ອັດຕາແນວພັນທີ່ໃຊ້ ຈໍານວນ 60 ກິໂລ/ເນື້ອທີ່ນາ 1 ເຮັກ ຕາ; ນໍາໃຊ້ຝຸ່ນວິທະຍາສາດ ກາຕາເວັນ ໃໝ່ ຈໍານວນ 400 ກິໂລ 8 ເປົາ ຕໍ່ເນື້ອ ທີ່ 1 ເຮັກຕາ; ການຕົກກ້າເປັນແປງ ກວ້າງ 2 ແມັດ ຍາວຕາມຂະໜາດໄຮ່ ນາ, ອັດຕາແນວພັນເຂົ້າທີ່ຫວ່ານ 80100 ກຣາມ/ຕາແມັດ; ການປັກດໍາ ເມື່ອກ້າອາຍຸໄດ້ປະມານ 18-21 ວັນ, ເລີ່ມລົງມືປັກດໍາ ອາຍຸກ້າໄດ້ 25 ວັນ ຕ້ອງປັກດໍາໃຫ້ສໍາເລັດ; ຈໍານວນກ້າ ທີ່ໃຊ້ 3-4 ກີບຕໍ່ກໍ, ໄລຍະຫ່າງຂອງ *** ອ່ານຕໍ່ສະບັບໜ້າ *** * ໃນຊຸມປີຂ້າງໜ້າ, ສະພາບການ ຂອງໂລກ ແລະ ພາກພື້ນຄາດວ່າຈະ ຍັງຄົງປ່ຽນແປງຢ່າງວ່ອງໄວ, ສັບ ຊ້ອນ ແລະ ຍາກທີ່ຈະຄາດເດົາໄດ້. ການແຂ່ງຂັນຍຸດທະສາດລະຫວ່າງ ຊາດມະຫາອຳນາດ ເພີ່ມທະວີຄວາມ ຮຸນແຮງຫລາຍຂຶ້ນ. ຄວາມສ່ຽງຂອງ ຄວາມຂັດແຍ່ງສະເພາະພື້ນທີ່ ແລະ ການແຂ່ງຂັນດ້ານອາວຸດຍິ່ງເຫັນໄດ້ ຢ່າງຊັດເຈນ. ບັນດາຈຸດວິກິດ ແລະ ການຂັດແຍ້ງກັນຍັງສືບຕໍ່ ແລະ ມີ ທ່າອ່ຽງຂະຫຍາຍເປັນວົງກວ້າງ.ສິ່ງ ທ້າທາຍດ້ານຄວາມສະຫງົບໃນຮູບ ແບບໃໝ່ ຍັງຄົງສັບຊ້ອນ ແລະ ສົ່ງ ຜົນກະທົບໃນຫລາຍດ້ານ ຕໍ່ການພັດ ທະນາຂອງປະເທດຕ່າງໆທົ່ວໂລກ. ການປະຕິວັດອຸດສາຫະກຳຄັ້ງທີ 4, ໂດຍສະເພາະປັນຍາປະດິດ ແລະ ເຕັກໂນໂລຊີດີຈິຕອນໄດ້ເປີດໂອກາດ ໃຫ້ປະເທດກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາສາມາດ “ກ້າວ ກະໂດດ, ຍາດເອົາໂອກາດນຳໜ້າ” ເພື່ອພັດທະນາປະເທດຢ່າງວ່ອງໄວ. ຜົນສຳເລັດທີ່ຫວຽດນາມ ໄດ້ສ້າງ ຂຶ້ນຕະຫລອດ 40 ປີແຫ່ງການປະຕິຮູບ ໄດ້ວາງຮາກຖານທີ່ໝັ້ນຄົງໃຫ້ປະເທດ ໂດຍ: ທ່ານທູດຫວງຽນມິງເຕີມ ກ້າວເຂົ້າສູ່ຍຸກໃໝ່ແຫ່ງຄວາມຮັ່ງມີ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ, ພາຍໃຕ້ການນຳພາ ແລະ ຊີ້ນໍາຂອງ ພັກກອມມູນິດ, ມຸ່ງສູ່ການສ້າງປະເທດ ສັງຄົມນິຍົມທີ່ປະຊາຊົນຮັ່ງມີ, ປະເທດ ເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ. ແນວໃດກໍຕາມ, ນອກ ເໜືອຈາກໂອກາດ ແລະ ສິ່ງອໍານວຍ ຄວາມສະດວກຕ່າງໆ, ປະເທດຍັງຄົງ ຜະເຊີນກັບອຸປະສັກ ແລະ ສິ່ງທ້າທາຍ ຫລາຍປະການ,ສີ່ຄວາມສ່ຽງທີ່ພັກ ກອມມູນິດຫວຽດນາມໄດ້ວິນິດໄສຍັງ ຄົງມີຢູ່ ໄດ້ແກ່: ການເສື່ອມຖອຍທາງ ແນວຄິດການເມືອງ, ຄຸນສົມບັດ ແລະ ວິຖີຊີວິດ, ລວມທັງແນວໂນ້ມ “ການ ປ່ຽນແປງຕົນເອງ” ແລະ “ການປ່ຽນ ແນວຄິດຈາກພາຍໃນ” ໃນກຸ່ມບຸກຄະ ລາກອນພາຍໃນ; ບັນຫາການສໍ້ລາດ ບັງຫລວງຍັງບໍ່ສາມາດກຳຈັດໄດ້; ການເສື່ອມຖອຍຂອງຄຸນຄ່າທາງວັດ ທະນະທຳ ແລະ ຈັນຍາບັນ; ຄວາມຂັດ ແຍ່ງ ແລະ ຄວາມເດືອດຮ້ອນໃນສັງ ຄົມຍັງຄົງສັບຊ້ອນ; ອີກທັງກຸ່ມສັດຕູ ຍັງຄົງດຳເນີນການຕໍ່ຕ້ານພັກ ແລະ ລັດຢ່າງຕໍ່ເນື່ອງ, ໂດຍສະເພາະການ ເຄື່ອນໄຫວຮຽກຮ້ອງໃຫ້ “ແຍກບົດ ບາດທາງການເມືອງ” ຂອງກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ. ສະພາບການດັ່ງກ່າວຈະສົ່ງຜົນ ກະທົບຢ່າງເລິກເຊິ່ງ ແລະ ຫລາຍ ດ້ານ ຕໍ່ພາລະກິດການປົກປ້ອງຄວາມ ໝັ້ນຄົງຂອງຊາດ ແລະ ການຮັກສາ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມໃນຊ່ວງປີຕໍ່ໆ ມາເຊິ່ງຈຳເປັນຕ້ອງອາໄສພະລັງລວມ ຂອງພັກ, ປະຊາຊົນ ແລະ ກອງທັບ, ການລະດົມພະລັງຈາກທັງລະບົບ ການເມືອງ ປະສົມປະສານກັບພະລັງ ຂອງຍຸກສະໄໝຕະຫລອດຈົນການສະ ແຫວງຫາການສະໜັບສະໜູນຈາກ ປະຊາຄົມຕ່າງປະເທດຢ່າງສູງສຸດ ເພື່ອ ປົກປ້ອງເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດ; ປົກປ້ອງ ພັກ, ລັດ, ປະຊາຊົນ ແລະ ລະບອບສັງ ຄົມນິຍົມຕະຫລອດເຖິງຄຸນຄ່າທາງ ວັດທະນະທຳ ແລະ ຜົນປະໂຫຍດຂອງ ຊາດ - ຊົນຊາດ; ຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ທາງການເມືອງ, ຄວາມໝັ້ນຄົງຂອງ ຊາດ ແລະ ຄວາມໝັ້ນຄົງຂອງປະຊາ ຊົນ; ສ້າງສັງຄົມທີ່ມີລະບຽບວິໄນ, ຄວາມປອດໄພ ແລະ ເອື້ອອໍານວຍ ເພື່ອພັດທະນາປະເທດຕາມເສັ້ນທາງ ສັງຄົມນິຍົມ.

RkJQdWJsaXNoZXIy MTc3MTYxMQ==