lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/08/2025 xtgmf]k; ລັດຖະມົນຕີກະຊວງການຕ່າງ... ທາບທາມຮ່າງດໍາລັດ... ສນຊ ປະກາດຍົກຍ້າຍ... ຍົກລະດັບຄວາມຮູ້... ກອງປະຊຸມປຶກສາຫາລື... ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຊ້າຍມື ) ຂປລ. ໂຄງການບັນຊາສາມະ ເນນ ຄັ້ງທີ 16 ພາຍໃຕ້ຫົວຂໍ້ “ເກີດ ມາທັງທີເປັນຄົນດີໃຫ້ໄດ້” ທີ່ໄດ້ ຈັດຂຶ້ນໃນວັນທີ 6-17 ສິງຫາ 2025 ຢູ່ວັດປ່ານາຄູນນ້ອຍ ເມືອງ ນາຊາຍທອງ ນະຄອນຫລວງວຽງ ຈັນ ໄດ້ປິດລົງດ້ວຍຜົນສຳເລັດ ໂດຍມີພະອາຈານ ມະຫາເວດ ມະເສໄນ ຮັກສາການປະທານສູນ ກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ, ມີເຈົ້າ ອະທິການວັດຈາກວັດແຫ່ງຕ່າງໆ ໃນນະຄອນຫລວງວຽງຈັນ, ພ້ອມ ດ້ວຍການນໍາເມືອງນາຊາຍທອງ ແລະ ຊາວພຸດທະສາສະນິກະຊົນ ລາວ ເຂົ້າຮ່ວມ. ພ ະ ອ າ ຈ າ ນ ສ ະ ເ ພົ າ ຄ ຳ ວົງທະວິໄລ ຫົວໜ້າກຳມະທິການ ເຜີຍແຜ່ສິລະທຳ ແລະ ປະຕິບັດ ກຳມະຖານເມືອງນາຊາຍທອງ ໄດ້ລາຍງານຜົນສຳເລັດຂອງການ ຈັດຕັ້ງປ ະ ຕິບັດ ໂ ຄງການດັ່ງ ກ່າວ ເຊິ່ງເຍົາວະຊົນທີ່ເຂົ້າຮ່ວມ ກິດຈະກຳ (ບວດເນນ) ໄດ້ຮຽນຮູ້ ທັງພາກທິດສະດີ ແລະ ພາກປະຕິບັດ ຕົວຈິງ. ໃນນັ້ນ, ພາກທິດສະດີໄດ້ ຮຽນຮູ້ທັງໝົດ 11 ວິຊາ ຄື: ສາມະ ເນນສິກຂາ (ສິນ10), ທຳມະ (ມຸງຄຸນ 38), ພຸດທະປະຫວັດ, ສາສະນະພິທີ, ໂທດໄພຂອງສິ່ງ ເສບຕິດ, ການອ່ານຄຳກອນ, ນິ ທານ ແລະ ລະຄອນສະທ້ອນສັງຄົມ, ການສຶກສາສິ່ງແວດລ້ອມ, ທັກສະ ຊີວິດ, ອະບາຍຍະມຸກ 6 ແລະ ທິດ 6. ສຳລັບພາກປະຕິບັດຕົວຈິງໄດ້ ໄຫວ້ພະສູດມົນ ເຊົ້າ-ແລງ, ຝຶກວິ ປັດສະນາກຳມະຖານ (ສະມາທິ- ພາວະນາ), ຝຶກມາລະຍາດທາງ ສັງຄົມຕາມແບບວັດທະນະທຳ ລາວ (ການກາບ, ການນົບ, ການ ໄຫວ້) ໂດຍມີວິທະຍາກອນ ຈາກ ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ, ອົງ ການຈັດຕັ້ງທີ່ກ່ຽວຂ້ອງທັງພາກ ລັດ-ເອກະຊົນ ແລະ ສໍານັກປະຕິບັດ ວິປັດສະນາກຳມະຖານວັດປ່ານາ ຄູນນ້ອຍ ມານຳພາ ແລະ ໃຫ້ຄວາມ ຮູ້ທາງດ້ານພຸດທະສາສະໜາ. ໂຄງການດັ່ງກ່າວ, ເຮັດໃຫ້ເຍົາ ວະຊົນທີ່ເຂົ້າຮ່ວມໄດ້ໃຊ້ເວລາວ່າງ ໃຫ້ເປັນປະໂຫຍດ ແລະ ບໍ່ໄປກ່ຽວ ຂ້ອງກັບສິ່ງເສບຕິດ, ໄດ້ພັດທະນາ ຄວາມຮູ້ຄວາມສາມາດຂອງເຍົາ ວະຊົນໃຫ້ປ່ຽນແປງທັດສະນະຄະຕິ ແລະ ພຶດຕິກຳໃນທາງທີ່ດີ, ທັງເປັນ ການປູກຝັງຄຸນນະທຳທາງພຸດທະ ສາສະໜາໃຫ້ງອກງາມໃນຈິດໃຈ ຂອງເຍົາວະຊົນ, ໃຫ້ເປັນລູກທີ່ດີ ຂອງພໍ່ແມ່, ເປັນເພື່ອນທີ່ດີຂອງ ມິດສະຫາຍ, ເປັນສິດທີ່ດີຂອງຄູ-ອາ ຈານ, ເປັນພົນລະເມືອງທີ່ດີຂອງ ປະເທດຊາດ ແລະ ເປັນທາຍາດທີ່ດີ ຂອງພະພຸດທະສາສະໜາ. ພ້ອມນີ້, ໂຄງການບັນຊາສາ ມະເນນ ຄັ້ງທີ 16 ຍັງໄດ້ຈັດພິທີ ໃສ່ບາດຖວາຍສັງຄະທານໃນວັນທີ 17 ສິງຫາ 2025 ນີ້, ຢູ່ສຳນັກປະ ຕິບັດວິປັດສະນາກຳມະຖານວັດປ່າ ນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີພະ ສົງສາມະເນນ ທັງໝົດ 150 ອົງ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຂປລ. ໃນວັນທີ 15 ສິງຫາ 2025 ທີ່ເມືອງອານໜິງ ແຂວງຢູນ ໜານ ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງ ປະຊຸມປຶກສາຫາລືລະຫວ່າງບັນດາ ປະເທດທີ່ມີຊາຍແດນຕິດຈອດກັບ ມຽນມາ ຮ່ວມກັບລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປ ຈີນ, ໄທ ແລະ ມຽນມາ. ຂປລ.ເມື່ອບໍ່ດົນມານີ້, ທີ່ສໍາ ນັກງານປະທານາທິບໍດີ ແຫ່ງ ສາ ທາລະນະລັດ ອິດສະລາມ ອີຣານ ທີ່ນະຄອນຫລວງເຕຮາຣານ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນ ສານຕາຕັ້ງຕໍ່ທ່ານ ມາຊຸດ ເປ ແຊັສກຽນ (H.E.Mr. Masoud Pezeshkian) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນ ໃໝ່ ປະຈຳອີຣານ ຊຶ່ງມີສໍານັກງານ ຕັ້ງຢູ່ນະຄອນຫລວງນິວແດນລີ, ປະ ເທດອິນເດຍ. ໃນໂອກາດດັ່ງກ່າວ, ທ່ານ ມາຊຸດ ເປແຊັສກຽນ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບ ການແຕ່ງຕັ້ງເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອິດສະລາມອີຣານ ແລະ ເຊື່ອໝັ້ນວ່າທ່ານທູດຈະຊ່ວຍ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໄດ້ຮັບ ການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ໃນອະນາຄົດ. ພ້ອມກັນນັ້ນ, ທ່ານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊ ອັນປະເສີດ ແລະ ມິດຕະພາບການ ພົວພັນທີ່ດີມາຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊົນ ລາວທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດໄດ້ ສະແດງຄວາມຂອບໃຈ ແລະ ຖື ໂອກາດດັ່ງກ່າວ ນຳເອົາຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານ ມາຊຸດ ເປແຊັສກຽນ ປະທານາທິບໍດີ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນສາທາລະນະລັດ ອິດສະລາມອີຣານ. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດຍັງໄດ້ນໍາ ເອົາຄໍາເຊື້ອເຊີນຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານປະທານາທິບໍດີ ສາ ທາລະນະລັດ ອິດສະລາມອີຣານ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການໃນໂອກາດທີ່ທ່ານ ສະດວກ. ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງເຖິງການ ພົວພັນອັນດີງາມລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິດ ສະລາມອີຣານ ນັບແຕ່ສ້າງຕັ້ງ ສາຍພົວພັນການທູດຮ່ວມກັນໃນ ປີ 1967 ເປັນຕົ້ນມາ. ໃນຂະນະ ດຽວກັນ, ທ່ານທູດໄດ້ອວຍພອນໄຊ ໃຫ້ທ່ານປະທານາທິບໍດີ ມາຊຸດ ເປ ແຊັສກຽນ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາ ເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງທ່ານ. ກ່ອນນັ້ນ ຕາມປະເພນີປະຕິບັດ ຂອງອີຣານ, ທ່ານເອກອັກຄະລັດ ຖະທູດໄດ້ເຂົ້າຢ້ຽມຂໍ່ານັບທ່ານ Seyyed Abbas Araghchi ລັດຖະມົນຕີກະຊວງການຕ່າງປະ ເທດອີຣານ ເພື່ອຍື່ນສຳເນົາສານຕາ ຕັ້ງ, ແນະນຳຕົວ ແລະ ແລກປ່ຽນ ຄຳຄິດຄຳເຫັນເຖິງການສົ່ງເສີມ ພົວພັນສອງຝ່າຍ. ພາຍຫລັງສໍາ ເລັດການຍື່ນສານຕາຕັ້ງ, ທ່ານ ທູດໄດ້ເຂົ້າພົບ Mr. Ali Asghar Mohammadi ຫົວໜ້າກົມອາຊີ ຕາເວັນອອກ ແລະ ໂອເຊຍເນຍ/ East Asia and Oceania/, ກະຊວງການຕ່າງປະເທດອີຣານ ແລກປ່ຽນຄຳຄິດເຫັນເຖິງການສົ່ງ ເສີມການພົວພັນ, ທ່າແຮງໃນການ ຮ່ວມມືສອງຝ່າຍ ລາວ-ອີຣານ ໃນ ອະນາຄົດໂດຍສະເພາະການຮ່ວມມື ສອງກະຊວງ ແລະ ດ້ານການຄ້າ. m6 f]k;pnj olko8k8A '8 xtmkokmy [= fu l vy flt]k,vu iko + leg]a f37'dko[a o-klk,tgoo 7A 'mu 16 gdu f,kma 'mu gxa o7q ofu .sh wfh “ ” ຂອງລັດຂອງກົດໝາຍວ່າດ້ວຍ ທີ່ດິນ ສະບັບເລກທີ 70/ສພຊ, ລົງ ວັນທີ 21 ມິຖຸນາ 2019 ໃຫ້ເປັນ ພັນຮ່ວມມືຂອງສອງປະເທດ ກໍຄື ລະຫວ່າງສອງກະຊວງການຕ່າງ ປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສຳເລັດຕົວຈິງຢ່າງ ຕໍ່ເນື່ອງໃນໄລຍະຜ່ານມາ. ພ້ອມນີ້, ສອງຝ່າຍຍັງເຫັນດີທີ່ຈະຮ່ວມມື ກັນຢ່າງໃກ້ຊິດໃນການເປັນເສນາ ທິການໃຫ້ແກ່ການນໍາຂັ້ນສູງຂອງ ສອງປະເທດ ເພື່ອສືບຕໍ່ຊຸກຍູ້ການ ຈັດຕັ້ງປະຕິບັດການຕົກລົງຂອງ ການນໍາຂັ້ນສູງຂອງສອງພັກ, ສອງ ລັດ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວຫວຽດນາມ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ການນໍາຂັ້ນສູງ ຂອງສອງປະເທດ ແລກປ່ຽນກັນ ຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະ ເຫລີມສະຫລອງວັນສໍາຄັນຕ່າງໆ ຂອງສອງປະເທດ ໃນປີ້ 2025 ນີ້. ຂປລ. ເມື່ອບໍ່ດົນມານີ້, ສູນກາງ ແນວລາວສ້າງຊາດ (ສນຊ) ຈັດ ພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ແລະ ອອກພັກການ-ຮັບອຸດໜູນ ບຳນານການນຳຂັ້ນສູງຂອງ ສນຊ ໂດຍການເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການ ກົມການເມືອງສູນກາງພັກ, ປະ ທານ ສນຊ, ມີບັນດາສະຫາຍຮອງ ເລຂາຄະນະປະຈຳ ແລະ ຄະນະກຳ ມະການພັກ, ຄະນະທີ່ປຶກສາ, ພ້ອມ ດ້ວຍສະມາຊິກພັກອ້ອມຂ້າງ ສນຊ ເຂົ້າຮ່ວມ. ໃນພິທີ ທ່ານ ນາງ ວິໄລ ພິລະວົງ ຮອງຫົວໜ້າກົມຄຸ້ມຄອງພະນັກ ງານຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການ ອະນຸມັດໃຫ້ສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງ ປະທານ ສນຊ, ສະຫາຍ ຈັນເພັງ ສຸດທິວົງ ຄະນະພັກ, ຮອງປະທານ ສນຊ ອອກພັກຮັບອຸດໜູນບຳນານ. ພ້ອມທັງຜ່ານຄຳສັ່ງວ່າດ້ວຍການ ອະນຸມັດໃຫ້ພະນັກງານການນໍາຂັ້ນ ສູງໄປຮັບໜ້າທີ່ໃໝ່ ຄື: ສະຫາຍ ຄຳໄຫລ ສີປະເສີດ ກຳມະການສູນ ກາງພັກ, ຮອງປະທານຜູ້ປະຈຳ ການ ສນຊ ໄປປະຈຳການຢູ່ຄະນະ ກວດກາສູນກາງພັກ ແລະ ມະຕິຕົກ ລົງວ່າດ້ວຍການແຕ່ງຕັ້ງສະຫາຍ ຄຳຜອຍ ວັນນະສານ ກຳມະການ ສູນກາງພັກ, ເປັນຮອງເລຂາຄະນະ ບໍລິຫານງານພັກ, ຮອງປະທານສູນ ກາງແນວລາວສ້າງຊາດ. ໂອກາດນີ້ ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ຕາງໜ້າໃຫ້ກຳມະ ການກົມການເມືອງສູນກາງພັກ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດອັນໃຫຍ່ຫລວງທີ່ແຕ່ ລະສະຫາຍໄດ້ປະຕິບັດເຂົ້າໃນວຽກ ງານແນວໂຮມໄລຍະຜ່ານມາ, ການ ອອກພັກການ-ຮັບອຸດໜູນບຳນານ ໝາຍເຖິງໄດ້ສຳເລັດການປະຕິ ບັດໜ້າທີ່ການເມືອງຂອງບັນດາ ສະຫາຍ ແລະ ໃຫ້ສືບຕໍ່ເປັນເປັນ ຫລັກແຫລ່ງ, ເປັນຄັນທຸງປະກອບ ສ່ວນເຂົ້າໃນວຽກງານແນວລາວ ສ້າງຊາດຕໍ່ໄປຕາມເງື່ອນໄຂ ແລະ ສະພາບຕົວຈິງ. ພ້ອມທັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍ ທີ່ໄດ້ຍົກຍ້າຍໄປປະຈຳການຢູ່ບ່ອນ ໃໝ່ ຈົ່ງສືບຕໍ່ປະຕິບັດໜ້າທີ່ການ ເມືອງຕາມພັກ-ລັດ ມອບໝາຍ ແລະ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານ ສນຊ ຜູ້ໃໝ່ ໃນຕໍ່ໜ້າ ຈະໄດ້ຮ່ວມມືກັນ, ພ້ອມກັນປະກອບ ສ່ວນນຳພາວຽກງານແນວໂຮມໃຫ້ ປະສົບຜົນສຳເລັດຂຶ້ນເປັນກ້າວໆ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນ ພາຍໃນ ສນຊ ຈົ່ງໃຫ້ການຮ່ວມມື ເພື່ອພ້ອມກັນເຮັດສຳເລັດໜ້າທີ່ແຕ່ ລະໄລຍະໃຫ້ສູງເດັ່ນຂຶ້ນ. ຂ່າວ-ພາບ: ສນຊ ນີ້, ໄປໝູນໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຂອງຕົນເອງໃຫ້ເກີດດອກອອກຜົນ ແລະ ປະສົບຜົນສຳເລັດ, ກ້າວໜ້າ ຂຶ້ນໄປເລື້ອຍໆ. ຂ່າວ: ກິດຕາ; ພາບ: ແສງຈັນ ຂປລ. ໂຄສະນາອົບຮົມສູນກາງ ພັກ (ຄອສພ) ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານວິຊາ ອັນລະອຽດທີ່ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບວຽກງານການຖອນສິດນໍາ ໃຊ້ທີ່ດິນດຳເນີນໄປຢ່າງມີປະສິດທິ ຜົນແນໃສ່ເຮັດໃຫ້ການຄຸ້ມຄອງບໍລິຫານຂອງລັດ ມີປະສິດທິພາບ ແລະ ປະສິດທິຜົນ, ທັງແນໃສ່ເຮັດ ໃຫ້ທີ່ດິນໄດ້ຮັບການພັດທະນາ, ສ້າງມູນຄ່າເພີ່ມຂຶ້ນ ແລະ ທີ່ດິນ ຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມໃຫ້ມີຄວາມ ຍືນຍົງ. ດຳລັດສະບັບນີ້, ປະກອບມີ 6 ໝວດ, 28 ມາດຕາ, ໄດ້ກຳນົດ ຫລັກການ, ລະບຽບການ, ຮູບແບບ ແລະ ມາດຕະການກ່ຽວກັບການ ຖອນສິດນຳໃຊ້ທີ່ດິນຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ ລະເມີດກົດໝາຍ ແລະ ລະບຽບ ການໃຫ້ເປັນເອກະພາບກັນໃນ ຂອບເຂດທົ່ວປະເທດ ເພື່ອຮັບປະ ກັນການຈັດຕັ້ງປະຕິບັດກົດໝາຍ ໃຫ້ເຂັ້ມງວດ, ມີຜົນສັກສິດ, ມີ ປະສິດທິພາບ ແລະ ມີປະສິດທິຜົນ ແນໃສ່ຮັບປະກັນການປົກປັກຮັກ ສາ, ພັດທະນາ, ປະຕິບັດສິດ ແລະ ພັນທະໃຫ້ຄົບຖ້ວນ, ລວມທັງການ ນຳໃຊ້ທີ່ດິນໃຫ້ຖືກຕ້ອງຕາມເປົ້າ ໝາຍ, ກົດໝາຍ ແລະ ລະບຽບ ການ, ປະກອບສ່ວນເຂົ້າໃນການ ສ້າງລາຍຮັບເຂົ້າງົບປະມານແຫ່ງ ຊາດ ແລະ ການພັດທະນາເສດຖະ ກິດ-ສັງຄົມ. ຂໍ້ມູນ-ພາບ: ກະຊວງ ກສ ພ້ອມນີ້, ສອງຝ່າຍຍັງໄດ້ເປັນ ເອກະພາບສູງໃນການຊຸກຍູ້ບັນດາ ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາກົນ ໄກການຮ່ວມມື, ນະໂຍບາຍທີ່ເປັນ ບຸລິມະສິດ ແລະ ສົ່ງເສີມການຄ້າ ສອງຝ່າຍ, ຍູ້ແຮງການເຊື່ອມໂຍງ ພື້ນຖານເສດຖະກິດສອງປະເທດ ໂດຍສະເພາະແມ່ນດ້ານການຄົມມະ ນາຄົມຂົນສົ່ງ, ພື້ນຖານໂຄງລ່າງ ແລະ ການຈັດຕັ້ງຜັນຂະຫຍາຍບັນ ດາໂຄງການທີ່ສຳຄັນຕ່າງໆຢ່າງ ຕັ້ງໜ້າລະຫວ່າງສອງປະເທດໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ ເປັນຮູບປະທຳ. ນອກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນ ທັດສະນະກ່ຽວກັບສະພາບການທີ່ ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຂ່າວ: ກະຊວງການຕ່າງປະເທດ ກອງປະຊຸມດັ່ງກ່າວ, ໄດ້ຮັບ ຊາບກ່ຽວກັບສະພາບການໂດຍ ທົ່ວໄປຂອງມຽນມາ, ລວມທັງ ແຜນການຈັດການເລືອກຕັ້ງທົ່ວໄປ ໃນມຽນມາ ໃນທ້າຍປີ 2025 ຫລື ຕົ້ນປີ 2026 ແລະ ຄວາມຄືບ ໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນກ່ຽວກັບ ມຽນມາ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢືນຢັນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການສະໜັບສະໜູນມຽນມາ ແກ້ໄຂບັນຫາການເມືອງທີ່ຊັບຊ້ອນ ຢູ່ມຽນມາ ໂດຍສັນຕິ ແລະ ຍືນຍົງ ບົນພື້ນຖານຫລັກການທີ່ມຽນມາ ເປັນຜູ້ນຳພາ ແລະ ເປັນເຈົ້າການ ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ ຕົກລົງຂອງບັນດາຜູ້ນຳອາຊຽນ. ພ້ອມກັນນີ້, ກອງປະຊຸມຍັງໄດ້ ປຶກສາຫາລືກ່ຽວກັບການຮ່ວມມື ເພື່ອແກ້ໄຂບັນຫາອາຊະຍາກຳ ຂ້າມຊາດເຊັ່ນ: ບັນຫາການຄ້າ ຢາເສບຕິດ, ການຄ້າມະນຸດ ແລະ ການຫລອກລວງທາງອອນລາຍ ເຊິ່ງກອງປະຊຸມໄດ້ເອກະພາບກັນ ວ່າບັນຫາອາຊະຍາກຳຂ້າມຊາດ ເຫລົ່ານີ້ ມີການພົວພັນລະຫວ່າງ ກັນ, ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ ສັນຕິພາບ, ຄວາມໝັ້ນຄົງ, ສະ ຖຽນລະພາບ ແລະ ການພັດທະນາ ລວມທັງຄວາມປອດໄພທາງດ້ານ ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນພາກພື້ນດັ່ງກ່າວ, ຊຶ່ງມີຄວາມ ຈຳເປັນອັນຮີບດ່ວນໃນການສືບຕໍ່ ຮ່ວມມືກັນແກ້ໄຂ ເພື່ອສ້າງໃຫ້ພາກ ພື້ນດັ່ງກ່າວ ມີຄວາມສະຫງົບ, ປອດ ໄພ ແລະ ສົ່ງເສີມການຮ່ວມມືເພື່ອ ການພັດທະນາແບບຍືນຍົງ. ສະເພາະໂຄສະນາອົບຮົມ ໃຫ້ພະ ນັກງານ-ລັດຖະກອນພາຍໃນຄະນະ ໂຄສະນາອົບຮົມສູນກາງພັກ ຂຶ້ນໃນ ວັນທີ 18-29 ສິງຫາ 2025 ໂດຍ ການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ, ພ້ອມດ້ວຍສຳມະນາກອນ ຮ່ວມເຂົ້າ. ການຝຶກອົບຮົມໃນຄັ້ງນີ້, ສຳ ມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ບົດບາດ ແລະ ຄວາມສຳຄັນຂອງ ເຕັກໂນໂລຊີດີຈິຕອນໃນການຫັນ ວຽກງານໂຄສະນາອົບຮົມໄປສູ່ ທັນສະໄໝ, ວຽກແນວຄວາມຄິດ ຂອງພັກ ໃນໄລຍະໃໝ່, ບົດຮຽນ ການຄົ້ນຄວ້າທິດສະດີ ແລະ ພືດ ຕິກຳຮັບໃຊ້ຂອງພັກ, ຫລັກການ ຂຽນບົດວິທະຍາສາດຮັບໃຊ້ເຂົ້າ ໃນວຽກງານຂອງພັກ, ຫລັກການ ສຳພາດຂ່າວ, ການຂຽນບົດວຽກ ດີຄົນເດັ່ນ, ບັນຫາພື້ນຖານຂອງ ວຽກງານໂຄສະນາ, ວິທະຍາສາດ ພື້ນຖານຈຳນວນໜຶ່ງຂອງສິລະປະ ການໂຄສະນາດ້ວຍປາກ, ຄວາມຮູ້ ພື້ນຖານກ່ຽວກັບວຽກງານອົບຮົມ, ການຂຽນບົດລົງວາລະສານປະ ເພດຕ່າງໆ, ວຽກງານຫາງສຽງ ສັງຄົມ, ການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານໃນສື່ແບບໃໝ່, ນຳ ພາ ແລະ ຄຸ້ມຄອງວຽກງານສື່ມວນ ຊົນ, ປັບປຸງກົງຈັກການຈັດຕັ້ງ ຂອງ ຄອສພ ນັບແຕ່ສູນກາງລົງ ຮອດທ້ອງຖິ່ນ ແລະ ວຽກງານ ກວດກາ. ໃນໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ມີຄຳເຫັນ ກ່າວເປີດຊຸດຝຶກອົບຮົມດັ່ງກ່າວ, ໂດຍເນັ້ນໃຫ້ສຳມະນາກອນທີ່ເຂົ້າ ຮ່ວມຝຶກອົບຮົມໃນຄັ້ງນີ້, ຈົ່ງສຸມ ທຸກສະຕິປັນຍາ, ເອົາໃຈໃສ່ຕັ້ງໃຈ ສຶກສາຮຽນຮູ້, ແລກປ່ຽນບົດຮຽນ ກັບວິທະຍາກອນ, ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ ເພື່ອນຳ ເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງ
RkJQdWJsaXNoZXIy MTc3MTYxMQ==