gsfdko{dkora fmtok xtgmf]k; ( 18/08/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພະນັກງານ ຂະແໜງການທ່ອງທ່ຽວ ແຂວງຈຳ ປາສັກ 30 ຄົນ ຍິງ 13 ຄົນ ສຳເລັດ ການຝຶກອົບຮົມພະນັກງານນໍາທ່ຽວ ລະດັບແຂວງຊຸດທີ III ໃນວັນທີ 15 ສິງຫາ 2025 ຕາງໜ້າມອບໃບ ຢັ້ງຢືນຄັ້ງນີ້ຂອງ ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກວັດທະ ນະທໍາ ແລະ ທ່ອງທ່ຽວ ແຂວງຈຳ ປາສັກ. ການຝຶກອົບຮົມຄັ້ງນີ້ໄດ້ເລີ່ມມາ ແຕ່ວັນທີ28ກໍລະກົດຫາ15ສິງຫາ 2025 ທີ່ພະແນກວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ເພື່ອພັດທະນາບຸກຄະລາກອນໃນ ຂະແໜງການທ່ອງທ່ຽວ, ເຊິ່ງໄດ້ ຈັດເປັນຄັ້ງທີ 3 ໃນລະດັບແຂວງ ຫລັງຈາກທີ່ປັບປຸງຫລັກສູດໃໝ່ ທັ ງ ເ ປັ ນ ກ າ ນ ຈັ ດ ຕັ້ ງ ປ ະ ຕິ ບັ ດ ຕ າ ມ ຂໍ້ຕົ ກ ລົ ງ ຂ ອ ງ ກ ະ ຊວງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 469/ຖວທ, ລົງວັນທີ 21 ມີນາ 2023 ໃນການຈັດຕັ້ງ ແລະ ການແບ່ງຂັ້ນຄຸ້ມຄອງພະນັກ ງານນໍາທ່ຽວ ໂດຍໄດ້ເຊື້ອເຊີນຄູ- ອາຈານເພື່ອມາໃຫ້ຄວາມຮູ້ຈາກ ພາກສ່ວນຕ່າງໆເຊັ່ນ: ສະຖາບັນ ການສຶກສາ, ບັນດາຂະແໜງການ ກ່ຽວຂ້ອງ. ມີນັກສຳມະນາກອນ ທັງໝົດ 30 ຄົນ, ຍິງ 13 ຄົນ ທີ່ ມາຈາກບໍລິສັດທ່ອງທ່ຽວ 14 ຄົນ ແລະ ກຸ່ມພະນັກງານນໍາທ່ຽວ ຂອງແຂວງ 16 ຄົນ, ຝຶກເປັນ ພະນັກງານນໍາທ່ຽວ ພາສາໄທ 13 ຄົນ, ພາສາຈີນ 2 ຄົນ, ພາ ສາຝຣັງ 9 ຄົນ, ພາສາອັງກິດ 11 ຄົນ, ພາສາຫວຽດນາມ 1 ແລະ ເຢຍລະມັນ 2 ຄົນ. ຫລັກສູດການຮຽນ-ການສອນພະ ນັກງານນໍາທ່ຽວລະດັບແຂວງ ໃນ ຄັ້ງນີ້ ໂດຍລວມແລ້ວ ແມ່ນຫລັກສູດ ມາດຕ ະຖານຂອງສະຖາບັນ ສື່ມວນຊົນ ວັດທະນະທຳ ແລະ ການທ່ອງທ່ຽວ ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ ທີ່ໄດ້ ກຳນົດອອກບົນພື້ນຖານຫລັກການ ລວມທີ່ເປັນເອກະພາບຂອງຊາດ, ຂອງທ້ອງຖິ່ນ ແລະ ມີບາງເນື້ອ ໃນທາງຄະນະຮັບຜິດຊອບໄດ້ຮັບ ການປັບປຸງ ເພື່ອໃຫ້ແທດເໝາະກັບ ສະພາບຄວາມເປັນຈິງຂອງແຂວງ. ການຝຶກອົບຮົມໃນຄັ້ງນີ້ປະກອບ ດ້ວຍ 9 ວິຊາຫລັກ ແລະ 3 ວິຊາ ຍ່ອຍ ໃນນັ້ນໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງຄະນະ ຮັບຜິດຊອບໄດ້ເອົາໃຈໃສ່ປະຕິບັດ ຕາມແຜນຕາຕະລາງການຮຽນການສອນ ແລະ ກິດຈະກຳຕ່າງໆ ຕາມຫລັກສູດເຊັ່ນ: ວິຊາປະຖົມ ພະຍາບານ, ຄວາມປອດໄພຂອງ ນັກທ່ອງທ່ຽວ, ຄວາມຮູ້ພື້ນຖານ ກ່ຽວກັບການທ່ອງທ່ຽວ, ມະນຸດ ສຳພັນ ແລະ ຈິດຕະວິທະຍາ ບໍລິຫານ, ທັກສະການແກ້ໄຂ ບັນຫາ ແລະ ການສື່ສານແບບ ມືອາຊີບ, ເຕັກນິກນໍາທ່ອງທ່ຽວ ພູມສາດແຂວງ, ປະຫວັດສາດລາວ, ວັດທະນະທຳ ແລະ ປະເພນີທ້ອງຖິ່ນ ແຂວງ, ຄວາມຮູ້ພື້ນຖານກ່ຽວກັບ ກາເຟ, ການບໍລິການອາຫານ ແລະ ເຄື່ອງດື່ມ, ປະຫວັດສາດວັດພູ. ໂອກາດນີ້, ທ່ານ ວັນນະໄຊ ຊາດ ຕະກຸນ ຍັງໄດ້ຊີ້ນໍາໃຫ້ພະນັກງານ ນໍາທ່ຽວ ຈົ່ງໄດ້ນໍາເອົາບົດຮຽນທີ່ ຮຽນຮູ້ນໍາຄູ-ອາຈານໄປປະກອບ ສ່ວນຈັດຕັ້ງປະຕິບັດໃນວຽກງານ ຕົວຈິງໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີຜົນສໍາເລັດ ເຮັດໃຫ້ບັນຍາກາດ ການທ່ອງທ່ຽວຢູ່ແຂວງຈໍາປາສັກ ໄດ້ຮັບຄວາມສົນໃຈຈາກນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າມາທ່ອງທ່ຽວຢ່າງເປັນ ຂະບວນຟົດຟື້ນ. ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງບາງ ໃຫ້ຮູ້ວ່າ: ໃນໄລຍະ 7 ເດືອນຜ່ານມາ, ຄະນະສະເພາະກິດ ຂັ້ນແຂວງຫລວງພະບາງ ໄດ້ສຸມໃສ່ ປະສານສົມທົບກັບບັນດາພະແນກ ການອ້ອມຂ້າງແຂວງ, ເມືອງ ແລະ ນະຄອນ ຈັດຕັ້ງປະຕິບັດບັນດາ ວຽກຈຸດສຸມ ແລະ ແກ້ໄຂບັນຫາ ເຄັ່ງຮ້ອນ ຢູ່ພາຍໃນແຂວງຢ່າງຕັ້ງ ໜ້າເຮັດໃຫ້ເສດຖະກິດຂອງແຂວງ rtoa d'ko0tc|'dkomj v'mj P; c0;'9exkla d leg]a f/b dvq [Iq ,dkooemj P; s];'rt[k' l5 ,.lj dkocdh w0[a osk g7aj 'Ih vomk'fh koglf4tdy f 1j k'8a '|h k ຂະຫຍາຍຕົວຢ່າງຕໍ່ເນື່ອງ ມາຮອດ ວັນທີ 12 ສິງຫາ 2025 ສາມາດ ຈັດເກັບລາຍຮັບໄດ້ 1.108 ຕື້ກວ່າ ກີບ, ເທົ່າກັບ 92,20 ຂອງແຜນ ປີ, ຕົວເລກນັກທ່ອງທ່ຽວພາຍໃນ 7 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວ 2.155.994 ເທື່ອຄົນທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 983.483 ເທື່ອຄົນ, ເທົ່າກັບ 83,8 , ພ້ອມນີ້ ຍັງໄດ້ສຸມ ໃສ່ແກ້ໄຂບັນດາໂຄງການຂຸດຄົ້ນບໍ່ ແຮ່ຕາມການຊີ້ນຳຂອງລັດຖະບານ. ທ່ານ ບຸນເຫລືອ ສິນໄຊວໍຣະ ວົງ ຮອງເຈົ້າແຂວງໆຫລວງ ພະບາງ ຫົວໜ້າຄະນະສະເພາະ ກິດຂັ້ນແຂວງລາຍງານໃນກອງ ປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານຂອງຄະນະສະເພາະກິດ ການແກ້ໄຂບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໃນວັນທີ 15 ສິງຫາ2025 ຜ່ານມານີ້ວ່າ: ສຳລັບແຜນການ 5 ເດືອນທ້າຍປີ 2025, ຄະນະ ສະເພາະກິດຂັ້ນແຂວງຈະໄດ້ສຸມ ໃສ່ຊຸກຍູ້ການແກ້ໄຂສ້ອມແປງຮີບ ດ່ວນ ເປັນຕົ້ນ ການແກ້ໄຂບັນຫາ ເສັ້ນທາງເປ່ເພພາຍໃນນະຄອນຫລວງພະບາງ ເມືອງມໍລະດົກໂລກ, ເພື່ອກະກຽມຮອງຮັບລະດູການ ທ່ອງທ່ຽວທີ່ຈະມາເຖິງ ແລະ g-dv' xk4tdt4k;a olnj ,;o-q o c]t dkory ,9e|j kp 7q [Iv[ 75 xu ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ຈັດປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ໂດຍມີ ທ່ານ ຂັນຕີ ສີລະວົງ ສາ ຮອງເຈົ້າແຂວງໆເຊກອງ ພ້ອມ ດ້ວຍພະແນກ, ຫ້ອງການ-ອົງການ ທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການປາຖະກະຖາຄັ້ງນີ້ ກໍເພື່ອ ໃຫ້ບຸກຄະລາກອນສື່ມວນຊົນ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນ ໄດ້ເຊື່ອມຊຶມ, ສ້າງຄວາມ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ຕໍ່ພາລະບົດບາດ, ຄວາມໝາຍສໍາ ຄັນ, ສິດ ແລະ ໜ້າທີ່ ແລະ ສ່ອງ ແສງມູນເຊື້ອ, ຜົນງານທີ່ພົ້ນເດັ່ນ ຂອງວຽກງານສື່ມວນຊົນໃນໄລຍະ ຜ່ານມາ ແລະ ກໍານົດວຽກງານຈຸດ ສຸມໃນຕໍ່ໜ້າ. ທ່ານ ບຸນທົງ ຖິ່ນດອນໂຂງ ຮອງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ໄດ້ຍົກໃຫ້ເຫັນປະຫວັດ, ມູນເຊື້ອສື່ມວນຊົນ ແລະ ການ ພິມຈຳໜ່າຍ ຊຶ່ງຕະຫລອດໄລຍະ ແຫ່ງການນໍາພາຂະບວນການຕໍ່ສູ້ ປົດປ່ອຍຊາດ, ຍາດເອົາເອກະລາດ ແຫ່ງຊາດ ແລະ ອິດສະຫລະພາບ ມາສູ່ປະຊາຊົນ ກໍຄືໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນລະບອບ ປະຊາທິປະໄຕ ປະຊາຊົນ, ພັກ ປະຊາຊົນ ປະຕິວັດລາວ ຍາມໃດກໍ ຖືວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີປະຕິວັດອັນໜຶ່ງ, ໃນນັ້ນ ວຽກງານສື່ມວນຊົນ ແລະ ການພິມ ຈຳໜ່າຍ ເວົ້າລວມ, ເວົ້າສະເພາະ ໜັງສືພິມຂອງພັກ, ສິ່ງພິມ ແລະ ສື່ ຕ່າງໆ ໄດ້ກາຍເປັນອາວຸດອັນຄົມ ແຫລມ ແລະ ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນໄຊຊະນະລວມຂອງ ການປະຕິວັດ. ຕະຫລອດໄລຍະ 75 ປີຜ່ານມາ, ວຽກງານສື່ມວນ ຊົນ ແລະ ການພິມຈຳໜ່າຍ ໄດ້ຮັບ ການພັດທະນາ, ເຕີບໃຫຍ່ຂະຫຍາຍ ຕົວເປັນກ້າວໆມາ ແລະ ມີຜົນງານ ທີ່ພົ້ນເດັ່ນຫລາຍດ້ານ ໃນການຮັບ ໃຊ້ໜ້າທີ່ການເມືອງ, ຮັບປະກັນ ເປັນກະບອກສຽງ ຂອງພັກ-ລັດ ເປັນຢ່າງດີ ແລະ ຍັງສາມາດ ຮັກສາມູນເຊື້ອອັນດີງາມຂອງຕົນ ໃນການເປັນຜູ້ນໍາສະເໜີ, ແນະນໍາ, ນໍາພາຫາງສຽງ, ເປັນຂົວຕໍ່ໃຫ້ພັກ- ລັດກັບປະຊາຊົນ, ເປັນເວທີໃຫ້ ມະຫາຊົນໃນການສະແດງຄໍາຄິດ ເຫັນທີ່ສ້າງສັນ ແລະ ສ້າງຄວາມ ຮັບຮູ້, ຄວາມເຂົ້າໃຈທີ່ຖືກຕ້ອງ ພ້ອມທັງສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະ ສອງຂະແໜງການ ຂອງພວກເຮົາໄດ້ສືບຕໍ່ພັດທະນາ ວຽກງານສື່ມວນຊົນ ແລະ ການພິມ ຈໍາໜ່າຍ ໃຫ້ຫັນໄປສູ່ຄຸນນະພາບ, ທັນສະໄໝເທື່ອລະກ້າວ ແລະ ສ້າງ ຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະ ປະຊາຊົນຢ່າງໜັກແໜ້ນ. ໂອກາດນີ້, ທ່ານ ຂັນຕີ ສີລະ ວົງສາ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາໃຫ້ຂະແໜງການສື່ມວນຊົນ ຂອງແຂວງສືບຕໍ່ເຮັດໜ້າທີ່ເປັນ ກະບອກສຽງ ຂອງພັກ-ລັດ ກໍຄື ອົງການປົກຄອງແຂວງໂຄສະນາ ເຜີຍແຜ່ແນວທາງຂອງພັກ, ແຜນ ນະໂຍບາຍຂອງລັດ ເພື່ອສ້າງ ຄວາມຮັບຮູ້ເຂົ້າໃຈ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີ ບັນດາເຜົ່າ; ເອົາໃຈໃສ່ປັບປຸງກົງ ຈັກການຈັດຕັ້ງ, ແບບແຜນນໍາພາ- ວິທີເຮັດວຽກ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງພະນັກງານ ໃຫ້ສູງຂຶ້ນ; ປັບປຸງຮູບແບບການ ຂຽນຂ່າວ ໃຫ້ສັ້ນກະທັດຮັດ ແລະ ຮັບປະກັນໄປ ຕາມ 4 ລັກສະນະ ຄື: ລັກສະນະຕົວຈິງ, ລັກສະນະ ສຶກສາອົບຮົມ, ລັກສະນະແນະ ນໍາ ແລະ ລັກສະນະຕໍ່ສູ້ ພ້ອມທັງ ເອົາໃຈໃສ່ພັດທະນາພື້ນຖານໂຄງ ລ່າງ, ອຸປະກອນ-ເຕັກນິກ ໃຫ້ຫັນ ໄປສູ່ລະບົບທັນສະໄໝເພື່ອເຮັດໃຫ້ ການນໍາສະເໜີຂໍ້ມູນ-ຂ່າວສານມີ ຄວາມຖືກຕ້ອງ, ວ່ອງໄວ ແລະ ທັນ ເຫດການ. ຂ່າວ: ສັນຍາ, ພາບ: ພຸດທະ ສອນ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມ ຖອດຖອນບົດຮຽນວຽກງານຄະນະ ກຳມະການແຮງງານຂັ້ນແຂວງ 3 ຝ່າຍ ປະຈຳ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຈັດຂຶ້ນ ໃນວັນທີ 15 ສິງຫາ 2025 ທີ່ແຂວງບໍ່ແກ້ວ ໂດຍການ ເປັນປະທານຂອງ ທ່ານ ສົມພອນ ໄຊວິທູນ ຮອງປະທານສະຫະພັນ ກຳມະບານ ແຂວງບໍ່ແກ້ວ, ທ່ານ ໂພເພັດ ບຸນທອງ ຮອງຫົວໜ້າ ພະແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງ, ທ່ານນາງ ຄອນ ສະໄໝ ຈະເລີນຜົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າ 3 ຝ່າຍຄື: ຝ່າຍລັດ, ຝ່າຍຕາງໜ້າຜູ້ ອອກແຮງງານ ແລະ ຝ່າຍຕາງໜ້າ ຜູ້ໃຊ້ແຮງງານ-ຕາງໜ້າຜູ້ຈັດຫາ ງານເຂົ້າຮ່ວມ. ທ່ານ ນາງ ສົມເພັດ ຄຳບັນ ເຈື້ອ ຄະນະບໍລິຫານງານສະຫະພັນ ກຳມະບານແຂວງ ຫົວໜ້າຂະແໜງ ແຮງງານ ສະຫະພັນກຳມະບານ ແຂວງບໍ່ແກ້ວ ໄດ້ລາຍງານກ່ຽວກັບ ວຽກງານປົກປ້ອງ-ແຮງງານ ຜົນ h 4vf4vo[q fIPo;Pd'ko7totde,tdko cI''ko0a oc0;' 3 /j kp16 j c0;'[= j cdh ; h ສຳເລັດໃນການລົງເຄື່ອນໄຫວ ວຽກງານປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງຜູ້ອອກ ແຮງງານໃນລະບົບ ແລະ ນອກ ລະບົບ ເພື່ອສົ່ງເສີມການປົກປ້ອງ ທາງສັງຄົມໃຫ້ແກ່ແຮງງານນອກ ລະບົບ, ສ້າງຄວາມເຂັ້ມແຂງໃຫ້ ແກ່ກຸ່ມເປົ້າໝາຍ ແລະ ຫົວໜ່ວຍ ແຮງງານ, ປັບປຸງສ້າງພື້ນຖານ ໂຄງລ່າງຫົວໜ່ວຍທຸລະກິດຂະໜາດ ໃຫຍ່, ນ້ອຍ ແລະ ກາງໄດ້ຮັບການ ຄຸ້ມຄອງແຮງງານຕາມກົດໝາຍ ແຮງງານວາງອອກຢ່າງເຂັ້ມງວດ, ດ້ວຍການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມດ້ວຍກົດໝາຍ, ເຮັດໃຫ້ ການຄຸ້ມຄອງຫົວໜ່ວຍແຮງງານ, ການຈັດຫາງານການພັດທະນາສີມື ແຮງງານ ແລະ ການທົດສອບສີມື ແຮງງານໄດ້ເຂົ້າສູ່ລະບຽບກົດໝາຍ ຢ່າງຕັ້ງໜ້າ ເຮັດໃຫ້ຕ່າງຝ່າຍຕ່າງມີ ຜົນປະໂຫຍດຮ່ວມກັນ. ໃນກອງປະຊຸມ , ບັນດາຜູ້ ເຂົ້າຮ່ວມໄດ້ປະກອບຄຳເຫັນເພື່ອ ແລກປ່ຽນບົດຮຽນກ່ຽວກັບການ ປັບປຸງແກ້ໄຂໃນການຄຸ້ມຄອງ ແຮງງານ ເພື່ອເຮັດໃຫ້ຜູ້ໃຊ້ແຮງ ງານກັບຜູ້ອອກແຮງງານໄດ້ມີຜົນ ປະໂຫຍດນຳກັນ ໂດຍສະເພາະ ການປົກປ້ອງຜູ້ອອກແຮງງານ, ການຄຸ້ມຄອງແຮງງານ, ການ ປົກປ້ອງຜູ້ໃຊ້ແຮງງານ, ການເຄື່ອນ ຍ້າຍແຮງງານໃຫ້ເຂົ້າສູ່ລະບຽບ ຫລັກການຕາມກົດໝາຍແຮງງານ ທີ່ກຳນົດໄວ້. ຂ່າວ: ບຸນຈັນ ມະນີໄຊ ຕ້ອນຮັບການສະເຫລີມສະຫລອງ ມໍລະດົກໂລກ ຄົບຮອບ 30 ປີ ແລະ ວັນສຳຄັນຂອງຊາດ ພ້ອມທັງ ເປີດຂະບວນການເດີນສຳຫລວດ ຖານຂໍ້ມູນລາຍຮັບຢູ່ ນະຄອນຫລວງພະບາງ ແລະ ເມືອງນ້ຳ ບາກ ເຮັດໃຫ້ການຈັດຕັ້ງປະຕິບັດ ແຜນຈັດເກັບລາຍຮັບງົບປະມານ ແຫ່ງລັດ ປະຈຳປີ 2025 ບັນລຸໄດ້ ແຜນການ ຫລື ລື່ນແຜນການ; ສືບຕໍ່ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມືລະຫວ່າງ ບັນດາຂະແໜງການອ້ອມຂ້າງ ແຂວງກ່ຽວກັບວຽກງານຄຸ້ມຄອງ ຈັດເກັບລາຍຮັບງົບປະມານ ແລະ ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ທາງ ດ້ານເສດຖະກິດ-ສັງຄົມພາຍໃນ ແຂວງ ເປັນຕົ້ນສະກັດກັ້ນ ແລະ ແກ້ໄຂບັນຫາລົດເຖື່ອນ, ການຄ້າ ນອກລະບົບ, ການລັກລອບຂຸດ ຄົ້ນແຮ່ທາດ ແລະ ບັນຫາຊັບ ພະຍາກອນປ່າໄມ້ໃນທົ່ວແຂວງ.
RkJQdWJsaXNoZXIy MTc3MTYxMQ==